ນ້ຳຕົກຕາດສົມພະມິດ

ຈາກ Laopedia
ຮູບ:ຕາດສົມພະມິດ.png

ນໍ້າຕົກຕາດສົມພະມິດ ເປັນນໍ້າຕົກຕາດ ທີ່ຂຶ້ນຊື່ລືນາມ ຮອງຈາກນໍ້າຕົກຕາດຄອນພະເພັງ ຕັ້ງຢູ່ທິດຕາເວັນຕົກຂອງດອນຄອນ ຫຼື ບ້ານຄອນໃຕ້, ຫ່າງຈາກຂົວຂ້າມແມ່ນ້ຳຂອງ ເສັ້ນ ທາງລົດໄຟປະມານ 700 ແມັດ, ເມື່ອແຂກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາສຳພັດດ້ວຍຕາຕົນເອງແລ້ວ ໃຜກໍ່ສາມາດເວົ້າອອກມາວ່າ: "ສົມຄຳເຫຼົ່າລືແທ້ໆ" ທັງນີ້ ຍ້ອນວ່າທຳມະຊາດນ້ຳຕົກຕາດແຫ່ງນີ້ ມີຄວາມສວຍງາມ ຊົມແລ້ວເບື່ອບໍເປັນທັງລະດູແລ້ງ ແລະ ລະດູຝົນ.


ຊື່ "ສົມພະມິດ" ນີ້ມີຕຳນານໄດ້ກ່າວໄວ້ວ່າ ແມ່ນພະມະປາສາມັນນໍາຫາຍາກ ໂດຍສ້າງວັດວາອາຮາມ ແລະ ເປັນເຈົ້າອາວາດວັດແຫ່ງນີ້ ຕໍ່ມາພະມາຫາປາສາມັນ ໄດ້ໄປສ້າງສຳນັກວິ ປັດສະນາກຳມະຖານ ຢູ່ດ້ານເທິງນ້ຳຕົກຕາດ ເພິ່ນເອີ້ນວ່າ: ວັດດອນຄອນ. ເມື່ອສ້າງສຳເລັດແລ້ວ ພະມະຫາປາສະມັນ ໄດ້ໄປນຳເອົາພະພຸດທະຮູບອົງສັກສິດ ມາຈາກນະຄອນທົມ (ນະ ຄອນພະນົມໃນປະຈຸບັນ) ຫວັງຈະນຳມາປະດິດສະຖານໄວ້ ທີ່ສຳນັກວິປັດສະນາກຳມະຖານ ເພື່ອເປັນທ່ີກາບໄຫວ້ຂອງເທວະດາ ແລະ ມະນຸດທັງຫຼາຍ ເມື່ອມາເຖິງຝ່ັງນ້ຳ; ຍາດໂຍມ ໄດ້ຄາດເຮືອ 3 ລໍາຕິດກັນແລ້ວ ນຳພະພຸດທະຮູບຂຶ້ນໃສ່ ຂ້າມມາໃສ່ສຳນັກວິປັດສະນາກຳມະຖານ. ໃກ້ຈະມາຮອດທ່າພະລານຫີນບ່ອນຈອດແລ້ວ; ບັງເອີນເຮືອໄດ້ໄຫຼລົງໃສ່ກະແສນ້ຳ ທີ່ເປັນພຸເປັນຂັນ, ເຮືອຈຶ່ງແຕກອອກຈາກກັນ, ພະພຸດທະຮູບກໍຕົກລົງສູ່ພາກພື້ນນ້ຳ. ເມ່ືອເຫັນເປັນເຊັ່ນນັ້ນ ພະມະຫາປາສະມັນ ຈິ່ງໄດ້ຕັກເຕືອນຍາດໂຍມວ່າ: ອາດຕະມາ ຈະໄດ້ນັ່ງ ທຳການສະມາທິ ວິງວອນຂໍແຜ່ເມດຕາ ຂໍໃຫ້ພະພຸດທະຮູບພົ້ນຂຶ້ນມາ ຂໍໃຫ້ຍາດໂຍມຢ່າຮ້ອງເຮ, ນັ່ງພະນົມມືເປັນສະມາທິດ້ວຍກັນ ເພື່ອພະພຸດທະຮູບ ຍ້າຍເຂົ້າມາແຄມຕາຝ່ັງ ແລ້ວ ຈິ່ງໂຈມຂຶ້ນໃສ່ພະລານຫີນ. ເມ່ືອກ່າວເຕືອນຍາດໂຍມແລ້ວ ພະມະຫາປາສະມັນ ກໍນັ່ງສະມາທິ, ຕັ້ງສັດຍາທິຖານ ອາລາທະນານິມົນ ພະພຸດທະຮູບໄດ້ຜຸດຂຶ້ນ ແລ້ວເຂົ້າສູ່ຝັ່ງເຖິງແຄມ. ທັນໃດນັ້ນ ພະພຸດທະຮູບ ກໍຜຸດຂຶ້ນສູ່ໜ້ານ້ຳ ຍາດໂຍມແນມເຫັນດີໃຈຫຼາຍເລີຍພາກັນຮ້ອງຂຶ້ນວ່າ: "ສາທຸ" ພະພຸດທະຮູບກໍຈົມລົງຄືນ. ພະມະຫາປາສະມັນ ກໍໄດ້ເຕືອນຍາດໂຍມເປັນ ຄັ້ງທີ 2 ວ່າ: ເມ່ືອ ພະພຸດຮູບພຸດຂຶ້ນເທິງໜ້ານ້ຳ ແລະ ເຂົ້າສູ່ຝັ່ງເຖິງແຄມແລ້ວ ຍາດໂຍມໂຈມຂຶ້ນສູ່ພະລານຫີນ ແລ້ວຈິ່ງປາກເວົ້າໄດ້. ພະມະຫາປາສາມັນໄດ້ ເຂົ້າ ​ນັ່ງສາມາທິວິງວອນ ຂໍຄວາມເມດຕາ ໃຫ້ ພະພຸດທະຮູບ ຜຸດຂຶ້ນມາເປັນເທ່ືອທີ 2. ທັນໃດນັ້ນ ພະພຸດທະຮູບ ກໍຜຸດຂຶ້ນມາ ແລ້ວຍັບຍ້າຍເຂົ້າແຖ່ນພະລານຫີນ ຍາດໂຍມ ໂຈມເອົາຜັກຂຶ້ນຫວິດຈາກໜ້ານ້ຳ ພໍພຽງຄືບໜຶ່ງ ຍາດ ໂຍມຢູ່ທາງດ້ານເທິງພະລານຫີນ ກໍຮ້ອງຂຶ້ນວ່າ "ຊ້າເຝີ" ໝົດທຸກຄົນ ກໍຮັບຄຳວ່າ: "ຊ້າ!" ພະພຸດທະຮູບ ກໍໜັກລົງຫຼຸດມືຍາດໂຍມ, ຜິກຈົມລົງຄືນ. ພະມະຫາປາ ສະມັນ ນັ່ງສະມາທິອີກ ພະພຸດທະຮູບກໍບໍ່ຜຸດຂຶ້ນອີກ ກໍເລີຍບໍ່ໄດ້ພະພຸດທະຮູບມາປະດິດສະຖານ ຢູ່ສຳນັກວິປັດສະນາກຳມະຖານ. ດ້ວຍເຫດນີ້ ຈຶ່ງໄດ້ໃສ່ຊື່ແລ່ງທ່ອງທ່ຽວແຫ່ງນີ້ວ່າ: "ສົມພະມິດ" ແປວ່າ: ສົມພະເສຍ ຍ້ອນບໍ່ຟັງຄຳເຕືອນ. ສ່ວນຊື່: "ຄັນຫຼີ່ຜີ" ຫຼື "ຫຼີ່ຜີ" ຫຼາຍທ່ານ ກໍ່ເຂົ້າໃຈວ່າ ແມ່ນນ້ຳຕົກຕາດຄອນພະເພັງ ແລະ ອີກຫຼາຍທ່ານກໍເຂົ້າໃຈ ແມ່ນນ້ຳຕົກ ຕາດສົມພະມິດ ແລະ ມີຄວາມແປ ແລະ ນຶກຄິດ ຕາມຈິດສຳນຶກໃຜລາວ. ຄວາມເປັນຈິງແລ້ວ ຄັນຫຼີ່ຜີ ຫຼື ຫຼີ່ຜີນີ້ ແມ່ນນໍ້າຕົກຕາດເຫວ, ຄອນທັງຫຼາຍ ນັບແຕ່ນ້ຳແຄມຕາດຄອນພະ ເພັງຈົນເຖິງຄອນ ຝັ່ງທີ່ຕິດກັບດິນແດນຢູ່ກຳປູເຈຍ ໃນພູມສາດແຫ່ງຊາດໄດ້ກ່າວໄວ້ວ່າ: "ສາຍພູເຫຼັກຍາວຢຽດ ຂວາງກັ້ນແມ່ນ້ຳ ຕອນໃຕ້ຂອງປະເທດ ເຊິ່ງມີຄວາມຍາວປະມານ 15 - 20 ກິໂລແມັດ" ສາຍພູເຫຼັກດັ່ງກ່າວຂ້າງເທິງນີ້ ເຖົ້າ ແກ່ບູຮານ ໄດ້ຂະໝາມນາມວ່າ: ຫຼີ່ຜີ ແປວ່າ ຄັນຕັນເອົາຊາກສົບຄົນຕາຍ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&MenuID=&ItemID=64