ນ້ຳຕົກຕາດນ້ຳກັດ

ຈາກ Laopedia

ນ້ຳຕົກຕາດນ້ຳກັດ (ນ້ຳກັດຢໍລະປ່າ).ຕາດນ້ຳກັດຕັ້ງຢູ່ປ່າ​ສະຫງວນ​ຂອງ​ແຂວງ (ພູ​ຫີ​ຜີ), ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄຊ ປະມານ 24 ກິໂລແມັດ. ສະພາບເສັ້ນທາງເຂົ້າເຖິງສອງ​ລະດູ. ປູຢາງຈາກເທດສະບານເມືອງໄຊເຖິງບ້ານບໍ່ 5 ກິໂລແມັດ, ແຕ່ບ້ານບໍ່ຫາບ້ານແຟນ ແລະ ເຂົ້າເຖິງຕາດນ້ຳກັດແມ່ນເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 18 ກິໂລແມັດ ​ແລະ ຍ່າງ​ປະມານ 900 ແມັດ ຈຸດເດັ່ນຫຼືສິ່ງດຶງດູດນັກທ່ອງທ່ຽວມາ​ທ່ຽວຢູ່ໃນເຂດປ່າສະຫງວນຂອງ (ພູຫີຜີ) ທີ່ມີປ່າດົງດິບດົກໜາ, ຕົ້ນໄມ້ໃຫຍ່, ມີຊີວະນາໆພັນຊະນິດຕ່າງໆທີ່ອາໄສຢູ່ໃນປ່າສະຫງວນດັ່ງກ່າວ ແລະ ເໝາະສົມທີ່ຈະໄປສຶກສາວິໄຈສິ່ງທີ່ມີຊີວິດດ້ານພຶກສາຊາດ, ຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມໂງ່ນຫີນ ແລະ ສາຍນ້ຳ. ນ້ຳຕົກຕາດນ້ຳກັດເປັນຕາດຊັ້ນດຽວ ມີຄວາມສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ, ​ໜ້າ​ຕາດມີ​ອ່າງ​ອາບນ້ຳ​ທຳ​ມະ​ຊາດ ​ເຢັນ​ສະບາຍ. ປັດຈຸບັນ​ພວມ​ຢູ່​ໃນ​ໄລຍະ​ການພັດທະນາ ​ແລະ ​ກໍ່ສ້າງຂອງ​ບໍລິສັດ​ແຟ​ເຊັດ​ພັດທະນາການທ່ອງທ່ຽວ ເປັນ​ຜູ້ສຳ​ປະທານ​ພັດທະນາທ່ອງ​ທ່ຽວ​​ແບບຄົບ​ວົງ​ຈອນ ​ປັດຈຸບັນສຳ​ເລັດ 95% ບໍລິສັດໄດ້ເປີດບໍລິການທົດລອງແລ້ວ ແລະ ປະກອບມີຫຼາຍກິດຈະກຳ. ຕາດນໍ້າກັດໄດ້ຄົ້ນພົບໃນປີ ຄສ 1999 ແລະ ເປີດບໍລິການປີ ຄສ 2006, ຈາກການເລົ່າປາກຕໍ່ປາກຕໍ່ໆກັນມາຂອງຊາວບ້ານທີ່ເອີ້ນກັນວ່າ “ຫ້ວຍນ້ຳກັດ” ໄດ້ມາຈາກຄຳວ່າ “ສະກັດກັ້ນສັດຕູ”ເຊິ່ງສະໄໝການຕໍ່ສູ້ເສິກເຈືອງ ໄດ້ມີທະຫານໄປສະກັດຕີສັດຕູຢູ່ເຂດບ້ານແຫ່ງໜຶ່ງ ມີປະມານ 2-3 ຄອບຄົວອາໄສຢູ່ແຄມຫ້ວຍສາຍໜຶ່ງ(ບໍ່ຮູ້ຊື່ຫ້ວຍ) ພາຍຫຼັງໄດ້ຮັບໄຊຊະນະໃນການສະກັດກັ້ນຕີຕ້ານສັດຕູແລ້ວ ປະຊາຊົນຈຶ່ງພາກັນມາຕັ້ງຖິ່ນຖານຢູ່ເຂດດັ່ງກ່າວເຊິ່ງເປັນເຂດທີ່ອຸດົມສົມບູນ​ເໝາະສົມໃນການຜະລິດເຂົ້າປາອາຫານຈິ່ງໃສ່ຊື່ວ່າ: ບ້ານກັດ ແລະໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫ້ວຍນ້ຳກັດ ຈົນເຖິງປັດຈຸບັນ. ອີກຄວາມໝາຍໜຶ່ງເອີ້ນວ່າຫ້ວຍກັດຄຳວ່າ“ກັດ” ແມ່ນພາສາກຶມມຸແປວ່າ “ເຢັນກັດ” ເຊິ່ງເປັນຊົນເຜົ່າໜຶ່ງທີ່ອາໄສຢູ່ເຂດດັ່ງກ່າວມາກ່ອນແລ້ວຫຼາຍພັນປີ, ເຂົາເຈົ້າໄດ້ໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫຣົງອົມກັດ ເຊິ່ງມີຄວາມໝາຍວ່າ: ຫ້ວຍນ້ຳກັດ ເມື່ອເວລາລົງອາບນ້ຳຫ້ວຍ ຮູ້ສຶກ​ເຢັນທີ່ສຸດ ຈິ່ງເອີ້ນວ່ານໍ້າກັດມາຈົນເຖິງປັດຈຸບັນ. ໃຫ້ຂໍ້ມູນໂດຍ: ລຸງແພງອາຍຸ 58 ປີຊາວບ້ານກັດເມືອງໄຊແຂວງອຸດົມໄຊ
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=5