ນະຄອນຫຼວງວຽງຈັນ

ຈາກ Laopedia
ຮູບ:ແຜນທີ່ ນະຄອນຫຼວງວຽງຈັນ.png

ນະຄອນຫຼວງວຽງຈັນ (ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌[໑]) ແມ່ນເມືອງຫຼວງຂອງປະເທດລາວ ແລະເປັນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ ຕັ້ງຢູ່ພາກກາງຂອງປະເທດ ມີເມືອງເອກແມ່ນຈັນທະບູລີ ນະຄອນຫຼວງ​ວຽງຈັນມີພື້ນທີ່ 3,920 km2 ແລະມີປະຊາກອນ 948,446 ຄົນ (ປີ 2020)

ນະຄອນຫຼວງວຽງຈັນແຕ່ລະສະໃໝ

ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ

ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະ ຄອນຊຽງທອງ (​ເມືອງຫຼວງພະບາງ )​ ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງນີ້ :

  • ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
  • ພະເຈົ້າສາມແສນໄທ (1372 -1417) ຜູ້​ຈັດ​ລະບຽບ​ການ ​ປົກຄອງລາວ​ຄື​ໃໝ່ (ປົກຄອງໄດ້ 45 ປີ)
  • ພະເຈົ້າລ້ານຄຳແດງ (1417-1428 ) ປົກຄອງໄດ້ 11 ປີ
  • ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
  • ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
  • ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
  • ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
  • ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
  • ພະເຈົ້າວິຊຸນນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
  • ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ.

ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພະ​ອົງ ​ໄດ້​ນຳພາກໍ່ສ້າງ​ ຣາຊະ​ວັງ, ຫໍພະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ​ພະຍາ​ວັດ ແລະ ວັດອຶ່ນໆ ໃນ ເຂດ ນອກ. ສ່ວນວັດສີສະເກດ ​ແຕ່​ກ່ອນ ​ແມ່ນ ວັດແສນ ໄດ້​ສ້າງໃ​ນ ປີ 1521, ວັດ​ໂພ​ນພະ​ເນົາ, ວັດ ໜອງ​ບອນ ​ກໍ່​ແມ່ນ ​ວັດທີ່​ເກົ່າ​ແກ່ ​ສ້າງກ່ອນ ປີ 1530.​ ພະອົງກໍ່ໄດ້ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນ ເມືອງຣາຊະທານີ ແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນ ພູນເມືອງ ​ທີ່​ໂພນ ​ພິ​ໄສ​ແລ້ວ ເພິ່ນ ຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).
ໃ​ນເວລາ​ຟື້ນຟູຖະໜົນເຊ​ດຖາ​ທິລາດ​ໃນ ວັ​ນທີ 17 ມັງກອນ ປີ 2007 ​ໄດ້​ຄົ້ນພົບຫີນ​ສີ​ລາ​ເລກ ​ແລະ ​ໃບ​ເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອວັດ​ສີ​ເມືອງ ປະມານ 60 ແມັດ, ກົມມໍລະດົກ​ຂອງກະຊວງຖະ​ແຫຼ​ງຂ່າວ ​ແລະວັດທະນະທຳ ແລະ ​ຊ່ຽວຊານ ​ຕ່າງປະ​ເທດ​ໄດ້ ພິສູດ​ເບິ່ງ​ແລ້ວ​​​ເຫັນ ວ່າ​ແມ່ນເສົາ​ຫຼັກ​ເມືອງ ທີ່​ໄດ້ຝັງ​ໄວ້​ແຕ່ ປີ ຄສ 1540 ສະ​ໄໝພະ​ເຈົ້າ​ໂພທິ​ສະ​ລາດ ຍັງມີ​ຊີວິດຢູ່ພຸ້ນ​, ສະນັ້ນ ລັດຖະບານ ​ ສປປລາວ​ຈຶ່ງ​​ໄດ້ຕົກລົງ​ສ້າງ ​ຫໍ​ໄຫ້ວ​ ໃສ່​ສະຖານທີ່​ແຫ່ງ ນີ້ ​​. ຕໍ່​ມາໃນ​ວັນທີ 29 ທັນວາ ປີ 2009 ກໍ່​ໄດ້ຄົ້ນ​ພົບອີກ 2 ກຸ່ມຫີ​ນ ໃບ​ເສມາຢູ່ໃກ້ໆ​ກຸ່​ມທີ່​ໄດ້​ຄົ້ນ​ພົບ​ມາກອ່ນ​​ແລ້ວ ຈຶ່ງ​ ຢືນ ຢັ​ນວ່າ ​ແມ່ນສະຖາ​ນທີ່ເສົາ​ຫຼັກ​ເມືອງ​ແທ້. ໃນປີ 1560 ພະ​ເຈົ້າ​ໄຊ​ເຊດ​ຖາ​ທິລາດໄດ້ຍ້າຍ​​ເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ ນະ ຄອນວຽງຈັນພ້ອມ​ທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ,ສັງ​ລວມ:ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະມ້າ, ມອນ, ຈີນ​ແລະ ສະຫຍາມ ​ມາຕະຫຼອດ. ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນຖືສາສະໜາພຸດເປັນຫຼັກ ປົນເປ​ກັບຮີດຄອງປະ​ເພີ​ນຂອງ​ພາມ, ແຕ່​ຄົນ​ລາວມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດ​​ໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ​ນໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານດັ່ງຕໍ່ໄປ ນີ້ :

  • ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກ​ຂອງ​ລາວ​ແຕ່​ໃດ​ມາ.
  • ການສ້າງ​ຜັງເມືອງ​ : ເມືອງ​ວຽງ​ຈັນ ​ແຕ່​ສະ​ໄໝ​ສີ​ໂຄດ​ຕະບອງມາ​ແມ່ນ​ກວມ​ເອົາ​ທັງ​ຝັ່ງ​ຂວາ ​ຂອງ​ແມ່ນ້ຳຂອງ​ ນຳ​ດ້ວຍ. ສະຖານ​ທີ່ກ້ອງ​ປາກ​ປ່າ​ ສັກນັ້ນແມ່ນ ທີ່​ຕັ້ງຂອງມະ​ເຫ​ສັກຫຼັກ​ເມືອງ​ມາ​ແຕ່​ກ່ອນເພາະວ່າກ່ອ​ນຈະ​ຊ່ວງ​ເຮືອອອກ​ພັ​ນສາທຸກໆ​ປີ ເພິ່ນຕ້ອງ​ມາ​ຄາລະວະ​ບູຊາ ບ່ອນ​ສັກສິດ​ແຫ່ງ ນີ້ກ່ອນ , ​​ແຕ່​ສະ​ໄໝອານາຈັກ​ລາວ​ລ້າ​ນຊ້າງ ມາຣາຊະ​ວັງ ​ແມ່ນສະຖາ​ນທີ່ ຫໍຄຳ​ດຽວ ນີ້.
  • ສະຖາປັດຕະຍະກຳ : ​ໃນເມື່ອ​ກ່ອນນັ້ນບໍ່​ທັນມີ​ຄັນ​ຄູນ້ຳຂອງ​ຈຶ່ງ​ຖ້ວມ​ເມືອງ​ວຽງ​ຈັນ​ເລື້ອຍໆເປັ​ນໄລຍະ 20 ຫາ 50 ປີ ສະນັ້ນ ​ເຮືອນ ​ຂອງ​ຊາວ​ວຽງ​ ຈັນ ​ຈຶ່ງ​ແມ່ນ​ເຮືອ​ນທີ່​ມີ​ກ້ອງ​ລ່າງ​ສູງກ່ວາ​ແຫ່ງ​ອື່ນໆ​ເພື່ອ​ອາ​ໄສ​ຢູ່ໃນເວລາ​ນ້ຳຖ້ວມ, ​ເປັນເຮືອນຫຼັງບໍ່ໃຫຍ່​ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ​ໃຊ້ເພື່ອມ້ຽນເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ​ເປັນ ​ຄອກ​ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່).ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກພ້າວ, ກົກໝາກ, ເຄືອພູ ແລະ ມີສວນຄົວອີກ.
  • ເຄື່ອງ​ໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່​ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ​ເຮັດດ້ວຍ ເຫຼັກກ້າ.
  • ອຸປະກອກໍ່ສ້າງ​ເຮືອ​ຊານນັ້ນ : ຈະ​ເລີ່​ມຈາກໄມ້ປ່ອງ, ຫຍ້າຄາ​ໄປ​ຫາ​ໄມ້​ເນື້ອ​ແຂງ, ​ແລ້ວ​ດິ​ນເຜົາ (ດິນຈີ່ ດິນຂໍ).ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ)ຊຶ່ງເຫັນຢູ່ຕາມພື້ນວັດ​ ແລະ ທາດເກົ່າ: ວັດສີເມືອງ, ວັດ​ອິນແປງ, ວັດ​ໜອງ​ບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ​ແລະຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).
  • ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ.ສ່ວ​ນສິ​ລະ​ປະ​ຂອງ​ຄົນ ລາວນັ້ນ​ແມ່ນ ການຄວັດ ລາຍໃສ່ໄມ້​, ຫຼໍ່​ພະ, ຄ້ອງ, ​ລະຄັງ ດ້ວຍ​ທອງ, ເຮັດ​ເຄື່ອງ​ເອ້ຍ້ອງ ​​ແລະ ເຄື່ອງ​ໃຊ້​ສອຍ ດ້ວຍທອງສຳລິດ​ແລະ ​ດິນເຜົາ​, ແຕ້ມຮູ​ບ​ສີ ໃສ່​ ຝາ​ວັດ ແລະ ໃຊ້ນ້ຳກ້ຽງເປັນສີທາ​ພື້ນ.
  • ການຂົນສົ່ງ: ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ​ສົ່ງ ທາງບົກ ແມ່ນ ໃຊ້​ເສັ້ນທາງຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ​ໄປຫາກັນ ເປັນທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.
  • ພົລະເມືອງ: ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່​ໃນ ​ເມືອງ​ຈັນທະ​ບູລີ.

ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ

ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”.ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື:ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ.
ໄລຍະ 333 ປີ ຂອງ​ອານາຈັກ​ລ້ານ​ຊ້າງ​ເອກະລາດເອກະ​ພາບ :
ພາຍຫລັງ​ທີ່​ຍ້າຍ​ຣາຊະທານີ​ມາ​ຕັ້ງ​ຢູ່​ວຽງ​ຈັນ (1560) ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ພາລະກິດ​ຂອງ​ເຈົ້າຟ້າ​ງຸຸ່ມ​ເພື່​ອ​ສ້າງ​ຄວາມສາມັກຄີ ​ແລະ ສະຕິ​ເປັນ​ເອກະ​ພາບ​ຂອງ​ຊາດ ໂດຍ​ສ້າງ​ກິດຈະກຳ​ຕ່າງໆ​ຄື:

  • ສ້າງ​ທາດຫລວງ​ກວມ​ເອົາ​ທາດ​ອົງ​ເກົ່າ, ສ້າງ​ວັດ​ວາ​ອາ​ຮາມ​ໃໝ່​ຫລາຍ​ບ່ອນ, ເອົາ​ສາສະໜາ​ພຸດ​ເປັນໃຈ​ກາງ​ໃນ​ການ​ສ້າງ​ສະຕິຊາດ​ເປັນ​ເອກະ​ພາບ.
  • ສ້າງ​ລາຊະ​ວັງ​ໃໝ່​ເພື່​ອ​ເສີມ​ປາລະມີ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ປະຊາຊົນ.
  • ​ໄດ້​ປະຕິບັດ​ນະໂຍບາຍ ສັນຕິພາບ ​ແລະ ມິດຕະພາບກັບ​ປະເທດ​ໃກ້​ຄຽງ​ເປັນຕົ້ນ​ແມ່ນ​ກັບ​ອະ​ຍຸດ​ທະ​ຍາ​ໂດຍ​ໄດ້​ຮ່ວມ​ກັນ​ສ້າງ​ທາດ​ສີ​ສອງ​ຮັກ ຢູ່ເມືອງ​ດ່ານ​ຊ້າຍ​ແຂວງ​ເລີຍ​ຂອງ​ໄທ ​ໃນ​ປະຈຸ​ບັນ (​ແຕ່​ກ່ອນ​ເປັນ​ດິນ​ຂອງ​ລາວ ), ​ເພື່ອ​ເປັນ​ສັນຍະ​ລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕໍ່​ກັນ ​ແນໃສ່ຕ້ານສັດຕູ​ຮ່ວມ​ກັນ​ຄື ພະມ້າ​ທີ່​ພວມ​ແຜ່​ອຳນາດ​ເຂົ້າ​ສູ່​ລ້ານ​ຊ້າງ ​ແລະອະ​ຍຸດ​ທະ​ຍາ​ໃນ​ເວລາ​ນັ້ນ.
  • ໄດ້​ນຳພາ​ປະຊາຊົນ​ຕ້ານ​ການ​ລ່ວງ​ລ້ຳ​ດິນແດນ ຂອງ​ພະມ້າ​ສອງ​ຄັ້ງ​ເຊິ່ງ​ທັງ​ສອງ​ຄັ້ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ.ພ້ອມ​ກັນ​ນັ້ນ​ເຈົ້າ​ໄຊ​ຍະ​ເສດ​ຖາທິ​ລາດ ຍັງ​ໄດ້​ນຳ​ທັບ​ໄປ​ຕີ​ພະມ້າທີ່​ເຂົ້າ​ມາຕີ​ອະ​ຍຸດ​ທະ​ຍາ ( ​ໄທ ) ຢູ່​ເມືອງ​ພິດ​ສະ​ນຸ​ໂລກ.
  • ໄດ້​ນຳ​ກຳລັງ​ລົງ​ໄປ​ປາບ​ຂະ​ບວນ​ການ​ລຸກ​ຮື ຂຶ້ນ​ຂອງ​ຊາວນາ​ຢູ່​ພາກ​ໃຕ້​ລາວ (ແຂວງ​ອັດ​ຕະ​ປື ) ​ແລະ ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ.ຈົນ​ເຖິງ​ປັດຈຸ​ບັນ ​ການເສຍ​ຊີວິດ​ຂອງ​ເພີ່ນ​ກໍ​ຍັງ​ເປັນ​ປິດສະໜາ​ຢູ່.

ວິລະ​ກຳ​ຂອງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ມູນເຊື້ອຂອງ​ຊາດ: “ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ​ແລະ ສະຕິຊາດເອກະ​ພາບ ”, ພະ​ອົງ​ເປັນ​ກະສັດ​ລາວ​ອົງ​ໜຶ່ງ​ທີ່​ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ກ້າຫານ​ນຳພາ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະເທດ​ຊາດ, ​ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງໃຫ້​ແກ່​ຄົນ​ລາວ​ຮຸ່ນ​ປັດຈຸ​ບັນ​ໄດ້​ສືບ​ທອດ ​ແລະ ຮ່ຳຮຽນ​ເອົາ​ເຊັ່ນ:

  • ການ​ສ້າງ​ສຳພັນ​ທະ​ໄມຕີ​ກັບ​ປະເທດ​ໃກ້​ຄຽງ ທີ່​ມີ​ສັດຕູ​ໂຕ​ດຽວ​ກັນ​ເພື່ອ​ສະແດງ​ເຈດ​ຈຳນົງ​ເປັນ​ມິດ​ກັບ​ ເພື່ອນບ້ານ​ໃກ້ຄຽງ.
  • ການ​ປັບປຸງ​ບໍລິຫານ​ປະເທດ​ຊາດ​ບ້ານ​ເມືອງ.
  • ການ​ນຳພາ​ສ້າງ​ເສດຖະກິດ ​ແລະ ວັດທະນະທຳ ( ດ້ານ​ວັດຖຸ ​ແລະ ດ້ານ​ຈິດໃຈ ).
  • ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ດ້ວຍ​ວິທີ​ເຮັດ​ສົງຄາມ​ປະຊາຊົນ ( ຕີ​ກັບ​ສັກ​ດີ​ນາ​ພະມ້າ ).
  • ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ.

ພາຍຫລັງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ສິ້ນ​ພະ​ຊົນ, ​ອານາຈັກ​ລ້ານ​ຊ້າງ​ເກີດ​ຄວາມ​ສັບສົນພວກ​ຂຸນ​ນາງ​ຍາດ​ຊີງ​ກັນ​​LSWinErrຂຶ້LSWinErrນ​ກຳ​ອຳນາດ, ຄວາມ​ສາມັກຄີພາຍ​ໃນ​ຖືກ​ແຕກ​ແຍກ ແລະ ມີ​ການ​ປ່ຽນແປງ​ຜູ້​ນຳ​​ຂຶ້ນ​ປົກຄອງ​ຢູ່​ເລື້ອຍໆ​ເຮັດ​ໃຫ້​ພາຍ​ໃນ​ບໍ່​ມີ​ກຳລັງ​ແຮງ​ເປັນ​ເຫດ​ໃຫ້​ພະມ້າ​ຍົກ​ທັບ​ເຂົ້າ​ມາຕີ​ລາວ ເປັນ​ຄັ້ງ​ທີ 3 ​ແລະ​ໃນ​ທີ່​ສຸດ​ລາວ​ກໍ່​ຕົກ​ເປັນ​ເມືອງ​ສ່ວຍ​ຂອງ​ພະມ້າ​ເປັນ​ເວລາ 24 ປີ.​ເຊິ່ງ​ເປັນ​ສະໄໝ​ທີ່​ອານາຈັກ​ລ້ານ​ຊ້າງ​ຕົກ​ສູ່​ຄວາມ​ມືດ​ມົນ ​ແລະຫງ່ວມເຫງົາ.ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ ນະຄອນຫຼວງ​ວຽງ​ຈັນມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”.ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື:ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ.

ນະຄອນວຽງຈັນສະໄໝເຈົ້າສຸລິຍະວົງສາ

ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.
ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ.ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ ໃຊ້​ໄດ້​ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ.ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.
ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

   ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນ ດີງາມທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ວັດທະ ນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

​ ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ​ຕາມ​ລະບອບ​ຣາຊະ​ທາຍາດ (ພໍ່ຕາ​ຍລູກຂຶ້ນ​ແທນ)ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ.ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ຖືກ​ແບ່ງ​ອອກ​ເປັນ​ 3 ອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກລ້ານຊ້າງຫລວງ​ພະ​ບາງ ​ແລະ ອານາລ້ານຊ້າງຈັກ​ຈຳປາ​ສັກ.

ບັນດາເມືອງ

  1. ເມືອງຈັນທະບູລີ (1-01)
  2. ເມືອງຫາດຊາຍຟອງ (1-07)
  3. ເມືອງປາກງື່ມ (1-09)
  4. ເມືອງນາຊາຍທອງ (1-05)
  5. ເມືອງສັງທອງ (1-08)
  6. ເມືອງສີໂຄດຕະບອງ (1-02)
  7. ເມືອງສີສັດຕະນາກ (1-04)
  8. ເມືອງໄຊເສດຖາ (1-03)
  9. ເມືອງໄຊທານີ (1-06)

ສະຖານທີ່ທ່ອງທ່ຽວ

  • ປະຕູໄຊ
  • ວັດຊຽງຄວານ
  • ຫໍພະແກ້ວ
  • ວັດສີສະເກດ
  • ວັດອົງຕື້
  • ທາດຫຼວງວຽງຈັນ
  • ວັດສີເມືອງ
  • ທາດດຳ
  • ຕາດຫ້ວຍຊາຍຂາວ
  • ນ້ຳພຸ
  • ຫໍພິພິດທະພັນແຫ່ງຊາດ
  • ລາວໄອເຕັກ
  • ຕະຫຼາດເຊົ້າມໍ
  • ຫໍພິພິດທະພັນ ປະທານ ໄກສອນ ພົມວິຫານ
  • ສວນເຈົ້າອະນຸວົງ
  • ຂົວມິດຕະພາບລາວ-ໄທ ແຫ່ງທີ 1
  • ຕາດມູນ
  • ນ້ຳຕົກຕາດຊອນ ແດນຫົງພູສູງ
  • ວັດພຣະບາດດານສູງ
  • ສ່ວນພູໄທທີລະ


ແຫຼ່ງທີ່ມາ: https://vientianecity.gov.la