ທ່າຝຮັ່ງ ວັງສີຂາມ

ຈາກ Laopedia

ສະ​ຖານ​ທີ່​ພັກ​ຜ່ອນ ທ່າ​ຝ​ຣັ່ງ​ວັງ​ສີ​ຄາມ ເມືອງທ່າແຂກ ແຂວງຄຳມ່ວນ ​ງົດ​ງາມ​ສົມ​ຄຳ​ສາ​ລື “ທ່າຝຣັ່ງ” ແມ່ນເອີ້ນຕາມຊາວ ບ້ານມາແຕ່ສະໄໝຝຣັ່ງມາ ປົກຄອງລາວເພາະວັງນໍ້າ ແຫ່ງນີ້ພວກຝຣັ່ງມັກພາຄອບຄົວໄປຜັກຜ່ອນ ແລະ ອາບນໍ້າ ໃນບໍລິເວນນີ້ , ມັນເປັນວັງນໍ້າ ເລິກ, ບາງບ່ອນກໍມີກ້ອນຫີນ ພົ້ນຈາກໜ້ານໍ້າທີ່ມີສີຟ້ານັ້ນມາໃຫ້ພວກເຮົາໄດ້ເຫັນ .

ຮູບ:329105756 1611106366003777 411260574296490338 n.jpg

ທ່າຝຣັ່ງ ໄດ້ກາຍເປັນສະຖານທີ່ສໍາລັບພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກໍາຕ່າງໆ ເຊັ່ນ: ກິນເຂົ້າປ່າ, ລອຍຫຼິ້ນນໍ້າ ຂອງປະຊາຊົນຊາວ ເມືອງ ທ່າແຂກໂດຍສະເພາະ ແມ່ນມື້ພັກເສົາ – ອາທິດ ແລະ ງານເທສະການ ຕ່າງໆເຊັ່ນ: ບຸນປີໃໝ່ ລາວ ແລະ ອື່ນໆ ເຊິງ​ມີ​ຄວາມ​ສວຍ​ງາມ​ວິວ​ທຳ​ມະ​ຊາດ​ທີ່​ໜ້າ​ປະ​ປັບ​ໃຈ​ຫລາຍ. “ທ່າຝຣັ່ງ” ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກຕັ້ງຢູ່ ບ້ານທອກ, ເມືອງທ່າແຂກ, ແຂວງຄຳມ່ວນ, ຫ່າງຈາກເທດສະບານແຂວງ ຄຳມ່ວນ ພຽງ 10 ກິໂລແມັດຕາມເສັ້ນທາງເລກທີ່ 12A. ເຊິ່ງໄດ້ເປີດໃຫ້ບໍລິການເຂົ້າທ່ຽວຊົມໃນທ້າຍປີ 2018,

ຮູບ:329162622 8733932806677811 3463437814794253639 n.jpg

ຍ້ອນເປັນສາຍນ້ຳທີ່ໄຫຼຜ່ານຮ່ອມພູຫີນປູນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໄດ້ແກ່: “ຂຸນໂດນ” ຈຶ່ງເຮັດໃຫ້ນໍ້າມີຄວາມເຢັນ ແລະມີສີຟ້າເປັນສາຍນ້ຳທີ່ຍາວ 20 ກວ່າກິໂລແມັດ ພ້ອມທັງມີຜາຫີນຕັ້ງຄູ່ຂະໜານກັນທັງສອງຟາກຝັ່ງຕັ້ງແຕ່ຈຸດຕົ້ນນ້ຳຈົນສຸດສາຍ, ເຊິ່ງຖືວ່າເປັນມົນສະເໜ່ພິເສດ, ເຮັດໃຫ້ ທ່າຝຣັ່ງ ແຫ່ງນີ້ສາມາດດຶງດູດຄວາມສົນໃຈນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມແບບບໍ່ຂາດສາຍ.

ພ້ອມດຽວກັນນີ້ ນັກທ່ອງທ່ຽວກໍສາມາດເລືອກກິດຈະກຳໄດ້ຫຼາຍຢ່າງ ບໍ່ວ່າຈະເປັນ: ການລ່ອງເຮືອກາຍັກຊົມຄວາມງາມຂອງທຳມະຊາດສາຍນ້ຳສອງຟາກຝັ່ງ, ຂີ່ກົງເບັງ, ລອຍນໍ້າ, ຍ່າງຊົມທໍາມະຊາດ ແລະກິນເຂົ້າປ່າ.

ນອກຈາກນີ້ ຍັງມີຕູບໃຫ້ນັກທ່ອງທ່ຽວໄດ້ນັ່ງພັກຜ່ອນ, ມີບໍລິການອາຫານ ແລະເຄື່ອງດື່ມຕ່າງໆ. ໂດຍສະເພາະໃນໄວໆນີ້ກໍຈະມີກິດຈະກຳຂີ່ສະລິງ ແລະມີບັງກາໂລເພື່ອໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນແບບຂ້າມຄືນ ທັງເປັນການອຳນວຍຄວາມສະດວກໃຫ້ຫຼາຍຂຶ້ນຕື່ມອີກ.

ພິເສດ, ການເຂົ້າຊົມນັກທ່ອງທ່ຽວຈະບໍ່ໄດ້ເສຍຄ່າຜ່ານປະຕູ ແລະຈະມີພຽງການເກັບຄ່າບໍລິການກິດຈະກຳເທົ່ານັ້ນ ເຊັ່ນ: ລ່ອງເຮືອກາຍັກ 60,000 ກີບ/ຄົນ, ຂີ່ກົງເບັງແມ່ນ 20,000 ກີບ/ຄົນ.

ຖ້າທ່ານເບື່ອໜ່າຍຄວາມວຸ່ນວາຍ ແລະ ແອອັດໃນເມືອງໃຫຍ່ທ່າ​ຝ​ຣັ່ງ​ກໍ່​ເປັນ​ອີກ​ຄຳ​ຕອບ​ໜື່ງ​ສຳ​ລັບ​ການ​ພັກ​ຜ່ອນ ທ່ານ​ສາ​ມາດ ໄປລ່ອງເຮືອ, ລອຍນ້ຳ ແລະ ຊົມທຳມະຊາດໄດ້​ຢ່າງສະບາຍໃຈ.