ທ່ານ ສີສະຫວາດ ແກ້ວບຸນພັນ

ຈາກ Laopedia
ຮູບ:ສີສະຫວາດ ແກ້ວບຸນພັນ.png

ທ່ານ ອຳຄາ ( ສີສະຫວາດ ) ເກີດວັນທີ1 ພຶດສະພາ ປີ 1928 ທີ່ບ້ານ ຫ້ວຍກະລຶມ, ຕາແສງເມືອງປົວ, ເມືອງ ຊຳເຫນືອ ແຂວງ ຫົວພັນ. ທ່ານ ອຳຄາ ມີເອື້ອຍນ້ອງຮ່ວມກັນ 3 ຄົນ, ໃນຊິວິດຕອນຍັງເປັນເດັກນ້ອຍ ທ່ານ ອຳຄາ ກໍຄືເດັກນ້ອຍທົ່ວໄປຂອງບ້ານນອກ. ທ່ານ ອຳຄາ ໄດ້ກຳເນີດໃນຄອບຄົວທີ່ທຸກຍາກ ເປັນຊາວໄຮນາ, ຫາປູຫາປາຕາມຫ້ວຍ, ຮ່ອງ, ຄອງບຶງ. ເມື່ອເພິ່ນມີອາຍຸ 14 ປີ ແມ່ຂອງເພິ່ນກໍໄດ້ເສຍຊີວິດຈາກເພິ່ນໄປ, ສ່ວນພໍ່ຂອງເພິ່ນກໍ່ໄດ້ໄປເປັນກຸລີຮັບຈ້າງໃຫ້ຝຣັງ. ໄດ້ປະໃຫ້ເພິ່ນຢູ່ກັບນ້າບ່າວ ທີ່ເມືອງ ປົວ ຕໍ່ມາພໍ່ຂອງເພິ່ນກໍໄດ້ເສຍຊີວິດໄປຍ້ອນໂລກລະບາດ.

ຢູ່ຕໍ່ມາຍ້ອນຄວາມທຸກຍາກຂອງຄອບຄົວ, ນ້າບ່າວທິດອ່ອນເຊິ່ງເປັນນ້ອງຊາຍຂອງແມ່ເພິ່ນ, ໄດ້ສົ່ງເພິ່ນເຂົ້າບວດເປັນຈົວຢູ່ວັດເມືອງປົວ, ເຮັດໃຫ້ເພິ່ນມີໂອກາດໄດ້ສຶກສາທຳມະຮຽນຮູ້ທາງພຸດທະສາດສະຫນາ, ໃນເວລາພຽງ 3 ເດືອນທີ່ ທ່ານ ອຳຄາ ໄດ້ໃຊ້ຊີວິດເປັນນັກບວດ ທ່ານ ອຳຄາ ເປັນຄົນອົດທົນດຸຫມັນໃນແຕລະແລງຈົວ ອຳຄາ ມັກມານັ່ງງອຍຢູ່ກຳແພງວັດແລ້ວເຫຼົ່າບົດຮຽນ, ບົດສູດ, ບົດເທດ, ອອກມາດັງໆ. ຈົນອາຈານໃຫຍ່ທີ່ນັ່ງຢູ່ໃນກຸດຕິແນມເບິ່ງແລ້ວຍິ້ມຫົວ ດ້ວຍຄວາມພໍໃຈ. ເມື່ຶອທ່ານສິກອອກມາແລ້ວໄດໃສ່ຊື່ວ່າ: ຊຽງອຳຄາ.

ໃນປີ 1945 ທ່ານ ຊຽງອຳຄາ ມີອາຍຸໄດ້ 17 ປີ. ທ່ານໄດ້ເຂົ້າໄປເປັນທະຫານ ວຽກທຳອິດຂອງທ່ານ ຊຽງອຳຄາ ກໍຄື: ໄດ້ເປັນອ້າຍລ້ຽງປະຈຳກອງຮ້ອຍ. ໃນເວລາເຄື່ອນກຳລັງກໍ່ໄດ້ຕິດຕາຂະບວນໄປນຳທຸກບ່ອນເຊິ່ງຕໍ່ມາໄດ້ຮັບມອບຫມາຍໃຫ້ເປັນຄົນໃກ້ຊິດຫົວຫນ້າ. ໃນເວລານັ້ນກອງຮ້ອຍທີ່ສັງກັດຢູ່ມີຫນາທີ່ເຄື່ອນໄຫວຢູ່ຂອບເຂດບ້ານ ນາຮາມ, ຕາແສງເມືອງ ພູນ, ເມືອງ ໂສຍ. ຕໍ່ມາທ່ານ ຊຽງອຳຄາ ໄດ້ສືບຕໍ່ຮຽນຫນັງສື, ຮຽນເລກ, ຮຽນຫນັງສືຫວຽດນາມນຳສະຫາຍອາສາສະຫມັກຫວຽດນາມນຳອີກ. ນອກຈາກນັ້ນຍັງໄດຮຽນສີລະປະໃນການຕໍ່ສູ້ຈົນສາມາດສອບເສັງໄດ້ທີ1.

- ໃນປີ 1947 ທ່ານ ຊຽງອຳຄາ ໄດ້ຮັບໃບຍ້ອງຍໍຈາກກອງພັນໃຫຍ່ 52. ປີ 1948 ທ່ານໄດ້ຮັບນາມມະຍົດຈາກເພື່ອນສະຫາຍວ່າ: “ ທ່ານ ຊຽງອຳຄາ ຜູ້ກ້າຫານ ”.

ຫຼັງຈາກນັ້ນກໍໄດ້ເດີນທາງໄປພົບທ່ານ ໄກສອນ ພົມວິຫານ ໂດຍໃນຄະນະທີ່ຖືກຄັດເລືອກໄປ ແລະ ຖືກເປັນບຸກຄົນໃນນັ້ນມີທ່ານ ຊຽງອຳຄາ, ທານ ຄຳພັນ, ທ່ານ ແຢວ. ໃນເວລາຈະອອກເດີນທາງແມ່ນລຸງ ມາ ໄຂຄຳພີທູນ ເປັນຫົວຫນ້າຂອງທ່ານທັງ 3 ຄົນເພື່ອເດີນທາງໄປພົບທ່ານ ໄກສອນ ພົມວິຫານ. ໃນການເດີນທາງແມ່ນເລີ່ມຈາກເກີມທຸຍ, ເມືອງ ກາຍຢາ, ແຂວງ ແທງຮາວ. ໄປຫາແຂວງ ຮາດົງ, ແຂວງ ເຊີນໄຕ. ແລ້ວຮອດຕົວເມືອງ ແຖ້ງກູ ບ່ອນທ່ານ ໄກສອນ ຢູ່ ໃຊ້ເວລາເດີນທາງເປັນເວລາ 10 ວັນ.

ຫຼັງຈາກນັ້ນລຸງ ມາ ໄຂຄຳພິທູນ ກໍໄດ້ເດີນທາງກັບໄປກົມກອງເກົາ ປະໃຫທັງ 3 ຄົນຢູ່ກັບທ່ານ ໄກສອນ ພົມວິຫານ ເພື່ອຈຸດປະສົງຮຳຮຽນທິດສະດີການເມືອງ ຫຼື ທິດສະດີມາກ-ເລນີນ ເພື່ອທີ່ຈະໄດ້ເອົາມານຳໃຊ້ນຳພາປວງຊົນລາວທັງຊາດຕໍ່ສູ້ກູ້ຊາດຕໍ່ໄປ. ຫຼັງຈາກໄດ້ຮຳຮຽນການເມືອງເປັນເວລາ 3 ເດືອນນຳທ່ານ ໄກສອນ ພົມວິຫານ ຍ້ອນຄວາມສະນິດສະຫນົມຄວາມຮັກແພງຂອງພວກເພີ່ນຈຶ່ງໃຫ້ປ່ຽນຊື່ຈາກ “ ຊຽງອຳຄາ ” ມາເປັນ “ ສີສະຫວາດ ” ເພາະທ່ານ ໄກສອນ ພົມວິຫານ ເຫັນວ່າເປັນຄົນສະຫຼາດຫຼັກແຫຼມວ່ອງໄວ. ສວນທ່ານ ແຢ້ວ ເພີ່ກໍ່ ປ່ຽນຊື່ເປັນ ຄຳມູນ.

- ໃນກາງປີ 1948 ທ່ານນາງ ຄຳຫຼ້າ ໄດ້ໄປເຮັດໄຮຢູ່ເທີງພູ ແລ້ວໄດ້ພົບກັບພະນັກງານຂົນຂວາຍທາງລັບຂອງກອງຕະລຸມບອນພາກເຫນືອ. ເຊິ່ງນໍາໂດຍທ່ານ ໄກສອນ ພົມວິຫານ ພວກເຂົາເຈົ້າໄດ້ ຊີ້ໃຫ້ເຫັນເຖີງຄວາມທຸກຍາກລໍາບາກຂອງປະຊາຊົນບັນດາເຜົ່າ. ໂດຍສະເພາະແມ່ນແມ່ຍີງທີ່ຖືກກົດຂີ່ຂູດຮີດຈາກພວກຈັກກະພັດ ແລະ ລູກແຫຼ້ງຕີນມື. ດັງນັ້ນ ທ່ານນາງ ຄຳຫຼ້າ ຈຶ່ງໄດ້ຕັດສີນໃເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ ແຕ່ນັ້ນເປັນຕົ້ນມາວຽກທຳອິດທີ່ທ່ານນາງ ຄໍາຫຼ້າ ໄດ້ຮັບແມ່ນການເປັນພະນັກງານສືບຂ່າວ ແລະ ຂົນຂວາຍທາງລັບ. ທ່ານນາງ ຄໍາຫຼ້າ ໄດ້ຖືກແຕ່ງຕັ້ງໃຫ້ເຮັດຫນ້າທີ່ສືບຂ່າວປົດທະຫານຝຮັງຢູ່ຊຽງຄໍ້ຫຼັງຈາກກໍາສະພາບໄດລະອຽດແລ້ວທ່ານນາງຄໍາຫຼ້າ ໄດໄປລາງານໃຫ້ ທ່ານ ໄກສອນ ພົມວິຫານ ເຊິ່ງທ່ານກໍໄດວາງແຜນບຸກຕີຢຶດປົດທະຫານຝຮັງຢູ່ຊຽງຄໍ, ນໍາເອົາທະຫານລາວ ແລະ ຢຶດອາວຸດຈຳນວນຫນຶ່ງຂຶ້ນໄປຖໍ້າແມ. ເພື່ອຈັດຕັ້ງກອງຮ້ອຍລາດຊະວົງໃນວັນທີ 20 ມັງກອນ ປີ 1949.

- ໃນວັນທີ 20 ມັງກອນ ປີ 1949 ໄດ້ສ້າງຕັ້ງກອງຮ້ອຍລາດຊະວົງຂຶ້ນ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຫົວຫນ້າຊີ້ນຳລວມ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວຫນ້າການເມືອກອງຮ້ອຍ, ຫຼັງຈາກສ້າງຕັ້ງກອງຮ້ອຍລາດຊະວົງແລ້ວ ກໍໄດ້ນໍາພາກອງຮ້ອຍໄປຮໍາຮຽນທີ່ຫວຽດນາມເພຶ່ອເຝິກແອບວິຊາການທະຫານ ແລະ ການເມືອງ.

- ໃນວັນທີ 13-15 ສິງຫາ ປີ 1950 ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ເຂົ້າຮວ່ມກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ.

- ໃນຕົ້ນປີ 1954 ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ໄປຮຽນການເມືອງຢູ່ໂຮງຮຽນ ຫວຽດປັກຖ່າຍຫງຽນ ປະເທດຫວຽດນາມ.

- ປີ 1954 ທ່ານໄດ້ໄປຮຽນການເມືງຢູ່ຮ່າໂນ້ຍ ປະເທດຫວຽດນາມ.

- ວັນທີ 22 / 3 / 1955 ທ່ານໄດ້ເຂົ້າຮວ່ມກອງປະຊຸມສ້າງຕັ້ງພັກປະຊາຊົນລາວ.

- ໃນປີ 1956 ທ່ານນາງ ຄໍາຫຼ້າ ໄດ້ເຂົ້າຮ່ວມກອງປະຊຸມແນວລາວຮັກຊາດຄັ້ງທໍາອິດ.

- ທ່ານ ສີສະຫວາດ ແກ້ວບຸນພັນ ແລະ ທ່ານນາງ ຄໍາຫຼ້າ ໄດຕົກລົງປົງໃຈກັນແລ້ວ ກໍ່ໄດ້ສະເຫນີຂໍແຕ່ງງານນໍາການຈັດຕັ້ງ. ຫຼັງຈາກໄດຮັບອະນຍາດຈາກການຈັດຕັ້ງໃນເດືອນ ມິຖຸນາ ປີ 1956 ເມື່ອພວກ ທ່ານທັງສອງຍາດໄດ້ໂອກາດກໍໄດ້ພາກັນຄອບລາການຈັດຕັ້ງ ເພື່ອເມື່ອແຕ່ງງານຢູ່ບ້ານ ຊຽງຄໍ. ເມືອງ ຊຽງຄໍ. ແຂວງ ຫົວພັນ. ຕິດຕາມພວກທ່ານໄປມີທ່ານ ທອງຄູນ ຕາງຫນ້າການຈັດຕັ້ງ ແລະ ທ່ານ ທອງດໍາ ປອງກັນຕິດຕາມໄປ. ຫຼັງຈາກແຕ່ງງານກັນແລ້ວພວກທ່ານກໍໍ່ມີລູກນໍາກັນ 4 ຄົນຄື: ທ່ານນາງ ຊາສີວັດ ແກ້ວບຸນພັນ, ທ່ານ ດຣ ນາງ ອີນລາວັນ ແກ້ວບຸນພັນ, ທ່ານ ດຣ ນາງ ຂັນລາສີແກ້ວບຸນພັນ ແລະ ທ່ານນາງ ພອນສີດາ ແກ້ວບຸນພັນ.

- ໃນປີ 1959 ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ເຂົ້າຮວ່ມກອງປະຊຸມເປີດກວ້າງຂອງຄະນະພັກການທະຫານສູນກາງ, ວາງແນວທາງຕໍຕ້ານຈັກກະພັດອາເມລິກາ.

- ປີ 1960 – 1972 ທ່ານໄດ້ເປັນຄະນະພັກການທະຫານສູນກາງ.

- ປີ 1964 ທ່ານໄດ້ເຂົ້າຮວ່ມກອງປະຊຸມແນວລາວຮັກຊາດ.

- ປີ 1969 ທ່ານໄດ້ເຂົ້າຮວ່ມກອງປະຊຸມນັກຮົບແຂ່ງຂັນທົ່ວປະເທດ, ຫຼັງຈາກນັ້ນໄດ້ເດີນທາງໄປຢ້ຽມຢາມສາທາລະນະລັດປະຊາຊົນຈີນ.

- ໃນວັນທີ3 ກຸມພາ ປີ 1972 ທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ພັກຄັ້ງທີII ໃນກອງປະຊຸມໃຫຍ່ ຄັ້ງນີ້ໄດ້ປ່ຽນຊື່ “ ພັກປະຊາຊົນລາວ ” ມາເປັນ “ ພັກປະຊາຊົນປະຕິວັດລາວ ”.

- ປີ 1972 – 1976 ທ່ານໄດ້ເປັນຄະນະພັກຮາກຖານການທະຫານສູນກາງ.

- ປີ 1979 ທ່ານໄດ້ເຂົ້າຮວ່ມກອງປະຊຸມນັກຮົບແຂ່ງຂັນ.

- ປີ 1976 – 1987 ທ່ານໄດ້ເປັນຄະນະພັກການທະຫານສູນກາງ.

- ໃນວັນທີ29 / 11 / 1980 ທ່ານໄດ້ປະດັບຊັ້ນພົນເອກ.

- ປີ 1982 ທ່ານໄດ້ເຂົ້າຮວ່ມກອງປະຊຸມຄະນະພັກການທະຫານສູນກາງ.

ແຫຼ່ງທີ່ມາ https://www.mod.gov.la/Hrkhamtaysiphandon.php