ທ່ານ ດວງໃຈ ພິຈິດ

ຈາກ Laopedia
ຮູບ:ດວງໃຈ ພິຈິດ.png

ທ່ານ ດວງໃຈ ພິຈິດ ກ ໍາເນີດທີ່ ບ້ານຊາຍ, ເມືອງໄຊເສດຖາ, ແຂວງອັດຕະປື, ໃນວັນທີ 5 ເດືອນ 4 ປີ 1946 ເປັນບຸດຊາຍຂອງ ທ່ານ ສີທັດ ແລະ ນາງ ແຕງອ່ອນ ມີອ້າຍເອື້ອຍນ້ອງຮ່ວມອຸທອນນໍາກ ັນ 5 ຄົນ ຊາຍ 4 ຄົນ, ຍິງ 1 ຄົນ.

  • ໄດເຂົ້າຮ່ວມກ ັບຂະບວນການຕໍ່ສູ້ຂອງແຂວງອັດຕະປື ໃນວັນທີ 12/10/1962.
  • ປີ 1963 ເຂົ້າເປັນທະຫານ ກອງທັບປົດປ່ອຍປະຊາຊົນລາວ.
  • ປີ 1964 ເປັນນັກຮົບສັງກັດຢູ່ກອງພັນນ້ອຍ 705.
  • ປີ 1969 ໄດ້ຖືກແຕ່ງຕັ້ງໄປຮຽນຕີພິເສດ ຢູ່ ສສ ຫວຽດນາມ.
  • ປີ 1970 ໄດ້ຮັບແຕ່ງຕັ້ງເປັນຫົວຫນ້າຫນວດ ທັງເປັນກໍາມະການພັກກອງຮ້ອຍ 3, ກອງພັນ 705.
  • ປີ 1973 ເປັນຮອງເລຂາຫນ່ວຍພັກກອງຮ້ອຍ 3.
  • ປີ 1976 ເປັນເລຂາຫນ່ວຍພັກກອງຮ້ອຍ 3 ແລະໄດ້ນໍາພາກົມກອງຕີຕ້ານ ການບຸກຕີບຽດຍຶດ ຂອງທະຫານປະຕິການຂວາຈັດໄທ.
  • ປີ 1977 ໄດ້ຮັບແຕ່ງຕັ້ງເປັນຮອງກອງພັນ 705.
  • ປີ 1981 ແຕ່ງຕັ້ງເປັນເສນາທິການກອງພັນໃຫຍ່ 23 ຂື້ນກັບກອງພົນທີ 2.
  • ປີ 1982-1984 ໄປສຶກສາຮຳຮຽນ ຢູ່ສະຫະພາບໂຊຫວຽດ.

ຊີວິດການເຄື່ອນໄຫວສະໝໍລະພູມເລືອດລະດູແລງປີ 1972 ເຖີງ 1973, ກອງພັນນ້ອຍ 705ກອງທັບປົດປ່ອຍປະຊາຊົນລາວ ໄດ້ຮັບຫນ້າທີ່ ປະສານສົມທົບ ກັບກອງກໍາລັງກອງພັນທີ 2, ກໍາລັງເປັນກາງຮັກຊາດ ແລະ ອາສາສະຫມັກຫວຽດນາມ ເປີດບັ້ນໂຈມຕີສັດຕູປົດປ່ອຍສາລາພູຄູນ, ກາສີ, ວັງວຽງ ຕັດເສັ້ນທາງເລກທີ 13 ເຫນືອ ( ວຽງຈັນ-ຫຼວງພະບາງ ) ເພື່ອກຽມເຂົ້າຍຶດອໍານາດ ຢູ່ນະຄອນຫຼວງວຽງຈັນ. ໃນບັ້ນຮົບຄັ້ງສໍາຄັນນີ້ທ່ານ ດວງໃຈ ພິຈິດ ພ້ອມກັບອ້າຍນ້ອງໃນກົມກອງ ໄດ້ສູ້ຮົບກັບສັດຕູແກ່ຍາວເຖີງ 30 ວັນຄືນ ແລະໄດ້ສູ້ຮົບເຖີງ 18 ຄັ້ງ ຢ່າງດຸເດືອດຂຽວຂາດເອົາເປັນເອົາຕາຍ

ແຫຼ່ງທີ່ມາ: https://www.mod.gov.la/Hrduangchayphichith.php