ທ່ານ ຄໍາໄຕ ສີພັນດອນ

ຈາກ Laopedia
ຮູບ:ຄໍາໄຕ ສີພັນດອນ.png

ທ່ານ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 08 ກຸມພາ 1924, ໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສປປ ລາວ ໃນປີ 1998
ທ່ານ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8/2/1924 ໃນຄອບຄົວຊາວນາທີ່ດຸຫນັນຂະຫຍັນພຽນ ຢູ່ບ້ານ ໂຂງພະໃຫຍ່ ເມືອງໂຂງ ແຂວງຈ ຳປາສັກ ໂດຍກ ໍາເນີດໃນຄອບຄົວທີ່ ຮັກຊາດ.

- ອາຍໄດ້ 7 ປີ (1931) ໄດ້ຂື້ນມາຮຽນຢູ່ ວຽງຈັນ.

- ປີ 1944 ຮັບລາຊະການ ແລະ ປະຈຳການຢູ່ແຂວງ ຜົ້ງສາລີ.

- ປີ 1946 ຮັບລາຊະການຢູ່ ປາກເຊ.

- ປີ 1947 ເພີ່ນປິດລັບອອກຈາກປາກເຊ ເຂົ້າຮ່ວມໃນຖັນແຖວກຳລັງຕໍ່ຕ້ານ ປະຈຳການຢູ່ກອງໄຊຈັກກະພັດ.

- ທ້າຍປີ 1948 ໄດ້ຈັດຕັ້ງບັນຊາເຄື່ອນໄຫວຂອບເຂດສາຍພູຫຼວງຕິດກັບຊາຍແດນຫວຽດນາມ.

- ເດືອນກຸມພາ ປີ 1949 ເປນຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດໃຕ້.

- ປີ 1950 ໄດນຳພາຄະນະຜູ້ແທນແນວລາວຕໍ່ຕ້ານເຂດໃຕ້ຂື້ນເມືອສູນກາງ ແລະ ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງແນວລາວອິດສະຫຼະ.

- ປີ 1954 ໄດ້ຊີ້ນຳບັນຊາການຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຄັ້ງທີI.

- ປີ 1958 ໄດ້ຊີ້ນຳປະຕິບັດແຜນນະໂຍບາຍຫັນທິດຕໍ່ສູ້ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຄັ້ງທີII

- ຈັດຕັ້ງນຳພາຕໍສູ້ປະຕິບັດສັນຍາວຽງຈັນ ປີ 1973 ແລະ ປົດປ່ອຍທົົ່ວປະເທດ ໃນວັນທີ 2/12/1975.

- ເພີ່ນໄດ້ຮັບຕຳແຫນງເປັນລັດຖະມົນຕີກະຊວງປອງກັນປະເທດ.
ບົດບາດອັນສຳຄັນ ຂອງປະທານ ຄຳໄຕ ສີພັນດອນ ໃນການຈ ັດຕັ້ງປະຕິບັດສອງຫນ້າທີ່ ຍຸດທະສາດ ຂອງການປະຕິວັດລາວໃນໄລຍະໃຫມ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ປະທານ ຄຳໄຕ ສີພັນດອນ ຊຶ່ງເປັນກຳມະການ ກົມການເມືອງສູນກາງພັກ, ແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທັງສືບຕໍ່ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ. ໃນຄວາມຮັບຜິດຊອບລວມ ຂອງກົມການເມືອງສູນກາງພັກ ຍາມໃດກໍ່ຄຽງບ່າຄຽງໄຫລກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ. ພົນເອກ ຄຳໄຕ ສີພັນດອນ ໄດ້ຮັບການປະດັບຊັ້ນໃນປີ 1980. ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດ ປະທານ ຄຳໄຕ ສີພັນດອນ ໄດ້ຜ່ານຜ່າຄວາມທຸກຍາກລຳບາກ, ຜ່ານຜ່າການທົດສອບທີ່ ສັບສົນຫຍຸ້ງຍາກຕ່າງໆນາໆ, ບາງຄັ້ງເຖີງເກືອບເອົາຊີວິດບໍ ລອດ ແຕ່ເຖີງຈະຢູ່ໃນສະພາບການໃດ, ເວລາໃດ ເພີ່ນກໍມີຄວາມຫນັກແຫນ້ນທາງດ້ານການເມືອງ, ມີສະຕິຮັບຜິດຊອບຕໍ່ການຈັດຕັ້ງ, ມີຄວາມເດັດດ່ຽວຫນຽວແຫນ້ນ, ເດັດຂາດຕໍ່ສັດຕູ. ປະທານ ຄຳໄຕ ສີພັນດອນ ແມ່ນບຸກຄົນທີ່ ມີຄວາມຈົງຮັກພັກດີ, ບໍລິສຸດພຸດຜ່ອງຕໍ່ຊາດ

ແຫຼ່ງທີ່ມາ: http://www.laogov.gov.la/pages/IncumbentGovernment.aspx?ItemID=55&CateID=12
https://www.mod.gov.la/Hrkhamtaysiphandon.php