ທົດລອງວຽກງານກວດກາ

ຈາກ Laopedia

ທົດລອງວຽກງານກວດກາ


ກະຊວງເຕັກໂນໂລຊີ ແລະ ການສື່ສານ ສໍາເລັດການຈັດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I

------------------------------

ໃນວັນທີ 02 ກຸມພາ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປິດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ທີ່ຫ້ອງປະຊຸມຊັ້ນ 5 (ຕຶກສີສະເກດ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະໜ່ວຍພັກກົມ/ທຽບເທົ່າອ້ອມຂ້າງກະຊວງ, ຄະນະອໍານວຍການບັນດາບໍລິສັດທີ່ຂຶ້ນກັບກະຊວງ, ຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບ ແລະ ນັກສຳມະນາກອນ ທັງໝົດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ເຮີເຊັງ ເຢຍປໍເຮີ, ກຳມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ໄດ້ຜ່ານບົດລາຍງານກ່ຽວກັບຜົນສຳເລັດການຈັດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດນີ້ ຊຶ່ງໄດ້ດຳເນີນມາແຕ່ວັນທີ 22 ມັງກອນ(ຈໍານວນ 10 ວັນລັດຖະການ) ດ້ວຍຜົນສໍາເລັດອັນຈົບງາມ. ຜ່ານການຝຶກອົບຮົມແມ່ນເຮັດໃຫ້ນັກສໍາມະນາກອນ ໄດ້ເຂົ້າໃຈ ແລະ ຮຽນຮູ້ ກ່ຽວກັັບບົດຮຽນການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ຢ່າງເລິກເຊິ່ງກວ່າເກົ່າ, ເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ວຽກງານຕິດຕາມ, ກວດກາຢ່າງຈະແຈ້ງ  ໂດຍສະເພາະວຽກງານຕິດຕາມ, ກວດກາພັກ-ລັດ ເປັນວຽກໜຶ່ງທີ່ຕ້ອງໄດ້ເຮັດເປັນປົກກະຕິ, ເປັນປະຈໍາ ແລະ ຕໍ່ເນື່ອງ  ການຕິດຕາມ, ກວດກາພັກ-ລັດ ເປັນເຄື່ອງມືທີ່ສຳຄັນ ເພື່ອຊ່ວຍເຕືອນ ແລະ ແກ້ໄຂບັນຫາໄດ້ຢ່າງທັນການ; ນອກນັ້ນ, ນັກສໍາມະນາກອນຍັງໄດ້ພ້ອມກັນແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ນຳບັນດາອາຈານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແລະ ນັກສໍາມະນາກອນດ້ວຍກັນ ທີ່ມີປະສົບການ ແລະ ບົດຮຽນທີ່ຫຼາກຫຼາຍ ຊຶ່ງຈະເປັນຂໍ້ມູນພື້ນຖານອັນສໍາຄັນ ແລະ ຄວາມຮູ້ອັນລໍ້າຄ່າ ສາມາດນຳໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຕົວຈິງ. ພ້ອມນັ້ນ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອອກໃບຢັ້ງຢືນໃຫ້ນັກຝຶກອົບຮົມ ທີ່ເຂົ້າຮ່ວມຝຶດອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ລະບັບເລກທີ25/ຄກສພ, ລົງວັນທີ 01 ກຸມພາ 2024 ລວມທັງໝົດ 41 ສະ ຫາຍ, ຍິງ 21 ສະຫາຍ ຫຼັງຈາກນັ້ນ, ສະຫາຍ ໄຊລືຊາ ອີນສີຊຽງໃໝ່ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ.

ໃນໂອກາດດຽວກັນ, ສະຫາຍ ໄຊລືຊາ ອີນສີຊຽງໃໝ່ ຍັງກ່າວໄດ້ສະແດງຄວາມຂອບໃຈມາຍັງຄະນະກວດກາສູນກາງພັກ ແລະ ອົງ ການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ທີ່ໄດ້ໃຫ້ການຮ່ວມມື ແລະ ຕອບສະໜອງນັກວິທະຍາກອນ, ເອກະສານບົດຮຽນາສໍາລັບການຝືກອົບຮົມ ແລະ ປະກອບສ່ວນບໍາລຸງ-ກໍ່ສ້າງ ສະມາຊິກພັກ, ພະນັກງານ-ລັດຖະກອນ ຜູ້ທີ່ເຮັດວຽກງານກວດກາ ຂອງບັນດາໜ່ວຍພັກ ທີ່ຂື້ນກັບອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ.

ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ ການສ້າງຖັນແຖວພະນັກງານກວດກາ ຕ້ອງເລີ່ມຈາກກຄວາມຕ້ອງການຂອງໜ້າທີ່ການເມືອງ ແລະ ສະພາບຄວາມເປັນຈິງຂອງຖັນແຖວພະນັກງານ, ຖືສຳຄັນທາງດ້ານຄຸນນະພາບ, ຮັບປະກັນບົດບາດການນໍາພາຂອງພັກ ໃຫ້ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາ, ຄວາມຮັບຜິດ ຊອບໜ້າທີ່ການເມືອງ, ມີຄວາມຮູ້, ຄວາມສາມາດ ແລະ ສ້າງໃຫ້ເປັນລະບົບຕໍ່ເນື່ອງ, ໂຄງປະກອບພະນັກງານກໍ່ ຕ້ອງສົມສ່ວນກັນ ລະຫວ່າງ ພະນັກງານແຕ່ລະຂັ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານກວດກາ ໃນຕໍ່ໜ້າ ແລະ ຍາວນານ ແລະ ໃຫ້ບັນດານັກສໍາມະນາກອນທຸກສະຫາຍ ເອົາໃຈໃສ່ນໍາເອົາບັນກາບົດຮຽນທີ່ສໍາຄັນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຢ່າງປະດິດສ້າງ ເພື່ອຍົກສູງວຽກງານຕິດຕາມ, ກວດກາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມຣັກແໜ້ນ, ເຂັ້ມແຂງ, ຖືກຕ້ອງ ແລະ ມີຜົນສັກສິດຍິ່ງຂຶ້ນ.

ຂ່າວໂດຍ: ພຸດທະສັກ ບຸນສຸດທະວີ