ຖໍ້າເຫີບ

ຈາກ Laopedia
ຮູບ:ຖໍ້າເຫີບ.png

ຖໍ້າເຫີບ: ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ຂອບເຂດບ້ານນາຄົກ-ບ້ານນາເຫີບ ເມືອງຄູນຄໍາ, ຫ່າງຈາກຕົວເມືອງ 68 ກິໂລແມັດ, ຖໍ້ານີ້ສາມາດເຂົ້າເຖິງໄດ້ສອງທາງຄື: ທາງບົກ ແລະ ທາງນ້ຳ. ພາຍໃນຖໍ້າມີຫີນຍ້ອຍ, ຫີນງອກ, ວັງນ້ຳ ແລະ ຫາດຊາຍ. ການເຂົ້າໃນຖ້ຳເຫີບ ຕ້ອງກຽມພ້ອມທີ່ຈະລົງລຸຍນ້ຳ, ຖ້ຳເຫີບຫ່າງຈາກບ້ານນາຄົກປະມານ 1,5 ກິໂລແມັດ, ປາກຖ້ຳກວ້າງ 20 ແມັດ, ສູງ 15 ແມັດ ແລະ ຄວາມຍາວ ຂອງຖ້ຳປະມານ 1,100-1,200 ແມັດ, ຊາວບ້ານນາຄົກ ແລະ ຊາວບ້ານນາເຫີບ (ນາຄົກນ້ອຍ) ໃຊ້ທາງນີ້ເປັນເສັ້ນທາງໄປມາຫາສູ່ລະຫວ່າງ 2 ບ້ານ.

ກ່ອນປີ 1972 ປາກຖ້ຳເບື້ອງກະຕຶບ (ບ້ານນາຄົກນ້ອຍ) ຍັງບໍ່ທັນມີກ້ອນຫີນແຕກ ຢັ່ງຢາຍຢູ່ຄືດັ່ງທີ່ເຫັນ. ຊາວບ້ານໃກ້ບອກວ່າໃນປີ 1972 ກອງທັບທະຫານວຽງຈັນ ໄດ້ຕັ້ງຈຸດລັດຕີທະຫານແນວລາວຮັກຊາດ, ພໍດີເມຍທ້າວໃບ ໜຶ່ງໃນທະຫານເຫຼົ່ານັ້ນມາຢາມ ທ້າວໃບ ໄດ້ສະແດງຄວາມ ຮັກແພງຕໍ່ກັນ ແລະ ກັນ ຈຶ່ງເຮັດໃຫ້ກ້ອນຫີນຢູ່ເບື້ອງເທິງ ຖະຫລົ່ມລົງມາທັບ ທ້າວໃບ ແລະ ເມຍຕາຍ ຢູ່ໃຕ້ກ້ອນຫີນນ້ອຍໃຫຍ່ອັນມະຫຶມານັ້ນ (ຕາມການບອກເລົ່າຂອງ ທ່ານ ບຸນຕາ ນາຍບ້ານໆນາຄົກ)​.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=36&MenuID=6