ຖໍ້າຕິ່ງ

ຈາກ Laopedia
ຮູບ:ຖຳ້ຕິ່ງ.jpg

ຖ້ຳຕິ່ງແມ່ນຖ້ຳທຳມະຊາດ ທີ່ມີຄວາມສວຍງາມ ທີ່ເກີດຈາກພູຫີນຜາ ຊຶ່ງຕັ້ງຢູ່ຕາມແຄມຝັ່ງຂອງແມ່ນ້ຳຂອງ ທາງຝັ່ງຕາເວັນຕົກ, ກົງກັນຂ້າມກັບບ້ານປາກອູ ບ່ອນທີ່ນ້ຳອູໄຫຼເຊື່ອມໃສ່ແມ່ນ້ຳຂອງ, ຖ້ຳຕິ່ງ ຕັ້ງຫ່າງຈາກຕົວເມືອງຫຼວງພະບາງ ໄປທາງທິດເໜືອປະມານ 30 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຊື່ສຽງ ຂອງແຂວງຫຼວງພະບາງ ແລະ ໃນ ສປປ ລາວ.

ຖ້ຳຕິ່ງແບ່ງອອກເປັນ 2 ຖ້ຳຄື: ຖ້ຳເທິງ ແລະ ຖ້ຳລຸ່ມ ເຊິ່ງມີເສັ້ນທາງຍ່າງເຊື່ອມຕໍ່ຫາກັນ ແຕ່ລະຖ້ຳກວ້າງຂວາງ ແລະ ມີພະພຸດທະຮູບໄມ້ສັກສິດ ຫຼາຍກວ່າ 4,000 ອົງ, ຕາມການເຊື່ອຖືຂອງປະຊາຊົນລາວແລ້ວ ຖ້ຳຕິ່ງເຄີຍເປັນບ່ອນອາໄສ ຂອງຄົນບູຮານ ຕໍ່ມາໄດ້ມີການປະຕິສັງຂອນ, ປະດິດສະຖານຂອງພະພຸດທະຮູບໄມ້ ສະໄໝກ່ອນໃນແຕ່ລະປີ ປະຊາຊົນໃນພູມລຳເນົາແຫ່ງນີ້ ໄດ້ພາກັນສ້າງພະພຸດທະຮູບມາປະດິດສະຖານ ໄວ້ຖ້ຳຕິ່ງແຫ່ງນີ້ ເພື່ອກາບໄຫວ້ຕາມຮີດຄອງປະເພນີ ແລະ ການເຊື່ອຖືຂອງທ້ອງຖິ່ນ. ມາເຖິງສັດຕະວັດທີ XVIII – XX ເມື່ອຮອດປີໃໝ່ລາວຂອງທຸກໆປີ ເຈົ້າຊີວິດ ພ້ອມດ້ວຍບໍລິວານໄຜ່ຟ້າລາຊະດອນ ໄດ້ພາກັນໄປຫົດສົງພະທີ່ຖ້ຳຕິ່ງ ແລະ ທ່ຽວຊົມທຳມະຊາດ, ປະເພນີຫົດສົງພະດັ່ງກ່າວ ແມ່ນຍັງສືບທອດກັນມາເຖິງທຸກວັນນີ້.

ຄຳວ່າ ຖ້ຳຕິ່ງ ນັ້ນ, ມີຊື່ມາແຕ່ເມື່ອໃດນັ້ນພວກເຮົາບໍ່ສາມາດຮູ້ໄດ້ ແຕ່ໜັງສືລາວພື້ນຂຸນບູລົມໄດ້ກ່າວເຖິງຖ້ຳຕິ່ງ ແມ່ນມີຊື່ມາແຕ່ສະໄໝຂຸນລໍ ປະຖົມກະສັດຂອງລາວ ຕຳນານບູຮານກ່າວວ່າຂຸນລໍໄດ້ຍົກພົນ ມາຕາມນ້ຳອູ ແລະ ນ້ຳຂອງ ມາຕັ້ງທັບຢູ່ ສົບອູ (ບໍລິເວນບ້ານປາກອູ) ແລະ ຜາຕິ່ງ. ໃນສະໄໝຕໍ່ມາ ເມື່ອກາງສັດຕະວັດທີ XIV ແຫ່ງຄິດຕະສັງກາດ ເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມ ແລະ ກໍ່ຕັ້ງອານາຈັກລ້ານຊ້າງ ເອກະພາບ ໄດ້ຍົກທັບມາແຕ່ປະເທດຂະເໝນ ກໍ່ໄດ້ຕັ້ງຫຼັກຢູ່ບ້ານປາກອູ ແລະ ຜາຕິ່ງເຊັ່ນດຽວກັນ. ດັ່ງນັ້ນ, ຄຳວ່າ ຖ້ຳຕິ່ງມີຊື່ມາແຕ່ດົນນານແລ້ວ ແລະ ອີກບັນຫາໜຶ່ງຖ້ຳຕິ່ງມີຍອຍຕິ່ງຍ້ອຍລົງມາຕາມ ຜາພູ ແລະ ໃນຮູຖ້ຳເປັນຈຳນວນຫຼວງຫຼາຍ ເຊິ່ງເອີ້ນຢ່າງໜຶ່ງວ່າ ນົມຜາ. ຈາກເຫດຜົນດັ່ງກ່າວປະຊາຊົນທ້ອງຖິ່ນຈິ່ງເອີ້ນວ່າ ຖ້ຳຕິ່ງ.

ຕາມທັດສະນະທາງບູຮານວິທະຍາ ຍ້ອນຂະບວນການທໍລະນີວິທະຍາ ນັບເປັນລ້ານປີມາແລ້ວຖ້ຳເທິງ ແລະ ຖ້ຳລຸ່ມ ເຊິ່ງທັງສອງໄດ້ຈົມຢູ່ພື້ນນ້ຳທະເລ ຊຶ່ງນ້ຳໄດ້ກັດເຊາະເຮັດໃຫ້ພູໜ່ວຍນີ້ເກີດເປັນຖ້ຳ ແລະ ໃນຍຸກຕໍ່ມາ ນ້ຳທະເລໄດ້ເຄື່ອນຍ້າຍເຮັດໃຫ້ຂົງເຂດນີ້ ກາຍເປັນພູຜາປ່າດົງ ແລະ ຮ່ອງຮອຍຖ້ຳຕິ່ງໃຫ້ພວກເຮົາເຫັນປະຈຸບັນ. ນັບເປັນເວລາຫຼາຍພັນປີ ຕໍ່ມາໄດ້ມີມະນຸດຍ້າຍເຂົ້າມາອາໄສຢູ່ຖ້ຳຕິ່ງແຫ່ງນີ້, ອາດເປັນບ່ອນພັກອາໄສຂອງມະນຸດປະຖົມບູຮານ ເມື່ອຂະບວນວິວັດທະນາການດ້ານກະສິກຳມີການຂະຫຍາຍຕົວ ມະນຸດປະສົບຜົນສຳເລັດໃນການດຳລົງຊີວິດ, ສັງຄົມໄດ້ມີການຂະຫຍາຍຕົວສູງຂຶ້ນ ມະນຸດຈິ່ງໄດ້ເຄື່ອນຍ້າຍອອກຈາກຖ້ຳມາຕັ້ງບ້ານເຮືອນຢູ່ຕາມເຂດທົ່ງພຽງ ແລະ ເຂດທີ່ອຸດົມສົມບູນ ເຊິ່ງເຂົາມີການຈັດຕັ້ງເປັນກຸ່ມ. ດັ່ງນັ້ນ ຖ້ຳທີ່ເຂົາເຈົ້າເຄີຍອາໄສຢູ່ເມື່ອກ່ອນຈິ່ງກາຍເປັນບ່ອນນັບຖື, ເປັນບ່ອນສັກກະລະບູຊາ ແລະ ທັງເປັນບ່ອນບວງສວງເຖິງດວງວິນຍານຂອງບັນພະບູລຸດເຂົາເຈົ້າ ແລະ ເທບພະເຈົ້າຕ່າງໆ ຕາມຄວາມເຊື່ອຖືຂອງມະນຸດສະໄໝປະຖົມບູຮານ.

ຖ້ຳຕິ່ງໃນສະໄໝປະຫວັດສາດຂອງລາວ ກ່ອນຍຸກພຸດທະສາສະໜາ ຄິດວ່າເບື້ອງຕົ້ນເປັນບ່ອນສັກກະລະບູຊາບວງສວງເຖິງດວງວິນຍານ ຂອງຜີຟ້າ, ຜີແຖນເທວະດາຖ້ຳຕິ່ງ ແລະ ອື່ນໆ ເຊິ່ງໄດ້ກ່າວຢູ່ໃນຄຳໂອວາດຂອງມະຫາກະສັດ ເຈົ້າຟ້າງຸ່ມ ສະຕະວັດທີ XIV ຜ່ານ ປະຫວັດສາດມາດົນນານສົມຄວນ. ມາຮອດຕົ້ນສະຕະວັດທີ XVI ແຫ່ງຄິດຕະສັງກາດ 1527 ມີກະສັດອົງໜຶ່ງຊື່ວ່າ ພະເຈົ້າໂພທິສະລາດ ມີຄວາມເຫຼື້ອມໃສໃນພະພຸດທະສາດສະໜາ ໄດ້ມີຄຳສັ່ງໃຫ້ປະຊາຊົນຂອງພະອົງ ຍົກເລີກການເຊື່ອຖືຜີ, ຫໍຜີຟ້າຜີແຖນ ແລະ ບ່ອນສັກກະລະບູຊາຕ່າງໆ ນັ້ນຫັນມາເຊື່ອຖືພຸດທະສາສະໜາ. ດັ່ງນັ້ນ, ຖ້ຳຕິ່ງກໍ ແມ່ນບ່ອນໜຶ່ງທີ່ ພະເຈົ້າໂພສາທິລາດ ຫັນເອົາມາເປັນບ່ອນສັກກາລະບູຊາທາງພຸດທະສາສະໜາ ແລະ ໄດ້ອຸປະຖຳຖ້ຳແຕ່ເວລານັ້ນມາ. ທຸກໆປີໃນໂອກາດປີໃໝ່ລາວ ກະສັດລາວກໍໄດ້ໄປຍັງຖ້ຳ ພ້ອມດ້ວຍປະຊາຊົນຊາວຫຼວງພະບາງ ທີ່ນັບຖືພຸດທະສາສະໜາ, ລາຊະວົງໄດ້ແຕ່ງຕັ້ງຊ່າງຫັດຖະກຳຄວັດພະພຸດທະຮູບເພື່ອຖວາຍໄວ້ຖ້ຳ ໃຫ້ປະຊາຊົນໄດ້ສັກກາລະບູຊາ. ເຊິ່ງວ່າພະພຸດທະຮູບສ່ວນຫຼາຍແມ່ນເຮັດດ້ວຍ ໄມ້ເຄືອບນ້ຳຢາສີແດງ ຫຼື ດຳ ແລະ ພອກດ້ວຍຄຳ ຫຼັກຖານທີ່ແທ້ຈິງ, ໄດ້ປະກົດໃຫ້ເຮົາເຫັນມີພະພຸດທະຮູບຫຼາຍກວ່າ 3,000 ກວ່າອົງທີ່ສ້າງຂຶ້ນໃນສັດຕະວັດທີ XVIII ແລະ XIX ແຫ່ງຄິດຕະສັງກາດ, ສ່ວນພະພຸດທະຮູບທີ່ສ້າງຂຶ້ນໃນສັດຕະວັດທີ XVII ແລະ XX ນັ້ນມີຈຳນວນໜ້ອຍ ພະພຸດທະຮູບສ່ວນຫຼາຍແມ່ນເຮັດດ້ວຍໄມ້, ຂີ້ຄັ່ງ, ສ່ວນທອງ ແລະ ຫີນ ແມ່ນມີຈຳນວນໜ້ອຍ. ໃນນັ້ນ ພະພຸດທະຮູບທີ່ມີສິລະປະສວຍງາມ ແລະ ປານີດນັ້ນແມ່ນ ພະພຸດທະຮູບທີ່ສ້າງຂຶ້ນ ໃນຕົ້ນສະຕະວັດທີ XVIII ແລະ XIX. ນອກຈາກນີ້, ຍັງພົບພະພຸດທະຮູບທີ່ເຮັດດ້ວຍ ຄຳບຸ, ເງິນບຸ, ແຕ່ໜ້າເສຍດາຍໄດ້ມີ ຄົນບໍ່ດີໄດ້ແກະລອກເອົາໝົດແລ້ວປະໄວ້ແຕ່ດິນເຜົາ ແລະ ແກນກາງຂອງພະພຸດທະຮູບ.[1] ດັ່ງນັ້ນ, ໃນປະຈຸບັນ ຖ້ຳຕິ່ງບໍ່ພຽງແຕ່ມີຄວາມໝາຍທາງດ້ານປະຫວັດສາດ ເປັນເວລາອັນຍາວນານເທົ່ານັ້ນ ແຕ່ຍັງເປັນບ່ອນສະສົມມໍລະດົກທາງດ້ານວັດທະນະທຳ ຂອງຊາດລາວ ແລະ ຍັງເປັນບ່ອນສຶກສາຄົ້ນຄວ້າຂອງຄົນລຸ້ນຫຼັງ.

ຖ້ຳລຸ່ມ: ປາກຖ້ຳລຸ່ມເດ່ອອກຈົນເຫັນໄດ້ຈາກແມ່ນ້ຳຂອງ, ມີເສັ້ນທາງຈາກຖ້ຳລຸ່ມໄປສູ່ຖ້ຳເທິງ ຊຶ່ງມີຄວາມສູງປະມານ 60 ແມັດ ຈາກແມ່ນ້ຳຂອງ. ຢູ່ຖ້ຳລຸ່ມນີ້ມີພະພຸດທະຮູບຄວັດຢູ່ປະມານ 2,500 ອົງ ຈຸດໂຮມຜູ້ໄປຢ້ຽມຖ້ຳ ແມ່ນແທ່ນທີ່ຢູ່ໃກ້ໆທາງເຂົ້າອັນ ເປັນບ່ອນວາງດອກໄມ້, ທູບທຽນ ເພື່ອສັກກາລະບູຊາ ມີຮູບຄວັດພະລືສີອົງໜຶ່ງພາຍຖົງຢາ ຫຼື ສະໝຸນໄພ ນັ່ງຢູ່ຖ້ຳເທິງ ຖ້ານທາງເຂົ້າ ແລະ ມີຮູບເຈດີໃຫຍ່ຢູ່ເທິງຖ້ານສູງສຸດ.

ຖ້ຳເທິງ: ຖ້ຳຕິ່ງເທິງຫາທ່າທຽບບັກ ມີຂັ້ນໄດທັງໝົດ 278 ຂັ້ນ, ເຊິ່ງມີລວງກວ້າງ 17 ແມັດ ແລະ ເລິກ 50 ແມັດ, ຢູ່ຖໍ້າເທິງນີ້ ກໍມີແທ່ນປະດິດສະຖານພະພຸດທະຮູບຢູ່ເຊັ່ນດຽວກັນ. ພາຍໃນຖໍ້າຍັງມີຮູບພາບຂອງຖ້ຳໃນສະໄໝກ່ອນ ທີ່ຖືກແຕ້ມໂດຍ ຝຣັ່ງຊີ ກາກນິເອ, ຖືກແຕ້ມຂຶ້ນໃນລະຫວ່າງປີ 1865-1867. ພາຍນອກຖໍ້າ ຍັງມີທາດນ້ອຍອົງໜຶ່ງ ເຊິ່ງຕາມການເລົ່າຂານວ່າ ທາດດັ່ງກ່າວ, ເປັນທາດດູກຂອງປູ່ເຍີຍ່າເຍີ. ເຊິ່ງໃນທຸກໆປີ ໃນເມື່ອກ່ອນເຈົ້າຊີວິດໄດ້ຂີ່ເຮືອຂຶ້ນມາຫົດສົງນໍ້າພະຢູ່ຖໍ້າ ໃນຊ່ວງຂຶ້ນປີໃໝ່. ສ່ວນສີໜ້າ ແລະ ປະຕູຖໍ້ານັ້ນແມ່ນມີການຄວັດດອກດວງໃສ່ຢ່າງສວຍງາມ ຕາມສິລະປະແບບລາວໆ
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=7