ຖ້ຳ​ຈອມ​ອອງ

ຈາກ Laopedia

ຖ້ຳຈອມອອງຕັ້ງຢູ່ບ້ານຈອມອອງເມືອງໄຊຫ່າງຈາກເທດສະບານເມືອງໄຊ 45 ກິໂລແມັດ (ເປັນເສັ້ນທາງດິນແດງ) ເຊິ່ງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ (ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລນເຂົ້າ​ເຖິງບໍລິເວນຖ້ຳ ເປັນ​ຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບ​ນິ​ເວດທຳ​ມະ​ຊາດ​ທີ່ອັດສະຈັນ, ມີຫຼາຍຊ່ອງ​ທາງເຂົ້າ-ອອກພາຍ​​ໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 - 50 ແມັດ ແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍ​ນ້ຳ​ໄຫຼ​ຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟປະດັບຢ່າງສວຍງາມ. ຢູ່​ໃນ​ຖ້ຳ​ຍັງ​ເປັນ​ລັກສະນະ​ເດີມ​ທີ່​ຍັງ​ບໍ່​ໄດ້​ຮັບ​ການ​ດັດ​ແປງ​ແຕ່​ຢ່າງ​ໃດ. ຖ້ຳ​ນີ້​ໄດ້​ຜ່ານ​ການ​ສຳ​ຫຼວດຂອງ​ນັກວິ​ທະ​ສາດ​ ຈາກ​ສະຫະພັນ​ຢູ​​ໂຣບ​ໃນ​ປີ 2009 ​ແລະປີ 2010 ​​ໄດ້​ສຳຫຼວດ 4 ປີ ເປັນ​ຖ້ຳ​​ໃໝ່ລະດັບ​ຊາດ ASEAN ແລະ ລະດັບໂລກ ປະຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ

ຖ້ຳ​ນີ້ໄດ້ຄົ້ນພົບໃນປີ ຄສ 2005 ແລະ​ ເປີດບໍລິການປີ ຄສ 2007. ຖໍ້າຈອມ​ອອງ ​ແມ່ນ​ເອີ້ນ​ຕາມ​ຊື່​ຂອງບ້ານ, ປະຊາຊົນ​ທ້ອງ​ຖິ່ນ​ເຄີຍ​ເອີ້ນ​ຊື່ຖ້ຳ​ນີ້​ໃນ​ເມື່ອ​ກ່ອນ​ວ່າ​ຖ້ຳ​ເຈຍ ຫຼື ຖ້ຳ​ຂີ້​ເຈຍ ຍ້ອນ​ວ່າ​ສະ​ໄໝ​ກ່ອນ​ ມີ​ໂຕ​ເຈຍມາອາ​ໄສ​ຢູ່ເປັນຈຳນວນ​ຫຼວງ​ຫຼາຍ, ປະຊາຊົນ​ເຂດຈອມ​ອອງ ໄດ້​ພາກັນ​ຂຸດ​ເອົາ​ຂີ້​ໂຕ​ເຈຍ​ຢູ່​ໃນ​ຖ້ຳ​ມາ​ເຮັດ​ໝື້​ປືນ​ແກັບ. ປະຊາຊົນໃກ້ຄຽງຖ້ຳ​ ຈຶ່ງ​ໄດ້​ພາກັນ​ເອີ້ນ​ຊື່​ຂອງ​ຖ້ຳ​ນີ້​ວ່າຖ້ຳ​ເຈຍ ຫຼື ຖ້ຳ​ຂີ້​ເຈຍ. ​ແຕ່ທາງ​ພະ​ແນ​ກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ​ ໄດ້​ໂຄສະນາ​ໃຫ້​ເອີ້ນ​ຊື່ວ່າຖ້ຳ​ຈອມ​ອອງ ຕາມ​ຊື່​ຂອງ​ບ້ານເພື່ອໃຫ້ເຂົ້າໃຈງ່າຍ.

ບ້ານຈອມອອງອີກ​ປະຫວັດໜຶ່ງ​ທີ່​ເອີ້ນ​ວ່າ​ຈອມ​ອອງ ຍ້ອນ​ວ່າ: ຄຳວ່າ “ຈອມ” ເປັນພາສາກຶມມຸ ແປວ່າຕິດ ຕາມໄປ, ນຳກົ້ນໄປ, ຄຳວ່າ “ອອງ”” ແປວ່າໂຕຕໍ່ດິນ, ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ໄດ້ໄປຄ້ອງຕໍ່ຫຼື ໃຊ້ພູມປັນຍາຈາກບັນພະບູລຸດ ເອົາຍວງຝ້າຍນ້ອຍໆອ່ອນໆມັດ ໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປ ປະຊາຊົນໄດ້ຕິດຕາມຕໍ່ນັ້ນ ບິນໄປບໍ່ຈັກແຫ່ງຫົນໃດໃນທີ່ສຸດຕໍ່ໂຕດັ່ງກ່າວໄດ້ບິນເຖິງ ພື້ນທີ່ດັ່ງກ່າວຊາວບ້ານເຫັກວ່າ ເປັນເຂດທີ່ອຸດົມສົມບູນ ເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ ຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ ຈິ່ງເອີ້ນວ່າບ້ານຈອມອອງຈົນເຖິງປັດຈຸບັນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=5