ຖ້ຳພະຈັນ ແຂວງຄຳມ່ວນ

ຈາກ Laopedia
ຮູບ:ຖ້ຳພະຈັນ.png

ຖ້ຳພະຈັນ: ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານດ່ອຍ, ເມືອງທ່າແຂກ. ຂຶ້ນລົດໄປຕາມທາງເລກທີ 12 ຫ່າງຈາກຕົວເມືອງ 22 ກິໂລແມັດ ໃກ້ກັບພະທາດເມືອງພອນ ມາທາງບ້ານນາປະມານ 3 ກິໂລແມັດ. ເປັນຖ້ຳຮູໂລ່ງ ສາມາດເຂົ້າອອກໄດ້ສະບາຍ ປາກຖໍ້າກວ້າງປະມານ 80 ແມັດ, ສູງປະມານ 90-100 ແມັດ, ເປັນຖ້ຳຊອດທີ່ມີນ້ຳພອນໄຫຼຜ່ານປະມານ 350 ແມັດ ກໍ່ຊອດອອກ. ເອີ້ນວ່າ “ຖ້ຳພະຈັນ” ກໍ່ຍ້ອນວ່າ ພາຍໃນຖ້ຳມີພະພຸດທະຮູບ ທີ່ເຮັດດ້ວຍໄມ້ຈັນ ປະດິດສະຖານຢູ່, ແຕ່ກ່ອນພະອົງນີ້ ແມ່ນປິ່ນໜ້າໄປໃສ່ກວນຫມາກຫຸ່ງ (ປິ່ນລົງໃຕ້) ສາຍຕາຂອງ ພະອົງໂຕແມ່ ຕົກໃສ່ຈຸດໃດ ຈະມີປະກາຍແກ້ວອອກ ແຕ່ພາຍຫຼັງ ຄົນຂີ້ຢາເຈາະເອົາລູກແກ້ວ ອອກຈາກພະສຽນຂອງພະອົງແມ່ອົງນີ້ແລ້ວ ພະອົງ ຜູ້ ກໍ່ສະເດັດຫນີ ໃນເວລາທີ່ຊາວບ້ານໄດ້ແກ້ໂສ້ທີ່ລ່າມໄວ້ອອກ, ຈາກນັ້ນ ຈິ່ງເອົາຫັນຫນ້າມາທິດຕາເວັນຕົກ ແລະ ນຳເອົາພະພຸດທະຮູບອີກຫຼາຍອົງ ມາປະດິດສະຖານໄວ້ອອກ. ເມື່ອຮອດເດືອນ 5 ເພັງ, ຊາວບ້ານຈະພ້ອມພາກັນເຮັດບຸນນະມັດສະການພະຈັນຢູ່ເປັນປະຈຳ. ​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=37&MenuID=6