ຖ້ຳປິວ

ຈາກ Laopedia
ຮູບ:ຖຳ້ປິວ.jpg

ເລີ່ມແຕ່ປີ 1964 (ສົງຄາມເພີ່ມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມື ຫວັງດັບມອດຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ; ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາ ໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍ ຂອງກ່ຳລັງຮັກຊາດ ດ້ວຍຫຼາຍບັ້ນຮົບໃນຂອບເຂດທົ່ວປະເທດ. ຢູ່ຊຽງຂວາງ, ພວກເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3 ກ້ຽງ, ຂ້າກ້ຽງ, ທຳລາຍກ້ຽງ, ດັບສູນກ້ຽງ. ແຕ່ຍຸດທະສາດບຽດຍຶດຂອງພວກເຂົາ; ເຂດປົດປ່ອຍຂອງພວກເຮົາ ໄດ້ຖືກກຳລັງຮັກຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກວ້າງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງພັກ ໂດຍສະເພາະຂອງຄະນະພັກການທະຫານແຂວງຊຽງຂວາງ ໂດຍແມ່ນ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດ ເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ. ຍ້ອນການປະລາໄຊອັນເຈັບແສບ ຢູ່ບັ້ນຮົບຕ່າງໆນັ້ນ; ພວກເຂົາຈຶ່ງເພີ່ມທະວີຝູງຍົນສູ້ຮົບຍິງທຳລາຍເຜົາຜານເຂດປົດປ່ວຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ, ຕະຫຼອດຮອດ ເຮືອນຊານບ້ານຊ່ອງຂອງປະຊາຊົນ, ໂຮງຮຽນ, ໂຮງໝໍ, ວັດວາອາຮາມ, ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນ ຈົນນັບບໍ່ຖ້ວນ. ໃນນັ້ນ ມີເຫດການໜຶ່ງ ທີ່ທຸກຄົນອາດລືມບໍ່ໄດ້ ນັ້ນກໍ່ຄື: ໂສກອະນາດຕະກຳ ຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳ, ແຂວງຊຽງຂວາງ ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ 1968 ໄດ້ເຂ່ັນຂ້າປະຊາຊົນທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນ ໃນພຽງສ້ຽວວິນາທີ. ດັ່ງນັ້ນ ໃນວັນທີ່ 24 ​ເດືອນ​ພະ​ຈິກຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ ໄຫວ້ ອາໄລ ເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລີສຸດ ເຊິ່ງຕົກເປັນເຫຍື່ອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະຫຼະຊີວິດ, ເລືອດເນື້ອ ເພື່ອເອກະລາດແຫ່ງຊາດ, ເພື່ອ ຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້.
http://www.laogov.gov.la/province/Pages/Provincetourism.aspx?CateID=4&MenuID=6&ItemID=451