ຖ້ຳນ້ຳລອດເຊບັ້ງໄຟ

ຈາກ Laopedia
ຮູບ:ຖ້ຳນ້ຳລອດ ເຊບັ້ງໄຟ.png

ຖ້ຳນ້ຳລອດເຊບັ້ງໄຟ ໄດ້ເປີດໃຫ້ເປັນສະຖານທີ່ທ່ອງທ່ຽວຢ່າງເປັນທາງການໃນກາງປີ 2013, ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ ຕາມເສັ້ນທາງເລກທີ 12 ມຸ່ງໜ້າສູ່ເມືອງມະຫາໄຊ ຖ້ຳນີ້ກໍ່ເປັນອີກຖຳ້ໜື່ງທີ່ມີຄວາມສວຍງາມ ແລະ ມີຄວາມ ກ້ວາງໃຫຍ່ກ່ວາບັນດາຖ້ຳອື່ນໆ ໃນຂອບເຂດນີ້. ຖ້ຳນ້ຳລອດເຊບັ້ງໄຟໄຫຼຜ່ານ ມີຄວາມຍາວເຖິງ 9.5 ກິໂລແມັດ, ກວ້າງປະມານ 200 ແມັດ, ສູງ 120 ແມັດ.

ຖ້ຳນ້ຳລອດເຊບັ້ງໄຟ ດ້ານໃນເປັນຫ້ອງໂຖງຂະໜາດໃຫຍ່ ແລະ ມີຄວາມສວຍງາມໂດດເດັ່ນປະທັບໃຈ ແລະ ມີຄວາມອັດສະຈັນທີ່ສຸດ, ພາຍໃນຖ້ຳແມ່ນມີລັກສະນະໂຄ້ງກົ່ງ-ສູງ, ມີຂະໜາດກວ້າງຂວາງນັກສຳຫລວດໄດ້ເອ້ີນຊ່ືພາຍໃນຫ້ອງໂຖງນີ້ວ່າ: ຫໍວິຫານ, ມີທັງຫີນງອກທີ່ສວຍງາມຂະໜາດໃຫຍ່ຕັ້ງໃກ້ກັບປາກຖ້ຳ. ພາຍໃນຖ້ຳແຫ່ງນ້ີແມ່ນຖືກຕົບແຕ່ງດ້ວຍທຳມະຊາດຢ່າງສວຍສົດງົດງາມເປັນຕົ້ນຫີນທີ່ມີລັກສະນະຄ້າຍຄືກັບຕົ້ນໄມ້ມີຄວາມຍາວຕິດຕໍ່ກັນຍາວເຖິງ 3 ກີໂລແມັດ. ສ່ວນທາງບໍລິເວນປາກຖ້ຳເບື້ອງລຸ່ມມີກ້ອນຫີນ ຮູບ 4 ຫລ່ຽມ ເອີ້ນວ່າ: ຫີນໄຂມຸກຢັ່ງຢາຍຕາມພື້ນຖ້ຳ, ຫີນດັ່ງກ່າວເກີດຈາກການສະສົມຂອງທາດຫີນປູນໂຮມກັນເປັນອ່າງເປັນລອກໆ.

ຖ້ຳດັ່ງກ່າວໄດ້ຖືກສຳຫລວດຄັ້ງທຳອິດໃນປີ ຄສ 1905 ໂດຍນັກສຳຫລວດຊາວຝຣັ່ງ. ຕໍ່ມາໃນປີ 1995 ໄດ້ມີທີມນັກສຳຫລວດຈາກປະເທດຝຣັ່ງໄດ້ກັບມາສຳຫລວດຄັ້ງໃໝ່, ໄດ້ພຽງແຕ່ຂໍ້ມູນສ່ວນໜ່ຶງ ແລະ ການສຳຫລວດຍັງບ່ໍທັນສຳເລັດ. ມາໃນປີ 2006 ທ່ານ ຈອນໂພເລັກ ຜູ້ທີ່ມີຄວາມຊ່ຽວຊານດ້ານຖ້ຳໄດ້ນຳພາທີມງານເຂ້ົາໄປສຳຫລວດພາຍໃນຖ້ຳ ຈຶ່ງຮູ້ວ່າຖ້ຳນ້ີມີຄວາມໃຫຍ່ຫລາຍ ແລະ ມີຄວາມສວຍງາມຫລາຍຈຶ່ງຮູ້ວ່າຖ້ຳນີ້ມີຄວາມຍາວທັງໝົດ 11 ກິໂລ ແມັດ ເປັນຖ້ຳທີ່ມີສາຍນ້ຳເຊບັ້ງໄປໄຫລຜ່ານ, ເຊິ່ງທາງດ້ານໃນຂອງຖ້ຳນັກ ທ່ອງທ່ຽວສາມາດຂີ້ເຮືອລອດຖ້ຳ ເພື່ອຊົມຄວາມງົດງາມຂອງຖ້ຳທ່ີມີ ສາຍນ້ຳໃສເຢັນດີ ເຊິ່ງມີບາງບ່ອນ ສາມາດຂ້ຶນໄປຍ່າງເລາະລຽບໄປ ຕາມຜາພະໜັງໄດ້ເຊັ່ນກັນ. ນອກນັ້ນ ໃນຖ້ຳແຫ່ງນີ້ຍັງເປັນທ່ີຢູ່ອາໄສຂອງສັດບາງຊະນິດເຊັ່ນ: ເຈຍທີ່ມີຈຳນວນຫລາຍກວ່າ 10 ສາຍພັນ, ແມງມຸມທີ່ມີຂາຍາວທ່ີສຸດໃນໂລກ, ແມງຂອດຖ້ຳ ເຫລົ່ານ້ີເປັນຕົ້ນ.


ແຫຼ່ງທີ່ມາ: https://kpl.gov.la/detail.aspx?id=92349

http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=42&MenuID=6