ຖ້ຳຊ້າງ ແຂວງຄຳມ່ວນ

ຈາກ Laopedia
ຮູບ:ຖ້ຳຊ້າງ ແຂວງຄຳມ່ວນ.png

ຖ້ຳຊ້າງ: ຢູ່ໃນຖ້ຳມີຫີນປູນມີຮູບຮ່າງຄ້າຍຄືກັນກັບຮູບຊ້າງ. ໃນໄລຍະບຸນປີໃໝ່ລາວ ມີຜູ້ຄົນນິຍົມໄປສົງນ້ຳບູຊາຫົວຊ້າງ ຕາມປະເພນີ. ຖ້ຳຊ້າງ ຕັ້ງຢູ່ບ້ານຖ້ຳ ເມືອງທ່າແຂກ, ຫ່າງຈາກຕົວເມືອງທ່າແຂກປະມານ 8 ກິໂລແມັດ, ຂຶ້ນລົດໄປຕາມທາງເລກ 12, ພາຍໃນຖ້ຳ ຈະມີພະພຸດທະຮູບ, ມີຮູບປັ້ນອົງຄະລັກຕ່າງໆ. ສິ່ງທັງໝົດເຫລົ່ານັ້ນ ແມ່ນພູມປັນຍາ, ສັດທາຂອງຊາວພຸດ ໄດ້ພ້ອມກັນສ້າງ ແລະ ເອົາໄປປະດິດໄວ້ ແຕ່ໃນສ່ວນທີ່ ເປັນທຳມະຊາດ ນັ້ນພາຍໃນຖ້ຳ ກໍ່ມີຫີນທີ່ເປັນຮູບສັດຕ່າງໆ ເຊິ່ງແລ້ວແຕ່ຜູ້ທີ່ພົບເຫັນຈະໃຫ້ຈິນຕະນາການ ມີຫີບໃສ່ໃບລານ ທີ່ເຮັດດ້ວຍຫີນ ຢູ່ກ້ຳ ຊ້າຍຂອງຖ້ຳ (ສັງເກດເວລາເຮົາເຂົ້າປາກຖ້ຳ) ສ່ວນປະຫວັດຄວາມເປັນມາຂອງຖ້ຳແຫ່ງນີ້ ກໍ່ຍັງມີຫລາຍອັນທີ່ຍັງຈະຕ້ອງໄດ້ສືກສາເກັບກຳຂໍ້ມູນຕື່ມ, ແຕ່ທີ່ຈະແຈ້ງ ປາກຖ້ຳແຫ່ງນີ້ ທະຫານອາສາສະຫມັກຫວຽດນາມ ທີ່ມາປະຕິບັດຫນ້າທີ່ ຄຽງບ່າຄຽງໄຫຼ່ກັບທະຫານກອງທັບລາວອິດສະລະໄດ້ສະ ຫຼະຊີບເປັນຈຳນວນຫຼາຍຮ້ອຍຄົນໃນຊ່ວງຊຸມປີ 1960.​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=45&MenuID=6