ຕາດ​ຄາ

ຈາກ Laopedia
ຮູບ:ຕາດ​ຄາ.jpg

ຕາດ​ຄາ ​ເປັນ​ຕາດ​ທຳ​ມະ​ຊາດ ມີ​ຄວາມ​ສວຍ​ງາມ​ເປັນ​ຢ່າງ​ຍິ່ງ ພາຍ​ໃນ​ຕາດ ແລະ ບໍ​ລິ​ເວນ​ອ້ອມ​ຂ້າງ​ຕາດ​ ປະ​ກອບ​ດ້ວຍ​ຕົ້ນ​ໄມ້​ໃຫຍ່ຫຼາຍ​ຕົ້ນ, ປ່າ​ໄມ້ ແລະ ຊີ​ວະ​ນາໆ​ພັນ​ທີ່​ອຸ​ດົມ​ສົມ​ບູນ. ຈຸດ​ກຳ​ເນີດ​ຂອງ​ນ້ຳ​ຕາດ​ຄານີ້​ແມ່ນ​ນ້ຳ​ທີ່​ເກີດ​ຈາກ​ຮູ​ຜາໄຫຼ​ອອກ​ມາໂຕນ​ລົງ​ໃສ່​ຕາດ​ເປັນ​ແຕ່​ລະຂັ້ນ ແລະ ມີ​ນ້ຳ​ໄຫຼ​ຕະຫຼອດ​ປີ. ຕາດ​ຄາ​ ຢູ່ບ້ານ​ຄັງ​ພະ​ນຽນ ເມືອງ​ໜອງ​ແຮດ ຫ່າງ​ຈາກ​ຕົວ​ເມືອງ​ໂພນ​ສະ​ຫວັນ ປະ​ມານ 104 ກິ​ໂລ​ແມັດ, ຫ່າງ​ຈາກຕົວ​ເມືອງ​ໜອງ​ແຮດ​ປະ​ມານ 22 ກິ​ໂລ​ແມັດ ແລະ ຈາກທາງເລກ 7 ເຂົ້າແຫຼ່ງ​ທ່ອງ​ທ່ຽວເປັນ​ທາງ​ປູ​ແຮ່ປະມານ 5 ກິໂລແມັດ.

ຕາດ​ຄາ​ມີຄວາມ​ສູງ141 ແມັດ, ຈາກ​ຈຸດ​ຕົ້ນ​ນ້ຳ​ຫາ​ຈຸດ​ພັກ​ທີ່ 3 ແມ່ນ​ມີ​ຄວາມ​ສູງ 81 ແມັດ, ແຕ່​ພັກ​ທີ່ 3 ລົງ​ໃສ່​ສາຍ​ຫ້ວຍ​ແມ່ນ​ມີ​ຄວາມ​ສູງ 60 ແມັດ, ມີ​ຂັ້ນ​ໄດ​ຍ່າງເຊື່ອມ​ຕໍ່ຕາດ​ແຕ່​ລະ​ຂັ້ນ, ມີ​ເຮືອນ​ຂາຍ​ປີ້, ຫ້ອງ​ນ້ຳ​ສາ​ທາ​ລະ​ນະ...
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9