ຕາດແຊຜາສ້ວມ

ຈາກ Laopedia
ຮູບ:ຕາດຜາສ້ວມ.jpg

​ນໍ້າຕົກຕາດແຊຜາສ້ວມ, ເມືອງບາຈຽງ. ລັກສະນະຂອງນໍ້າທີ່ໄຫຼຕາມຜາຫີນ ຈຸດພິເສດຂອງນໍ້າຕົກຕາດແຫ່ງນີ້ ເປັນຜາ​ຫີນທີ່ຕັ້ງລຽນກັນເປັນລະບຽບ ຄວາມສູງ​ປະມານ 5 ຫາ 7 ແມັດ, ເປັນນ້ຳຕົກທີ່ໄຫຼມາຈາກຫ້ວຍຈຳປີ ເຊິ່ງມີຈຸດກຳເນີດ ຈາກພູເທວະດາ, ເມືອງປາກຊ່ອງ. ໄດ້ໄຫຼຜ່ານຫຼາຍໝູ່ບ້ານ ເປັນລັກສະນະກະແສ ນ້ຳໄຫຼລົງສູ່ແທ່ນຫີນສີດຳ ທີ່ເກີດຈາກລາ ວາພູເຂົາໄຟທີ່ເຢັນຕົວ ເຊິ່ງທຳມະຊາດໄດ້ປັ້ນແຕ່ງຢ່າງສວຍງາມແລ້ວ. ໃນບໍລິເວນເຂດນໍ້າຕົກເພິ່ນເອີ້ນວ່າ: ປະຕູສ້ວມໃນ​ພາສາຊົນເຜົ່າ ຄໍາວ່າ “ສ້ວມ” ໝາຍເຖິງຫ້ອງນອນ ທີ່ກັ້ນໄວ້ສຳ ລັບລູກສາວ, ລູກຊາຍ. ສ່ວນຄຳວ່າ “ຕາດ” ໝາຍເຖິງລານຫີນເປັນຂັ້ນ. ດັ່ງນັ້ນ ຄຳວ່າ “ຜາສ້ວມ” ແມ່ນມີຄວາມໝາຍວ່າ: “ນ້ຳຕົກຕາດຫີນຕັ້ງທີ່ມີລັກສະນະສູງຊັ້ນຄ້າຍຄືຫ້ອງຫໍ ທີ່ຂັ້ນ ເອົາໄວ້ສຳລັບລູກສາວ, ລູກຊາຍສະເພາະ. ສຳລັບຄວາມໝາຍນີ້ ແມ່ນມີ ເລື່ອງເລົ່າປະລຳປະລາເລົ່າຂານກັນມາແຕ່ດົນນານເລື່ອງ: “ສາວລາວລຸ່ມ ແລະ ໜຸ່ມລາວເທິງ”.
ແຫຼ່ງທີ່ມາ:​ http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=58&MenuID=6