ຕາດມ່ວງ ແຂວງຄຳມ່ວນ

ຈາກ Laopedia
ຮູບ:ຕາດມ່ວງ.png

ຕາດມ່ວງ: ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ເປັນນ້ຳຕົກຕາດທີ່ນອນຢູ່ບໍລິເວນດຽວກັນກັບຕາດນ້ຳສະນາມ ຕັ້ງຢູ່ບ້ານຄູນຄຳ, ເມືອງຄູນຄຳ, ທາງເຂົ້າລະຫວ່າງສອງນ້ຳຕົກຕາດນີ້ຫ່າງກັນປະມານ 600 - 700 ແມັດ, ຕາດມ່ວງນີ້ຫ່າງຈາກທາງເລກ 8 ເຂົ້າໄປປະມານ 1.5 ກິໂລແມັດ ກໍ່ຈະເຫັນຈຸດສຸດທ້າຍຂອງນ້ຳຕົກ (ຊັ້ນທີ່ 18 ນັບແຕ່ເທິງລົງລຸ່ມ) ມີວັງນໍ້າ ເນື້ອທີ່ປະມານ 25-30 ແມັດ ເລີກປະມານ 3-4 ແມັດ. ຖ້າເຮົາຈະຍ່າງຂຶ້ນໄປເຖິງຈຸດສຸດຂອງນໍ້າຕົກ ໃຊ້ເວລາປະມານ 1.3-2 ຊົ່ວ​ໂມງ, ປີນຕາມພູດິນທີ່ມີປ່າໄມ້ອຸດົມສົມບຸນ, ມີສັດປ່າໃຫ້ເບິ່ງຫຼາຍສະນິດ ຄວາມສວຍງາມຂອງຕາດມ່ວງຄືມັນຈະເປັນນ້ຳຕົກຕາດລຽນຕິດກັນລົງມາແບບຂັ້ນໄດ ໂດຍສະເພາະແມ່ນຊັ້ນທີ 17 ຫາຊັ້ນທີ 18 ເຮົາຈະເຫັນເປັນ ຄູຂັ້ນ, ແຕ່ລະຂັ້ນສູງປະມານ 15 ແມັດ, ຕາມສາຍນ້ຳນີ້ ກໍ່ມີກ້ອນຫີນວັງນ້ຳຄ້າຍກັບນ້ຳສະນາມ. ​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=33&MenuID=6