ຕາດຄາ

ຈາກ Laopedia
ຮູບ:ຕາດຄາ.jpg

ຕັ້ງຢູ່ທາງທິດ ຕາເວັນອອກສ່ຽງເໜືອ ຂອງຕົວ ເມືອງໂພນສະຫວັນປະມານ 32 ກິໂລແມັດ, ມີໄລຍະ ທາງຈາກສາມແຍກໜອງເປັດ ປະມານ 4.4 ກິໂລແມັດ, ໃນນັ້ນໄລຍະທາງ ແຕ່ບ່ອນຈອດລົດລົງໄປຫາຕີນຕາດ, ມີ ຄວາມຍາວປະມານ 1 ກິໂລແມັດ, ເປັນທາງຍ່າງລົງພູ. ຕາດຄະເປັນຕາດທຳມະຊາດ ທີ່ມີຄວາມສວຍງາມທາງ ທຳມະຊາດ ແລະ ມີຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ, ພາຍໃນຕາດມີຄວາມຍາວເກືອບ 2 ກິໂລແມັດ. ປະກອບດ້ວຍຫຼາຍຂັ້ນ, ຕາມສອງຟາກຝັ່ງ ປະກອບດ້ວຍຊີວະນາໆພັນ ທີ່ອຸດົມສົມບູນ, ພາຍໃນຕາດ ມີນ້ຳໄຫຼຕະຫຼອດປີ ເໝາະແກ່ການ​ໄປພັກຜ່ອນ ຢ່ອນໃຈຂອງແຂກທີ່ມາທ່ຽວຊົມ.

ເສັ້ນທາງແຕ່ບ້ານນາຄຳແພງ ເຂົ້າໄປຫາຕີນຕາດ ມີໄລຍະທາງປະມານ 2 ກິໂລແມັດ; ມີຄວາມຈຳເປັນ ຈະຕ້ອງໄດ້ປັບປຸງທາງລົດ ໄປຫາບ່ອນຈອດ​ລົດ ​ເພາະວ່າ​ເສັ້ນທາງ​ໄດ້​ຊຸດ​ໂຊມ​ຫຼາຍ​ແລ້ວ. ນອກນັ້ນ ການສ້າງສະຖານທີ່ພັກຜ່ອນ ແລະ ຮ້ານອາຫານ ແມ່ນມີຄວາມຈຳເປັນ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ເປັນການສ້າງລາຍຮັບໃຫ້ແກ່ຊຸມຊົນ.
http://www.laogov.gov.la/province/Pages/Provincetourism.aspx?CateID=4&MenuID=6&ItemID=457