ຕາດຄອນແກ້ວ

ຈາກ Laopedia
ຮູບ:ຕາດຄອນແກ້ວ.png

ຕາດຄອນແກ້ວ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານຄອນແກ້ວ, ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກທີ່ 13 ໃຕ້. ຫາງຈາກ ຕົວເມືອງ 18 ກິໂລແມັດ ເໜາະສຳລັບກິນເຂົ້າປ່າ ແລະ ຫຼິ້ນນ້ຳ ທີ່ມີຄວາມມ່ວນຊື່ນ ນິຍົມຊົມຊອບໃນການລອຍຫຼິ້ນ. ວັງນ້ຳເລິກ 5 ແມັດ. ລັກສະ ນະຂອງຕາດນີ້ ມີນ້ຳຕົກສອງລະດັບຈາກສອງຈຸດຕ່າງກັນປະມານ 100-150 ແມັດ.

ຈຸດທີ່ 1: ເປັນຄູຫີນຕັນນ້ຳຄອນແກ້ວ, ຍາວປະມານ 40–50 ແມັດ, ສັນແກ້ງສູງປະມານ 3 ແມັດ (ລວງສູງຂອງນ້ຳຕົກຕາດໃນເດືອນພະຈິກ-ມິຖຸນາ) ກວ້າງປະມານ 3-4 ແມັດ, ເລິກປະມານ 7 ແມັດ, ນ້ຳຢູ່ວັງນີ້ເປັນສີຟ້າໃສ. ຫ່າງຈາກຈຸດທີ່ໜຶ່ງ ຂຶ້ນໄປຕາມສາຍນ້ຳຄອນແກ້ວປະມານ 30 ແມັດ, ກໍ່ຈະມີວັງນ້ຳເລິກປະມານ 8 ແມັດ ທັງສອງວັງນ້ຳເປັນວັງທີ່ມີປາຫລາຍ, ສ່ວນວັງທີ່ຢູ່ຕໍ່ໜ້າຕາດນັ້ນເປັນວັງສະຫງວນ.

ຈຸດທີ່ 2: ຫ່າງຈາກຈຸດທີໜຶ່ງລົງມາປະມານ 100 -150 ແມັດ, ເປັນແກ້ງຫີນຍາວຕະຫຼອດຈົນຮອດຈຸດນ້ຳຕົກຕາດຄອນແກ້ວ, ຈຸດທີ່ສອງເປັນ ນ້ຳຕົກແບ່ງອອກເປັນ 3 ແງ່ ແລະ ຍັງມີປ່າໄຄ້ປະດັບເພີ່ມຄວາມສວຍງາມຂຶ້ນຕື່ມ. ຕາດຄອນແກ້ວ ຫຼື ບ້ານຄອນແກ້ວເອີ້ນຕາມຕຳນານນິທານວ່າ: ໄກ່ແກ້ວຂອງພະຍາມານອນຄອນຢູ່ບໍລິເວນນັ້ນ.

ດັ່ງນັ້ນ ຈະເອີ້ນໃຫ້ຖືກຕາມຕຳນານດັ່ງກ່າວກໍ່ແມ່ນວ່າ: ບ້ານຄອນໄກ່ແກ້ວ, ຕາດຄອນແກ້ວນ້ຳຄອນແກ້ວໄຫຼຕົກໃສ່ນ້ຳປະກັນ.​

ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=41&MenuID=6