ດໍາລັດ ວ່າດ້ວຍລະບົບສາຍສົ່ງໂທລະຄົມມະນາຄົມ

ຈາກ Laopedia

ຫົວຂໍ້: ດໍາລັດ ວ່າດ້ວຍລະບົບສາຍສົ່ງໂທລະຄົມມະນາຄົມ

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 02-01-2020

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 23-01-2020

ບ່ອນອີງ

- ອີງຕາມ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບເລກທີ 09/ສພຊ, ລົງວັນທີ 21 ທັນວາ 2011;

- ອີງຕາມ ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສະບັບເລກທີ 02/ສພຊ, ລົງວັນທີ 07 ພະຈິກ 2016;

- ອີງຕາມ ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017;

- ອີງຕາມ ໜັງສືສະເໜີຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 2352/ປທສ, ລົງວັນທີ 20 ພະຈິກ 2019.

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ພັດທະນາ ແລະ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອຮັບໃຊ້, ບໍລິການວຽກງານຂອງພາກລັດ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ສັງຄົມ ແນໃສ່ນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມ ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ສາມາດເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ.

ມາດຕາ 2 ລະບົບສາຍສົ່ງໂທລະຄົມມະນາຄົມ

ລະບົບສາຍສົ່ງໂທລະຄົມມະນາຄົມ (Telecommunication Transmission System) ແມ່ນອົງປະກອບ ໜຶ່ງຂອງໂຄງລ່າງພື້ນຖານໂທລະຄົມມະນາຄົມ ຊຶ່ງປະກອບດ້ວຍເຄື່ອງສົ່ງ, ເຄື່ອງຮັບ ແລະ ສາຍສົ່ງ ທັງແບບມີສາຍ ຫຼື ບໍ່ມີສາຍ ຫຼື ທັງສອງອັນລວມກັນ ເພື່ອສົ່ງ, ຮັບສັນຍານສຽງ ແລະ ຂໍ້ມູນຂ່າວສານເອເລັກໂຕຣນິກ ຈາກຈຸດໜຶ່ງໄປຫາ ອີກຈຸດໜຶ່ງ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ການໂທລະຄົມມະນາຄົມ ໝາຍເຖິງ ການຕິດຕໍ່ສື່ສານດ້ວຍການສົ່ງ ແລະ ການຮັບຂໍ້ມູນຂ່າວສານ, ສຽງ, ຮູບພາບ, ຕົວເລກ, ຕົວອັກສອນ ແລະ ເຄື່ອງໝາຍໃດໜຶ່ງ ດ້ວຍລະບົບສາຍ, ລະບົບແສງ, ລະບົບຄື້ນຄວາມຖີ່, ລະບົບ ແມ່ເຫຼັກໄຟຟ້າ, ລະບົບອື່ນໆໃດໜຶ່ງ ຫຼື ຫຼາຍລະບົບລວມກັນ;

2. ໂຄງລ່າງພື້ນຖານໂທລະຄົມມະນາຄົມ ໝາຍເຖິງ ອາຄານ, ສິ່ງປຸກສ້າງ ພ້ອມດ້ວຍອຸປະກອນ ແລະ ສາຍ ສົ່ງສັນຍານ ເພື່ອຊ່ວຍໜູນໃຫ້ແກ່ການບໍລິການເຄືອຂ່າຍໂທລະຄົມມະນາຄົມ ເຊັ່ນ ທີ່ໃສ່ສາຍຟື້ນດິນ, ເສົາເນັ່ງສາຍ, ເສົາຮັບສົ່ງສັນຍານ, ສາຍອາກາດ, ສາຍໄຍແສງ, ສາຍທອງແດງ, ສາຍໂລຫະປະສົມ, ໝໍ້ແປງໄຟຟ້າ;

3. ອິນເຕີເນັດ ໝາຍເຖິງ ການເຊື່ອມຕໍ່ລະບົບເຄືອຂ່າຍຄອມພິວເຕີໃນທົ່ວໂລກເຂົ້າກັນ ໂດຍຜ່ານເຄືອຂ່າຍ ໂທລະຄົມມະນາຄົມ ເພື່ອການສົ່ງ, ການຮັບ ແລະ ການແລກປ່ຽນຂໍ້ມູນຂ່າວສານ;

4. ລະບົບສາຍສົ່ງໂທລະຄົມມະນາຄົມແບບມີສາຍ ໝາຍເຖິງ ການສື່ສານ ສົ່ງ, ຮັບຂໍ້ມູນຂ່າວສານຜ່ານອຸ ປະກອນສາຍສົ່ງແບບມີສາຍ ເປັນຕົ້ນ ສາຍທອງແດງ, ສາຍໂລຫະປະສົມ, ສາຍໄຍແສງ (Optical Fiber Cable) ທັງ ອາ ກາດ ແລະ ໃຕ້ດິນ, ສາຍໂທລະພາບ (Cable T'V), ສາຍໂທລະສັບ ແລະ ສາຍອິນເຕີເນັດ (xDSL, FTTx);

5. ລະບົບສາຍສົ່ງໂທລະຄົມມະນາຄົມແບບບໍ່ມີສາຍ ໝາຍເຖິງ ການສື່ສານ ສົ່ງ, ຮັບ ຂໍ້ມູນຂ່າວສານຜ່ານອຸ ປະກອນສາຍສົ່ງແບບບໍ່ມີສາຍ ໂດຍນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ເປັນຕົ້ນ ການສື່ສານຜ່ານລະບົບໂທລະສັບ ເຄື່ອນ ທີ່, ການສື່ສານຜ່ານລະບົບໄມໂຄຣເວັບ, ການສື່ສານຜ່ານດາວທຽມ;

6. ຜູ້ໃຫ້ບໍລິການລະບົບສາຍສົ່ງໂທລະຄົມມະນາຄົມ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດໃຫ້ບໍລິການດ້ານການ ໂທລະຄົມມະນາຄົມ ຢູ່ ສປປ ລາວ ຕາມກົດໝາຍ;

7. ຜູ້ໃຊ້ບໍລິການລະບົບສາຍສົ່ງໂທລະຄົມມະນາຄົມ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ດໍາລົງຊີວິດ ຢູ່ ສປປ ລາວ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ

ລັດ ຊຸກຍູ້, ສົ່ງເສີມ ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນໃນການສ້າງ ແລະ ນໍາໃຊ້ ລະບົບສາຍສົ່ງໂທລະ ຄົມມະນາຄົມ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ແລະ ການບໍລິການດ້ານການໂທລະຄົມມະນາຄົມ ໃຫ້ມີຄຸນ ນະພາບ, ວ່ອງໄວ, ມີປະສິດທິຜົນ, ປອດໄພ ແລະ ລາຄາຍຸຕິທຳ,

ລັດ ສ້າງເງື່ອນໄຂໃຫ້ທຸກພາກສ່ວນ ຫັນລະບົບສາຍສົ່ງໂທລະຄົມມະນາຄົມ ເປັນລະບົບທີ່ທັນສະໄໝ, ມີ ຄວາມໄວສູງ, ກວມເອົາພື້ນທີ່ທົ່ວປະເທດ, ມີການເຊື່ອມຕໍ່ພາຍໃນພາກລັດ, ອົງການ, ກັບຕ່າງປະເທດ ໃນພາກພື້ນ ແລະ ສາກົນ ລວມທັງການບໍລິການທາງຜ່ານຕ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ.

ມາດຕາ 5 ຫຼັກການກ່ຽວກັບວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ

ວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດ ທະນາໂທລະຄົມມະນາຄົມ ແລະ ການສື່ສານ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

2. ຮັບປະກັນການລວມສູນການສື່ສານ, ຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງຊາດ;

3. ຮັບປະກັນການສະໜອງຈຸດເຊື່ອມຕໍ່ ແລະ ການສະໜອງຂໍ້ມູນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

4. ຮັບປະກັນການພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ ຢ່າງພຽງພໍ, ມີປະສິດທິພາບ, ມີປະສິດທິຜົນ, ນໍາໃຊ້ເຕັກໂນໂລຊີທັນສະໄໝ ແລະ ການບໍລິການທີ່ດີ, 5. ຮັບປະກັນການພັດທະນາ ແລະ ການນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມຮ່ວມກັນ ເປັນຕົ້ນ ລະ ບົບສາຍສົ່ງໂທລະຄົມມະນາຄົມ, ເສົາສົ່ງຮັບສັນຍານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

6. ຮັບປະກັນການບໍລິການດ້ານການໂທລະຄົມມະນາຄົມ ວ່ອງໄວ, ປອດໄພ ແລະ ຍຸຕິທຳ.

ມາດຕາ 6 ຂອບເຂດການນໍາໃຊ້

ດຳລັດສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງ, ພັດທະນາ ແລະ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຢູ່ ສປປ ລາວ.

ມາດຕາ 7 ການຮ່ວມມືກັບສາກົນ

ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານລະບົບສາຍສົ່ງ ໂທລະຄົມມະນາຄົມ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ເຕັກນິກ, ເຕັກໂນໂລຊີ ແລະ ພັດທະນາບຸກຄະ ລາກອນ ເພື່ອໃຫ້ວຽກງານດັ່ງກ່າວ ມີການພັດທະນາ, ມີຄວາມທັນສະໄໝ ແລະ ປະຕິບັດຕາມສົນທິສັນຍາ ແລະ ສັນ ຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ໝວດທີ 2 ລະບົບສາຍສົ່ງໂທລະຄົມມະນາຄົມ

ມາດຕາ 8 ປະເພດລະບົບສາຍສົ່ງໂທລະຄົມມະນາຄົມ

ລະບົບສາຍສົ່ງໂທລະຄົມມະນາຄົມ ມີ ສາມປະເພດ ດັ່ງນີ້:

1. ລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

2. ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ;

3. ລະບົບສາຍສົ່ງໂທລະຄົມມະນາຄົມ ເຊື່ອມຕໍ່ເຄືອຂ່າຍພາຍໃນອົງການ.

ມາດຕາ 9 ລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ລະບົບສາຍສົ່ງໂທລະຄົມມະນາຄົມສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນລະບົບສາຍ ສົ່ງໂທລະຄົມມະນາຄົມ ທີ່ສ້າງ, ພັດທະນາ ແລະ ຄຸ້ມຄອງໂດຍ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມ ສະຫງົບ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມາດຕາ 10 ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ

ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ແມ່ນລະບົບສາຍສົ່ງ ໂທລະຄົມມະນາຄົມທີ່ສ້າງ, ພັດທະນາ ແລະ ຄຸ້ມຄອງໂດຍ ຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ເພື່ອສະໜອງ ການບໍລິການດ້ານການໂທລະຄົມມະນາຄົມ ໃຫ້ແກ່ສັງຄົມ ແລະ ເຊື່ອມຕໍ່ກັບຕ່າງປະເທດ. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຄຸ້ມຄອງຜູ້ໃຫ້ບໍລິການ ດ້ານການໂທລະຄົມ ມະນາຄົມ ແລະ ບໍລິສັດຜູ້ຕິດຕັ້ງ, ສະໜອງໂຄງລ່າງພື້ນຖານໂທລະຄົມມະນາຄົມ.

ສໍາລັບຂັ້ນຕອນໃນການອະນຸຍາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 11 ລະບົບສາຍສົ່ງໂທລະຄົມມະນາຄົມເຊື່ອມຕໍ່ເຄືອຂ່າຍພາຍໃນອົງການ

ລະບົບສາຍສົ່ງໂທລະຄົມມະນາຄົມ ເຊື່ອມຕໍ່ເຄືອຂ່າຍພາຍໃນອົງການ ແມ່ນລະບົບສາຍສົ່ງໂທລະຄົມມະນາ ຄົມທີ່ຖືກສ້າງຂຶ້ນ ເພື່ອຮັບໃຊ້ວຽກງານພາຍໃນອົງການໃດໜຶ່ງ ໂດຍມີຂອບເຂດ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງ ອົງການນັ້ນ.

ໝວດທີ 3 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ

ມາດຕາ 12 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ

ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ມີດັ່ງນີ້:

1.ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

2. ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມພາກລັດ;

3. ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ;

4. ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ເຊື່ອມຕໍ່ເຄືອຂ່າຍພາຍໃນອົງການ;

5. ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ໃນພາວະສຸກເສີນ.

ມາດຕາ 13 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຮັບໃຊ້ວຽກງານວິຊາສະເພາະຂອງຕົນ, ເວັ້ນເສຍແຕ່ ໃນກໍລະນີບາງພື້ນທີ່ ທີ່ບໍ່ມີລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫຼື ໃນກໍລະນີຈໍາເປັນ ສາມາດນໍາໃຊ້ການບໍລິການຂອງລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານ ການໂທລະຄົມມະນາຄົມ.

ມາດຕາ 14 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມພາກລັດ

ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມພາກລັດ ແມ່ນການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ເຂົ້າໃນການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງຂອງພາກລັດ ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະ ໄໝ ເປັນຕົ້ນ ການບໍລິຫານລັດດ້ວຍເອເລັກໂຕຣນິກ, ສູນຂໍ້ມູນຂ່າວສານຜ່ານອິນເຕີເນັດແຫ່ງຊາດ, ລະບົບກອງປະ ຊຸມທາງໄກ, ລະບົບການສຶກສາທາງໄກ.

ລັດ ຊຸກຍູ້, ສົ່ງເສີມໃຫ້ອົງການຈັດຕັ້ງຂອງພັກ, ລັດ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫຼື ຕາມການກຳນົດ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ ໃນແຕ່ລະໄລຍະ.

ມາດຕາ 15 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ

ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ແມ່ນການ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອສະໜອງການບໍລິການ ໂທລະຄົມມະນາຄົມ ຫຼື ອິນເຕີເນັດ ໃຫ້ແກ່ ສັງຄົມ.

ມາດຕາ 16 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມເຊື່ອມຕໍ່ເຄືອຂ່າຍພາຍໃນອົງການ

ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດຕິດຕັ້ງ ແລະ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ເຊື່ອມຕໍ່ເຄືອ ຂ່າຍພາຍໃນອົງການໄດ້, ໃນກໍລະນີ ທີ່ຕ້ອງການເຊື່ອມຕໍ່ອອກນອກຂອບເຂດ ທີ່ຕົນຄຸ້ມຄອງ ໃຫ້ເຊື່ອມຕໍ່ລະບົບສາຍ ສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ.

ມາດຕາ 17 ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມໃນພາວະສຸກເສີນ

ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມໃນພາວະສຸກເສີນ ແມ່ນການນໍາໃຊ້ລະບົບສາຍສົ່ງໂທລະຄົມ ມະນາຄົມ ຂອງທຸກພາກສ່ວນ ເຂົ້າໃນວຽກງານການສະກັດກັ້ນ, ເຕືອນໄພ, ບັນເທົາທຸກ, ປົວແປງພື້ນຟູຄວາມເສຍ ຫາຍຈາກໄພພິບັດ, ການສະກັດກັ້ນພະຍາດລະບາດຮ້າຍແຮງ, ການສະກັດກັ້ນການກໍ່ຄວາມບໍ່ສະຫງົບ ຫຼື ໃນພາວະ ສຸກເສີນອື່ນ.

ລັດ ມີສິດນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມຂອງທຸກພາກສ່ວນ ໃນພາວະສຸກເສີນ ໂດຍມີການປະ ສານສົມທົບກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນກໍລະນີນໍາໃຊ້ລະບົບສາຍສົ່ງໂທລະຄົມມະ ນາຄົມ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ແລະ ປະສານສົມທົບກັບກະຊວງປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ ໃນກໍລະນີນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ.

ມາດຕາ 18 ຄ່າບໍລິການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ

ຄ່າບໍລິການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການຕ້ານການໂທລະຄົມມະນາຄົມ ໃຫ້ ປະຕິບັດຕາມການກຳນົດຂອງຜູ້ໃຫ້ບໍລິການ ດ້ານການໂທລະຄົມມະນາຄົມ ໂດຍອີງຕາມກົນໄກຕະຫຼາດ ທີ່ມີການຕັດ ສົມຂອງລັດ ໃນແຕ່ລະໄລຍະ,

ຄ່າບໍລິການການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມພາຍໃນ ແລະ ຕ່າງປະເທດ ໃຫ້ປະຕິບັດຕາມລະ ບຽບການ ທີ່ລັດປະກາດໃຊ້ໃນແຕ່ລະໄລຍະ.

ໝວດທີ 4 ການຄຸ້ມຄອງລະບົບສາຍສົ່ງໂທລະຄົມມະນາຄົມ

ມາດຕາ 19 ການລວມສູນການສື່ສານ

ການລວມສູນການສື່ສານ ແມ່ນການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ທັງພາຍໃນ ແລະ ເຂົ້າ- ອອກຕ່າງປະເທດ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ຜ່ານສູນອິນເຕີເນັດແຫ່ງຊາດ ແລະ ຜ່ານຈຸດ ເຊື່ອມຕໍ່ທີ່ກຳນົດໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 20 ການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ພາຍໃນປະເທດ

ການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ພາຍໃນປະເທດ ມີເງື່ອນໄຂ ດັ່ງນີ້:

1. ເປັນຜູ້ທີ່ໄດ້ຮັບອະນຸຍາດໃຫ້ບໍລິການດ້ານການໂທລະຄົມມະນາຄົມ ພາຍໃນປະເທດ;

2. ປະຕິບັດຕາມຫຼັກການ ການລວມສູນການສື່ສານ;

3. ປະຕິບັດມາດຕະຖານທາງດ້ານເຕັກນິກການເຊື່ອມຕໍ່ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍານົດ.

ມາດຕາ 21 ການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ຕ່າງປະເທດ

ການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ຕ່າງປະເທດ ມີເງື່ອນໄຂ ດັ່ງນີ້:

1. ເປັນຜູ້ທີ່ໄດ້ຮັບອະນຸຍາດໃຫ້ບໍລິການດ້ານການໂທລະຄົມມະນາຄົມ ເຂົ້າ-ອອກຕ່າງປະເທດ;

2. ເຊົ່າໃຊ້ ຫຼື ຮ່ວມກັບ ຜູ້ໃຫ້ບໍລິການຕ້ານການໂທລະຄົມມະນາຄົມ ພາຍໃນ ສປປ ລາວ ເພື່ອເຊື່ອມຕໍ່ ເຂົ້າມາ ສປປ ລາວ ຫຼື ເຊື່ອມຕໍ່ໄປຫາປະເທດທີ່ສາມຜ່ານ ສປປ ລາວ ສໍາລັບຜູ້ໃຫ້ບໍລິການດ້ານການໃທລະຄົມມະນາ ຄົມ ຢູ່ຕ່າງປະເທດ;

3. ປະຕິບັດຕາມຫຼັກການ ການລວມສູນການສື່ສານ;

4. ປະຕິບັດຕາມມາດຕະຖານທາງດ້ານເຕັກນິກການເຊື່ອມຕໍ່ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ.

ມາດຕາ 22 ການຕິດຕັ້ງ ແລະ ຂະຫຍາຍລະບົບສາຍສົ່ງໂທລະຄົມມະນາຄົມ

ການຕິດຕັ້ງ ແລະ ຂະຫຍາຍລະບົບສາຍສົ່ງໂທລະຄົມມະນາຄົມ ຕ້ອງປະຕິບັດໃຫ້ສອດຄ່ອງກັບ ແຜນພັດ ທະນາໂທລະຄົມມະນາຄົມ ແລະ ການສື່ສານ, ລະບຽບເຕັກນິກທີ່ກຳນົດໂດຍ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ການເຊື່ອມຕໍ່ ທັງ ພາຍໃນ ແລະ ຕ່າງປະເທດ.

ຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ຕ້ອງກຳນົດແຜນພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ ຂອງຕົນ ໃນແຕ່ລະໄລຍະ ແລະ ສະເໜີຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອພິຈາລະນາ. ບໍລິສັດຕິດຕັ້ງ ແລະ ສະໜອງລະບົບສາຍສົ່ງໂທລະຄົມມະນາຄົມ ຕ້ອງໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ໝວດທີ 5 ສິດ ແລະ ພັນທະ ຂອງ ຜູ້ໃຫ້ ແລະ ຜູ້ໃຊ້ ບໍລິການລະບົບສາຍສົ່ງໂທລະຄົມມະນາຄົມ

ມາດຕາ 23 ສິດ ແລະ ພັນທະ ຂອງຜູ້ໃຫ້ບໍລິການລະບົບສາຍສົ່ງໂທລະຄົມມະນາຄົມ

ຜູ້ໃຫ້ບໍລິການລະບົບສາຍສົ່ງໂທລະຄົມມະນາຄົມ ມີສິດ ແລະ ພັນທະ ດັ່ງນີ້:

1. ໃຫ້ບໍລິການທີ່ມີຄຸນນະພາບ, ສະດວກ, ວ່ອງໄວ, ປອດໄພ ແລະ ປະຕິບັດຕາມສັນຍາ ຫຼື ຕາມທີ່ໄດ້ແຈ້ງ ຕໍ່ຜູ້ໃຊ້ບໍລິການ;

2. ໂຈະການບໍລິການ ຕໍ່ຜູ້ໃຊ້ບໍລິການທີ່ລະເມີດສັນຍາ ຫຼື ມີພຶດຕິກຳທີ່ອາດສ້າງຄວາມເສຍຫາຍໃຫ້ແກ່ລະບົບສາຍສົ່ງໂທລະຄົມມະນາຄົມ, ຄວາມສະຫງົບ ຫຼື ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 3. ສະໜອງຂໍ້ມູນເຕັກນິກ ແລະ ສະໜອງຈຸດເຊື່ອມຕໍ່ ລະບົບສາຍສົ່ງໂທລະຄົມມະນາຄົມຂອງຕົນ ໃຫ້ແກ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຢ່າຄົບຖ້ວນ, ຖືກຕ້ອງ ແລະ ທັນຕາມກໍານົດ;

4. ສະໜອງແຜນວາດແລວສາຍສົ່ງຂອງຕົນ ໃຫ້ແກ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຢ່າງຄົບຖ້ວນ, ຖືກຕ້ອງ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບ ໃນການຕິດຕັ້ງໃໝ່ ແລະ ປັບປຸງ ແຕ່ລະຄັ້ງ;

5. ບໍ່ເປີດເຜີຍຂໍ້ມູນສ່ວນຕົວ ຂອງຜູ້ໃຊ້ບໍລິການ ຍົກເວັ້ນມີການສະເໜີຂອງອົງການຈັດຕັ້ງລັດ ທີ່ມີສິດອໍາ ນາດກ່ຽວຂ້ອງ;

6. ມີມາດຕະການໃນການແກ້ໄຂບັນຫາ ແລະ ຂໍ້ຂັດຂ້ອງທາງດ້ານເຕັກນິກໃຫ້ຜູ້ໃຊ້ບໍລິການ;

7. ສະເໜີ ແລະ ຮ້ອງຟ້ອງເອົາຄ່າເສຍຫາຍ ນໍາຜູ້ໃຊ້ບໍລິການ ແລະ ຜູ້ອື່ນ ທີ່ສ້າງຄວາມເສຍຫາຍໃຫ້ແກ່ ລະບົບສາຍສົ່ງໂທລະຄົມມະນາຄົມຂອງຕົນ;

8. ປະຕິບັດຕາມລະບຽບການດ້ານເຕັກນິກ ໃນການນໍາໃຊ້ອຸປະກອນ ທາງດ້ານການໂທລະຄົມມະນາຄົມ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;

9. ເກັບກູ້ຄືນ ລະບົບສາຍສົ່ງໂທລະຄົມມະນາຄົມ ທີ່ຂາດ, ເປ່ເພ ຫຼື ບໍ່ໄດ້ຖືກນໍາໃຊ້ແລ້ວ;

10. ນໍາໃຊ້ສົດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 24 ສິດ ແລະ ພັນທະ ຂອງຜູ້ໃຊ້ບໍລິການລະບົບສາຍສົ່ງໂທລະຄົມະນາຄົມ

ຜູ້ໃຊ້ບໍລິການລະບົບສາຍສົ່ງໂທລະຄົມມະນາຄົມ ມີສິດ ແລະ ພັນທະ ດັ່ງນີ້:

1. ໄດ້ຮັບການບໍລິການ ທີ່ມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ປອດໄພ;

2. ສະເໜີຕໍ່ອົງການຄຸ້ມຄອງ ແລະ ກວດກາວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ກ່ຽວກັບຄຸນນະ ພາບການບໍລິການ, ມາດຕະຖານເຕັກນິກ ແລະ ຄ່າບໍລິການຕ່າງໆ ຂອງຜູ້ໃຫ້ບໍລິການ ລະບົບສາຍສົ່ງໂທລະຄົມມະນາຄົມ;

3. ທວງຖາມ ແລະ ຮ້ອງຟ້ອງຜູ້ໃຫ້ບໍລິການ ໃນກໍລະນີສິດ ແລະ ຜົນປະໂຫຍດ ຂອງຕົນຖືກລະເມີດ;

4. ຈ່າຍຄ່າບໍລິການຕາມສັນຍາການນໍາໃຊ້;

5. ປະຕິບັດເງື່ອນໄຂຂອງສັນຍາບໍລິການ;

6. ສະເໜີ ແລະ ຮ້ອງຟ້ອງເອົາຄ່າເສຍຫາຍ ນໍາຜູ້ໃຫ້ບໍລິການ ແລະ ຜູ້ອື່ນ ທີ່ສ້າງຄວາມເສຍຫາຍໃຫ້ແກ່ຕົນ ເນື່ອງຈາກການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ;

7. ປະຕິບັດຕາມລະບຽບການດ້ານເຕັກນິກ ໃນການນໍາໃຊ້ອຸປະກອນ ທາງດ້ານການໂທລະຄົມມະນາຄົມ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;

8. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 6 ຂໍ້ຫ້າມ

ມາດຕາ 25 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

1. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຈາກຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ທີ່ບໍ່ໄດ້ຮັບອະນຸຍາດ;

2. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ແບບມີສາຍ ແລະ ບໍ່ມີສາຍ ເຊື່ອມຕໍ່ເຂົ້າ-ອອກຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ;

3. ທໍາລາຍ ຫຼື ສ້າງຄວາມເສຍຫາຍ ຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ;

4. ເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມຂອງຕົນ ເຂົ້າກັບລະບົບສາຍສົ່ງໂທລະຄົມມະນາຄົມອື່ນ ໂດຍ ບໍ່ໄດ້ຮັບອະນຸຍາດ;

5. ຂັດຂວາງການປະຕິບັດໜ້າທີ່ ຂອງພະນັກງານ ຫຼື ເຈົ້າໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາວຽກ ງານລະບົບສາຍສົ່ງໂທລະຄົມມະນາຄົມ;

6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 26 ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການ

ຫ້າມຜູ້ໃຫ້ບໍລິການ ມີພຶດຕິກຳ ດັ່ງນີ້:

1. ເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມຂອງຕົນ ເຂົ້າກັບລະບົບສາຍສົ່ງໂທລະຄົມມະນາຄົມອື່ນ ໂດຍບໍ່ໄດ້ຮັບອະນຸຍາດ;

2. ເຊື່ອມຕໍ່ຕ່າງປະເທດໂດຍບໍ່ຜ່ານສູນອິນເຕີເນັດແຫ່ງຊາດ ແລະ ຈຸດເຊື່ອມຕໍ່ທີ່ກຳນົດໄວ້;

3. ຢຸດໃຫ້ບໍລິການໂດຍບໍ່ແຈ້ງລ່ວງໜ້າ, ຍົກເວັ້ນເພື່ອຄວາມໝັ້ນຄົງຂອງຊາດ;

4. ເປີດເຜີຍຄວາມລັບທາງລັດຖະການ ແລະ ຂອງຜູ້ໃຊ້ບໍລິການ;

5. ຕິດຕັ້ງລະບົບສາຍສົ່ງໂທລະຄົມມະນາຄົມ ຕາມເສົ້າ, ສິ່ງປຸກສ້າງ ຫຼື ຝັງດິນ ໂດຍບໍ່ໄດ້ຮັບອະນຸຍາດຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພາກສ່ວນທີ່ກ່ຽວຂ້ອງ,

6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 27 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ

ຫ້າມຜູ້ໃຊ້ບໍລິການ ມີພຶດຕິກຳ ດັ່ງນີ້:

1. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຈາກຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ທີ່ບໍ່ໄດ້ຮັບອະນຸຍາດ;

2. ວ່າຈ້າງບໍລິສັດ ທີ່ບໍ່ໄດ້ຮັບອະນຸຍາດ ໃນການສ້າງ, ຕິດຕັ້ງ ແລະ ສະໜອງລະບົບສາຍສົ່ງໂທລະຄົມມະນາຄົມ;

3. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ ລັດ, ການຈັດຕັ້ງ, ລວມໝູ່ ແລະ ບຸກຄົນ,

4. ທໍາລາຍ ຫຼື ສ້າງຄວາມເສຍຫາຍ ຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ;

5. ເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມຂອງຕົນ ເຂົ້າກັບລະບົບສາຍສົ່ງໂທລະຄົມມະນາຄົມ ໂດຍບໍ່ ໄດ້ຮັບອະນຸຍາດ;

6. ຕິດຕັ້ງລະບົບສາຍສົ່ງໂທລະຄົມມະນາຄົມ ເຊື່ອມຕໍ່ພາຍໃນອົງການ ອອກນອກຂອບເຂດທີ່ຕົນຄຸ້ມຄອງ;

7. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 7 ການຄຸ້ມຄອງ ແລະ ການກວດກາວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ

ມາດຕາ 28 ອົງການຄຸ້ມຄອງ ແລະ ກວດກາວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ.

ອົງການຄຸ້ມຄອງ ແລະ ກວດກາວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ປະກອບດ້ວຍ:

1. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

2. ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ;

3. ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເມືອງ, ເທດສະບານ, ນະຄອນ.

ມາດຕາ 29 ສິດ ແລະ ໜ້າທີ່ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນການຄຸ້ມຄອງວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້ານະໂຍບາຍ, ຍຸດທະສາດ ແລະ ນິຕິກໍາ ກ່ຽວກັບວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອສະເໜີໃຫ້ລັດຖະບານ ພິຈາລະນາ;

2. ຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ກ່ຽວກັບວຽກງານລະບົບສາຍສົ່ງ ໂທລະຄົມມະນາຄົມ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຈັດຕັ້ງປະຕິບັດ;

3. ໂຄສະນາເຜີຍແຜ່ວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ໃນຂອບເຂດທົ່ວປະເທດ;

4. ຕິດຕາມ, ກວດກາ ການສ້າງ ແລະ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ທົ່ວປະເທດ;

5. ເປັນຈຸດປະສານງານກັບບັນດາອົງການຈັດຕັ້ງລັດ ໃນການສ້າງ, ນໍາໃຊ້ ແລະ ພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ;

6. ຄົ້ນຄວ້າກໍານົດມາດຕະຖານ, ອອກຄໍາແນະນໍາ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ການໃຫ້ບໍລິ ການ ແລະ ການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ;

7. ຕິດຕາມ, ກວດກາ ການຈັດຕັ້ງ, ການເຄື່ອນໄຫວ ແລະ ການບໍລິການ ຂອງຜູ້ໃຫ້ບໍລິການລະບົບສາຍ ສົ່ງໂທລະຄົມມະນາຄົມ;

8. ປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອແຕ່ງຕັ້ງຄະນະສະເພາະກິດ ໃນການກວດກາລະບົບ ສາຍສົ່ງໂທລະຄົມມະນາຄົມ ໃນກໍລະນີທີ່ສົງໄສ ຫຼື ຈຳເປັນ;

9. ປະສານສົມທົບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ;

10. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ຕໍ່ລັດຖະບານ ຢ່າງ ເປັນປົກກະຕິ;

11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 30 ສິດ ແລະ ໜ້າທີ່ ຂອງ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງ, ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ກ່ຽວກັບວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ;

2. ຕິດຕາມ, ກວດກາ ການສ້າງ ແລະ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ;

3. ໂຄສະນາເຜີຍແຜ່ ວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ;

4. ເປັນຈຸດປະສານງານກັບບັນດາພະແນກການ, ອົງການຢູ່ຂັ້ນແຂວງ ໃນການສ້າງ, ນໍາໃຊ້ ແລະ ພັດທະນາ ລະບົບສາຍສົ່ງໂທລະຄົມມະນາຄົມ;

5. ຕິດຕາມ, ກວດກາການຈັດຕັ້ງ, ການເຄື່ອນໄຫວ ແລະ ການບໍລິການ ຂອງຜູ້ໃຫ້ບໍລິການລະບົບສາຍສົ່ງ ໂທລະຄົມມະນາຄົມ;

6. ປະສານສົມທົບ ພະແນກການ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ;

7. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ອົງການປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ;

8. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 31 ສິດ ແລະ ໜ້າທີ່ ຂອງຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ນິຕິກຳ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບ ວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ;

2. ໂຄສະນາ, ເຜີຍແຜ່ ວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ;

3. ຕິດຕາມ, ກວດກາ ການສ້າງ ແລະ ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ;

4. ຕິດຕາມ, ກວດກາການຈັດຕັ້ງ, ການເຄື່ອນໄຫວ ແລະ ການບໍລິການ ຂອງຜູ້ໃຫ້ບໍລິການລະບົບສາຍສົ່ງ ໂທລະຄົມມະນາຄົມ;

5. ປະສານສົມທົບ ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການນໍາໃຊ້ລະບົບສາຍສົ່ງໂທລະຄົມ ມະນາຄົມ;

6. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ຕໍ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນຫຼວງ ແລະ ອົງການປົກຄອງຂັ້ນເມືອງ ຢ່າງເປັນປົກກະຕິ;

7. ນໍາໃຊ້ສົດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ

ມາດຕາ 32 ສິດ ແລະ ໜ້າທີ່ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ຄຸ້ມຄອງ ແລະ ກວດກາ ວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມພາລະບົດ ບາດ ແລະ ຄວາມຮັບຜິດຊອບຂອງຕົນ ໂດຍປະສານສົມທົບກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ.

ມາດຕາ 33 ສິດ ແລະ ໜ້າທີ່ ຂອງພາກສ່ວນອື່ນ

ໃນການຄຸ້ມຄອງວຽກງານລະບົບສາຍສົ່ງໂທລະຄົມມະນາຄົມ ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ມີສິດ ແລະ ໜ້າທີ່ ໃຫ້ການຮ່ວມມື ແລະ ປະສານສົມທົບກັບຂະແໜງການໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ ແລະ ປະຕິບັດວຽກງານດັ່ງກ່າວ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 34 ເນື້ອໃນການກວດກາ

ການກວດກາການຄຸ້ມຄອງລະບົບສາຍສົ່ງໂທລະຄົມມະນາຄົມ ມີເນື້ອໃນ ດັ່ງນີ້:

1. ການປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງລະບົບສາຍສົ່ງໂທລະຄົມມະນາຄົມ;

2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ ແລະ ກວດກາລະບົບສາຍສົ່ງໂທລະຄົມມະນາຄົມ;

3. ການເຄື່ອນໄຫວຂອງເຈົ້າໜ້າທີ່, ພະນັກງານ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງລະບົບ ສາຍສົ່ງໂທລະຄົມມະນາຄົມ,

ມາດຕາ 35 ຮູບການກວດກາ

ການກວດກາວຽກງານຄຸ້ມຄອງລະບົບສາຍສົ່ງໂທລະຄົມມະນາຄົມ ມີ ສາມ ຮູບການ ດັ່ງນີ້:

1. ການກວດກາຕາມລະບົບປົກກະຕິ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3. ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງ ຕ້ອງປະຕິບັດຢ່າງໜ້ອຍ ສອງຄັ້ງ ຕໍ່ປີ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນ ເມື່ອເຫັນວ່າມີຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍ ຊາວສີຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນການກວດກາໂດຍຮີບດ່ວນ ໂດຍບໍ່ມີແຈ້ງການໃຫ້ຜູ້ຖືກກວດກາຮູ້ ລ່ວງໜ້າ,

ການກວດກາໃຫ້ດໍາເນີນດ້ວຍການກວດກາທາງດ້ານເອກະສານ ແລະ ລົງກວດກາຕົວຈິງ ຢູ່ສະຖານທີ່ກ່ຽວຂ້ອງ.

ການກວດກາ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ໝວດທີ 8 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 36 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ຕາມດໍາລັດສະບັບນີ້ ຈະ ໄດ້ຮັບການຍ້ອງຍໍ ຫຼື ປະຕິບັດນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 37 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ່, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ,

ມາດຕາ 38 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໃນດຳລັດສະ ບັບນີ້ ໃນສະຖານເບົາ ຈະຖືກຕັກເຕືອນ, ສຶກສາອົບຮົມ.

ມາດຕາ 39 ມາດຕະການທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້ ຊຶ່ງ ບໍ່ໄດ້ເປັນການກະທໍາຜິດທາງອາຍາ ຈະຖືກລົງວິໄນຕາມກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 40 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ຈະຖືກປັບໃໝຕາມແຕ່ລະກໍລະນີ ດັ່ງນີ້:

1. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຈາກຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ທີ່ບໍ່ໄດ້ຮັບ ອະນຸຍາດເພື່ອທຸລະກິດ ຈະຖືກປັບໃໝ 10.000.000 ກີບ;

2. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ແບບມີສາຍ ແລະ ບໍ່ມີສາຍ ເຊື່ອມຕໍ່ ເຂົ້າ-ອອກ ຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 40.000.000 ກີບ;

3. ເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມຂອງຕົນ ເຂົ້າກັບລະບົບສາຍສົ່ງໂທລະຄົມມະນາຄົມ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 40.000.000 ກີບ;

4. ເຊື່ອມຕໍ່ຕ່າງປະເທດໂດຍບໍ່ຜ່ານສູນອິນເຕີເນັດແຫ່ງຊາດ ແລະ ຈຸດເຊື່ອມຕໍ່ທີ່ກຳນົດໄວ້ ຈະຖືກປັບໃໝ 50.000.000 ກີບ;

5. ຢຸດການບໍລິການໂດຍບໍ່ແຈ້ງລ່ວງໜ້າ ຈະຖືກປັບໃໝ 20.000.000 ກີບ, ຍົກເວັ້ນເພື່ອຄວາມໝັ້ນຄົງຂອງຊາດ;

6. ວ່າຈ້າງບໍລິສັດ ທີ່ບໍ່ໄດ້ຮັບອະນຸຍາດ ໃນການສ້າງ, ຕິດຕັ້ງ ແລະ ສະໜອງ ລະບົບສາຍສົ່ງໂທລະຄົມມະ ນາຄົມ ຈະຖືກປັບໃໝ 10.000.000 ກີບ;

7. ນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ລັດ, ການຈັດຕັ້ງ, ລວມໝູ ແລະ ບຸກຄົນ ຈະຖືກປັບໃໝ 50.000.000 ກີບ.

ມາດຕາ 41 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ຕ້ອງ ໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 42 ມາດຕະການທາງອາຍາ

ບຸກຄົນ, ນິຕິບຸກຄົນ ທີ່ລະເມີດດຳລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດຕາມປະ ມວນກົດໝາຍອາຍາ ແລະ ກົດໝາຍອື່ນ ທີ່ກຳນົດໂທດທາງອາຍາ.

ໝວດທີ 9 ບົດບັນຍັດສຸດທ້າຍ

ມາດຕາ 43 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ມີປະສິດທິຜົນ.

ກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 44 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ. ດຳລັດສະບັບນີ້ ປ່ຽນແທນ ດຳລັດວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາລະບົບສາຍສົ່ງໂທລະຄົມມະ ນາຄົມ ແລະ ສູນຄຸ້ມຄອງຄວາມປອດໄພເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ ສະບັບເລກທີ 37/ນຍ, ລົງວັນທີ 14 ກຸມພາ 2011.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບຕຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ

ແຫຼ່ງທີ່ມາ : www.laoofficialgazette.gov.la/kcfinder/upload/files/01ລບ2020.pdf