ດໍາລັດ ວ່າດ້ວຍບັນຊີເຕັກໂນໂລຊີ

ຈາກ Laopedia

ຫົວຂໍ້: ດໍາລັດ ວ່າດ້ວຍບັນຊີເຕັກໂນໂລຊີ

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 16-08-2021

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 19-05-2022

ບ່ອນອີງ

ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;

ອີງຕາມ ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ ສະບັບເລກທີ 33/ສພຊ, ລົງວັນທີ 8 ພະຈິກ 2017;

ອີງຕາມ ໜັງສືສະເໜີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 345/ກຕສ, ລົງວັນທີ 30 ກໍລະກົດ 2021.

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ວາງອອກ ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ ກ່ຽວກັບບັນຊີ ເຕັກໂນໂລຊີ ທີ່ສົ່ງເສີມ, ຄວບຄຸມ ແລະ ຫ້າມຖ່າຍທອດ ໃຫ້ຖືກຕ້ອງ, ຊັດເຈນ ແລະ ແທດເໝາະກັບສະພາບການ ນໍາໃຊ້ເຕັກໂນໂລຊີ ຂອງ ສປປ ລາວ ໃນແຕ່ລະໄລຍະ ແນໃສ່ໃຫ້ສັງຄົມໄດ້ນໍາໃຊ້ເຕັກໂນໂລຊີ ທີ່ກ້າວໜ້າ, ທັນ ສະໄໝ ແລະ ເໝາະສົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ບັນຊີເຕັກໂນໂລຊີ

ບັນຊີເຕັກໂນໂລຊີ ແມ່ນ ການກຳນົດລາຍຊື່ເຕັກໂນໂລຊີແຕ່ລະປະເພດ ທີ່ສົ່ງເສີມ, ຄວບຄຸມ ແລະ ຫ້າມຖ່າຍທອດ.

ມາດຕາ 3 ບັນຊີເຕັກໂນໂລຊີທີ່ສົ່ງເສີມໃຫ້ມີການຖ່າຍທອດ

ບັນຊີເຕັກໂນໂລຊີ ທີ່ສົ່ງເສີມໃຫ້ມີການຖ່າຍທອດ ແມ່ນ ເຕັກໂນໂລຊີສະອາດ, ເຕັກໂນໂລຊິລະດັບສູງ, ເຕັກໂນໂລຊີທີ່ເໝາະສົມ, ກ້າວໜ້າ, ທັນສະໄໝ ທີ່ສອດຄ່ອງ ແລະ ຕອບສະໜອງຕາມເງື່ອນໄຂ ຂອງການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃນແຕ່ລະໄລຍະ,

ບັນຊີເຕັກໂນໂລຊີທີ່ສົ່ງເສີມໃຫ້ມີການຖ່າຍທອດ ມີ ດັ່ງນີ້:

1. ນາໂນເຕັກໂນໂລຊີ,

2. ເຕັກໂນໂລຊີການຜະລິດ ລະບົບໄຟຟ້າໄມໂຄເອເລັກໂຕຣນິກ (MEMS), ລະບົບໄຟຟ້ານາໂນເອເລັກໂຕຣນິກ (NEMS) ແລະ ອຸປະກອນທີ່ນໍາໃຊ້ ລະບົບ MEMS ຫຼື NEMS;

3. ເຕັກໂນໂລຊີການຜະລິດວົງຈອນລວມ ແລະ ໜ່ວຍຄວາມຈຳທີ່ມີຄວາມຈໍາສູງ;

4. ເຕັກໂນໂລຊີການຜະລິດຈໍສະແດງຜົນ ແອວຊີດີ (LCD), ແອວອີດີ (LED) ແລະ ພລາສະມາ (Plasma);

5. ເຕັກໂນໂລຊີການຜະລິດອຸປະກອນວັດແທກເອເລັກໂຕຣນິກ ແບບດີຈີຕອນ ທີ່ມີຄວາມຖືກຕ້ອງສູງ

6. ເຕັກໂນໂລຊີການຜະລິດອຸປະກອນເຊັນເຊີ (Sensor) ແລະ ທຣານສະຕົວເຊີ (Transducer);

7. ເຕັກໂນໂລຊີການເຊື່ອມຕໍ່ການສື່ສານແບບບໍ່ມີສາຍ;

8. ເຕັກໂນໂລຊີການຜະລິດຫຸ່ນຍົນ (Robots);

9. ເຕັກໂນໂລຊີອາວະກາດ;

10. ເຕັກໂນໂລຊີການຜະລິດລະບົບທີ່ຈໍາລອງການປະຕິສຳພັນ ລະຫວ່າງຄົນ-ເຄື່ອງຈັກ ຜ່ານຄວາມຄິດ, ທ່າທາງ, ພາສາ ແລະ ຮູບພາບ (Artificial Intelligence);

11. ເຕັກໂນໂລຊີການນໍາໃຊ້ເຄື່ອຂ່າຍເນີຮອນ (Neural Network) ໃນການປະມວນພາບ;

12. ເຕັກໂນໂລຊີການຜະລິດອຸປະກອນຖ່າຍພາບ ດ້ວຍຄື້ນແມ່ເຫຼັກໄຟຟ້າ ໃນການບົ່ງມະຕິພະຍາດ(Magnetic Resonance Imaging);

13. ເຕັກໂນໂລຊີການຜະລິດອຸປະກອນຖ່າຍພາບດ້ວຍລັງສີ ທີ່ມີພະລັງງານສູງ (Computerized Tomography Scan), ອຸປະກອນບັນທຶກຄື້ນໄຟຟ້າຈາກສະໜອງ (ElectroEncephaloGraphy) ແລະ ອຸປະກອນເລເຊີທີ່ໃຊ້ທາງການແພດ;

14. ເຕັກໂນໂລຊີການຜະລິດອຸປະກອນປະມວນພາບ ດ້ວຍອຸນຕຣາຊາວ, ສາຍແສງ, ພລາສະມາ, ເລເຊີ ຫຼື ການຄວບຄຸມເຕັກນິກດ້ວຍລະບົບດິຈິຕອນ;

15. ເຕັກໂນໂລຊີການຜະລິດໂລຫະທີ່ມີຄວາມບໍລິສຸດສູງ;

16. ເຕັກໂນໂລຊີການຜະລິດວັດສະດຸກໍ່ສ້າງທີ່ມີຄຸນນະສົມບັດພິເສດ;

17. ເຕັກໂນໂລຊີການຜະລິດ ວັດສະດຸທີ່ຍ່ອຍສະຫຼາຍງ່າຍ ແລະ ເປັນມິດກັບສິ່ງແວດລ້ອມ;

18. ເຕັກໂນໂລຊີການຜະລິດວັດສະດຸປະສົມ ຄອມໂພຊິດ (Composite) ທີ່ສາມາດຄົດງໍໄດ້ ຫຼື ຮູບ ແບບໄບເມໂທ (Bimetal);

19. ເຕັກໂນໂລຊີການຜະລິດວັດສະດຸເຊລາມິກ, ເສັ້ນໄຍແກ້ວພິເສດ, ເສັ້ນໄຍແກ້ວນໍາແສງ ແລະ ເສັ້ນ ໄຍກາກບອນ;

20. ເຕັກໂນໂລຊີການຜະລິດທາດເລັ່ງປະຕິກິລິຍາ ແລະ ວັດສະດຸໃໝ່;

21. ເຕັກໂນໂລຊີການຮີດ, ຢຶດໂລຫະ;

22. ເຕັກໂນໂລຊີການກຳຈັດທາດສັງກະສີທີ່ມີປະລິມານສູງໃນຂະບວນການຜະລິດເຫຼັກ (Pig Iron);

23. ເຕັກໂນໂລຊີການຜະລິດໝໍ້ໄຟ ລິດທຽມ-ໄອອອນ (Lithium-ion Battery) ແລະ ແຜ່ນເກັບ ພະລັງງານແສງຕາເວັນ (Solar Cell);

24. ເຕັກໂນໂລຊີການຜະລິດບັນດາສີທາ ປາສະຈາກທາດລະລາຍອົງຄະທາດ (Organic Solvent) ແລະ ໂລຫະໜັກ;

25. ເຕັກໂນໂລຊີເພື່ອຫຼຸດຜ່ອນການສູນເສຍພະລັງງານ ຈາກການສົ່ງຜ່ານກະແສໄຟຟ້າ; 26. ເຕັກໂນໂລຊີການຜະລິດ ຜະລິດຕະພັນທີ່ນໍາໃຊ້ ພະລັງງານຢ່າງມີປະສິດທິພາບ,

27. ເຕັກໂນໂລຊີການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນ ໃຕ້ດິນ, ພະລັງງານຊີວະມວນ;

28. ເຕັກໂນໂລຊີການຜະລິດພະລັງງານເຊື້ອໄຟໃໝ່;

29. ເຕັກໂນໂລຊີການຂະຫຍາຍແນວພັນພືດ ຫຼື ການສ້າງແນວພັນພືດ ທີ່ໃຫ້ຜົນຜະລິດສູງ ແລະ ມີຄຸນນະພາບສູງ;

30. ເຕັກໂນໂລຊີການຂະຫຍາຍແນວພັນສັດ ຫຼື ການສ້າງແນວພັນ, ການລ້ຽງສັດ ທີ່ໃຫ້ຜົນຜະລິດສູງ ແລະ ມີຄຸນນະພາບສູງ

31. ເຕັກໂນໂລຊີຄວບຄຸມການອອກດອກ, ອອກໝາກ ແລະ ການເກັບກ່ຽວ ຂອງບັນດາຜົນຜະລິດ; 32. ເຕັກໂນໂລຊີທີ່ນໍາໃຊ້ໃນຂະບວນການລ້ຽງສັດ, ປູກຝັງ ແລະ ການເກັບກ່ຽວຜັກ, ດອກໄມ້ ແລະ ໝາກໄມ້ແບບອັດຕະໂນມັດ;

33. ເຕັກໂນໂລຊີຊົນລະປະທານແບບປະຢັດນໍ້າ;

34. ເຕັກໂນໂລຊີການເກັບຮັກສາໄຂສັດ ແລະ ຈຸລັງສືບພັນ ໄຊໂກດ (Zygotes) ດ້ວຍຄວາມເຢັນ;

35. ເຕັກໂນໂລຊີການຜະລິດວັກຊິນ ສໍາລັບຄົນ ແລະ ສັດ;

36. ເຕັກໂນໂລຊີການກໍ່ສ້າງທີ່ຢູ່ໃນນໍ້າ;

37. ເຕັກໂນໂລຊີການຕັດ ແລະ ເຊື່ອມໂລຫະໃນນໍ້າ;

38. ເຕັກໂນໂລຊີການຜະລິດ ຜະລິດຕະພັນຊີວະພາບກັ່ນຕອງນໍ້າສະອາດ (Reverse Osmosis Membranes);

39. ເຕັກໂນໂລຊີການເພາະລ້ຽງຈຸລັງຕົ້ນກຳເນີດ ຂອງມະນຸດ ແລະ ສັດ ສະເຕັມເຊວ (Stem Cells);

40. ເຕັກໂນໂລຊີການຜະລິດບັນດາອະໄວຍະວະທຽມຂອງຮ່າງກາຍມະນຸດ;

41. ເຕັກໂນໂລຊີການຜະລິດຢາປົວພະຍາດກ່ຽວກັບ ມະເຮັງ, ຫົວໃຈ, ຫຼອດເລືອດ, ເບົາຫວານ, ໄຂ້ຍຸງລາຍ, ເອດສ, ບຳບັດຜູ້ຕິດຢາເສບຕິດ ແລະ ຄຸມກຳເນີດ;

42. ເຕັກໂນໂລຊີທີ່ນໍາໃຊ້ໃນຂະບວນການ ກຳຈັດສິ່ງເສດເຫຼືອທີ່ເປັນອັນຕະລາຍ;

43. ເຕັກໂນໂລຊີການຜະລິດສິ່ງເສດເຫຼືອມາເປັນພະລັງງານ ແລະ ນໍາໃຊ້ຄືນ;

44. ເຕັກໂນໂລຊີການພະຍາກອນອາກາດ, ເຕືອນໄພນໍ້າຖ້ວມ, ແຜ່ນດິນໄຫວ ແລະ ໄພພິບັດທາງທຳມະຊາດ;

45. ເຕັກໂນໂລຊີເພື່ອຫັນການຄ້າແບບດັ່ງເດີມເປັນທັນສະໄໝ;

46. ເຕັກໂນໂລຊີທີ່ພັດທະນາ ອາຊີບທີ່ເປັນມູນເຊື້ອ ແລະ ພູມປັນຍາທ້ອງຖິ່ນ;

47. ເຕັກໂນໂລຊິການຜະລິດລົດ ທີ່ໄດ້ມາດຕະຖານແຫ່ງຊາດ ແລະ ສາກົນ.

ມາດຕາ 4 ບັນຊີເຕັກໂນໂລຊີທີ່ຄວບຄຸມການຖ່າຍທອດ.

ບັນຊິເຕັກໂນໂລຊີທີ່ຄວບຄຸມການຖ່າຍທອດ ແມ່ນ ເຕັກໂນໂລຊີທີ່ອາດກໍ່ໃຫ້ເກີດຜົນກະທົບທາງລົບ ຫຼື ກໍ່ຄວາມເສຍຫາຍໃຫ້ແກ່ເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ຜົນປະໂຫຍດຂອງຊາດ. ບັນຊີເຕັກໂນໂລຊີທີ່ຄວບຄຸມການຖ່າຍທອດ ມີ ດັ່ງນີ້:

1. ເຕັກໂນໂລຊິການຜະລິດດອກໄຟຊະນິດຫຼອດໄສ້,

2. ເຕັກໂນໂລຊີການຜະລິດສ່ວນປະກອບເຄື່ອງເອເລັກໂຕຣນິກແບບສູນຍາກາດ;

3. ເຕັກໂນໂລຊີການຜະລິດແຜ່ນວົງຈອນໄຟຟ້າເອເລັກໂຕຣນິກ ໜຶ່ງຊັ້ນ, ສອງຊັ້ນ;

4. ເຕັກໂນໂລຊີການພົມທະນະບັດ ແລະ ເອກະສານມີຄ່າ;

5. ເຕັກໂນໂລຊີການຜະລິດລົດ ທີ່ບໍ່ໄດ້ມາດຕະຖານຢູໂຣ 3 (Euro 3) ກ່ຽວກັບການປ່ອຍຄວັນມົນລະພິດ;

6. ເຕັກໂນໂລຊີການນໍາໃຊ້ທາດກຳມັນຕະພາບລັງສີ;

7. ເຕັກໂນໂລຊີການຜະລິດວັດຖຸລະເບີດທີ່ໃຊ້ໃນອຸດສາຫະກຳ,

8. ເຕັກໂນໂລຊີການຜະລິດວັດສະດຸກໍ່ສ້າງທີ່ນໍາໃຊ້ໄຍຫີນຂາວ (White Asbestos);

9. ເຕັກໂນໂລຊີການຜະລິດແກ້ວໂປຼດ (Float Glass);

10. ເຕັກໂນໂລຊີການຜະລິດແຜ່ນໄຟເບີບອດ (Fiber Board) ດ້ວຍວິທີການຜະລິດແບບປຽກ;

11. ເຕັກໂນໂລຊີການຜະລິດ ເຄື່ອງປະດັບທີ່ຜະລິດຈາກໄມ້, ຜະລິດຕະພັນໄມ້ ທີ່ບັນຈຸມາດ (Sulfur)ຫຼື ທາດປະສົມອິນຊີ ທີ່ມີປະລິມານລະເຫີຍອາຍສູງ,

12. ເຕັກໂນໂລຊີການຜະລິດຝຸ່ນໄທທານຽມອອກໄຊ (Titanium Oxide) ດ້ວຍອາຊິດຊຸນຟູຣິກ (Sulfuric Acid);

13. ເຕັກໂນໂລຊີ ການປ່ຽນໂຄງສ້າງໂມເລກຸນ (Isomerization) ໂດຍໃຊ້ທາດໄຮໂດຣຟູອໍຣິກ (Hydro Fluoric) ຫຼື ອາຊິດຊຸນຟູຣິກ (Sulfuric Acid) ເປັນທາດເລັ່ງປະຕິກິລິຍາ;

14. ເຕັກໂນໂລຊີທີ່ນໍາໃຊ້ທາດເຄມີເປັນພິດເຂົ້າໃນການເພາະພັນ, ການລ້ຽງ ແລະ ການແປຮູບສັດນໍ້າ,

15. ເຕັກໂນໂລຊີການຜະລິດນໍ້າຢາຮັກສາຜະລິດຕະພັນໄມ້ ທີ່ມີສ່ວນປະສົມອາເຊນິກ (Arsenic);

16. ເຕັກໂນໂລຊີການລ້າງຟິມຮູບທີ່ໃຊ້ສານເຄມີເປັນພິດ;

17. ເຕັກໂນໂລຊີການນໍາໃຊ້ແນວພັນ ທີ່ບໍ່ແມ່ນສາຍພັນດັ່ງເດີມ ລວມທັງສັດ, ຟົດ ແລະ ຈຸລິນຊີ ເພື່ອ ການປົກປັກຮັກສາສິ່ງແວດລ້ອມ;

18. ເຕັກໂນໂລຊີການສ້າງແນວພັນພືດ ຫຼື ປະສົມພັນສັດ ດ້ວຍວິທີການປັບປຸງພັນທຸກຳ ໃນການຜະລິດ ກະສິກຳ, ປ່າໄມ້ ແລະ ການປະມົງ;

19. ເຕັກໂນໂລຊີການຜະລິດ ແລະ ປຸງແຕ່ງຜະລິດຕະພັນອາຫານ ໂດຍໃຊ້ສານເກັບຮັກສາອາຫານ ທີ່ບໍ່ ໄດ້ຜ່ານການກວດສອບດ້ານຄວາມປອດໄພ;

20. ເຕັກໂນໂລຊີການລ້ຽງສັດ ທີ່ນໍາໃຊ້ສານກະຕຸ້ນການຈະເລີນເຕີບໂຕ ທີ່ບໍ່ໄດ້ຜ່ານການກວດສອບ ດ້ານຄວາມປອດໄພ;

21. ເຕັກໂນໂລຊີການຂະຫຍາຍແນວພັນ ແລະ ການລ້ຽງສັດນໍ້າ ທີ່ເປັນສິນຄ້າສົ່ງອອກ;

22. ເຕັກໂນໂລຊີການຜະລິດອາຫານ ດ້ວຍວິທີການແບບດັ່ງເດີມໂດຍການນໍາໃຊ້ຈຸລິນຊີ ທີ່ມີ ຄຸນສົມບັດພິເສດ ແລະ ຫາຍາກ.

ມາດຕາ 5 ບັນຊິເຕັກໂນໂລຊີຫ້າມຖ່າຍທອດ

ບັນຊີເຕັກໂນໂລຊີຫ້າມຖ່າຍທອດ ແມ່ນ ເຕັກໂນໂລຊີທີ່ກໍ່ໃຫ້ເກີດຜົນກະທົບທາງລົບ ຫຼື ກໍ່ຄວາມເສຍ ຫາຍຮ້າຍແຮງ ທີ່ບໍ່ສາມາດຕອບສະໜອງຄວາມຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ບັນຊີເຕັກໂນໂລຊີຫ້າມຖ່າຍທອດ ມີ ດັ່ງນີ້:

1. ເຕັກໂນໂລຊີການຜະລິດຢາເສບຕິດ;

2. ເຕັກໂນໂລຊີການກ່າຍແບບພັນທຸກຳມະນຸດ ເພື່ອສ້າງໂຕອ່ອນມະນຸດ;

3. ເຕັກໂນໂລຊີການພິມ ໂດຍນໍາໃຊ້ແມ່ແບບທີ່ເຮັດດ້ວຍທາດຊື່ນ;

4. ເຕັກໂນໂລຊີການວິເຄາະໂລຫະ ໂດຍການນໍາໃຊ້ຂົ້ວໄຟຟ້າທີ່ເຮັດດ້ວຍບາຫຼອດ;

5. ເຕັກໂນໂລຊີນໍາໃຊ້ສານບາຫຼອດ ເຂົ້າໃນຂະບວນການຂຸດຄົ້ນແຮ່ທາດ;

6. ເຕັກໂນໂລຊີການຜະລິດສີທາເຮືອນ ທີ່ປະສົມສານບາຫຼອດ;

7. ເຕັກໂນໂລຊີການຜະລິດພາຫະນະເຄື່ອງຈັກສອງຈັງຫວະ;

8. ເຕັກໂນໂລຊີການຜະລິດລົດ ທີ່ບໍ່ໄດ້ມາດຕະຖານຢູ່ໂຣ 2 (Euro 2) ກ່ຽວກັບການປ່ອຍຄວັນມົນລະພິດ;

9. ເຕັກໂນໂລຊີການຜະລິດຜະລິດຕະພັນ ທີ່ມີວັດຖຸເຄມີທາດລະເປິດ;

10. ເຕັກໂນໂລຊີການຜະລິດອາວຸດ, ວັດຖຸເຄມີທາດລະເບີດທຸກຊະນິດ ຍົກເວັ້ນກໍລະນີນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ;

11. ເຕັກໂນໂລຊີການຜະລິດອຸປະກອນກົດກັ້ນການກວດຈັບອາວຸດ, ວັດຖຸລະເບີດ, ຢາເສບຕິດ, ອຸປະກອນທີ່ເປັນອັນຕະລາຍຕ່າງໆ ຍົກເວັ້ນກໍລະນີທີ່ນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມ ສະຫງົບ;

12. ເຕັກໂນໂລຊີການແຊກແຊງຄື້ນວິທະຍຸ ຍົກເວັ້ນກໍລະນີນໍາໃຊ້ໃຫ້ແກ່ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ;

13. ເຕັກໂນໂລຊີສະກັດກັ້ນການຮັບ ແລະ ຖອດລະຫັດລະບົບຂໍ້ມູນຂ່າວສານ ຍົກເວັ້ນກໍລະນີນໍາໃຊ້ໃຫ້ ແກ່ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ;

14. ເຕັກໂນໂລຊີທີ່ລົບກວນອຸປະກອນການບັນທຶກສຽງ, ການບັນທຶກຮູບພາບ, ການຄໍານວນ, ການຊຶ່ງ ນໍ້າໜັກ ແລະ ການວັດແທກຄວາມໄວຂອງຍານພະຫະນະຂົນສົ່ງ ຍົກເວັ້ນກໍລະນີນໍາໃຊ້ໃຫ້ແກ່ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; 15. ເຕັກໂນໂລຊີທີ່ເປັນອຸປະກອນລົບກວນ ທີ່ມີຜົນຕໍ່ການວັດແທກ, ການຄໍານວນ ການນໍາໃຊ້ບໍລິມາດໄຟຟ້າ,

16. ເຕັກໂນໂລຊີການຜະລິດອຸປະກອນລົບກວນການບັນທຶກ ເວລາໃຊ້ງານທາງໂທລະສັບ ຍົກເວັ້ນ ກໍລະນີນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ;

17. ເຕັກໂນໂລຊີການຜະລິດເຄື່ອງຮັບສັນຍານໂທລະພາບ, ຄອມພິວເຕີ ໂດຍໃຊ້ລຳແສງເອເລັກໂຕຣນິກ ໃນການປະມວນພາບແບບອານາລອກ;

18. ເຕັກໂນໂລຊີການຜະລິດຊີມັງ ໂດຍໃຊ້ລະບົບເຕົາເຜົາແບບຕັ້ງ;

19. ເຕັກໂນໂລຊີການຜະລິດຊີມັງ ໂດຍໃຊ້ລະບົບເຕົາເຜົ່າແບບໝູນດ້ວຍວິທີປຽກ;

20. ເຕັກໂນໂລຊີການຜະລິດວັດສະດຸກໍ່ສ້າງ ທີ່ນໍາໃຊ້ແຮ່ໄຍຫີນແອມພີໂບນ (Amphibole);

21. ເຕັກໂນໂລຊີການກຳຈັດສິ່ງເສດເຫຼືອ ຈາກອຸດສາຫະກຳ ແລະ ໂຮງໝໍ ດ້ວຍເຕົາເຜົ່າເປີດ ຫຼື ເຕັກໂນໂລຊີການເຜົາສັ່ງເສດເຫຼືອ ໂດຍທີ່ບໍ່ໃຊ້ລະບົບບຳບັດອາຍເສຍ;

22. ເຕັກໂນໂລຊີການຜະລິດກາວຢູເຣຍພີ່ມັນດີໄຮ (Urea-Formaldehyde Glue), ກາວເຟນອນພົ ມັນດີໄຮ (Phenol-Formaldehyde Glue) ແລະ ຜະລິດຕະພັນທີ່ມີປະລິມານຟ້ມັນດີໄຮ (Formaldehyde) ເກີນປະລິມານ E2;

23. ເຕັກໂນໂລຊີການຜະລິດສານປະສົມປ້ອງກັນຜະລິດຕະພັນໄມ້ ທີ່ບັນຈຸເພນຕາຄຣ໌ໂລເຟນອນ (Pentachlorophenol), ໄດຄຣ໌ໂລໄດເຟນົວໄຕຄຣ໌ໂລອິເທນ (Dichlorodiphenyltrichloro ethane);

24. ເຕັກໂນໂລຊີການຜະລິດອາຊິດຊຸນຟູຣິກ (Sulfuric Acid) ດ້ວຍວິທີການດູດຊຶມພຽງຄັ້ງດຽວ;

25. ເຕັກໂນໂລຊີທີ່ນໍາໃຊ້ສານຄລໍໂຣຟູອໍໂຣຄາບອນ (Chlorofluorocarbon) ແລະ ໄຮໂດຣຟູອໍໂຣຄາ ບອນ (Hydrochlorofluorocarbon);

26. ເຕັກໂນໂລຊີທີ່ນໍາໃຊ້ສາຍພັນຕ່າງຖິ່ນ ຊະນິດທີ່ເປັນອັນຕະລາຍ ແລະ ບຸກລຸກ ຕໍ່ກັບສາຍພັນຕັ້ງເດີມ ຂອງສັດ, ພືດ ແລະ ຈຸລິນຊີ,

27. ເຕັກໂນໂລຊີທີ່ຫ້າມຖ່າຍທອດ ພາຍໃຕ້ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 ການປັບປຸງບັນຊີເຕັກໂນໂລຊີ

ໃນກໍລະນີມີຄວາມຈໍາເປັນປັບປຸງບັນຊີເຕັກໂນໂລຊີ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບ ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ນໍາສະເໜີລັດຖະບານ ພິຈາລະນາ ແຕ່ລະໄລຍະ.

ມາດຕາ 7 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 8 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດ ພາຍຫຼັງໄດ້ລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.


ແຫຼ່ງທີ່ມາ: laoofficialgazette.gov.la/kcfinder/upload/files/540ລບ2021.pdf