ດໍາລັດ ວ່າດ້ວຍການສື່ສານຜ່ານດາວທຽມ

ຈາກ Laopedia

ຫົວຂໍ້: ດໍາລັດ ວ່າດ້ວຍການສື່ສານຜ່ານດາວທຽມ

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 27-12-2019

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 23-01-2020

ບ່ອນອີງ

ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;

ອີງຕາມ ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017;

ອີງຕາມ ໜັງສືສະເໜີຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 3900/ ປທສ, ລົງວັນທີ 4 ທັນວາ 2019.

ພາກທີ I ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ກວດກາວຽກງານການສື່ສານຜ່ານດາວທຽມ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີການພັດທະນາ, ມີຄຸນນະພາບ ແລະ ທັນສະໄໝ ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ການສື່ສານຜ່ານດາວທຽມ

ການສື່ສານຜ່ານດາວທຽມ ແມ່ນ ເຕັກໂນໂລຊີການສື່ສານປະເພດໜຶ່ງ ໂດຍນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ ສານ ເພື່ອ ຮັບ, ສົ່ງ ສັນຍານສຽງ, ຮູບພາບ ແລະ ຂໍ້ມູນຂ່າວສານ ລະຫວ່າງໜຶ່ງ ຫຼື ຫຼາຍ ສະຖານີດາວທຽມພາກພື້ນ ດິນ ແລະ ດາວທຽມ ຢູ່ວົງໂຄຈອນໃນຮ່ວງອາວະກາດ,

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ການສື່ສານ ໝາຍເຖິງ ການຮັບ ຫຼື ສົ່ງ ຫຼື ທັງຮັບ ທັງສົ່ງສັນຍານ, ຂໍ້ມູນ ຂ່າວສານ, ຕົວໜັງສື, ສຽງ ແລະ ຮູບພາບ ໂດຍການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ;

2. ອຸປະກອນສື່ສານຜ່ານດາວທຽມ ໝາຍເຖິງ ອຸປະກອນ ທີ່ນໍາໃຊ້ໃນການຮັບ, ການສົ່ງ ຫຼື ທັງຮັບທັງສົ່ງສັນຍານສຽງ, ພາບ ແລະ ຂໍ້ມູນ ຂ່າວສານ ໂດຍການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ ເປັນຕົ້ນ ເຄື່ອງ ຮັບສັນຍານໂທະພາບຜ່ານດາວທຽມ, ອຸປະກອນສື່ສານຜ່ານດາວທຽມຂະໜາດນ້ອຍ (Very Small Aperture Terminal-VSAT);

3. ດາວທຽມຕ່າງປະເທດ ໝາຍເຖິງ ດາວທຽມທີ່ໄດ້ຂຶ້ນທະບຽນ ແລະ ໃຫ້ບໍລິການໃນນາມຕ່າງປະເທດ;

4. ພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ ໝາຍເຖິງ ລັດຖະກອນ ທີ່ສັງກັດຢູ່ໃນໜ່ວຍງານຮັບຜິດ ຊອບການຄຸ້ມຄອງການສື່ສານຜ່ານດາວທຽມ ໃນຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສື່ສານຜ່ານດາວທຽມ

ລັດ ສົ່ງເສີມ ໃຫ້ທຸກພາກສ່ວນຂອງລັດ ແລະ ເອກະຊົນ ທີ່ມີເງື່ອນໄຂຄົບຖ້ວນ ນໍາໃຊ້ການສື່ສານຜ່ານດາວ ທຽມລາວ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານແຈ້ງເຕືອນໄພ ແລະ ບັນເທົາໄພພິບັດຕ່າງໆ, ວຽກງານຄົ້ນຄວ້າວິໄຈທາງວິທະຍາສາດ ຢ່າງມີປະສິດທິພາບ, ປະສິດທິຜົນ, ປອດໄພ ແລະ ຍຸຕິທຳ,

ລັດ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ດ້ວຍ ການປະກອບບຸກຄະລາກອນ, ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ການສະໜອງງົບປະມານ ແລະ ອຸປະກອນທີ່ຈຳເປັນ ຕາມຄວາມສາມາດໃນແຕ່ລະໄລຍະ.

ລັດ ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ການສື່ສານຜ່ານດາວທຽມ ດ້ວຍຫຼາຍຮູບແບບ ທີ່ນໍາໃຊ້ເຕັກໂນໂລຊີ ໃໝ່ ແລະ ກ້າວໜ້າ ເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ສັງຄົມ ແລະ ປະເທດຊາດ.

ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ການສື່ສານຜ່ານດາວທຽມ

ການຄຸ້ມຄອງ ແລະ ການນໍາໃຊ້ການສື່ສານຜ່ານດາວທຽມ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຍຸດທະສາດ ແລະ ແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ;

2. ຮັບປະກັນການຄຸ້ມຄອງຢ່າງລວມສູນເປັນເອກະພາບທົ່ວປະເທດ;

3. ຮັບປະກັນໃຫ້ມີຄວາມຍຸຕິທຳ, ປະສິດທິພາບ, ປະສິດທິຜົນ, ນໍາໃຊ້ຖືກເປົ້າໝາຍ, ທົ່ວເຖິງ ແລະ ບໍ່ ໃຫ້ມີການລົບກວນຊຶ່ງກັນ ແລະ ກັນ;

4. ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ:

5. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 ຂອບເຂດການນໍາໃຊ້

ດຳລັດສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການນໍາໃຊ້ການສື່ສານຜ່ານດາວທຽມ ຢູ່ ສປປ ລາວ.

ມາດຕາ 7 ການຮ່ວມມືສາກົນ

ລັດ ສົ່ງເສີມ ການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສື່ສານຜ່ານດາວ ທຽມ ດ້ວຍການແລກປ່ຽນບົດຮຽນ ດ້ານຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາຊັບພະ ຍາກອນມະນຸດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີການພັດທະນາ ແລະ ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ,

ພາກທີ II ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານ, ວົງໂຄຈອນດາວທຽມ ແລະ ປະເພດການສື່ສານຜ່ານດາວທຽມ

ໝວດທີ 1 ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານສໍາລັບການສື່ສານຜ່ານດາວທຽມ

ມາດຕາ 8 ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ

ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ ແມ່ນ ຄື້ນຄວາມຖີ່ວິທະຍຸສື່ສານ ທີ່ກະຈາຍໃນອາກາດ ແລະ ອາວະ ກາດ ຊຶ່ງໄດ້ຈັດສັນຢູ່ໃນແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ ທີ່ນໍາໃຊ້ເຂົ້າໃນການສື່ສານຜ່ານດາວທຽມ.

ມາດຕາ 9 ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຈັດສັນ, ຈັດແບ່ງ, ອະນຸຍາດໃຫ້ນໍາໃຊ້ ແລະ ເກັບຄືນ ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ ຢູ່ ສປປ ລາວ ໂດຍສອດຄ່ອງກັບແຜນຜັງແຫ່ງຊາດກ່ຽວ ກັບຄື້ນຄວາມຖີ່ວິທະຍຸສື່ສານ, ລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ, ສົນທິສັນຍາ ແລະ ສັນຍາ ສາກົນ ທີ່ ສປປ ລາວ ເປັນພາຄີ.

ໝວດທີ 2 ວົງໂຄຈອນດາວທຽມ

ມາດຕາ 10 ວົງໂຄຈອນດາວທຽມ

ວົງໂຄຈອນດາວທຽມ ແມ່ນ ເສັ້ນທາງໂຄຈອນຂອງໜ່ວຍດາວທຽມ ທີ່ປິ່ນອ້ອມໜ່ວຍໂລກ ຫຼື ວັດຖຸອື່ນ ໃນຮ່ວງອາວະກາດ.

ວົງໂຄຈອນດາວທຽມ ມີສາມປະເພດ ຕົ້ນຕໍ ດັ່ງນີ້:

1. ວົງໂຄຈອນດາວທຽມລະດັບຕໍ່າ (LEO-Low Earth Orbit);

2. ວົງໂຄຈອນດາວທຽມລະດັບກາງ (MEO-Medium Earth Orbit);

3. ວົງໂຄຈອນດາວທຽມລະດັບສູງ (GEO-Geostationary Equatorial Orbit).

ມາດຕາ 11 ວົງໂຄຈອນດາວທຽມລະດັບຕໍ່າ

ວົງໂຄຈອນດາວທຽມລະດັບຕໍ່າ ແມ່ນ ເສັ້ນທາງການໂຄຈອນຂອງດາວທຽມ ທີ່ປິ່ນອ້ອມໜ່ວຍໂລກ ໃນ ລະດັບຄວາມສູງ ລະຫວ່າງ 400 ເຖິງ 2.000 ກິໂລແມັດ ຈາກໜ້າໂລກ ທີ່ນໍາໃຊ້ເຂົ້າໃນການສື່ສານຜ່ານດາວທຽມ ເປັນຕົ້ນ ການສື່ສານສໍາຫຼວດໂລກຜ່ານດາວທຽມ.

ມາດຕາ 12 ວົງໂຄຈອນດາວທຽມລະດັບກາງ

ວົງໂຄຈອນດາວທຽມລະດັບກາງ ແມ່ນ ເສັ້ນທາງການໂຄຈອນຂອງດາວທຽມ ທີ່ປິ່ນອ້ອມໜ່ວຍໂລກ ໃນ ລະດັບຄວາມສູງ ລະຫວ່າງ 8.000 ເຖິງ 20.000 ກິໂລແມັດ ຈາກໜ້າໂລກ ທີ່ນໍາໃຊ້ເຂົ້າໃນການສື່ສານຜ່ານດາວ ທຽມ ເປັນຕົ້ນ ການສື່ສານເຄື່ອນທີ່ຜ່ານດາວທຽມ, ການສື່ສານສໍາຫຼວດ ແລະ ຄົ້ນຫາຕຳແໜ່ງຜ່ານດາວທຽມ.

ມາດຕາ 13 ວົງໂຄຈອນດາວທຽມລະດັບສູງ

ວົງໂຄຈອນດາວທຽມລະດັບສູງ ແມ່ນ ເສັ້ນທາງການໂຄຈອນຂອງດາວທຽມ ທີ່ປິ່ນອ້ອມໜ່ວຍໂລກ ຫຼື ວັດຖຸອື່ນ ໃນລະດັບຄວາມສູງແຕ່ 35.786 ກິໂລແມັດ ຂຶ້ນໄປຈາກໜ້າໂລກ ທີ່ນໍາໃຊ້ເຂົ້າໃນການສື່ສານຜ່ານດາວ ທຽມ ເປັນຕົ້ນ ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ, ການສື່ສານຄົງທີ່ຜ່ານດາວທຽມ.

ໝວດທີ 3 ປະເພດການສື່ສານຜ່ານດາວທຽມ

ມາດຕາ 14 ປະເພດການສື່ສານຜ່ານດາວທຽມ

ການສື່ສານຜ່ານດາວທຽມ ມີ ຫ້າ ປະເພດຕົ້ນຕໍ ດັ່ງນີ້:

1. ການສື່ສານຄົງທີ່ຜ່ານດາວທຽມ (Fixed Satellite Service):

2. ການສື່ສານເຄື່ອນທີ່ຜ່ານດາວທຽມ (Mobile Satellite Service):

3. ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ (Broadcasting Satellite Service);

4. ການສື່ສານສໍາຫຼວດ ແລະ ຄົ້ນຫາຕຳແໜ່ງຜ່ານດາວທຽມ (Radiodetermination Satellite Service):

5. ການສື່ສານສໍາຫຼວດໂລກຜ່ານດາວທຽມ (Earth Exploration-Satellite Service).

ມາດຕາ 15 ການສື່ສານຄົງທີ່ຜ່ານດາວທຽມ

ການສື່ສານຄົງທີ່ຜ່ານດາວທຽມ ແມ່ນ ການຮັບ, ສົງຄື້ນຄວາມຖີ່ວິທະຍຸສື່ສານ ລະຫວ່າງໜຶ່ງ ຫຼື ຫຼາຍສະຖານີດາວ ທຽມພາກພື້ນດິນກັບດາວທຽມ ເປັນຕົ້ນ ເຄືອຂ່າຍສະຖານີສື່ສານຜ່ານດາວທຽມຂະໜາດນ້ອຍ (VSAT Network).

ມາດຕາ 16 ການສື່ສານເຄື່ອນທີ່ຜ່ານດາວທຽມ

ການສື່ສານເຄື່ອນທີ່ຜ່ານດາວທຽມ ແມ່ນ ການຮັບ, ສົ່ງຄື້ນຄວາມຖີ່ວິທະຍຸສື່ສານ ລະຫວ່າງສະຖານີຕາວ ທຽມພາກພື້ນດິນ ກັບໜຶ່ງ ຫຼື ຫຼາຍດາວທຽມ ຫຼື ລະຫວ່າງດາວທຽມດ້ວຍກັນ ເປັນຕົ້ນ ການສື່ສານເຄື່ອນທີ່ທາງ ການບິນຜ່ານດາວທຽມ, ການສື່ສານໂທລະສັບເຄື່ອນທີ່ຜ່ານດາວທຽມ.

ມາດຕາ 17 ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ

ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ ແມ່ນ ການສົ່ງ ຫຼື ຖ່າຍທອດ ສັນຍານລາຍການ ວິທະຍຸ ແລະ ໂທລະພາບຜ່ານດາວທຽມ ເພື່ອໃຫ້ປະຊາຊົນທົ່ວໄປສາມາດຮັບຟັງ ແລະ ຮັບຊົມລາຍການດັ່ງກ່າວໄດ້ ໂດຍກົງ ເປັນຕົ້ນ ລະບົບສົ່ງ, ຮັບສັນຍານໂທລະພາບຜ່ານດາວທຽມ.

ມາດຕາ 18 ການສື່ສານສໍາຫຼວດ ແລະ ຄົ້ນຫາຕຳແໜ່ງຜ່ານດາວທຽມ

ການສື່ສານສໍາຫຼວດ ແລະ ຄົ້ນຫາຕຳແໜ່ງຜ່ານດາວທຽມ ແມ່ນ ການສື່ສານ ລະຫວາງສະຖານີດາວທຽມ ພາກພື້ນດິນ ກັບໜຶ່ງ ຫຼື ຫຼາຍດາວທຽມ ເພື່ອສໍາຫຼວດວັດຖຸ, ຄົ້ນຫາຈຸດທີ່ຕັ້ງ, ຄວາມໄວ ແລະ ຄຸນລັກສະນະອື່ນ ຂອງເປົ້າໝາຍ ເປັນຕົ້ນ ການສື່ສານນໍາທາງຜ່ານດາວທຽມ, ການສື່ສານຄົ້ນຫາຕຳແໜ່ງຜ່ານດາວທຽມ.

ມາດຕາ 19 ການສື່ສານສໍາຫຼວດໂລກຜ່ານດາວທຽມ

ການສື່ສານສໍາຫຼວດໂລກຜ່ານດາວທຽມ ແມ່ນ ການສື່ສານ ລະຫວ່າງສະຖານີດາວທຽມພາກພື້ນດິນ ກັບໜຶ່ງ ຫຼື ຫຼາຍດາວທຽມ ເພື່ອຮັບ, ສົ່ງຂໍ້ມູນ ກ່ຽວກັບຄຸນລັກສະນະຂອງໂລກ ແລະ ປະກົດການທາງທຳມະຊາດ ເປັນຕົ້ນ ການຕິດຕາມຂໍ້ມູນສະພາບແວດລ້ອມ, ການຖ່າຍຮູບພາບພູມີປະເທດ, ການສື່ສານອຸຕຸນິຍົມວິທະຍາຜ່ານດາວທຽມ.

ພາກທີ III ດາວທຽມ ແລະ ສະຖານີດາວທຽມພາກພື້ນດິນ ໝວດທີ 1 ດາວທຽມ

ໝວດທີ 1 ດາວທຽມ

ມາດຕາ 20 ດາວທຽມ

ດາວທຽມ ແມ່ນ ສິ່ງປະດິດທິມະນຸດສ້າງຂຶ້ນ ແລະ ມີວົງໂຄຈອນ ທີ່ປິ່ນອ້ອມໜ່ວຍໂລກ ຫຼື ວັດຖຸອື່ນ ເພື່ອ ນໍາໃຊ້ເຂົ້າໃນການສື່ສານ ແລະ ອື່ນໆ.

ມາດຕາ 21 ການຂຶ້ນທະບຽນດາວທຽມ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງຢ່າງຖືກຕ້ອງ ຢູ່ ສປປ ລາວ ຫາກມີຈຸດປະສົງສ້າງ ຫຼື ຊື່ຕໍ່ດາວທຽມ ເພື່ອ ໃຫ້ບໍລິການໃນນາມ ສປປ ລາວ ຕ້ອງຂໍຂຶ້ນທະບຽນ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບຂໍຂຶ້ນທະບຽນດາວທຽມແລ້ວ ກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ ຕາງໜ້າໃຫ້ລັດຖະບານຂອງ ສປປ ລາວ ສະເໜີຂຶ້ນທະບຽນດາວທຽມດັ່ງກ່າວ ນໍາ ສະຫະພາບໂທລະຄົມມະນາຄົມສາກົນ (ITU).

ມາດຕາ 22 ເອກະສານປະກອບຂໍຂຶ້ນທະບຽນດາວທຽມ

ເອກະສານປະກອບຂໍຂຶ້ນທະບຽນດາວທຽມ ມີ ດັ່ງນີ້:

1. ຄໍາຮ້ອງຕາມແບບພິມ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ:

2. ແຜນພັດທະນາເຄືອຂ່າຍ ແລະ ແຜນດໍາເນີນກິດຈະການຂອງຕົນ;

3. ບົດວິພາກເສດຖະກິດເຕັກນິກ ຊຶ່ງຕ້ອງກຳນົດຂໍ້ມູນຊັດເຈນ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ, ຕໍາ ແໜ່ງວົງໂຄຈອນດາວທຽມ, ພື້ນທີ່ໃຫ້ບໍລິການ, ຄວາມແຮງຂອງການສົ່ງສັນຍານ, ຜົນປະໂຫຍດທາງດ້ານເສດຖະ ກິດ-ສັງຄົມ, ລັດ ແລະ ປະເທດຊາດ ພ້ອມທັງຊີ້ໃຫ້ເຫັນຜົນກະທົບດ້ານລົບທີ່ອາດເກີດຂຶ້ນ, ວິທີການຈຳກັດ-ແກ້ໄຂ ຜົນກະທົບດ້ານລົບ ແລະ ຂໍ້ມູນອື່ນ;

4. ສັນຍາຮ່ວມທຶນ;

5. ສຳເນົາໃບທະບຽນວິສະຫະກິດ ຫຼື ໃບອະນຸຍາດສ້າງຕັ້ງ;

6. ເອກະສານອື່ນ ຕາມການກຳນົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 23 ການປະສານງານດາວທຽມ

ຜູ້ຂໍຂຶ້ນທະບຽນດາວທຽມ ຕ້ອງປະສານງານກັບເຄືອຂ່າຍດາວທຽມອື່ນ ຕາມກົດລະບຽບຂອງສະຫະພາບ ໂທລະຄົມມະນາຄົມສາກົນ ກ່ອນການນໍາໃຊ້ ແລະ ໃຫ້ບໍລິການສື່ສານຜ່ານດາວທຽມ.

ມາດຕາ 24 ຄ່າໃຊ້ຈ່າຍໃນການຂຶ້ນທະບຽນ

ຜູ້ຂໍຂຶ້ນທະບຽນດາວທຽມ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການຂຶ້ນທະບຽນດາວທຽມ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຄ່າໃຊ້ຈ່າຍໃນການປະສານງານກັບເຄືອຂ່າຍດາວທຽມອື່ນ ແລະ ຄ່າໃຊ້ຈ່າຍ ໃນການຂື້ນທະບຽນນໍາສະຫະພາບໂທລະຄົມມະນາຄົມສາກົນ.

ໝວດທີ 2 ສະຖານີດາວທຽມພາກພື້ນດິນ

ມາດຕາ 25 ສະຖານີດາວທຽມພາກພື້ນດິນ

ສະຖານີດາວທຽມພາກພື້ນດິນ (Earth Station) ແມ່ນ ສະຖານີຮັບ, ສົງ ຄື້ນຄວາມຖີ່ວິທະຍຸສື່ສານ ທີ່ ຕິດຕັ້ງຢູ່ເທິງໜ້າໂລກ ຫຼື ຊັ້ນບັນຍາກາດຂອງໂລກ ເພື່ອນໍາໃຊ້ສໍາລັບການຕິດຕໍ່ສື່ສານ ກັບໜຶ່ງ ຫຼື ຫຼາຍດາວທຽມ.

ມາດຕາ 26 ປະເພດສະຖານີດາວທຽມພາກພື້ນດິນ

ສະຖານີດາວທຽມພາກພື້ນດິນ ມີ ສາມ ປະເພດ ດັ່ງນີ້:

1. ສະຖານີຮັບ ແລະ ສົ່ງສັນຍານດາວທຽມ:

2. ສະຖານີສົ່ງສັນຍານດາວທຽມ:

3. ສະຖານີຮັບສັນຍານດາວທຽມ.

ມາດຕາ 27 ສະຖານີຮັບ ແລະ ສົ່ງສັນຍານດາວທຽມ

ສະຖານີຮັບ ແລະ ສົ່ງສັນຍານດາວທຽມ ແມ່ນ ສະຖານີທີ່ຮັບ ແລະ ສົ່ງ ຂໍ້ມູນລະຫວ່າງສະຖານນີດາວທຽມ ພາກພື້ນດິນ ກັບໜຶ່ງ ຫຼື ຫຼາຍດາວທຽມ ເປັນຕົ້ນ ສະຖານີບັນຊາດາວທຽມ, ສະຖານີສື່ສານຜ່ານດາວທຽມຂະໜາດ ນ້ອຍ, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ.

ມາດຕາ 28 ສະຖານີສົ່ງສັນຍານດາວທຽມ

ສະຖານີສົ່ງສັນຍານດາວທຽມ ແມ່ນ ສະຖານີທີ່ສົ່ງຂໍ້ມູນໄປຫາດາວທຽມໃດໜຶ່ງ ເພື່ອສົ່ງຕໍ່ໄປຫາດາວທຽມ ຫຼື ສະຖານີດາວທຽມພາກພື້ນດິນອື່ນ ເປັນຕົ້ນ ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ.

ມາດຕາ 29 ສະຖານີຮັບສັນຍານດາວທຽມ

ສະຖານີຮັບສັນຍານດາວທຽມ ແມ່ນ ສະຖານີທີ່ຮັບຂໍ້ມູນຈາກດາວທຽມໃດໜຶ່ງ ເພື່ອນໍາໃຊ້ການບໍລິການສື່ສານ ຜ່ານດາວທຽມ ເປັນຕົ້ນ ເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ ທີ່ຕິດຕັ້ງຢູ່ສຳນັກງານ ຫຼື ເຮືອນ.

ມາດຕາ 30 ການຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງຢ່າງຖືກຕ້ອງ ຢູ່ ສປປ ລາວ ຫາກມີຈຸດປະສົງສ້າງ ຫຼື ມີສະຖານີຮັບ ແລະ ສົ່ງ, ສະຖານີສົ່ງສັນຍານດາວທຽມ ໃນ ສປປ ລາວ ຕ້ອງຂໍຂຶ້ນທະບຽນ ນໍາກະຊວງໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ. ສໍາລັບສະຖານີຮັບສັນຍານດາວທຽມ ບໍ່ຈຳເປັນຕ້ອງຂຶ້ນທະບຽນ,

ມາດຕາ 31 ເອກະສານປະກອບການຂໍຂຶ້ນທະບຽນ

ເອກະສານປະກອບການຂໍຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ ມີ ດັ່ງນີ້:

1. ຄໍາຮ້ອງຕາມແບບພິມ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ:

2. ແຜນພັດທະນາເຄືອຂ່າຍ ແລະ ແຜນດໍາເນີນກິດຈະການຂອງຕົນ ສໍາລັບຜູ້ດຳເນີນທຸລະກິດ; 3. ບົດວິພາກເສດຖະກິດເຕັກນິກ ຊຶ່ງຕ້ອງກຳນົດຂໍ້ມູນຊັດເຈນ ກ່ຽວກັບດາວທຽມທີ່ນໍາໃຊ້;

4. ສັນຍາຮ່ວມທຶນ;

5. ສຳເນົາໃບທະບຽນວິສະຫະກິດ ຫຼື ໃບອະນຸຍາດສ້າງຕັ້ງ:

6. ເອກະສານອື່ນ ຕາມການກຳນົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 32 ການປະສານງານສະຖານີດາວທຽມພາກພື້ນດິນ

ຜູ້ຂໍຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ ຕ້ອງປະສານງານກັບເຄືອຂ່າຍດາວທຽມອື່ນ ຕາມກົດລະ ບຽບຂອງສະຫະພາບໂທລະຄົມມະນາຄົມສາກົນ ກ່ອນການນໍາໃຊ້ ແລະ ໃຫ້ບໍລິການສື່ສານຜ່ານດາວທຽມ.

ມາດຕາ 33 ຄ່າໃຊ້ຈ່າຍໃນການຂຶ້ນທະບຽນ

ຜູ້ຂໍຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການຂຶ້ນທະບຽນ ຕາມທີ່ ໄດ້ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ ແລະ ຄ່າໃຊ້ ຈ່າຍໃນການປະສານງານກັບເຄືອຂ່າຍດາວທຽມອື່ນ.

ໝວດທີ 3 ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ (Landing Rights)

ມາດຕາ 34 ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ

ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ແມ່ນ ການອະນຸຍາດໃຫ້ດາວ ທຽມຕ່າງປະເທດໃຫ້ບໍລິການສື່ສານຜ່ານດາວທຽມ ຢູ່ ສປປ ລາວ.

ມາດຕາ 35 ການຂໍສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຂໍສິດໃນການໃຫ້ບໍລິການສື່ສານ ຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ນໍາກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ.

ມາດຕາ 36 ເງື່ອນໄຂການອະນຸຍາດໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ການອະນຸຍາດໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ຕ້ອງມີເງື່ອນໄຂດັ່ງນີ້:

1. ໄດ້ສຳເລັດການປະສານງານເຄື່ອຂ່າຍດາວທຽມ ແລະ ໄດ້ໃບຮັບຮອງຈາກລັດຖະບານທີ່ກ່ຽວຂ້ອງ;

2. ມີສໍານັກງານ ຢູ່ ສປປ ລາວ;

3. ມີໜ່ວຍງານ ຫຼື ພະນັກງານທີ່ຮັບຜິດຊອບ ໃນການປະສານງານເຄືອຂ່າຍດາວທຽມສະເພາະ;

4. ມີຖານະການເງິນທີ່ໝັ້ນຄົງ;

5. ມີອຸປະກອນສື່ສານຜ່ານດາວທຽມທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ຕາມກົດໝາຍ ແລະ ລະບຽບການ;

6. ມີການບໍລິການຫຼັງການຂາຍໃຫ້ກັບລູກຄ້າ;

7. ເງື່ອນໄຂອື່ນ ຕາມແຕ່ລະປະເພດທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ.

ມາດຕາ 37 ເອກະສານປະກອບການຂໍສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ເອກະສານປະກອບການຂໍສິດໃນການບໍລິການສື່ສານຜ່ານດາວທຽມມີ ດັ່ງນີ້:

1. ຄໍາຮ້ອງຕາມແບບພິມ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ;

2. ປະຫວັດການດໍາເນີນທຸລະກິດຂອງຜູ້ສະເໜີຂໍສິດ;

3. ໜັງສືແຈ້ງຜົນການປະສານງານເຄືອຂ່າຍດາວທຽມກັບບັນດາປະເທດ ທີ່ສະຫະພາບໂທລະຄົມມະນາຄົມສາກົນ ແຈ້ງໃຫ້ປະສານ;

4. ແຜນພັດທະນາເຄືອຂ່າຍ ແລະ ແຜນດໍາເນີນກິດຈະການຂອງຕົນ;

5. ບົດວິພາກເສດຖະກິດເຕັກນິກ ຊຶ່ງຕ້ອງກຳນົດຂໍ້ມູນຊັດເຈນ ກ່ຽວກັບດາວທຽມທີ່ນໍາໃຊ້;

6. ສັນຍາຮ່ວມທົນ;

7. ສໍາເນົາ ໃບທະບຽນວິສະຫະກິດ ຫຼື ໃບອະນຸຍາດສ້າງຕັ້ງ:

8. ເອກະສານອື່ນ ຕາມການກຳນົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 38 ການພິຈາລະນາການຂໍສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາອະນຸຍາດໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ພາຍໃນກໍານົດເວ ລາ ສາມສິບ ວັນ.

ໃນກໍລະນີປະຕິເສດ ການໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງ ຂໍ ພາຍໃນກຳນົດເວລາ ສາມສິບ ວັນ ເຊັ່ນກັນ.

ມາດຕາ 39 ອາຍຸຂອງໃບອະນຸຍາດໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ໃບອະນຸຍາດໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ມີອາຍຸການ ໜຶ່ງ ປີ ແລະ ສາມາດຕໍ່ໄດ້.

ພາກທີ IV ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ

ມາດຕາ 40 ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບ ການສື່ສານຜ່ານດາວທຽມ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບຂໍສ້າງຕັ້ງວິສະຫະກິດ ນຳຫ້ອງການບໍລິການ ການ ລົງທຶນປະຕູດຽວ, ກະຊວງແຜນການ ແລະ ການລົງທຶນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຂໍອະນຸຍາດດໍາເນີນກິດຈະການ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 41 ປະເພດທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ

ປະເພດທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ ມີດັ່ງນີ້:

1. ການບໍລິການໃຫ້ເຊົ່າຊ່ອງສັນຍານການສື່ສານຜ່ານດາວທຽມ:

2. ການບໍລິການການສື່ສານຜ່ານດາວທຽມລະບົບ VSAT:

3. ການໃຫ້ບໍລິການຮັບ ແລະ ສົ່ງຂໍ້ມູນຜ່ານສະຖານີດາວທຽມພາກພື້ນດິນ;

4. ການນໍາເຂົ້າ, ຈໍາໜ່າຍ, ຕິດຕັ້ງ, ຜະລິດ ແລະ ສົ່ງອອກ ອຸປະກອນສື່ສານຜ່ານດາວທຽມ:

5. ທຸລະກິດການສື່ສານຜ່ານດາວທຽມອື່ນ.

ມາດຕາ 42 ເງື່ອນໄຂການດໍາເນີນກິດຈະການ

ຜູ້ທີ່ຈະດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ມີໃບທະບຽນວິສະຫະກິດ;

2. ມີສໍານັກງານ;

3. ມີຖານະການເງິນທີ່ໝັ້ນຄົງ;

4. ມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດຢ່າງເໝາະສົມ ຕາມປະເພດທຸລະກິດ;

5. ມີແຜນດໍາເນີນກິດຈະການ;

6. ມີການບໍລິການຫຼັງການຂາຍໃຫ້ກັບລູກຄ້າ;

7. ໄດ້ຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ.

ມາດຕາ 43 ການພິຈາລະນາການຂໍດຳເນີນກິດຈະການ

ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາການຂໍອະນຸຍາດດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ພາຍໃນກຳນົດເວລາ ສາມສິບ ວັນ. ໃນກໍລະນີປະຕິເສດ ການອະນຸຍາດດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນ ໃຫ້ກັບຜູ້ຮ້ອງຂໍ ພາຍໃນກຳນົດເວລາ ສາມສິບ ວັນ ເຊັ່ນກັນ.

ມາດຕາ 44 ອາຍຸຂອງໃບອະນຸຍາດດໍາເນີນກິດຈະການ

ໃບອະນຸຍາດດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ມີອາຍຸການ ໜຶ່ງ ປີ ແລະ ສາມາດຕໍ່ໄດ້.

ມາດຕາ 45 ການຕໍ່ອາຍຸໃບອະນຸຍາດດໍາເນີນກິດຈະການ

ຜູ້ດຳເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ສາມາດຂໍຕໍ່ອາຍຸໃບອະນຸຍາດ ຊຶ່ງຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຫົກສິບ ວັນ ກ່ອນວັນໝົດອາຍຸນໍາໃຊ້.

ການຂໍຕໍ່ອາຍຸດັ່ງກ່າວ ຈະໄດ້ຮັບການພິຈາລະນາ ກໍຕໍ່ເມື່ອຜູ້ນໍາໃຊ້:

1. ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ;

2. ປະຕິບັດພັນທະ, ເສຍຄ່າທໍານຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ພາກທີ V ສິດ ແລະ ພັນທະຂອງຜູ້ດຳເນີນກິດຈະການ ແລະ ຜູ້ໃຊ້ບໍລິການ ກ່ຽວກັບການສື່ສານຜ່ານດາວທຽມ

ມາດຕາ 46 ສິດຂອງຜູ້ດຳເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ

ຜູ້ດຳເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ມີ ສິດ ດັ່ງນີ້:

1. ດໍາເນີນກິດຈະການ ຕາມທີ່ໄດ້ຮັບອະນຸຍາດ;

2. ໂຈະ ຫຼື ຢຸດເຊົາ ການໃຫ້ບໍລິການແກ່ຜູ້ໃຊ້ບໍລິການ ທີ່ບໍ່ຊຳລະຄ່າບໍລິການ ພາຍຫຼັງໄດ້ມີການແຈ້ງເຕືອນ:

3. ສະເໜີຂະຫຍາຍເຄືອຂ່າຍ ຫຼື ຂອບເຂດການໃຫ້ບໍລິການ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອພິຈາລະນາ:

4. ຂໍອະນຸຍາດປ່ຽນແປງການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ອຸປະກອນການສື່ສານຜ່ານດາວທຽມນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

5. ນໍາເຂົ້າ, ສົ່ງອອກ, ຜະລິດ, ນໍາໃຊ້, ຈຳໜ່າຍ ແລະ ຕິດຕັ້ງອຸປະກອນສື່ສານຜ່ານດາວທຽມ ຕາມທີ່ໄດ້ຮັບອະນຸຍາດ:

6. ສະເໜີຫາຜູ້ດຳເນີນກິດຈະການສື່ສານຜ່ານດາວທຽມອື່ນ ເພື່ອແກ້ໄຂໃນກໍລະນີການສື່ສານຜ່ານດາວ ທຽມຂອງຕົນຖືກລົບກວນ ຫຼື ສະເໜີລັດຖະບານ ເພື່ອຊ່ວຍແກ້ໄຂໃນກໍລະນີຜູ້ດຳເນີນກິດຈະການນັ້ນ ບໍ່ດໍາເນີນ ການແກ້ໄຂ;

7. ເກັບຄ່າບໍລິການນໍາຜູ້ໃຊ້ບໍລິການ;

8. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 47 ພັນທະຂອງຜູ້ດຳເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ

ຜູ້ດຳເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ມີພັນທະ ດັ່ງນີ້:

1. ຮັບປະກັນການດໍາເນີນກິດຈະການ ຢ່າງມີຄຸນນະພາບ, ມີຄວາມສະດວກ, ວ່ອງໄວ ແລະ ເປັນທຳ;

2. ປະຕິບັດຕາມລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ;

3. ລາຍງານ ຫຼື ແຈ້ງຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນກໍລະນີການສື່ສານຜ່ານດາວທຽມຖືກລົບກວນ;

4. ສະໜອງຂໍ້ມູນຢ່າງຖືກຕ້ອງ ກ່ຽວກັບລະບົບເຄືອຂ່າຍ, ການປະຕິບັດວຽກງານ ແລະ ຈຳນວນລູກຄ້າເປັນຕົ້ນ ທີ່ຕັ້ງ, ກຳລັງສົ່ງສັນຍານ ແລະ ຂໍ້ມູນອື່ນ;

5. ເກັບຄ່າບໍລິການຕາມລະບຽບການ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ:

6. ຮັບປະກັນການນໍາໃຊ້ໃຫ້ມີຄວາມປອດໄພ ຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ ຕາມມາດຕະຖານສາກົນ ແລະ ລະບຽບການທີ່ກ່ຽວຂ້ອງ:

7. ຮັກສາຂໍ້ມູນຄວາມລັບຂອງຜູ້ໃຊ້ບໍລິການ;

8. ປັບປຸງ ແລະ ແກ້ໄຂ ໃນກໍລະນີການສື່ສານຜ່ານດາວທຽມຂອງຕົນ ໄປລົບກວນຜູ້ດຳເນີນກິດຈະການອື່ນ:

9. ແຈ້ງໃຫ້ລູກຄ້າຊາບ ສິບ ວັນ ກ່ອນມີການປັບປຸງ, ແກ້ໄຂ ຫຼື ຕັດການເຊື່ອມຕໍ່ລະບົບ:

10. ເສຍພັນທະ, ຄ່າທໍານຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ:

11. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 48 ສິດຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມມີສິດ ດັ່ງນີ້:

1. ໄດ້ຮັບການບໍລິການ ຢ່າງມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ເປັນທຳ;

2. ສະເໜີຕໍ່ຜູ້ດຳເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ຫຼື ອົງການທີ່ມີສິດກ່ຽວຂ້ອງຂອງ ລັດ ກ່ຽວກັບການບໍລິການ ທີ່ບໍ່ເປັນທຳ, ບໍ່ມີຄຸນນະພາບ ແລະ ເກັບຄ່າບໍລິການສູງ;

3. ໄດ້ຮັບການແນະນໍາ ກ່ຽວກັບການນໍາໃຊ້ການບໍລິການສື່ສານຜ່ານດາວທຽມ;

4. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 49 ພັນທະຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມ ມີພັນທະ ດັ່ງນີ້:

1. ນໍາໃຊ້ການສື່ສານຜ່ານດາວທຽມຢ່າງຖືກຕ້ອງ ແລະ ເໝາະສົມ;

2. ເສຍຄ່າບໍລິການຢ່າງຄົບຖ້ວນ ແລະ ເປັນປົກກະຕິ;

3. ລາຍງານ ຫຼື ແຈ້ງ ຕໍ່ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນກໍລະນີຜູ້ດໍາ

ເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ: 4. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ພາກທີ VI ການກວດກາ, ຢັ້ງຢືນມາດຕະຖານເຕັກນິກ ແລະ ການນໍາເຂົ້າອຸປະກອນການສື່ສານຜ່ານດາວທຽມ

ມາດຕາ 50 ການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນການສື່ສານຜ່ານດາວທຽມ

ທຸກອຸປະກອນການສື່ສານຜ່ານດາວທຽມ ທີ່ຜະລິດ, ນໍາເຂົ້າ ແລະ ສົ່ງອອກ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນການສື່ສານຜ່ານດາວທຽມ ໄດ້ກຳນົດໄວ້ໃນ ລະບຽບການສະເພາະ,

ມາດຕາ 51 ການນໍາເຂົ້າອຸປະກອນການສື່ສານຜ່ານດາວທຽມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນໍາເຂົ້າອຸປະກອນສື່ສານ ຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເວັ້ນ ເສຍແຕ່ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ.

ສໍາລັບການຄຸ້ມຄອງການນໍາເຂົ້າອຸປະກອນການສື່ສານຜ່ານດາວທຽມ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ພາກທີ VII ຂໍ້ຫ້າມ

ມາດຕາ 52 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

1. ດໍາເນີນທຸລະກິດດ້ານການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດ:

2. ຜະລິດ, ນໍາເຂົ້າ ແລະ ສົ່ງອອກ ອຸປະກອນການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດ:

3. ນໍາໃຊ້ການສື່ສານຜ່ານດາວທຽມສ້າງຄວາມເສຍຫາຍແກ່ຜູ້ອື່ນ; 4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 53 ຂໍ້ຫ້າມສໍາລັບພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ

ຫ້າມພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ ມີພຶດຕິກຳ ດັ່ງນີ້:

1. ເປີດເຜີຍຄວາມລັບຂອງຊາດ ຫຼື ຜູ້ດຳເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດ;

2. ກົດໜ່ວງຖ່ວງດຶງ, ປອມແປງເອກະສານ ກ່ຽວກັບການສື່ສານຜ່ານດາວທຽມ:

3. ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ, ການຈັດຕັ້ງລວມໝູ່ ຫຼື ບຸກຄົນ;

4. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍ;

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 54 ຂໍ້ຫ້າມສໍາລັບຜູ້ດຳເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ

ຫ້າມຜູ້ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ມີພຶດຕິກຳ ດັ່ງນີ້:

1. ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ບໍ່ສອດຄ່ອງກັບເງື່ອນໄຂທີ່ໄດ້ຮັບອະນຸຍາດ; 2. ໂອນ, ຂາຍ ຫຼື ໃຫ້ເຊົາ ໃບອະນຸຍາດ ໂດຍບໍ່ໄດ້ຮັບອະນຸຍາດ;

3. ສໍາຫຼວດ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບເຂດຍຸດທະສາດ ຫຼື ສະຖານທີ່ອື່ນ ທີ່ສ້າງຜົນກະທົບຕໍ່ຄວາມ ໝັ້ນຄົງຂອງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

4. ຂັດຂວາງການປະຕິບັດວຽກງານ ຂອງພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ:

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 55 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ

ຫ້າມຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມ ມີພຶດຕິກຳ ດັ່ງນີ້:

1. ດັດແປງ ຫຼື ປ່ຽນ ຄື້ນຄວາມຖີ່ວິທະຍຸສື່ສານ ຂອງອຸປະກອນການສື່ສານຜ່ານດາວທຽມ; 2. ນໍາໃຊ້ການສື່ສານຜ່ານດາວທຽມ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ, ການຈັດຕັ້ງ, ລວມໝູ່ ຫຼື ບຸກຄົນ;

3. ສໍາຫຼວດ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບເຂດຍຸດທະສາດ ຫຼື ສະຖານທີ່ອື່ນ ທີ່ສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ VIII ການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ

ມາດຕາ 56 ອົງການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະ ສານສົມທົບ ກັບກະຊວງອື່ນ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວ ຂ້ອງໃນການຄຸ້ມຄອງ ແລະ ກວດກາວຽກງານດັ່ງກ່າວ.

ອົງການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ປະກອບດ້ວຍ:

1. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

2. ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນຫຼວງ;

3. ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ.

ມາດຕາ 57 ສິດ ແລະ ໜ້າທີ່ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງນະໂຍບາຍ, ຍຸດທະສາດ, ກົດໝາຍ, ລັດຖະບັນຍັດ ແລະ ດຳລັດ ກ່ຽວກັບການສື່ສານ ຜ່ານດາວທຽມ ເພື່ອສະເໜີລັດຖະບານ ພິຈາລະນາ;

2. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ລັດຖະບັນຍັດ ແລະ ດໍາລັດ ກ່ຽວກັບການສື່ສານ ຜ່ານດາວທຽມ ມາເປັນແຜນການ, ແຜນງານ, ໂຄງການ ແລະ ລະບຽບການ ພ້ອມທັງຈັດຕັ້ງປະຕິບັດ:

3. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳອື່ນ ກ່ຽວ ກັບການສື່ສານຜ່ານດາວທຽມ ໃນຂອບເຂດທົ່ວປະເທດ:

4. ອອກ, ຕໍ່, ຍົກເລີກ ຫຼື ຖອນ ໃບອະນຸຍາດດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ:

5. ພິຈາລະນາຂຶ້ນທະບຽນ ດາວທຽມ ແລະ ສະຖານີດາວທຽມພາກພື້ນດິນ; 6. ອະນຸຍາດການຜະລິດ, ນໍາເຂົ້າ ແລະ ສົ່ງອອກ ອຸປະກອນການສື່ສານຜ່ານດາວທຽມ;

7. ຄຸ້ມຄອງ, ຕິດຕາມ ກວດກາ ການດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ໃນຂອບ ເຂດທົ່ວປະເທດ:

8. ກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນການສື່ສານຜ່ານດາວທຽມ:

9. ຊີ້ນໍາການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ ຕໍ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນຫຼວງ;

10. ມອບຄວາມຮັບຜິດຊອບ ກ່ຽວກັບການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ ໃຫ້ ແຂວງ, ນະຄອນຫຼວງ ຕາມຄວາມເໝາະສົມ:

11. ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການ ດ້ານການສື່ສານຜ່ານດາວທຽມ;

12. ຮັບຄໍາຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

13. ກ່າວເຕືອນ ແລະ ນໍາໃຊ້ມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບການດ້ານບໍລິຫານ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ:

14. ປະສານສົມທົບ ກັບບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ;

15. ພົວພັນ ແລະ ຮ່ວມມືກັບສາກົນ ໃນວຽກງານການສື່ສານຜ່ານດາວທຽມ ຕາມຂອບເຂດຄວາມຮັບຜິດ ຊອບ ແລະ ຕາມການມອບໝາຍຂອງລັດຖະບານ;

16. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;

17. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ດຳລັດສະບັບນີ້ ແລະ ລະບຽບ ການທີ່ກ່ຽວຂ້ອງ.

ມາດຕາ 58 ສິດ ແລະ ໜ້າທີ່ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳ ກ່ຽວກັບການສື່ສານຜ່ານດາວທຽມ:

2. ໂຄສະນາ ເຜີຍແຜ່ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳ ກ່ຽວກັບການສື່ສານຜ່ານດາວທຽມໃນທ້ອງຖິ່ນຂອງຕົນໃຫ້ທົ່ວເຖິງ:

3. ກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ;

4. ຕິດຕາມ ແລະ ກວດກາ ການນໍາເຂົ້າເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ;

5. ເກັບກຳສະຖິຕິຜູ້ນໍາໃຊ້ການສື່ສານຜ່ານດາວທຽມ;

6. ຊີ້ນໍາຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ ກ່ຽວກັບການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ:

7. ຮັບຄໍາຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

8. ກ່າວເຕືອນ ແລະ ນໍາໃຊ້ມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບການ ດ້ານບໍລິຫານ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

9. ປະສານສົມທົບກັບບັນດາພະແນກການ ແລະ ອົງການປົກຄອງເມືອງທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ;

10. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ຕໍ່ ອົງການປົກຄອງແຂວງ, ນະຄອນຫຼວງ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຢ່າງເປັນປົກກະຕິ;

11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ດໍາລັດສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 59 ສິດ ແລະ ໜ້າທີ່ຂອງ ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ຫ້ອງການໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳ ກ່ຽວກັບການສື່ສານຜ່ານດາວທຽມ:

2. ປະສານສົມທົບ ກັບອົງການປົກຄອງເມືອງ, ເທດສະບານ, ນະຄອນ ຕິດຕາມການນໍາໃຊ້ການສື່ສານຜ່ານດາວທຽມ;

3. ເກັບກຳສະຖິຕິຜູ້ນໍາໃຊ້ການສື່ສານຜ່ານດາວທຽມ:

4. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ຕໍ່ ອົງການປົກຄອງເມືອງ, ເທດສະບານ, ນະຄອນ ແລະ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.

ມາດຕາ 60 ສິດ ແລະ ໜ້າທີ່ ຂອງພາກສ່ວນອື່ນ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ຂະແໜງການ, ອົງການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນອື່ນ ມີສິດ ແລະ ໜ້າທີ່ ໃນການໃຫ້ຄວາມຮ່ວມມື ແລະ ປະສານສົມທົບກັບ ຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ.

ມາດຕາ 61 ເນື້ອໃນການກວດກາ

ການກວດກາວຽກງານການສື່ສານຜ່ານດາວທຽມ ມີເນື້ອໃນ ດັ່ງນີ້:

1. ການປະຕິບັດນະໂຍບາຍ, ກົດໝາຍ, ດຳລັດສະບັບນີ້ ແລະ ນິຕິກຳອື່ນ ກ່ຽວກັບການສື່ສານຜ່ານດາວທຽມ:

2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ:

3. ຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກຂອງພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ:

4. ການເຄື່ອນໄຫວຂອງຜູ້ດໍາເນີນກິດຈະການ ແລະ ຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມ:

5. ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ກ່ຽວກັບການສື່ສານຜ່ານດາວທຽມ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 62 ຮູບການກວດກາ

ການກວດກາວຽກງານການສື່ສານຜ່ານດາວທຽມ ມີ ສາມ ຮູບການ ດັ່ງນີ້:

1. ການກວດກາຕາມປົກກະຕິ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ:

3. ການກວດກາແບບກະທັນຫັນ.

ການກວດກາຕາມປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມ ຈຳເປັນ ໂດຍແຈ້ງໃຫ້ຜູ້ທີ່ຈະຖືກກວດກາຮູ້ກ່ອນ ຢ່າງໜ້ອຍ ຊາວສີ ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນ ການກວດກາເມື່ອເຫັນວ່າມີຄວາມຈຳເປັນ, ຮີບດ່ວນໂດຍບໍ່ໄດ້ແຈ້ງ ໃຫ້ຜູ້ທີ່ຈະຖືກກວດກາຊາບ.

ການກວດກາ ໃຫ້ດໍາເນີນທັງກວດກາເອກະສານ ແລະ ກວດກາການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບວຽກ ງານການສື່ສານຜ່ານດາວທຽມ ແລະ ໃຫ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.

ພາກທີ IX ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 63 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດດຳລັດສະບັບນີ້ ແລະ ລະບຽບການ ທີ່ກ່ຽວຂ້ອງ ເປັນຕົ້ນ ການນໍາໃຊ້ການສື່ສານຜ່ານດາວທຽມ ເພື່ອສ້າງປະໂຫຍດແກ່ສັງຄົມ, ການດໍາເນີນກິດຈະການສື່ ສານຜ່ານດາວທຽມ ມີປະສິດທິພາບ ແລະ ປະສິດທິຜົນ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 64 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ ລວມທັງໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ.

ມາດຕາ 65 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຄັ້ງທໍາອິດທີ່ບໍ່ເປັນອັນຕະລາຍ ຫຼື ຮ້າຍ ແຮງໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 66 ມາດຕະການທາງວິໄນ

ພະນັກງານ-ລັດຖະກອນ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກລົງວິໄນຕາມກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 67 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງ ອາຍາ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

1. ດຳເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຫຼື ບໍ່ຖືກຕ້ອງຕາມການອະນຸຍາດ ຈະຖືກປັບໃໝ ຕາມແຕ່ກໍລະນີ ຄື:

  • ສໍາລັບການບໍລິການໃຫ້ເຊົ່າຊ່ອງສັນຍານການສື່ສານຜ່ານດາວທຽມ ຈະຖືກປັບໃໝ 100.000 ກີບ ຄູນໃຫ້ຄວາມກວ້າງຂອງ ຊ່ອງສັນຍານ;
  • ສໍາລັບການບໍລິການການສື່ສານຜ່ານດາວທຽມລະບົບ VSAT ຈະຖືກປັບໃໝ 80.000.000 ກີບ ຄຸນໃຫ້ຈໍານວນສະຖານີລະບົບ VSAT:
  • ສໍາລັບການໃຫ້ບໍລິການຮັບ ແລະ ສົ່ງຂໍ້ມູນຜ່ານສະຖານນີດາວທຽມພາກພື້ນດິນ ຈະຖືກປັບໃໝ 80.000.000 ກີບ ຄຸນໃຫ້ຈຳນວນສະຖານີພາກພື້ນດິນ:
  • ສໍາລັບການໃຫ້ບໍລິການສົ່ງຂໍ້ມູນຜ່ານສະຖານນີດາວທຽມພາກພື້ນດິນ ຈະຖືກປັບໃໝ 40.000.000 ກີບ ຄຸນໃຫ້ຈໍານວນສະຖານີພາກພື້ນດິນ;
  • ສໍາລັບການຜະລິດ, ນໍາເຂົ້າ ແລະ ສົ່ງອອກ ອຸປະກອນສື່ສານຜ່ານດາວທຽມ ຈະຖືກປັບໃໝ 70 ຂອງ ມູນຄ່າອຸປະກອນທັງໝົດ;
  • ສໍາລັບທຸລະກິດການສື່ສານຜ່ານດາວທຽມອື່ນ ຈະຖືກປັບໃໝ 10.000 ກີບ ຕໍ່ 1 KHz ທີ່ນໍາໃຊ້ໃນແຕ່ລະປະເພດທຸລະກິດ.

2. ສ້າງ ຫຼື ມີ ສະຖານີດາວທຽມພາກພື້ນດິນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 70 ຂອງມູນຄ່າ ອຸປະກອນທັງໝົດ;

3. ດາວທຽມຕ່າງປະເທດໃຫ້ບໍລິການສື່ສານຜ່ານດາວທຽມໃນ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈະ ຖືກປັບໃໝ 10.000 ກີບ ຕໍ່ 1 KHz: 4. ອຸປະກອນການສື່ສານຜ່ານດາວທຽມ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ຈະຖືກປັບໃໝ 70 ຂອງມູນຄ່າອຸປະກອນທັງໝົດ.

ມາດຕາ 68 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດດຳລັດສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ.

ມາດຕາ 69 ມາດຕະການທາງອາຍາ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ລະເມີດດຳລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມ ກົດໝາຍອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ພາກທີ X ບົດບັນຍັດສຸດທ້າຍ

ມາດຕາ 70 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 71 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ


ແຫຼ່ງທີ່ມາ: https://laoofficialgazette.gov.la/kcfinder/upload/files/471ລບ2019.pdf