ດໍາລັດ ວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ

ຈາກ Laopedia

ຫົວຂໍ້: ດໍາລັດ ວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 17-08-2022

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 06-09-2022

ບ່ອນອີງ

ອີງຕາມ ກົດໝາຍ ວ່າດ້ວຍ ລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021;

ອີງຕາມ ກົດໝາຍ ວ່າດ້ວຍ ເຕັກໂນໂລຊິການສື່ສານ ຂໍ້ມູນ ຂ່າວສານ ສະບັບເລກທີ 02/ສພຊ, ລົງວັນທີ 07 ພະຈິກ 2016;

ອີງຕາມ ກົດໝາຍ ວ່າດ້ວຍ ການປົກປ້ອງຂໍ້ມູນເອເລັກໂຕຣນິກ ສະບັບເລກທີ 25/ສພຊ, ລົງວັນທີ 12 ພຶດສະພາ 2017;

ອີງຕາມ ກົດໝາຍ ວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, ລົງວັນທີ 12 ທັນວາ 2018;

ອີງຕາມ ໜັງສືສະເໜີ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 2307/ກຕສ, ລົງວັນທີ 01 ກໍລະກົດ 2022,

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມ ທັນສະໄໝ, ວ່ອງໄວ, ປະຢັດ ແລະ ຮັບປະກັນຄວາມປອດໄພ ແນໃສ່ຫັນການບໍລິຫານລັດແບບລວມສູນ ແລະ ການບໍລິການລັດ ໃຫ້ມີຄວາມສະດວກ ແລະ ໂປ່ງໃສ, ຮັບປະກັນໃຫ້ການເຂົ້າເຖິງບໍລິການລັດ ໄດ້ຢ່າງທົ່ວເຖິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ແມ່ນ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນການບໍລິ ຫານ ແລະ ການບໍລິການລັດ ເພື່ອເພີ່ມປະສິດທິພາບຂອງວຽກງານ, ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ປະຢັດ ແລະ ຮັບປະກັນຄວາມປອດໄພ, ເຮັດໃຫ້ການບໍລິການລັດ ສູ່ປະຊາຊົນ ໄດ້ຢ່າງທົ່ວເຖິງ ແລະ ມີປະ ສິດທິຜົນ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ເຕັກໂນໂລຊີດີຈິຕອນ ໝາຍເຖິງ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ທັນສະໄໝ;

2. ຂໍ້ມູນດີຈີຕອນ ໝາຍເຖິງ ຂໍ້ມູນທີ່ ສ້າງ, ເກັບຮັກສາ, ປະມວນຜົນ, ສະແດງຜົນ ໂດຍເຄື່ອງມື ຫຼື ວິທີການ ທາງເຕັກໂນໂລຊີດີຈີຕອນ;

3. ສູນແລກປ່ຽນຂໍ້ມູນຂ່າວສານຂອງລັດ ໝາຍເຖິງ ສູນໃຫ້ບໍລິການສົ່ງ ຂໍ້ມູນ ຂ່າວສານ ຈາກ ຄອມພິວເຕີ ໃດໜຶ່ງ ເຖິງຄອມພິວເຕີອີກໜ່ວຍ ຫຼື ລະຫວ່າງ ອຸປະກອນດີຈິຕອນອື່ນ ດ້ວຍຮູບການເອເລັກໂຕຣນິກ ໂດຍການນໍາໃຊ້ວິທີການໃດໜຶ່ງ ທີ່ມີການກຳນົດມາດຕະຖານ ຂອງຮູບແບບຂໍ້ມູນ ຂ່າວສານ ແລະ ການສົ່ງ;

4. ຖານຂໍ້ມູນ (Data Base) ໝາຍເຖິງ ບ່ອນເກັບຮັກສາຂໍ້ມູນແບບເອເລັກໂຕຣນິກໄວ້ ຢ່າງເປັນ ລະບົບ ທີ່ສາມາດ ຄຸ້ມຄອງ, ປັບປຸງ ແລະ ນໍາໃຊ້ ໄດ້;

5. ຄວາມປອດໄພຂອງຂໍ້ມູນ ໝາຍເຖິງ ຄວາມປອດໄພທາງດ້ານເຕັກນິກ ແລະ ການຈັດການລະບົບຂໍ້ ມູນ ເພື່ອຮັກສາ, ປ້ອງກັນ, ກູ້ຄືນລະບົບ ຂໍ້ມູນ ແລະ ການບໍລິການ ຈາກເຫດບັງເອີນ, ການໂຈມຕີ ຫຼື ໄພ ອັນຕະລາຍອື່ນໆ;

6. ເອກະສານເອເລັກໂຕຣນິກ ໝາຍເຖິງ ຂໍ້ມູນ ຂ່າວສານ ທີ່ບັນທຶກດ້ວຍເຄື່ອງມືເອເລັກໂຕຣນິກ ເພື່ອ ເກັບຮັກສາເນື້ອໃນ ຂອງເອກະສານ ຊຶ່ງສາມາດອ່ານໄດ້ ດ້ວຍລະບົບສະແດງຂໍ້ມູນ, ການພິມອອກ, ຫຼື ດ້ວຍຮູບ ການອື່ນ ເປັນຕົ້ນ ໃນແຜນຊີດີ, ແຜນດີວິຕີ, ຮາດດິດ, ເມໂມຣິຄອດ;

7. ລະບົບການພິສູດ ແລະ ຢັ້ງຢືນຕົວຕົນແບບດີຈີຕອນ (e-KYC and Digital ID) ໝາຍເຖິງ ເຕັກ ໂນໂລຊີ ແລະ ວິທີການທາງດ້ານ ດີຈິຕອນ ທີ່ໃຊ້ສໍາລັບການ ພິສູດ ແລະ ຍິ່ງຢືນ ຫຼື ຮັບຮູ້ບຸກຄົນໃດໜຶ່ງ ຕໍ່ຂໍ້ມູນ ໃນເວລາເຂົ້າເຖິງການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຢ່າງຖືກຕ້ອງ ແລະ ມີຈິງ;

8. ລະບົບບໍລິການລັດແຫ່ງຊາດ (National E-portal) ໝາຍເຖິງ ລະບົບບໍລິການລັດ ແບບລວມສູນ ທີ່ລວບລວມ ຂໍ້ມູນ ຂ່າວສານ ແລະ ບໍລິການຕ່າງໆ ຈາກລະບົບບໍລິການລັດ ຂອງບັນດາອົງການຈັດຕັ້ງລັດ ຂຶ້ນ ສູນກາງ ແລະ ທ້ອງຖິ່ນ ເຂົ້າມາລວມຢູ່ໃນລະບົບດຽວ;

9. ລະບົບຖານຂໍ້ມູນສໍາຄັນຂອງຊາດ ໝາຍເຖິງ ຖານຂໍ້ມູນ ທີ່ມີຄວາມສໍາຄັນ ຕໍ່ເສດຖະກິດ-ສັງຄົມ ແລະ ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຶ່ງລັດຖະບານ ໄດ້ກຳນົດເປັນວຽກບຸລິມະສິດ ເປັນຕົ້ນ ຂໍ້ມູນ ພົນລະເຮືອນ, ໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ສາທາລະນະສຸກ;

10. ພລັດຟອມ (Platform) ໝາຍເຖິງ ລະບົບພື້ນຖານໃດໜຶ່ງ ທີ່ນໍາໃຊ້ເຕັກໂນໂລຊີດີຈິຕອນ ເພື່ອ ສ້າງສະພາບແວດລ້ອມ ໃນການເຊື່ອມໂຍງ ກັບຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ສາມາດນໍາໃຊ້ບໍລິການ ຫຼື ເຮັດທຸລະກຳໃດໜຶ່ງຮ່ວມກັນ ແບບທັນສະໄໝ ເປັນຕົ້ນ ພລັດຟອມໃຫ້ບໍລິການລັດຜ່ານອິນເຕີເນັດ, ພລັດຟອມ ເກັບຂໍ້ມູນພາກລັດ, ພລັດຟອມສະແດງຜົນ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ລັດ ໃຫ້ຄວາມສໍາຄັນແກ່ການພັດທະນາວຽກງານ ບໍລິຫານ ແລະ ບໍລິການລັດ ຫັນສູ່ທັນສະໄໝ ຮັບປະກັນ ການບໍລິຫານ ແລະ ບໍລິການລັດ ໃຫ້ມີຄວາມ ວ່ອງໄວ, ໂປງໃສ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ລັດ ໃຫ້ຄວາມສໍາຄັນແກ່ການພັດທະນາລະບົບເຕັກໂນໂລຊີດີຈີຕອນ ສໍາລັບວຽກງານ ບໍລິຫານ ແລະ

ບໍລິການລັດ ແບບດີຈີຕອນ ທີ່ນໍາໃຊ້ຊອບແວເປີດ ໂດຍຮັບປະກັນຄວາມປອດໄພ ຂໍ້ມູນ ຂ່າວສານ ຂອງລັດ.

ລັດ ຊຸກຍູ້, ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີສ່ວນຮ່ວມໃນການພັດທະນາ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃຫ້ເປັນຮູບປະທຳ ແລະ ບົນພື້ນຖານຕ່າງຝ່າຍ ຕ່າງມີຜົນປະໂຫຍດ.

ລັດ ຊຸກຍູ້, ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນໍາໃຊ້ລະບົບການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ເພື່ອສະໜອງໃນການເຄື່ອນໄຫວວຽກງານ ຂອງຕົນ ໂດຍຮັບປະກັນໃຫ້ມີການເຊື່ອມໂຍງ ຂອງ ລະບົບດັ່ງກ່າວ ໃຫ້ເປັນເອກະພາບ, ມີຄຸນນະພາບ ແລະ ປະສິດທິຜົນ ແນໃສ່ອໍານວຍຄວາມສະດວກ ແລະ ສະໜອງ ຂໍ້ມູນເປີດ ຂອງລັດ ແກ່ສັງຄົມ.

ມາດຕາ 5 ຫຼັກການກ່ຽວກັບການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃຫ້ປະຕິບັດ ຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບ ແນວທາງນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ;

2. ຮັບປະກັນຄວາມສະຫງົບ ແລະ ຄວາມໝັ້ນຄົງ ຂອງຊາດ;

3. ພັດທະນາລະບົບບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຢ່າງລວມສູນ ແລະ ເປັນເອກະພາບ ໃນ ຂອບເຂດທົ່ວປະເທດ;

4. ຮັບປະກັນການນໍາໃຊ້ ຂໍ້ມູນ ຂອງລັດ ແລະ ປະຊາຊົນ ຢ່າງຖືກຕ້ອງ, ປອດໄພ ແລະ ສ້າງຜົນ ປະໂຫຍດສູງສຸດ.

ມາດຕາ 6 ຂອບເຂດການນໍາໃຊ້

ດຳລັດສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ ສ້າງ, ພັດທະນາ ແລະ ນໍາໃຊ້ ລະບົບບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ.

ມາດຕາ 7 ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ດ້ວຍການແລກປ່ຽນບົດຮຽນດ້ານເຕັກນິກ, ພັດທະນາບຸກຄະລາກອນ, ຂໍ້ມູນ ຂ່າວສານ ແລະ ເຕັກໂນໂລຊີ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີການພັດທະນາຢ່າງເປັນລະບົບ, ມີປະສິດທິພາບ ມີປະສິດທິຜົນ ແລະ ຢືນຍົງ ໂດຍສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ.

ໝວດທີ 2 ການບໍລິຫານລັດແບບດີຈີຕອນ

ມາດຕາ 8 ລະບົບບໍລິຫານລັດແບບດີຈິຕອນ

ການບໍລິຫານລັດແບບດີຈິຕອນ ແມ່ນ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ຂອງອົງການຈັດຕັ້ງລັດ ເຂົ້າໃນ ການບໍລິຫານວຽກງານ ຂອງຕົນ ເພື່ອເພີ່ມປະສິດທິພາບ ຂອງການບໍລິຫານລັດ ໃຫ້ມີຄວາມສະດວກ, ທັນ ສະໄໝ, ວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສ.

ການບໍລິຫານລັດແບບດິຈິຕອນ ມີ ສອງ ລະບົບ ດັ່ງນີ້:

1. ລະບົບບໍລິຫານລັດທົ່ວໄປ;

2. ລະບົບບໍລິຫານລັດສະເພາະ,

ມາດຕາ 9 ລະບົບບໍລິຫານລັດທົ່ວໄປ

ລະບົບບໍລິຫານລັດທົ່ວໄປ ແມ່ນ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນການບໍລິຫານວຽກງານ ຂອງລັດ ທີ່ມີລັກສະນະທົ່ວໄປ ແລະ ນໍາໃຊ້ກັນຫຼາຍ ໃນອົງການຈັດຕັ້ງລັດ ເປັນຕົ້ນ ລະບົບບໍລິຫານເອກະສານຫ້ອງການ, ລະບົບສື່ສານ ຂອງລັດ, ລະບົບເກັບກຳຂໍ້ມູນ ຂອງລັດ ແລະ ລະບົບແລກປ່ຽນ ຂໍ້ມູນ ຂ່າວສານ ຂອງລັດ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງນໍາໃຊ້ລະບົບບໍລິຫານລັດທົ່ວໄປ ທີ່ພັດທະນາ ໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ, ສໍາລັບ ອົງການຈັດຕັ້ງໃດໜຶ່ງ ທີ່ມີລະບົບບໍລິຫານລັດທົ່ວໄປແລ້ວ ໃຫ້ສໍາຫຼວດ, ກວດກາ ແລະ ປັບປຸງລະບົບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 27 ຂອງດໍາລັດສະບັບນີ້.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະສານສົມທົບກັບ ກະຊວງ, ອົງການທີ່ກ່ຽວຂ້ອງ ຈັດປະເພດ ເຕັກໂນໂລຊີດີຈິຕອນ ທີ່ນໍາໃຊ້ໃນລະບົບບໍລິຫານລັດທົ່ວໄປ, ພ້ອມທັງ ເປັນເຈົ້າການ ອອກແບບ, ສ້າງ ແລະ ພັດທະນາລະບົບບໍລິຫານລັດທົ່ວໄປ ເພື່ອໃຫ້ສາມາດນໍາໃຊ້ຮ່ວມກັນ ແລະ ເຊື່ອມໂຍງກັນ ບົນພື້ນຖານປະຢັດ, ປອດໄພ, ສາມາດຂະຫຍາຍ, ປັບປຸງ ແລະ ຮັບປະກັນຄວາມຍືນຍົງ.

ມາດຕາ 10 ລະບົບບໍລິຫານລັດສະເພາະ

ລະບົບບໍລິຫານລັດສະເພາະ ແມ່ນ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນການປະຕິບັດວຽກງານ ວິຊາສະເພາະ ຂອງອົງການຈັດຕັ້ງລັດ ເປັນຕົ້ນ ລະບົບຄຸ້ມຄອງເງິນເດືອນພະນັກງານ, ລະບົບຄຸ້ມຄອງຄັງເງິນ. ແຫ່ງຊາດ, ລະບົບຄຸ້ມຄອງພົນລະເມືອງ, ລະບົບຄຸ້ມຄອງການສັນຈອນ, ລະບົບຄຸ້ມຄອງເລກໝາຍໂທລະສັບ, ລະບົບຄຸ້ມຄອງກວດກາຄື້ນຄວາມຖີ່ວິທະຍຸສື່ສານ, ລະບົບຊຳລະ ແລະ ຫັກບັນຊີ ຂອງ ສປປ ລາວ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ສາມາດ ອອກແບບ, ສ້າງ, ພັດ ທະນາ ຫຼື ຈັດຊື້ ລະບົບບໍລິຫານລັດສະເພາະ ເພື່ອຮັບໃຊ້ວຽກງານວິຊາສະເພາະ ຂອງອົງການຈັດຕັ້ງຕົນ ແຕ່ຕ້ອງຮັບປະກັນການ ປະຢັດ, ປອດໄພ, ສາມາດຂະຫຍາຍ, ເຊື່ອມໂຍງ, ປັບປຸງ, ຍືນຍົງ ແລະ ສອດຄ່ອງກັບມາດຕະຖານເຕັກນິກ ທີ່ ກຳນົດ.

ລັດຖະບານ ໃຫ້ບຸລິມະສິດ ນໍາໃຊ້ລະບົບເຕັກໂນໂລຊີດີຈີຕອນສໍາລັບລະບົບບໍລິຫານລັດສະເພາະ ທີ່ມີຢູ່ ແລ້ວຮ່ວມກັນ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການປະສານສົມທົບ ກັບ ກະຊວງ, ອົງການທີ່ກ່ຽວຂ້ອງ ເກັບກຳຂໍ້ມູນ ແລະ ສ້າງລາຍການ ກ່ຽວກັບລະບົບບໍລິຫານລັດສະເພາະ ທີ່ຖືກນໍາໃຊ້ ໃນແຕ່ລະຂະແໜງການ.

ມາດຕາ 11 ການຮັບ-ສົ່ງ ເອກະສານເອເລັກໂຕຣນິກຂອງລັດ

ເອກະສານເອເລັກໂຕຣນິກຂອງລັດ ແມ່ນ ເອກະສານລັດຖະການທີ່ຖືກ ສ້າງ, ເກັບ ແລະ ສະແດງຜົນ ໃນຮູບແບບເອເລັກໂຕຣນິກ.

ການຮັບ-ສົ່ງເອກະສານເອເລັກໂຕຣນິກຂອງລັດ ລະຫວ່າງ ອົງການຈັດຕັ້ງລັດດ້ວຍກັນ ຫຼື ລະຫວ່າງອົງ ການຈັດຕັ້ງລັດກັບອົງການຈັດຕັ້ງອື່ນ ຕ້ອງນໍາໃຊ້ລະບົບບໍລິຫານລັດທົ່ວໄປ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງ ດຳລັດສະບັບນີ້.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງສ້າງລະບຽບການ ກ່ຽວກັບການບໍລິຫານ ຈັດການເອກະສານເອເລັກໂຕຣນິກ ຂອງພາກສ່ວນຕົນ ໂດຍສອດຄ່ອງກັບ ຂອບເຂດສິດ ແລະ ໜ້າທີ່ ຂອງຕົນ.

ກະຊວງພາຍໃນ ປະສານສົມທົບກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສ້າງລະບຽບການ ກ່ຽວກັບ ການບໍລິຫານຈັດການເອກະສານເອເລັກໂຕຣນິກ ເພື່ອເປັນບ່ອນອີງໃຫ້ແກ່ ກະຊວງ, ອົງການທີ່ກ່ຽວຂ້ອງ ໃນ ການຈັດຕັ້ງປະຕິບັດ.

ມາດຕາ 12 ການນໍາໃຊ້ລາຍເຊັນເອເລັກໂຕຣນິກ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງນໍາໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນ ວຽກງານບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຂອງຂະແໜງການ ຂອງຕົນ ຕາມການພັດທະນາລະບົບ ເຕັກນິກ ຂອງອົງການຈັດຕັ້ງຕົນ.

ຫຼັກການ ແລະ ລະບຽບການ ກ່ຽວກັບການນໍາໃຊ້ລາຍເຊັນເອເລັກໂຕຣນິກ ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 13 ການຫັນສູ່ການບໍລິຫານລັດແບບດີຈິຕອນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງປັບປຸງການເຄື່ອນໄຫວ, ສ້າງກົນໄກ ແລະ ເງື່ອນໄຂ ເພື່ອຫັນໄປສູ່ການບໍລິຫານລັດແບບດີຈິຕອນ, ພ້ອມທັງ ເສີມຂະຫຍາຍການນໍາໃຊ້ເຕັກໂນໂລຊິດີຈິຕອນ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການຂອງອົງການຈັດຕັ້ງຕົນ ຕາມຄວາມເໝາະສົມ ແລະ ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງຄົ້ນຄວ້າ ສ້າງລະບຽບການ ກ່ຽວກັບການຫັນ ການບໍລິຫານລັດ ຂອງຕົນ ໄປສູ່ການບໍລິຫານລັດ ແບບດີຈີຕອນ.

ໝວດທີ 3 ການບໍລິການລັດແບບດີຈີຕອນ

ມາດຕາ 14 ການບໍລິການລັດແບບດີຈິຕອນ

ການບໍລິການລັດແບບດິຈິຕອນ ແມ່ນ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນການບໍລິການລັດ ເພື່ອເພີ່ມປະສິດທິພາບ ຂອງການບໍລິການລັດ, ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ ແລະ ທົ່ວເຖິງ ເປັນຕົ້ນ ການອະນຸຍາດ, ການຢັ້ງຢືນ ຫຼື ການສະໜອງຂໍ້ມູນ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານອິນເຕີເນັດ.

ມາດຕາ 15 ລະບົບບໍລິການລັດ (e-Portal)

ລະບົບບໍລິການລັດ (e-Portal) ແມ່ນ ເວັບໄຊ ຫຼື ແອັບພລິເຄຊັນ ຂອງອົງການຈັດຕັ້ງໃດໜຶ່ງ ທີ່ ລວບລວມ ຂໍ້ມູນ ຂ່າວສານ ແລະ ການບໍລິການຕ່າງໆ ຂອງອົງການຈັດຕັ້ງດັ່ງກ່າວ ມາລວມຢູ່ໃນລະບົບດຽວ ເພື່ອເປັນຊ່ອງທາງ ໃຫ້ແກ່ປະຊາຊົນ ໃນການເຂົ້າເຖິງ ຂໍ້ມູນ ຂ່າວສານ ແລະ ການບໍລິການຕ່າງໆ ໄດ້ຢ່າງ ສະດວກ ແລະ ວ່ອງໄວ ໂດຍຜ່ານລະບົບການພິສູດ ແລະ ຢັ້ງຢືນຕົວຕົນ ແບບດີຈີຕອນ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ສາມາດສ້າງ ແລະ ພັດທະນາລະບົບບໍລິການ ຂອງຕົນ ໂດຍໃຫ້ເຊື່ອມຕໍ່ເຂົ້າໃນລະບົບບໍລິການລັດ ແຫ່ງຊາດ.

ການພັດທະນາລະບົບບໍລິການລັດ ຕ້ອງສອດຄ່ອງກັບ ມາດຕະຖານເຕັກນິກ ຂອງການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ, ລະບຽບການ ກ່ຽວກັບລະຫັດຊື່ອິນເຕີເນັດແຫ່ງຊາດ ຂອງ ສປປ ລາວ, ລາຍ ເຊັນເອເລັກໂຕຣນິກ ແລະ ການເກັບຮັກສາຖານຂໍ້ມູນ ພາກລັດ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ປະສານສົມທົບກັບ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນການ ສ້າງ, ປັບປຸງ ແລະ ພັດທະນາ ລະບົບບໍລິການລັດ.

ມາດຕາ 16 ລະດັບການບໍລິການລັດແບບດີຈີຕອນ

ການບໍລິການລັດແບບດີຈີຕອນ ມີ ຫ້າ ລະດັບ ດັ່ງນີ້:

1. ລະດັບ 1 ແມ່ນ ການສະໜອງ ຂໍ້ມູນ ຂ່າວສານ, ນິຕິກຳ ແລະ ຂັ້ນຕອນຕ່າງໆ ໃນການໃຫ້

ບໍລິການ ຂອງອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງ;

2. ລະດັບ 2 ແມ່ນ ການໃຫ້ບໍລິການລະດັບ 1, ພ້ອມທັງ ໃຫ້ສາມາດດາວໂຫຼດ ແບບພິມ, ຄໍາຮ້ອງ ແລະ ເອກະສານອື່ນ ເພື່ອນໍາໄປປະກອບເອກະສານ, ແລ້ວຢືນຕໍ່ອົງການຈັດຕັ້ງລັດ ດ້ວຍຕົນເອງ ຫຼື ຜ່ານໄປສະນີ;

3. ລະດັບ 3 ແມ່ນ ການໃຫ້ບໍລິການລະດັບ 2, ພ້ອມທັງ ສາມາດຢັນຕໍ່ ອົງການຈັດຕັ້ງລັດ ຜ່ານອິນເຕີເນັດ;

4. ລະດັບ 4 ແມ່ນ ການໃຫ້ບໍລິການລະດັບ 3, ພ້ອມທັງ ສາມາດຊໍາລະຄ່າທໍານຽມ ແລະ ຄ່າ ບໍລິການ ຜ່ານອິນເຕີເນັດ;

5. ລະດັບ 5 ແມ່ນ ການໃຫ້ບໍລິການລະດັບ 4, ພ້ອມທັງ ສາມາດຮັບຜົນ ຂອງການອະນຸມັດຜ່ານອິນເຕີເນັດ.

ມາດຕາ 17 ການປະຕິບັດລະດັບການບໍລິການລັດແບບດີຈິຕອນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງປະຕິບັດລະດັບການບໍລິການລັດ ແບບດີຈີຕອນ ຕາມທີ່ກຳນົດໄວ້ໃນມາດຕາ 16 ຂອງດຳລັດສະບັບນີ້ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ ແລະ ຕາມການ ກຳນົດ ການບໍລິການລັດ ແບບດີຈິຕອນ ຂອງລັດຖະບານ ໃນແຕ່ລະໄລຍະ,

ມາດຕາ 18 ການເກັບຄ່າທໍານຽມ, ຄ່າບໍລິການ, ຄ່າປັບໃໝ ແລະ ຄ່າໃຊ້ຈ່າຍອື່ນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ໃຫ້ບໍລິການດີຈິຕອນ ຕ້ອງສ້າງກົນໄກໃນ ການເກັບ ຄ່າທໍານຽມ, ຄ່າບໍລິການ, ຄ່າປັບໃໝ ແລະ ຄ່າໃຊ້ຈ່າຍອື່ນ ຜ່ານລະບົບການຊຳລະຜ່ານອິນເຕີເນັດ ທີ່ສອດຄອງກັບກົດໝາຍ ແລະ ລະບຽບການ...

ອັດຕາຄ່າທໍານຽມ, ຄ່າບໍລິການ, ຄ່າປັບໃໝ ແລະ ຄ່າໃຊ້ຈ່າຍອື່ນ ແບບດີຈີຕອນ ໃຫ້ປະຕິບັດ ຕາມ ອັດຕາ ທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ແລະ ລະບຽບການອື່ນ ທີ່ ກ່ຽວຂ້ອງ.

ໝວດທີ 4 ຂໍ້ມູນຂອງລັດໃນຮູບແບບດີຈີຕອນ

ມາດຕາ 19 ຂໍ້ມູນຂອງລັດ

ຂໍ້ມູນຂອງລັດ ແມ່ນ ຂໍ້ມູນດີຈິຕອນ ທີ່ອົງການຈັດຕັ້ງລັດ ສ້າງ, ໄດ້ມາ ແລະ ຄຸ້ມຄອງ ຊຶ່ງບໍ່ອະນຸຍາດ ໃຫ້ມີການເປີດເຜີຍແກ່ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທີ່ບໍ່ມີສ່ວນກ່ຽວຂ້ອງ ຫຼື ບໍ່ໄດ້ຮັບການເຫັນ ດີຈາກອົງການຈັດຕັ້ງ ທີ່ເປັນເຈົ້າຂອງຂໍ້ມູນ, ຍົກເວັ້ນ ຂໍ້ມູນເປີດ ຂອງລັດ.

ມາດຕາ 20 ການສ້າງຂໍ້ມູນເປັນດີຈິຕອນ

ຂໍ້ມູນຂອງລັດ ຕ້ອງສ້າງ ແລະ ເກັບຮັກສາຄຽງຄູ່ກັບ ຮູບແບບເຈ້ຍ ແລະ ຮູບແບບເອເລັກໂຕຣນິກ, ພ້ອມທັງ ຫັນໄປສູ່ການ ສ້າງ ແລະ ເກັບຮັກສາ ແບບດີຈິຕອນ ຢ່າງເຕັມສ່ວນ ຕາມຄວາມພ້ອມຂອງແຕ່ລະ ຂະແໜງການ ທີ່ເຫັນວ່າ ມີຄວາມສໍາຄັນ ຕໍ່ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງຫັນເອົາຂໍ້ມູນ ທີ່ຍັງບໍ່ເປັນຮູບແບບດີຈິຕອນ

ໃຫ້ມາເປັນຮູບແບບດິຈິຕອນ ໂດຍອີງຕາມລໍາດັບຄວາມສໍາຄັນ ຂອງຂໍ້ມູນ.

ການສ້າງຂໍ້ມູນຂອງລັດ ຕ້ອງຮັບປະກັນໃຫ້ ຄົບຖ້ວນ, ຖືກຕ້ອງ, ສາມາດນໍາໃຊ້ຮ່ວມກັນ, ເຊື່ອມໂຍງ ແລະ ແລກປ່ຽນ ໃນຮູບແບບດີຈິຕອນ ລະຫວ່າງ ອົງການຈັດຕັ້ງລັດດ້ວຍກັນ.

ມາດຕາ 21 ການເກັບ, ການສໍາຮອງ ແລະ ການທໍາລາຍຂໍ້ມູນ

ການເກັບຮັກສາ, ການສໍາຮອງ ແລະ ການທໍາລາຍ ຂໍ້ມູນຂອງລັດ ຕ້ອງປະຕິບັດ ຕາມກົດໝາຍວ່າດ້ວຍ ເອກະສານ, ດຳລັດວ່າດ້ວຍສູນຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 22 ການເຂົ້າເຖິງຂໍ້ມູນ ແລະ ແລກປ່ຽນຂໍ້ມູນດີຈິຕອນ

ກະຊວງ, ອົງການ ແລະ ອົງການການປົກຄອງທ້ອງຖິ່ນ ສາມາດແລກປ່ຽນຂໍ້ມູນດີຈິຕອນ ທີ່ຕົນໄດ້ ຄຸ້ມຄອງ ໂດຍຜ່ານສູນແລກປ່ຽນ ຂໍ້ມູນ ຂ່າວສານ ຂອງລັດ ແຕ່ຕ້ອງຮັບປະກັນຄວາມລັບ, ຄວາມປອດໄພ ຂອງຂໍ້ມູນ ແລະ ການປົກປ້ອງຂໍ້ມູນສ່ວນບຸກຄົນ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະສານສົມທົບກັບ ກະຊວງພາຍໃນ, ກະຊວງອື່ນ ແລະ ອົງການ ທີ່ກ່ຽວຂ້ອງ ສ້າງກົນໄກ ແລະ ວິທີການ ໃນການແລກປ່ຽນຂໍ້ມູນດີຈີຕອນ ລະຫວ່າງ ບັນດາອົງ ການຈັດຕັ້ງລັດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການ ສໍາຫຼວດ, ອອກແບບ, ສ້າງ ແລະ ພັດທະນາ ສູນແລກປ່ຽນຂໍ້ມູນຂ່າວສານ ຂອງລັດ.

ມາດຕາ 23 ຂໍ້ມູນເປີດຂອງລັດ

ຂໍ້ມູນເປີດຂອງລັດ ແມ່ນ ຂໍ້ມູນທາງລັດຖະການໃນຮູບແບບດີຈິຕອນ ທີ່ເປີດເຜີຍ ຫຼື ໃຫ້ສິດແກ່ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ສາມາດເຂົ້າເຖິງ, ນໍາໃຊ້ ແລະ ເປີດເຜີຍ ຕໍ່ສາທາລະນະ

ການສະໜອງຂໍ້ມູນເບີດ ຂອງລັດ ໃຫ້ປະຕິບັດ ຕາມຫຼັກການ ດັ່ງນີ້:

1. ຂໍ້ມູນຕ້ອງ ຖືກຕ້ອງ, ຄົບຖ້ວນ ແລະ ທັນການ;

2. ສາມາດເຂົ້າເຖິງ ຜ່ານອິນເຕີເນັດ;

3. ບໍ່ເສຍຄ່າໃຊ້ຈ່າຍ;

4. ຈັດລໍາດັບຄວາມສໍາຄັນຂອງຂໍ້ມູນ ຂອງລັດ ທີ່ຈະເປີດເຜີຍ ໂດຍອີງຕາມຄວາມຕ້ອງການນໍາໃຊ້ຂອງສັງຄົມ;

5. ສອດຄ່ອງກັບກົດໝາຍ ແລະ ລະບຽບການ ກ່ຽວກັບການປົກປ້ອງຂໍ້ມູນເອເລັກໂຕຣນິກ.

ການສ້າງ ແລະ ປະເພດ ຂໍ້ມູນເປີດຂອງລັດ ໄດ້ກຳນົດໄວ້ໃນລະບຽບການ ຕ່າງຫາກ.

ມາດຕາ 24 ການນໍາໃຊ້ຂໍ້ມູນເປີດຂອງລັດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດ ສຳເນົາ, ແລກປ່ຽນ, ແບ່ງປັນ ແລະ ນໍາໃຊ້ ຂໍ້ມູນເປີດ ຂອງລັດ ເພື່ອຈຸດປະສົງໃດໜຶ່ງ ທີ່ບໍ່ເປັນການລະເມີດກົດໝາຍ ແລະ ບໍ່ໃຫ້ມີການຊື້-ຂາຍ ຂໍ້ມູນເປີດຂອງລັດ ທີ່ ເປັນຂໍ້ມູນສະບັບເຕີມ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ສະໜອງຂໍ້ມູນເປີດຂອງລັດ ໂດຍສອດຄ່ອງກັບ ມາດຕາ 23 ຂອງດໍາລັດສະບັບນີ້ ຈະບໍ່ມີຄວາມຮັບຜິດຊອບ ຕໍ່ຄວາມເສຍຫາຍທີ່ເກີດຈາກການນໍາໃຊ້ຂໍ້ມູນ ເປີດຂອງລັດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ໝວດທີ 5 ໂຄງລ່າງພື້ນຖານ, ມາດຕະຖານເຕັກນິກ ແລະ ຄວາມປອດໄພ

ມາດຕາ 25 ໂຄງລ່າງພື້ນຖານສໍາລັບການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ

ໂຄງລ່າງພື້ນຖານສໍາລັບ ການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ແມ່ນ ໂຄງລ່າງພື້ນຖານເຕັກ ໂນໂລຊີດີຈິຕອນ ທີ່ນໍາໃຊ້ເຂົ້າໃນການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເປັນຕົ້ນ ລະບົບສາຍສົ່ງໂທລະ ຄົມມະນາຄົມ ທັງເຄືອຂ່າຍພາຍໃນ ແລະ ອິນເຕີເນັດ, ລະບົບຖານຂໍ້ມູນສໍາຄັນ ຂອງຊາດ, ສູນຂໍ້ມູນ ຂ່າວສານ ແຫ່ງຊາດ ແລະ ສູນແລກປ່ຽນ ຂໍ້ມູນ ຂ່າວສານ ຂອງລັດ.

ການສ້າງໂຄງລ່າງພື້ນຖານ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ໃຫ້ຮັບປະກັນ ລວມສູນ, ລົງທຶນບໍ່ຊໍ້າຊ້ອນ, ໄດ້ມາດຕະຖານເຕັກນິກ, ສາມາດເຊື່ອມໂຍງກັນ, ນໍາໃຊ້ຮ່ວມກັນ ລະຫວ່າງ ອົງ ການຈັດຕັ້ງລັດ, ມີຄວາມຍືນຍົງ ແລະ ປະຊາຊົນ ສາມາດເຂົ້າເຖິງການນໍາໃຊ້.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການ ປະສານສົມທົບກັບ ກະຊວງ, ອົງການ ທີ່ກ່ຽວຂ້ອງ ສ້າງ, ພັດທະນາ, ຄຸ້ມຄອງ ແລະ ປາລຸງຮັກສາ ໂຄງລ່າງພື້ນຖານ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບ ດິຈິຕອນ ຕາມການອະນຸມັດ ຂອງລັດຖະບານ.

ກະຊວງ, ອົງການ ແລະ ອົງການການປົກຄອງທ້ອງຖິ່ນ ປະສານສົມທົບກັບ ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ສ້າງ, ພັດທະນາ, ນໍາໃຊ້ ແລະ ບຳລຸງຮັກສາ ໂຄງລ່າງພື້ນຖານ ສໍາລັບວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃນຂອບເຂດຮັບຜິດຊອບ ຂອງຕົນ.

ມາດຕາ 26 ການນໍາໃຊ້ໂຄງລ່າງພື້ນຖານສໍາລັບການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງໃຫ້ບຸລິມະສິດ ໃນການນໍາໃຊ້ໂຄງລ່າງ ພື້ນຖານ ຂອງລັດ ທີ່ມີຢູ່ແລ້ວ ເພື່ອການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ຂອງອົງການຈັດຕັ້ງຕົນ ແລະ ສາມາດເລືອກນໍາໃຊ້ການບໍລິການໂຄງລ່າງພື້ນຖານ ເຕັກໂນໂລຊີດີຈີຕອນ ຂອງພາກເອກະຊົນ ໂດຍ ສອດຄ່ອງກັບມາດຕະຖານເຕັກນິກ ຂອງການ ບໍລິຫານ ແລະ ບໍລິການລັດ ແບບດິຈີຕອນ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ບົນພື້ນຖານ ການເຫັນດີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ

ການນໍາໃຊ້ໂຄງລ່າງພື້ນຖານຂອງລັດ ທີ່ມີຢູ່ແລ້ວ ລະຫວ່າງ ຂອງອົງການຈັດຕັ້ງລັດດ້ວຍກັນ ໃຫ້ ປະຕິບັດ ຕາມລະບຽບການ ການບໍລິການ ແລະ ການນໍາໃຊ້ ຂອງອົງການຈັດຕັ້ງ ທີ່ເປັນຜູ້ຄຸ້ມຄອງໂຄງລ່າງ ພື້ນຖານນັ້ນ.

ມາດຕາ 27 ມາດຕະຖານເຕັກນິກຂອງການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ມາດຕະຖານເຕັກນິກ ຂອງການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ແມ່ນ ມາດຕະຖານເຕັກນິກ ດ້ານເຕັກໂນໂລຊີດີຈິຕອນ ທີ່ເປັນການກຳນົດຄຸນລັກສະນະເຕັກນິກ ທີ່ຈຳເປັນ ກ່ຽວກັບອຸປະກອນ, ຊອບແວ, ການເຊື່ອມຕໍ່, ການສະແດງຜົນ, ການສ້າງ, ຈັດເກັບຂໍ້ມູນ ແລະ ອື່ນໆ ຂອງລະບົບເຕັກນິກ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ.

ມາດຕະຖານເຕັກນິກ ຂອງການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ຖືກນໍາໃຊ້ ເພື່ອເປັນ ຫຼັກການ ແລະ ບ່ອນອີງ ໃນການປະຕິບັດວຽກງານ ສໍາຫຼວດ, ອອກແບບ, ສ້າງ, ພັດທະນາ, ເຊື່ອມຕໍ່ ແລະ ປ່າລຸງຮັກສາ ລະບົບເຕັກນິກ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ສ້າງ ແລະ ນໍາໃຊ້ລະບົບເຕັກນິກ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ຂອງອົງການຈັດຕັ້ງຕົນ ຕ້ອງສໍາຫຼວດ, ກວດກາ ຄືນ ແລະ ປັບປຸງ ລະບົບດັ່ງກ່າວ ໃຫ້ສອດຄ່ອງກັບ ລະບຽບການ ກ່ຽວກັບມາດຕະຖານເຕັກນິກ ຂອງການ ບໍລິຫານ ແລະ ບໍລິການລັດ ແບບດິຈີຕອນ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການສົມທົບກັບ ກະຊວງ, ອົງການ ທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ສ້າງ ມາດຕະຖານເຕັກນິກ ຂອງການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເພື່ອສະເໜີ ລັດຖະບານ ພິຈາລະນາ ປະກາດໃຊ້.

ມາດຕາ 28 ຄວາມປອດໄພຂອງການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ຄວາມປອດໄພຂອງການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ແມ່ນ ມາດຕະການ, ວິທີການ ແລະ ລະບົບຮັກສາຄວາມປອດໄພ ຂອງລະບົບເຕັກນິກ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ເພື່ອສະກັດກັ້ນການເຂົ້າເຖິງລະບົບ, ປອມແປງ, ແກ້ໄຂ, ລົບ ຫຼື ໂອນຍ້າຍ ຂໍ້ມູນ ຫຼື ປິດ ການເຮັດວຽກ ຂອງ ລະບົບເຕັກນິກ ສໍາລັບການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ໂດຍບໍ່ໄດ້ຮັບອະນຸຍາດ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງໃຫ້ຄວາມສໍາຄັນແກ່ວຽກງານຄວາມປອດໄພ ຂອງການ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ແລະ ນໍາໃຊ້ລະບົບການພິສູດ ແລະ ຢັ້ງຢືນຕົວຕົນ ແບບ ດີຈີຕອນ ເຂົ້າເປັນອົງປະກອບພື້ນຖານ ໃນການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ໂດຍໃຫ້ສອດຄ່ອງ ກັບມາດຕະຖານເຕັກນິກ ທີ່ລັດຖະບານ ກຳນົດ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການສໍາຫຼວດ, ອອກແບບ, ສ້າງ ແລະ ພັດທະນາລະ ບົບການພິສູດ ແລະ ຢັ້ງຢືນ ຕົວຕົນແບບດີຈິຕອນ,

ໝວດທີ 6 ການພັດທະນາບຸກຄະລາກອນ

ມາດຕາ 29 ການພັດທະນາພະນັກງານ-ລັດຖະກອນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງມື ນະໂຍບາຍ, ແຜນພັດທະນາ ແລະ ຍົກ ລະດັບ ຄວາມຮູ້ ຄວາມສາມາດ ດ້ານ ເຕັກໂນໂລຊີດີຈິຕອນ, ວິທະຍາສາດຄອມພິວເຕີ ແລະ ດ້ານອື່ນ ທີ່ ກ່ຽວຂ້ອງກັບການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບ ວຽກງານດັ່ງກ່າວ ໂດຍກໍານົດເປັນແຜນ ໄລຍະສັ້ນ ແລະ ໄລຍະຍາວ.

ມາດຕາ 30 ການກຳນົດໂຄງປະກອບກົງຈັກ ແລະ ຕຳແໜ່ງງານທາງດ້ານເຕັກໂນໂລຊີດີຈີຕອນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ສົມທົບກັບຂະແໜງການພາຍໃນ ກຳນົດໂຄງ ປະກອບກົງຈັກ ແລະ ປະກອບບຸກຄະລາກອນ ເຂົ້າໃນໜ່ວຍງານ ຮັບຜິດຊອບວຽກງານເຕັກໂນໂລຊີດີຈີຕອນ ເພື່ອເຮັດໜ້າທີ່ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ.

ໂຄງປະກອບກົງຈັກ ໃຫ້ກຳນົດຕາມກໍລະນີ ດັ່ງນີ້:

1. ຂັ້ນສູນກາງ ຢ່າງໜ້ອຍ ຂັ້ນພະແນກ;

2. ຂັ້ນແຂວງ ຢ່າງໜ້ອຍ ຂັ້ນຂະແໜງ;

3. ຂັ້ນເມືອງ ຢ່າງໜ້ອຍ ຂັ້ນໜ່ວຍງານ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ກຳນົດ ພາລະບົດບາດ ຂອບເຂດສິດ ແລະ ໜ້າທີ ຂອງໜ່ວຍງານຮັບຜິດຊອບວຽກງານເຕັກໂນໂລຊີດີຈິຕອນ ຂອງອົງການຕົນ.

ໝວດທີ 7 ການລົງທຶນພັດທະນາ ການບໍລິຫານ ແລະ ບໍລິການລັດ ແບບດິຈີຕອນ

ມາດຕາ 31 ແຜນພັດທະນາ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ປະສານສົມທົບກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ແລະ ອົງການທີ່ກ່ຽວຂ້ອງ ສ້າງແຜນພັດທະນາ ການບໍລິຫານ ແລະ ບໍລິການລັດ ແບບ ດີຈິຕອນ ຂອງຂະແໜງການຕົນ ທັງໄລຍະສັ້ນ ແລະ ໄລຍະຍາວ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ, ຍຸດທະສາດ ຫຼື ແຜນແມ່ບົດ ກ່ຽວກັບການ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ.

ມາດຕາ 32 ການລົງທຶນພັດທະນາ

ການລົງທຶນພັດທະນາການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃຫ້ສຸມໃສ່ວຽກງານ ດັ່ງນີ້:

1. ການສ້າງ, ບຳລຸງຮັກສາ ແລະ ປັບປຸງໂຄງລ່າງພື້ນຖານເຕັກໂນໂລຊີດິຈິຕອນ;

2. ການສ້າງ, ຈັດຊື້, ບຳລຸງຮັກສາ ແລະ ປັບປຸງ ຊອບແວ ແລະ ພລັດຟອມ;

3. ການສ້າງ, ບຳລຸງຮັກສາ ແລະ ປັບປຸງ ຖານຂໍ້ມູນ ແລະ ລະບົບຄຸ້ມຄອງ ຂໍ້ມູນ ຂ່າວສານ;

4. ການສ້າງ, ບຳລຸງຮັກສາ ແລະ ປັບປຸງລະບົບເຕັກນິກ ແລະ ລະບົບຈັດການອື່ນ ເພື່ອຮັບປະກັນຄວາມປອດໄພ ຂໍ້ມູນ ຂ່າວສານ;

5. ການສ້າງ ແລະ ບຳລຸງຮັກສາ ລະບົບບໍລິການລັດ;

6. ການສ້າງ ແລະ ເຜີຍແຜ່ນິຕິກຳ ກ່ຽວກັບ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

7. ການສ້າງ ແລະ ຝຶກອົບຮົມໃຫ້ ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

8. ການສ້າງ, ພັດທະນາ ແລະ ເຜີຍແຜ່ມາດຕະຖານເຕັກນິກ ການບໍລິຫານ ແລະ ບໍລິການລັດ ແບບ ດີຈິຕອນ.

ລັດຖະບານ ຈັດສັນງົບປະມານປະຈໍາປີ ນໍາໃຊ້ເຂົ້າໃນ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ບົນພື້ນຖານການສະເໜີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ,

ມາດຕາ 33 ການສົ່ງເສີມການລົງທຶນຈາກພາກທຸລະກິດ

ພາກທຸລະກິດ ສາມາດລົງທຶນຮ່ວມໃນໂຄງການ ຄົ້ນຄວ້າ, ພັດທະນາເຕັກໂນໂລຊີດີຈີຕອນ ແລະ ພັດທະນາບຸກຄະລາກອນ ສໍາລັບການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ບົນພື້ນຖານຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໃນ ການຈັດປະເພດ ແລະ ບູລິມະສິດ ເຕັກໂນໂລຊີດີຈິຕອນ ທີ່ນໍາໃຊ້ໃນການບໍລິຫານ ແລະ ບໍລິການລັດ ແບບ ດີຈິຕອນ ສໍາລັບໂຄງການລົງທຶນຮ່ວມກັບພາກທຸລະກິດ ເພື່ອຮັບປະກັນ ຄວາມປອດໄພຂໍ້ມູນ ຂອງລັດ ແລະ ຄວາມໝັ້ນຄົງ ຂອງຊາດ.

ໝວດທີ 8 ການປະເມີນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ

ມາດຕາ 34 ການເກັບກຳຂໍ້ມູນ ແລະ ປະເມີນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງດໍາເນີນການເກັບກໍາຂໍ້ມູນ ແລະ ປະເມີນການ ພັດທະນາ, ຄຸ້ມຄອງ ແລະ ນໍາໃຊ້ ເຕັກໂນໂລຊີດີຈິຕອນ ໃນການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ, ລວມ ທັງ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ຂອງອົງການຈັດຕັ້ງຕົນ ເພື່ອປັບປຸງ ແລະ ພັດທະນາ ໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນແມ່ບົດ ກ່ຽວກັບການບໍລິຫານ ແລະ ບໍລິການລັດ ແບບດີ ຈີຕອນ ໃນແຕ່ລະໄລຍະ;

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຄົ້ນຄວ້າ ແລະ ກຳນົດ ລະບຽບການ ແລະ ແບບພິມ ກ່ຽວກັບການປະເມີນ ການພັດທະນາ, ຄຸ້ມຄອງ ແລະ ນໍາໃຊ້ເຕັກໂນໂລຊີດີຈິຕອນ ໃນການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ.

ມາດຕາ 35 ການລາຍງານການປະເມີນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງລາຍງານການປະເມີນ ການພັດທະນາ, ຄຸ້ມຄອງ ແລະ ການນໍາໃຊ້ ເຕັກໂນໂລຊີດີຈິຕອນ ທີ່ນໍາໃຊ້ເຂົ້າໃນການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ຂອງຕົນ ເປັນລາຍປີ ຕາມແບບພິມ ຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເວັ້ນເສຍແຕ່ ກໍລະນີຈຳເປັນ ຕ້ອງ ລາຍງານ ຢ່າງຮີບດ່ວນ.

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ສັງລວມ ແລະ ລາຍງານ ຜົນການປະເມີນ ແລະ ການຈັດຕັ້ງປະຕິບັດວຽກງານ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຕໍ່ລັດຖະບານ.

ໝວດທີ 9 ຂໍ້ຫ້າມ

ມາດຕາ 36 ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກຳ ດັ່ງນີ້:

1. ກີດກັ້ນ, ຂັດຂວາງ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

2. ນໍາເອົາ, ເຂົ້າເຖິງ, ດັດແປງ, ທໍາລາຍ ຫຼື ເຜີຍແຜ່ ຂໍ້ມູນຂອງລັດ ທີ່ກ່ຽວກັບການ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ໂດຍບໍ່ໄດ້ຮັບອະນຸຍາດ;

3. ໂຄສະນາ ໃສ່ຮ້າຍປ້າຍສີ ການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ;

4. ຮ່ວມມື, ສ້າງເງື່ອນໄຂ ຫຼື ອໍານວຍຄວາມສະດວກ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດໜຶ່ງ ໃນການລະເມີດດຳລັດ ສະບັບນີ້ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ;

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

ມາດຕາ 37 ຂໍ້ຫ້າມສໍາລັບຜູ້ນໍາໃຊ້

ຫ້າມຜູ້ໃຊ້ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ມີ ພຶດຕິກຳ ດັ່ງນີ້:

1. ນໍາໃຊ້ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເພື່ອ ດັດແປງ, ທໍາລາຍ, ເຜີຍແຜ່, ເຈາະລະບົບ, ໂຈລະກຳ ຂໍ້ມູນຂອງລັດ ທີ່ກໍ່ໃຫ້ເກີດຄວາມເສຍຫາຍໃຫ້ແກ່ ລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ;

2. ນໍາໃຊ້ ການບໍລິຫານ ແລະ ການບໍລິການລັດ ແບບດີຈິຕອນ ເພື່ອ ສົ່ງ ຫຼື ກະຈາຍ ໄວຣັດຄອມພິວເຕີ;

3. ນໍາເອົາ ຂໍ້ມູນປອມ ຫຼື ຂໍ້ມູນ ທີ່ບໍ່ຖືກຕາມຄວາມຈິງ ເຂົ້າໃນການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

4. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

ມາດຕາ 38 ຂໍ້ຫ້າມສໍາລັບເຈົ້າໜ້າທີ່, ພະນັກງານ-ລັດຖະກອນ ຫຼື ການຈັດຕັ້ງລັດ

ຫ້າມເຈົ້າໜ້າທີ່, ພະນັກງານ-ລັດຖະກອນ ຫຼື ການຈັດຕັ້ງລັດ ທີ່ຮັບຜິດຊອບການບໍລິຫານ ແລະ ບໍລິ ການລັດ ແບບດີຈິຕອນ ມີພຶດຕິກຳ ດັ່ງນີ້:

1. ເຂົ້າເຖິງ ຖານຂໍ້ມູນສ່ວນບຸກຄົນ ຫຼື ຖານຂໍ້ມູນທີ່ເກັບຮັກສາ ຂໍ້ມູນ ຂ່າວສານ ທີ່ເປັນຄວາມລັບ ທາງລັດຖະການ ທີ່ກ່ຽວກັບການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ໂດຍບໍ່ໄດ້ຮັບອະນຸຍາດ;

2. ດັດແປງ, ທໍາລາຍ ຫຼື ເຜີຍແຜ່ ຂໍ້ມູນສ່ວນບຸກຄົນ ຫຼື ຂໍ້ມູນ ຂ່າວສານ ທີ່ເປັນຄວາມລັບທາງລັດຖະການ ທີ່ກ່ຽວກັບການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ໂດຍບໍ່ໄດ້ຮັບອະນຸຍາດ;

3. ສວຍໃຊ້ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເພື່ອສ້າງເງື່ອນໄຂອໍານວຍໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເຄື່ອນໄຫວ ໂດຍບໍ່ຖືກຕ້ອງ ຕາມກົດໝາຍ;

4. ສວຍໃຊ້ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເພື່ອ ທວງເອົາ, ຂໍເອົາ ຫຼື ຮັບສິນບົນ ຫຼື ສະແຫວງຫາຜົນປະໂຫຍດ ສ່ວນຕົວ, ຄອບຄົວ ແລະ ພັກພວກ ໂດຍບໍ່ຖືກຕ້ອງ ຕາມກົດໝາຍ;

5. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບ ທີ່ການຈັດຕັ້ງມອບໝາຍໃຫ້;

6. ມອບ ສິດ ແລະ ໜ້າທີ່ ທີ່ຕົນຮັບຜິດຊອບ ໃຫ້ບຸກຄົນອື່ນ ໂດຍບໍ່ ໄດ້ຮັບອະນຸຍາດ ຈາກ ການຈັດຕັ້ງ;

7. ນໍາເອົາຖານ ຂໍ້ມູນ ຫຼື ຂໍ້ມູນຂອງລັດ ໄປເກັບຮັກສາໄວ້ຢູ່ສູນ ຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ ທີ່ ຕັ້ງຢູ່ຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ;

8. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

ໝວດທີ 10 ການຄຸ້ມຄອງ ແລະ ກວດກາ ວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ

ມາດຕາ 39 ອົງການຄຸ້ມຄອງ ວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານ ສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ.

ມາດຕາ 40 ສິດ ແລະ ໜ້າທີ່ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນການຄຸ້ມຄອງວຽກງານບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ ນະໂຍບາຍ, ຍຸດທະສາດ ແລະ ນິຕິກຳ ກ່ຽວກັບການບໍລິຫານ ແລະ ບໍລິການລັດ ແບບດີ ຈິຕອນ ເພື່ອສະເໜີລັດຖະບານ ພິຈາລະນາ ຮອງຮັບ;

2. ຈັດຕັ້ງ ແລະ ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ ແລະ ນິຕິກຳ ກ່ຽວກັບການບໍລິຫານ ແລະ ບໍ ລິການລັດ ແບບດິຈິຕອນ ມາເປັນ ແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ, ພ້ອມທັງ ຈັດຕັ້ງ ປະຕິບັດ;

3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ຍຸດທະສາດ ແລະ ນິຕິກຳ ກ່ຽວກັບການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃຫ້ສັງຄົມ ຢ່າງກວ້າງຂວາງ ແລະ ທົ່ວເຖິງ;

4. ເປັນໃຈກາງປະສານງານກັບ ກະຊວງ, ອົງການ ທີ່ກ່ຽວຂ້ອງ ໃນການ ສ້າງ, ນໍາໃຊ້ ແລະ ພັດທະນາການ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

5. ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໃນການປະເມີນລາຄາກາງ ຂອງເຕັກໂນໂລຊີດີຈິຕອນ ທີ່ຈະນໍາໃຊ້ເຂົ້າໃນການ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ຂອງ ກະຊວງ, ອົງການ ແລະ ອົງການ ປົກຄອງທ້ອງຖິ່ນ;

6. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນ ການ ສ້າງ, ບຳລຸງຮັກສາ, ປັບປຸງ ແລະ ນໍາໃຊ້ ເຕັກ ໂນໂລຊີດີຈີຕອນ ໃນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ທົ່ວປະເທດ;

7. ຝຶກອົບຮົມ, ຍົກລະດັບ ຄວາມຮູ້ ຄວາມສາມາດ ດ້ານເຕັກໂນໂລຊີດີຈິຕອນ ທີ່ນໍາໃຊ້ໃນວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ຂອງແຕ່ລະຂະແໜງການ ຕາມຂອບເຂດຄວາມຮັບຜິດຊອບຕົນ; 8. ຄົ້ນຄວ້າ ອອກລະບຽບການ ກ່ຽວກັບການ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ໃນຂອບ ເຂດຄວາມຮັບຜິດຊອບ ຂອງຕົນ;

9. ຄົ້ນຄວ້າ ມາດຕະຖານເຕັກນິກ ຂອງການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ເພື່ອສະເໜີ ລັດຖະບານ ພິຈາລະນາ ປະກາດໃຊ້;

10. ແນະນໍາ ກ່ຽວກັບວຽກງານປ້ອງກັນຄວາມປອດໄພ ລະບົບການ ບໍລິຫານ ແລະ ບໍລິການລັດ ແບບດີ ຈີຕອນ;

11. ຄົ້ນຄວ້າ ສ້າງແຜນງົບປະມານ ນໍາໃຊ້ເຂົ້າໃນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເພື່ອສະເໜີ ລັດຖະບານ ພິຈາລະນາ ໂດຍປະສານສົມທົບກັບ ກະຊວງການເງິນ, ກະຊວງ ແລະ ອົງການອື່ນ ທີ່ ກ່ຽວຂ້ອງ;

12. ປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

13. ພົວພັນ ຮ່ວມມື ກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ;

14. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ຕໍ່ ລັດຖະບານ ຢ່າງເປັນປົກກະຕິ;

15. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 41 ສິດ ແລະ ໜ້າທີ່ຂອງກະຊວງພາຍໃນ

ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ກະຊວງພາຍໃນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຈັດຕັ້ງ ແລະ ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ ແລະ ນິຕິກຳ ກ່ຽວກັບການບໍລິຫານ ແລະ ບໍ ລິການລັດ ແບບດີຈິຕອນ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ;

2. ຄົ້ນຄວ້າໂຄງປະກອບກົງຈັກ ຂອງໜ່ວຍງານ ທີ່ຮັບຜິດຊອບວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ຂອງກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມເໝາະສົມ;

3. ຄົ້ນຄວ້າ ແລະ ກຳນົດ ມາດຕະຖານລວມ ກ່ຽວກັບການບໍລິຫານເອກະສານເອເລັກໂຕຣນິກ;

4. ປະສານສົມທົບກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ແລະ ອົງການ ທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ນໍາໃຊ້ ເອກະສານເອເລັກໂຕຣນິກ;

5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ;

ມາດຕາ 42 ສິດ ແລະ ໜ້າທີ່ຂອງກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ມີ ສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ໂດຍປະສານສົມທົບກັບ ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບ ຂອງຕົນ

ມາດຕາ 43 ເນື້ອໃນການກວດກາ

ການກວດກາວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ມີເນື້ອໃນ ດັ່ງນີ້:

1. ປະຕິບັດ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ;

2. ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງອົງການຄຸ້ມຄອງວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີ ຈິຕອນ;

3. ການເຄື່ອນໄຫວຂອງ ເຈົ້າໜ້າທີ່, ພະນັກງານ-ລັດຖະກອນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບ ວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ;

ມາດຕາ 44 ຮູບການການກວດກາ

ການກວດກາວຽກງານ ບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ມີ ສາມ ຮູບການ ດັ່ງນີ້:

1. ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາ ທີ່ດໍາເນີນໄປຕາມແຜນການ ຢ່າງເປັນປະຈໍາ ແລະ ມີກຳນົດເວລາ ທີ່ແນ່ນອນ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າ ມີ

ຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາ ຊາຍກ່ອນລ່ວງໜ້າ;

3. ການກວດກາແບບກະທັນຫັນ ແມ່ນ ການກວດກາ ຢ່າງຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຖືກ ກວດກາ ຊາຍລ່ວງໜ້າ,

ໝວດທີ 11 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 45 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ ເປັນຕົ້ນ ການພັດທະນາ, ການຈັດຕັ້ງປະຕິບັດ ການບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ສໍາເລັດຕາມກຳນົດ ເວລາ, ປະຢັດລາຍຈ່າຍ, ຄຸ້ມຄອງໃຫ້ມີປະສິດທິຜົນສູງສຸດ ຈະໄດ້ຮັບການຍ້ອງຍໍ ຫຼື ປະຕິບັດນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 46 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຈະຖືກປະຕິບັດ ມາດຕະການ ສຶກສາອົບຮົມ, ລົງວິໄນ, ປັບໃໝ່, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມກົດໝາຍ ແລະ ລະບຽບການ,

ໝວດທີ 12 ບົດບັນຍັດສຸດທ້າຍ

ມາດຕາ 47 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ມີປະສິດທິຜົນ. ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງອື່ນ ທັງພາກລັດ ແລະ ເອກະຊົນ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 48 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 15 ກັນຍາ 2022 ເປັນຕົ້ນໄປ


ແຫຼ່ງທີ່ມາ: https://www.laoofficialgazette.gov.la/kcfinder/upload/files/290%E0%BA%A5%E0%BA%9A2022.pdf