ດ່ານສິນໄຊ

ຈາກ Laopedia
ຮູບ:ດ່ານສິນໄຊ.png

ດ່ານສິນໄຊ ເປັນດ່ານໃຫຍ່ໄປທາງທິດຕາເວັນອອກສ່ຽງເໜືອ ຂອງບ້ານຫຼັກ 38, ຫ່າງຈາກບ້ານໄປ 1 ກິໂລແມັດ, ສາມາດນຳໃຊ້ລົດຈັກ, ລົດໃຫຍ່ ໄປມາເຂົ້າ - ອອກໄດ້, ດ່ານນີ້ຕັ້ງຢູ່ໃນປ່າສະຫງວນ ທີ່ຂຶ້ນກັບເຂດຮັບຜິດຊອບຂອງບ້ານ ຫຼັກ 38 ແລະ ບ້ານຄົດນ້ອຍ, ດ່ານສິນໄຊ ມີເນື້ອທີ່ທັງໝົດ 300 ເຮັກຕາ, ເທົ່າກັບ 1500 ແມັດ ຄູນ 2000 ແມັດ. ສະເພາະບ້ານຫຼັກ 38 ມີຄວາມຮັບຜິດຊອບຢູ່ 85 ເຮັກຕາ, ດ່ານສິນໄຊ ຊາວພຸດທະບໍລິສັດ ແລະພະສົງສຳມະເນນ, ໃຊ້ ເປັນບ່ອນ ຈັດງານບຸນ "ກຸດສົງການປີໃໝ່ລາວ" ໃນແຕ່ລະປີ (ຫຼັງສັງກາດ - ສັງຂານຂຶ້ນ 5 - 10 ວັນ). ກ່ອນເອີ້ນວ່າ: "ດ່ານສິນໄຊ" ເມ່ືອກ່ອນເອີ້ນ ວ່າ: "ດ່ານໃຫຍ່" ເພາະໃນບໍລິເວນນັ້ນມີຫຼາຍດ່ານແຕ່ບໍ່ມີດ່ານໃດໃຫຍ່ກວ່າດ່ານນີ້, ໃນສະ ໄໝເສິກອົງແກ້ວອົງກົມມະດຳ ເກີດມີໄພອຶດຢາກແກ່ຍາວ ເຮັດໃຫ້ປະຊາຊົນຕ້ອງດິ້ນຮົນ ຈາກໃກ້ຫາໄກ ເວລານັ້ນມີທ້າວ ໄຊເຜົ່າຍ່າເຫີນ ຢູ່ບ້ານກົກກ້ວຍສູງ, ເຂດຫ້ວຍກອງ ມາຊອກຂຸດມັນທຽນ ຢູ່ດ່ານນີ້ໄປລ້ຽງຊີບ, ແຕ່ບັງເອີນ ລົ້ມປ່ວຍກະ ທັນຫັນຢ່າງໜັກຈົນເຖິງ ແກ່ຄວາມຕາຍໃນທີ່ສຸດ, ຈາກນັ້ນປະຊາຊົນໄດ້ປ່ຽນຊື່ເປັນ "ດ່ານໃຫຍ່" ມາເປັນ "ດ່ານທ້າວໄຊ" ເນື່ອງຈາກຈຸດພິເສດຂອງດ່ານ ແລະ ຄວາມປາດຖະນາຂອງປະຊາຊົນ, ຢາກໃຫ້ດ່ານນີ້ເປັນດ່ານສັກສິດມີຄວາມລືຊາປະ ກົດ, ຈຶ່ງນຳເອົາເທບນິຍາຍສັງສິນໄຊມາເລົ່າຂານ ແລະ ມາຕັ້ງດ່ານທ້າວໄຊ ເປັນດ່ານສິນໄຊເທົ່າທຸກວັນນີ້.
http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=55&MenuID=6