ດຳລັດ ວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ ອິນເຕີເນັດ, ລະຫັດຊື່ອິນເຕີເນັດ ຂອງ ສປປ ລາວ

ຈາກ Laopedia

ຫົວຂໍ້: ດຳລັດ ວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ ອິນເຕີເນັດ, ລະຫັດຊື່ອິນເຕີເນັດ ຂອງ ສປປ ລາວ

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 21-03-2012

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 06-01-2014

ບ່ອນອີງ

ອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 6 ພຶດສະພາ 2003;

ອີງຕາມກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບເລກທີ 02/ສພຊ, ລົງວັນທີ 10 ເມສາ 2001;

ອີງຕາມໜັງສືສະເໜີຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 316/ປທສ, ລົງວັນທີ 24/2/2012.

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການເ ແລະ ມາດຕະການ ໃນການຄຸ້ມຄອງ, ກວດກາ ແລະ ນຳໃຊ້ອິນເຕີເນັດ ແລະ ລະຫັດຊື່ອິນເຕີເນັດ ຂອງ ສປປ ລາວ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ມີຄຸນນະພາບສູງ ແນໃສ່ຮັບປະກັນການບໍລິການໃຫ້ແກ່ສັງຄົມ ໃນການຕິດ ຕໍ່ສື່ສານ ຫຼື ການສົ່ງ ແລະ ການຮັບຂໍ້ມູນຂ່າວສານໂດຍຜ່ານອິນເຕີເນັດ ໃຫ້ມີຄຸນນະພາບ, ຖືກຕ້ອງ ຊັດເຈນ, ມີຄວາມສະດວກວ່ອງໄວ, ປອດໄພ ແລະ ຍຸຕິທຳ.

ມາດຕາ 2. ອິນເຕີເນັດ

ອິນເຕີເນັດ ແມ່ນເຄືອຂ່າຍການສື່ສານດ້ວຍຄອມພີວເຕີໃນທົ່ວໂລກ ທີ່ເຊື່ອມຕໍ່ເຂົ້າກັນໂດຍຜ່ານ ເຄືອຂ່າຍໂທລະຄົມມະນາຄົມ.

ມາດຕາ 3. ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຊັບພະຍາກອນອິນເຕີເນັດ ໝາຍເຖິງ ບັນດາຊື່ ແລະ ໂຕເລກ ທີ່ເປັນມາດຕະຖານດຽວກັນ ເພື່ອເຊື່ອມຕໍ່ເຄືອຂ່າຍຄອມພີວເຕີໃນທົ່ວໂລກ. ຊັບພະກອນອິນເຕີເນັດ ປະກອບດ້ວຍ ເລກໝາຍອິນ ເຕີເນັດ (Internet Protocol: IP), ລະຫັດຊື່ອິນເຕີເນັດ (Domain Name: DN) ແລະ ລະຫັດເອເອັດເອັນອິນເຕີເນັດ (Autonomous System Number: ASN);

2. ເລກໝາຍອິນເຕີເນັດ (IP) ໝາຍເຖິງ ຕົວເລກທີ່ບົ່ງບອກເຖີງ ເລກໝາຍ ແລະ ທີ່ຢູ່ ຂອງຄອມພີວເຕີແຕ່ລະໜ່ວຍ ທີ່ເຊື່ອມຕໍ່ເຂົ້າເຄືອຂ່າຍອິນເຕີເນັດ;

3. ລະຫັດຊື່ ອິນເຕີເນັດ (DN) ໝາຍເຖິງ ຊື່ທີ່ໃຊ້ແທນເລກໝາຍອິນເຕີເນັດ ເພື່ອຈື່ງ່າຍ ແລະ ນຳໃຊ້ງ່າຍ;

4. ລະຫັດຊື່ຂັ້ນສູງສຸດ (Top Level Domain Name: TLD) ໝາຍເຖິງ ລະຫັດຊື່ ທີ່ບົ່ງບອກເຖິງ ເລກໝາຍ ແລະ ທີ່ຢູ່ຂອງເຄື່ອຂ່າຍອິນເຕີເນັດ, ລະຫັດຊື່ຂັ້ນສູງສຸດປະກອບດ້ວຍ ລະຫັດຊື່ຂັ້ນສູງສຸດ ຂອງປະເທດ (country code Top Level Domain Name: ccTLD) ແລະ ລະຫັດຊື່ຂັ້ນສູງສຸດແບບທົ່ວໄປ (generic Top Level Domain Name: gTLD);

5. ລະຫັດຊື່ຂັ້ນສູງສຸດຂອງປະເທດ (eeTLD) ໝາຍເຖິງ ລະຫັດຊື່ອິນເຕີເນັດຂອງແຕ່ລະປະເທດ. ສຳລັບລະຫັດຊື່ຂັ້ນສູງສຸດ ຂອງ ສປປ ລາວ ແມ່ນ ".la";

6. ລະຫັດຊື່ຂັ້ນສູງສຸດແບບທົ່ວໄປ (gTLD) ໝາຍເຖິງ ລະຫັດຊື່ ທີ່ລົງດ້ວຍ: .com, .net, .edu, org, int, biz, inf, name, pro, per, musuem, coop ແລະ ອື່ນໆ;

7. ລະຫັດຊື່ຂັ້ນສອງ (2LD), ລະຫັດຊື່ຂັ້ນສາມ (3LD) ແລະ ຂັ້ນຖັດໄປ ໝາຍເຖິງ ລະຫັດຊື່ ທີ່ຢູ່ຖັດລະທັດຊື່ຂັ້ນສູງສຸດ ລົງໄປເປັນລຳດັບ. ລະຫັດຊື່ໃດໜຶ່ງຕ້ອງແມ່ນ ລະຫັດຊື່ຂັ້ນສອງລົງໄປ;

8. ລະຫັດຊື່ຕ່າງປະເທດ ໝາຍເຖິງ ລະຫັດຊື່ ທີ່ຢູ່ຂັ້ນລຸ່ມ ລະຫັດຊື່ຂັ້ນສູງສຸດແບບທົ່ວໄປ ຫຼື ລະຫັດຊື່ຂັ້ນສູງສຸດ ຂອງປະເທດໃດໜຶ່ງ ທີ່ບໍ່ແມ່ນ “la” ຂອງ ສປປ ລາວ;

9. ລະຫັດຊື່ພາສາທ້ອງຖິ່ນ (Internationalized Domain Name: IDN) ໝາຍເຖິງ ລະຫັດຊື່ ທີ່ຂຽນເປັນພາສາໃດໜຶ່ງ ທີ່ບໍ່ແມ່ນໂຣມັນ;

10. ລະບົບຕັ້ງລະຫັດຊື່ (Domain Name System: DNS) ໝາຍເຖິງ ລະບົບເກັບຂໍ້ມູນ ຂອງ ລະຫັດຊື່ ແລະ ເລກໝາຍອິນເຕີເນັດ ທີ່ໃຊ້ໃນເຄືອຂ່າຍອິນເຕີເນັດ. ລະບົບຕັ້ງລະຫັດຊື່ເປັນໂຕປ່ຽນ ເລກໝາຍອິນເຕີເນັດເປັນລະທັດຊື່ອິນເຕີເນັດ ເພື່ອຈົດຈຳ ແລະ ນຳໃຊ້ງ່າຍ;

11. ລະຫັດເອເອັດເອັນອິນເຕີເນັດ (ASN) ໝາຍເຖິງ ລະຫັດເຄືອຂ່າຍຄອມພີວເຕີໃດໜຶ່ງ:

12. ສຳນັກງານລະຫັດຊື່ອິນເຕີເນັດ (Registry) ໝາຍເຖິງ ອົງການຄຸ້ມຄອງການຈົດທະບຽນ ລະຫັດຊື່ອິນເຕີເນັດ. ສູນອິນເຕີເນັດແຫ່ງຊາດ ເຮັດໜ້າທີ່ເປັນສຳນັກງານລະຫັດຊື່ອິນເຕີເນັດ ຂອງ ສປປ ລາວ;

13. ນາຍທະບຽນ (Registrar) ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ໃຫ້ບໍລິການຈົດທະບຽນລະຫັດຊື່ ແລະ ເລກໝາຍອິນເຕີເນັດ ພາຍໃຕ້ລະຫັດຊື່ອິນ ເຕີເນັດ ຂອງ ສປປ ລາວ;

14 ຜູ້ຖືທະບຽນ (Registrant) ໝາຍເຖິງ ອົງການຈັດຕັ້ງ ຫຼື ບຸກຄົນທົ່ວໄປ ທີ່ຂໍຈົດທະບຽນ ລະຫັດຊື່ອິນເຕີເນັດນຳນາຍທະບຽນ,

15. ການຈົດທະບຽນລະຫັດຊື່ ໝາຍເຖິງ ການຂໍສິດນຳໃຊ້ ລະຫັດຊື່ອິນເຕີເນັດຢ່າງຖືກຕ້ອງ. ການຈົດທະບຽນລະຫັດຊີ “la” ໝາຍເຖິງ ການຈົດທະບຽນລະທິດຊີ້ໃດໜຶ່ງ ທີ່ຢູ່ລຸ່ມລະຫັດຊື່ "la"

ມາດຕາ 4. ຫຼັກການຄຸ້ມຄອງ ແລະ ການນ ຳໃຊ້ ອິນເຕີເນັດ

ຫຼັກການຄຸ້ມຄອງ ແລະ ນຳໃຊ້ອິນເຕີເນັດ ຂອງ ສປປ ລາວ ມີດັ່ງນີ້:

1. ຕ້ອງຜ່ານປະຕູດຽວໃນການເຊື່ອມຕໍ່ກັບຕ່າງປະເທດ;

2. ຮັບປະກັນຄວາມລັບ, ຄວາມປອດໄພ ແລະ ຄວາມຍຸຕິທຳ ໃນການບໍລິການ;

3. ບໍລິການຮັບໃຊ້ ທັງຜູ້ສະໜອງແບບບັງຄັບ ແລະ ແບບທົ່ວໄປ;

4. ເຄົາລົບ ແລະ ປະຕິບັດສັນຍາ ແລະ ສົນທິສັນຍາ.

ມາດຕາ 5. ຂອບເຂດການນຳໃຊ້ດຳລັດ

ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ໃຫ້ບໍລິການ ແລະ ໃຊ້ບໍລິການອິນເຕີເນັດຢູ່ດິນແດນຂອງ ສປປ ລາວ.

ໝວດທີ 2 ການກຳນົດລະຫັດຊື່ອິນເຕີເນັດ

ມາດຕາ 6. ການກ ຳນົດລະຫັດຊື່ອິນເຕີເນັດ ".la"

ລະຫັດຊື່ອິນເຕີເນັດ “la” ປະກອບດ້ວຍ:

ກ. ລະຫັດຊື່ອິນເຕີເນັດ ຂັ້ນສູງສຸດ "la";

ຂ. ລະຫັດຊື່ອິນເຕີເນັດ ຂັ້ນສອງ;

ຄ. ລະຫັດຊື່ອິນເຕີເນັດ ຂັ້ນສາມ;

ງ. ລະຫັດຊື່ອິນເຕີເນັດ ຂັ້ນສີ່;

ຈ. ລະຫັດຊື່ອິນເຕີເນັດອື່ນໆທີ່ລົງທ້າຍດ້ວຍ "la".

ລະຫັດຊື່ອິນເຕີເນັດທີ່ເປັນພາສາລາວ ແມ່ນລວມຢູ່ໃນລະຫັດຊື່ອິນເຕີເນັດ “la” ທີ່ຂຽນເປັນພາສາລາວ.

ໝວດທີ 3 ການເຊື່ອມຕໍ່ເຄືອຂ່າຍອິນເຕີເນັດ

ມາດຕາ 7. ການເຊື່ອມຕໍ່ເຄືອຂ່າຍອິນເຕີເນັດ

ສູນອິນເຕີເນັດແຫ່ງຊາດ (ເຊິ່ງຕໍ່ໄປເອີ້ນຫຍໍ້ວ່າ ສອຊ) ເປັນຈຸດເຊື່ອມຕໍ່ເຄືອຂ່າຍອິນເຕີເນັດທັງ ພາຍໃນ ແລະ ຕ່າງປະເທດ ແຕ່ພຽງຜູ້ດຽວຢູ່ໃນ ສປປ ລາວ;

ສອຊ ແມ່ນຫົວໜ່ວຍວິຊາການໜຶ່ງມີຖານະທຽບເທົ່າກົມ ຢູ່ພາຍໃຕ້ການຊີ້ນຳນຳພາໂດຍກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 8. ເງື່ອນໄຂຂອງການເຊື່ອມຕໍ່

ການເຊື່ອມຕໍ່ເຄືອຂ່າຍ ຂອງຜູ້ໃຫ້ບໍລິການລະຫັດຊື່ອິນເຕີເນັດກັບ ສອຊ ຕ້ອງປະຕິບັດຕາມເງື່ອນ ໄຂດັ່ງນີ້

1. ຜູ້ໃຫ້ບໍລິການຕ້ອງໄດ້ຮັບການກວດກາ ແລະ ກວດສອບ ຄວາມຖືກຕ້ອງຕາມມາດຕະຖານ ເຕັກນິກ ຂອງ ສອຊ;

2. ຜູ້ໃຫ້ບໍລິການຕ້ອງຮັບປະກັນ ໃຫ້ທັງສອງລະບົບເຊື່ອມຕໍ່ເຂົ້າກັນໄດ້ ແລະ ບໍ່ທຳລາຍລະບົບຂອງ ສອຊ:

3. ຜູ້ໃຫ້ບໍລິການຕ້ອງປະກອບແຜນວາດເຕັກນິກ ແລະ ເອກະສານອື່ນໆທີ່ກ່ຽວກັບຄຸນສົມບັດ ຂອງອຸປະກອນເຕັກນິກ.

ໝວດທີ 4 ການຈົດທະບຽນລະທັດຊື່ອິນເຕີເນັດ

ມາດຕາ 9. ການຈົດທະບຽນລະຫັດຊື່ອິນເຕີເນັດ

ສອຊ ເປັນຜູ້ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເປັນຜູ້ໃຫ້ບໍລິການລະຫັດຊື່ອິນເຕີເນັດ ພຽງແຕ່ຜູ້ດຽວຢູ່ໃນ ສປປ ລາວ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຢາກໃຫ້ບໍລິການ ແລະ ນຳໃຊ້ອິນເຕີເນັດພາຍໃຕ້ລະຫັດຊື່ອິນເຕີເນັດ "la" ຕ້ອງຂຶ້ນທະບຽນນຳ ສອຊ

ມາດຕາ 10. ການຈົດທະບຽນລະຫັດຊື່ອິນເຕີເນັດ “.la”

ການຈົດທະບຽນລະຫັດຊື່ອິນເຕີເນັດ “la” ໃຫ້ປະຕິບັດ ດັ່ງນີ້:

ກ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ປະກອບກິດຈະການ ກ່ຽວກັບອິນເຕີເນັດ ສາມາດຈົດທະບຽນ ແລະ ນຳໃຊ້ລະບົບລະຫັດຊື່ອິນເຕີເນັດ "la":

ຂ. ການຈັດຕັ້ງ ຂອງພັກ ແລະ ຂອງລັດທີ່ມີເວັບໄຊເປັນຂອງຕົນເອງຕ້ອງໃຊ້ລະຫັດຊື່ອິນເຕີເນັດ "la" ແລະ ຕ້ອງເກັບຂໍ້ມູນໄວ້ໃນຄອມພິວເຕີທີ່ເປັນລະບົບແມ່ຂ່າຍ ທີ່ໃຊ້ເລກໝາຍອິນເຕີເນັດ ຂອງ ສອຊ ແລະ ຕັ້ງຢູ່ໃນ ສປປ ລາວ;

ຄ. ລະຫັດຊື່ທີ່ເປັນຊື່ ຂອງການຈັດຕັ້ງຂອງພັກ ແລະ ລັດຖະບານ ແມ່ນຖືກສະຫງວນໄວ້ສຳລັບ ການຈັດຕັ້ງເຫຼົ່ານີ້,

ງ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ໃຫ້ນຳໃຊ້ລະທັດຊື່ອິນເຕີເນັດ ".la" ແລ້ວ ສາມາດຈັດສັນລະຫັດຊື່ອິນເຕີເນັດຂັ້ນສາມ ທີ່ຢູ່ລຸ່ມລະທັດຊື່ອິນເຕີເນັດນັ້ນ ໃຫ້ແຕ່ຫົວຫນ່ວຍ ພາຍໃນທີ່ຂຶ້ນກັບເທົ່ານັ້ນ;

ຈ. ມີພຽງນາຍທະບຽນເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ຈັດສັນ ລະຫັດຊື່ອິນເຕີເນັດຂຶ້ນສາມ ທີ່ຢູ່ລຸ່ມ ລະຫັດຊື່ອິນເຕີເນັດຂອງຕົນ ໃຫ້ອົງການຈັດຕັ້ງ ແລະ ບຸກຄົນອື່ນນ ຳໃຊ້

ສ. ການຈົດທະບຽນລະຫັດຊື່ອິນເຕີເນັດສາກົນ ໄດ້ຮັບການຈັດຕັ້ງປະຕິບັດໂດຍກົງ ກັບບັນດາ ການຈັດຕັ້ງ ທີ່ສະໜອງລະຫັດຊື່ອິນເຕີເນັດສາກົນຢູ່ຕ່າງປະເທດ ຫຼື ຜ່ານນາຍໜ້າຈົດທະບຽນລະຫັດ ຊື່ອິນເຕີເນັດສາກົນ ທີ່ເປັນຕົວແທນໃຫ້ບັນດາການຈັດຕັ້ງ ທີ່ສະໜອງລະຫັດຊື່ອິນເຕີເນັດສາກົນຢູ່ ຕ່າງປະເທດ, ອົງການຈັດຕັ້ງ ແລະ ບຸກຄົນທີ່ຈົດທະບຽນລະຫັດຊື່ອິນເຕີເນັດສາກົນ ຕ້ອງແຈ້ງໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຊາບ. ນາຍໜ້າຈົດທະບຽນລະຫັດຊື່ອິນເຕີເນັດ ສາກົນ ທີ່ເປັນຕົວແທນໃຫ້ບັນດາການຈັດຕັ້ງ ທີ່ສະໜອງລະຫັດຊື່ອິນເຕີເນັດສາກົນຢູ່ຕ່າງປະເທດ ຕ້ອງແຈ້ງການເຄື່ອນໄຫວການຈົດທະບຽນຂອງຕົນ ຕາມທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ກຳນົດໄວ້,

ຊ. ບໍ່ອະນຸຍາດໃຫ້ ລະຫັດຊື່ອິນເຕີເນັດ ມີຄຳລະເມີດຕໍ່ຜົນປະໂຫຍດຂອງຊາດ ຫຼື ບໍ່ເໝາະສົມ ເຊັ່ນ: ກິດຈະກຳທາງສັງຄົມ ຫຼື ຂະນົບທຳນຽມ ປະເພນີອັນດີງາມຂອງຊາດ ແລະ ເຜົ່າ, ຕ້ອງຫຼີກເວັ້ນ ຄວາມສັບສົນ ຫຼື ມີລັກສະນະບິດເບືອນ ເນື່ອງຈາກການໃຊ້ພາສາເວົ້າໄດ້ຫຼາຍສຽງ ຫຼື ບໍ່ມີວັນນະຍຸດ.

ມາດຕາ 11. ວິທີການຈົດທະບຽນລະຫັດຊື່ອິນເຕີເນັດ “.la"

ວິທີການຈົດທະບຽນລະທັດຊື່ອິນເຕີເນັດ “.la” ມີ 2 ວິທີ ດັ່ງນີ້:

1. ຜ່ານຜູ້ໃຫ້ບໍລິການ ຫຼື ນາຍທະບຽນ ທີ່ໄດ້ຮັບອະນຸຍາດຈາກ ສອຊ;

2. ຜ່ານທາງເອເລັກໂຕຼນິກ ທີ່ສາມາດສະແດງເຈດຈຳນົງຂອງຜູ້ຂໍຈົດທະບຽນ ໂດຍຜ່ານຜູ້ໃຫ້ ການບໍລິການ ຫຼື ນາຍທະບຽນທີ່ໄດ້ຮັບອະນຸຍາດຈາກ ສອຊ:

ມາດຕາ 12. ການແກ້ໄຂຂໍ້ມູນການຈົດທະບຽນລະຫັດຊື່ອິນເຕີເນັດ ".la"

ການປ່ຽນແປງລະຫັດຊື່ອິນເຕີເນັດ ຕ້ອງໄດ້ຍົກເລີກການຈົດທະບຽນ ທີ່ມີຢູ່ກ່ອນແລ້ວ ຈຶ່ງສາມາດຈົດທະບຽນໃໝ່ ແລະ ໃສ່ລະທັດຊື່ໃໝ່ໄດ້.

ການປ່ຽນແປງກຳມະສິດຜູ້ຖືທະບຽນຕ້ອງແຈ້ງໃຫ້ຜູ້ ບໍລິການ ຫຼື ນາຍທະບຽນຊາບກ່ອນ ໂດຍການຍິນຍອມຂອງຜູ້ຖືທະບຽນເດີມ.

ມາດຕາ 13. ການຍົກເລີກນ ຳໃຊ້ທະບຽນລະຫັດຊື່ອິນເຕີເນັດ ".la"

ການຍົກເລີກນຳໃຊ້ທະບຽນລະຫັດຊື່ອິນເຕີເນັດ ".la” ໝາຍເຖິງ ການຢຸດເຊົາການນຳໃຊ້ລະ ຫັດຊື່ອິນເຕີເນັດຢ່າງຖາວອນ ດ້ວຍຄວາມສະໝັກໃຈ ຂອງຜູ້ໃຊ້ບໍລິການໃນກໍລະນີດັ່ງນີ້:

ກ. ທະບຽນລະຫັດຊື່ອິນເຕີເນັດໝົດອາຍຸ,

ຂ. ບໍ່ຊຳລະຄ່າບຳລຸງຮັກສາ.

ມາດຕາ 14. ການງົດນຳໃຊ້ທະບຽນລະຫັດຊື່ອິນເຕີເນັດ “.la”

ການງົດນຳໃຊ້ທະບຽນລະຫັດຊື່ອິນເຕີເນັດ ໝາຍເຖິງ ການຢຸດຕິນຳໃຊ້ຊົ່ວຄາວ ຂອງຜູ້ໃຊ້ບໍລິການໃນກໍລະນີ ດັ່ງນີ້:

ກ. ລະເມີດດຳລັດສະບັບນີ້ ຫຼື ກົດໝາຍອື່ນທີ່ກ່ຽວຂ້ອງ:

ຂ. ບໍ່ຊຳລະຄ່າທຳນຽມການຕໍ່ອາຍຸ ພາຍໃນ 30 ວັນ ກ່ອນວັນໝົດອາຍຸ

ຄ. ລະເມີດການນຳໃຊ້ລະຫັດຊື່ອິນເຕີເນັດຂັ້ນລຸ່ມ ທີ່ບໍ່ຖືກຕ້ອງຕາມເປົ້າໝາຍ.

ມາດຕາ 15. ການຖອນທະບຽນລະຫັດຊື່ອິນເຕີເນັດ “.la”

ການຖອນລະທັດຊື່ອິນເຕີເນັດ ໝາຍເຖິງ ການຢຸດເຊົາການນຳໃຊ້ ລະຫັດຊື່ອິນເຕີເນັດໄວ້ຢ່າງຖາວອນໃນກໍລະນີ ດັ່ງນີ້:

ກ. ຕາມຄຳສັ່ງ, ຄຳຕັດສິນ ຫຼື ຄຳພິພາກສາ ຂອງສານປະຊາຊົນ;

2. ຜູ້ໃຊ້ບໍລິການບໍ່ປັບປຸງແກ້ໄຂ ພາຍຫຼັງລະຫັດຊື່ອິນເຕີເນັດຖືກງົດ ຕາມມາດຕາ 14 ຂອງດຳລັດສະບັບນີ້.

ໝວດທີ 5 ສິດ ແລະ ໜ້າທີ່ຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການອິນເຕີເນັດ

ມາດຕາ 16. ສິດຂອງຜູ້ໃຫ້ບໍລິການອິນເຕີເນັດ (ISP)

ຜູ້ໃຫ້ບໍລິການອິນເຕີເນັດ ມີສິດ ດັ່ງນີ້:

1. ໃຫ້ການບໍລິການ ທາງດ້ານອິນເຕີເນັດ;

2. ກວດກາການເຄື່ອນໄຫວ ຂອງຜູ້ໃຊ້ບໍລິການຂອງຕົນ;

3. ຕັກເຕືອນ, ງົດ, ປະຕິບັດວິໄນ ແລະ ມາດຕະການບັງຄັບຕ່າງໆ.

ມາດຕາ 17. ໜ້າທີ່ຂອງຜູ້ໃຫ້ບໍລິການອິນເຕີເນັດ (ISP)

ຜູ້ໃຫ້ບໍລິການອິນເຕີເນັດ ມີໜ້າທີ່ ດັ່ງນີ້:

1. ຄຸ້ມຄອງ ແລະ ສຶກສາອົບຮົມຜູ້ນຳໃຊ້ໃຫ້ປະຕິບັດຕາມນະໂຍບາຍ, ດຳລັດ ແລະ ລະບຽບ ຫຼັກການທີ່ກ່ຽວຂ້ອງ,

2. ຮັບຜິດຊອບຕໍ່ໜ້າກົດໝາຍ ຕໍ່ຈຸດປະສົງການນຳໃຊ້, ຄວາມຖືກຕ້ອງ ຂອງຂໍ້ມູນຂ່າວສານ ທີ່ສະເໜີ, ບໍ່ລະເມີດຕໍ່ສິດທິ ແລະ ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ຂອງອົງການຈັດຕັ້ງ ແລະ ບຸກຄົນອື່ນ;

3. ຮັບຜິດຊອບຕໍ່ການຄຸ້ມຄອງ, ຮັກສາສິດນຳໃຊ້ລະຫັດຊື່ ແລະ ຮັບຜິດຊອບ ຕໍ່ທຸກການລະເມີດ ທີ່ເກີດຈາກການນຳໃຊ້ລະຫັດຊື່ຂອງຕົນ;

4. ປະຕິບັດພັນທະຕ່າງໆ ຕາມທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ;

5. ເຮັດບົດລາຍງານ ການເຄື່ອນໄຫວບໍລິການ ຂອງຕົນຢ່າງເປັນປົກກະຕິ.

ມາດຕາ 18. ສິດຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການມີສິດ ດັ່ງນີ້:

1. ຊົມໃຊ້ຕາມຈຸດປະສົງ ທີ່ໄດ້ຮັບອະນຸມັດ;

2. ຊົມໃຊ້ຕາມຂອບເຂດສິດ ທີ່ໄດ້ຮັບອະນຸມັດ;

3. ຍ້າຍການໃຊ້ບໍລິການ ຈາກຜູ້ໃຫ້ບໍລິການໜຶ່ງ ໄປໃຫ້ຜູ້ໃຫ້ບໍລິການອື່ນ ໄດ້ທັນທີ່ຕາມຄຳຮ້ອງ ຂໍໂອນຍ້າຍ, ແຕ່ຕ້ອງຊຳລະໜີ້ໃຫ້ໝົດກ່ອນ,

ມາດຕາ 19. ໜ້າທີ່ຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການມີໜ້າທີ່ ດັ່ງນີ້:

1. ປະຕິບັດຕາມລະບຽບຫຼັກການຂອງ ສອຊ ແລະ ຜູ້ໃຫ້ບໍລິການ;

2. ປົກປັກຮັກສາຄວາມລັບຂອງຊາດ;

3. ລາຍງານແຫຼ່ງຂໍ້ມູນຂ່າວສານ ທີ່ບໍ່ສອດຄ່ອງກັບລະບຽບການ ຕໍ່ເຈົ້າໜ້າທີທີ່ກ່ຽວຂ້ອງໃຫ້ ທັນເວລາ,

4. ຮັບຜິດຊອບຕໍ່ໜ້າກົດໝາຍ, ຕໍ່ຈຸດປະສົງການນຳໃຊ້, ຄວາມຖືກຕ້ອງ ຂອງຂໍ້ມູນຂ່າວສານ ທີ່ສະເໜີ, ບໍ່ລະເມີດຕໍ່ສິດທິ ແລະ ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ຂອງອົງການຈັດຕັ້ງ ແລະ ບຸກຄົນອື່ນ;

5. ຮັບຜິດຊອບຕໍ່ການຄຸ້ມຄອງ, ຮັກສາສິດນຳໃຊ້ລະຫັດຊື່ ແລະ ຮັບຜິດຊອບ ຕໍ່ທຸກການລະເມີດ ທີ່ເກີດຈາກການນຳໃຊ້ລະຫັດຊື່ຂອງຕົນ;

6. ປະຕິບັດພັນທະຕ່າງໆ ຕາມທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.

ໝວດທີ 6 ສິດ ແລະ ໜ້າທີ່ຂອງນາຍທະບຽນ

ມາດຕາ 20. ນາຍທະບຽນ (Registrar)

ນາຍທະບຽນ ແມ່ນຜູ້ໃຫ້ບໍລິການຈົດທະບຽນລະຫັດຊື່ອິນເຕີເນັດ ແລະ ບຳລຸງຮັກສາທະບຽນ .ccTLD la" ທີ່ໄດ້ຮັບອະນຸຍາດຈາກ ສອຊ ຕາມເງື່ອນໄຂ ດັ່ງນີ້:

1. ເປັນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ຈົດທະບຽນຖືກ ຕ້ອງຕາມກົດໝາຍ;

2. ມີຖານະການເງິນທີ່ໝັ້ນຄົງ, ມີບຸກຄະລາກອນທີ່ມີຄວາມສາມາດດ້ານເຕັກນິກ, ມີເຄືອຂ່າຍອິນ ເຕີເນັດ ແລະ ລະບົບການໃຫ້ບໍລິການຈົດທະບຽນ ແລະ ບຳລຸງຮັກສາ "la".

ມາດຕາ 21. ສິດຂອງນາຍທະບຽນ

ນາຍທະບຽນມີສິດ ດັ່ງນີ້:

1. ໃຫ້ບໍລິການຈົດທະບຽນລະຫັດຊື່ອິນເຕີເນັດ ຢູ່ພາຍໃນ ແລະ ຕ່າງປະເທດ;

2. ເກັບຄ່າບໍລິການ ສຳລັບການໃຫ້ບໍລິການຈົດທະບຽນ ແລະ ການບຳລຸງຮັກສາລະທັດຊື່ອິນ ເຕີເນັດ "la" ຕາມນະໂຍບາຍຂອງ ສອຊ ໃນແຕ່ລະໄລຍະ;

3. ຢຸດຕິການໃຫ້ບໍລິການ ແກ່ຜູ້ໃຊ້ບໍລິການທີ່ລະເມີດດຳລັດສະບັບນີ້;

4. ງົດການໃຫ້ບໍລິການ ເມື່ອຜູ້ໃຊ້ບໍລິການ ບໍ່ຈ່າຍຄ່າບໍລິການ ແລະ ຄ່າທຳນຽມລະຫັດຊື່ອິນ ເຕີເນັດຕາມທີ່ໄດ້ກຳນົດໄວ້.

ມາດຕາ 22. ໜ້າທີ່ຂອງນາຍທະບຽນ

ນາຍທະບຽນມີໜ້າທີ່ ດັ່ງນີ້:

1. ຮັບຜິດຊອບ ການຈົດທະບຽນລະຫັດຊື່ອິນເຕີເນັດ, ບຳລຸງຮັກສາ ແລະ ຮັບປະກັນຄວາມ ປອດໄພ ຂອງລະຫັດຊື່ອິນເຕີເນັດ ແລະ ຖານຂໍ້ມູນຂອງຕົນ.

2. ສະໜອງຂໍ້ມູນກ່ຽວກັບການຈົດທະບຽນ ຕາມການຮຽກຮ້ອງຈາກໜ່ວຍງານທີ່ກ່ຽວຂ້ອງຂອງລັດ;

3. ນາຍທະບຽນທີ່ມີສ ຳນັກງານຕັ້ງຢູ່ ສປປ ລາວ ຕ້ອງໃຊ້ລະບົບຕັ້ງລະຫັດຊື່ເຄົ້າ (Primary DNS) ຂອງ ສອຊ;

4. ໃຫ້ບໍລິການ ຈົດທະບຽນລະຫັດຊື່ອິນເຕີເນັດ "la" ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຕາມກົດໝາຍຂອງ ສປປ ລາວ;

5. ນາຍທະບຽນທີ່ມີສຳນັກງານຕັ້ງຢູ່ຕ່າງປະເທດ ສາມາດໃຫ້ບໍລິການ ຈົດທະບຽນລະຫັດຊື່ ອິນເຕີເນັດ "la" ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຕາມກົດ ໝາຍຂອງ ສປປ ລາວ;

6. ປະສານງານກັບ ສອຊ ແລະ ໜ່ວຍງານຂອງລັດ ໃນການແກ້ໄຂຂໍ້ຂັດແຍ່ງ ທີ່ກ່ຽວຂ້ອງກັບ ການນຳໃຊ້ລະຫັດຊື່ອິນເຕີເນັດ;

7. ລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ ສອຊ ເປັນປະຈຳ;

8. ພັດທະນາແບບພິມການຈົດທະບຽນ, ຮູບແບບການຄຸ້ມຄອງ ແລະ ຂັ້ນຕອນ ຂອງການຈົດທະບຽນ ແລະ ຄຸ້ມຄອງລະຫັດຊື່ອິນເຕີເນັດໃຫ້ເປັນໄປຕາມລະບຽບຂອງ ສອຊ;

9. ແຈ້ງຂໍ້ມູນອື່ນໆ ເຊັ່ນ: ທີ່ຢູ່, ໝາຍເລກໂທລະສັບ, ໂທລະສານ, ອີເມວ ຫຼື ບັດປະຈຳຕົວ ໃນ ກໍລະນີທີ່ມີການປ່ຽນແປງຂໍ້ມູນເຫຼົ່ານັ້ນ;

10. ປະຕິບັດຕາມດຳລັດສະບັບນີ້ ແລະ ຂໍ້ຜູກພັນຕ່າງໆຕາມສັນຍາ ທີ່ລົງນາມຮ່ວມກັນລະ ຫວ່າງຜູ້ໃຫ້ບໍລິການ, ສອຊ ແລະ ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ.

ໝວດທີ 7 ການຄຸ້ມຄອງອິນເຕີເນັດ

ມາດຕາ 23. ອົງການຄຸ້ມຄອງອິນເຕີເນັດ

ອົງການຄຸ້ມຄອງວຽກງານອິນເຕີເນັດ ປະກອບດ້ວຍ:

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານປະຈຳແຂວງ, ນະຄອນ;

ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານປະຈຳເມືອງ, ເທດສະບານ. ອົງການຄຸ້ມຄອງວຽກງານອິນເຕີເນັດ ແມ່ນຢູ່ພາຍໃຕ້ການຊີ້ນຳໂດຍກົງຈາກຄະນະກຳມະການ ຄຸ້ມຄອງອິນເຕີເນັດແຫ່ງຊາດ.

ມາດຕາ 24. ສິດ ແລະ ໜ້າທີ່ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄ້ວາ ແລະ ກຳນົດແຜນຍຸດທະສາດ ກ່ຽວກັບການບໍລິການລະທັດຊື່ອິນເຕີເນັດ ລະດັບສູງສຸດຂອງປະເທດ, ຄຸ້ມຄອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການອິນເຕີເນັດ,

2. ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ ກ່ຽວກັບວຽກງານອິນ ເຕີເນັດ, ຊີ້ນຳ ແລະ ຕິດຕາມກວດກາໃນການຈັດຕັ້ງປະຕິບັດ,

3. ຄົ້ນຄ້ວາກຳນົດມາດຕະຖານເຕັກນິກ, ການເລືອກເຟັ້ນເຕັກໂນໂລຊີ ກ່ຽວກັບອຸປະກອນອິນເຕີເນັດ;

4. ອອກຄຳແນະນຳລະອຽດພ້ອມທັງກວດສອບໜ່ວຍງານທີ່ເປັນຕົວແທນ, ບຸກຄົນ ແລະ ນິຕິ ບຸກຄົນ ທີ່ດຳເນີນກິດຈະການກ່ຽວກັບອິນເຕີເນັດ;

5. ຈັດຕັ້ງ, ຄຸ້ມຄອງ ແລະ ກວດກາການນຳໃຊ້ອິນເຕີເນັດ ໃຫ້ມີປະສິດທິຜົນ, ຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບ ການຕ່າງໆ ກ່ຽວກັບການນຳໃຊ້ອິນເຕີເນັດ ຢູ່ ສປປ ລາວ;

6. ອອກ ຫຼື ຖອນໃບອະນຸຍາດໃຫ້ບັນດາອົງການຈັດຕັ້ງ, ນິຕິບຸກຄົນ ແລະ ບຸກຄົນທົ່ວໄປທີ່ຕ້ອງ ການນຳໃຊ້ ແລະ ໃຫ້ບໍລິການອິນເຕີເນັດ;

7. ປະສານສົມທົບກັບບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບວຽກງານອິນເຕີເນັດ ເພື່ອຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອທາງດ້ານການກໍ່ສ້າງບຸກຄະລາກອນ, ທຶນຮອນ, ວິຊາການ ແລະ ເຕັກນິກ;

8. ພິຈາລະນາຍົກເວັ້ນຄ່ານຳໃຊ້ອິນເຕີເນັດ ຕໍ່ອົງການຈັດຕັ້ງສາກົນ, ສະຖານທູດ ແລະ ການຈັດຕັ້ງອື່ນໆ;

9. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄ້ວາ ແລະ ສະເໜີປັບປຸງອັດຕາຄ່າທຳນຽມ ແລະ ຄ່າບໍລິການອິນເຕີເນັດ;

10. ກວດກາ ການເຊື່ອມຕໍ່ອິນເຕີເນັດ ໃນຂອບເຂດທົ່ວປະເທດ ແລະ ກັບຕ່າງປະເທດ,

11. ສະເໜີວິທີ ແລະ ມາດຕະການຕ່າງໆ ໃຫ້ຂັ້ນເທິງເພື່ອສ້າງເງື່ອນໄຂປັບປຸງການຄຸ້ມຄອງ ແລະ ກວດກາການນຳໃຊ້ອິນເຕີເນັດ ຂອງ ສປປ ລາວ;

12. ຕັກເຕືອນ ແລະ ປະຕິບັດວິໄນ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ນຳໃຊ້ ແລະ ໃຫ້ບໍລິການອິນເຕີເນັດ ທີ່ບໍ່ຖືກຕ້ອງ ແລະ ບໍ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ບໍ່ສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆກ່ຽວກັບອິນເຕີເນັດ ຂອງ ສປປ ລາວ;

13. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 25. ສິດ ແລະ ໜ້າທີ່ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນ

ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ທັນນະໂຍບາຍ, ແຜນການ ແລະ ຂໍ້ຕົກລົງຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່ຽວກັບວຽກງານອິນເຕີເນັດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ແລະ ຈັດຕັ້ງປະຕິບັດ;

2. ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານອິນເຕີເນັດ,

3. ຊີ້ນຳຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານກ່ຽວກັບວຽກງານອິນເຕີເນັດ;

4. ເກັບກຳຂໍ້ມູນສະຖິຕິຜູ້ໃຊ້ ແລະ ຄວາມຕ້ອງການໃນການໃຊ້ການບໍລິການອິນເຕີເນັດຢູ່ທ້ອງ ຖິ່ນຂອງຕົນ;

5. ຮັບຄຳຮ້ອງ ແລະ ສະໜອງຂໍ້ມູນກ່ຽວກັບການສະໝັກຂໍນຳໃຊ້ ແລະ ໃຫ້ການບໍລິການອິນເຕີເນັດພາຍໃນທ້ອງຖິ່ນຂອງຕົນ ເພື່ອສະເໜີຂັ້ນເທິງອອກໃບອະນຸຍາດຕາມລະບຽບການ;

6. ຕິດຕາມ ກວດກາການປະກອບກິດຈະການ ຂອງຜູ້ໃຫ້ບໍລິການອິນເຕີເນັດ ພາຍໃນທ້ອງຖິ່ນຂອງຕົນ.

7. ຕິດຕາມ ກວດກາການນຳໃຊ້ອິນເຕີເນັດ ຢູ່ໃນຂອບເຂດທ້ອງຖິ່ນຂອງຕົນ;

8. ພິຈາລະນາແກ້ໄຂຄຳສະເຫນີ ຂອງຜູ້ໃຊ້ບໍລິການກ່ຽວກັບຄຸນນະພາບ, ມາດຕະຖານຂອງການບໍລິການດ້ານອິນເຕີເນັດ;

9. ປະສານສົມທົບກັບອົງການປົກຄອງແຂວງ, ນະຄອນ ໃນການຄຸ້ມຄອງວຽກງານອິນເຕີເນັດ;

10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 26. ສິດ ແລະ ໜ້າທີ່ ຂອງຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ

ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານອິນເຕີເນັດ;

2. ຕິດຕາມ, ກວດກາການບໍລິການອິນເຕີເນັດພາຍໃນເມືອງ, ເທດສະບານຂອງຕົນ;

3. ຮັບຄຳຮ້ອງ ແລະ ສະໜອງຂໍ້ມູນກ່ຽວກັບການສະໝັກຂໍນຳໃຊ້ ແລະ ໃຫ້ການບໍລິການອິນ ເຕີເນັດພາຍໃນທ້ອງຖິ່ນຂອງຕົນ ເພື່ອສະເໜີຂັ້ນເທິງອອກໃບອະນຸຍາດຕາມລະບຽບການ;

4. ພິຈາລະນາແກ້ໄຂຄຳສະເໜີ ຂອງຜູ້ໃຊ້ບໍລິການ ກ່ຽວກັບຄຸນນະພາບ, ມາດຕະຖານຂອງການບໍລິການດ້ານອິນເຕີເນັດ;

5. ປະສານສົມທົບກັບ ອົງການປົກຄອງເມືອງ, ເທດສະບານ ໃນການຄຸ້ມຄອງວຽກງານອິນເຕີ ເນັດ;

6. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 8 ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ

ມາດຕາ 27. ທີ່ຕັ້ງ ແລະ ພາລະບົດບາດ

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີຊື່ຫຍໍ້ວ່າ: “ຄຄອຊ” ຊຶ່ງນາຍົກລັດຖະມົນຕີ ເປັນຜູ້ແຕ່ງຕັ້ງ ແລະ ຊີ້ນຳນຳພາໂດຍກົງ ມີພາລະບົດບາດໃນການຊີ້ນຳອົງການຄຸ້ມຄອງມະຫາພາກ ຕ້ານວຽກງານອິນເຕີເນັດ, ປະສານສົມທົບກັບກະຊວງ ແລະ ອົງການທີ່ມີສິດອຳນາດ ກ່ຽວກັບວຽກ ງານອິນເຕີເນັດ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງສັງຄົມ.

ມາດຕາ 28. ສິດ ແລະ ໜ້າທີ່ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຊີ້ນຳອົງການຄຸ້ມຄອງມະຫາພາກ ດ້ານວຽກງານອິນເຕີເນັດ ເພື່ອກຳນົດມາດຕະຖານ, ເງື່ອນ ໄຂ, ການບໍລິການ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບອິນເຕີເນັດ ຂອງ ສປປ ລາວ;

2. ຊີ້ນຳວຽກງານຕອບຕ້ານ ແລະ ກ່າວຟ້ອງຂຶ້ນສານ ໃນກໍລະນີມີການແຊກແຊງ ຈາກພາຍນອກ ແລະ ຈາກພາຍໃນ ຜ່ານລະບົບອິນເຕີເນັດ ເພື່ອຫວັງທຳລາຍມ້າງເພລະບອບການເມືອງ, ເສດ ຖະກິດ, ວັດທະນະທຳສັງຄົມ ແລະ ຄວາມໝັ້ນຄົງ ຂອງ ສປປ ລາວ;

3. ຄົ້ນຄ້ວາ ແລະ ວາງກົນໄກ, ນະໂຍບາຍ, ລະບຽບການເຄື່ອນໄຫວ ແລະ ມາດຕະການແກ້ ໄຂຕ່າງໆ ກ່ຽວກັບວຽກງານອິນເຕີເນັດ ຂອງ ສປປ ລາວ;

4. ສະເໜີລັດຖະບານ ເພື່ອປັບປຸງແກ້ໄຂກົນໄກ, ນະໂຍບາຍ ຫຼື ລະບຽບກົດໝາຍຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ຂອງ ສປປ ລາວ;

5. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມລະບຽບກົດໝາຍ ແລະ ການຕົກລົງຂອງລັດຖະບານ.

ໝວດທີ 9 ຄ່າທຳນຽມ ແລະ ຄ່າບໍລິການ

ມາດຕາ 29. ຄ່າທຳນຽມ ແລະ ຄ່າບໍລິການ

ການເກັບຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ປະຕິບັດຕາມລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ໝວດທີ 10 ບົດບັນຍັດສຸດທ້າຍ

ມາດຕາ 30. ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຈັດຕັ້ງປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ.

ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈຶ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້.

ມາດຕາ 31. ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດ ກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.


ແຫຼ່ງທີ່ມາ: www.laoofficialgazette.gov.la/kcfinder/upload/files/Managment%20and%20use%20internet,%20internet%20domain%20name%20application%20of%20Lao%20PDR%20Decree.pdf