ດຳລັດວ່າດ້ວຍ ຄື້ນຄວາມຖີ່

ຈາກ Laopedia

ຫົວຂໍ້: ດຳລັດວ່າດ້ວຍ ຄື້ນຄວາມຖີ່

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 03-02-2014

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 18-02-2014

ບ່ອນອີງ

ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບປັບປຸງ ເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;

ອີງຕາມກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ ສະບັບປັບປຸງ ເລກທີ 09/ສພຊ, ລົງວັນທີ 21 ທັນວາ 2011;

ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສຶ ສານ ສະບັບເລກທີ 2068/ປທສ, ລົງວັນທີ 09/12/2013.

ພາກທີ I ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດ ຕາມ, ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວນໍາໃຊ້ຄື້ນຄວາມຖີ່ ເພື່ອໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ຍຸຕິທຳ ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມາດຕາ 2 ຄື້ນຄວາມຖີ່

ຄື້ນຄວາມຖີ່ ແມ່ນຄື້ນແມ່ເຫຼັກໄຟຟ້າທີ່ກະຈາຍໃນອາກາດ ແລະ ອາວະກາດ ຊຶ່ງມີບ່ານຄວາມຖີ່ ແຕ່ ສາມ ກິໂລເຮີດ ເຖິງ ສາມຮ້ອຍ ຈີກາເຮີດ ທີ່ນໍາໃຊ້ເຂົ້າໃນການໂທລະຄົມມະນາຄົມ ແລະ ການ ສື່ສານ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ເຮີດ (Hz-Hertz) ໝາຍເຖິງ ຫົວໜ່ວຍວັດແທກ ຄື້ນຄວາມຖີ່ ໂດຍວັດແທກຕາມໜຶ່ງ ຮອບຄື້ນຄວາມຖີ່ ຕໍ່ໜຶ່ງວິນາທີ;

2. ການສື່ສານ ໝາຍເຖິງ ການຮັບ ຫຼື ສົ່ງ ແລະ ທັງຮັບ ທັງສົ່ງ ຂໍ້ມູນ ໂດຍການນໍາໃຊ້ຄົ້ນ ຄວາມຖີ່;

3. ສະຖານີວິທະຍຸ ໝາຍເຖິງ ສະຖານທີ່ ທີ່ມີການຕິດຕັ້ງອຸປະກອນຮັບ-ສົ່ງ ແລະ ທັງຮັບ ທັງ ສົ່ງ ຄື້ນຄວາມຖີ່ ຊຶ່ງລວມມີສະຖານີ ຄົງທີ່ ແລະ ເຄື່ອນທີ່;

4. ແຜນຜັງຄື້ນຄວາມຖີ່ແຫ່ງຊາດ ໝາຍເຖິງ ແຜນຜັງການຈັດສັນຄື້ນຄວາມຖີ່ເປັນຍ່ານ ແລະ ເປັນແຖບ ທີ່ມີການກໍານົດການນໍາໃຊ້:

5. ຍ່ານຄວາມຖີ່ ໝາຍເຖິງ ຄື້ນຄວາມຖີ່ ຊຶ່ງກຳນົດຂອບເຂດສະເພາະ ທີ່ມີຫຼາຍແຖບ ຄວາມຖີ່;

6. ແຖບຄວາມຖີ່ ໝາຍເຖິງ ຄວາມຖີ່ຊຶ່ງມີຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດທີ່ຢູ່ໃນຍ່ານຄວາມຖີ່.

7. ລະຫັດມ່ອກ ໝາຍເຖິງ ການສົ່ງຂໍ້ຄວາມໂດຍການປິດ-ເປີດ ລະດັບສຽງ, ແສງ ຫຼື ການ ເຄາະ ທີ່ສາມາດເຮັດໃຫ້ ຜູ້ຟັງທີ່ມີວິຊາສະເພາະດ້ານນີ້ເຂົ້າໃຈ.

ມາດຕາ 4 ນະໂຍບາຍກ່ຽວກັບວຽກງານຄື້ນຄວາມຖີ່

ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດນໍາໃຊ້ຄື້ນ ຄວາມຖີ່ ເຂົ້າໃນການເຄື່ອນໄຫວດໍາເນີນທຸລະກິດ, ວຽກງານການສຶກສາ, ສາທາລະນະສຸກ, ການຄົ້ນຄ້ວາວິໄຈ ແລະ ການບັນເທົາໄພພິບັດຕ່າງໆ ຢ່າງມີປະສິດທິພາບ, ປະສິດທິຜົນ, ປອດໄພ ແລະ ຍຸຕິທຳ.

ລັດ ຊຸກຍູ້ ແລະ ສົ່ງເສີມ ການພັດທະນາຊັບພະຍາກອນມະນຸດ ແລະ ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ກ້າວໜ້າ ເຂົ້າໃນວຽກງານຄຸ້ມຄອງການນໍາໃຊ້ທາງດ້ານຄື້ນຄວາມຖີ່.

ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ຄື້ນຄວາມຖີ່

ໃນການຄຸ້ມຄອງ ແລະ ນໍາໃຊ້ຄື້ນຄວາມຖີ່ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຍຸດທະສາດ;

2. ຮັບປະກັນໃຫ້ມີຄວາມຍຸຕິທຳ, ປະສິດທິພາບ, ປະສິດທິຜົນ, ນໍາໃຊ້ຖືກເປົ້າໝາຍ ແລະ ບໍ່ໃຫ້ ມີການລົບກວນຊຶ່ງກັນ ແລະ ກັນ;

3. ຮັບປະກັນການຄຸ້ມຄອງຢ່າງລວມສູນ ເປັນເອກະພາບທົ່ວປະເທດ;

4. ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງ ສັງຄົມ,

5. ສອດຄ່ອງກັບສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 ຂອບເຂດການນໍາໃຊ້ດໍາລັດ

ດຳລັດສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ນໍາໃຊ້ຄື້ນຄວາມຖີ່ ຢູ່ ສປປ ລາວ.

ມາດຕາ 7 ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄື້ນ ຄວາມຖີ່ ດ້ວຍການແລກປ່ຽນບົດຮຽນດ້ານວິທະຍາສາດ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ເພື່ອເຮັດ ໃຫ້ວຽກງານດັ່ງກ່າວ ມີການພັດທະນາ ແລະ ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ II ແຜນຜັງ, ການຈັດສັນ ແລະ ຍ່ານຄື້ນຄວາມຖີ່

ມາດຕາ 8 ແຜນຜັງຄື້ນຄວາມຖີ່ແຫ່ງຊາດ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສ້າງແຜນຜັງຄື້ນຄວາມຖີ່ແຫ່ງຊາດ ແລ້ວສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນແຕ່ລະໄລຍະ.

ມາດຕາ 9 ການຈັດສັນຄື້ນຄວາມຖີ່

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຈັດສັນ, ແບ່ງປັນ ແລະ ເກັບ ຄືນ ຄື້ນຄວາມຖີ່ທັງໝົດຢູ່ ສປປ ລາວ ໂດຍປະຕິບັດຕາມແຜນຜັງຄື້ນຄວາມຖີ່ແຫ່ງຊາດ, ລະບຽບການ ຂອງສະຫະພາບໂທລະຄົມມະນາຄົມສາກົນ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນ ພາຄີ.

ມາດຕາ 10 ການຈັດສັນຄື້ນຄວາມຖີ່

ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຈັດສັນຄື້ນຄວາມຖີ່ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້

ປະຕິບັດຕາມແຜນຜັງຄື້ນຄວາມຖີ່ແຫ່ງຊາດ ແລະ ໃຫ້ປະຕິບັດ ດັ່ງນີ້:

1. ຄື້ນຄວາມຖີ່ ທີ່ມີເປົ້າໝາຍນໍາໃຊ້ຍາວນານ ແມ່ນໃຫ້ຈັດສັນຕາມສັດສ່ວນທີ່ຖືກແບ່ງປັນ ໂດຍປະຕິບັດຕາມລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ;

2. ຄື້ນຄວາມຖີ່ທີ່ນໍາໃຊ້ມີກຳນົດເວລາ ແມ່ນໃຫ້ຈັດສັນໃຫ້ສະເພາະແຕ່ອຸປະກອນວິທະຍຸທີ່ຂໍນໍາໃຊ້ ຕາມກຳນົດເວລາເທົ່ານັ້ນ;

3. ຄື້ນຄວາມຖີ່ທີ່ນໍາໃຊ້ຊົ່ວຄາວ ເມື່ອມີການນໍາໃຊ້ແລ້ວ ກໍ່ຕ້ອງແຈ້ງໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຊາບ ຍົກເວັ້ນກໍລະນີທີ່ເປັນຄວາມລັບຂອງຊາດ;

4. ຄົ້ນຄວາມຖີ່ທີ່ນໍາໃຊ້ສຸກເສີນ ເພື່ອຄວາມປອດໄພຂອງຊາດ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ມີສິດນໍາໃຊ້ຄື້ນຄວາມຖີ່ສ່ວນໃດສ່ວນໜຶ່ງ ທີ່ບໍ່ໄດ້ກຳນົດໄວ້ ໃນ ຂໍ້ 1 ຂອງມາດຕານີ້ ບົນພື້ນຖານແຜນການທີ່ເປັນເອກະພາບກັບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 11 ການຈັດສັນຄື້ນຄວາມຖີ່ ສໍາລັບສະຖານທູດ, ສະຖານກົງສູນ, ສໍານັກງານ ອົງການຈັດຕັ້ງ ສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ

ການຈັດສັນຄື້ນຄວາມຖີ່ ສໍາລັບສະຖານທູດ, ສະຖານກົງສູນ, ສໍານັກງານ ອົງການຈັດຕັ້ງ ສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ເຄື່ອນໄຫວຢູ່ ສປປ ລາວ ແມ່ນໃຫ້ປະຕິບັດຕາມ ແຜນຜັງຄື້ນຄວາມຖີ່ແຫ່ງຊາດ ຕາມທີ່ໄດ້ກຳນົດໃວ້ໃນດຳລັດສະບັບນີ້ ແລະ ລະບຽບການຂອງສະຫະ ພາບໂທລະຄົມມະນາຄົມສາກົນ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 12 ຍ່ານຄວາມຖີ່

ຍ່ານຄວາມຖີ່ ທີ່ນໍາໃຊ້ ຢູ່ ສປປ ລາວ ປະກອບດ້ວຍ ແປດ ຍ່ານ ດັ່ງນີ້:

1. ຍ່ານຄວາມຖີ່ຕໍາຫຼາຍ (VLF-Very Low Frequency);

2. ຍ່ານຄວາມຖີ່ຕໍ່າ (LF-Low Frequency);

3. ຍ່ານຄວາມຖີ່ກາງ (MF-Medium Frequency);

4. ຍ່ານຄວາມຖີ່ສູງ (HF-High Frequency);

5. ຍ່ານຄວາມຖີ່ສູງຫຼາຍຂັ້ນໜຶ່ງ (VHF-Very High Frequency);

6. ຍ່ານຄວາມຖີ່ສູງຫຼາຍຂັ້ນສອງ (UHF-Ultra High Frequency);

7. ຍ່ານຄວາມຖີ່ສູງຫຼາຍຂັ້ນສາມ (SHF-Super High Frequency);

8. ຍ່ານຄວາມຖີ່ສູງຫຼາຍຂັ້ນທີ່ (EHF-Extremely High Frequency).

ການນໍາໃຊ້ຍ່ານຄື້ນຄວາມຖີ່ ອາດປ່ຽນແປງຕາມການຈັດສັນທີ່ໄດ້ກຳນົດໄວ້ໃນແຜນຜັງຄື້ນຄວາມ ຖີ່ແຫ່ງຊາດ ໃນແຕ່ລະໄລຍະ,

ມາດຕາ 13 ຍ່ານຄວາມຖີ່ຕໍ່າຫຼາຍ (VLF-Very Low Frequency)

ຍ່ານຄວາມຖີ່ຕໍ່າຫຼາຍ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມ ເຖິງ ສາມສິບ ກິໂລເຮີດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ໜຶ່ງຮ້ອຍ ເຖິງ ສິບ ກິໂລແມັດ ທີ່ນໍາໃຊ້ສໍາລັບການສື່ສານເຊັ່ນ ການ ສື່ສານໄລຍະໄກ, ການສື່ສານໃຕ້ນໍ້າ.

ມາດຕາ 14 ຍ່ານຄວາມຖີ່ຕໍ່າ (LF-Low Frequency)

ຍ່ານຄວາມຖີ່ຕໍ່າ ແມ່ນຄື້ນຄວາມຖີ່ ທີ່ມີຂະໜາດແຕ່ ສາມສິບ ເຖິງ ສາມຮ້ອຍ ກິໂລເຮີດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ສິບ ເຖິງ ໜຶ່ງ ກິໂລແມັດ ທີ່ນໍາໃຊ້ສໍາລັບການສື່ສານ ເຊັ່ນ ວິທະຍຸກະຈາຍສຽງລະບົບເອເອັມ, ລະບົບນໍາທາງການເດີນເຮືອ ແລະ ການບິນ.

ມາດຕາ 15 ຍ່ານຄວາມຖີ່ກາງ (MF-Medium Frequency)

ຍ່ານຄວາມຖີ່ກາງ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມຮ້ອຍ ເຖິງ ສາມພັນ ກິໂລເຮີດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ໜຶ່ງ ກິໂລແມັດ ເຖິງ ໜຶ່ງຮ້ອຍ ແມັດ ທີ່ນໍາໃຊ້ສໍາລັບການສື່ສານ ເຊັ່ນ ລະບົບນໍາທາງການເດີນເຮືອ ແລະ ການບິນ, ການສື່ສານສະໝັກຫລິ້ນ, ວິທະຍຸກະຈາຍສຽງລະບົບ ເອເອັມ, ການເດີນທະເລ ແລະ ສື່ສານການບິນ.

ມາດຕາ 16 ຍ່ານຄວາມຖີ່ສູງ (HF-High Frequency)

ຍ່ານຄວາມຖີ່ສູງ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມ ເຖິງ ສາມສິບ ເມກາເຮີດ ແລະ ມີ ຄວາມຍາວຂອງຄື້ນຄວາມຖີ່ແຕ່ ໜຶ່ງຮ້ອຍ ເຖິງ ສິບ ແມັດ ທີ່ນໍາໃຊ້ສໍາລັບການສື່ສານ ເຊັ່ນ ການສື່ສານ ທາງໄກລະບົບຄື້ນສັ້ນ, ການສື່ສານສະໝັກຫລິ້ນ ແລະ ການສື່ສານການບິນ.

ມາດຕາ 17 ຍ່ານຄວາມຖີ່ສູງຫຼາຍຂັ້ນໜຶ່ງ (VHF-Very High Frequency)

ຍ່ານຄວາມຖີ່ສູງຫຼາຍຂັ້ນໜຶ່ງ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມສິບ ເຖິງ ສາມຮ້ອຍ ເມ ກາເຮີດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ສິບ ເຖິງ ໜຶ່ງ ແມັດ ທີ່ນໍາໃຊ້ສໍາລັບການສື່ສານເຊັ່ນ ວິທະຍຸກະຈາຍສຽງລະບົບເອັຟເອັມ, ການສື່ສານສະໝັກຫລິ້ນ, ໂທລະພາບ, ການສື່ສານການບິນ, ການ ສື່ສານລະບົບໂຟນີ ແລະ ການສື່ສານລະບົບບໍ່ມີສາຍ.

ມາດຕາ 18 ຍ່ານຄວາມຖີ່ສູງຫຼາຍຂັ້ນສອງ (UHF-Ultra High Frequency)

ຍ່ານຄວາມຖີ່ສູງຫຼາຍຂັ້ນສອງ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມຮ້ອຍ ເຖິງ ສາມພັນ ເມ ກາເຮັດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ໜຶ່ງ ແມັດ ເຖິງ ໜຶ່ງຮ້ອຍ ມີລີແມັດ ທີ່ນໍາໃຊ້ສໍາລັບ ການສື່ສານ ເຊັ່ນ ໂທລະພາບ, ການສື່ສານສະໝັກຫລິ້ນ, ໂທລະສັບເຄື່ອນທີ່ລະບົບຕ່າງໆ, ການສື່ສານ ລະບົບບໍ່ມີສາຍ ແລະ ການສື່ສານສໍາຫຼວດແຮ່ທາດ.

ມາດຕາ 19 ຍ່ານຄວາມຖີ່ສູງຫຼາຍ ຂັ້ນສາມ (SHF-Super High Frequency)

ບ່ານຄວາມຖີ່ສູງຫຼາຍຂັ້ນສາມ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມ ເຖິງ ສາມສິບ ຈີກາເຮີດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ໜຶ່ງຮ້ອຍ ເຖິງ ສິບ ມີລີແມັດ ທີ່ນໍາໃຊ້ສໍາລັບການສື່ສານ ເຊັ່ນ ການສື່ສານລະບົບບໍ່ມີສາຍ, ການສື່ສານຜ່ານດາວທຽມ, ການສື່ສານດາລາສາດ, ການສື່ສານສໍາຫຼວດແຮ່ ທາດ, ການສື່ສານລະບົບໄມໂຄຼເວບ, ລະບົບຣາດາ ແລະ ອຸຕຸນິຍົມວິທະຍາ.

ມາດຕາ 20 ຍ່ານຄວາມຖີ່ສູງຫຼາຍຂັ້ນສີ່ (EHF-Extremely High Frequency)

ຍ່ານຄວາມຖີ່ສູງຫຼາຍຂັ້ນສີ່ ແມ່ນຄື້ນຄວາມຖີ່ທີ່ມີຂະໜາດແຕ່ ສາມສິບ ເຖິງ ສາມຮ້ອຍ ຈີກາ ເຮີດ ແລະ ມີຄວາມຍາວຂອງຄື້ນຄວາມຖີ່ແຕ່ ສິບ ເຖິງ ໜຶ່ງ ມີລີແມັດ ທີ່ນໍາໃຊ້ສໍາລັບການສື່ສານ ເຊັ່ນ ລະບົບໄມໂຄຼເວບ, ການສື່ສານດາລາສາດ, ການສື່ສານສໍາຫຼວດແຮ່ທາດ, ລະບົບການຢັ່ງສືບທາງໄກ ແລະ ລະບົບຮັກສາຄວາມປອດໄພ.

ພາກທີ III ການນໍາໃຊ້ຄື້ນຄວາມຖີ່

ໝວດທີ 1 ປະເພດການນໍາໃຊ້ຄື້ນຄວາມຖີ່

ມາດຕາ 21 ປະເພດການນໍາໃຊ້ຄື້ນຄວາມຖີ່

ການນໍາໃຊ້ຄື້ນຄວາມຖີ່ ຢູ່ ສປປ ລາວ ມີ ເກົ້າ ປະເພດ ດັ່ງນີ້:

1. ການບໍລິການໂທລະຄົມມະນາຄົມ;

2. ໂທລະພາບ ແລະ ວິທະຍຸກະຈາຍສຽງ:

3. ການສື່ສານການບິນ;

4. ການສື່ສານຜ່ານດາວທຽມ:

5. ການສື່ສານທາງນໍ້າ;

6. ສະຖານີສື່ສານທົ່ວໄປ;

7. ການສື່ສານ ວຽກງານສະເພາະ;

8. ເຄື່ອງຕິດຕໍ່ສື່ສານສະໝັກຫຼິ້ນ;

9. ການສື່ສານສໍາລັບວຽກງານທົດລອງນໍາໃຊ້ເຕັກໂນໂລຊີໃໝ່.

ມາດຕາ 22 ການນໍາໃຊ້ຄື້ນຄວາມຖີ່ສໍາລັບການບໍລິການໂທລະຄົມມະນາຄົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການໂທລະຄົມມະ ນາຄົມຕາມແຕ່ລະປະເພດ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບ ປັບປຸງ ຕ້ອງໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ.

ມາດຕາ 23 ການນໍາໃຊ້ຄື້ນຄວາມຖີ່ສໍາລັບໂຫລະພາບ ແລະ ວິທະຍຸກະຈາຍສຽງ

ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສະໜອງການບໍລິການດ້ານໂທລະພາບ ແລະ ວິທະຍຸ ກະຈາຍສຽງ ຢູ່ ສປປ ລາວ ຕ້ອງຂໍອະນຸຍາດນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ.

ຜູ້ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ຕ້ອງສະໜອງຂໍ້ມູນທາງດ້ານເຕັກນິກ ໃຫ້ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ດັ່ງນີ້:

1. ຈຸດທີ່ຕັ້ງຂອງສະຖານນີ ລວມທັງຈຸດທີ່ຕັ້ງ ຂອງເຄື່ອງສົ່ງ-ເຄື່ອງຮັບ;

2. ຄວາມແຮງອອກອາກາດ ຂອງເຄື່ອງສົ່ງ-ເຄື່ອງຮັບ;

3. ຮູບແບບການກະຈາຍຄື້ນຄວາມຖີ່ ຂອງເຄື່ອງສົ່ງ-ເຄື່ອງຮັບ;

4. ພື້ນທີ່ຄວບຄຸມຂອງສັນຍານ;

5. ຄຸນລັກສະນະທາງດ້ານເຕັກນິກ;

6. ຂໍ້ມູນເຕັກນິກອື່ນໆທີ່ກ່ຽວຂ້ອງ.

ຜູ້ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ຈະປຽ່ນແປງຂໍ້ມູນດ້ານເຕັກນິກ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕານີ້ໄດ້ ກໍຕໍ່ເມື່ອໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເທົ່ານັ້ນ.

ມາດຕາ 24 ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານການບິນ

ການນໍາໃຊ້ຄື້ນຄວາມຖີ່ສໍາລັບສະຖານີສື່ສານການບິນພາກພື້ນດິນ, ລະບົບບອກຈຸດພິກັດ ຫຼື ລະບົບບັນຊາການບິນ ຫຼື ສະຖານີຕິດຕັ້ງຢູ່ນໍາເຮືອບິນທີ່ໄດ້ຂຶ້ນທະບຽນ ຢູ່ ສປປ ລາວ ຕ້ອງຂໍອະນຸຍາດ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ອຸປະກອນວິທະຍຸສື່ສານທີ່ຕິດຕັ້ງຢູ່ສະຖານີຢູ່ນໍາເຮືອບິນ ຕ້ອງສອດຄ່ອງກັບລະບຽບການ ຂອງ ອົງການການບິນພົນລະເຮືອນສາກົນ ແລະ ຜ່ານການຮັບຮອງຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ຜູ້ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານການບິນ ຕ້ອງປະຕິບັດຕາມ ດຳລັດ ສະບັບນີ້ ແລະ ລະບຽບການພາຍໃນ ຫຼື ສາກົນອື່ນ ທີ່ກ່ຽວກັບການສື່ສານການບິນ ແລະ ອະນຸຍາດ ໃຫ້ນໍາໃຊ້ສະຖານີທີ່ຕິດຕັ້ງຢູ່ນໍາເຮືອບິນ ໃນເວລາບິນຜ່ານນ່ານຟ້າ ຂອງ ສປປ ລາວ ດັ່ງນີ້:

1. ເທດການສຸກເສີນ;

2. ການສື່ສານ ແລະ ລະບົບບັນຊາການບິນ;

3. ຈຸດປະສົງເພື່ອເຮັດການທົດລອງການນໍາໃຊ້ສະຖານີ.

ມາດຕາ 25 ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານຜ່ານດາວທຽມ

ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານຜ່ານດາວທຽມ ຕ້ອງຂໍອະນຸຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ດັ່ງນີ້:

1. ສະຖານີສື່ສານພາກພື້ນດິນ-ດາວທຽມ;

2. ສະຖານີຕິດຕາມ ແລະຄວບຄຸມດາວທຽມ;

3. ສະຖານີຮັບ-ສົ່ງ ສັນຍານດາວທຽມຍ່ອຍ;

4. ອຸປະກອນພົກພາສື່ສານຜ່ານດາວທຽມ.

ຜູ້ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານຜ່ານດາວທຽມ ຕ້ອງປະຕິບັດ ດັ່ງນີ້:

1. ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່ອນ ການນໍາໃຊ້;

2. ປະຕິບັດຕາມລະບຽບການກ່ຽວກັບການໃຫ້ບໍລິການ ການສື່ສານດາວທຽມ;

3. ນໍາໃຊ້ຄື້ນຄວາມຖີ່ ຫຼື ຍ່ານຄົ້ນຄວາມຖີ່ ທີ່ໄດ້ຈັດສັນ ແລະ ອະນຸຍາດຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ຜູ້ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານຜ່ານດາວທຽມ ຕ້ອງປະຕິບັດລະບຽບ ການຂອງສະຫະພາບໂທລະຄົມມະນາຄົມສາກົນ, ດຳລັດສະບັບນີ້ ແລະ ລະບຽບການອື່ນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານຜ່ານດາວທຽມ ຂອງ ສປປ ລາວ.

ມາດຕາ 26 ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານທາງນໍ້າ

ການນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານທາງນໍ້າ ເຊັ່ນ ສະຖານີບັນຊາທີ່ຕິດຕັ້ງຢູ່ແຄມຝັ່ງ ຫຼື ລະບົບບອກຈຸດພິກັດທີ່ຕິດຕັ້ງຢູ່ນຳກົ່າປັ່ນ, ເຮືອຂົນສົ່ງ ແລະ ເຮືອປະມົງ ຕ້ອງຂໍອະນຸຍາດນໍາກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ການຂໍອະນຸຍາດນໍາໃຊ້ຄື້ນຄວາມຖີ່ສໍາລັບການສື່ສານທາງນໍ້າ ມີເງື່ອນໄຂ ດັ່ງນີ້:

1. ກຳປັ່ນ ທີ່ຈະຕິດຕັ້ງສະຖານີ ຕ້ອງມີໃບຢັ້ນຢືນການເດີນທະເລ ຈາກອົງການສາກົນ ທີ່ ກ່ຽວຂ້ອງ:

2. ເຮືອຂົນສົ່ງ ຕ້ອງມີໃບຢັ້ງຢືນຈາກຂະແໜງໂຍທາທິການ ແລະ ຂົນສົ່ງ;

3. ເຮືອປະມົງ ຕ້ອງມີໃບຢັ້ງຢືນຈາກຂະແໜງກະສິກຳ ແລະ ປ່າໄມ້;

4. ປະຕິບັດຕາມລະບຽບການ ຂອງສະຫະພາບໂທລະຄົມມະນາຄົມສາກົນ, ອົງການເດີນທະເລ ສາກົນ, ດຳລັດສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 27 ການນໍາໃຊ້ຄື້ນຄວາມຖີ່ສໍາລັບສະຖານີສື່ສານທົ່ວໄປ

ການນໍາໃຊ້ຄື້ນຄວາມຖີ່ສໍາລັບສະຖານີສື່ສານທົ່ວໄປ ຢູ່ ສປປ ລາວ ຕ້ອງຂໍອະນຸຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ດັ່ງນີ້:

1. ການສື່ສານ ລະຫວ່າງ ສອງຈຸດ;

2. ການສື່ສານຕິດຕໍ່ຈາກຈຸດໜຶ່ງຫາຫຼາຍຈຸດ;

3. ການສື່ສານລະບົບໂຟນີ;

4. ການສື່ສານສະເພາະກິດຈະການ;

5. ການສື່ສານລະບົບບັນຊາ ແລະ ບອກຈຸດພິກັດ.

ມາດຕາ 28 ການນໍາໃຊ້ຄື້ນຄວາມຖີ່ສໍາລັບວຽກງານສະເພາະ

ການຕິດຕັ້ງອຸປະກອນ ແລະ ການນໍາໃຊ້ຄື້ນຄວາມຖີ່ສໍາລັບວຽກງານສະເພາະ ຕ້ອງຂໍອະນຸ ຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຜູ້ທີ່ໄດ້ຮັບອະນຸຍາດ ດັ່ງກ່າວ ຕ້ອງເສຍຄ່ານໍາໃຊ້ຕາມລະບຽບກົດໝາຍ.

ການນໍາໃຊ້ຄື້ນຄວາມຖີ່ສໍາລັບວຽກງານສະເພາະ ປະກອບດ້ວຍ:

ກອງປະຊຸມຂອງລັດຖະບານ;

ກອງປະຊຸມສາກົນ;

ຕະຫຼາດນັດ, ງານວາງສະແດງຜະລິດຕະພັນ ແລະ ສິນຄ້າ, ເຄື່ອງຂອງ;

ກອງປະຊຸມ ແລະ ງານວາງສະແດງອື່ນ.

ມາດຕາ 29 ການນໍາໃຊ້ຄື້ນຄວາມຖີ່ສໍາລັບເຄື່ອງຕິດຕໍ່ສື່ສານສະໝັກຫຼິ້ນ

ການນໍາໃຊ້ຄື້ນຄວາມຖີ່ສໍາລັບເຄື່ອງຕິດຕໍ່ສື່ສານສະໝັກຫຼິ້ນ ເພື່ອສົ່ງເສີມການຄົ້ນຄ້ວາດ້ານ ເຕັກນິກການສື່ສານ, ວັດທະນະທໍາ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອສັງຄົມ ຕ້ອງຂໍອະນຸຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຊຶ່ງປະກອບມີ ສອງປະເພດ ດັ່ງນີ້:

1. ປະເພດທົ່ວໄປ ຊຶ່ງອະນຸຍາດໃຫ້ສົ່ງສັນຍານເປັນລະຫັດມ໋ອກ;

2. ປະເພດສະເພາະ ຊຶ່ງບໍ່ອະນຸຍາດໃຫ້ນໍາໃຊ້ລະຫັດມ໋ອກ.

ການຄຸ້ມຄອງການນໍາໃຊ້ເຄື່ອງຕິດຕໍ່ສື່ສານສະໝັກຫຼິ້ນ ໄດ້ກຳນົດໄວ້ໃນລະບຽບການ

ມາດຕາ 30 ການນໍາໃຊ້ຄື້ນຄວາມຖີ່ສໍາລັບວຽກງານທົດລອງນໍາໃຊ້ເຕັກໂນໂລຊີໃໝ່

ການນໍາໃຊ້ຄື້ນຄວາມຖີ່ສໍາລັບວຽກງານທົດລອງນໍາໃຊ້ເຕັກໂນໂລຊີໃໝ່ ຕ້ອງຂໍອະນຸຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຕາມລະບຽບການ ທີ່ກ່ຽວຂ້ອງ ດັ່ງນີ້:

1. ນໍາໃຊ້ໃນຮູບແບບ ທີ່ບໍ່ມີຈຸດປະສົງເພື່ອດໍາເນີນທຸລະກິດ;

2. ນໍາໃຊ້ໃນການກວດສອບມາດຕະຖານເຕັກນິກ,

ການນໍາໃຊ້ຄື້ນຄວາມຖີ່ສໍາລັບວຽກງານທົດລອງນໍາໃຊ້ເຕັກໂນໂລຊີໃໝ່ ຈະໄດ້ຮັບການຍົກເວັ້ນ ຄ່ານໍາໃຊ້ໃນໄລຍະເວລາທົດລອງ ຕາມການພິຈາລະນາອະນຸຍາດໃຫ້ນໍາໃຊ້.

ມາດຕາ 31 ການນໍາໃຊ້ອຸປະກອນຄື້ນຄວາມຖີ່ ທີ່ມີກຳລັງສົ່ງຕໍ່າ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ອຸປະກອນຄື້ນຄວາມຖີ່ ທີ່ມີກຳລັງສົ່ງແຕ່ ສູນຈຸດ ສູນຫ້າ ລັດລົງມາ ບໍ່ຈໍາເປັນຕ້ອງຂໍອະນຸຍາດການນໍາໃຊ້ຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 32 ເງື່ອນໄຂໃນການນໍາໃຊ້ຄື້ນຄວາມຖີ່

ຜູ້ໄດ້ຮັບອະນຸຍາດໃຫ້ນໍາໃຊ້ຄື້ນຄວາມຖີ່ ຕ້ອງປະຕິບັດຕາມເງື່ອນໄຂ ຂອງການນໍາໃຊ້ຄື້ນ ຄວາມຖີ່ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ດັ່ງນີ້:

1. ຕິດຕັ້ງອຸປະກອນ ແລະ ດໍາເນີນກິດຈະການ ຕາມທີ່ໄດ້ຮັບອະນຸຍາດ;

2. ນໍາໃຊ້ຄື້ນຄວາມຖີ່ທີ່ໄດ້ຮັບອະນຸຍາດ;

3. ປະຕິບັດຕາມມາດຕະຖານເຕັກນິກທີ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ ໄດ້ວາງອອກໃນແຕ່ລະໄລຍະ;

4. ໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່ອນການ ເຊື່ອມຕໍ່ກັບເຄືອຂ່າຍໂທລະຄົມມະນາຄົມອື່ນ;

5. ຮັບປະກັນການນໍາໃຊ້ຄື້ນຄວາມຖີ່ ໃຫ້ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍ ແລະ ບໍ່ໃຫ້ລົບ ກວນຜູ້ໄດ້ຮັບອະນຸຍາດອື່ນ:

6. ນໍາໃຊ້ຄື້ນຄວາມຖີ່ໃນຂອບເຂດພື້ນທີ່ ທີ່ໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ;

7. ລາຍງານຂໍ້ມູນສະຖິຕິກ່ຽວກັບການນໍາໃຊ້ຄື້ນຄວາມຖີ່ ແລະ ອຸປະກອນໂທລະຄົມມະນາຄົມ ເຊັ່ນ ຈໍານວນເສົາອາກາດ, ພື້ນທີ່ສະໜອງການບໍລິການ, ຄວາມແຮງສົ່ງຂອງສັນຍານ, ຈຸດ ທີ່ຕັ້ງ ພ້ອມດ້ວຍຄວາມສູງຂອງເສົາອາກາດ ແລະ ລະຫັດການກະຈາຍຄື້ນຄວາມຖີ່ ຕາມ ລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ.

ໝວດທີ 2 ການອະນຸຍາດນໍາໃຊ້ຄື້ນຄວາມຖີ່

ມາດຕາ 33 ການອະນຸຍາດນໍາໃຊ້ຄື້ນຄວາມຖີ່

ການອະນຸຍາດນໍາໃຊ້ຄື້ນຄວາມຖີ່ ແມ່ນການໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີສິດ ນໍາໃຊ້ຍ່ານຄື້ນຄວາມຖີ່ໃດໜຶ່ງ ພ້ອມທັງກຳນົດເງື່ອນໄຂຂອງການນໍາໃຊ້ແຕ່ລະຍ່ານຄື້ນຄວາມຖີ່ນັ້ນ ເຊັ່ນ ຈຸດປະສົງຂອງການນໍາໃຊ້, ປະເພດຂອງການນໍາໃຊ້, ຂອບເຂດຂອງຄື້ນຄວາມຖີ່ທີ່ຈະນໍາໃຊ້, ຄວາມ ແຮງຂອງການກະຈາຍຄື້ນຄວາມຖີ່ສູງສຸດ ແລະ ເງື່ອນໄຂອື່ນຕາມລະບຽບການ.

ມາດຕາ 34 ເງື່ອນໄຂການອະນຸຍາດນໍາໃຊ້ຄົ້ນຄວາມຖີ່

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ອະນຸຍາດໃຫ້ບຸກຄົນ, ນິຕິບຸກ ຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ນໍາໃຊ້ຄື້ນຄວາມຖີ່ ຕາມເງື່ອນໄຂ ດັ່ງນີ້:

1. ສອດຄ່ອງກັບນະໂຍບາຍດ້ານຄົ້ນຄວາມຖີ່ ແລະ ແຜນຜັງຄື້ນຄວາມຖີ່ແຫ່ງຊາດ;

2. ມີແຜນນໍາໃຊ້, ພັດທະນາ ແລະ ແຜນການດໍາເນີນກິດຈະການຂອງຕົນ;

3. ຮັບປະກັນມາດຕະຖານເຕັກນິກ;

4. ມີໃບຢັ້ງຢືນຈາກການຈັດຕັ້ງທີ່ກ່ຽວຂ້ອງ;

5. ຊຳລະຄ່າທໍານຽມ ແລະ ຄ່າບໍລິການໃຫ້ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ທີ່ ກ່ຽວຂ້ອງ;

6. ມີໃບອະນຸຍາດດໍາເນີນທຸລະກິດຈາກອົງການທີ່ກ່ຽວຂ້ອງ ສໍາລັບຜູ້ທີ່ມີຈຸດປະສົງນໍາໃຊ້ຄື້ນ ຄວາມຖີ່ ເພື່ອດໍາເນີນທຸລະກິດໃດໜຶ່ງ.

ມາດຕາ 35 ການຍື່ນຄໍາຮ້ອງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນໍາໃຊ້ຄື້ນ ຄວາມຖີ່ ຕ້ອງຍື່ນຄໍາຮ້ອງຕໍ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ເອກະສານປະກອບມີ ດັ່ງນີ້:

1. ຄໍາຮ້ອງ ຕາມແບບພິມສໍາລັບແຕ່ລະປະເພດການອະນຸຍາດສະເພາະ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

2. ແຜນພັດທະນາເຄືອຂ່າຍ ແລະ ແຜນການດໍາເນີນກິດຈະການຂອງຕົນ;

3. ສຳເນົາຂໍ້ຕົກລົງ ຫຼື ໜັງສືຢັ້ງຢືນ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ສໍາລັບອົງການຈັດຕັ້ງ;

4. ສໍາເນົາທະບຽນວິສາຫະກິດ ສໍາລັບວິສາຫະກິດ.

ມາດຕາ 36 ການພິຈາລະນາຄໍາຮ້ອງ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາການອະນຸຍາດ ໃຫ້ຜູ້ ຮ້ອງຂໍນໍາໃຊ້ຄື້ນຄວາມຖີ່ ພາຍໃນກຳນົດເວລາ ສາມສິບ ວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ ເມື່ອ ເຫັນວ່າເອກະສານຖືກຕ້ອງ, ຄົບຖ້ວນ ແລະ ມີເງື່ອນໄຂຕາມທີ່ໄດ້ກຳນົດໄວ້ແລ້ວ, ໃນກໍລະນີ ຫາກເຫັນ ວ່າເອກະສານບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ແລະ ບໍ່ມີເງື່ອນໄຂ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍຊາບ ພາຍໃນກໍານົດ ເວລາ ທ້າ ວັນ.

ໃນກໍລະນີຫາກບໍ່ອະນຸຍາດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍຊາບ ພາຍໃນ ກຳນົດເວລາ ຫ້າ ວັນ.

ມາດຕາ 37 ອາຍຸຂອງໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່

ໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ມີອາຍຸສູງສຸດ ໜຶ່ງ ປີ ແລະ ສາມາດຕໍ່ໄດ້ ຕາມອາຍຸໃບ ອະນຸຍາດດໍາເນີນທຸລະກິດດ້ານໂທລະຄົມມະນາຄົມແຕ່ລະປະເພດ.

ສໍາລັບວຽກງານສຸກເສີນ, ໄພພິບັດ, ຊ່ວຍເຫຼືອສັງຄົມ ແລະວຽກງານສະເພາະ ຂອງລັດຖະບານ ນັ້ນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ອອກໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ທີ່ມີ ອາຍຸຕໍ່າກ່ວາ ໜຶ່ງ ປີ ຕາມແຕ່ລະກໍລະນີ,

ມາດຕາ 38 ການຕໍ່ອາຍຸການນໍາໃຊ້ຄື້ນຄວາມຖີ່

ຜູ້ນໍາໃຊ້ຄື້ນຄວາມຖີ່ ສາມາດຂໍຕໍ່ອາຍຸການນໍາໃຊ້ຄື້ນຄວາມຖີ່ ພາຍໃນກຳນົດເວລາ ຫົກສິບ ວັນ ກ່ອນວັນໝົດອາຍຸນໍາໃຊ້

ການຂໍຕໍ່ອາຍຸດັ່ງກ່າວ ຈະໄດ້ຮັບການພິຈາລະນາອະນຸຍາດ ກໍ່ຕໍ່ເມື່ອຜູ້ນໍາໃຊ້ຄື້ນຄວາມຖີ່ ໄດ້ ປະຕິບັດ ດັ່ງນີ້:

1. ເຄື່ອນໄຫວກິດຈະການຂອງຕົນພາຍໃນກຳນົດເວລາ ໜຶ່ງ ປີ ນັບແຕ່ວັນໄດ້ຮັບອະນຸຍາດ ເປັນຕົ້ນໄປ;

2. ປະຕິບັດຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ;

3. ປະຕິບັດພັນທະ ແລະ ເສັຍຄ່າທໍານຽມຢ່າງຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລະບຽບ ກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 39 ການຖອນໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່

ຜູ້ນໍາໃຊ້ຄື້ນຄວາມຖີ່ ຈະຖືກຖອນໃບອະນຸຍາດນໍາໃຊ້ ໃນກໍລະນີ ໃດໜຶ່ງ ດັ່ງນີ້:

1. ບໍ່ເຄື່ອນໄຫວກິດຈະການຂອງຕົນ ພາຍໃນກຳນົດເວລາ ເກົ້າ ເດືອນ ນັບແຕ່ວັນໄດ້ຮັບ ອະນຸຍາດເປັນຕົ້ນໄປ;

2. ດໍາເນີນກິດຈະການບໍ່ຖືກຕ້ອງຕາມທີ່ໄດ້ຮັບອະນຸຍາດ;

3. ບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ;

4. ບໍ່ປະຕິບັດພັນທະ ແລະ ບໍ່ເສັຍຄ່າທໍານຽມຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ກົດ ໝາຍທີ່ກ່ຽວຂ້ອງ:

5. ລະເມີດດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ອອກແຈ້ງການການຖອນ ໃບ ອະນຸຍາດນໍາໃຊ້ຄື້ນຄວາມຖີ່ ພ້ອມດ້ວຍເຫດຜົນເປັນລາຍລັກອັກສອນກ່ຽວກັບການຖອນ ໃບອະນຸຍາດນໍາ ໃຊ້ດັ່ງກ່າວ.

ໝວດທີ 3 ຄ່ານໍາໃຊ້ຄື້ນຄວາມຖີ່

ມາດຕາ 40 ຄ່ານໍາໃຊ້ຄື້ນຄວາມຖີ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ຄື້ນຄວາມຖີ່ ຕ້ອງເສັຍຄ່ານໍາ ໃຊ້ ຕາມອັດຕາທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທ່ານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄາ ບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ມາດຕາ 41 ການປະມູນຄ່ານໍາໃຊ້ຄື້ນຄວາມຖີ່

ການນໍາໃຊ້ຄື້ນຄວາມຖີ່ ເພື່ອດໍາເນີນທຸລະກິດໃຫ້ບໍລິການດ້ານໂທລະຄົມມະນາຄົມ ອາດມີ ການ ປະມູນການນໍາໃຊ້ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ມາດຕາ 42 ການຍົກເວັ້ນຄ່ານໍາໃຊ້ຄື້ນຄວາມຖີ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ອາດໄດ້ຮັບການຍົກເວັ້ນຄ່ານໍາໃຊ້ຄື້ນຄວາມຖີ່ ເຂົ້າໃນວຽກ ງານຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບປັບປຸງ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ພາກທີ IV ສິດ ແລະ ພັນທະຂອງຜູ້ນໍາໃຊ້ຄື້ນຄວາມຖີ່

ມາດຕາ 43 ສິດຂອງຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່

ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ມີ ສິດ ດັ່ງນີ້:

1. ໄດ້ຮັບຜົນປະໂຫຍດຈາກກາໃນນໍາໃຊ້ຄື້ນຄວາມຖີ່:

2. ນໍາເຂົ້າ ແລະ ຕິດຕັ້ງອຸປະກອນຄື້ນຄວາມຖີ່ ຕາມທີ່ໄດ້ຮັບອະນຸຍາດ;

3. ຂາຍ, ໂອນ ແລະ ໃຫ້ເຊົ່າສິດນໍາໃຊ້ຄື້ນຄວາມຖີ່ ຕາມທີ່ໄດ້ຮັບອະນຸຍາດ;

4. ໄດ້ຮັບການຕໍ່ອາຍຸນຳໃຊ້ ຫຼືຍົກເລີກການນໍາໃຊ້ຄື້ນຄວາມຖີ່;

5. ໄດ້ຮັບສິດອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 44 ພັນທະຂອງຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່

ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ມີ ພັນທະ ດັ່ງນີ້:

1. ລາຍງານ ຫຼື ແຈ້ງຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນກໍລະນີ ມີຄົ້ນລົບກວນ ຫຼື ມີການປ່ຽນແປງຄື້ນຄວາມຖີ່:

2. ຮັບປະກັນການນໍາໃຊ້ໃຫ້ມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ບໍ່ລົບກວນການນໍາໃຊ້ຄື້ນ ຄວາມຖີ່ອື່ນ;

3. ຢູ່ພາຍໃຕ້ການກວດກາຂອງຂະແໜງການທີ່ກ່ຽວຂ້ອງ;

4. ປະຕິບັດລະບຽບການດ້ານບັນຊີການເງິນ, ສະຖິຕິ ແລະ ລະບອບລາຍງານ;

5. ເສັຍຄ່າທໍານຽມ ແລະ ຄ່າບໍລິການ ຕາມລະບຽບກົດໝາຍ;

6. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ພາກທີ V ການກວດກາການນໍາໃຊ້ຄື້ນຄວາມຖີ່

ມາດຕາ 45 ເປົ້າໝາຍກວດກາການນໍາໃຊ້ຄື້ນຄວາມຖີ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ຄື້ນຄວາມຖີ່ ແລະ ອຸປະກອນກະຈາຍຄື້ນຄວາມຖີ່ ຢູ່ ດິນແດນຂອງ ສປປ ລາວ ລວມທັງການກະຈາຍຄື້ນຄວາມຖີ່

ຂອງຕ່າງປະເທດ ທີ່ລ່ວງລໍ້າເຂົ້າມາໃນດິນແດນ ຂອງ ສປປ ລາວ ຕ້ອງຢູ່ພາຍໃຕ້ການກວດກາຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 46 ການກວດກາຄື້ນຄວາມຖີ່

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີໜ້າທີ່ຕິດຕາມກວດກາຄື້ນຄວາມຖີ່ ແລະ ອຸປະກອນກະຈາຍຄື້ນຄວາມຖີ່ ໃນຂອບເຂດທົ່ວປະເທດ ເປັນຕົ້ນ ການກວດກາຈຸດທີ່ຕັ້ງຂອງ ສະຖານີວິທະຍຸ, ຮູບແບບຂອງສັນຍານຄື້ນຄວາມຖີ່, ຮູບແບບຂອງການຮັບສັນຍານຄົ້ນຄວາມຖີ່ ແລະ ໃບຢັ້ງຢືນການນໍາໃຊ້. ນອກຈາກນີ້ ຍັງວັດແທກບັນດາເຕັກນິກຕົວຊີ້ວັດ, ອັດຕາການນໍາໃຊ້ຄື້ນຄວາມຖີ່ ຂອງສະຖານີວິທະຍຸ, ຊອກຫາທີ່ມາຂອງຄື້ນລົບກວນ ພ້ອມທັງປະຕິບັດມາດຕະການຕໍ່ຜູ້ນໍາໃຊ້ທີ່ລະເມີດ ລະບຽບກົດໝາຍ.

ມາດຕາ 47 ການແກ້ໄຂບັນຫາກ່ຽວກັບຄົ້ນລົບກວນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເມື່ອມີບັນຫາຄື້ນຖືກລົບກວນ ຕ້ອງສະເໜີຕໍ່ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອຊອກຫາທີ່ມາຂອງຄື້ນລົບກວນ ພ້ອມດ້ວຍວິທີ ການແກ້ໄຂ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ຄື້ນຄວາມຖີ່ ແລະ ອຸປະກອນກະຈາຍຄື້ນຢູ່ໃນ ພື້ນທີ່ຂອງຄື້ນລົບກວນ ຕ້ອງອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່, ພະນັກງານ ເພື່ອຊອກຫາທີ່ມາຂອງ ຄື້ນລົບກວນ ແລະ ແກ້ໄຂໃຫ້ທັນເວລາ.

ໃນການແກ້ໄຂບັນຫາຄື້ນລົບກວນ ໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປະຕິບັດຕາມຫຼັກການ ດັ່ງນີ້:

1. ຄື້ນທີ່ເຮັດໃຫ້ເກີດການລົບກວນ ຕ້ອງຫຼຸດຜ່ອນ ໃຫ້ຢູ່ໃນລະດັບຕໍ່າສຸດ;

2. ໃຫ້ບູລິມະສິດແກ່ສະຖານີສື່ສານຕົ້ນ ສ່ວນສະຖານີສື່ສານທີ່ໃຫ້ບໍລິການອີກຕໍ່ໜຶ່ງ ຕ້ອງປັບ ປ່ຽນຄື້ນຄວາມຖີ່, ເຕັກນິກກະຈາຍຄື້ນຄວາມຖີ່ ຫຼື ອຸປະກອນຂອງຕົນ ຄືນໃໝ່, 3. ຢູ່ໃນພື້ນທີ່ດຽວກັນທີ່ມີການນໍາໃຊ້ຄື້ນຄວາມຖີ່ ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ຕາມຫຼັງ

ຕ້ອງໃຫ້ບູລິມະສິດແກ່ຜູ້ໄດ້ຮັບອະນຸຍາດກ່ອນ; ໃນກໍລະນີຄື້ນລົບກວນດັ່ງກ່າວ ຍັງບໍ່ທັນໄດ້ຮັບການແກ້ໄຂ ຜູ້ນໍາໃຊ້ຄື້ນຄວາມຖີ່ສາມາດໃຊ້ວິທີ ການດັດປັບຄື້ນຄວາມຖີ່, ຫຼຸດຜ່ອນຄວາມສາມາດກະຈາຍຄື້ນຄວາມຖີ່ລົງ, ຕັດປັບຄວາມສູງຂອງເສົາ ອາກາດ, ດັດປັບຄື້ນຄວາມຖີ່ໃຫ້ໄປທິດທາງດຽວ, ຈັດສັນເວລາກະຈາຍຄື້ນຄວາມຖີ່ຄືນໃໝ່ ແລະ ນໍາໃຊ້ ວິທີການອື່ນທີ່ເຫັນວ່າຈໍາເປັນ.

ຜູ້ທີ່ກໍ່ໃຫ້ເກີດຄື້ນລົບກວນ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍໃຫ້ແກ່ ຜູ້ນໍາໃຊ້ຄື້ນຄວາມຖີ່ ອື່ນ ທີ່ໄດ້ຮັບຄວາມເສັຍຫາຍ.

ມາດຕາ 48 ມາດຕະການຫຼຸດຜ່ອນຄົ້ນລົບກວນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ຄື້ນຄວາມຖີ່ ແລະ ອຸປະກອນ ກະຈາຍຄື້ນຄວາມຖີ່ ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂ ທີ່ກຳນົດໄວ້ ໃນໃບ ອະນຸຍາດ ແລະ ຕ້ອງນໍາໃຊ້ມາດຕະການຫຼຸດຜ່ອນຄື້ນລົບກວນ ຕາມແຕ່ລະກໍລະນີ ດັ່ງນີ້:

1. ຮັກສາອັດຕາຂອງການກະຈາຍຄື້ນຄວາມຖີ່ ໃຫ້ຢູ່ໃນລະດັບຕາມການອະນຸຍາດ;

2. ຫຼຸດຜ່ອນລະດັບການກະຈາຍຄື້ນຄວາມຖີ່ ທີ່ອາດພາໃຫ້ເກີດຄົ້ນລົບກວນ;

3. ດັດປັບທິດທາງການກະຈາຍຄື້ນຄວາມຖີ່;

4. ດັດ ປັບຄວາມສູງຂອງເສົາອາກາດ;

5. ຕິດຕັ້ງສະຖານີວິທະຍຸ ຢູ່ຫ່າງກັນໃນລະດັບທີ່ເໝາະສົມ ໃນກໍລະນີນໍາໃຊ້ຄື້ນຄວາມຖີ່ດຽວກັນ.

ມາດຕາ 49 ມາດຕະການສະກັດກັ້ນຄື້ນຄວາມຖີ່ລົບກວນຂອງຕ່າງປະເທດ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລ ການສື່ສານ ເປັນຜູ້ປະສານສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງແກ້ໄຂບັນຫາຄື້ນຄວາມຖີ່ລົບກວນຂອງຕ່າງປະເທດ ໂດຍປະຕິບັດຕາມລະບຽບ ກົດໝາຍ, ລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ VI ຂໍ້ຫ້າມ

ມາດຕາ 50 ຂໍ້ຫ້າມ ສໍາລັບພະນັກງານຄຸ້ມຄອງຄື້ນຄວາມຖີ່

ຫ້າມພະນັກງານຄຸ້ມຄອງຄື້ນຄວາມຖີ່ ມີ ພຶດຕິກຳ ດັ່ງນີ້:

1. ເປີດເຜີຍຄວາມລັບຂອງຊາດ, ກົດໜ່ວງຖ່ວງດຶງ, ປອມແປງເອກະສານ ກ່ຽວກັບການນໍາໃຊ້ ຄື້ນຄວາມຖີ່:

2. ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ບຸກຄົນ, ລວມ ໝູ່, ລັດ ແລະ ການຈັດຕັ້ງ;

3. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍໃຫ້;

4. ດຳລົງຕຳແໜ່ງໃດໜຶ່ງ ຫຼືເປັນທີ່ປຶກສາ ໃຫ້ຫົວໜ່ວຍທຸລະກິດ ນໍາເຂົ້າ, ຈໍາໜ່າຍ, ສ້ອມແປງອຸປະກອນກ່ຽວກັບການນໍາໃຊ້ຄື້ນຄວາມຖີ່;

5. ດໍາເນີນທຸລະກິດກ່ຽວກັບການນໍາໃຊ້ຄື້ນຄວາມຖີ່:

6. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 51 ຂໍ້ຫ້າມ ສໍາລັບຜູ້ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ຄື້ນຄວາມຖີ່

ຫ້າມຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ມີ ພຶດຕິກຳ ດັ່ງນີ້:

1. ນໍາໃຊ້ຄື້ນຄວາມຖີ່ລົບກວນ, ສ້າງຄວາມເສັຍຫາຍ ຕໍ່ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;

2. ໂອນ, ຂາຍ ແລະ ໃຫ້ເຊົ່າສິດນໍາໃຊ້ຄື້ນຄວາມຖີ່ ໂດຍບໍ່ໄດ້ຮັບອະນຸຍາດ;

3. ນໍາໃຊ້ຄື້ນຄວາມຖີ່ເຂົ້າໃນຈຸດປະສົງອື່ນທີ່ບໍ່ໄດ້ກຳນົດໄວ້ໃນໃບອະນຸຍາດ;

4. ນໍາໃຊ້ຄື້ນຄວາມຖີ່ເກີນຂອບເຂດອະນຸຍາດ;

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 52 ຂໍ້ຫ້າມ ສໍາລັບບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງອື່ນ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:

1. ນໍາໃຊ້ຄື້ນຄວາມຖີ່ ໂດຍບໍ່ໄດ້ຮັບອະນຸຍາດ;

2. ນໍາເຂົ້າ, ຜະລິດ, ຕິດຕັ້ງ ແລະ ຈໍາໜ່າຍ ອຸປະກອນກ່ຽວກັບຄື້ນຄວາມຖີ່ ໂດຍບໍ່ໄດ້ຮັບ ອະນຸຍາດ;

3. ສ້າງຄວາມເສັຍຫາຍໃຫ້ແກ່ສະຖານີວິທະຍຸ, ອຸປະກອນກວດກາ ແລະ ອຸປະກອນກ່ຽວກັບ ຄື້ນຄວາມຖີ່:

4. ຂັດຂວາງການຕິດຕັ້ງອຸປະກອນກ່ຽວກັບຄື້ນຄວາມຖີ່ ແລະ ການປະຕິບັດວຽກງານຂອງເຈົ້າ ໜ້າທີ່ກວດກາຄື້ນຄວາມຖີ່;

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VII ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 53 ຮູບການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການນໍາໃຊ້ຄື້ນຄວາມຖີ່ ດໍາເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

1. ການປະນີປະນອມໂດຍຄູ່ກໍລະນີ;

2. ການໄກ່ເກ່ຍ;

3. ການແກ້ໄຂທາງດ້ານບໍລິຫານ;

4. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

5. ການຮ້ອງຟ້ອງຕໍ່ສານປະຊາຊົນ;

6. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 54 ການປະນີປະນອມໂດຍຄູ່ກໍລະນີ

ໃນກໍລະນີ ມີຂໍ້ຂັດແຍ່ງທີ່ກໍ່ໃຫ້ເກີດຜົນກະທົບຕໍ່ການນໍາໃຊ້ຄື້ນຄວາມຖີ່ ຊຶ່ງບໍ່ຮ້າຍແຮງ ແລະ ມີ ມູນຄ່າເສັຍຫາຍບໍ່ຫຼວງຫຼາຍ ຄູ່ກໍລະນີ ສາມາດປຶກສາຫາລື ແລະ ປະນີປະນອມນຳກັນ ເພື່ອແກ້ໄຂຂໍ້ຂັດ ແຍ່ງນັ້ນ.

ມາດຕາ 55 ການໄກ່ເກ່ຍ

ໃນກໍລະນີ ມີຂໍ້ຂັດແຍ່ງທີ່ກໍ່ໃຫ້ເກີດຜົນກະທົບຕໍ່ການນໍາໃຊ້ຄື້ນຄວາມຖີ່ ຊຶ່ງບໍ່ຮ້າຍແຮງ ແລະ ມີ ມູນຄ່າເສັຍຫາຍບໍ່ຫຼວງຫຼາຍ ຄູ່ກໍລະນີ ສາມາດແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກັ່ຍ.

ມາດຕາ 56 ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີ ເກີດຂໍ້ຂັດແຍ່ງທີ່ບໍ່ສາມາດຕົກລົງກັນ ຫຼື ບໍ່ສາມາດແກ້ໄຂດ້ວຍການການປະນິ ປະນອມກັນໄດ້ ຄູ່ກໍລະນີ ມີສິດສະເໜີໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາແກ້ໄຂ.

ມາດຕາ 57 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີ ທີ່ເກີດຂໍ້ຂັດແຍ່ງທາງດ້ານເສດຖະກິດ ເນື່ອງຈາກການດໍາເນີນກິດຈະການທີ່ມີການ ນໍາໃຊ້ຄື້ນຄວາມຖີ່ ຄູ່ກໍລະນີ ມີສິດຮ້ອງຂໍໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພິຈາລະນາ ແກ້ໄຂ ຕາມລະບຽບກົດໝາຍ.

ມາດຕາ 58 ການຮ້ອງຟ້ອງຕໍ່ສານປະຊາຊົນ

ໃນກໍລະນີ ທີ່ເກີດຂໍ້ຂັດແຍ່ງທາງດ້ານເສດຖະກິດ ເນື່ອງຈາກການດໍາເນີນກິດຈະການທີ່ມີການ ນໍາໃຊ້ຄື້ນຄວາມຖີ່ ຄູ່ກໍລະນີ ຝ່າຍໃດຝ່າຍໜຶ່ງມີສິດຮ້ອງຟ້ອງ ຕໍ່ສານປະຊາຊົນ ເພື່ອພິຈາລະນາແກ້ໄຂ ຕາມລະບຽບກົດໝາຍ.

ມາດຕາ 59 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບຄື້ນຄວາມຖີ່ ທີ່ມີລັກສະນະສາກົນ ແມ່ນໃຫ້ປະຕິບັດຕາມລະບຽບກົດ ໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ VIII ການຄຸ້ມຄອງ ແລະ ກວດກາວຽກງານຄື້ນຄວາມຖີ່

ໝວດທີ 1 ການຄຸ້ມຄອງວຽກງານຄື້ນຄວາມຖີ່

ມາດຕາ 60 ອົງການຄຸ້ມຄອງຄື້ນຄວາມຖີ່

ລັດຖະບານຄຸ້ມຄອງຄື້ນຄວາມຖີ່ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ.

ອົງການຄຸ້ມຄອງຄື້ນຄວາມຖີ່ ປະກອບດ້ວຍ:

1. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

2. ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນ;

3. ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ.

ມາດຕາ 61 ສິດ ແລະ ໜ້າທີ່ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນການຄຸ້ມຄອງວຽກງານຄື້ນຄວາມຖີ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄ້ວາ, ສ້າງນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ກ່ຽວກັບການຄຸ້ມຄອງຄື້ນຄວາມ ຖີ່ ເພື່ອສະເໜີຕໍ່ລັດຖະບານພິຈາລະນາຮັບຮອງ;

2. ໂຄສະນາເຜີຍແຜ່, ຊີ້ນໍາ, ຕິດຕາມ ການຈັດຕັ້ງປະຕິບັດດຳລັດສະບັບນີ້, ລະບຽບການທີ່ ກ່ຽວຂ້ອງ ໃຫ້ທົ່ວປວງຊົນ;

3. ຊີ້ນໍາການຈັດຕັ້ງປະຕິບັດວຽກງານດ້ານຄື້ນຄວາມຖີ່ ຂອງພະແນກໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ ແຂວງ, ນະຄອນ ໂດຍປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວ ຂ້ອງ:

4. ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຕາມລະບຽບການຂອງ ສະຫະພາບໂທລະຄົມມະນາຄົມສາກົນ;

5. ປົກປ້ອງສິດ, ຜົນປະໂຫຍດ ຂອງ ສປປ ລາວ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງ ໂຄຈອນດາວທຽມ:

6. ຄຸ້ມຄອງ, ບໍລິຫານ, ຈັດສັນ, ແບ່ງປັນ ແລະ ຮຽກເກັບຄືນຄື້ນຄວາມຖີ່:

7. ອະນຸຍາດ, ຕໍ່ອາຍຸ, ຍົກເລີກ ຫຼື ຖອນການນໍາໃຊ້ຄື້ນຄວາມຖີ່;

8. ເປັນເຈົ້າການປະສານສົມທົບກັບກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກັບ ສປປ ລາວ; ເພື່ອຮ່ວມມືດ້ານຄົ້ນຄວາມຖີ່ກັບປະເທດທີ່ມີຊາຍແດນຕິດ

9. ຄຸ້ມຄອງ, ຕິດຕາມ ການນໍາໃຊ້ຄື້ນຄວາມຖີ່ ໃນຂອບເຂດທົ່ວປະເທດ;

10. ແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຈາກການນໍາໃຊ້ຄື້ນຄວາມຖີ່;

11. ກ່າວເຕືອນ ແລະ ວາງມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້:

12. ເກັບຄ່າທໍານຽມ, ຄ່າບໍລິການ ແລະ ຄ່າປັບໃໝ່ກ່ຽວກັບການນໍາໃຊ້ຄົ້ນຄວາມຖີ່;

13. ກໍ່ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການດ້ານຄື້ນຄວາມຖີ່;

14. ພົວພັນ ແລະ ຮ່ວມມື ກັບສາກົນໃນວຽກງານຄື້ນຄວາມຖີ່ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ ແລະ ຕາມການມອບໝາຍ ຂອງລັດຖະບານ;

15. ສະຫຼຸບ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຄື້ນຄວາມຖີ່ ຕໍ່ລັດຖະບານ ຢ່າງປົກກະຕິ;

16. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 62 ສິດ ແລະ ໜ້າທີ່ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນ.

ໃນການຄຸ້ມຄອງວຽກງານຄົ້ນຄວາມຖີ່ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ, ແຜນການ ແລະ ຂໍ້ຕົກລົງຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ;

2. ຊີ້ນໍາຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເມືອງ, ເທດສະບານ ກ່ຽວ ກັບວຽກງານຄົ້ນຄວາມຖີ່:

3. ອະນຸຍາດ, ຕໍ່ອາຍຸ, ຍົກເລີກ ຫຼື ຖອນການນໍາໃຊ້ຄື້ນຄວາມຖີ່;

4. ຄຸ້ມຄອງ, ຕິດຕາມ ການນໍາໃຊ້ຄື້ນຄວາມຖີ່;

5. ໂຄສະນາເຜີຍແຜ່ດຳລັດສະບັບນີ້ ຢູ່ພາຍໃນທ້ອງຖິ່ນຂອງຕົນ ໃຫ້ທົ່ວເຖິງ;

6. ແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຈາກການນໍາໃຊ້ຄື້ນຄວາມຖີ່

7. ກ່າວເຕືອນ ແລະ ວາງມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດ ດຳລັດສະບັບນີ້;

8. ເກັບກຳຂໍ້ມູນສະຖິຕິຜູ້ນໍາໃຊ້ຄື້ນຄວາມຖີ່;

9. ເກັບຄ່າທໍານຽມ, ຄ່າບໍລິການ ແລະ ຄ່າປັບໃໝ່ກ່ຽວກັບການນໍາໃຊ້ຄື້ນຄວາມຖີ່:

10. ສະຫຼຸບ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຄື້ນຄວາມຖີ່ຕໍ່ອົງການປົກ ຄອງແຂວງ, ນະຄອນ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນປົກກະຕິ;

11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 63 ສິດ ແລະ ໜ້າທີ່ຂອງ ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານຄື້ນຄວາມຖີ່ ທ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ດຳລັດສະບັບນີ້ ແລະ ລະບຽບກົດໝາຍກ່ຽວ ກັບການຄຸ້ມຄອງຄື້ນຄວາມຖີ່;

2. ປະສານສົມທົບກັບອົງການປົກຄອງເມືອງ, ເທດສະບານຕິດຕາມ ການນໍາໃຊ້ຄື້ນຄວາມຖີ່ ພາຍໃນເມືອງ, ເທດສະບານ ຂອງຕົນ;

3. ຕໍ່ອາຍຸການນໍາໃຊ້ຄື້ນຄວາມຖີ່;

4. ເກັບກຳຂໍ້ມູນສະຖິຕິ ຂອງຜູ້ນໍາໃຊ້ຄື້ນຄວາມຖີ່;

5. ໂຄສະນາເຜີຍແຜ່ດຳລັດສະບັບນີ້ ແລະ ລະບຽບກົດໝາຍກ່ຽວກັບການຄຸ້ມຄອງຄື້ນຄວາມຖີ່ ຢູ່ພາຍໃນທ້ອງຖິ່ນຂອງຕົນ ໃຫ້ທົ່ວເຖິງ;

6. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ຕໍ່ອົງການປົກຄອງເມືອງ, ເທດສະບານ, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນ ຢ່າງເປັນປົກກະຕິ;

7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 2 ການກວດກາວຽກງານຄື້ນຄວາມຖີ່

ມາດຕາ 64 ອົງການກວດກາວຽກງານຄື້ນຄວາມຖີ່

ອົງການກວດກາວຽກງານຄື້ນຄວາມຖີ່ ປະກອບດ້ວຍ:

1. ອົງການກວດກາພາຍໃນ;

2. ອົງການກວດກາພາຍນອກ. ອົງການກວດກາພາຍໃນ ແມ່ນອົງການດຽວກັນກັບອົງການຄຸ້ມຄອງຄື້ນຄວາມຖີ່ ຕາມທີ່ໄດ້ ກຳນົດໄວ້ໃນ ມາດຕາ 60 ຂອງດໍາລັດສະບັບນີ້.

ອົງການກວດກາພາຍນອກ ແມ່ນສະພາແຫ່ງຊາດ ແລະ ອົງການກວດສອບແຫ່ງລັດ, ອົງການ ກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ.

ມາດຕາ 65 ເນື້ອໃນການກວດກາ

ການກວດກາວຽກງານຄື້ນຄວາມຖີ່ ມີ ເນື້ອໃນ ດັ່ງນີ້:

1. ການປະຕິບັດນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງຄື້ນຄວາມຖີ່:

2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງວຽກງານຄື້ນຄວາມຖີ່:

3. ຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກກ່ຽວກັບການຄຸ້ມຄອງຄື້ນ ຄວາມຖີ່.

ມາດຕາ 66 ຮູບການກວດກາ

ການກວດກາການນໍາໃຊ້ຄື້ນຄວາມຖີ່ ມີສາມຮູບການ ດັ່ງນີ້:

1. ການກວດກາຕາມປົກກະຕິ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3. ການກວດກາແບບກະທັນຫັນ.

ການກວດກາຕາມປົກກະຕິ ແມ່ນການກວດກາຕາມແຜນການ ມີກຳນົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການ ເມື່ອເຫັນວ່າມີ ຄວາມຈໍາເປັນ ໂດຍແຈ້ງໃຫ້ຜູ້ທີ່ຈະຖືກກວດກາຮູ້ກ່ອນ ຢ່າງໜ້ອຍຊາວສີ່ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນການກວດກາ ເມື່ອເຫັນວ່າມີຄວາມຈໍາເປັນ, ຮີບດ່ວນໂດຍບໍ່ ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບ,

ການກວດກາ ໃຫ້ດໍາເນີນທັງການກວດກາເອກະສານ ແລະ ກວດກາການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບວຽກງານຄື້ນຄວາມຖີ່ ແລະ ໃຫ້ປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ພາກທີ IX ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 67 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ນໍາໃຊ້ຄື້ນຄວາມຖີ່ຖືກຕ້ອງຕາມຈຸດປະສົງເປົ້າໝາຍ, ມີປະສິດ ທະພາບ ແລະ ປະສິດທິຜົນ ຈະໄດ້ຮັບການຍ້ອງຍໍ ແລະ ໄດ້ຮັບນະໂຍບາຍຕາມລະບຽບກົດໝາຍ.

ມາດຕາ 68 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ ລວມທັງໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ມາດຕາ 69 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຄັ້ງທໍາອິດ ທີ່ບໍ່ເປັນ ອັນຕະລາຍ ຫຼື ຮ້າຍແຮງໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າຕໍ່າຈະຖືກກ່າວເຕືອນ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານ ຊີວະປະຫວັດຂອງຜູ້ກ່ຽວ ແລະ ສຶກສາອົບຮົມ.

ມາດຕາ 70 ມາດຕະການທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ ທີ່ລະເມີດດຳລັດສະບັບນີ້ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ, ກໍ່ຄວາມເສັຍຫາຍທີ່ມີມູນຄ່າຕໍ່າ ແຕ່ບໍ່ຈິງໃຈລາຍງານ ຈະຖືກລົງວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:

1. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;

2. ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕໍ່າກ່ວາ;

3. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ້ຖືກລົງວິໄນ ຕ້ອງສົ່ງຊັບສິນ ທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງ ຢ່າງຄົບຖ້ວນ.

ມາດຕາ 71 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

1. ນໍາໃຊ້ຄື້ນຄວາມຖີ່ ໂດຍບໍ່ໄດ້ຮັບອະນຸຍາດ;

2. ນໍາໃຊ້ຄື້ນຄວາມຖີ່ ເກີນຂອບເຂດທີ່ໄດ້ຮັບອະນຸຍາດ;

3. ນໍາໃຊ້ຄື້ນຄວາມຖີ່ ບໍ່ຖືກຕາມເປົ້າໝາຍ;

4. ໂອນ, ຂາຍ ແລະ ໃຫ້ເຊົ່າ ສິດນໍາໃຊ້ຄື້ນຄວາມຖີ່ ໂດຍບໍ່ໄດ້ຮັບອະນຸຍາດ;

5. ລະເມີດບົດບັນຍັດໃດໜຶ່ງ ຂອງດຳລັດສະບັບນີ້;

6. ບໍ່ເສັຍຄ່ານໍາໃຊ້ຄື້ນຄວາມຖີ່ ຕາມເວລາທີ່ກຳນົດໄວ້ໃນໃບແຈ້ງຊຳລະເງິນປະຈໍາປີ; ສໍາລັບອັດຕາການປັບໃໝ ໃນແຕ່ລະກໍລະນີ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 72 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຊຶ່ງກໍ່ຄວາມເສັຍຫາຍ ໃຫ້ແກ່ລັດ, ລວມໝູ່ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສັຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 73 ມາດຕະການທາງອາຍາ

ບຸກຄົນ ທີ່ລະເມີດດຳລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດຕາມກົດ ໝາຍ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ລວມທັງໃຫ້ໃຊ້ແທນຄ່າເສັຍຫາຍທາງແພ່ງທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 74 ມາດຕະການໂທດເພີ່ມ

ນອກຈາກໂທດຕົ້ນຕໍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 68 ຫາ 73 ຂອງດໍາລັດສະບັບນີ້ ຜູ້ ກະທໍາຜິດ ຈະຖືກປະຕິບັດມາດຕະການໂທດເພີ່ມ ຕາມແຕ່ລະກໍລະນີ ເຊັ່ນ ການໂຈະ, ການຖອນໃບ ອະນຸຍາດ ຫຼື ຍຸບເລີກກິດຈະການ, ການຮີບຊັບ, ພາຫະນະ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນການ ກະທໍາຜິດນັ້ນ ເປັນຂອງລັດຕາມກົດໝາຍ.

ພາກທີ X ບົດບັນຍັດສຸດທ້າຍ

ມາດຕາ 75 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈັດຕັ້ງປະຕິບັດ ດຳລັດ ສະບັບນີ້ໃຫ້ມີປະສິດຕິຜົນ,

ບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຈົ່ງຮັບຮູ້ ແລະ ປະຕິບັດຕາມດຳລັດສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 76 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດ ສາມສິບວັນ ນັບແຕ່ວັນ ລົງລາຍເຊັນ ເປັນຕົ້ນໄປ.

ດຳລັດສະບັບນີ້ ປ່ຽນແທນຂໍ້ກຳນົດຂອງສະພາລັດຖະມົນຕີວ່າດ້ວຍລະບຽບການຄຸ້ມຄອງພາຫະນະ ແລະ ຄື້ນວິທະຍຸຕິດຕໍ່ສື່ສານ, ກະຈາຍສຽງ-ໂທລະພາບ (ລະບົບຕິດຕໍ່ສະເພາະ) ສະບັບເລກທີ 41/ປສລ ລົງວັນທີ 13 ສິງຫາ 1990.

ຂໍ້ກຳນົດ, ບົດບັນຍັດໂດ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ແຫຼ່ງທີ່ມາ: laoofficialgazette.gov.la/kcfinder/upload/files/Radio%20frequency%20Decree%20%20.pdf