ດຳລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ຈາກ Laopedia

ຫົວຂໍ້: ດຳລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ປະເພດ ນິຕິກໍາ: ດໍາລັດ

ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 16-09-2014

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 25-09-2014

ບ່ອນອີງ

ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 6/5/2003:

ອີງຕາມກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ) ສະບັບເລກທີ 09/ສພ, ລົງວັນທີ 21/12/2011

ອີງຕາມໜັງສືສະເໝີໜີ ຂອງລັດຖະມົນຕີວ່າການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ ສະບັບເລກທີ 1760/ ປທສ ລົງວັນທີ 12 ກໍລະກົດ 2014.

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງຂໍ້ມູນຂ່າວ ສານຜ່ານອິນເຕີເນັດ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແນໃສ່ປົກປ້ອງກຽດສັກສີ ແລະ ຜົນປະໂຫຽດອັນຊອບທໍາຂອງຜູ້ໃຫ້ບໍລິການ. ຜູ້ ໃຊ້ບໍລິການ ແລະ ສັງຄົມປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ.

ມາດຕາ 2 ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແມ່ນການຕິດຕາມ, ກວດກາການເຄື່ອນໄຫວ, ຕ້ານ ແລະ ສະກັດກັ້ນການນໍາໃຊ້ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ທີ່ເປັນໄພແກ່ສັງຄົມ ແລະ ຄວາມໝັ້ນຄົງ ຂອາຂາດ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຂໍ້ມູນຂ່າວສານ ໝາຍເຖິງ ຂໍ້ຄວາມທີ່ເປັນຕົວເລກ, ຕົວອັກສອນ, ຮູບພາບເໜັງຕິງ, ບໍ່ເໜັງຕີງ, ສຽງ, ວີດີໂອ ແລະ ອື່ນໆ;

2. ສື່ສັງຄົມ (Social media) ໝາຍເຖິງ ຮູບແບບການສື່ສານ ແລະ ການເຜີຍແຜ່ ຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ, ຊຶ່ງບຸກຄົນທົ່ວໄປສາມາດນໍາສະເໜີ, ສົ່ງ, ຮັບ, ສົ່ງຕໍ່, ມີຄໍາເຫັນ ຕໍ່ເນື້ອໃນຂໍ້ມູນ ຂ່າວສານ, ເປັນຕົ້ນ: ເຟສບຸກ, ທວີດເຕີ, ຢູທູບ ແລະ ອື່ນໆ;

3. ໜ້າເວັບ (Web page) ໝາຍເຖິງ ກະດານຂ່າວ ເອເລັກໂຕຣນິກ ທີ່ນໍາສະເໜີໃນຮູບ ແບບສັນຍາລັກ, ຕົວເລກ, ຕົວໜັງສື, ຮູບພາບເໜັງຕີງ, ບໍ່ເໜັງຕີງ, ວີດີໂອ, ສຽງ ແລະ ຮູບແບບອື່ນໆ ຜ່ານ ອິນເຕີເນັດ;

4. ເວັບໄຊ ໝາຍເຖິງ ລະບົບຂໍ້ມູນຂ່າວສານ ທີ່ສ້າງຂຶ້ນເປັນໜຶ່ງ ຫຼື ຫຼາຍໜ້າເວັບ;

5. ທະບຽນສ່ວນຕົວໃນສື່ສັງຄົມ ໝາຍເຖິງ ໜ້າເວັບທີ່ໄດ້ສ້າງຂຶ້ນໂດຍຜ່ານສື່ສັງຄົມ ຊຶ່ງຜູ້ລົງທະບຽນ ຫຼື ອົງການຈັດຕັ້ງ ເປັນເຈົ້າຂອງໜ້າເວັບນັ້ນ ແລະ ເປັນຜູ້ຄຸ້ມຄອງເນື້ອໃນຂໍ້ມູນຂ່າວສານເອງ ຕົວຢ່າງ: www.facebook.com/champa:

6. ຜູ້ໃຫ້ບໍລິການອິນເຕີເນັດ ໝາຍເຖິງ ຜູ້ໃຫ້ບໍລິການ ເຊື່ອມຕໍ່ອິນເຕີເນັດ ໃຫ້ແກ່ ຜູ້ໃຊ້ບໍລິການ ສາມາດເຊື່ອມຕໍ່ ເຂົ້າຫາ ອິນເຕີເນັດໄດ້;

7. ຜູ້ຄຸ້ມຄອງ ເວັບໄຊ ໝາຍເຖິງ ຜູ້ມີສິດເຂົ້າໃນລະບົບຢ່າງຖືກຕ້ອງ ເພື່ອສ້າງ, ດັດແກ້, ບັບປຸງ ແລະ ລຶບລະບົບເຕັກນິກ ແລະ ເນື້ອໃນຂອງເວັບໄຊ;

8. ຄວາມປອດໄພ ໃນການນໍາໃຊ້ຂໍ້ມູນ ຂ່າວສານ ໝາຍເຖິງ ການຮັກສາຂໍ້ມູນຂ່າວສານ ແລະ ລະບົບຂໍ້ມູນຂ່າວສານ ໃຫ້ບັດສະຈາກ ການຖືກເຊື່ອມຕໍ່, ການນໍາໃຊ້, ການທໍາລາຍ ແລະ ການປອມແປງ ຢ່າງຜິດກົດໝາຍ;

9. ຜູ້ໃຊ້ບໍລິການອິນເຕີເນັດ ໝາຍເຖິງ ບຸກຄົນ ທີ່ເຊື່ອມຕໍ່ເຂົ້າຫາ ອິນເຕີເນັດ ໃນຮູບແບບ ຕ່າງໆ ເພື່ອອ່ານ, ຂຽນ, ສົ່ງ, ສິ່ງຕໍ່ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ.

ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບ ການນໍາໃຊ້ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ລັດສົ່ງເສີມ ແລະ ຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ ນໍາໃຊ້ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ເຂົ້າໃນ ການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະ ໃນຂະແໜງການສຶກສາ, ສາທາລະນະສຸກ, ການຄົ້ນຄ້ວາວິໄຈທາງວິທະຍາສາດ, ເຕັກໂນໂລຊີ ເພື່ອເພີ່ມປະສິດທິພາບ, ຄຸນນະພາບໃນການຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ.

ລັດສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ນໍາໃຊ້ ລະຫັດຊື່ອິນເຕີເນັດ ແຫ່ງຊາດລາວ (.LA) ຢ່າງກ້ວາງ ຂວາງ ພ້ອມທັງ ຫັນໄປສູ່ການນໍາໃຊ້ ເຕັກໂນໂລຊີເລກໝາຍອິນເຕີເນັດຍຸກໃໝ່ (IPV6), ສ້າງໂປຼແກຼມເປັນ ພາສາລາວ, ສ້າງເວັບໄຊ ແລະ ເຄືອຂ່າຍສັງຄົມອອນລາຍ ທີ່ເຄື່ອນໄຫວຖືກຕ້ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ.

ມາດຕາ 5 ຂອບເຂດການນໍາໃຊ້ດຳລັດ

ດຳລັດສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຂອງລັດ ແລະ ເອກະຊົນທັງ ພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ບໍລິການ ແລະ ໃຊ້ບໍລິການອິນເຕີເນັດ ຢູ່ ສປນ ລາວ.

ໝວດທີ 2 ການເຜີຍແຜ່ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ມາດຕາ 6 ການເຜີຍແຜ່ຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ

ການເຜີຍແຜ່ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແມ່ນການນໍາເອົາຂໍ້ຄວາມ, ຮູບພາບເໜັງຕີງ, ບໍ່ເໜັງ ຕຶງ, ສຽງ, ວີດີໂອ ເຂົ້າສູ່ໜ້າເວັບໄຊ ເພື່ອສະເໝີ, ມີຄຳເຫັນ, ແລກປ່ຽນ, ສົ່ງ ແລະ ສົ່ງຕໍ່ໃຫ້ແກ່ໜຶ່ງ ຫຼື ຫຼາຍຄົນ.

ມາດຕາ 7 ລະບຽບການເຜີຍແຜ່ຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດໜຶ່ງ ສາມາດເຜີຍແຜ່ຂໍ້ມູນຂ່າວສານ ຜ່ານສື່ສັງຄົມ ແຕ່ ຕ້ອງລະບຸແຫຼ່ງທີ່ມາ ຂອງຂໍ້ມູນຂ່າວສານ ຢ່າງຖືກຕ້ອງ.

ຜູ້ຄຸ້ມຄອງເວັບໄຊ ແລະ ເຈົ້າຂອງທະບຽນສ່ວນຕົວໃນສີສັງຄົມ ຕ້ອງກວດກາເນື້ອໃນຂໍ້ມູນ ຂ່າວສານກ່ອນຈະເຜີຍແຜ່ໃນໜ້າເວັບຂອງຕົນ.

ຂໍ້ມູນຂາວສານ ທີ່ບໍ່ຜ່ານສື່ທາງການ ຫຼື ສຳນັກງານສື່ ທີ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນບໍ່ ສາມາດໃຊ້ທາງການໄດ້.

ເຈົ້າຂອງ ຫຼື ຜູ້ຄຸ້ມຄອງເວັບໄຊ ຕ້ອງມີຄວາມຮັບຜິດຊອບໃນການກວດກາເນື້ອໃນ ຂໍ້ມູນຂ່າວສານຢ່າງລະອຽດກ່ອນ ຈະອະນຸຍາດໃຫ້ຜູ້ອື່ນເຜີຍແຜ່ ຜ່ານເວັບໄຊຂອງຕົນ.

ມາດຕາ 8 ການສ້າງທະບຽນສ່ວນຕົວໃນສື່ສັງຄົມ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຈະສ້າງທະບຽນສ່ວນຕົວໃນສີສັງຄົມຕ້ອງລະບູຊື້, ນາມສະກຸນ ແລະ ທີ່ຢູ່ປັດຈຸບັນໃຫ້ຖືກຕ້ອງ.

ມາດຕາ 9. ຄວາມປອດໄຟໃນການນໍາໃຊ້ຂໍ້ມູນ ຂ່າວສານ

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ນໍາໃຊ້ ຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ ຕ້ອງຮັກສາ ແລະ ປ່ຽນລະຫັດຜ່ານເລື້ອຍໆ ເພື່ອຮັບປະກັນຄວາມປອດໄພ ໃນການນໍາໃຊ້ຂໍ້ມູນສ່ວນຕົວ ທັງເປັນການບໍ່ສ້າງ ເງື່ອນໄຂໃຫ້ບຸກຄົນອື່ນ ສວຍໃຊ້ໃນທາງຜິດລະບຽບກົດໝາຍ.

ໝວດທີ 3 ເນື້ອໃນຂໍ້ມູນຂ່າວສານ ທີ່ເຜີຍແຜ່ ຜ່ານອິນເຕີເນັດ

ມາດຕາ 10 ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ ຜ່ານອິນເຕີເນັດ

ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ ມີດັ່ງນີ້:

1. ຕົວະຍົວະ, ຫຼອກລວງ ແລະ ຊວນເຊື່ອປະຊາຊົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຕໍ່ຕ້ານ ພັກປະຊາຊົນປະຕິວັດລາວ, ລັດຖະບານແຫ່ງ ສປປ ລາວ ຫຼື ມ້າງເພສັນຕິພາບ, ຄວາມເປັນເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຄວາມວັດທະນະຖາວອນ ຂອງ ສປປ ລາວ;

2. ຍຸຍົງ ແລະ ສົ່ງເສີມ ການເຄື່ອນໄຫວ ທີ່ເປັນການກໍ່ການຮ້າຍ, ຄາດຕະກຳ ແລະ ປັ່ນປ່ວນຕໍ່ສັງຄົມ;

3. ໂຄສະນາ ບິດເບືອນ ແລະ ປ່າວຂ່າວອະກຸສົນ ເພື່ອສ້າງຄວາມແບ່ງແຍກ ລະຫວ່າງ ຊົນເຜົ່າ ຫຼືລະຫວ່າງຊາດ;

4. ເຜີຍແຜ່ ຮູບພາບລາມົກ, ຮູບພາບຕັດຕໍ່ ແລະ ຮູບພາບອື່ນໆ ທີ່ກົດໝາຍ ສປປ ລາວ ເກືອດຫ້າມ ຫຼື ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ ແລະ ແຕະຕ້ອງເຖິງຊັບສິນທາງປັນຍາ ຂອງຜູ້ອື່ນ ແລະ ຊື້ຂາຍບໍລິການທາງເພດ;

5. ເຜີຍແຜ່ຄວາມລັບຂອງຊາດ, ທາງການທະຫານ ຫຼື ຄວາມລັບດ້ານອື່ນ ທີ່ກຳນົດໄວ້ຢູ່ໃນ ລະບຽບກົດໝາຍຂອງ ສປປ ລາວ;

6. ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ບົດເບືອນຄວາມຈິງ ເພື່ອຈຸດປະສົງສ້າງຄວາມ ເຊື່ອມເສຍຕໍ່ກຽດສັກສີ ຫຼື ສິດທິສ່ວນບຸກຄົນຂອງ ຄົນອື່ນ, ພາກສ່ວນ, ສະຖາບັນ ຫຼື ອົງການອື່ນ;

7. ນໍາໃຊ້ຊື່ຂອງບຸກຄົນ ຫຼື ການຈັດຕັ້ງ, ຮູບພາບເໜັງຕີງ, ບໍ່ເໜັງຕີງ, ສຽງ, ວີດີໂອ, ລາຍ ເຊັນ, ລະຫັດຕ່າງໆ, ບັດສິນເຊື່ອທະນາຄານ ຫຼື ເອກະສານສ່ວນຕົວຂອງບຸກຄົນອື່ນ ເພື່ອຜົນປະໂຫຽດ ຫຼື ເພື່ອຈຸດປະສົງອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ເປັນເຈົ້າຂອງ.

ມາດຕາ 11 ເນື້ອໃນທີ່ອະນຸຍາດໃຫ້ເຜີຍແຜ່ ຜ່ານອິນເຕີເນັດ

ເນື້ອໃນຂໍ້ມູນຂ່າວສານ ທີ່ໄດ້ຮັບອະນຸຍາດໃຫ້ເຜີຍແຜ່ ແມ່ນເນື້ອໃນທີ່ມີລັກສະນະສ້າງສັນ, ໃຫ້ ຄວາມຮູ້, ເປັນປະໂຫຽດທາງສັງຄົມ ແລະ ເນື້ອໃນທີ່ບໍ່ຂັດກັບ ມາດຕາ 10 ເທິງນີ້.

ໝວດທີ 4 ໜ້າທີ່ຂອງຜູ້ໃຫ້ບໍລິການ ແລະຜູ້ໃຊ້ບໍລິການອິນເຕີເນັດ

ມາດຕາ 12 ໜ້າທີ່ຂອງຜູ້ໃຫ້ບໍລິການອິນເຕີເນັດ

ໜ້າທີ່ຂອງຜູ້ໃຫ້ບໍລິການ ອິນເຕີເນັດ ມີດັ່ງນີ້:

1. ລະງັບການເຂົ້າເຖິງຂໍ້ມູນຂ່າວສານ, ຕັດການເຊື່ອມຕໍ່ຊົ່ວຄາວ ຫຼື ຍາວນານ ຕໍ່ຜູ້ໃຊ້ ບໍລິການທີ່ລະ ເມີດດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ຕາມຄໍາສັ່ງຂອງອົງການຄຸ້ມຄອງ;

2. ໃຫ້ດວາມຮ່ວມມື ແລະ ສະໜອງຂໍ້ມູນ ແກ່ອົງການຈັດຕັ້ງທັກຽວຂ້ອງ,

5. ປະຕິບັດຕາມມາດຕະຖານການເຊື່ອມຕໍ່ ທີ່ອົງການຈັດຕັ້ງກຽວຂ້ອງກຳນົດອອກ;

4. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 13 ໜ້າທີ່ຂອງຜູ້ໃຊ້ບໍລິການອິນເຕີເນັດ

ໜ້າທີ່ຂອງຜູ້ໃຊ້ບໍລິການອິນເຕີເນັດ ຫຼື ຂອງເຈົ້າຂອງທະບຽນສ່ວນຕົວໃນສື່ສັງຄົມ ມີດັ່ງນີ້:

1. ຮັບຜິດຊອບຕໍ່ໜ້າກົດໝາຍ ຕໍ່ເນື້ອໃນຂໍ້ມູນຂ່າວສານ ທີ່ຕົນນໍາສະເໜີ, ແລກປ່ຽນ, ສົ່ງ ແລະສິ່ງຕໍ່ ຜ່ານເວັບໄຊ, ສື່ສັງຄົມອອນລາຍ ຫຼື ຮູບການອື່ນ ຜ່ານອິນເຕີເນັດ:

2. ຮັບປະກັນຄວາມປອດໄພ ຂອງຂໍ້ມູນຂ່າວສານສ່ວນຕົວຂອງຕົນ;

3. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 14 ໜ້າທີ່ຂອງຜູ້ຄຸ້ມຄອງເວັບໄຊ

ໜ້າທີ່ຂອງຜູ້ຄຸ້ມຄອງເວັບໄຊ ມີດັ່ງນີ້:

1. ຮັບຜິດຊອບຕໍ່ໜ້າກົດໝາຍ ຕໍ່ເນື້ອໃນຂໍ້ມູນຂ່າວສານ ຜ່ານເວັບໄຊທີ່ຕົນຄຸ້ມຄອງ;

2. ກວດກາເນື້ອໃນຂໍ້ມູນຂ່າວສານ ກ່ອນຈະເຜີຍແຜໃນໜ້າເວັບທີ່ຕົນຄຸ້ມຄອງ:

3. ລະງັບການເຜີຍແຜ່ເນື້ອໃນ ຂໍ້ມູນຂ່າວສານ ຂອງສະມາຊິກໃນເວັບໄຊຂອງຕົນ ທີ່ລະເມີດຕໍ່ດຳລັດສະບັບນີ້ ແລະ ລະບຽບກົດໝາຍອິນທີ່ກ່ຽວຂ້ອງ:

4. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 5 ຂໍ້ຫ້າມ

ມາດຕາ 15 ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການອິນເຕີເນັດ

ຫ້າມຜູ້ໃຫ້ບໍລິການອິນເຕີເນັດ ມີພຶດຕິກຳ ດັ່ງນີ້:

1. ເຜີຍແຜ່ຂໍ້ມູນ ຂອງຜູ້ໃຊ້ບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ;

2. ສ້າງເງື່ອນໄຂ ຫຼື ອໍານວຍຄວາມສະດວກໃຫ້ແກ່ ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີການເຄື່ອນໄຫວຕ້ານ ຫຼື ທໍາລາຍແນວທາງນະໂຍບາຍຂອງພັກ-ລັດ, ກະທົບເຖິງວຽກງານປ້ອງກັນ ຊາດ ແລະ ປ້ອງກັນຄວາມສະຫງົບ;

3. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 16 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການອິນເຕີເນັດ

ຫ້າມຜູ້ໃຊ້ບໍລິການອິນເຕີເນັດ ມີພຶດຕິກຳ ດັ່ງນີ້:

1. ນໍາສະເໜີ, ສົ່ງ ແລະ ສົ່ງຕໍ່ ຂໍ້ມູນຂ່າວສານ ທີ່ມີເນື້ອໃນຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ ຂອງດໍາລັດສະບັບນີ້ດ້ວຍທຸກຮູບການ; 10

2. ປະກອບຄໍາເຫັນທີ່ເປັນການສະໜັບສະໜູນ ຕໍ່ເນື້ອໃນຂໍ້ມູນຂ່າວສານ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 10 ຂອງດຳລັດສະບັບນີ້.

ມາດຕາ 17 ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງເວັບໄຊ

ຫ້າມຜູ້ຄຸ້ມຄອງເວັບໄຊ ມີພຶດຕິກຳ ດັ່ງນີ້:

1. ນໍາສະເໜີ, ສົ່ງ, ສົ່ງຕໍ່ ຂໍ້ມູນຂ່າວສານ ທີ່ມີເນື້ອໃນຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງດໍາລັດສະບັບນີ້ດ້ວຍທຸກຮູບການ;

2. ອະນຸຍາດໃຫ້ຄົນອື່ນ ເຜີຍແຜ່ເນື້ອໃນ ຂໍ້ມູນຂ່າວສານ ທີ່ມີເນື້ອໃນຕາມທີ່ໄດ້ກຳນົດໄວ້ໃນ ມາດ ຕາ 10 ຂອງດຳລັດສະບັບນີ້;

3. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ໝວດທີ 6 ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ມາດຕາ 18 ຄວາມຮັບຜິດຊອບ ຂອງຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮັບຜິດຊອບ ດັ່ງນີ້:

1. ໂຄສະນາ ແລະ ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ;

2. ຕິດຕາມ ແລະ ກວດກາການບໍລິການ ຂອງຜູ້ໃຫ້ບໍລິການອິນເຕີເນັດ ແລະ ການເຜີຍແຜ່ ຂໍ້ມູນຂ່າວ ສານ ຂອງຜູ້ໃຊ້ບໍລິການອິນເຕີເນັດ;

3. ອອກຄຳສັ່ງໃຫ້ ບັນດາຜູ້ໃຫ້ບໍລິການອິນເຕີເນັດ ລະງັບການເຂົ້າເຖິງ ຂໍ້ມູນຂ່າວສານ, ຕັດ ການເຊື່ອມຕໍ່ຊົ່ວຄາວ ຫຼື ຍາວນານ ຕໍ່ ຜູ້ໃຊ້ບໍລິການທີ່ລະເມີດ ດຳລັດສະບັບນີ້ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ;

4. ຮັບ ແລະ ພິຈາລະນາການສະເໜີ ຂອງຜູ້ໃຫ້ບໍລິການ, ຜູ້ໃຊ້ບໍລິການອິນເຕີເນັດ ແລະ ສັງຄົມທົ່ວໄປ ກ່ຽວກັບການເຜີຍແຜ່ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ;

5. ໃຫ້ການຮ່ວມມືກັບ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນການຕິດຕາມຊອກຫາຜູ້ເຜີຍແຜ່ ຂໍ້ມູນ ຂ່າວສານ ທີ່ເປັນການລະເມີດ ດຳລັດສະບັບນີ້ ຫຼື ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ;

6. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດດຳລັດນີ້ ຕໍ່ ລັດຖະບານ ຢ່າງເປັນປົກກະຕິ.

ມາດຕາ 19 ຄວາມຮັບຜິດຊອບ ຂອງຂະແໜງການຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ

ໃນການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ຂະແໜງການຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຮັບຜິດຊອບ ດັ່ງນີ້:

1. ຕິດຕາມ, ກວດກາ, ໄຈ້ແຍກ ແລະ ວິເຄາະເນື້ອໃນຂໍ້ມູນຂ່າວສານ ຜ່ານອິນເຕີເນັດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;

2. ຄົ້ນຄ້ວາ, ຖະແຫຼງ ແລະ ເຜີຍແຜ່ຂ່າວສານຢ່າງເປັນທາງການ ເພື່ອຊີ້ແຈງກ່ຽວກັບຂໍ້ມູນ ຂ່າວສານ ທີ່ບໍ່ຖືກຕ້ອງ;

3. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອແຈ້ງແຫຼ່ງຂໍ້ມູນຂ່າວສານ ທີ່ກະທົບຕໍ່ ຄວາມໝັ້ນຄົງຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ມາດຕາ 20 ຄວາມຮັບຜິດຊອບ ຂອງຂະແໜງການປ້ອງກັນຄວາມສະຫງົບ

ໃນການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ຂະແໜງການປ້ອງກັນຄວາມສະຫງົບ ຮັບຜິດຊອບ ດັ່ງນີ້:

1. ຮັບແຈ້ງຄວາມຈາກ ບຸກຄົນ, ນິຕິບຸກຄົນ ແລະ ອົງການການຈັດຕັ້ງ ໃນກໍລະນີມີການ ກະທຳຜິດທີ່ພົວພັນເຖິງຄວາມໝັ້ນຄົງຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;

2. ເກັບກຳ, ກວດກາ ແລະ ຄົ້ນຄ້ວາວິໄຈ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ທີ່ມີລັກສະນະ ຄຸກຄາມເຖິງ ຄວາມໝັ້ນຄົງຂອງຊາດ, ຄວາມລັບຂອງຊາດ ແລະ ຄວາມສະຫງົບຂອງສັງຄົມ;

3. ສືບສວນ-ສອບສວນ ແລະ ດໍາເນີນຄະດີ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ ລະເມີດດຳລັດສະບັບນີ້.

ມາດຕາ 21 ຄວາມຮັບຜິດຊອບ ຂອງຂະແໜງການສຶກສາທິການ ແລະ ກິລາ

ໃນການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ຂະແໜງການສຶກສາທິການ ແລະ ກິລາ ຮັບຜິດຊອບ ເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບ ການຄຸ້ມຄອງການນໍາໃຊ້ອິນເຕີເນັດ, ຄວາມຮູ້ດ້ານອິນເຕີເນັດ ໃຫ້ແກ່ນັກຮຽນ, ນັກສຶກສາ ເພື່ອໃຫ້ນັກຮຽນ, ນັກສຶກສາ ໄດ້ນໍາໃຊ້ອິນເຕີເນັດ ໄປໃນທາງທີ່ເໝາະສົມ, ຫຼີກເວັ້ນຈາກ ຜົນກະທົບທາງລົບຂອງການນໍາໃຊ້ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ.

ມາດຕາ 22 ຄວາມຮັບຜິດຊອບ ຂອງພາກສ່ວນອື່ນ

ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບຄຸ້ມຄອງ ຂໍ້ມູນ ຂ່າວສານ ຜ່ານອິນເຕີເນັດ ທີ່ກ່ຽວຂ້ອງກັບອົງການຂອງຕົນ ພ້ອມທັງປະສານສົມທົບກັບ ຂະແໜງການທີ່ ກ່ຽວຂ້ອງ ເພື່ອຕ້ານ ແລະ ສະກັດກັ້ນການເຜີຍແຜ່ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ທີ່ລະເມີດກັບ ດຳລັດ ສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ໝວດທີ 7 ມາດຕະການຈັດຕັ້ງປະຕິບັດ

ມາດຕາ 23 ມາດຕະການສະກັດກັ້ນ

ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນໃຈກາງ ປະສານສົມທົບກັບ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການປ້ອງກັນຄວາມສະຫງົບ ໃນການຕິດຕາມ, ກວດກາເນື້ອໃນ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ພ້ອມທັງສະກັດກັ້ນ, ຈຳກັດ ແລະ ຕອບໂຕ້ເນື້ອໃນທີ່ຂັດກັບດຳລັດສະບັບນີ້.

ມາດຕາ 24 ການສ້າງກິດຈະກຳ ແລະ ໂຄສະນາເຜີຍແຜ່ ການນໍາໃຊ້ອິນເຕີເນັດ

ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າການໃນການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ໃນການສ້າງກິດຈະກຳ, ຂະບວນການ ແລະ ໂຄສະນາເຜີຍແຜ່ ການນໍາໃຊ້ ອິນເຕີເນັດ ໃຫ້ສອດຄ່ອງ ແລະ ຖືກຕ້ອງ ເພື່ອໃຫ້ ຜູ້ໃຊ້ບໍລິການ ແລະ ສັງຄົມ ຫຼີກເວັ້ນຜົນກະທົບທາງລົບ ຈາກການກະທໍາ ທີ່ຮູ້ເທົ່າບໍ່ເຖິງການ ແລະ ການເຜີຍແຜ່ ຂໍ້ມູນຂ່າວສານ ທີ່ຂັດກັບດຳລັດສະບັບນີ້.

ມາດຕາ 25 ການແຈ້ງເຕືອນ

ຜູ້ຄຸ້ມຄອງເວັບໄຊ ຕ້ອງແຈ້ງເຕືອນ ແລະ ກຳນົດເງື່ອນໄຂໃນການເຜີຍແຜ່ ຂໍ້ມູນຂ່າວສານ ຜ່ານໜ້າ ເວັບຂອງຕົນ.

ມາດຕາ 26 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດດຳລັດສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ໝວດທີ 8 ບົດບັນຍັດສຸດທ້າຍ

ມາດຕາ 27 ການຈັດຕັ້ງປະຕິບັດ

ມອບໃຫ້ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ບໍລິການ ແລະ ໃຊ້ບໍລິການອິນເຕີເນັດຢູ່ ສປປ ລາວ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມດຳລັດສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 28 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ ວັນລົງລາຍເຊັນ ແລະ ພາຍຫຼັງ ໄດ້ລົງໃນຈົດໝາຍເຫດທາງ ລັດຖະການ ສິບຫ້າວັນ.


ແຫຼ່ງທີ່ມາ: www.laoofficialgazette.gov.la/kcfinder/upload/files/ດຳລັດວ່າດ້ວຍ%20%20ການຄຸ້ມຄອງຂໍ້ມູນຂ່າວສານ%20ຜ່ານອິນເຕີເນັດ.pdf