ດອນ​ປຸ່ງ

ຈາກ Laopedia
ຮູບ:ດອນປຸ່ງ.jpg

ດອນປຸ່ງ ຕັ້ງຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້ ເຂດໃຈກາງເທດສະບານເມືອງຫ້ວຍຊາຍ ເຊິ່ງເປັນດອນຢູ່ກາງແມ່ນ້ຳຂອງ ມີການເຂົ້າເຖິງທີ່ສະດວກສະບາຍ ດ້ວຍການ​ຂີ່​ເຮືອ​ຂ້າມ​ໄປ​​ໂດຍ​ໃຊ້​ເວລາບໍ່​ເກີນ 5 ນາ​ທີ່​ເທົ່າ​ນັ້ນ. ເຊິ່ງຕັ້ງແຕ່ສະໄໝປູ່ຍ່າຕາຍາຍຜ່ານມາ ໄດ້ຖືເອົາດອນແຫ່ງນີ້ ເປັນສະຖານທີ່ຈັດກິດຈະກຳບຸນປີໃໝ່ລາວ (ລົງດອນ) ໃນມື້ສັງຂານລ່ວງ ທີ່ປະກອບມີກິດຈະກຳຕົບພະທາດຊາຍ ເພື່ອສັກກາລະບູຊາແມ່ນໍ້າ, ການຂາຍອາຫານການກິນ, ການຫຼິ້ນກິລາພື້ນບ້ານເຊິ່ງເປັນການສືບທອດມາແຕ່ດຶກດຳບັນຈົນເຖິງປັດຈຸບັນ ເມື່ອເຖິງເທດສະການປີໃໝ່ລາວຂອງແຕ່ລະປີ ປະຊາຊົນກໍ່ຈະພາກັນຂີ່ເຮືອຂ້າມໄປດອນ ເພື່ອຕົບທາດ, ມີການປະກວດຕົບທາດຂອງແຕ່ລະບ້ານ, ມີປະຊາຊົນມາຂາຍເຄື່ອງໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ພາກັນມາຫຼິ້ນບໍລິເວນນີ້ເປັນຈຳນວນຫຼາຍ ແລະ ປະຈຸບັນນີ້ ແຂວງໄດ້ກຳນົດເອົາດອນແຫ່ງນີ້ເປັນສະຖານທີ່ຈັດງານປີໃໝ່ 2 ຝັ່ງຂອງ (ຫ້ວຍຊາຍ - ຊຽງຂອງ ຣາຊະອານາ ຈັກໄທ) ເຊິ່ງໄດ້ຈັດຂຶ້ນ 2 ຄັ້ງແລ້ວ ປະກອບມີຫຼາກຫຼາຍກິດຈະກຳຮ່ວມກັນ ເຊັ່ນ: ການສະແດງສິລະປະວັນນະຄະດີສອງຝັ່ງຂອງ, ການຫຼິ້ນກິລາ​ພື້ນ​ເມືອງ (ດຶງ​ເຊືອກ, ​ປີນ​ເສົາ​ນ້ຳມັນ, ຕີມວຍ​ນ້ຳ) ການ​ປະກອບ​ອາຫານພື້ນບ້ານ​ສອງ​ຝັ່ງ, ກິດຈະກຳ​ແຂ່ງຂັນ​ຕົບ​ພະທາດ​ຊາຍ 18 ໝູ່​ບ້ານ​ໃນເທດສະບານ, ແຕ່ໃນ​ຕໍ່ໜ້າ​ ທາງ​ແຂວງ​ກໍ່​ໄດ້​ມີ​ໂຄງການ​ພັດທະນາ​ດອນ​ປຸ່ງ​ແຫ່ງ​ນີ້​ ໃຫ້ກາຍ​ເປັນ​ສະຖານ​ທີ່​ພັກຜ່ອນ ​ແລະ ບໍລິການ​ດ້ານ​ການທ່ອງທ່ຽວ​ແບບ​ຄົບ​ວົງ​ຈອນ ທີ່ມີທັງ ລີສອດ, ເຮືອນພັກ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ ໂດຍ​ແມ່ນ​ການສະເໜີຂໍ​ສຳ​ປະທານ​ຈາກ​ກຸ່ມບໍລິສັດຮ່ວມມືພັດທະນາຫາຍເຊິ່ງ
ແຫຼ່ງທີ່ມາ:https://mict.gov.la/tourism-in-laos?province_id=4