ຊຽງຂວາງເກມ (ງານມະຫະກຳກິລາແຫ່ງຊາດຄັ້ງທີ 11)

ຈາກ Laopedia

ຊຽງຂວາງເກມ ໄດ້ເລີ່ມແຂ່ງ ຂັນວັນທີ 14/11/2022; ມີນັກກິລາ 3093ຄົນ ຈາກ 22 ພາກສ່ວນເຂົ້າຮ່ວມ ຄືທີມນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ.

ມີນັກກິລາເຂົ້າຮ່ວມ ທັງໝົດ 3.093 ຄົນ ເພື່ອຊີງໄຊ ໃນ 25 ປະເພດກິລາ ລວມຫຼຽນ ຄໍາ 363 ຫຼຽນ, ຫຼຽນເງິນ 363 ຫຼຽນ ແລະ ຫຼຽນທອງ 532 ຫຼຽນ. ໃນນີ້ໄດ້ຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 2 ປະເພດກິລາຄື: ກິລາລອຍນໍ້າ ແລະ ກິລາຍິງປືນ.

ສ່ວນການ ແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມມາແຕ່ວັນທີ 1/12/2022 ແລະ ຈັດພິທີເປີດງານ ຢ່າງເປັນທາງການ ໃນວັນທີ 13/12/2022; ຜ່ານການແຂ່ງຂັນ ຜົນປະກົດວ່າ ທີມນັກກິລາແຂວງ ຊຽງຂວາງ ເຈົ້າພາບສ້າງຜົນ ງານໄດ້ຢ່າງໂດດເດັ່ນ ໄດ້ເປັນ ເຈົ້າຫຼຽນຄໍາ ໂດຍຍາດມາໄດ້ ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບທີ 1. ສ່ວນອັນດັບທີ 2 ນະຄອນຫຼວງ ວຽງຈັນ ໂດຍຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ; ອັນດັບທີ 3 ກະຊວງປ້ອງກັນ ປະເທດ ແຊັມເກົ່າ (ເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ) ຊຶ່ງໃນຊຽງຂວາງເກມ ຍາດໄດ້ 51 ຫຼຽນຄໍາ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ.

ແຫຼ່ງທີ່ມາ: https://www.kongthap.gov.la/?lang=lo&at=at&hide=none&page=48&fullnews=17524&ct=664&i=a