ຄະນະ ສຶກສາສາດ

ຈາກ Laopedia
ຮູບ:ກາໝາຍ ຄະນະ ສຶກສາສາດ.png
ຄຳຂວັນ ຄະນະ ສຶກສາສາດ: "ຄູສາ້ງຄົນ ຄົນສ້າງຊາດ ສຶກສາສາດສ້າງຄູ"

ຄະນະສຶກສາສາດ (ຂຽນຫຍໍ້ ຄສສ) ເປັນຄະນະວິຊາໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ, ສ້າງຕັ້ງຂຶ້ນໂດຍມາດຕາ 7 ຂອງດໍາລັດນາຍົກລັດຖະມົນຕີວ່າດ້ວຍມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 50/ນຍ, ເດືອນ 11/1995. ຄະນະສຶກສາສາດໄດ້ກໍ່ຮ່າງສ້າງຕົວຂຶ້ນຈາກບຸກຄະລາກອນ ແລະ ວັດຖຸອຸປະກອນ ຈຳນວນໜຶ່ງຂອງພະແນກຈິດຕະສາດ - ສຶກສາສາດ ມະຫາວິທະຍາໄລສ້າງຄູວຽງຈັນ.

ພາລະບົດບາດ ແລະ ໜ້າທີ່

ການຈັດການຮຽນ-ການສອນ ແລະ ສຶກສາອົບຮົມ

  • ຈັດຕັ້ງສຶກສາອົບຮົມ ດ້ານການເມືອງ-ແນວຄິດ, ດ້ານຄຸນສົມບັດ ແລະ ລະບຽບກົດໝາຍ ໃຫ້ພະນັກງານ, ຄູ ແລະ ນັກສຶກສາພາຍໃນຄະນະສຶກສາສາດໃຫ້ເປັນພົນລະເມືອງດີຂອງຊາດ ແລະ ມີຈັນຍາບັນໃນວິຊາຊີບຄູ.
  • ຈັດຕັ້ງການຮຽນ-ການສອນໃນລະດັບ ການສຶກສາກ່ອນໄວຮຽນ ເຖິງ ມັດທະຍົມສຶກສາ.
  • ຈັດຕັ້ງການຮຽນ-ການສອນຫຼັັກສູດຄູລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.

ການຄົ້ນຄວ້າວິທະຍາສາດ

  • ຈັດຕັ້ງ ແລະ ດໍາເນີນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີທາງການສຶກສາ.
  • ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດທີ່ມີປະໂຫຍດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ການບໍລິການວິຊາການໃຫ້ສັງຄົມ

  • ພັດທະນາຫຼັກສູດເຝິກອົບຮົມໃນສາຂາຕ່າງໆກ່ຽວກັບການສຶກສາ.
  • ຈັດຕັ້ງເຝິກອົບຮົມວິຊາຄູ.
  • ເປັນນັກວິຊາການ ແລະ ທີ່ປຶກສາທາງວິຊາການໃນຂະແໜງການທີ່ກ່ຽວຂ້ອງ.

ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ - ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ແລະ ກ້າວໜ້າຂອງໂລກ

  • ຈັດກິດຈະກໍາຕ່າງໆເພື່ອເຜີຍແຜ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
  • ຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນ-ນັກສຶກສາ ແລະ ພະນັກງານຄູຂອງຄະນະສຶກສາສາດໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອະນຸຮັກ, ສົ່ງເສີມສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
  • ຮັບເອົາ ແລະ ສົ່ງເສີມວັດທະນະທໍາອັນດີງາມ ແລະ ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ.

ພາກວິຊາ

ຄະນະສຶກສາສາດປະກອບມີ 6 ພາກວິຊາ ແລະ 3 ໂຮງຮຽນທີ່ຂຶ້ນກັບ

  1. ພາກວິຊາຄູຈິດຕະວິທະຍາການສຶກສາ
  2. ພາກວິຊາການບໍລິຫານການສຶກສາ
  3. ພາກວິຊາຄູວິທະຍາສາດທຳມະຊາດ
  4. ພາກວິຊາຄູວິທະຍາສາດສັງຄົມ
  5. ພາກວິຊາຄູພາສາຕ່າງປະເທດ
  6. ພາກວິຊາຄູພາສາລາວ-ວັນນະຄະດີ

ໂຮງຮຽນທີ່ຂຶ້ນກັບ

  1. ມັດທະຍົມສຶກສາສົມບູນສາທິດ
  2. ປະຖົມສຶກສາສົມບູນສາທິດ
  3. ເຮືອນລ້ຽງດັກ ແລະ ໂຮງຮຽນອະນຸບານສາທິດ


https://dev.nuol.edu.la/index.php/2022-05-05-02-58-47/2022-05-09-07-11-25/2022-05-09-07-26-26