ຄະນະ ວິທະຍາສາດສັງຄົມ

ຈາກ Laopedia

ປະຫວັດຄວາມເປັນມາ

ຮູບ:ກາໝາຍຄະນະວິທະຍາສາດສັງຄົມ.png

ຄະນະວິທະຍາສາດສັງຄົມ ເປັນໜຶ່ງໃນຈຳນວນ 10 ຄະນະວິຊາ (ປະຈຸບັນມີ 13 ຄະນະວິຊາ) ທີ່ໄດ້ຮັບການສ້າງຕັ້ງຂຶ້ນຮ່ວມກັບ ຄະນະອັກສອນສາດ (ຄອສ) ໂດຍມີຊື່ວ່າ ຄະນະພາສາລາວວັນນະຄະດີ ແລະ ມະນຸດສາດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນພ້ອມໆກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຕາມດຳລັດຂອງນາຍົກລັດຖະມົນຕີ​ເລກທີ 50/ນຍ ລົງ​ວັນ​ທີ 9/6/1995. ​ໃນ​ໄລຍະ​ຕໍ່​ມາ ​ເມື່ອ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ຊາດ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ​ເພື່ອ​ໃຫ້​ມີ​ຄວາມ​ສອດຄ່ອງ​ກັບ​ສະພາບ​ການ​ຂະຫຍາຍຕົວ​ດັ່ງກ່າວ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈຶ່ງ​ໄດ້​ມີ​ການ​ປັບປຸງ​ຄືນ​ໃໝ່​ຄືເພີ່ມ​ຈາກ 8 ຄະນະ​ວິຊາ​ມາ​ເປັນ 10 ຄະນະ​ວິຊາ. ດ້ວຍ​ເຫດ​ນັ້ນ, ຄະນະ​ພາສາ​ລາວ-​ວັນນະຄະດີ ​ແລະ ມະນຸດ​ສາດ ຈຶ່ງ​ໄດ້​ແຍກ​ອອກ​ເປັນ 2 ຄະນະ​ຄື: ຄະນະ​ວິທະຍາສາດ​ສັງຄົມ ​ແລະ ຄະນະ​ອັກສອນສາດ ຕາມ​ດຳລັດ​ເລກທີ 87/ນຍ ລົງ​ວັນ​ທີ 20/6/2000.
ພາຍ​ຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄະນະ​ວິທະຍາສາດ​ສັງຄົມ ອັກສອນຫຍໍ້ແມ່ນ (ຄວຄ)​, ເຊິ່ງ ຄວຄ ໄດ້​ປະກອບ​ມີ​ລະບົບ​ການຈັດ​ຕັ້ງ​ດັ່ງ​ນີ້: ຄະນະ​ນຳ​ລວມມີ 4 ທ່ານ​ຄື: ຄະນະບໍດີ 1 ທ່ານ ​ແລະ ຮອງ​ຄະນະບໍດີ 3 ທ່ານ. ນອກຈາກ​ນັ້ນ, ຍັງ​ມີ 5 ພະ​ແນ​ກທີ່​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະບໍດີ​ຄື: ພະ​ແນ​ກຈັດ​ຕັ້ງ-ສັງ​ລວມ, ພະແນກການ​ເງິນ-ຊັບ​ສິນ, ພະແນກຄຸ້ມ​ຄອງ​ນັກ​ສຶກສາ, ພະແນກຄົ້ນຄວ້າ​ວິ​ທະຍາສາດ-ຫຼັງ​ປະລິນຍາ​ຕີ ​ແລະ ພະ​ແນ​ກວິຊາ​ການ. ສ່ວນ​ພາກ​ວິຊາ​ມີ​ພຽງ 3 ພາກຄື: ພາກວິຊາວິທະຍາສາດການເມືອງ, ພາກວິຊາພູມີສາດ ແລະ ພາກວິຊາປະຫວັດສາດ ແລະ ມະນຸດວິທະຍາ ​ແລະ ປະກອບມີ 3 ຫຼັກສູດ​ຄື: ຫຼັກສູດວິທະຍາສາດການເມືອງ, ຫຼັກສູດພູມີສາດ ແລະ ຫຼັກສູດປະຫວັດສາດ ແລະ ມະນຸດວິທະຍາ.
ຫຼັງ​ຈາກ​ນັ້ນ​ມາ, ຄວຄ ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທັງ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ​ແລະ ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງ​ຄົມ ກໍ​ຄື​ຄວາມ​ຕ້ອງການ​ຂອງ​ນັກ​ສຶກສາ​ປັນຍາ​ຊົນ​ທີ່​ມີ​ຄວາມ​ຕ້ອງການ​ຢາກ​ຮຽນ​ສາ ຂາ​ວິຊາ​ຊີບ​ໃໝ່​ນັບ​ມື້​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ, ມາ​ເຖິງ​ສົກ​ສຶກສາ​ປີ 2004-2005 ຄວຄ ຈຶ່ງ​ໄດ້​ມີ​ການ​ປັບປຸງ​ລະບົບ​ການຈັດ​ຕັ້ງ​ຄືນໃໝ່​ດ້ວຍ​ການ​ປ່ຽນ​ຊື່​ພາກ​ວິຊາ, ສ້າງ​ພາກ​ວິຊາ​ໃໝ່ ​ແລະ ສ້າງ​ຫຼັກສູດ​ໃໝ່ຄື: ​ໄດ້​ປ່ຽນ​ຊື່​ຈາກ​ພາກ​ວິຊາ​ວິທະຍາສາດ​ການ​ເມືອງ ມາ​ເປັນ​ພາກ​ວິຊາ​ການ​ເມືອງ ​ແລ​ະ ບໍລິຫານ​ລັດຖະກິດ, ປ່ຽນ​ຈາກ​ພາກ​ວິຊາ​ພູມີສາດ ມາ​ເປັນ​ພາກ​ວິຊາ​ພູມີສາດ ​ແລະ ສາລະສົນເທດສາດ (GIS), ປ່ຽນ​ຈາກ​ພາກ​ວິຊາ​ປະຫວັດສາດ ​ແລະ ມະນຸດ​ວິທະຍາ ມາ​ເປັນ​ພາກ​ວິຊາ​ປະຫວັດສາດ ​ແລະ ບູຮານ​ວິທະຍາ, ​ໄດ້​ສ້າງ​ຕັ້ງ​ພາກ​ວິຊາ​ໃໝ່​ຂຶ້ນ 2 ພາກ​ວິຊາ​ຄື: ພາກ​ວິຊາ​ການທ່ອງທ່ຽວ ​ແລະ ​ການໂຮງ​ແຮມ, ພາກ​ວິຊາ​ສັງຄົມ​ສົງ​ເຄາະ ​ແລະ ການ​ພັດທະນາ.
ມາເຖິງປີ 2015 ກໍໄດ້ມີການປັບປຸງຊື່ຫຍໍ້ຂອງແຕ່ລະຄະນະທົ່ວມະຫາວິທະຍາໄລແຫ່ງຊາດ, ເຊິ່ງຕົວອັກສອນຫຍໍ້ຂອງຄະນະວິທະຍາສາດສັງຄົມໄດ້ປ່ຽນຈາກ (ຄວຄ) ມາເປັນ (ຄສຄ) ແລະ ມາຮອດສົກປີ 2015-2016 ຄະນະວິທະຍາສາດສັງຄົມກໍໄດ້ປັບປຸງໂຄງຮ່າງການຈັດຕັ້ງໃໝ່ຄື ໄດ້ແຍກພະແນກຄົ້ນຄວ້າ​ວິ​ທະຍາສາດ-ຫຼັງ​ປະລິນຍາ​ຕີ ອອກເປັນ 2 ພະແນກຄື: ພະແນກຄົ້ນຄວ້າ​ວິ​ທະຍາສາດ ແລະ ພະແນກການສຶກສາຫຼັງ​ປະລິນຍາ​ຕີ ໃນປີ 2017 ສູນ​ຄົ້ນ​ຄວ້າ ແລະ ຝຶກ​ອົບ​ຮົມດ້ານ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​ຍົກ​ຍ້າຍ (Research and Training Centre on Social Impact Assessmenet and Resettlement Management) ຫຼື ເອີ້ນ​ຫຍໍ້​ວ່າ ສູນ RTC ​ແມ່ນ​ໄດ້​ຮັບ​ອະ​ນຸ​ມັດ​ສ້າງ​ຕັ້ງ​​ຢ່າງ​ເປັນ​ທາງ​ການ ຕາມ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ ສະ​ບັບເລກທີ 4584/ມຊ ລົງວັນທີ 07 /11/2017.

ວິໄສທັດ ແລະ ເປົ້າໝາຍ

ວິໄສທັດ: “ພັດທະນາ​ບຸກຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້ ຄູ່​ຄຸນ​ນະ​ທໍາ, ​ນໍາ​ໜ້າ​ດ້ານ​ການຄົ້ນຄວ້າວິທະຍາສາດ​, ຕິດ​ແໜ້ນ​ກັບການພັດທະນາສັງຄົມ ຊຸມ​ຊົນ, ກ້າວ​ສູ່​ມາດຕະຖານ​ພາກ​ພື້ນ ​ແລະ ສາກົນ”
ພັນທະກິດ: ຄະນະ​ວິທະຍາສາດ​ສັງຄົມ ມີພາລະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໃນການຈັດຕັ້ງການຮຽນ-ການສອນ​ເ​ພື່ອສ້າງນັກວິຊາການ​; ຈັດ​ຕັ້ງ​ການ​ຄົ້ນຄວ້າວິທະຍາສາດ ​ເພື່ອປະໂຫຍດ​ໃນການພັດທະນາ ​ແລະ ໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ; ​ພ້ອມ​ດຽວ​ກັນ​ກໍອະນຸຮັກປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ

ພາກວິຊາ

ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ

ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ (ພທຮ) ເປັນພາກ ວິຊາໜຶ່ງທີ່ຂຶ້ນກັບຄະນະວິທະຍາສາດສັງຄົມ ມະຫາວິຊາທະຍາໄລແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2005 ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະວິທະຍາສາດສັງຄົມ ແລະ ດໍາເນີນໜ້າທີ່ການສິດສອນ, ສ້າງບຸກຄະລາກອນດ້ານການທ່ອງ ທ່ຽວ ແລະ ການໂຮງແຮມ , ເຜີຍແຜ່ວັດທະນາທໍາອັນດີງາມຂອງຊາດ ເຮັດການຄົ້ນຄວ້າວິທະຍາສາດ ແລະ ບໍລິການສັງຄົມ. ການປະຕິບັດໜ້າທີ່ຂອງພາກວິຊາແມ່ນດໍາເນີນໄປພາຍໃຕ້ຄໍາຂວັນທີ່ວ່າ“ສອນດີ ຮຽນເກັ່ງ ເຄັ່ງຄັດວິໄນ ໃສ່ໃຈຮຽນຮູ້ ຄຽງຄູ່ຄຸນນະທຳ ນໍາຄວາມ ເປັນເລີດດ້ານວິຊາການ” ເພື່ອໃຫ້ສຶບທອດຕາມວິໄສທັດ ທີ່ວ່າ: “ສ້າງພາກວິຊາໃຫ້ເປັນແຫຼ່ງຮຽນຮູ້, ຄົ້ນຄວ້າທາງດ້ານວິຊາການ ທ່ອງທ່ຽວ ແລະ ການໂຮງແຮມ, ອະນຸຮັກ - ສົ່ງເສີມສິລະປະວັດທະນາທໍາຂອງຊາດ ແລະ ຮັບເອົາວັດທະນາທໍາ ສາກົນໂດຍມີການເລືອກເຟັ້ນ”. ພທຮ ມີສໍານັກງານຕັ້ງຢູ່ແຄມທາງໃຫຍ່ໃຈກາງ ມຊ ກົງກັນຂ້າມກັບ Book shop ຢູ່ລະຫວ່າງກາງສະຖາບັນຂົງຈື້ ແລະ ສູນພັດທະນາພາສາຝຣັ່ງ.

ພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ

ພາກວິຊາໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 31 ເດືອນ ມັງກອນປີ 1986 ເອີ້ນວ່າ: ພະແນກທິດສະດີມາກ-ເລນິນ ຂຶ້ນກັບມະຫາວິທະຍາໄລສ້າງຄູວຽງຈັນ (ມສຄ) ມີຈຸດປະສົງ ສ້າງຄູສອນວິຊາສຶກສາພົນລະເມືອງຊັ້ນມັດທະຍົມຕອນປາຍ; ປີ 1992 ໄດ້ມີການປັບປຸງຫຼັກສູດ ແລະ ປ່ຽນຊື່ເປັນພະແນກວິທະຍາສາດການເມືອງ; ປີ 1996 ມະຫາວິ ທະຍາໄລແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພະແນກວິທະຍາສາດການເມືອງໄດ້ປ່ຽນຊື່ເປັນພາກວິຊາວິທະຍາສາດການເມືອງທີ່ຂຶ້ນກັບຄະນະພາສາວັນນະຄະດີ ແລະ ມະນຸດສາດ; ໃນປີ 2000 ພາກວິຊາໄດ້ຂຶ້ນກັບຄະນະວິທະຍາສາດສັງຄົມ; ປີ 2011 ໄດ້ແຍກເປັນ 2 ພາກວິຊາຄື: ພາກວິຊາການເມືອງ ແລະບໍລິຫານລັດຖະກິດ ແລະພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ.

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ທຳອິດເປັນຫຼັກສູດໜຶ່ງຊື່ວ່າ: ສັງຄົມວິທະຍາ ແລະ ການພັດທະນາສັງຄົມ ຂຶ້ນກັບພາກວິຊາ ວິທະຍາສາດການເມືອງ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ຮັບຮອງໃນວັນທີ 11/01/2006 ຕາມຂໍ້ຕົກລົງເລກທີ 63/ສສ.ອສ/06 ຂອງທ່ານຜູ້ວ່າການລັດຖະມົນຕີກະຊວງສຶກສາທິການ.
ໃນວັນທີ 10 ພຶດສະພາ 2010 ຫຼັກສູດສັງຄົມວິທະຍາ ແລະ ການພັດທະນາສັງຄົມ ໄດ້ຖືກຮັບຮອງມາເປັນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຕາມຂໍ້ຕົກລົງຂອງທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 1360/ມຊ.ຈຕ.

ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ

ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ເປັນພາກວິຊາໜຶ່ງໃນຄະນະວິທະຍາສາດສັງຄົມ ທີ່ພັດທະນາມາຈາກ ພະແນກພູມສາດ - ປະຫວັດສາດ ຂອງມະຫາວິທະຍາໄລສ້າງຄູວຽງຈັນ ທີ່ສ້າງຕັ້ງຂຶ້ນ ປີ ຄສ 1977 ປີ ຄສ 1995 ໄດ້ແຍກອອກເປັນພາກວິຊາເອກະລາດ ພ້ອມກັບການສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ສັງກັດຢູ່ໃນຄະນະພາສາວັນນະຄະດີ ແລະ ມະນຸດສາດ. ປີ ຄສ 2000 ໄດ້ສັງກັດຢູ່ໃນຄະນະວິທະຍາສາດ ສັງ ຄົມ. ປີ ຄສ 2004 ມີຊື່ວ່າພາກວິຊາປະຫວັດສາດ ແລະ ມານຸດວິທະຍາ. ປັດຈຸບັນມີຊື່ວ່າ ພາກວິຊາ ປະຫວັດສາດ ແລະ ບູຮານວິທະຍາ.
ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງການຮຽນ-ການສອນດ້ານວິຊາການທາງປະຫວັດສາດ - ມານຸດວິທະຍາ; ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ; ຄົ້ນຄວ້າວິທະຍາສາດທາງສັງຄົມ; ຊ່ວຍອະນຸຮັກ-ສົ່ງເສີມ-ທະນຸບໍາລຸງສິລະປະວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນຂອງລາວ.

ພາກວິຊາພູມີສາດ ແລະ ສາລະສົນເທດສາດ

ພາກ​ວິ­ຊາ​ພູ­ມີ­ສາດ ແລະ ສາ­ລະ​ສົນ­ເທດ​ສາດ ເປັນ​ພາກ​ວິຊາ​ໜຶ່ງ​ທີ່​ສັງ­ກັດ​ຢູ່​ໃນ​ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ໃນ​ປັດ­ຈຸ­ບັນ. ເປັນສະຖາບັນການສຶກສາທາງດ້ານ GIS, RS, GPS ແລະ ບັນນາຮັກສາດ ຊຶ່ງໄດ້​ເລີ່ມ​ເປີດ​ຮັບ​ນັກ​ສຶກ­ສາ​ນັບ​ແຕ່​ສົກ­ຮຽນ 1997-1998 ເປັນ­ຕົ້ນ​ມາ.

https://fss.nuol.edu.la/index.php/lo/