ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ

ຈາກ Laopedia


ອີງ​ຕາມ​ທິດ​ທາງ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ, ລັດຖະບານ​ໄດ້​ກຳນົດ​ແຜນການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ໃຫ້​ປາກົດ​ເປັນ​ຈິງ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ 5 ປີ ຄັ້ງ​ທີ VII (2006-2010) ຊຶ່ງ​ໃນ​ເບື້ອງ​ຕົ້ນ ​ໄດ້​ມອບ​ໝາຍ​ໃຫ້​ ທະນາຄານ​ແຫ່ງ ສປປລ ​ເປັນ​ເຈົ້າ​ການ​ສຶກສາ​ຄົ້ນຄວ້າ, ກະກຽມ​ຄວາມ​ພ້ອມ ​ແລະ ​ເງື່ອນ​ໄຂ​ທີ່​ຈໍາເປັນ​ເບື້ອງ​ຕົ້ນ​ໃຫ້​ແກ່​ການ​ເປີດ​ຕະຫຼາດ​ຫຼັກ​ຊັບ. ຈາກ​ນັ້ນ ທະນາຄານ​ແຫ່ງ ສປປລ ກໍ​ໄດ້​​ແຕ່ງຕັ້ງ​ຄະນະຮັບຜິດຊອບ​ຄົ້ນຄວ້າ ​ແລະ ຮ່າງດໍາລັດ ​ວ່າ​ດ້ວຍຫຼັກ​ຊັບ ​ແລະ ຕະຫຼາດ​ຫຼັກ​ຊັບ ຂື້ນ​ໃນ​ເດືອນ ຕຸລາ ປີ 2006. ພ້ອມ​ດຽວ​ກັນ ລັດຖະບານ​ກໍ່​ໄດ້​ສົ່ງ​ການ​ນຳ​ຂັ້ນ​ສູງ​ໄປ​ຖອດ​ຖອນ​ບົດຮຽນ​ໃນ​ການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ຢູ່​ຕ່າງປະ​ເທດ​ເຊັ່ນ: ສສ ຫວຽດນາມ, ສ.​ເກົາຫຼີ ​ແລະ ປະ​ເທດໄທ. ​

ຍ້ອນ​ການ​ກະກຽມ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ເປັນ​ວຽກ​ທີ່​ສໍາຄັນ ​ແລະ ຕິດ​ພັນ​ກັບ​ຫຼາຍ​ພາກສ່ວນ ລັດຖະບານ​ຈຶ່ງ​ໄດ້​ຕົກລົງ​ ແຕ່ງ​ຕັ້ງຄະນະ​ຊີ້​ນຳ​ລວມ​ໃນ​ການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ຂຶ້ນ​ໃນ​ເດືອນ ພະຈິກ ​ປີ 2007 ທີ່​ປະກອບ​ດ້ວຍ​ຄະນະ​ທັງ​ໝົດ 5 ທ່ານ ​ແລະ ມີ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳການ​ລັດຖະບານ​ເປັນ​ປະທານ. ຫຼັງຈາກ​ນັ້ນ ຄະນະ​ຊີ້​ນຳ​ລວມ ກໍ​ໄດ້​ອອກ​ຂໍ້​ຕົກລົງແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ຂື້ນ ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ ຄະນະ​ຊີ້​ນໍາ​ລວມ ​ໂດຍ​ໃນ​ເບື້ອງ​ຕົ້ນ​ໄດ້​ປະກອບ​ບຸກຄະລາ​ກອນທັງ​ໝົດ 10 ທ່ານ​ ຈາກ​ທະນາຄານ​ແຫ່ງ ສປປລ ເຂົ້າ​ໃນທີ​ມ ງານ​ດັ່ງກ່າວ.

ໃນ​ວັນ​ທີ 25 ພຶດສະພາ 2009 ລັດຖະບານ​ໄດ້​ຕົກລົງ​ແຕ່ງ​ຕັ້ງ ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ແລະ ຕະຫຼາດຫຼັກຊັບ ຂື້ນ​ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ: 051/ນຍ ​ເພື່ອ​ປ່ຽນ​ແທນ​ຄະນະ​ຊີ້​ນໍາລວມ​ໃນ​ການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ.


https://www.lsc.gov.la/