ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

ຈາກ Laopedia
ກາໝາຍ ຄຊກມດ

ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນຕົວອັກສອນຫຍໍ້ ວ່າ: “ຄຊກມດ” ແມ່ນການຈັດຕັ້ງຫນຶ່ງຂອງລັດຖະບານທີ່ບໍ່ປະຈໍາການ, ມີພາລະບົດບາດເປັນເສນາທິການຊ່ວຍວຽກ ລັດຖະບານ ໃນການສຶກສາ, ຄົ້ນຄວ້າກໍານົດນະໂຍບາຍ, ຍຸດທະສາດ, ນິຕິກໍາ, ແຜນດໍາເນີນງານ, ແຜນງານ ແລະ ຈັດ ຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຖະແຫຼງການຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວຫນ້າ ຂອງແມ່ຍິງ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນ ຄວາມສະເຫມີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນ ປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

https://laoncawmc.gov.la/