ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ)

ຈາກ Laopedia

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີຊື່ຫຍໍ້ວ່າ: “ຄຄອຊ” ຊຶ່ງນາຍົກລັດຖະມົນຕີ ເປັນຜູ້ແຕ່ງຕັ້ງ ແລະ ຊີ້ນຳນຳພາໂດຍກົງ ມີພາລະບົດບາດໃນການຊີ້ນຳອົງການຄຸ້ມຄອງມະຫາພາກ ຕ້ານວຽກງານອິນເຕີເນັດ, ປະສານສົມທົບກັບກະຊວງ ແລະ ອົງການທີ່ມີສິດອຳນາດ ກ່ຽວກັບວຽກ ງານອິນເຕີເນັດ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງສັງຄົມ

ສິດ ແລະ ໜ້າທີ່ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຊີ້ນຳອົງການຄຸ້ມຄອງມະຫາພາກ ດ້ານວຽກງານອິນເຕີເນັດ ເພື່ອກຳນົດມາດຕະຖານ, ເງື່ອນ ໄຂ, ການບໍລິການ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບອິນເຕີເນັດ ຂອງ ສປປ ລາວ;

2. ຊີ້ນຳວຽກງານຕອບຕ້ານ ແລະ ກ່າວຟ້ອງຂຶ້ນສານ ໃນກໍລະນີມີການແຊກແຊງ ຈາກພາຍນອກ ແລະ ຈາກພາຍໃນ ຜ່ານລະບົບອິນເຕີເນັດ ເພື່ອຫວັງທຳລາຍມ້າງເພລະບອບການເມືອງ, ເສດ ຖະກິດ, ວັດທະນະທຳສັງຄົມ ແລະ ຄວາມໝັ້ນຄົງ ຂອງ ສປປ ລາວ;

3. ຄົ້ນຄ້ວາ ແລະ ວາງກົນໄກ, ນະໂຍບາຍ, ລະບຽບການເຄື່ອນໄຫວ ແລະ ມາດຕະການແກ້ ໄຂຕ່າງໆ ກ່ຽວກັບວຽກງານອິນເຕີເນັດ ຂອງ ສປປ ລາວ;

4. ສະເໜີລັດຖະບານ ເພື່ອປັບປຸງແກ້ໄຂກົນໄກ, ນະໂຍບາຍ ຫຼື ລະບຽບກົດໝາຍຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ຂອງ ສປປ ລາວ;

5. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມລະບຽບກົດໝາຍ ແລະ ການຕົກລົງຂອງລັດຖະບານ.[1]

  1. ມາດຕາ 27 ແລະ 28 ຂອງ ດຳລັດ ວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ ອິນເຕີເນັດ, ລະຫັດຊື່ອິນເຕີເນັດ ຂອງ ສປປ ລາວ