ຂໍ້ຕົກລົງວ່າດ້ວຍ ເລກໝາຍໂທລະສັບພິເສດ

ຈາກ Laopedia

ຫົວຂໍ້: ຂໍ້ຕົກລົງວ່າດ້ວຍ ເລກໝາຍໂທລະສັບພິເສດ

ປະເພດ ນິຕິກໍາ: ຂໍ້ຕົກລົງ

ອອກໂດຍ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 22-06-2023

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 31-08-2023

ບ່ອນອີງ

ອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລກທີ 625/ນຍ, ວັນທີ 22 ຕຸລາ 2021;

ອີງຕາມກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ), ເລກທີ 05/ສພຊ, ວັນທີ 16 ພະຈິກ 2021;

ອີງຕາມການຕົກລົງເຫັນດີ ຂອງກອງປະຊຸມຄະນະປະຈຳພັກ, ຄັ້ງວັນທີ 8 ກຸມພາ 2022;

ອີງຕາມການຄົ້ນຄ້ວາສະເໜີ ຂອງອົງການດັດສົມໂທລະຄົມະນາຄົມ, ສະບັບເລກທີ 268/ອດທ, ລົງວັນທີ 23 ມີນາ 2023.

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຮັບປະກັນຄວາມເປັນເອກະພາບ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ເລກໝາຍໂທລະສັບພິເສດ ໃນຂອບເຂດທົ່ວປະເທດ ແນໃສ່ຊຸກຍູ້ການນໍາໃຊ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ ແລະ ສັງຄົມ.

ມາດຕາ 2. (ປັບປຸງ) ເລກໝາຍໂທລະສັບພິເສດ

ເລກໝາຍໂທລະສັບພິເສດແມ່ນ ໜຶ່ງຊຸດເລກໝາຍ ທີ່ມີ ຕົວເລກ, ຕົວໜັງສື, ເຄື່ອງໝາຍໃດໜຶ່ງ ແລະ/ຫຼື ຫຼາຍ ຢ່າງລວມເຂົ້າກັນ ເພື່ອໃຫ້ຈຶ່ງ່າຍ ແລະ ແຕກຕ່າງຈາກ ເລກໝາຍໂທລະສັບປະເພດອື່ນ ຊຶ່ງສາມາດ ໂທເຂົ້າ, ໂທ ອອກ, ຮັບ-ສົ່ງຂໍ້ຄວາມສັ້ນ ໃນຂອບເຂດ ສປປ ລາວ.

ມາດຕາ 3. (ປັບປຸງ) ອະທິບາຍຄຳສັບ

ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

1. ຫົວໜ່ວຍທຸລະກິດ ໝາຍເຖິງ ບໍລິສັດ, ວິສາຫະກິດ ຫຼື ພາກສ່ວນອື່ນ ທີ່ດໍາເນີນທຸລະກິດຕ່າງໆ ຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

2. ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ໝາຍເຖິງ ບໍລິສັດໂທລະຄົມມະນາຄົມ ຜູ້ທີ່ໄດ້ຮັບອະນຸຍາດສະໜອງ ການໃຫ້ບໍລິການໂທລະຄົມມະນາຄົມ ປະເພດໜຶ່ງ ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ;

3. ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ໝາຍເຖິງ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດນໍາໃຊ້ ຫຼື ໃຫ້ບໍລິການເລກໝາຍໂທລະສັບພິເສດຈາກ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ,

4. ຜູ້ໃຊ້ບໍລິການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ທີ່ໃຊ້ບໍລິການເລກໝາຍໂທລະສັບພິເສດເຊັ່ນ: ການ ໂທເຂົ້າ ແລະ/ຫຼື ການຮັບ-ສົ່ງຂໍ້ຄວາມສິ້ນ;

5. ວຽກງານສຸກເສີນ ໝາຍເຖິງ ວຽກງານອັນຮີບດ່ວນຂອງພັກ-ລັດ ເພື່ອຊ່ວຍເຫຼືອສັງຄົມ ແລະ ພາກສ່ວນ ຕ່າງໆ ເຊັ່ນ: ໂຮງໝໍ, ແຈ້ງເຕືອນໄພ, ອັກຄີໄພ, ກູ້ໄພ ແລະ ມູນລະນິທິ;

6. ວຽກງານສໍາຄັນລະດັບຊາດ ໝາຍເຖິງ ວຽກງານທີ່ລັດຖະບານຕົກລົງເປັນວຽກງານສໍາຄັນລະດັບຊາດ ສະເພາະກິດໃດໜຶ່ງ ເຊັ່ນ: ການແກ້ໄຂບັນຫາການແຜ່ລະບາດຂອງພະຍາດ, ໄພພິບັດທາງທໍາມະຊາດ, ກອງປະຊຸມພັກ-ລັດ, ງານມະຫາກຳກິລາ ແລະ ວຽກງານສໍາຄັນລະດັບຊາດອື່ນ;

7. ວຽກງານອົງການຈັດຕັ້ງພັກ-ລັດ ໝາຍເຖິງ ວຽກງານສະເພາະຂອງກະຊວງ, ອົງການທຽບເທົ່າກະຊວງ ແຕ່ຂັ້ນສູນກາງ ຫາ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ;

8. ວຽກງານບໍ່ຫວັງຜົນກໍາໄລ ໝາຍເຖິງ ວຽກງານຂອງອົງການຈັດຕັ້ງສັງຄົມ ທັງພາຍໃນ ແລະ ສາກົນ ທີ່ມີທີ່ຕັ້ງຢູ່ ສປປ ລາວ ບໍ່ໄດ້ສັງກັດໃນອົງການຈັດຕັ້ງພັກ-ລັດ ໂດຍເຄື່ອນໄຫວວຽກງານ ຕາມກົດໝາຍ ແລະ ລະບຽບການ;

9. ອົງການຄຸ້ມຄອງວຽກງານໂທລະຄົມມະນາຄົມ ໝາຍເຖິງ ການຈັດຕັ້ງຄຸ້ມຄອງວຽກງານໂທລະຄົມ ມະນາຄົມ ຂັ້ນສູນກາງ ແລະ ທ້ອງຖິ່ນ;

10. ມູນຄ່າການນໍາໃຊ້ບໍລິການໂທລະຄົມມະນາຄົມ ໝາຍເຖິງ ຄ່າຕິດຕັ້ງ, ຄ່າເຊົ່າ, ຄ່າໂທເຂົ້າ, ຄ່າໂທ ອອກ, ຄ່າສົ່ງຂໍ້ຄວາມເຂົ້າ, ຄ່າສົ່ງຂໍ້ຄວາມອອກ ແລະ ຄ່າເຊື່ອມຕໍ່ເຄືອຂ່າຍ;

11. ລະບົບສູນກາງໃຫ້ບໍລິການເລກໝາຍໂທລະສັບພິເສດ ໝາຍເຖິງ ລະບົບສູນກາງ ໂທເຂົ້າ, ໂທອອກ, ສົ່ງຂໍ້ຄວາມເຂົ້າ, ສົ່ງຂໍ້ຄວາມອອກ ແລະ ເຊື່ອມຕໍ່ເຄືອຂ່າຍ ທີ່ຜູ້ໃຊ້ບໍລິການສາມາດນໍາໃຊ້ ພ້ອມກັນ ຫຼາຍຄົນ;

12. ເລກໝາຍໂທລະສັບພິເສດ ເພີ່ມລະຫັດແຂວງ ໝາຍເຖິງ ການນໍາໃຊ້ເລກໝາຍໂທລະສັບພິເສດ ທີ່ມີ ຢູ່ແລ້ວ ມາເພີ່ມລະຫັດແຂວງຕື່ມທາງດ້ານໜ້າ ເພື່ອອໍານວຍຄວາມສະດວກໃນການໄຈ້ແຍກຂອບເຂດການນໍາໃຊ້ ເປັນແຂວງ/ນະຄອນຫຼວງ ແລະ ເປັນການເພີ່ມຮູບແບບ ຂອງການຈັດສັນເລກໝາຍ ໂທລະສັບພິເສດ ທີ່ມີຈໍານວນຈຳກັດໃຫ້ໃຊ້ຢ່າງມີປະສິດທິພາບ;

13. ເລກໝາຍໂທລະສັບພິເສດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມນໍາໃຊ້ພາຍໃນເຄື່ອຂ່າຍ ໝາຍເຖິງ ເລກໝາຍໂທລະສັບພິເສດ ທີ່ຈັດສັນໃຫ້ ບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ເພື່ອໃຫ້ບໍລິການ ສະເພາະ ພາຍໃນເຄືອຂ່າຍຂອງຕົນ;

14. ເລກໝາຍໂທລະສັບພິເສດ ປະສົມກັບເຄື່ອງໝາຍໂທລະຄົມມະນາຄົມ ໝາຍເຖິງ ການນໍາໃຊ້ເລກ ໝາຍໂທລະສັບພິເສດ ຮ່ວມກັບເຄື່ອງໝາຍໃດໜຶ່ງ ຫຼື ຫຼາຍອັນ ຕື່ມໃສ່ ດ້ານໜ້າ ແລະ/ຫຼື ດ້ານຫຼັງ;

15. ການສະຫງວນເລກໝາຍໂທລະສັບພິເສດ ໝາຍເຖິງ ເກັບຮັກສາເລກໝາຍໂທລະສັບພິເສດໃດໜຶ່ງ ເພື່ອກຽມຮອງຮັບການນໍາໃຊ້ໃນອານາຄົດ ບົນພື້ນຖານຄວາມຮຽກຮ້ອງຕ້ອງການຂອງການບໍລິການ.

ມາດຕາ 4. (ປັບປຸງ) ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ທີ່ນໍາໃຊ້ເລກໝາຍໂທລະສັບພິເສດ ພາຍໃນຂອງ ສປປ ລາວ.

ໝວດທີ 2 ການຈັດສັນ ແລະ ຮູບແບບເລກໝາຍໂທລະສັບພິເສດ

ມາດຕາ 5. (ໃໝ່) ຫຼັກການຈັດສັນເລກໝາຍໂທລະສັບພິເສດ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຈັດສັນເລກໝາຍໂທລະສັບພິເສດ ບົນຫຼັກການ ຮັບປະກັນ ຄວາມສະເໝີພາຍ, ໂປ່ງໃສ, ເປີດເຜີຍ, ປະຍັດ, ສອດຄ່ອງກັບ ຍຸດທະສາດ, ແຜນພັດທະນາ ແລະ ລະບຽບການໃນ ແຕ່ລະໄລຍະຂອງ ກະຊວງ ພ້ອມທັງສອດຄ່ອງກັບຫຼັກການສາກົນ, ໃຫ້ສິດທິພິເສດແກ່ ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ວຽກສໍາຄັນລະດັບຊາດ ແລະ ວຽກງານສຸກເສີນຂອງພາກລັດ.

ມາດຕາ 6. (ໃໝ່) ຮູບແບບເລກໝາຍໂທລະສັບພິເສດ

ເລກໝາຍໂທລະສັບພິເສດ ປະກອບມີຮູບແບບດັ່ງນີ້:

1. ເລກໝາຍໂທລະສັບພິເສດ 03 ຕົວເລກ;

2. ເລກໝາຍໂທລະສັບພິເສດ 04 ຕົວເລກ;

3. ເລກໝາຍໂທລະສັບພິເສດ ເພີ່ມລະຫັດແຂວງ;

4. ເລກໝາຍໂທລະສັບພິເສດ ປະສົມກັບເຄື່ອງໝາຍໂທລະຄົມມະນາຄົມ;

5. ເລກໝາຍໂທລະສັບພິເສດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມນໍາໃຊ້ພາຍໃນເຄື່ອຂ່າຍ;

6. ເລກໝາຍໂທລະສັບພິເສດອື່ນ.

ມາດຕາ 7. (ໃໝ່) ການຈັດສັນເລກໝາຍໂທລະສັບພິເສດ 03 ຕົວເລກ

ການຈັດສັນເລກໝາຍໂທລະສັບພິເສດ 03 ຕົວເລກມີດັ່ງນີ້:

1. ເລກໝາຍ 19X ແມ່ນຈັດສັນໃຫ້ວຽກງານສຸກເສີນຂອງລັດ;

2. ເລກໝາຍ 10X, 11X (ຍົກເວັ້ນ 112), 17X ແລະ 18X ແມ່ນຈັດສັນໃຫ້ແກ່ ຫົວໜ່ວຍທຸລະກິດ;

3. ເລກໝາຍ 13X, 15X ແລະ 16X ແມ່ນຈັດສັນໃຫ້ວຽກສໍາຄັນລະດັບຊາດ ແລະ ວຽກງານອົງ ການຈັດຕັ້ງພັກ-ລັດ;

4. ເລກໝາຍ 112, 14X ແມ່ນສະຫງວນໄວ້ນໍາໃຊ້ໃນອານາຄົດ;

5. ໃນນັ້ນ X ແມ່ນຕົວເລກແຕ່ 0 ຫາ 9.

ມາດຕາ 8. (ໃໝ່) ການຈັດສັນເລກໝາຍໂທລະສັບພິເສດ 04 ຕົວເລກ

ການຈັດສັນເລກໝາຍໂທລະສັບພິເສດ 04 ຕົວເລກມີດັ່ງນີ້:

1. ເລກໝາຍ 119X ຈັດສັນໃຫ້ວຽກງານສຸກເສີນຂອງລັດ;

2. ເລກໝາຍ 10XX, 1100-1149, 131X-133X, 14XX, 155X-159X, 165X-169X, 18XX, 19XX ແມ່ນຈັດສັນໃຫ້ຫົວໜ່ວຍທຸລະກິດ;

3. ເລກໝາຍ 115X-118X, 130X, 134X-139X ແລະ 150X-154X ຈັດສັນໃຫ້ວຽກສໍາຄັນ ລະດັບຊາດ ແລະ ວຽກງານອົງການຈັດຕັ້ງພັກ-ລັດ;

4. ເລກໝາຍ 160X-164X ແມ່ນຈັດສັນໃຫ້ວຽກງານບໍ່ຫວັງຜົນກໍາໄລ;

5. ເລກໝາຍ 12XX, 17XX ແມ່ນສະຫງວນໄວ້ນໍາໃຊ້ໃນອານາຄົດ;

6. ໃນນັ້ນ X ແມ່ນ ຕົວເລກ ແຕ່ 0 ຫາ 9.

ມາດຕາ 9. (ໃໝ່) ການຈັດສັນເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ເພີ່ມລະຫັດແຂວງ

ເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ເພີ່ມລະຫັດແຂວງ ນໍາໃຊ້ເພື່ອໃຫ້ບໍລິການສະເພາະຂອບ ເຂດແຂວງໃດໜຶ່ງ, ມີການຈັດສັນຕາມ ມາດຕາ 7 ແລະ 8 ຂອງຂໍ້ຕົກລົງສະບັບນີ້ໂດຍເພີ່ມລະຫັດຂອງແຕ່ລະ ແຂວງເຂົ້າດ້ານໜ້າ ຄືດັ່ງລຸ່ມນີ້:

ຕົວຢ່າງ: ລະຫັດແຂວງ + ເລກໝາຍພິເສດ 03 ຫຼື 04 ຕົວເລກ 034 + 191 ຫຼື 034 + 1191

ມາດຕາ 10. (ໃໝ່) ການຈັດສັນເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ໃຊ້ຮ່ວມກັບສັນຍາລັກ

ເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ໃຊ້ຮ່ວມກັບສັນຍາລັກ, ມີການຈັດສັນຕາມ ມາດຕາ 7 ແລະ 8 ຂອງຂໍ້ຕົກລົງສະບັບນີ້ໂດຍເພີ່ມສັນຍາລັກເຂົ້າດ້ານໜ້າ ແລະ/ຫຼື ດ້ານຫຼັງຄືດັ່ງລຸ່ມນີ້:

ຕົວຢ່າງ: ສັນຍາລັກ + ເລກໝາຍພິເສດ 03 ຫຼື 04 ຕົວເລກ * 191 ຫຼື 1191 ເຄື່ອງໝາຍ + ເລກໝາຍພິເສດ 03 ຫຼື 04 ຕົວເລກ + ເຄື່ອງໝາຍ.

*191# ຫຼື *1191#

ມາດຕາ 11. (ໃໝ່) ການຈັດສັນເລກໝາຍໂທລະສັບພິເສດ ໃຫ້ແກ່ຜູ້ໃຫ້ບໍລິການໂທລະຄົມມະນາຄົມ.

ການຈັດສັນເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ໃຫ້ແກ່ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ເພື່ອນໍາໃຊ້ພາຍໃນເຄືອຂ່າຍຂອງຕົນ, ມີດັ່ງນີ້:

- ປະເພດ 03 ຕົວເລກ AXX :

- ປະເພດ 04 ຕົວເລກ AXXX;

- ປະເພດ 03 ຕົວເລກ AXX + ເຄື່ອງໝາຍ;

- ປະເພດ 04 ຕົວເລກ AXXX; + ເຄື່ອງໝາຍ;

- ປະເພດ ເຄື່ອງໝາຍ + ເລກໝາຍພິເສດ 03 ຕົວເລກ + ເຄື່ອງໝາຍ;

- ປະເພດ ເຄື່ອງໝາຍ + ເລກໝາຍພິເສດ 04 ຕົວເລກ + ເຄື່ອງໝາຍ.

ໃນນັ້ນ A ແມ່ນຕົວເລກ 1 ຫາ 9 ແລະ X ແມ່ນຕົວເລກແຕ່ 0 ຫາ 9. ຍົກເວັ້ນເລກໝາຍທີ່ໄດ້ຈັດສັນ ໃຫ້ແກ່ພາກສ່ວນອື່ນແລ້ວ.

ມາດຕາ 12. (ໃໝ່) ການແບ່ງກຸ່ມເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ

ເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ແບ່ງອອກເປັນ 02 ກຸ່ມຄືດັ່ງລຸ່ມນີ້:

1. ກຸ່ມເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ທີ່ເປັນເລກງາມ ແມ່ນກຸ່ມເລກໝາຍໂທລະສັບ ພິເສດສະເພາະ ທີ່ມີຄວາມຕ້ອງການສູງ ເຊັ່ນ: ເລກເປົາ 3 ຫຼື 4 ຕົວເລກ, ເລກລຽງທາງ ໜ້າ ຫຼື ຫຼັງ 3 ຕົວເລກຂື້ນໄປ ແລະ ເລກຄູ;

2. ກຸ່ມເລກໝາຍໂທລະສັບພິເສດ 03 ແລະ 04 ຕົວເລກ ທີ່ເປັນທົ່ວໄປ ແມ່ນກຸ່ມເລກໝາຍໂທລະສັບ ພິເສດ ທີ່ບໍ່ໄດ້ລະບຸໄວ້ໃນ ຂໍ້ 1 ຂອງມາດຕານີ້.

ມາດຕາ 13. (ໃໝ່) ການດັດສົມເລກໝາຍໂທລະສັບພິເສດທີ່ບໍ່ສອດຄ່ອງກັບການຈັດສັນ

ສໍາລັບຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ກ່ອນຂໍ້ຕົກລົງສະບັບນີ້ມີຜົນສັກສິດ ແຕ່ເລກ ໝາຍໂທລະສັບພິເສດ ບໍ່ສອດຄ່ອງຕາມການຈັດສັນ ທີ່ລະບຸໃນມາດຕາ 7, 8, 9, 10 ແລະ 11 ຂອງຂໍ້ຕົກລົງ ສະບັບນີ້ ຕ້ອງໄດ້ດໍາເນີນການປ່ຽນໃຫ້ຖືກຕ້ອງຕາມການຈັດສັນ ໂດຍປະຕິບັດຕາມດັ່ງລຸ່ມນີ້:

1. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງການຫາພາກສ່ວນທີ່ນໍາໃຊ້ເລກໝາຍໂທລະສັບ ພິເສດ ທີ່ບໍ່ສອດຄ່ອງກັບແຜນຈັດສັນ ເພື່ອແຈ້ງໃຫ້ຜູ້ນໍາໃຊ້ມາດໍາເນີນການປ່ຽນເລກໝາຍໂທລະສັບ ພິເສດ:

2. ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຫຼັງຈາກໄດ້ຮັບແຈ້ງການ ຂອງກະຊວງ ເຕັກໂນ ໂລຊີ ແລະ ການສື່ສານ, ໃຫ້ສະເໜີຫາ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຕາມການແບ່ງຂັ້ນ ຄຸ້ມຄອງວຽກງານດັ່ງກ່າວ ເພື່ອຄົ້ນຄວ້າພິຈາລະນາ ອອກອະນຸຍາດນໍາໃຊ້ພາຍໃນ ສິບ ວັນລັດຖະການ ພາຍຫຼັງ ປະກອບເອກະສານຢ່າງຄົບຖ້ວນ ແລະ ຖືກຕ້ອງ;

3. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຄົ້ນຄວ້າພິຈາລະນາ, ຈັດສັນ ແລະ ອອກອະນຸຍາດ ເລກໝາຍ ໂທລະສັບພິເສດໃໝ່, ພ້ອມທັງ ອອກແຈ້ງການຫາພາກສ່ວນທີ່ກ່ຽວຂ້ອງ ພາຍໃນສິບວັນລັດຖະການ ເພື່ອດໍາເນີນການເປີດບໍລິການ;

4. ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຕ້ອງດໍາເນີນການໂຄສະນາເຜີຍແຜ່ ເລກໝາຍ ໂທລະສັບພິເສດໃໝ່ ໃຫ້ຜູ້ໃຊ້ບໍລິການຮັບຊາບຕໍ່ກັບການປ່ຽນແປງ,

5. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ອະນຸຍາດໃຫ້ນໍາໃຊ້ເລກໝາຍໂທລະສັບພິເສດເກົ່າເປັນໄລຍະ ເວລາ ຫົກເດືອນ ໂດຍເປີດນໍາໃຊ້ຄຽງຄູ່ກັບ ເລກໝາຍໂທລະສັບພິເສດໃໝ່, ຍົກເວັ້ນ ອົງການຈັດຕັ້ງ ພັກ-ລັດ ຈະພິຈາລະນາເປັນອັນສະເພາະ;

6. ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຕ້ອງປະສານສົມທົບກັບ ຜູ້ໃຫ້ບໍລິການໂທລະ ຄົມມະນາຄົມ ເພື່ອຕິດຕາມ ແລະ ລາຍງານ ສະພາບການນໍາໃຊ້ເລກໝາຍໂທລະສັບພິເສດໃໝ່ ໃຫ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຊາບທຸກໆ ຫົກເດືອນ.

ໝວດທີ 3 ການອອກອະນຸຍາດ

ມາດຕາ 14. (ໃໝ່) ຫຼັກການພິຈາລະນາອອກອະນຸຍາດ ນໍາໃຊ້ເລກໝາຍໂທລະສັບພິເສດ

ການນໍາໃຊ້ເລກໝາຍໂທລະສັບພິເສດແມ່ນ ການໃຫ້ບໍລິການເລກໝາຍໂທລະສັບພິເສດ ຂອງຜູ້ທີ່ໄດ້ຮັບ ອະນຸຍາດນໍາໃຊ້ຕາມແຜນຈັດສັນເລກໝາຍໂທລະສັບພິເສດ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ຫຼືແລະ ບໍລິການສັງຄົມ ເຮັດໃຫ້ຜູ້ໃຊ້ບໍລິການໃນຂອບເຂດທົ່ວປະເທດສາມາດໃຊ້ບໍລິການພ້ອມກັນຫຼາຍຄົນຕໍ່ຄັ້ງ, ໂດຍມີຫຼັກການພິຈາລະນາອອກອະນຸຍາດໃຫ້ນໍາໃຊ້ ດັ່ງນີ້:

1. ສອດຄ່ອງກັບ ການຈັດສັນເລກໝາຍໂທລະສັບ ໃນແຕ່ລະໄລຍະ;

2. ຮັບປະກັນ ການປະຕິບັດການຈ່າຍຄ່າທໍານຽມ ແລະ ຄ່າບໍລິການ ຢ່າງຖືກຕ້ອງ ແລະ ຄົບຖ້ວນ;

3. ຮັບປະກັນ ຄວາມຖືກຕ້ອງ ແລະ ຄົບຖ້ວນ ຂອງຂໍ້ມູນທີ່ສະໜອງໃຫ້ຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ;

4. ໃຫ້ບູລິມະສິດ ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຂອງອົງການຈັດຕັ້ງ ພັກ-ລັດ, ວຽກງານສຸກເສີນ ແລະ ວຽກງານສໍາຄັນລະດັບຊາດ;

ມາດຕາ 15. (ປັບປຸງ) ອາຍຸໃບອະນຸຍາດ ແລະ ເງື່ອນໄຂການຂໍອະນຸຍາດນໍາໃຊ້ ເລກໝາຍໂທລະສັບພິເສດ

ອາຍຸໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ແມ່ນໜຶ່ງປີ ໂດຍສິ້ນສຸດຕາມປີສົກງົບປະມານ ຄືວັນທີ 31 ທັນວາ ຂອງທຸກປີ.

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາອອກໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຕາມເງື່ອນໄຂດັ່ງລຸ່ມນີ້:

1. ນິຕິບຸກຄົນ ທີ່ໄດ້ຮັບການສ້າງຕັ້ງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

2. ມີສໍານັກງານທີ່ຕັ້ງຢູ່ ໃນ ສປປ ລາວ;

3. ມີບຸກຄະລາກອນຮັບສາຍຈໍານວນທີ່ພຽງພໍ ແລະ ມີລະບົບເຕັກນິກທີ່ສາມາດໂທເຂົ້າຫຼາຍສາຍພ້ອມກັນ;

ສໍາລັບຫົວໜ່ວຍທຸລະກິດ ຕ້ອງມີເງື່ອນໄຂເພີ່ມຕື່ມໃດໜຶ່ງ ລຸ່ມນີ້:

4. ມີທຶນຈົດທະບຽນ 10 ຕື້ກີບຂຶ້ນໄປ;

5. ທຸລະກິດຂອງຕົນມີພື້ນທີ່ໃຫ້ບໍລິການແກ່ລູກຄ້າ ສອງສ່ວນສາມ ຂອງປະເທດ, ຍົກເວັ້ນຮູບແບບ ເລກໝາຍໂທລະສັບພິເສດ ທີ່ລະບຸໄວ້ໃນຂໍ້ 03 ມາດຕາ 06 ຂອງຕົກລົງສະບັບນີ້,

6. ມີຜູ້ໂທເຂົ້າເລກໝາຍໂທລະສັບ ທີ່ໃຫ້ບໍລິການຂອງຕົນຢ່າງໜ້ອຍ 300 ຄັ້ງຕໍ່ເດືອນຂຶ້ນໄປ ໂດຍໄດ້ ຮັບການຢັ້ງຢືນຈາກ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຜູ້ທີ່ຕິດຕັ້ງເລກໝາຍດັ່ງກ່າວ, ຍົກເວັ້ນຮູບ ແບບເລກໝາຍໂທລະສັບພິເສດ ທີ່ລະບຸໄວ້ໃນຂໍ້ 03 ມາດຕາ 06 ຂອງຕົກລົງສະບັບນີ້;

ມາດຕາ 16. (ປັບປຸງ) ການປະກອບເອກະສານຂໍອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ

ການປະກອບເອກະສານຂໍອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ແມ່ນປະຕິບັດດັ່ງລຸ່ມນີ້:

1. ຄໍາຮ້ອງ ຕາມແບບພິມ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

2. ແຜນການຕິດຕັ້ງອຸປະກອນ ທີ່ຈະນໍາໃຊ້ເລກໝາຍໂທລະສັບພິເສດ;

3. ສໍາລັບມູນນິທິ ຕ້ອງມີຂໍ້ຕົກລົງສ້າງຕັ້ງ ແລະ ເອກະສານທີ່ກ່ຽວຂ້ອງ ຈາກອົງການຈັດຕັ້ງລັດທີ່ຄຸ້ມຄອງ

ສໍາລັບຫົວໜ່ວຍທຸລະກິດ ຕ້ອງປະກອບເອກະສານ ເພີ່ມຕື່ມດັ່ງລຸ່ມນີ້:

4. ສໍາເນົາໃບທະບຽນວິສາຫະກິດ ຫຼືແລະ ສໍາເນົາອະນຸຍາດການລົງທຶນ,

5. ສໍາເນົາໃບທະບຽນອາກອນ ສໍາລັບຫົວໜ່ວຍທຸລະກິດທີ່ສ້າງຕັ້ງໃໝ່;

8. ສໍາເນົາໃບຢັ້ງຢືນມອບພັນທະອາກອນປະຈຳປີ

7. ເອກະສານຢັ້ງຢືນຂໍ້ມູນ ການໂທເຂົ້າເລກໝາຍໂທລະສັບທີ່ໃຫ້ບໍລິການ ສາມເດືອນຍ້ອນຫຼັງ ຈາກຜູ້ ໃຫ້ບໍລິການໂທລະຄົມມະນາຄົມ.

ມາດຕາ 17. (ໃໝ່) ການຕໍ່ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ.

ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຕ້ອງໄດ້ຕໍ່ໃບອະນຸຍາດການນໍາໃຊ້ເລກໝາຍໂທລະສັບ ພິເສດໃນແຕ່ລະປີ ໂດຍສະເໜີຂໍຕໍ່ໃບອະນຸຍາດ ຫາ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ກ່ອນໃບອະນຸຍາດ ໝົດອາຍຸ ສິບຫ້າວັນ.

ການປະກອບເອກະສານຂໍຕໍ່ອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ແມ່ນປະຕິບັດດັ່ງລຸ່ມນີ້:

1. ຄໍາຮ້ອງ ຕາມແບບພິມຂອງ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;

2. ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຂອງປີຜ່ານມາ;

3. ເອກະສານຢັ້ງຢືນຂໍ້ມູນການໂທເຂົ້າເລກໝາຍໂທລະສັບພິເສດ ສາມເດືອນຍ້ອນຫຼັງຈາກ ຜູ້ໃຫ້ ບໍລິການໂທລະຄົມມະນາຄົມ;

4. ສໍາເນົາໃບຢັ້ງຢືນມອບພັນທະອາກອນປະຈຳປີ ແລະ ໃບທະບຽນວິສາຫະກິດ (ສໍາລັບຫົວໜ່ວຍທຸລະກິດ).

ມາດຕາ 18. (ໃໝ່) ເງື່ອນໄຂການຕໍ່ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ.

ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຕໍ່ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຕາມ ເງື່ອນໄຂດັ່ງລຸ່ມນີ້:

1. ນໍາໃຊ້ເລກໝາຍໂທລະສັບພິເສດບໍ່ຂັດກັບ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;

2. ຊຳລະຄ່າທໍານຽມ ແລະ ຄ່າບໍລິການ ຖືກຕ້ອງ ແລະ ຄົບຖ້ວນ;

3. ມີຜູ້ໂທເຂົ້ານໍາໃຊ້ເລກໝາຍໂທລະສັບພິເສດຂອງຕົນ ຢ່າງໜ້ອຍ 300 ຄັ້ງຕໍ່ເດືອນ ໃນໄລຍະເວລາ 03 ເດືອນຕໍ່ເນື່ອງ ໂດຍໄດ້ຮັບການຢັ້ງຢືນຈາກ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ.

ມາດຕາ 19. (ໃໝ່) ການໂຈະ ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ

ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຈະຖືກໂຈະ ໃນກໍລະນີໃດໜຶ່ງ ດັ່ງນີ້:

1. ຕາມການສະເໜີ ຂອງຜູ້ໄດ້ຮັບໃບອະນຸຍາດເລກໝາຍໂທລະສັບພິເສດ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ,

2. ໃຫ້ບໍລິການບໍ່ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ຂໍອະນຸຍາດນໍາໃຊ້;

3. ບໍ່ມາຕໍ່ໃບອະນຸຍາດເລກໝາຍໂທລະສັບພິເສດ ຫຼັງຈາກໃບອະນຸຍາດໝົດອາຍຸນໍາໃຊ້ ສາມສິບວັນ;

4. ບໍ່ຊໍາລະຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ ພາຍໃນໄລຍະເວລາສາມສິບວັນ ທີ່ໄດ້ອອກໃບສັ່ງ ມອບ ຈາກຂະແໜງການເຕັກໂນໂລຊີ ແລະ ການສື່ສານ;

5. ກໍລະນີອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 20. (ປັບປຸງ) ການຍົກເລີກ ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ

ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຈະຖືກຍົກເລີກ ໃນກໍລະນີໃດໜຶ່ງ ດັ່ງນີ້:

1. ຕາມການສະເໜີ ຂອງຜູ້ໄດ້ຮັບໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຫຼື ການຈັດຕັ້ງທີ່ ກ່ຽວຂ້ອງ;

2. ບໍ່ປັບປຸງແກ້ໄຂຕາມສາເຫດທີ່ມີການໂຈະ;

3. ໂອນເລກໝາຍໂທລະສັບພິເສດ ໃຫ້ຜູ້ອື່ນນໍາໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກ ຂະແໜງ ເຕັກໂນ ໂລຊີ ແລະ ການສື່ສານ;

4. ບໍ່ມາຕໍ່ໃບອະນຸຍາດເລກໝາຍໂທລະສັບພິເສດ ຫຼັງຈາກໃບອະນຸຍາດໝົດອາຍຸນໍາໃຊ້ ຫົກສິບວັນ;

5. ບໍ່ຊຳລະຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ ພາຍໃນໄລຍະເວລາຫົກສິບວັນ ທີ່ໄດ້ອອກໃບສັ່ງມອບ ຈາກຂະແໜງການເຕັກໂນໂລຊີ ແລະ ການສື່ສານ;

6. ລະເມີດກົດໝາຍ, ລະບຽບການຢ່າງຮ້າຍແຮງ ແລະ ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ ຕໍ່ເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

7. ກໍລະນີເປັນວຽກສະເພາະກົດໃດໜຶ່ງ ຂອງລັດຖະບານ ຫາກສິ້ນສຸດໄລຍະເວລາຈັດຕັ້ງປະຕິບັດວຽກ ສະເພາະກິດດັ່ງກ່າວ;

8. ມີກໍລະນີອື່ນ ຕາມທີ່ກຳນົດໄວ້ໃນ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 21. (ໃໝ່) ການພິຈາລະນາ.

ສໍາລັບການອອກອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ພິຈາລະນາ ພາຍໃນ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ສໍາລັບການຕໍ່ອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາ ພາຍໃນເຈັດວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ໃນກໍລະນີບໍ່ອະນຸຍາດ, ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ຕ້ອງແຈ້ງຕອບຜູ້ທີ່ຂໍອະນຸຍາດ ເປັນລາຍລັກອັກສອນ ພ້ອມລະບູເຫດຜົນທີ່ບໍ່ສາມາດອະນຸຍາດໄດ້ ພາຍໃນ ວັນ.

ມາດຕາ 22. (ໃໝ່) ການຂໍປ່ຽນແປງໃບອະນຸຍາດ

ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ທີ່ມີຈຸດປະສົງຂໍປ່ຽນແປງໃບອະນຸຍາດ ຕ້ອງປະຕິບັດ ຕາມດັ່ງນີ້:

1. ສະເໜີຫາ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອຄົ້ນຄວ້າພິຈາລະນາ ພາຍໃນໄລຍະເວລາ ຫ້າ ວັນລັດຖະການ ພາຍຫຼັງ ປະກອບເອກະສານຢ່າງຄົບຖ້ວນ ແລະ ຖືກຕ້ອງ;

2. ພາຍຫຼັງໄດ້ຮັບການເຫັນດີຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຜູ້ໄດ້ຮັບອະນຸຍາດນໍາໃຊ້ ເລກໝາຍໂທລະສັບພິເສດ ຕ້ອງໄດ້ປະສານຫາ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ເພື່ອດໍາເນີນການທາງ ດ້ານເຕັກນິກ ພາຍໃນເວລາຫ້າວັນລັດຖະການ.

ໝວດທີ 4 ສິດ ແລະ ພັນທະ

ມາດຕາ 23. (ໃໝ່) ສິດ ຂອງຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ

ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ມີສິດ ດັ່ງນີ້:

1. ເລືອກຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຕິດຕັ້ງລະບົບເຕັກນິກ;

2. ສະເໜີຫາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຫຼືແລະ ອົງການຄຸ້ມຄອງວຽກງານໂທລະຄົມມະນາຄົມ ເພື່ອກວດກາຄຸນນະພາບການນໍາໃຊ້;

3. ສະເໜີ ຂໍຕໍ່, ປ່ຽນແປງ, ໂຈະ ແລະ ຍົກເລີກ ໃບອະນຸຍາດ;

4. ຮັບຜິດຊອບຊຳລະມູນຄ່າ ການນໍາໃຊ້ບໍລິການໂທລະຄົມມະນາຄົມ ສ່ວນໃດໜຶ່ງ ຫຼື ທັງໝົດ ແທນຜູ້ ໃຊ້ບໍລິການເລກໝາຍໂທລະສັບພິເສດ ຂອງຕົນ;

5. ຂໍຂໍ້ມູນການນໍາໃຊ້ເລກໝາຍໂທລະສັບພິເສດ ຈາກຜູ້ໃຫ້ບໍລິການໂທລະຄົມມະນາຄົມ ທີ່ຕິດຕັ້ງ ລະບົບເຕັກນິກໃຫ້ຕົນ;

6. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 24. (ໃໝ່) ພັນທະຂອງ ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ

ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ມີພັນທະດັ່ງນີ້:

1. ຊຳລະຄ່າທໍານຽມ, ຄ່າບໍລິການ, ຄ່າອຸປະກອນ, ຄ່າຕິດຕັ້ງ ແລະ ມູນຄ່າການນໍາໃຊ້ບໍລິການໂທລະ ຄົມມະນາຄົມ ຄົບຖ້ວນ ຕາມລະບຽບການທີ່ກຳນົດ;

2. ເປີດໃຫ້ບໍລິການແກ່ສັງຄົມ ພາຍໃນ ສາມສິບວັນ ນັບແຕ່ມື້ໄດ້ຮັບອະນຸຍາດເປັນທາງການ:

3. ແຈ້ງອັດຕາມູນຄ່າ ການນໍາໃຊ້ບໍລິການໂທລະຄົມມະນາຄົມ ຂອງເລກໝາຍໂທລະສັບພິເສດຂອງຕົນ ຢ່າງເປັນທາງການ ແລະ ເປີດເຜີຍ;

4. ແຈ້ງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃນກໍລະນີ ປ່ຽນແປງໃບອະນຸຍາດ;

5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 25. (ໃໝ່) ສິດຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ

ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ມີສິດດັ່ງນີ້:

1. ປິດເລກໝາຍໂທລະສັບພິເສດ ທີ່ບໍ່ຊຳລະຄ່າການນໍາໃຊ້ບໍລິການໂທລະຄົມມະນາຄົມ ຕາມລະບຽບ ການຂອງບໍລິສັດ, ຍົກເວັ້ນ ຜູ້ທີ່ໄດ້ຮັບການຍົກເວັ້ນຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

2. ເປີດນໍາໃຊ້ເລກໝາຍໂທລະສັບພິເສດ ໃຫ້ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ລວມ ທັງ ໃຫ້ບໍລິການພາຍໃນເຄື່ອຂ່າຍຂອງຕົນເອງ ຕາມການອະນຸຍາດຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

3. ສະເໜີ ຂໍຕໍ່, ປ່ຽນແປງ, ໂຈະ ແລະ ຍົກເລີກ ໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ເພື່ອໃຫ້ ບໍລິການພາຍໃນເຄືອຂ່າຍຂອງຕົນເອງ;

4. ນໍາໃຊ້ສິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 26. (ໃໝ່) ພັນທະຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ

ຜູ້ໃຫ້ບໍລິການໂທລະຄົມມະນາຄົມມີພັນທະ ດັ່ງນີ້:

1. ຍົກເວັ້ນ ຄ່ານໍາໃຊ້ການບໍລິການໂທລະຄົມມະນາຄົມ ໃດໜຶ່ງ ຫຼື ທັງໝົດ ຕາມການພິຈາລະນາເຫັນດີ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

2. ກວດກາ ແລະ ປັບປຸງຄຸນນະພາບ ລະບົບເຕັກນິກການນໍາໃຊ້ເລກໝາຍພິເສດ ຕາມການສະເໜີຂອງ ພາກສ່ວນກ່ຽວຂ້ອງ;

3. ເປີດເຊື່ອມຕໍ່ເລກໝາຍໂທລະສັບພິເສດ ໃຫ້ສາມາດໂທເຂົ້າ, ໂທອອກ, ສົ່ງຂໍ້ຄວາມເຂົ້າ, ສົ່ງຂໍ້ຄວາມ ອອກ ແລະ ເຊື່ອມຕໍ່ເຄືອຂ່າຍ ຫຼື ນໍາໃຊ້ບໍລິການອື່ນ ຕາມການເຫັນດີ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພາຍໃນ ສາມ ວັນລັດຖະການ;

4. ໄລ່ລຽງຄ່າການນໍາໃຊ້ບໍລິການໂທລະຄົມມະນາຄົມກັບ ຜູ້ໃຫ້ບໍລິການໂທລະຄົມມະນາຄົມອື່ນ ໃນ ກໍລະນີຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ສະເໜີຂໍຊາລະຄ່າການນໍາໃຊ້ບໍລິການ ໂທລະຄົມມະນາຄົມ ແທນຜູ້ໃຊ້ບໍລິການ;

5. ປະຕິບັດຕາມການແຈ້ງການ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

6. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 5 ການຊຳລະ ແລະ ຍົກເວັ້ນ ຄ່າທໍານຽມ, ຄ່າບໍລິການ ເລກໝາຍໂທລະສັບພິເສດ, ມູນຄ່າການນໍາໃຊ້ບໍລິການໂທລະ ຄົມມະນາຄົມ

ມາດຕາ 27. (ປັບປຸງ) ການຊໍາລະຄ່າທໍານຽມ ແລະ ຄ່າບໍລິການ ເລກໝາຍໂທລະສັບພິເສດ

ຜູ້ໄດ້ຮັບໃບອະນຸຍາດນໍາໃຊ້ ເລກໝາຍໂທລະສັບພິເສດ ຕ້ອງຊຳລະ ຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດນໍາໃຊ້ໃນແຕ່ລະໄລຍະ.

ມາດຕາ 28. (ປັບປຸງ) ການຍົກເວັ້ນ ຄ່າທໍານຽມ, ຄ່າບໍລິການ ເລກໝາຍໂທລະສັບພິເສດ ແລະ ມູນຄ່ານໍາໃຊ້ບໍລິການ ໂທລະຄົມມະນາຄົມ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ພິຈາລະນາຍົກເວັ້ນ ຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດນໍາໃຊ້ໃນແຕ່ລະໄລຍະ;

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ພິຈາລະນາຍົກເວັ້ນ ມູນຄ່າການນໍາໃຊ້ບໍລິການໂທລະ ຄົມມະນາຄົມ ໃດໜຶ່ງ ຫຼື ທັງໝົດ ໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ວຽກງານສຸກເສີນ ຂອງລັດ, ວຽກງານແຈ້ງເຕືອນໄພ ແລະ ບັນເທົາໄພພິບັດຕ່າງໆ ແກ່ສາທາລະນະຊົນ, ວຽກງານຂອງລັດ ກ່ຽວກັບ ການແກ້ໄຂລະເບີດບໍ່ແຕກ, ວຽກງານສໍາຄັນລະດັບຊາດ ແລະ ວຽກງານອົງການຈັດຕັ້ງພັກ-ລັດ.

ໝວດທີ 6 ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 29. (ປັບປຸງ) ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ

ຫ້າມຜູ້ໃຊ້ບໍລິການ ມີພຶດຕິກຳດັ່ງນີ້:

1. ໂທລົບກວນ ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ;

2. ແຈ້ງຂໍ້ມູນທີ່ບິດເບືອນ ຫຼື ບໍ່ຖືກຕ້ອງຕາມຄວາມເປັນຈິງ ຕໍ່ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍ ໂທລະສັບພິເສດ.

ມາດຕາ 30. (ປັບປຸງ) ຂໍ້ຫ້າມສໍາລັບ ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ແລະ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ

ຫ້າມຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ແລະ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ມີພຶດຕິກຳດັ່ງນີ້:

1. ເປີດນໍາໃຊ້ເລກໝາຍໂທລະສັບພິເສດ ໂດຍບໍ່ໄດ້ຮັບການອະນຸຍາດຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

2. ນໍາໃຊ້ເລກໝາຍໂທລະສັບພິເສດ ບໍ່ສອດຄ່ອງຕາມເນື້ອໃນທີ່ລະບຸໄວ້ໃນໃບອະນຸຍາດ;

3. ໂອນໃບອະນຸຍາດເລກໝາຍໂທລະສັບພິເສດ ໃຫ້ຜູ້ອື່ນນໍາໃຊ້ ໂດຍບໍ່ໄດ້ຮັບການເຫັນດີ ຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

4. ເປີດບໍລິການເລກໝາຍໂທລະສັບພິເສດ ເພື່ອໂທອອກໄປຕ່າງປະເທດ ແລະ ຮັບສາຍໂທເຂົ້າ ຈາກ ຕ່າງປະເທດ.

ມາດຕາ 31. (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ຜູ້ທີ່ລະເມີດ ຂໍ້ຫ້າມ ແລະ ພັນທະ ຈະຖືກປະຕິບັດມາດຕະການດັ່ງລຸ່ມນີ້:

1. ໂທລົບກວນ, ແຈ້ງຂໍ້ມູນທີ່ບິດເບືອນ ຫຼື ບໍ່ຖືກຕ້ອງຕາມຄວາມເປັນຈິງ ຕໍ່ຜູ້ໄດ້ຮັບອະນຸຍາດນໍາໃຊ້ເລກ ໝາຍໂທລະສັບພິເສດ ຈະຖືກກ່າວເຕືອນສຶກສາອົບຮົມການເມືອງແນວຄິດ, ກໍລະນີປະຕິບັດເປັນອາ ຈີນ ຈະຖືກປິດການໂທເຂົ້າເລກໝາຍດັ່ງກ່າວ ຫຼື ປິດຖາວອນເລກໝາຍໂທລະສັບ ດັ່ງກ່າວ;

2. ເປີດນໍາໃຊ້ເລກໝາຍໂທລະສັບພິເສດ ໂດຍບໍ່ໄດ້ຮັບການອະນຸຍາດຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແມ່ນຈະຖືກປິດການນໍາໃຊ້ ພ້ອມທັງປະຕິບັດມາດຕະການປັບໃໝ ຫ້າເທົ່າ ຂອງອັດຕາຄ່າ ທໍານຽມ ແລະ ຄ່າບໍລິການ ຕາມທີ່ລະບຸໄວ້ໃນລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ;

3. ໂອນໃບອະນຸຍາດນໍາໃຊ້ເລກໝາຍໂທລະສັບພິເສດ ໃຫ້ຜູ້ອື່ນນໍາໃຊ້ ໂດຍບໍ່ໄດ້ຮັບການອະນຸຍາດ ຈາກ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແມ່ນຈະຖືກຍົກເລີກໃບອະນຸຍາດນໍາໃຊ້ ພ້ອມ ທັງ ປະຕິບັດມາດຕະການປັບໃໝຫ້າເທົ່າ ຂອງອັດຕາຄ່າທໍານຽມ ແລະ ຄ່າບໍລິການ ຕາມທີ່ລະບຸໄວ້ ໃນລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ ລະໄລຍະ;

4. ນໍາໃຊ້ເລກໝາຍໂທລະສັບພິເສດ ບໍ່ສອດຄ່ອງຕາມເນື້ອໃນທີ່ລະບຸໄວ້ໃນໃບອະນຸຍາດ ຄັ້ງທໍາອິດຈະ ຖຶກກ່າວເຕືອນ ແລະ ໃຫ້ປັບປຸງການບໍລິການໃຫ້ສອດຄ່ອງ ກັບການນໍາໃຊ້ຕົວຈິງພາຍໃນ ສາມສິບ ວັນ, ຄັ້ງທີສອງ ຈະຖືກຍົກເລິກໃບອະນຸຍາດນໍາໃຊ້ ແລະ ຖືກປັບໃໝ ສອງເທົ່າຂອງ ອັດຕາຄ່າທໍານຽມ ແລະ ຄ່າບໍລິການ ຕາມທີ່ລະບຸໄວ້ໃນລັດຖະບັນຍັດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການທີ່ປະກາດໃຊ້ ໃນແຕ່ລະໄລຍະ;

5. ເປີດບໍລິການເລກໝາຍໂທລະສັບພິເສດ ເພື່ອໂທອອກໄປຕ່າງປະເທດ ແລະ ຮັບສາຍໂທເຂົ້າ ຈາກ ຕ່າງປະເທດ ຈະຖືກປັບໃໝ ຫ້າສິບລ້ານກີບຕໍ່ຄັ້ງ, ກໍລະນີ ມີຄວາມເສຍຫາຍເກີດຂຶ້ນຕ້ອງໄດ້ແທນ ຄືນຄ່າເສຍຫາຍ ແລະ ຮັບຜິດຊອບຕໍ່ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ:

6. ມາຕໍ່ໃບອະນຸຍາດ ຊັກຊ້າ ຫຼັງຈາກໃບອະນຸຍາດໝົດອາຍຸ ຫຼື ຖືກໂຈະໃບອະນຸຍາດນໍາໃຊ້ເລກໝາຍ ໂທລະສັບ ຈະຖືກປັບໃໝ 0,1% ຕໍ່ວັນ ຂອງມູນຄ່າທີ່ຕ້ອງໄດ້ຊາລະ ຕາມທີ່ລະບຸໄວ້ໃນລັດຖະ ບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ ເລີ່ມແຕ່ວັນທີໃບອະນຸຍາດໝົດອາຍຸ

7. ສໍາລັບລາຍຮັບທີ່ໄດ້ຈາກການປັບໃໝ ຈໍານວນ 30% ມອບເຂົ້າກອງທຶນພັດທະນາໂທລະ ຄົມມະນາຄົມ ແລະ ການຫັນເປັນດີຈີຕອນ, 70% ມອບໃຫ້ອົງການຕັດສົມໂທລະຄົມມະນາຄົມ ນໍາ ໃຊ້ເຂົ້າໃນວຽກງານວິຊາການ.

ໝວດທີ 7 ການຄຸ້ມຄອງ ເລກໝາຍໂທລະສັບພິເສດ

ມາດຕາ 32. (ໃໝ່) ອົງການຄຸ້ມຄອງ ເລກໝາຍໂທລະສັບພິເສດ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຄຸ້ມຄອງເລກໝາຍໂທລະສັບພິເສດ ຢ່າງລວມສູນ ແລະ ເປັນ ເອກະພາບໃນຂອບເຂດທົ່ວປະເທດ ໃນການອອກອະນຸຍາດ ໂດຍມອບໃຫ້ ອົງການດັດສົມໂທລະຄົມມະນາຄົມ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 33. (ໃໝ່) ສິດ ແລະ ໜ້າທີ່ຂອງ ອົງການດັດສົມໂທລະຄົມມະນາຄົມ

ໃນການຄຸ້ມຄອງ ເລກໝາຍໂທລະສັບພິເສດ ອົງການດັດສົມໂທລະຄົມມະນາຄົມ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ເລກໝາຍໂທລະສັບພິເສດ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການນໍາໃຊ້ເລກໝາຍໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບການທີ່ກະຊວງ ເຕັກໂນ ໂລຊີ ແລະ ການສື່ສານ ກຳນົດ;

2. ໂຄສະນາ, ເຜີຍແຜ່, ຊີ້ນຳ ແລະ ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້;

3. ກ່າວເຕືອນ ແລະ ນໍາໃຊ້ມາດຕະການຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້;

4. ອອກໃບສັ່ງມອບ ຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບເລກໝາຍໂທລະສັບພິເສດ ຕາມທີ່ກຳນົດໄວ້ ໃນລະບຽບການ;

5. ອອກ, ຕໍ່, ໂຈະ ຫຼື ຍົກເລີກສິດນໍາໃຊ້ເລກໝາຍໂທລະສັບພິເສດ;

6. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ໝວດທີ 8 ບົດບັນຍັດສຸດທ້າຍ

ມາດຕາ 34. (ປັບປຸງ) ການຈັດຕັ້ງປະຕິບັດ

ມອບໃຫ້ ອົງການດັດສົມໂທລະຄົມມະນາຄົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ປະສານສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 35. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງໄດ້ລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າດ້ວຍ ການນໍາໃຊ້ເລກໝາຍໂທລະສັບພິເສດ ສະບັບເລກທີ 3426/ປທສ, ລົງວັນທີ 12 ທັນວາ 2016.1

ແຫຼ່ງທີ່ມາ: laoofficialgazette.gov.la/kcfinder/upload/files/1703%20ກຕສ%2022.6.2023.pdf