ຂໍ້ຕົກລົງວ່າດ້ວຍ ມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ

ຈາກ Laopedia

ຫົວຂໍ້: ຂໍ້ຕົກລົງວ່າດ້ວຍ ມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ

ປະເພດ ນິຕິກໍາ: ຂໍ້ຕົກລົງ

ອອກໂດຍ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 16-03-2023

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 23-03-2023

ບ່ອນອີງ

ອີງຕາມ ກົດໝາຍວ່າດ້ວຍ ການໄປສະນີ (ສະບັບປັບປຸງ) ສະບັບເລກທີ 45/ສພຊ, ລົງວັນທີ 25 ທັນວາ 2013;

ອີງຕາມ ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບ ເລກທີ 625/ນຍ, ລົງວັນທີ 22 ຕຸລາ 2021;

ອີງຕາມ ໜັງສືລາຍງານ ຂອງກົມໄປສະນີ ສະບັບເລກທີ 572/ກປນ 4, ລົງວັນທີ 21 ພະຈິກ 2022.

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບມາດຕະຖານສະຖານທີ່ໃຫ້ ບໍລິການໄປສະນີ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການນໍາໃຊ້ສະຖານທີ່ດັ່ງກ່າວ ມີຄຸນະພາບ, ມີຄວາມສະດວກ ແລະ ປອດໄພ ແນໃສ່ຮັບປະກັນການບໍລິການດ້ານໄປສະນີໃຫ້ມີປະສິດທິພາບສູງ, ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ໃຊ້ບໍລິການ.

ມາດຕາ 2 ມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ

ມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ ແມ່ນ ການກຳນົດຄຸນລັກສະນະທາງດ້ານເຕັກນິກ ແລະ ອົງ ປະກອບຂອງສິ່ງອໍານວຍຄວາມສະດວກ ແລະ ການຮັກສາຄວາມປອດໄພ ທີ່ຮັບໃຊ້ໃຫ້ແກ່ການບໍລິການ ເພື່ອໃຊ້ ເປັນຕົວຊີ້ວັດໃນການກວດກາ, ວັດແທກ, ຕີລາຄາ ແລະ ຈັດແບ່ງລະດັບຄຸນະພາບ ຂອງສະຖານທີ່ໃຫ້ບໍລິການ ດ້ານໄປສະນີ,

ມາດຕາ 3 ອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້.

1. ມາດຕະຖານ ໝາຍເຖິງ ການກຳນົດຄຸນລັກສະນະສະເພາະຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນທີ່ກ່ຽວຂ້ອງກັບມາດຕະຖານ ເພື່ອຕີລາຄາ, ຈັດແບ່ງປະເພດ ແລະ ຈັດລະດັບຄຸນະພາບ ຂອງສິ່ງທີ່ກ່າວມານັ້ນ ຕາມກົດໝາຍວ່າດ້ວຍ ມາດຕະຖານ;

2. ປ່ອງບໍລິການໄປສະນີ ໝາຍເຖິງ ຈຸດໃຫ້ບໍລິການ ຮັບຝາກ ແລະ ແຈກຢາຍ ເຄື່ອງຝາກທາງ ໄປສະນີ ຊຶ່ງປະກອບດ້ວຍສິ່ງອໍານວຍຄວາມສະດວກທີ່ໃຊ້ເຂົ້າໃນການເຄື່ອນໄຫວ ຮັບຝາກ ແລະ ແຈກຢາຍ ທີ່ ຕັ້ງຢູ່ພາຍໃນສູນການຄ້າ, ຕະຫຼາດ, ຮ້ານຄໍາ, ສະຖານີລົດໄຟ, ສະຖານີລົດຂົນສົ່ງໂດຍສານ, ສະໜາມບິນ ທ່າເຮືອ ແລະ ຕັ້ງຢູ່ຕາມເສັ້ນທາງຕ່າງໆ;

3. ສູນແລກປ່ຽນເມໄປສະນີ ໝາຍເຖິງ ຈຸດໃຫ້ບໍລິການ ແລກປ່ຽນເມທາງໄປສະນີ ພາຍໃນເຄື່ອ ຂ່າຍ ແລະ ຂ້າມເຄືອຂ່າຍ ຊຶ່ງມີເຄື່ອງມີ ແລະ ສິ່ງອໍານວຍຄວາມສະດວກ ທີ່ໃຊ້ເຂົ້າໃນການເຄື່ອນໄຫວແລກປ່ຽນ ຖົງເມ ທີ່ຢູ່ຕາມແຂວງ ແລະ ເມືອງຕ່າງໆ;

4. ຜູ້ປະກອບການດ້ານໄປສະນີ ໝາຍເຖິງ ຜູ້ທີ່ດໍາເນີນທຸລະກິດໃຫ້ບໍລິການ ຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກ ປະກອບດ້ວຍຜູ້ປະກອບການໄປສະນີ (Post), ຄູເລຍ (Courier), ໂລຈົດສະຕົກ (Logistics), ຈັດສົ່ງດ່ວນ (Express) ແລະ ແຈກຢາຍ (Delivery).

ມາດຕາ 4 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ແລະ ນິຕິບຸກຄົນ ຊຶ່ງເປັນຜູ້ປະກອບການ ທີ່ໃຫ້ບໍລິການໄປສະນີ ຢູ່ພາຍໃນ ສປປ ລາວ.

ໝວດທີ 2 ມາດຕະຖານປ່ອງບໍລິການໄປສະນີ

ມາດຕາ 5 ມາດຕະຖານປ່ອງບໍລິການໄປສະນີ

ມາດຕະຖານປ່ອງບໍລິການໄປສະນີ ປະກອບດ້ວຍຕົວຊີ້ວັດ ໃນການປະເມີນລະດັບຄຸນະພາບ ດັ່ງນີ້:

1. ສະຖານທີ ແລະ ຂະໜາດຂອງປອງບໍລິການ;

2. ລັກສະນະຂອງປ່ອງບໍລິການ,

3. ອົງປະກອບພາຍໃນຂອງປ່ອງບໍລິການ;

4. ປ້າຍຂອງປ່ອງບໍລິການ;

5. ລະບົບປ້ອງກັນອັກຄີໄພຂອງປ່ອງບໍລິການ;

6. ລະບົບກ້ອງວົງຈອນປິດຂອງປ່ອງບໍລິການ.

ມາດຕາ 6 ຕົວຊີ້ວັດສະຖານທີ່ ແລະ ຂະໜາດຂອງປ່ອງບໍລິການ

ທີ່ຕັ້ງ ແລະ ຂະໜາດຂອງປ່ອງບໍລິການ ຕ້ອງໃຫ້ຖືກຕາມຕົວຊີ້ວັດ ດັ່ງນີ້:

ກ. ສໍາລັບປ່ອງບໍລິການໄປສະນີ ທີ່ຕັ້ງຢູ່ຕາມເສັ້ນທາງ

1. ຕັ້ງຫ່າງຈາກຂອບທາງ ໃຫ້ສອດຄ່ອງຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ກວມເອົາ ທາງຢ່າງ ແລະ ບໍ່ໃຫ້ຕັ້ງຢູ່ມູມໂຄ້ງຂອງທາງ ແລະ ຕ້ອງຫ່າງຈາກເຂດໄຟອຳນາດ ບໍ່ໃຫ້ຫຼຸດ 30 ແມັດ;

2. ເປັນພື້ນທີ່ຮາບພຽງດີ, ບໍ່ກວມເອົາເຂດສະຫງວນຂອງທາງ, ບໍ່ມີຕາຂ່າຍໄຟຟ້າແຮງກາງ ແລະ ແຮງສູງຜານກາງສະຖານທີ່ໃຫ້ບໍລິການ ແລະ ມີຂະໜາດທີ່ພຽງພໍ ໂດຍໃຫ້ມີຄວາມກວ້າງຕິດກັບໜ້າທາງ ແລະ ຄວາມຍາວ ຊຶ່ງຫ່າງຈາກເຂດສະຫງວນຂອງທາງ ຕາມເງື່ອນໄຂ ດັ່ງນີ້:

- ເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກມີຄວາມກວ້າງຕິດໜ້າທາງບໍ່ໃຫ້ຫຼຸດ 3 ແມັດ ແລະ ຄວາມ ຍາວບໍ່ໃຫ້ຫຼຸດ 3 ແມັດ;

- ເຂດພູພຽງ, ເຂດທົ່ງພຽງ ແລະ ນອກເຂດຕົວເມືອງມີຄວາມກວ້າງຕິດໜ້າທາງບໍ່ໃຫ້ຫຼຸດ 3 ແມັດ ແລະ ຄວາມຍາວບໍ່ໃຫ້ຫຼຸດ 4 ແມັດ;

- ເຂດຕົວເມືອງ ມີຄວາມກວ້າງຕິດໜ້າທາງບໍ່ໃຫ້ຫຼຸດ 3 ແມັດ ແລະ ຄວາມຍາວບໍ່ໃຫ້ຫຼຸດ 5 ແມັດ.

ຂ. ສໍາລັບປ່ອງບໍລິການໄປສະນີທີ່ຕັ້ງຢູ່ພາຍໃນສູນການຄ້າ, ຕະຫຼາດ, ສະຖານີລົດໄຟ, ສະຖານີລົດຂົນສົ່ງໂດຍສານ, ສະໜາມບິນ, ທ່າເຮືອ ແລະ ອາຄານຕ່າງ

1. ສະຖານທີ່ໃຫ້ບໍລິການ ຕ້ອງສະອາດຈົບງາມ, ມີເນື້ອທີ່ພຽງພໍ ແລະ ແຍກໄວ້ສະເພາະ:

2. ຄວາມກວ້າງຂອງປ່ອງບໍລິການ ບໍ່ໃຫ້ຫຼຸດ 2 ແມັດ ແລະ ຄວາມຍາວ ບໍ່ໃຫ້ຫຼຸດ 3 ແມັດ.

ມາດຕາ 7 ຕົວຊີ້ວັດລັກສະນະຂອງປ່ອງບໍລິການ

ລັກສະນະຂອງປ່ອງບໍລິການ ຕ້ອງໃຫ້ຖືກຕາມຕົວຊີ້ວັດ ດັ່ງນີ້:

1. ອາຄານ ຕ້ອງມີຄວາມແໜ້ນໜາ, ມີຄວາມປອດໄພຈາກສະພາບອາກາດ, ສາມາດປ້ອງກັນການຖືກ ລັກ, ງັດແງະ ແລະ ໄດ້ຮັບການອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ;

2. ມີເອກະລັກ ແລະ ບົ່ງບອກເຖິງການບໍລິການດ້ານໄປສະນີຢ່າງຊັດເຈນ;

3. ມີທາງເຂົ້າ-ອອກ ທີ່ສະດວກ;

4. ມີບ່ອນເກັບມ້ຽນເຄື່ອງຝາກ ຊຶ່ງຈັດເປັນບໍລິເວນສະເພາະບໍ່ໃຫ້ກີດຂວາງຜູ້ໃຊ້ບໍລິການ ແລະ ພະນັກ ງານໃຫ້ບໍລິການ ແລະ ຕ້ອງຮັບປະກັນບໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຄື່ອງຝາກ

ມາດຕາ 8 ຕົວຊີ້ວັດອົງປະກອບພາຍໃນຂອງປ່ອງບໍລິການ

ອົງປະກອບພາຍໃນຂອງປ່ອງບໍລິການ ຕ້ອງປະກອບມີຕົວຊີ້ວັດ ດັ່ງນີ້:

1. ໃບອະນຸຍາດດໍາເນີນທຸລະກິດ;

2. ປ້າຍສະແດງຄໍາແນະນໍາ ກ່ຽວກັບລະບຽບບໍລິການ ແລະ ວິທີການຮັບຝາກ;

3. ປ້າຍສະແດງລາຄາບໍລິການ;

4. ຍ້າຍສະແດງສິ່ງຂອງເກືອດຫ້າມທາງໄປສະນີ;

5. ແບບຟອມ ແລະ ອຸປະກອນຮັບໃຊ້ສໍາລັບປະກອບຂໍ້ມູນຮັບຝາກ.

ມາດຕາ 9 ຕົວຊີ້ວັດປ້າຍຂອງປ່ອງບໍລິການ

ປ້າຍຂອງປ່ອງບໍລິການ ຕ້ອງໃຫ້ຖືກຕາມຕົວຊີ້ວັດ ດັ່ງນີ້:

1. ເນື້ອໃນ, ຂະໜາດ ແລະ ຮູບຮ່າງ ໃຫ້ຖືກຕ້ອງຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງ;

2. ຕ້ອງບົ່ງບອກເຖິງປະເພດຜູ້ປະກອບການ ຕາມມາດຕາ 3 ຂໍ້ 4 ຂອງຂໍ້ຕົກລົງສະບັບນີ້ ແລະ ປະເພດ ການບໍລິການ ຕາມການອະນຸຍາດຂອງກົມໄປສະນີ ຢ່າງຊັດເຈນ ແລະ ສອດຄ່ອງຕາມລະບຽບການຂອງຂະແໜງ ການທີ່ກ່ຽວຂ້ອງ;

3. ຍ້າຍຕ້ອງຕິດຕັ້ງໄວ້ດ້ານໜ້າເບື້ອງເທິງຂອງປ່ອງບໍລິການ, ມີຄວາມຊັດເຈນ ແລະ ແນມເຫັນໄດ້ງ່າຍ.

ມາດຕາ 10 ຕົວຊີ້ວັດລະບົບປ້ອງກັນອັກຄີໄພຂອງປ່ອງບໍລິການ

ລະບົບປ້ອງກັນອັກຄີໄພຂອງປ່ອງບໍລິການ ຕ້ອງຖືກຕາມຕົວຊີ້ວັດ ດັ່ງນີ້:

1. ມີອຸປະກອນຮັບໃຊ້ໃນການດັບເພິ່ງ ແລະ ຄູ່ມີນໍາໃຊ້ອຸປະກອນດັ່ງກ່າວ ຈັດວາງໄວ້ໃນບ່ອນທີ່ສະດວກ ຕໍ່ການນໍາໃຊ້:

2. ມີໝາຍເລກໂທລະສັບຂອງໜ່ວຍດັບເພິ່ງ ຕິດໄວ້ໃນບ່ອນທີ່ແນມເຫັນໄດ້ງ່າຍ ແລະ ຊັດເຈນດີ.

ມາດຕາ 11 ຕົວຊີ້ວັດລະບົບກ້ອງວົງຈອນປິດຂອງປ່ອງບໍລິການ

ລະບົບກ້ອງວົງຈອນປິດຂອງປ່ອງບໍລິການ ຕ້ອງໃຫ້ຖືກຕາມຕົວຊີ້ວັດ ດັ່ງນີ້:

1. ມີກ້ອງວົງຈອນປິດຕິດຕັ້ງຢູ່ພາຍໃນ ແລະ ພາຍນອກ ປ່ອງບໍລິການ ທີ່ສາມາດບັນທຶກຂໍ້ມູນການ ເຄື່ອນໄຫວໄດ້ຕະຫຼອດ 24 ຊົ່ວໂມງ;

2. ລະບົບໄຟຂອງກ້ອງວົງຈອນປິດ ຕ້ອງຮັບປະກັນການເຮັດວຽກຕະຫຼອດເວລາ;

3. ມີການສໍາຮອງ ແລະ ເກັບຮັກສາຂໍ້ມູນໄວ້ຢ່າງໜ້ອຍ ສາມສິບ ວັນ.

ໝວດທີ 3 ມາດຕະຖານສູນແລກປ່ຽນເມໄປສະນີ

ມາດຕາ 12 ມາດຕະຖານສູນແລກປ່ຽນເມໄປສະນີ

ມາດຕະຖານສູນແລກປ່ຽນເມໄປສະນີ ປະກອບດ້ວຍຕົວຊີ້ວັດ ໃນການປະເມີນຄຸນະພາບຂອງສູນແລກປ່ຽນເມໄປສະນີ ດັ່ງນີ້:

1. ສະຖານທີ່ ແລະ ຂະໜາດ ຂອງສູນແລກປ່ຽນເມໄປສະນີ;

2. ສິ່ງອໍານວຍຄວາມສະດວກ ແລະ ສະພາບແວດລ້ອມ ຂອງສູນແລກປ່ຽນເມໄປສະນີ,

3. ລະບົບການຕ້ານ ແລະ ປ້ອງກັນອັກຄີໄພ ຂອງສູນແລກປ່ຽນເມໄປສະນີ;

4. ລະບົບກ້ອງວົງຈອນປິດ ຂອງສູນແລກປ່ຽນເມໄປສະນີ.

ມາດຕາ 13 ຕົວຊີ້ວັດສະຖານທີ່ ແລະ ຂະໜາດ ຂອງສູນແລກປ່ຽນເມໄປສະນີ

ທີ່ຕັ້ງ ແລະ ຂະໜາດ ຂອງສູນແລກປ່ຽນເມໄປສະນີ ຕ້ອງໃຫ້ຖືກຕາມຕົວຊີ້ວັດ ດັ່ງນີ້:

1. ຕັ້ງຫ່າງຈາກຂອບທາງ ໃຫ້ສອດຄ່ອງຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ກວມເອົາທາງຍ່າງ ແລະ ບໍ່ໃຫ້ຕັ້ງຢູ່ມຸມໂຄ້ງຂອງທາງ ແລະ ຕ້ອງຫ່າງຈາກເຂດໄຟອຳນາດ ບໍ່ໃຫ້ຫຼຸດ 50 ແມັດ;

2. ເປັນພື້ນທີ່ຮາບພຽງດີ, ບໍ່ກວມເອົາເຂດສະຫງວນຂອງທາງ, ບໍ່ມີຕາຂ່າຍໄຟຟ້າແຮງກາງ ແລະ ແຮງສູງ ຜ່ານກາງສະຖານທີ່ສູນແລກປ່ຽນເມດ້ານໄປສະນີ ແລະ ມີຂະໜາດພຽງພໍ ໂດຍໃຫ້ມີຄວາມກວ້າງບໍ່ ໃຫ້ຫຼຸດ 10 ແມັດ ແລະ ຄວາມຍາວ ບໍ່ໃຫ້ຫຼຸດ 20 ແມັດ.

ມາດຕາ 14 ຕົວຊີ້ວັດສິ່ງອໍານວຍຄວາມສະດວກ ແລະ ສະພາບແວດລ້ອມ ຂອງສູນແລກປ່ຽນເມໄປສະນີ

ສິ່ງອໍານວຍຄວາມສະດວກ ແລະ ສະພາບແວດລ້ອມຂອງສູນແລກປ່ຽນເມໄປສະນີ ຕ້ອງໃຫ້ຖືກຕາມ ຕົວຊີ້ວັດ ດັ່ງນີ້:

1. ມີອຸປະກອນຍົກຍໍ, ເຄື່ອນຍ້າຍ ແລະ ສິ່ງອໍານວຍຄວາມສະດວກອື່ນ ໃຫ້ແກ່ການປະຕິບັດວຽກງານ ທີ່ຮັບປະກັນຄວາມປອດໄພ;

2. ມີຫ້ອງປະຕິບັດການແລກປ່ຽນເມໄປສະນີ ຈັດໄວ້ເປັນເຂດສະເພາະທີ່ມີຄວາມສະອາດ, ສະດວກ ແລະ ປອດໄພ;

3. ມີສະຖານທີ່ຈອດລົດ ແຍກເປັນພື້ນທີ່ສະເພາະທີ່ມີຄວາມສະອາດ, ສະດວກ, ປອດໄພ ແລະ ເຂົ້າ- ອອກໄດ້ງ່າຍ;

4. ມີຈຸດບໍລິການໃຫ້ຄໍາປຶກສາ ແລະ ໃຫ້ຂໍ້ມູນແກ່ຜູ້ໃຊ້ບໍລິການ:

5. ມີລະບົບການຕ້ານ ແລະ ປ້ອງກັນອັກຄີໄພ ຖືກຕ້ອງຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ;

6. ມີລະບົບໄຟແສງສະຫວ່າງທີ່ໄດ້ຮັບການຕິດຕັ້ງ ແລະ ຖືກຕ້ອງຕາມລະບຽບການຂອງຂະແໜງການ ທີ່ກ່ຽວຂ້ອງ;

7. ມີສາງເກັບມ້ຽນຖົງເມ ແລະ ເຄື່ອງຝາກທີ່ຮັບປະກັນຄວາມປອດໄພ ແຍກເປັນພື້ນທີ່ສະເພາະສະອາດ, ສະດວກ, ເປັນສັດສ່ວນ ລະຫວ່າງເຄື່ອງເຂົ້າ ແລະ ເຄື່ອງອອກ ແລະ ມີທາງເຂົ້າ-ອອກ ສະດວກ;

8. ການຕົບແຕ່ງສະຖານທີ່ ຕ້ອງມີເອກະລັກທີ່ສະແດງເຖິງຄວາມເປັນຕົວຕົນຂອງຜູ້ປະກອບການ;

9. ມີບ້າຍໃຫ້ຄໍາແນະນໍາ, ມີເຄື່ອງໝາຍບອກທາງໜີໄຟ, ທິດທາງການສັນຈອນ, ແຜນຜັງລວມຂອງ ສະຖານທີ, ປ້າຍເຕືອນ ແລະ ເຂດຫວງຫ້າມທີ່ມີຂະໜາດ ແລະ ຕົວອັກສອນ ທີ່ສາມາດແນມເຫັນໄດ້ຢ່າງຊັດ ເຈນ ແລະ ຢູ່ໃນສະພາບດີ.

ມາດຕາ 15 ຕົວຊີ້ວັດລະບົບການຕ້ານ ແລະ ປ້ອງກັນອັກຄີໄພ ຂອງສູນແລກປ່ຽນເມໄປສະນີ

ລະບົບການຕ້ານ ແລະ ປ້ອງກັນອັກຄີໄພ ຂອງສູນແລກປ່ຽນເມໄປສະນີ ຕ້ອງຖືກຕາມຕົວຊີ້ວັດ ດັ່ງນີ້:

1. ມີອຸປະກອນຮັບໃຊ້ໃນການດັບເພີງ, ລະບົບເຕືອນໄພສຸກເສີນ ແລະ ຄູ່ມີນໍາໃຊ້ອຸປະກອນດັ່ງກ່າວ ທີ່ ຈັດວາງໄວ້ໃນບ່ອນທີ່ສະດວກຕໍ່ການນໍາໃຊ້ ຊຶ່ງໄດ້ຮັບການກວດກາຈາກຂະແໜງການທີ່ກ່ຽວຂ້ອງຢ່າງຖືກຕ້ອງ;

2. ມີໝາຍເລກໂທລະສັບຂອງໜ່ວຍດັບເພີງ ຕັດໄວ້ບ່ອນທີ່ແນມເຫັນໄດ້ຢ່າງສະດວກ ແລະ ຊັດເຈນ;

3. ມີເຄື່ອງມືຕິດຕໍ່ສື່ສານ ທີ່ສາມາດນໍາໃຊ້ໄດ້ທຸກເວລາ ແລະ ເປັນປົກກະຕິ;

4. ໄດ້ຮັບການຕິດຕັ້ງລະບົບໄຟຟ້າ ໂດຍໄດ້ຮັບການອອກແບບ, ຕິດຕັ້ງ ແລະ ກວດກາຈາກບໍລິສັດໄຟຟ້າ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບການຈາກຂະແໜງການທີ່ກ່ຽວຂ້ອງ;

5. ເຈົ້າຂອງສູນແລກປ່ຽນເມດ້ານໄປສະນີ ຕ້ອງມີຄວາມຮັບຜິດຊອບ ແລະ ມີມາດຕະການ ກ່ຽວກັບການ ຕ້ານ ແລະ ປ້ອງກັນໄພພາຍໃນສູນຂອງຕົນ ເປັນຕົ້ນ ການເກັບສິ່ງເສດເຫຼືອຕ່າງໆ, ວັດຖຸ, ສານເຄມີ ແລະ ສິ່ງໄວ ໄຟໃຫ້ໄກຈາກບໍລິເວນສາງເກັບມ້ຽນເຄື່ອງ ເພື່ອປ້ອງກັນການສ້າງຄວາມເສຍຫາຍຕໍ່ຖົງເມ ແລະ ເຄື່ອງຝາກໄດ້ງ່າຍ.

ມາດຕາ 16 ຕົວຊີ້ວັດລະບົບກ້ອງວົງຈອນປິດ ຂອງສູນແລກປ່ຽນເມໄປສະນີ

ລະບົບກ້ອງວົງຈອນປິດ ຂອງສູນແລກປ່ຽນເມໄປສະນີ ຕ້ອງໃຫ້ຖືກຕາມຕົວຊີ້ວັດ ດັ່ງນີ້:

1. ມີກ້ອງວົງຈອນປິດຕິດຕັ້ງຢູ່ທາງເຂົ້າ-ອອກ, ຈຸດໃຫ້ບໍລິການ ແລະ ເຂດຫວງຫ້າມທຸກບ່ອນທີ່ສາມາດ ບັນທຶກຂໍ້ມູນການເຄື່ອນໄຫວ ໄດ້ຕະຫຼອດເວລາ;

2. ລະບົບໄຟຂອງກ້ອງວົງຈອນປິດ ຕ້ອງຮັບປະກັນການເຮັດວຽກ ແລະ ບັນທຶກຂໍ້ມູນ ໄດ້ຕະຫຼອດ 24 ຊົ່ວໂມງ;

3. ມີການສໍາຮອງ ແລະ ເກັບຮັກສາຂໍ້ມູນໄວ້ຢ່າງໜ້ອຍ ສາມສິບ ວັນ.

ໝວດທີ 4 ການກວດກາ ແລະ ຢັ້ງຢືນມາດຕະຖານ

ມາດຕາ 17 ການກວດກາມາດຕະຖານ

ການກວດກາມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ ຕ້ອງປະຕິບັດ ດັ່ງນີ້:

1. ການດໍາເນີນການກວດກາຂອງກົມໄປສະນີ ຕ້ອງມີຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງເຕັກໂນໂລ ຊີ ແລະ ການສື່ສານ;

2. ການດໍາເນີນການກວດກາຂອງຂະແໜງການໄປສະນີ ຕ້ອງມີຂໍ້ຕົກລົງຂອງຫົວໜ້າພະແນກເຕັກໂນ ໂລຊີ ແລະ ການສື່ສານ ປະຈໍາແຂວງ ຫຼື ນະຄອນຫຼວງ;

3. ການກວດກາ ຕ້ອງກະກຽມເຄື່ອງມືໃນການກວດກາວັດແທກ ແລະ ແບບຟອມເກັບກຳຂໍ້ມູນຜົນ ການກວດກາ ເພື່ອບັນທຶກການກວດກາ ໂດຍມີການເຊັນຮັບຮູ້ລະຫວ່າງຜູ້ກວດກາ ແລະ ຜູ້ຖືກກວດກາ;

4. ພາຍຫຼັງກວດກາແລ້ວ ຫາກຄຸນະພາບຫຼຸດ 80% ລົງມາ ຕ້ອງແຈ້ງການຄືນຫາຜູ້ປະກອບການ ເພື່ອບັບປຸງແກ້ໄຂ ໃຫ້ສໍາເລັດພາຍໃນ ຫົກສິບ ວັນ; 5. ການກວດກາ ຕ້ອງດໍາເນີນການຢ່າງເປັນປົກກະຕິ ໂດຍເລີ່ມກວດກາ ນັບແຕ່ເດືອນພະຈົກຈົນເຖິງ ເດືອນທັນວາ ຂອງທຸກປີ.

ມາດຕາ 18 ການຢັ້ງຢືນມາດຕະຖານ

ການຍິ່ງຢືນມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ ຕ້ອງອີງໃສ່ຄຸນະພາບຂອງຜົນການກວດກາ ດັ່ງນີ້:

1. ຄຸນະພາບ 79% ລົງມາ ຈະບໍ່ໄດ້ຮັບການຢັ້ງຢືນມາດຕະຖານ;

2. ຄຸນະພາບ 80% ຂຶ້ນໄປ ຈະໄດ້ຮັບການຢັ້ງຢືນມາດຕະຖານ ຕາມລະດັບທີ່ກຳນົດໃນມາດຕາ 19 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 19 ການວັດແທກຄຸນະພາບມາດຕະຖານ

ການວັດແທກຄຸນະພາບມາດຕະຖານ ແມ່ນ ການກຳນົດອັດຕາສ່ວນຜົນສໍາເລັດໃນການກວດກາວັດແທກ ຊຶ່ງຄິດໄລ່ເປັນເປີເຊັນ (%) ຈາກຈໍານວນຕົວຊີ້ວັດທີ່ໄດ້ມາດຕະຖານຄຸນດ້ວຍໜຶ່ງຮ້ອຍ ແລະ ຫານ ດ້ວຍຈໍານວນ ຕົວຊີ້ວັດທີ່ມີທັງໝົດ ໂດຍຈັດລະດັບຄຸນະພາບ ດັ່ງນີ້:

1. ລະດັບແຕ່ 80% ຫາ 85% ແມ່ນ ຄຸນະພາບຂັ້ນພື້ນຖານ;

2. ລະດັບແຕ່ 85,1% ຫາ 95% ແມ່ນ ຄຸນະພາບດີ;

3. ລະດັບແຕ່ 95,1% ຫາ 100% ແມ່ນ ຄຸນະພາບດີເລີດ.

ໝວດທີ 5 ການຄຸ້ມຄອງວຽກງານມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ

ມາດຕາ 20 ອົງການຄຸ້ມຄອງວຽກງານມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຄຸ້ມຄອງ ແລະ ກວດກາ ມາດຕະຖານສະຖານທີ່ໃຫ້ ບໍລິການໄປສະນີ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກົມໄປສະນີ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 21 ສິດ ແລະ ໜ້າທີ່ ຂອງກົມໄປສະນີ

ກົມໄປສະນີ ມີ ສິດ ແລະ ໜ້າທີ່ ໃນການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານສະຖານທີ່ໃຫ້ ບໍລິການໄປສະນີ ດັ່ງນີ້:

1. ໂຄສະນາ-ເຜີຍແຜ່ ຂໍ້ຕົກລົງສະບັບນີ້ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ນະຄອນຫຼວງ, ຜູ້ໃຫ້ບໍລິການ ແລະ ສັງຄົມ ຢ່າງກວ້າງຂວາງ ແລະ ເປັນປົກກະຕິ;

2. ກວດກາ ແລະ ຢັ້ງຢືນມາດຕະຖານຂອງສູນແລກປ່ຽນເມດ້ານໄປສະນີ ໂດຍສົມທົບກັບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ທີ່ກ່ຽວຂ້ອງ:

3. ຊີ້ນໍາ, ຊຸກຍູ້, ຕິດຕາມ ແລະ ກວດກາ ຜູ້ໃຫ້ບໍລິການ ແລະ ພະແນກເຕັກໂນໂລຊີ ແລະ ການ ສື່ສານ ແຂວງ, ນະຄອນຫຼວງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເປັນປົກກະຕິ;

4. ສະຫຼຸບ, ລາຍງານຜົນການເຄື່ອນໄຫວວຽກງານໃຫ້ຄະນະນໍາກະຊວງ ຢ່າງເປັນປົກກະຕິ; 5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 22 ສິດ ແລະ ໜ້າທີ່ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ ດັ່ງນີ້:

1. ໂຄສະນາ-ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ;

2. ກວດກາ ແລະ ຢັ້ງຢືນມາດຕະຖານປ່ອງບໍລິການດ້ານໄປສະນີ ທີ່ຢູ່ໃນຂອບເຂດ ແລະ ຄວາມຮັບ ຜິດຊອບຂອງຕົນ;

3. ສະຫຼຸບລາຍງານຜົນການເຄື່ອນໄຫວວຽກງານໃຫ້ກົມໄປສະນີ ຢ່າງເປັນປົກກະຕິ;

4. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 6 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 23 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ, ເຄີຍຖືກກ່າວເຕືອນ ແລະ ສຶກສາອົບຮົມ ແຕ່ຍັງສືບຕໍ່ລະເມີດ ຈະຖືກປັບໃໝ ແຕ່ ຫ້າລ້ານກີບ ຫາສິບລ້ານກີບ ຕາມກໍລະນີເບົາ ຫຼື ໜັກ.

ມາດຕາ 24 ມາດຕະການສັ່ງໂຈະຊົ່ວຄາວ ແລະ ຢຸດເຊົາ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ໄດ້ຖືກກ່າວເຕືອນຄວາມຜິດ ແລະ ປັບໃໝແລ້ວ ແຕ່ຍັງສືບຕໍ່ລະເມີດ ຈະຖືກສົ່ງໂຈະການໃຫ້ບໍລິການໄວ້ຊົ່ວຄາວໃນໄລຍະ ສາມ ຫາ ຫ້າ ເດືອນ ຕາມກໍລະນີເບົາ ຫຼື ໜັກ.

ເມື່ອຄົບກຳນົດ ຕ້ອງໄດ້ມີການກວດກາຄືນຫາກເຫັນວ່າມີການປັບປຸງແກ້ໄຂໄດ້ຖືກຕ້ອງຕາມມາດຕະ ຖານທີ່ກໍານົດແລ້ວ ຈິ່ງອະນຸຍາດໃຫ້ສືບຕໍ່ໃຫ້ບໍລິການຕໍ່ໄປ, ແຕ່ຫາກບໍ່ມີການປັບປຸງແກ້ໄຂ ແມ່ນຈະຖືກຢຸດເຊົາ ການໃຫ້ບໍລິການ ແລະ ຢຸດກິດຈະການຖາວອນ.

ໝວດທີ 7 ບົດບັນຍັດສຸດທ້າຍ

ມາດຕາ 25 ການຈັດຕັ້ງປະຕິບັດ

ມອບໃຫ້ກົມໄປສະນີ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 26 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງສືສິບຫ້າວັນ ນັບແຕ່ວັນໄດ້ລົງລາຍເຊັນ ແລະ ລົງໃນຈົດໝາຍ ເຫດທາງລັດຖະການ.


ແຫຼ່ງທີ່ມາ: laoofficialgazette.gov.la/kcfinder/upload/files/957ກຕສ2023.pdf