ຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນເລກໝາຍໂທລະສັບ

ຈາກ Laopedia

ຫົວຂໍ້: ຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນເລກໝາຍໂທລະສັບ

ປະເພດ ນິຕິກໍາ: ຂໍ້ຕົກລົງ

ອອກໂດຍ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 30-08-2023

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 15-09-2023

ບ່ອນອີງ

ອີງຕາມກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ ເລກທີ 05/ສພຊ, ວັນທີ 16 ພະຈິກ 2021;

ອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເລກທີ 625/ນຍ, ວັນທີ 22 ຕຸລາ 2021;

ອີງຕາມແຈ້ງການ ຂອງຫ້ອງວ່າການລັດຖະບານ ວ່າດ້ວຍການອະນຸມັດອອກຂໍ້ບັງຄັບຂຶ້ນທະບຽນຜູ້ຊົມໃຊ້ເລກ ໝາຍໂທລະສັບທົ່ວປະເທດ ເລກທີ 366/ສນຍ, ວັນທີ 06 ກັນຍາ 2018;

ອີງຕາມຄໍາເຫັນຊີ້ນໍາໃນກອງປະຊຸມ ຄະນະປະຈຳພັກ ຄັ້ງວັນທີ 28 ສິງຫາ 2023;

ອີງຕາມໜັງສືສະເໜີ ຂອງອົງການດັດສົມໂທລະຄົມມະນາຄົມ ເລກທີ 912/ອດທ ວັນທີ 29 ສິງຫາ 2023.

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການ ກ່ຽວກັບການຂຶ້ນ ທະບຽນເລກໝາຍໂທລະສັບ ຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຜູ້ນໍາໃຊ້ເລກໝາຍ ໂທລະສັບ ເພື່ອຂຶ້ນທະບຽນເຂົ້າໃນລະບົບຖານຂໍ້ມູນໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ຊັດເຈນ ແນໃສ່ ໃຫ້ເປັນຂໍ້ມູນພື້ນຖານໃນການສ້າງ ເລກລະຫັດດິຈິຕ໋ອນ, ຮອງຮັບການນໍາໃຊ້ໃນລະບົບເຕັກໂນໂລຊີດິຈິຕ໋ອນ, ຮັບປະກັນໄດ້ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ.

ມາດຕາ 2 ການຂຶ້ນທະບຽນເລກໝາຍໂທລະສັບ

ການຂື້ນທະບຽນເລກໝາຍໂທລະສັບ ແມ່ນ ການບັນທຶກຂໍ້ມູນຂອງຜູ້ນໍາໃຊ້ເລກໝາຍ ໂທລະສັບ ທັງທີ່ເປັນແບບລາຍເດືອນ ແລະ ແບບຕື່ມເງິນ ທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ ໂທລະສັບຕັ້ງໂຕະແບບບໍ່ມີສາຍ ທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 030 ຂອງຜູ້ໃຫ້ບໍລິການ ໂທລະຄົມມະນາຄົມ ແລະ ອິນເຕີເນັດ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ເລກໝາຍໂທລະສັບ ໝາຍເຖິງ ຕົວເລກທີ່ມີຄວາມໝາຍບົ່ງບອກເຖິງ ລະຫັດປະເທດ, ລະຫັດແຂວງ, ລະຫັດເຄື່ອຂ່າຍໂທລະຄົມມະນາຄົມ ແລະ ເລກໝາຍຂອງຜູ້ນໍາໃຊ້;

2. ຜູ້ນໍາໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ ເລກໝາຍໂທລະສັບ ເພື່ອໃຊ້ການບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ທີ່ມີອາຍຸ 15 ປີຂຶ້ນໄປ;

3. ຜູ້ໃຫ້ບໍລິການ ໝາຍເຖິງ ຜູ້ໃຫ້ບໍລິການ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ທີ່ມີການນໍາໃຊ້ ເລກໝາຍໂທລະສັບ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

4. ປ່ອງບໍລິການຂອງຜູ້ໃຫ້ບໍລິການ ໝາຍເຖິງ ຫ້ອງການ ຫຼື ສະຖານທີ່ ທີ່ໄດ້ຮັບສິດ ແລະ ພັນທະ ຈາກຜູ້ໃຫ້ບໍລິການໃນການຈໍາໜ່າຍ ແລະ ຮັບຂຶ້ນທະບຽນ ເລກໝາຍໂທລະສັບ;

5. ຂໍ້ມູນການຂຶ້ນທະບຽນ ໝາຍເຖິງ ຂໍ້ມູນສ່ວນຕົວຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງ ພາຍໃນ ແລະ ຕ່າງປະເທດ ຜູ້ທີ່ນໍາໃຊ້ເລກໝາຍໂທລະສັບຕົວຈິງ ປະກອບມີ: ຊື່, ນາມສະກຸນ, ເພດ, ວັນ ເດືອນປີເກີດ, ທີ່ຢູ່, ຮູບຖ່າຍຕົວຈິງ, ເລກໝາຍໂທລະສັບ, ປະເພດບໍລິການ, ສຳເນົາເອກະສານຢັ້ງຢືນຕົວ ຕົນໃດໜຶ່ງ ແລະ ຂໍ້ມູນອື່ນໆ ຕາມການກຳນົດຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

6. ອຸປະກອນການຜະລິດ ໝາຍເຖິງ ອຸປະກອນທີ່ນໍາໃຊ້ເລກໝາຍໂທລະສັບເພື່ອຈຸດປະສົງໃດໜຶ່ງ ຂອງ ນິຕິບຸກຄົນ ຫຼື ການຈັດຕັ້ງ ເຊັ່ນວ່າ ແທັບເລັດ, ອຸປະກອນຊັບພະສິ່ງ (IoT), ອຸປະກອນການຂາຍ (PoS-Point of Sell) ແລະ ອື່ນໆ;

ມາດຕາ 4 ຫຼັກການໃນການຂຶ້ນທະບຽນເລກໝາຍໂທລະສັບ

ການຂຶ້ນທະບຽນເລກໝາຍໂທລະສັບໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ໃນການຂຶ້ນທະບຽນເລກໝາຍໂທລະສັບ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ສໍາເລັດ;

2. ຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຫັນເປັນດີຈິຕອນ;

3. ຮັບປະກັນທຸກເລກຫມາຍໂທລະສັບ ຕ້ອງໄດ້ຮັບການຂຶ້ນທະບຽນຜ່ານລະບົບທີ່ກະຊວງ ເຕັກໂນໂລ ຊີ ແລະ ສື່ສານ ກຳນົດໃຫ້ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ກ່ອນຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເປີດໃຫ້ຜູ້ນໍາໃຊ້ ສາມາດໃຊ້ບໍລິການຕ່າງໆຂອງຕົນໄດ້;

4. ຮັບປະກັນ ຄຸ້ມຄອງຖານຂໍ້ມູນການຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ມີຄວາມປອດໄພ ແລະ ເກັບຮັກສາຂໍ້ມູນ ເປັນຄວາມລັບ ໄວ້ໃນຖານຂໍ້ມູນຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ສະເພາະຂໍ້ມູນຂອງລູກຄ້າຕົນ

ມາດຕາ 5 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ບໍລິການ ແລະ ນໍາໃຊ້ ເລກໝາຍໂທລະສັບຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະ ນໍາໄປ ໃຊ້ໃນຕ່າງປະເທດ.

ໝວດທີ 2 ການຂຶ້ນທະບຽນເລກໝາຍໂທລະສັບ

ມາດຕາ 6 ປະເພດຂອງເລກໝາຍໂທລະສັບຕ້ອງຂຶ້ນທະບຽນ

ເລກໝາຍໂທລະສັບທີ່ຕ້ອງຂຶ້ນທະບຽນມີ ດັ່ງນີ້:

1. ເລກໝາຍໂທລະສັບມືຖື ທັງທີ່ເປັນ ແບບລາຍເດືອນ ແລະ ຕື່ມເງິນ ທີ່ມີເລກລະຫັດບໍລິການຂຶ້ນ ຕົ້ນດ້ວຍ 020 (ທັງບໍລິການສຽງ ແລະ/ຫຼື ບໍລິການອິນເຕີເນັດ);

2. ເລກໝາຍໂທລະສັບຕັ້ງໂຕະແບບບໍ່ມີສາຍ ທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 030. ທຸກເລກໝາຍໂທລະສັບ ຂອງ ສປປ ລາວ ຕ້ອງໄດ້ຂຶ້ນທະບຽນ ແລະ ປະກອບເອກະສານໃຫ້ ຖືກຕ້ອງ, ຄົບຖ້ວນ ແລະ ຊັດເຈນ ຈຶ່ງອະນຸຍາດໃຫ້ຜູ້ໃຫ້ບໍລິການເປີດໃຫ້ນໍາໃຊ້ໄດ້ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 11 ການຂຶ້ນທະບຽນເລກໝາຍໂທລະຄົມມະນາຄົມ ຂອງກົດໝາຍວ່າດ້ວຍການໂທລະ ຄົມມະນາຄົມ (ສະບັບປັບປຸງປີ 2021).

ມາດຕາ 7 ຮູບແບບການຂຶ້ນທະບຽນເລກໝາຍໂທລະສັບ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ນໍາໃຊ້ ເລກໝາຍໂທລະສັບ ແບບລາຍເດືອນ ແລະ ຕື່ມເງິນ ທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ ໂທລະສັບຕັ້ງໂຕະແບບບໍ່ ມີສາຍ ທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 030 ທີ່ໄດ້ເປີດນໍາໃຊ້ແລ້ວກ່ອນຂໍ້ຕົກລົງສະບັບນີ້ມີຜົນ ສັກສິດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຕ້ອງຊຸກຍູ້ໃຫ້ຜູ້ນໍາໃຊ້ມາຂື້ນທະບຽນເລກໝາຍ ໂທລະສັບ ໃຫ້ສຳເລັດກ່ອນວັນທີ 16 ທັນວາ 2023 ໂດຍ ຜ່ານຈຸດບໍລິການ ຫຼື ພລັດຟອມອອນລາຍ ໂດຍ ປະຕິບັດ ດັ່ງນີ້:

1. ຂຶ້ນທະບຽນຢູ່ຈຸດບໍລິການຂອງຜູ້ໃຫ້ບໍລິການດ້ວຍ ແອັບພລິເຄຊັນ 3 ແກັບ (3 Grab App) ສໍາລັບບຸກຄົນ ແລະ ເວັບໄຊ https://kyc.simreg.gov.la ສໍາລັບລູກຄ້າອົງກອນ ໂດຍຕ້ອງປະກອບຂໍ້ ມູນສ່ວນຕົວໃສ່ແບບຟອມ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານກຳນົດ ແລະ ລໍຖ້າການແຈ້ງຜົນວ່າ ສໍາເລັດ ຫຼື ບໍ່ສໍາເລັດ ພາຍໃນ 3 ຊົ່ວໂມງ;

2. ຂຶ້ນທະບຽນດ້ວຍຕົນເອງ ຜ່ານພລັດຟອມອອນລາຍເຊັ່ນ: ແອັບພລິເຄຊັນ ລາວ ເຄວາຍຊີ (Lao KYC App) ຫຼື ຕາມທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານກໍານົດໃນແຕ່ລະໄລຍະ, ຊຶ່ງຜູ້ຂຶ້ນທະບຽນ ຕ້ອງປະກອບຂໍ້ມູນສ່ວນຕົວໃສ່ຕາມແບບຟອມທີ່ກ ໍານົດໄວ້ໃນລະບົບ ເພື່ອຂຶ້ນທະບຽນເລກໝາຍ

ໂທລະສັບ ແລະ ລໍຖ້າການແຈ້ງຜົນ ວ່າສໍາເລັດ ຫຼື ບໍ່ສຳເລັດ ຜ່ານທາງ ຂໍ້ຄວາມສັ້ນ (SMS) ຈາກເລກ ໝາຍໂທລະສັບມືຖື ພາຍໃນ 72 ຊົ່ວໂມງ ຫຼື 3 ວັນ.

ສໍາລັບການຈໍາໜ່າຍ ແລະ ເປີດນໍາໃຊ້ເລກໝາຍໂທລະສັບໃໝ່ ຫຼັງຈາກຂໍ້ຕົກລົງສະບັບນີ້ມີຜົນສັກ ສົດ ແມ່ນຕ້ອງຈໍາໜ່າຍ ແລະ ຂຶ້ນທະບຽນເລກໝາຍໂທລະສັບ ຜ່ານຈຸດບໍລິການຂອງຜູ້ໃຫ້ບໍລິການກຳນົດ ໄວ້ເທົ່ານັ້ນ.

ມາດຕາ 8 ການກວດຜົນການຂຶ້ນທະບຽນເລກໝາຍໂທລະສັບ

ຊ່ອງທາງການກວດ ຜົນການຂຶ້ນທະບຽນ ມີດັ່ງນີ້:

1. ກວດຜົນຜ່ານລະບົບ ຢູເອັດສເອັດສດີ (USSD) ດ້ວຍລະຫັດ *1021#;

2. ກວດຜົນຜ່ານແອັບພລິເຄຊັນ ລາວເຄວາຍຊີ (Lao KYC App) ຫຼື ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານກຳນົດ ໃນແຕ່ລະໄລຍະ;

3. ຜ່ານທາງເວັບໄຊ https://kyc.simreg.gov.la ຫຼື ຜ່ານເວັບໄຊ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານກໍານົດ ໃນແຕ່ລະໄລຍະ.

ການແຈ້ງຜົນການຂຶ້ນທະບຽນ ຜ່ານແຕ່ລະຊ່ອງທາງ ຜູ້ໃຫ້ບໍລິການ ຕ້ອງຮັບປະກັນຄວາມລັບຂໍ້ ມູນຂອງຜູ້ນໍາໃຊ້ບໍລິການຕາມ ກົດໝາຍ ແລະ ລະບຽບການ.

ມາດຕາ 9 ປະເພດເອກະສານ ການຂຶ້ນທະບຽນເລກໝາຍໂທລະສັບ

ປະເພດເອກະສານ ການຂຶ້ນທະບຽນເລກໝາຍໂທລະສັບ ມີດັ່ງນີ້:

1. ກໍລະນີ ບຸກຄົນ ຕ້ອງນໍາໃຊ້ເອກະສານໃດໜຶ່ງທີ່ບໍ່ໝົດອາຍຸ ດັ່ງລຸ່ມນີ້:

1.1. ບັດປະຈໍາຕົວ.

1.2. ສໍາມະໂນຄົວ.

1.3. ຫນັງສືຜ່ານແດນ (Passport).

1.4. ບັດປະຈຳຕົວພະສົງ.

1.5. ບັດປະຈໍາຕົວຕ່າງດ້າວ.

1.6. ສໍາມະໂນຄົວພະສົງ.

1.7. ສໍາມະໂນຄົວຕ່າງດ້າວ.

1.8. ບັດລັດຖະກອນ.

1.9. ບົດພະນັກງານບໍານານ.

1.10. ບັດປະຈໍາຕົວນັກສຶກສາ.

1.11. ໃບຂັບຂີ່ຍານພາຫະນະ.

1.12. ໃບຢັ້ງຢືນທີ່ຢູ່ຈໍາໂປ້ລາຍນິ້ວມື.

ບຸກຄົນທີ່ມີອາຍຸຕໍ່າກວ່າ 15 ປີ ສາມາດນໍາໃຊ້ເລກໝາຍໂທລະສັບໄດ້ ແຕ່ຕ້ອງໃຫ້ຜູ້ປົກຄອງ ເປັນຜູ້ຂຶ້ນທະບຽນເລກໝາຍໂທລະສັບ ໂດຍປະກອບເອກະສານສໍາມະໂນຄົວເພື່ອມາຢັ້ງຢືນ.

2. ກໍລະນີ ນິຕິບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

2.1. ໜັງສືມອບສິດ ຈາກຜູ້ອໍານວຍການບໍລິສັດ;

2.2. ສໍາເນົາເອກະສານໃດໜຶ່ງຂອງຜູ້ອຳນວຍການບໍລິສັດ ເຊັ່ນ: ບັດປະຈຳຕົວ ຫຼື ສໍາມະໂນຄົວ ຫຼື ໜັງສືຜ່ານແດນ,

2.3. ຮູບຖ່າຍຂອງຜູ້ອໍານວຍການບໍລິສັດ ຂະໜາດ 3x4 ຈໍານວນ 2 ໃບ;

2.4. ສໍາເນົາໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນຂອງວິສາຫະກິດ;

2.5. ສໍາເນົາໃບຢັ້ງຢືນການມອບອາກອນ;

2.6. ແຈ້ງລາຍການເລກໝາຍໂທລະສັບທຸກເລກໝາຍ ພ້ອມຂໍ້ມູນຄົບຖ້ວນຂອງຜູ້ທີ່ຈະນໍາໃຊ້ ໄດ້ແກ່ ຊື່, ນາມສະກຸນ, ເພດ, ວັນເດືອນປີເກີດ, ທີ່ຢູ່ປະຈຸບັນ, ຕຳແໜ່ງງານ;

2.7. ເອກະສານອື່ນຕາມການກຳນົດຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

3. ກໍລະນີ ອົງການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ຕ້ອງປະກອບ ເອກະສານ ດັ່ງລຸ່ມນີ້:

3.1. ໜັງສືສະເໜີເປັນທາງການ ຈາກອົງການຈັດຕັ້ງ;

3.2. ແຈ້ງລາຍການເລກໝາຍໂທລະສັບທຸກເລກໝາຍ ພ້ອມຂໍ້ມູນຄົບຖ້ວນຂອງຜູ້ທີ່ຈະນໍາໃຊ້ ໄດ້ ແກ່ ຊື່, ນາມສະກຸນ, ເພດ, ວັນເດືອນປີເກີດ, ທີ່ຢູ່ປະຈຸບັນ, ຕຳແໜ່ງງານ;

3.3. ສໍາເນົາເອກະສານໃດໜຶ່ງຂອງຫົວໜ້າອົງການຈັດຕັ້ງ ທີ່ມອບສິດຂື້ນທະບຽນເລກໝາຍ ໂທລະສັບ ເຊັ່ນ: ບັດປະຈຳຕົວ, ສໍາມະໂນຄົວ, ໃບຢັ້ງຢືນທີ່ຢູ່, ໜັງສືຜ່ານແດນ (Passport);

3.4. ຮູບຖ່າຍຂອງຫົວໜ້າອົງການຈັດຕັ້ງ ຂະໜາດ 3×4 ຈຳນວນ 2 ໃບ;

3.5. ເອກະສານອື່ນຕາມການກຳນົດຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ໃນເວລາມາຂຶ້ນທະບຽນທັງ 03 ກໍລະນີ ຂ້າງເທິງໃຫ້ຖືເອກະສານສະບັບແທ້ມາເພື່ອຢັ້ງຢືນເທົ່ານັ້ນ ແລະ ໃຫ້ຜູ້ໃຫ້ບໍລິການເກັບມ້ຽນສະເພາະເອກະສານທີ່ຕ້ອງສະໜອງເປັນສໍາເນົາເທົ່ານັ້ນ.

ມາດຕາ 10 ຈໍານວນເລກໝາຍທີ່ກຳນົດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ສາມາດຂຶ້ນທະບຽນໄດ້ໃນ ຈໍານວນ ດັ່ງນີ້:

1. ບຸກຄົນໜຶ່ງ ບໍ່ເກີນ 5 ເລກໝາຍ;

2. ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃດໜຶ່ງ ທີ່ຕ້ອງການຂຶ້ນທະບຽນນໍາໃຊ້ ໃຫ້ແກ່ພະນັກງານຂອງຕົນ ແມ່ນບໍ່ເກີນ 50 ເລກໝາຍ ແລະ ສໍາລັບນໍາໃຊ້ເຂົ້າໃນອຸປະກອນການ ຜະລິດຂອງຕົນ ແມ່ນບໍ່ເກີນ 100 ເລກໝາຍ;

ກໍລະນີ ຕ້ອງການເພີ່ມຈໍານວນ ນອກເໜືອທີ່ກຳນົດໄວ້ ຕ້ອງສະເໜີຕໍ່ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເພື່ອພິຈາລະນາຕາມແຕ່ລະກໍລະນີທີ່ຈໍາເປັນຕົວຈິງ ຫຼັງຈາກນັ້ນ ຈຶ່ງອະນຸຍາດໃຫ້ຂຶ້ນ ທະບຽນ ແລະ ເປີດນໍາໃຊ້ ຕາມລໍາດັບ.

ໝວດທີ 3 ຈຸດບໍລິການ

ມາດຕາ 11 ຈຸດບໍລິການ

ຈຸດບໍລິການ ແມ່ນປ່ອງບໍລິການ ປ່ອງບໍລິການຂອງບໍລິສັດຜູ້ໃຫ້ບໍລິການ ຫຼື ສະຖານທີ່ບໍລິການ ທີ່ ໄດ້ຮັບອະນຸຍາດຈາກບັນດາບໍລິສັດ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຈໍາໜ່າຍ ແລະ ຮັບຂຶ້ນ ທະບຽນ ເລກໝາຍໂທລະສັບ ຊຶ່ງມີເງື່ອນໄຂຕາມທີ່ກຳນົດໄວ້ໃນ ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້,

ມາດຕາ 12 ເງື່ອນໄຂຂອງຈຸດບໍລິການ

ຈຸດບໍລິການ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ມີເລກລະຫັດປະຈຳຕົວຂອງຈຸດບໍລິການ ທີ່ອອກໂດຍຜູ້ໃຫ້ບໍລິການ ເພື່ອໃຫ້ສາມາດ ຄຸ້ມຄອງ, ຕິດຕາມ ແລະ ກວດກາໄດ້;

2. ມີພະນັກງານຮັບຜິດຊອບທີ່ຜ່ານການຝຶກອົບຮົມ ກ່ຽວກັບ ຂັ້ນຕອນ, ວິທີການຂື້ນທະບຽນເລກ ໝາຍໂທລະສັບ ຈາກຜູ້ໃຫ້ບໍລິການ;

3. ມີອຸປະກອນຮອງຮັບ ການຂຶ້ນທະບຽນເລກໝາຍໂທລະສັບ;

4. ເງື່ອນໄຂອື່ນໆທີ່ຈໍາເປັນ ສໍາລັບການຂຶ້ນທະບຽນເລກໝາຍໂທລະສັບ.

ໝວດທີ 4 ສິດ ແລະ ພັນທະ

ມາດຕາ 13 ສິດຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການ ມີສິດ ດັ່ງນີ້:

1. ຈໍາໜ່າຍເລກໝາຍໂທລະສັບ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໂດຍສອດຄ່ອງກັບຂໍ້ຕົກລົງສະບັບນີ້;

2. ປິດການນໍາໃຊ້ເລກໝາຍໂທລະສັບ ທີ່ບໍ່ປະຕິບັດຕາມເງື່ອນໄຂ ການໃຫ້ບໍລິການຂອງຜູ້ໃຫ້ ບໍລິການ;

3. ເກັບຄືນເລກໝາຍໂທລະສັບ ທີ່ບໍ່ປະຕິບັດຕາມເງື່ອນໄຂການໃຫ້ບໍລິການ ທີ່ເກີນ 180 ວັນ;

4. ທວງຖາມຂໍ້ມູນເພີ່ມເຕີມ ໃນກໍລະນີ ຂໍ້ມູນ ຫຼື ເອກະສານການຂຶ້ນທະບຽນ ບໍ່ຖືກຕ້ອງ ຫຼື ບໍ່ຊັດເຈນ;

5. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 14 ພັນທະຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການ ມີພັນທະ ດັ່ງນີ້:

1. ໂຄສະນາ, ເຜີຍແຜ່, ຊຸກຍູ້ ແລະ ສົ່ງເສີມ ວຽກງານການຂຶ້ນທະບຽນ ໃຫ້ຜູ້ນໍາໃຊ້ມີຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງການຂຶ້ນທະບຽນເລກໝາຍໂທລະສັບ;

2. ສ້າງຈຸດບໍລິການເພື່ອອໍານວຍຄວາມສະດວກໃນການຂຶ້ນທະບຽນເລກໝາຍໂທລະສັບ;

3. ຕ້ອງຮັບປະກັນການຂຶ້ນທະບຽນເລກໝາຍໂທລະສັບໃຫ້ ຖືກຕ້ອງ ແລະ ສໍາເລັດ ແລ້ວຈຶ່ງເປີດ ໃຫ້ນໍາໃຊ້ໄດ້;

4. ຮັບຜິດຊອບຕໍ່ໜ້າກົດໝາຍໃນການເຄື່ອນໄຫວຂອງຈຸດບໍລິການທີ່ຈໍາໜ່າຍ ແລະ ຂຶ້ນທະບຽນ ເລກໝາຍໂທລະສັບ ບໍ່ຖືກຕ້ອງ ແລະ ບໍ່ສໍາເລັດ;

5. ຕ້ອງຮັບປະກັນຄວາມປອດໄພ ການເຊື່ອມຕໍ່ ແລະ ການນໍາໃຊ້ຢ່າງມີປະສິດທິພາບ;

6. ຕ້ອງຮັບປະກັນການເກັບຮັກສາຖານຂໍ້ມູນຂຶ້ນທະບຽນຂອງຜູ້ນໍາໃຊ້ໃຫ້ມີຄວາມຖືກຕ້ອງ, ຄົບ ຖ້ວນ, ປອດໄພ ແລະ ປິດລັບ;

7. ສ້າງລະບົບເກັບກຳຂໍ້ມູນຜູ້ນໍາໃຊ້ເປັນຂອງຕົນເອງ ແລະ ມີຖານຂໍ້ມູນການຂຶ້ນທະບຽນສໍາຮອງ ໃນຮູບແບບເອເລັກໂຕຣນິກໃດໜຶ່ງ;

8. ຝຶກອົບຮົມ, ແນະນໍາສາຂາ ຫຼື ຈຸດບໍລິການຂອງຕົນ ໃຫ້ຮູ້ວິທີການຂຶ້ນທະບຽນເລກໝາຍ ໂທລະສັບ ແລະ ແນະນໍາຜູ້ນໍາໃຊ້;

9. ສົ່ງບົດສະຫຼຸບລາຍງານຜົນການຈໍາໜ່າຍ, ການຂື້ນທະບຽນ ແລະ ການນໍາໃຊ້ເລກໝາຍໂທລະສັບ ເປັນທາງການທຸກເດືອນ, ຫົກເດືອນ ແລະ ປີ ໃຫ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

10. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 15 ສິດຂອງຜູ້ນໍາໃຊ້

ຜູ້ນໍາໃຊ້ ມີສິດ ດັ່ງນີ້:

1. ສະເໜີປ່ຽນແປງຂໍ້ມູນການຂຶ້ນທະບຽນເລກໝາຍໂທລະສັບຂອງຕົນ;

2. ໄດ້ຮັບການສະໜອງບໍລິການ ຢ່າງມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ຍຸຕິທຳ;

3. ສາມາດຂໍນໍາໃຊ້ຂໍ້ມູນສ່ວນຕົວຂອງເລກໝາຍຕົນ ແລະ ອະນຸຍາດໃຫ້ພາກສ່ວນອື່ນນໍາໃຊ້ຂໍ້ມູນ ສ່ວນຕົວຂອງຕົນ ທີ່ໄດ້ຂຶ້ນທະບຽນສໍາເລັດ ເພື່ອຈຸດປະສົງໃດໜຶ່ງ;

4. ໂອນເລກໝາຍໂທລະສັບຂອງຕົນໃຫ້ຜູ້ອື່ນນໍາໃຊ້ ໂດຍມີການຂຶ້ນທະບຽນນໍາໃຊ້ຄືນໃໝ່ ຕາມ ກົດໝາຍ ແລະ ລະບຽບການ ກຳນົດໄວ້;

5. ສາມາດຂໍເປີດນໍາໃຊ້ເລກໝາຍໂທລະສັບທີ່ຖືກປິດຄືນໄດ້ ພາຍໃນ 90 ວັນ ຫຼັງຈາກມື້ທີ່ຖືກປິດ ໃນກໍລະນີທີ່ຂື້ນທະບຽນຢ່າງຖືກຕ້ອງ;

6. ຂໍຢຸດຕິການນໍາໃຊ້ເລກໝາຍໂທລະສັບຂອງຕົນ ຕາມລະບຽບການຂອງຜູ້ໃຫ້ບໍລິການ;

7. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ

ມາດຕາ 16 ພັນທະ ຂອງຜູ້ນໍາໃຊ້

ຜູ້ນໍາໃຊ້ ມີພັນທະ ດັ່ງນີ້:

1. ຕ້ອງຂຶ້ນທະບຽນເລກໝາຍໂທລະສັບ ກ່ອນເປີດນໍາໃຊ້ ຢູ່ຈຸດບໍລິການທີ່ຖືກຕ້ອງຂອງຜູ້ໃຫ້ ບໍລິການ;

2. ປະຕິບັດພັນທະໃນການໃຊ້ບໍລິການຕາມເງື່ອນໄຂຂອງຜູ້ໃຫ້ບໍລິການ;

3. ຮັບຜິດຊອບຕໍ່ໜ້າກົດໝາຍຂອງເລກໝາຍໂທລະສັບ ທີ່ຂຶ້ນທະບຽນນໍາໃຊ້ອອກຊື່ຕົນເອງ,

4. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ໝວດທີ 5 ຂໍ້ຫ້າມ

ມາດຕາ 17 ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການ

ຫ້າມຜູ້ໃຫ້ບໍລິການ ມີພຶດຕິກຳ ດັ່ງນີ້:

1. ເປີດນໍາໃຊ້ເລກໝາຍໂທລະສັບ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໂດຍບໍ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງ ແລະ ສໍາເລັດ ຢ່າງເດັດຂາດ;

2. ນໍາເຂົ້າເລກໝາຍໂທລະສັບຂອງຕ່າງປະເທດ ເພື່ອຈໍາໜ່າຍໃນ ສປປ ລາວ;

3. ເປີດເຜີຍຂໍ້ມູນຂຶ້ນທະບຽນຂອງຜູ້ນໍາໃຊ້ ໂດຍທີ່ບໍ່ໄດ້ຮັບອະນຸຍາດ;

4. ມອບ ແລະ/ຫຼື ໂອນ ລະຫັດນໍາໃຊ້ລະບົບຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ບຸກຄົນອື່ນໂດຍບໍ່ ໄດ້ຮັບອະນຸຍາດ;

5. ປັບປຸງ ແລະ ປ່ຽນແປງ ຂໍ້ມູນການຂຶ້ນທະບຽນ.

ມາດຕາ 18 ຂໍ້ຫ້າມສໍາລັບຜູ້ນໍາໃຊ້

ຫ້າມຜູ້ໃຊ້ບໍລິການ ມີພຶດຕິກຳ ດັ່ງນີ້:

1. ນໍາໃຊ້ເລກໝາຍໂທລະສັບ ໂດຍບໍ່ໄດ້ຂຶ້ນທະບຽນ,

2. ນໍາໃຊ້ເລກໝາຍໂທລະສັບ ເພື່ອກໍ່ຄວາມວຸ້ນວາຍໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ວຽກງານປ້ອງ ກັນຊາດ, ປ້ອງກັນຄວາມສະຫງົບ;

3. ນໍາເຂົ້າເລກໝາຍໂທລະສັບຂອງຕ່າງປະເທດເພື່ອຈໍາໜ່າຍໃນ ສປປ ລາວ;

4. ຫ້າມປະຊາຊົນລາວ ນໍາໃຊ້ເລກໝາຍໂທລະສັບ ຂອງຕ່າງປະເທດໃນ ສປປ ລາວ, ຍົກເວັ້ນ ຄົນ ຕ່າງປະເທດ ທີ່ນໍາໃຊ້ເລກໝາຍໂທລະສັບ ເປີດນໍາໃຊ້ບໍລິການໂທຂ້າມແດນອັດຕະໂນມັດ (International roaming);

5. ມອບ ແລະ/ຫຼື ໂອນເລກໝາຍໂທລະສັບຂອງຕົນທີ່ຂຶ້ນທະບຽນແລ້ວ ໃຫ້ບຸກຄົນອື່ນໂດຍບໍ່ຂຶ້ນ ທະບຽນຄືນໃໝ່ໃຫ້ຖືກຕ້ອງກັບຂໍ້ມູນຜູ້ນໍາໃຊ້ຕົວຈິງ;

6. ຮັບຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ບຸກຄົນອື່ນ ໂດຍບໍ່ໄດ້ຮັບອະນຸຍາດ;

7. ຫ້າມຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;

8. ບໍ່ໃຫ້ການຮ່ວມມື ໃນການປະຕິບັດວຽກງານຂຶ້ນທະບຽນເລກໝາຍໂທລະສັບ;

9. ປອມແປງເອກະສານ ຫຼື ຂໍ້ມູນ ເພື່ອມາຂຶ້ນທະບຽນເລກໝາຍໂທລະສັບ.

ໝວດທີ 6 ອົງການຄຸ້ມຄອງ ແລະ ກວດກາ ການຂຶ້ນທະບຽນເລກໝາຍໂທລະສັບ

ມາດຕາ 19 ອົງການຄຸ້ມຄອງການຂຶ້ນທະບຽນເລກໝາຍໂທລະສັບ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນອົງການຄຸ້ມຄອງ ຮັບຜິດຊອບໂດຍກົງ ແລະ ເປັນ ເຈົ້າການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຂຶ້ນທະບຽນເລກໝາຍໂທລະສັບ ໂດຍມີການ ສົມທົບກັບ ກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງກັບການຂື້ນທະບຽນເລກ ໝາຍໂທລະສັບ.

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມອບໃຫ້ ອົງການດັດສົມໂທລະຄົມມະນາຄົມ ເປັນເສນາ ທິການ ແລະ ເປັນເຈົ້າການໃນການຄຸ້ມຄອງ ຕິດຕາມ ແລະ ກວດກາ ການຂັ້ນທະບຽນເລກໝາຍ ໂທລະສັບ.

ມາດຕາ 20 ສິດ ແລະ ໜ້າທີ່ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີສິດ ແລະ ໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ ແລະ ສະເໜີ ສ້າງແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິກຳກ່ຽວກັບການ ຂຶ້ນທະບຽນເລກໝາຍໂທລະສັບ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ;

2. ຕິດຕາມ ແລະ ກວດກາ ການຂຶ້ນທະບຽນເລກໝາຍໂທລະສັບ ລວມທັງການຈັດຕັ້ງປະຕິບັດ ວຽກງານການຂື້ນທະບຽນເລກໝາຍໂທລະສັບໃນຂອບເຂດທົ່ວປະເທດ ເປັນແຕ່ລະໄລຍະ;

3. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນການ ຂຶ້ນທະບຽນເລກໝາຍໂທລະສັບ ຕາມກົດໝາຍ ແລະ ລະບຽບການ;

4. ປະສານສົມທົບ, ແລກປ່ຽນ ແລະ ສະໜອງຂໍ້ມູນອັນຈຳເປັນ ໃນວຽກງານການຂຶ້ນທະບຽນເລກ ໝາຍໂທລະສັບ ທີ່ຕິດພັນກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ;

5. ນໍາໃຊ້ມາດຕະການຕໍ່ຜູ້ລະເມີດຂໍ້ຕົກລົງສະບັບນີ້ ເປັນຕົ້ນ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ ປັບໃໝ, ນໍາສົ່ງຂໍ້ມູນໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ດໍາເນີນຕາມຂະບວນການຍຸຕິທໍາ ຕາມກົດ ໝາຍ ແລະ ລະບຽບການກ່ຽວຂ້ອງ;

6. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານ ການຂຶ້ນທະບຽນເລກໝາຍໂທລະສັບຕໍ່ ລັດຖະບານ ຢ່າງເປັນປົກກະຕິ;

7. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງລັດຖະບານ, ນາຍົກລັດຖະມົນຕີ.

ມາດຕາ 21 ສິດ ແລະ ໜ້າທີ່ ຂອງອົງການດັດສົມໂທລະຄົມມະນາຄົມ

ອົງການດັດສົມໂທລະຄົມມະນາຄົມມີສິດ ແລະ ໜ້າທີ່ດັ່ງນີ້:

1. ຄົ້ນຄ້ວາ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິ ກຳກ່ຽວກັບ ການຂຶ້ນທະບຽນເລກໝາຍໂທລະສັບ:

2. ໂຄສະນາ, ເຜີຍແຜ່ ແລະ ຊຸກຍູ້ ວຽກງານຂຶ້ນທະບຽນເລກໝາຍໂທລະສັບ ຢ່າງເປັນປົກກະຕິ;

3. ຄົ້ນຄ້ວາພິຈາລະນາ ອອກອະນຸຍາດການນໍາໃຊ້ເລກໝາຍໂທລະສັບ ແກ່ຜູ້ໃຫ້ບໍລິການ;

4. ຕິດຕາມ ແລະ ກວດກາ ການຂຶ້ນທະບຽນເລກໝາຍໂທລະສັບຂອງຜູ້ໃຫ້ບໍລິການ;

5. ພັດທະນາ ແລະ ບຳລຸງຮັກສາ ລະບົບການຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ສາມາດເຮັດວຽກ ໄດ້ຢ່າງປົກກະຕິ;

6. ຮັກສາຂໍ້ມູນການຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ເປັນຄວາມລັບ;

7. ປະສານສົມທົບກັບບັນດາຜູ້ໃຫ້ບໍລິການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ການຂຶ້ນທະບຽນເລກໝາຍໂທລະສັບ ຕາມກົດໝາຍ ແລະ ລະບຽບການ;

8. ນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ແລະ ຂໍ້ຕົກລົງສະບັບນີ້ ດ້ວຍຮູບການ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ແລະ ນໍາສົ່ງຂໍ້ມູນໃຫ້ພາກສ່ວນ ກ່ຽວຂ້ອງສືບຕໍ່ດໍາເນີນຕາມຂະບວນການຍຸຕິທໍາຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ;

9. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານ ການຂຶ້ນທະບຽນເລກໝາຍໂທລະສັບ ຕໍ່ຄະນະ ນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເປັນປົກກະຕິ;

10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການ ມອບໝາຍຂອງ ຄະນະນໍາກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ມາດຕາ 22 ສິດ ແລະ ໜ້າທີ່ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ

ພະແນກ ເຕັກໂນໂລຊີ ແລະ ການສື່ສານ ມີສິດ ແລະ ໜ້າທີ່ດັ່ງນີ້:

1. ເຜີຍແຜ່ ແລະ ຊຸກຍູ້ ການປະຕິບັດ ແຜນຍຸດທະສາດ, ນະໂຍບາຍ, ບັນດາກົດໝາຍ ແລະ ລະບຽບ ການກ່ຽວກັບ ການຂຶ້ນທະບຽນເລກໝາຍໂທລະສັບໃນຂັ້ນທ້ອງຖິ່ນຂອງຕົນ;

2. ໂຄສະນາ, ເຜີຍແຜ່ ວຽກງານຂຶ້ນທະບຽນເລກໝາຍໂທລະສັບ ຢ່າງເປັນປົກກະຕິ;

3. ຕິດຕາມ ແລະ ກວດກາ ການຈໍາໜ່າຍ ແລະ ການຂຶ້ນທະບຽນເລກໝາຍໂທລະສັບຂອງຈຸດ ບໍລິການໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

4. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານການຂຶ້ນທະບຽນເລກໝາຍໂທລະສັບຕໍ່ອົງການ ດັດສົມໂທລະຄົມມະນາຄົມ ຢ່າງເປັນປົກກະຕິ;

5. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 23 ສິດ ແລະ ໜ້າທີ່ ຂອງກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກັບການຂຶ້ນທະບຽນເລກໝາຍໂທລະສັບ.

ໃນການຄຸ້ມຄອງການຂື້ນທະບຽນເລກໝາຍໂທລະສັບ ກະຊວງ, ອົງການ, ອົງການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງກັບການຂຶ້ນທະບຽນເລກໝາຍໂທລະສັບ ມີສິດ, ໜ້າທີ່ ໃນ ການປະສານສົມທົບ ແລະ ໃຫ້ຄວາມຮ່ວມມື ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການຄຸ້ມ ຄອງ, ຕິດຕາມ, ກວດກາ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ.

ມາດຕາ 24 ເນື້ອໃນການກວດກາ

ການກວດກາການຂຶ້ນທະບຽນເລກໝາຍໂທລະສັບ ມີເນື້ອໃນ ດັ່ງນີ້:

1. ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບການຂຶ້ນທະບຽນເລກ ໝາຍໂທລະສັບ;

2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ ແລະ ກວດກາ ການຂຶ້ນທະບຽນເລກ ໝາຍໂທລະສັບ;

3. ການເຄື່ອນໄຫວຂອງຜູ້ໃຫ້ບໍລິການກ່ຽວກັບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ການ ດໍາເນີນກິດຈະການອື່ນທີ່ປິ່ນອ້ອມ.

ມາດຕາ 25 ຮູບແບບການກວດກາ

ການກວດກາການຂຶ້ນທະບຽນເລກໝາຍໂທລະສັບມີ ສາມ ຮູບການ ດັ່ງນີ້:

1. ການກວດກາ ຕິດຕາມແບບປົກກະຕິ ຊຶ່ງແມ່ນການກວດກາ ທີ່ດໍາເນີນໄປຕາມແຜນການຢ່າງ ເປັນປະຈໍາ ແລະ ມີແຜນການແນ່ນອນ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນ ເມື່ອເຫັນວ່າມີ ຄວາມຈໍາເປັນ ໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຮູ້ລ່ວງໜ້າ;

3. ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາແບບຮີບດ່ວນ ໂດຍທີ່ບໍ່ໄດ້ແຈ້ງໃຫ້ເປົ້າ ໝາຍ ທີ່ຖືກກວດກາຮູ້ລ່ວງໜ້າ.

ໝວດທີ 7 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 26 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຜົນງານດີເດັ່ນ ໃນ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ເປັນຕົ້ນ ການຂຶ້ນທະບຽນເລກໝາຍໂທລະສັບໃຫ້ສໍາເລັດ ແລະ ຖືກຕ້ອງຄົບຖ້ວນສາມາດກວດສອບໄດ້, ການປະຕິບັດຕາມຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ກ່ຽວກັບການ ການຂຶ້ນທະບຽນເລກໝາຍໂທລະສັບ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 27 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະ ຖືກປະຕິບັດມາດຕະການສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ແລະ ນໍາສົ່ງເພື່ອດໍາເນີນຂະບວນ ການຍຸຕິທຳຕາມກົດໝາຍ, ລະບຽບການກ່ຽວຂ້ອງ ແລະ ຂໍ້ຕົກລົງສະບັບນີ້.

ມາດຕາ 28 ມາດຕະການປັບໃໝ

ຜູ້ໃຫ້ບໍລິການ ແລະ ຜູ້ນໍາໃຊ້ ຈະຖືກດໍາເນີນການປັບໃໝ ໃນກໍລະນີ ດັ່ງນີ້:

1. ສໍາລັບຜູ້ໃຫ້ບໍລິການ:

1.1. ເປີດນໍາໃຊ້ເລກໝາຍໂທລະສັບ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໂດຍບໍ່ໄດ້ຂຶ້ນທະບຽນເລກໝາຍໂທລະສັບຢ່າງຖືກຕ້ອງ ຈະຖືກປັບໃໝ 1.000.000 ກີບ/ເລກໝາຍ;

1.2. ນໍາເຂົ້າ ເລກໝາຍໂທລະສັບຂອງຕ່າງປະເທດເພື່ອຈໍາໜ່າຍ ຈະຖືກປັບໃໝ 5.000.000 ກີບ/ ເລກໝາຍ;

1.3. ເປີດເຜີຍຂໍ້ມູນການຂຶ້ນທະບຽນເລກໝາຍໂທລະສັບຂອງຜູ້ນໍາໃຊ້ ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 3.000.000 ກີບ/ເລກໝາຍ;

1.4. ມອບ ແລະ ໂອນ ລະຫັດນໍາໃຊ້ລະບົບຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ບຸກຄົນອື່ນໂດຍບໍ່ ໄດ້ຮັບອະນຸຍາດຈະຖືກປັບໃໝ 5.000.000 ກີບ/ເລກໝາຍ;

1.5. ປັບປຸງ ແລະ ປ່ຽນແປງ ຂໍ້ມູນການຂຶ້ນທະບຽນເລກໝາຍໂທລະສັບ ຈະຖືກປັບໃໝ 3.000.000 ກີບ/ເລກໝາຍ.

2. ສໍາລັບຜູ້ນໍາໃຊ້:

2.1. ນໍາໃຊ້ເລກໝາຍໂທລະສັບ ໂດຍບໍ່ໄດ້ຂື້ນທະບຽນ ບໍ່ຖືກຕ້ອງ ຈະຖືກປັບໃໝ 1.000.000 ກີບ/ເລກໝາຍ:

2.2. ນໍາໃຊ້ເລກໝາຍໂທລະສັບ ເພື່ອກໍ່ຄວາມວຸ້ນວາຍໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຈະຖືກປັບໃໝ 10.000.000 ກີບ/ເລກໝາຍ;

2.3. ນໍາເຂົ້າ ເລກໝາຍໂທລະສັບຂອງຕ່າງປະເທດເພື່ອຈໍາໜ່າຍ ຈະຖືກປັບໃໝ 5.000.000 ກີບ/ ເລກໝາຍ;

2.4. ມອບ ແລະ ໂອນເລກໝາຍໂທລະສັບຂອງຕົນທີ່ຂຶ້ນທະບຽນແລ້ວ ໃຫ້ບຸກຄົນອື່ນໂດຍບໍ່ຂຶ້ນ ທະບຽນຄືນໃໝ່ໃຫ້ຖືກຕ້ອງກັບຂໍ້ມູນຜູ້ນໍາໃຊ້ຕົວຈິງ ຈະຖືກປັບໃໝ 1.000.000 ກີບ/ເລກ ໝາຍ;

2.5. ຮັບຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ບຸກຄົນອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 1.000.000 ກີບ/ເລກໝາຍ;

2.6. ບໍ່ໃຫ້ການຮ່ວມມື ໃນການປະຕິບັດວຽກງານຂຶ້ນທະບຽນເລກໝາຍໂທລະສັບ ຈະຖືກປັບ ໃໝ່ 1.000.000 ກີບ/ເລກໝາຍ;

2.7. ປອມແປງເອກະສານ ຫຼື ຂໍ້ມູນ ເພື່ອມາຂຶ້ນທະບຽນເລກໝາຍໂທລະສັບ ຈະຖືກປັບໃໝ 1.000.000 ກີບ/ເລກໝາຍ.

ໝວດທີ 8 ບົດບັນຍັດສຸດທ້າຍ

ມາດຕາ 29 ການຈັດຕັ້ງປະຕິບັດ

ມອບໃຫ້ ອົງການດັດສົມໂທລະຄົມມະນາຄົມ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງ ປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 30 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງທີ່ໄດ້ລົງລາຍເຊັນ ແລະ ໄດ້ລົງໃນຈົດໝາຍເຫດທາງ ລັດຖະການ ສິບຫ້າວັນ.

ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນເລກໝາຍໂທລະສັບ ເລກທີ 903/ປທສ, ວັນທີ 30 ມີນາ 2020.

ແຫຼ່ງທີ່ມາ: laoofficialgazette.gov.la/kcfinder/upload/files/93-2347ກຕສ2023.pdf