ຂົວຝຣັ່ງ ແຂວງຈໍາປາສັກ

ຈາກ Laopedia
ຮູບ:ຂົວຝຣັ່ງ.png

ຂົວຝຣັ່ງ ແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ ຢູ່ບ້ານທ່າສາລາຄໍາ, ເມືອງປາກເຊ. ປະຫວັດຄວາມເປັນມາຂອງຂົວ ເກົ່າ (ຂົວຝຣັ່ງ) ຂົວເກົ່າຂ້າມແມ່ນ້ຳເຊໂດນ ເປັນຂົວທີ່ສ້າງຂຶ້ນໃນສະໄໝຝຣັ່ງປົກຄອງລາວ ເພື່ອສະດວກໃນການຂົນສົ່ງ ໄປ-ມາຫາສູ່ກັນ ແລະ ໃຫ້ຄວາມສະດວກວ່ອງໄວໃນການພົວພັນວຽກງານຕ່າງໆ. ດັ່ງນັ້ນ, ຈຶ່ງສ້າງຂົວນີ້ຂຶ້ນ ໃນປີ 1940 ແລະ ສຳເລັດໃນປີ 1942. ມີຄວາມຍາວ 210 ແມັດ,ກວ້າງ 4,5 ແມັດ, ເປັນຂົວທີ່ມີໂຄງສ້າງເຮັດດ້ວຍເຫຼັກ ເຊິ່ງຝຣັ່ງ ເປັນຜູ້ສ້າງ ແລະ ມີການປົວແປງຂົວຄືນໃໝ່ໃນປີ 2000 ເຊິ່ງປູດ້ວຍໄມ້.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=50&MenuID=6