ຂຸນນ້ຳໂດນ

ຈາກ Laopedia
ຮູບ:ຂຸນນ້ຳໂດນ.png

ຂຸນນ້ຳໂດນ: ແມ່ນສະຖານທີທ່ອງທ່ຽວ ຕັ້ງຢູ່ບ້ານນາ, ເມືອງທ່າແຂກ, ທ່ານສາມາດເດີນເຂົ້າໄປຂຸນນ້ຳໂດນ ໄດ້ສອງທາງຄື: ທາງບົກຫ່າງຈາກ ເມືອງ 33 ກິໂລແມັດ, ທາງນ້ຳ (ຂຶ້ນເຮືອ) ໂດນຫ່າງຈາກເມືອງ 20 ກິໂລແມັດ ເປັນບ່ອນນ້ຳໂດນໄຫຼອອກ, ໃນຮູແຈ້ງຈະມີຄວາມກວ້າງປະມານ 20 ແມັດ, ປາກຖ້ຳສູງປະມານ 5 ແມັດ, ຢູ່ຫນ້າຖ້ຳຈະມີກ້ອນຫີນລຽນກັນຄືກັບຄັນຄູປ້ານນ້ຳ, ທາງທິດຕາເວັນຕົກຂອງຂຸນຈະມີຖ້ຳຍາວລຽບໄປຕາມ ສາຍນ້ຳມີພະແກ້ວປະດິດສະຖານຢູ່, ສ່ວນຢູ່ທິດຕາເວັນອອກ ຂອງຖ້ຳຈະມີ 2 ຮູຊອດລົງໃສ່ວັງນ້ຳໃນຖ້ຳ. ຮອດຍາມເດືອນ 4-5 ແຕ່ລະປີຊາວ ບ້ານກົກຕ້ອງ, ບ້ານດອຍ, ນາຫົວງົວ, ຜ່າແຫຼມ, ຈະພາກັນໄປເບື່ອປາໃນສາຍນ້ຳໂດນຕາມ ທ່ານ ຝຣັ່ງ ຊົວບູກິດ, ຂຽນບົດລາຍງານ ໃນການສຳ ຫຼວດຮ່ວມກັນກັບເພື່ອນຮ່ວມງານຊາວຝຣ່ັ່ງຂອງເພີ່ນວ່າ: ໃນຂຸນນ້ຳໂດນມີປາຫຼາຍໃນນັ້ນມີປາບໍ່ມີຕາປະມານ 4-5 ໂຕ, ຍາວປະມານ 5 ຊັງຕີ ແມັດ. ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=35&MenuID=6