ຂຸນນ້ຳກອງແລງ

ຈາກ Laopedia

ຂຸນນ້ຳກອງແລງ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານນາຄື, ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວ ເມືອງ 19 ກິໂລແມັດ. ຂຸນນ້ຳກອງແລງເປັນບ່ອນກຳເນີດຂອງນ້ຳກອງແລງ ຊຶ່ງເປັນສາຂາຂອງນ້ຳຄອນແກ້ວ, ເປັນວັງນ້ຳສີຟ້າເຂັ້ມກວ້າງ 1960-1970 ແມັດ, ເລິກກວ່າ 25 ແມັດ, ນ້ຳໃນຂຸນກອງໃນປີໜຶ່ງຈະປ່ຽນເປັນ 3 ສີຄື: ສີຂຽວມໍລະກົດ, ແດງ ແລະ ສີຟ້າໃສ. ລັກສະນະຂອງນ້ຳຂຸນ ກອງແລງເປັນວົງຮູບຫນ່ວຍມົນຄືກັບກອກສູບຢາ. ພື້ນລຸ່ມນ້ຳມີແປວນ້ຳຢູ່ 1 ແປວ ຍາວ 22 ແມັດ (ສະເພາະບ່ອນທີ່ສາມາດເຂົ້າໄດ້) ອ້ອມຮອບ ​​ວົງນີ້ເຕັມໄປດ້ວຍຕົ້ນຂະມ້າ. ຂຸນກອງແລງ ແມ່ນເອີ້ນຕາມຕຳນານວ່າ: ຮອດເວລາແລງວັນສິນມາ ສະໃຫມກ່ອນຈະໄດ້ຍິນສຽງດັງຕຶ່ງໆ ຄືກັບສຽງ ກອງແລງ ທີ່ຄູບາຕີຢູ່ວັດໃນຍາມແລງ, ຕາມຄວາມເຊື່ອແມ່ນຄົນບັງບົດເປັນຜູ້ຕີ.
ຂຸນນ້ຳນີ້ຫ້າມຫາປາ ແລະ ຫ້າມອາບນ້ຳ. ນິທານພື້ນບ້ານກ່ຽວກັບຂຸນນ້ຳກອງແລງ: ກ່ອນຫນ້ານີ້ຫຼາຍຮ້ອຍປີຜ່ານມາທີ່ວັດບ້ານນາຄືມີພະອາຈານ ອົງຫນຶ່ງຊື່ວ່າ: ຍາຄູປາກບ້ຽວ ແລະ ສຳມະເນນນ້ອຍອົງຫນຶ່ງ (ບໍ່ປະກົດມີຊື່) ທັງສອງໄດ້ມາອາບນ້ຳຢູ່ໃນຂຸນແຫ່ງນີ້ ອາບນ້ຳແລ້ວກໍ່ນັ່ງງອຍງ່າໄມ້ ສູບຢາ ພໍດີກອກຢາຫຼຸດມືຕົກລົງພື້ນນ້ຳ ເພື່ອຊອກຫາກອກຢາ ສ່ວນອ້າຍຈົວນ້ອຍກໍ່ຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫຼອດອື່ນຈົນຫມົດ 7 ຫຼອດ ພໍດີຍາຄູກໍ່ເຖິງ ພື້ນນ້ຳຢູ່ຈຸດໃຈກາງຂອງຂຸນນັ້ນ ຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນຫນຶ່ງ ເປັນສີມໍລະກົດໃສງາມແຕ່ມີນ້ຳຢູ່ໃນ ໃຫຍ່ເທົ່າກັບກອງ (ກອງດຶກ, ກອງເພນ ຫຼື​ ກອງແລງ) ທີ່ຄູບາໃຊ້ຕີຢູ່ວັດກໍ່ເລີຍຮ້ອງຂຸນແຫ່ງນີ້ວ່າ: ຂຸນກອງແລງ ຫຼື ຂຸນນ້ຳກອງແລງ ມາຮອດປະຈຸບັນນີ້.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=39&MenuID=6