ກົມແຜນການ ແລະ ການເງີນ

ຈາກ Laopedia

ບ່ອນອີງໃນຂໍ້ຕົກລົງ ວ່າດ້ວຍການເຄືອນໄຫວຂອງ ກົມແຜນການ ແລະ ການເງີນ

-      ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 625/ນຍ, ລົງວັນທີ 22 ຕຸລາ 2021;

-      ອີງຕາມ ຂໍ້ຕົກລົງ ວ່າດ້ວຍການໂຮມວຽກແຜນການ ແລະ ການເງິນ ສະບັບເລກ 990/ກຕສ, ລົງວັນທີ 23 ພະຈິກ 2021;

-      ອີງຕາມ ການຄົ້ນຄ້ວາສະເໜີຂອງ ກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ      /ກຈງ, ລົງວັນທີ      ມັງກອນ 2022.

ມາດຕາ 1  ຈຸດປະສົງ

ຂໍ້​ຕົກລົງ​ສະບັບ​ນີ້ ກຳນົດ​ທີ່​ຕັ້ງ, ພາລະ​ບົດບາດ, ໜ້າ​ທີ່, ຂອບ​ເຂດ​ສິດ, ​ໂຄງ​ປະກອບ​ການຈັດ​ຕັ້ງ, ຫຼັກການ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ ເພື່ອເປັນບອ່ນອີງໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວ​ຂອງ ກົມ​ແຜນການ ​ແລະ ການ​ເງິນ, ​ແນ່ໃສ່ຈັດຕັ້ງປະຕິບັດວຽກງານຂອງກົມແຜນການ ແລະ ການເງີນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ມາດຕາ 2   ທີ່ຕັ້ງ ແລະ ພາລະບົດບາດ    

ກົມແຜນການ ແລະ ການເງິນ ຂຽນເປັນຕົວອັກສອນຫຍໍ້  “ ກຜງ ” ຂຽນເປັນພາສາອັງກິດ “ Department of Planning and finance ” ຂຽນຫຍໍ້“ DPF ”  ແມ່ນໂຄງປະກອບກົງຈັກການຈັດຕັ້ງຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການໃຫ້ຄະນະ​ນຳ​ກະຊວງ ກ່ຽວ​ກັບ​ວຽກ​ງານແຜນການ,​ ຄຸ້ມຄອງໂຄງການ ສະຖິຕິ, ການເງິນ-ງົບປະມານ ແລະ ຄຸ້ມຄອງການສ້າງລາຍຮັບເຂົ້າງົບປະມານລັດ  ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ.

ມາດຕາ 3   ໜ້າທີ່

ກົມແຜນການ ແລະ ການເງິນ ມີໜ້າທີ່ ດັ່ງນີ້:

1.        ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;

2.        ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານກ່ຽວກັບວຽກງານ ແຜນການ, ຄຸ້ມຄອງໂຄງການ, ສະຖິຕິ ແລະ ການເງີນ-ບັນຊີ-ງົບປະມານ;

3.        ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານ ແຜນການ, ຄຸ້ມຄອງໂຄງການ, ສະຖິຕິ ແລະ ການເງີນ-ບັນຊີ-ງົບປະມານ; ສ້າງແຜນງານ, ແຜນການ ແລະ ໂຄງການລະອຽດ ກ່ຽວກັບວຽກງານ ແຜນການ,ຄຸ້ມຄອງໂຄງການ, ສະຖິຕິ ແລະ ການເງີນ-ບັນຊີ-ງົບປະມານ ເພື່ອສະເໜີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພອ້ມທັງຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;

4.        ເປັນເສນາທິການ ແລະ ຈຸດປະສານງານໃຫ້ກະຊວງໃນວຽກງານ ແຜນການ, ຄຸ້ມຄອງໂຄງການ​, ສະຖິຕິ ແລະການເງີນ-ບັນຊີ-ງົບປະມານ;

5.        ຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດ ນະໂຍບາຍ ແລະ ແຜນຍຸດທະສາດ ການພັດທະນາຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ທັງສູນກາງ ແລະ ທ້ອງຖິ່ນ;

6.        ສັງລວມ ຄົ້ນຄ້ວາ ວິໄຈ ແລະ ປະເມີນຜົນໂຄງການລົງທືນຂອງລັດ ແລະ ທື່ນຊວ່ຍເຫຼືອທາງການເພື່ອພັດທະນາ (ODA) ໃນວຽກງານຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອສ້າງເປັນແຜນການ,ແຜນການລົງທືນຂອງກະຊວງ;

7.            ສະຫຼຸບການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຍຸດທະສາດການພັດທະນາຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປະຈໍາງວດ ( 3 ເດືອນ, 6 ເດືອນ,9 ເດືອນ ), ປີ, ກາງສະໃໝ ແລະ ແຜນການທ້າຍສະໃໝ( 5 ປີ) ພອ້ມທັງຖອດຖອນບົດຮຽນ) ;

8.            ເປັນໃຈກາງໃນການຕິດຕາມ ຊຸກຍູ້ ເກັບກໍາສັງລວມ ຄົ້ນຄວ້າ ວິໄຈ ແລະ ພັດທະນາລະບົບຖານຂໍ້ມູນສະຖິຕິຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ເປັນທັນສະໄໝ;

9.            ຄົ້ນຄ້ວາ, ສັງລວມແຜນງົບປະມານປະຈໍາປີຂອງຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນເພື່ອຮ່າງເປັນແຜນງົບປະມານປະຈໍາປີຂອງກະຊວງ;ຈັດສັນງົບປະມານທີ່ໄດ້ຮັບອານຸຍາດຈາກລັດຖະບານໃຫ້ຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນທີ່ຂື້ນກັບກະຊວງຕາມການຕົກລົງຂອງ ລັດຖະມົນຕີໃນການຊີ້ນໍາ, ຕິດຕາມ ແລະ ກວດກາການປະຕິບັດລາຍຮັບ-ລາຍຈ່າຍງົບປະມານຂອງບັນດາການຈັດຕັ້ງດັ່ງກ່າວນີ້ຢ່າງເປັນປະຈໍາ;

10.     ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ງົບປະມານ​ປະຈຳ​ປີ, ລາຍ​ຮັບ​ວິຊາ​ການ ​ແລະ ອື່ນໆ ​ໃຫ້ຖືກຕ້ອງຕາມ​ແຜນການ, ລະບຽບ​ກົດໝາຍ​, ມີ​ປະສິດທິ​ຜົນ ​ແລະ ປະຢັດ​ມັດທະຍັດ; ສະຫຼຸບ​ການ​ປະຕິບັດແຜນ​ງົບປະມານ​ປະຈຳ​ເດືອນ, ງວດ ​ແລະ ປະຈຳ​ປີ​ຂອງ ​ກະຊວງຕາມ​ລະບຽບ​ການ​ກຳນົດ;

11.     ເປັນ​ນາຍ​ບັນຊີ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດ ປະຕິບັດ​ການ​ເກັບ​ລາຍ​ຮັບ ​ແລະ ຊຳລະ​ລາຍ​ຈ່າຍງົບປະມານ​ຕາມ​ການ​ອະນຸມັດ​ຂອງກະຊວງ​ການ​ເງິນ​;

12.     ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ​ຕ່າງໆຂອງ​ກະຊວງ; ຊຸກຍູ້, ​ແນະນຳບັນດາ​ພະ​ແນ​ກເຕັກໂນໂລຊີ ແລະ ການ​ສື່ສານ ປະຈຳ ​​ແຂວງ/ນະຄອນຫຼວງ ​ແລະ ຫ້ອງເຕັກໂນໂລຊີ ​ແລະ ການ​ສື່ສານ ຂັ້ນ​ເມືອງ ​​ເພື່ອ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນຕ່າງໆ​ຂອງ​ຕົນ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ, ມີ​ຄວາມ​ປະຢັດ​ມັດທະຍັດ, ມີການຄຸ້ມຄອງຢ່າງເປັນລະບົບ;

13.     ຊຸກຍູ້, ຕິດຕາມ ແລະ ແນະນຳ, ການ​ສ້າງແຜນພັດທະນາຂອງຂະແໜງການ ໄລຍະຍາວ ແລະ ໄຍຍະກາງ ໃຫ້ພະແນກ​ເຕັກໂນໂລຊີ ​ແລະ ການ​ສື່ສານ ປະຈຳ​ແຂວງ/ນະຄອນຫຼວງ ​ແລະ ຫ້ອງການ​ເຕັກໂນໂລຊີ ​ແລະ ການ​ສື່ສານ​ ຂັ້ນ​ເມືອງ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ​ແລະ ​ແຜນການ​ລວມຂອງ​ຂະ​​ແໜງ ເຕັກໂນໂລຊີ ແລະ ການສື່ສານ ທົ່ວ​ປະ​ເທດ;

14.     ກວດ​ຜ່ານ​ເອກະສານຕ່າງໆ​ ທີ່​ພົວພັນ​​ດ້ານ​ລະບຽບ​ຫຼັກການ​​ ການ​ເງິນ​ກ່ອນຈະ​ສະ​ເໜີ​ຂໍອະນຸມັດ​ຈາກ​ຄະນະນໍາກະຊວງ; ຕິດຕາມ, ຊຸກຍູ້ ​ແລະ ກວດກາ​ການ​ປະຕິບັດ ​ໂຄງການ​ຈຸດ​ສຸມ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ​ນຳ​ໃຊ້​ການ​ເງິນ-ງົບ ປະມານ​ລັດ​ໃນ​ຂະ​ແໜງ ເຕັກໂນໂລຊີ ແລະ ການສື່ສານ;

15.     ຄົ້ນຄ້ວາສ້າງ ແລະ ນຳສະເໜີຂັ້ນເທິງອະນຸມັດແຜນການຂຸດຄົ້ນແຫລ່ງລາຍຮັບປະຈຳປີ; ຊຸກຍູ້ບັນດາຫົວໜ່ວຍການຈັດຕັ້ງທຸລະກິດປະຕິບັດແຜນລາຍຮັບດັ່ງກ່າວ ໃຫ້ບັນລຸຕາມຕົວເລກຄາດໝາຍທີ່ລັດຖະບານມອບໝາຍໃຫ້ກະຊວງເປັນຢ່າງດີ;

16.     ຈັດຕັ້ງປະຕິບັດລະບອບກວດກາສູນໂມງພາຍໃນກະຊວງ; ຈັດຕັ້ງກວດສອບບັນຊີຮ່ວມກັບພາກສ່ວນຕ່າງໆທີ່ເຫັນວ່າເໝາະສົມ (ກະຊວງການເງິນ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ແລະ ຫົວໜ່ວຍກວດສອບເອກະລາດ) ຕໍ່ການຈັດຕັ້ງ ຫລື ຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ;

17.     ເຜີຍແຜ່ ບັນດາເອກະສານລະບຽບການ, ນິຕິກໍາ, ແຜນການ, ແຜນງານ, ໂຄງການ ແລະ ມະຕິຕົກລົງຕ່າງໆ ກ່ຽວກັບວຽກງານແຜນການ ການລົງທຶນ, ສະຖີຕິ ແລະ ການເງິນ-ງົບປະມານ;

18.     ຂຶ້ນແຜນສຶກສາອົບຮົມ ບໍາລຸງ, ກໍ່ສ້າງ, ຍົກລະດັບ, ສັບຊ້ອນ, ຄຸ້ມຄອງ ແລະ ສະເໜີປະຕິບັັດນະໂຍບາຍຕໍ່ພະນັກງານພາຍໃນກົມ ຕາມນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ;

19.     ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ມາດຕາ 4    ຂອບ​ເຂດສິດ

 ກົມແຜນການ ແລະ ການເງິນ ມີສິດ ດັ່ງນີ້:

1.        ສະເໜີປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ໂຄງປະກອບກົງຈັກການຈັດຕັ້ງຕົນ;

2.        ສະເໜີຍ້ອງຍໍ, ແຕ່ງຕັ້ງ, ປົດຕຳແໜ່ງ, ເລື່ອນຊັ້ນ-ຂັ້ນ, ສັບຊ້ອນ, ປະຕິບັດນະໂຍບາຍ, ປະຕິບັດວິໄນ ແລະ ອື່ນໆຕໍ່ພະນັກງານ-ລັດຖະກອນພາຍໃນກົມ ຕາມລະບຽບການວາງອອກ;

3.        ພົວພັນກັບບັນດາການຈັດຕັ້ງພັກ - ລັດ ທີ່ກ່ຽວຂ້ອງກັບພາລະບົດບາດຂອງກົມ;

4.        ອອກ​ແຈ້ງ​ການ, ບົດ​ແນະ​ນຳ ແລະ ໜັງ​ສື​ທາງ​ລັດ​ຖະ​​ການຕ່າງໆ​ ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ພາ​ລະ​ບົດ​ບາດ ແລະ ຂອບ​ເຂດ​ສິດ​ຂອງ​ກົມ;

5.          ຄົ້ນ​ຄວ້າ, ປະກອບຄຳເຫັນ ແລະ ປ້ອງ​ກັນໂຄງການເພື່ອສະເໜີເຂົ້າແຜນການລົງທຶນຂອງລັດ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສະເໜີຄະນະນຳກະຊວງ ຮັບຮອງ;

6.        ຕິດຕາມ ກວດກາ ການປະຕິບັດ​​​ແຜນຍຸດ​ທະ​ສາດ, ​ແຜນ​ການ ແລະ ໂຄງການຕ່າງໆ ຂອງແຕ່ລະພາກສ່ວນທີ່ຂຶ້ນກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

7.        ລົງເກັບກຳຂໍ້ມູນກ່ຽວ​ກັບການພັດທະນາເຄືອຂ່າຍ, ການບໍລິການ ແລະ ການບັນຊີການເງິນຂອງບັນດາບໍລິສັດທີ່​ເຄື່ອນ​ໄຫວ​ໃນ​ຂະ​ແໜງ ເຕັກໂນໂລຊີ ແລະ ການສື່ສານ; ເກັບກຳບັນຊີຊັບສິນຕ່າງໆຂອງກະຊວງ, ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ປະຈຳແຂວງ/ນະຄອນຫຼວງ ແລະ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ປະຈຳເມືອງ;

8.        ຈັດສັນແຜນງົບປະມານ ແລະ ດັດແກ້ແຜນງົບປະມານ, ແຜນລາຍຮັບ ແລະ ລາຍຈ່າຍ ຂອງພາກສ່ວນຕ່າງໆທີ່ຂຶ້ນກັບກະຊວງ;

9.            ເກັບ​ຄ່າ​ທຳນຽມ, ຄ່າ​ບໍລິການ ການ​ອອກ​ໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ, ການ​ນຳ​ໃຊ້​ຊັບພະຍາກອນ​ໃນ​ຂະ​ແໜງ ເຕັກໂນໂລຊີ ແລະ ການສື່ສານ ​ແລະ ອື່ນໆຕາມ​ລະບຽບ​ກົດໝາຍ​ກຳນົດ;

10.       ສະເໜີ ດັດແກ້ ໂຈະ ຫລື ຍົກເລີກ ໂຄງການການລົງທຶນຂອງລັດ ທີ່ບໍ່ສອດຄ່ອງກັບແຜນພັດທະນາຂອງກະຊວງ ໃນແຕ່ລະໄລຍະ; ໂຈະ​ການ​ຈ່າຍ​ຊົ່ວຄາວ ກໍລະນີ​ການຈັດ​ຕັ້ງ ຫລື ຫົວໜ່ວຍ​ການ​ເງິນ​ໃດ​ໜຶ່ງ​ລະ​ເມີດ​ນິຕິ​ກຳ​ກ່ຽວ​ກັບ​ການ​ເງິນ-ງົບປະມານ ​ແລະ ການ​ບັນຊີ​ຂອງ​ລັດ ຫລື ລະບຽບ​ການ​ຂອງ​ຜູ້​ໃຫ້​ທຶນ​ວາງ​ອອກ;

11.       ຮຽກ​ເຊີນ​ຜູ້ຕາງໜ້າຫ້ອງການ, ບັນດາ​ກົມ, ສູນ, ສະ​ຖາ​ບັນ, ພະ​ແນ​ກ ເຕັກໂນໂລຊີ ແລະ ການສື່ສານ ຂັ້ນ​ແຂວງ,   ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ຂັ້ນ​ເມືອງ ​ແລະ ພາກສ່ວນ​ອື່ນໆ ​ເຂົ້າ​ຮ່ວມ​ປະຊຸມ​ປຶກສາ​ຫາລື​ບັນຫາ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບແຜນການ, ​ການ​ເງິນ-ງົບປະມານ, ການ​ບັນຊີ, ການ​ຄຸ້ມ​ຄອງ​ຊັບ​ສິນ, ການ​ປະມູນ, ການຈັດ​ຊື້ ​ແລະ ອື່ນໆ ຂອງ​ຂະ ​ແໜງ ເຕັກໂນໂລຊີ ແລະ ການສື່ສານ;

12.       ເຊັນເອກະສານຕ່າງໆ ຕາມການມອບໝາຍຂອງລັດຖະມົນຕີ; ຖອກເງິນ ແລະ ຖອນເງິນຈາກຄັງເງິນແຫ່ງຊາດ ແລະ ຈາກທະນາຄານຕ່າງໆທີ່ຖືກຕ້ອງຕາມກົດໝາຍ; ຄົ້ນ​ຄ້ວາ ​ແລະ ນຳ​ສະ​ເໜີ​ລັດຖະມົນຕີ​​ພິຈາລະນາ​ອະນຸມັດ​ຈ່າຍ​ເງິນ​ທີ່​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ​ຕ່າງໆ​ສະ​ເໜີ​ມາ; ສັ່ງ​ຈ່າຍ​ຄັງ​ເງິນ​ລວມ ຂອງ​ກະຊວງ​ຕາມ​ຂອບ​ເຂດ​ສິດ ​ແລະ ຕາມ​ການ​ຕົກລົງ​ຂອງ​ລັດຖະມົນຕີ​;

13.       ພົວ​ພັນ​, ປະ​ສານ​ງານ, ທວງ​ຖາມ ແລະ ຊຸກ​ຍູ້​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂອງ​ສະ​ໜອງ​ສະ​ຖິ​ຕິ, ຂໍ້​ມູນ​ຂ່າວ​ສານ, ບົດ​ສະຫຼຸບ, ບົດ​ລາຍ​ງານ, ບົດ​ປະ​ກອບ​ຄຳ​ເຫັນ ແລະ ເອ​ກະ​ສານ​ອື່ນໆ​ທີ່​ກ່ຽວ​ຂອງ ເພື່ອ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ ແລະ ໜ້າ​ທີ່​ກົມ;

14.       ຄຸ້ມ​ຄອງ ແລະ ນຳ​ໃຊ້​ພາ​ຫະ​ນະ​, ວັດ​ຖຸ​ອຸ​ປະ​ກອນ, ງົບ​ປະ​ມານ ແລະ ຊັບ​ສິນ​ຕ່າງ​ໆ​ທີ່​ຂຶ້ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກົມ;

15.       ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖພມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ມາດຕາ 5      ໂຄງປະກອບກົງຈັກ

            ກົມແຜນການ ແລະ ການເງິນ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1.        ພະແນກ ສັງລວມ;

2.        ພະແນກ ແຜນການ ແລະ ຄຸ້ມຄອງໂຄງການ;

3.        ພະແນກ ສະຖິຕິ;

4.        ພະແນກ ງົບປະມານ;

5.        ພະແນກ ການເງິນ-ບັນຊີ;

6.        ພະແນກ ຄຸ້ມຄອງຊັບສິນ;

7.        ພະແນກ ຄັງເງິນສົດ;

8.        ພະແນກ ຄຸ້ມຄອງລາຍຮັບ-ຕິດຕາມທວງໜີ້.

ມາດຕາ 6   ໂຄງປະກອບບຸກຄະລາກອນ

 ກົມ​ແຜນການ ​ແລະ ການ​ເງິນ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:

1.         ຫົວໜ້າກົມແຜນການ ແລະ ການເງິນ ຈຳນວນ 01 ທ່ານ,  ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງຕົນ;

   ໃນເວລາຫົວໜ້າກົມ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າກົມ ທ່ານໃດໜຶ່ງ ຮັກສາການແທນ.

2.         ຮອງ​ຫົວໜ້າ​ກົມແຜນການ ແລະ ການເງິນ ​ຈໍານວນໜຶ່ງ  ຊ່ວຍຫົວໜ້າກົມຊີ້ນຳວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ; ຮັບຜິດຊອບຕໍ່ຫົວໜ້າກົມ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນຳ;

   ຮອງຫົວໜ້າກົມ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງກັບມາປະຈຳການ.

3.          ຫົວໜ້າພະແນກ, ຮອງຫົວໜ້າ​ພະ​ແນ​ກ ແລະ ລັດຖະກອນ​ວິຊາ​ການ​ຈຳນວນ​ໜຶ່ງ​ ຕາມການກຳນົດຕຳແໜ່ງງານ;

  ສຳລັບ​ການ​ບັນຈຸ, ສັບ​ຊ້ອນ, ແຕ່ງ​ຕັ້ງ, ຍົກຍ້າຍ ຫຼື ປົດ​ຕຳ​ແໜ່​ງ ​ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ມາດຕາ 7    ໜ້າທີ່ຂອງ ພະ​ແນ​ກ ສັງລວມ

            ພະແນກສັງລວມ ມີໜ້າທີ່ ດັ່ງນີ້:  

1.        ຄົ້ນຄວ້າ ຫັນເອົາແຜນປີ ແລະ ແຜນການ 05 ປີ ຂອງກະຊວງ ມາເປັນແຜນການ ແຜນງານ ແລະ ກິດຈະກຳການເຄື່ອນໄຫວລະອຽດຂອງກົມ;

2.        ສຳເນົາ, ບັນທຶກເອກະສານຂາເຂົ້າ-ຂາອອກ ຂອງກົມ;

3.        ກວດຜ່ານເອກະສານຕາມຂອບເຂດສິດຂອງຕົນ ກ່ອນຄະນະກົມມີຄຳເຫັນ;

4.        ສຶກ​ສາ​ຄົ້ນ​ຄວ້າ​ກຳ​ນົດ​ຕຳ​ແໜ່ງ​ງານ, ການ​ບັນ​ຈຸ, ສັບ​ຊ້ອນ, ຍົກ​ຍ້າຍ ແລະ ຄຸ້ມ​ຄອງ​ພະ​ນັກ​ງານ​ພາຍ​ໃນ​ກົມ ພ້ອມ​ທັງ​ສ້າງ​ແຜນ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ຂອງ​ກົມ ໄລ​ຍະ​ສັ້ນ, ໄລ​ຍະ​ກ​າງ ແລະ ໄລ​ຍະ​ຍາວ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ;

5.        ເປັນໃຈກາງໃນການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ສະຫຼຸບສັງລວມ ແຜນການເຄື່ອນໄຫວ ປະຈຳອາທິດ ເດືອນ ງວດ ແລະ ປີ;

6.        ສັງລວມ ແລະ ຂຶ້ນແຜນຄວາມຕ້ອງການນຳໃຊ້ ງົບປະມານບໍລິຫານ ພາຫະນະ ແລະ ຊັບສິນຕ່າງໆຂອງກົມ;

7.        ສັງລວມ ແລະ ຂຶ້ນ​ແຜນ​ຄວາມຕ້ອງການພະນັກງານ, ເລື່ອນຊັ້ນ/ຂັ້ນ, ບຳລຸງ, ກໍ່ສ້າງ, ສັບ​ຊ້ອນ ຄຸ້ມ​ຄອງ ​ແລະ ສະເໜີ ປະຕິບັດ​ນະ​ໂຍບາຍ ຕໍ່​ພະນັກງານ​ພາຍ​ໃນ​ກົມ;

8.        ພົວພັນປະສານງານກັບ ບັນດາພະແນກການຕ່າງໆ ພາຍໃນກົມ ແລະ ພາກສ່ວນອື່ນໆ ຕາມພາລະບົດບາດ;

9.        ຮັບຜິດຊອບຄຸ້ມຄອງ ເອກະສານ, ຊັບ​ສິນ​ລວມ​ຂອງ​ກົມ, ​ຮັບ​ຜິດ​ຊອບວຽກງານພິທີການ-ເລຂານຸການ ​ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ຂອງກົມ;

10.     ຂື້ນແຜນເງິນເດືອນ ແລະ ເງິນອຸດໜູນ ລູກເມຍ, ໃນແຕ່ລະງວດ, ໃຫ້ຖຶກຕ້ອງຕາມລະບຽບການ;

11.     ສັງລວມ ແລະ ຂຶ້ນແຜນຄວາມຕ້ອງການງົບປະມານເພື່ອຮັບໃຊ້ວຽກງານບໍລິຫານພາຍໃນກົມ;

12.     ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.

ມາດຕາ 8   ໜ້າທີ່ຂອງ ພະ​ແນ​ກ ແຜນການ ແລະ ຄຸ້ມຄອງໂຄງການ

 ພະແນກ ແຜນການ ແລະ ຄຸ້ມຄອງໂຄງການ ມີໜ້າທີ່ ດັ່ງນີ້:

1.       ຄົ້ນຄ້ວາ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ດ້ານວຽກງານເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກາຍເປັນ ຍຸດທະສາດ, ແຜນພັດທະນາ, ແຜນບູລິມະສິດ, ແຜນງານ, ໂຄງການ ທັງສູນກາງ ແລະ ທ້ອງຖິ່ນ ໂດຍການສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແລະ ຂະແໜງການກ່ຽວຂ້ອງ;

2.        ຄົ້ນຄວ້າສ້າງ ແລະ ປັບປຸງນະໂຍບາຍ ແລະ ແຜນຍຸດທະສາດດ້ານເຕັກໂນໂລຊີ ແລະ ການສື່ສານ ໃຫ້ສອດຄ່ອງກັບການຫັນເປັນລັດຖະບານທັນສະໄໝ ແລະ ເສດຖະກິດດິຈິຕ໋ອນ;

3.        ຄົ້ນຄ້ວາ ແລະ ຜັນຂະຫຍາຍແຜນພັດທະນາຂອງກົມມາເປັນ ແຜນການ, ແຜນງານ ແລະ ກິດຈະກໍາລະອຽດຂອງພະແນກໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍຂອງແຜນການທີ່ວາງໄວ້ ພ້ອມທັງຕີລາຄາຖອດຖອນບົດຮຽນເປັນແຕ່ລະໄລຍະ;

4.        ເປັນໃຈກາງໃນການປະສານສົມທົບພາກສ່ວນກ່ຽວຂ້ອງໃນການຄົ້ນຄວ້າສັງລວມທິດທາງ, ນະໂຍບາຍ ຈັດບູລິມະສິດແຜນວຽກ ແລະ ກິດຈະກໍາງົບປະມານຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ສອດຄ່ອງກັບທິດທາງແຜນການພັດທະນາ 5 ປີ ແລະ ປະຈຳປີ, ພ້ອມທັງການຕິດຕາມການຈັດຕັ້ງປະຕິບັດແຜນການ ແລະ ກິດຈະກໍາດັ່ງກ່າວ;

5.        ເປັນໃຈກາງໃນການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ,  ກາງສະໄໝ ແລະ 5 ປີ ໂດຍສົມທົບພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖີ່ນ.

6.        ຊຸກຍູ້, ແນະນໍາ, ຕິດຕາມ, ກວດກາ ແລະ ປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ຂອງບັນດາກົມ/ທຽບເທົ່າ ແລະ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໃນຂອບເຂດທົ່ວປະເທດ ພ້ອມທັງລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໃຫ້ຂັ້ນເທິງຮັບຊາບ ແລະ ຂະແໜງການກ່ຽວຂ້ອງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;

7.        ຄົ້ນຄວ້າ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ດ້ານວຽກງານເຕັກໂນໂລຊີ ແລະ ການສື່ສານ,ໃຫ້ກາຍເປັນ ຍຸດທະສາດ,ແຜນພັດທະນາ,ແຜນບູລິມາສິດ,ແຜນງານ,ໂຄງການໃນການຊຸກຍູ້ຕິດຕາມ,ກວດກາ ແລະ ປະເມີນຜົນ ທັງສູນກາງ ແລະທ້ອງຖິ່ນ ໃນວຽກງານຄຸ້ມຄອງໂຄງການ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂອ້ງ;

8.        ຄົ້ນຄ້ວາ, ສັງລວມ, ກວດກາບົດສະເໜີໂຄງການຂອງບັນດາກົມ/ທຽບເທົ່າ ເພື່ອປະເມີນຜົນກ່ອນເຂົ້້າແຜນການລົງທຶນປະຈຳປີ;

9.        ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບຍຸດທະສາດ, ແຜນພັດທະນາຂອງຂະແໜງການເປັນແຕ່ລະໄລຍະ;

10.    ເປັນໃຈກາງໃນການປະສານສົມທົບພາກສ່ວນກ່ຽວຂ້ອງໃນການຄົ້ນຄວ້າສັງລວມທິດທາງ, ນະໂຍບາຍ ຈັດບູລິມະສິດ ໃນການຄຸ້ມຄອງໂຄງການ ພາຍໃນ ແລະ ຕ່າງປະເທດ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ສອດຄ່ອງກັບທິດທາງແຜນການພັດທະນາ ໃນໄລຍະແຜນການ 5 ປີ ແລະ ປະຈຳປີ, ພ້ອມທັງການຕິດຕາມການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການດັ່ງກ່າວ;

11.    ສົມທົບກັບພາກສ່ວນກ່ຽວຂ້ອງ ສ້າງກົນໄກຄຸ້ມຄອງ, ຊຸກຍູ້ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ, ຄົ້ນຄວ້າ ແລະ ສະເໜີຂັ້ນເທິງ ເພື່ອພິຈາລະນາສັ່ງໂຈະກິດຈະກຳ, ໂຄງການທີ່ຈັດຕັ້ງປະຕິບັດບໍ່ໄດ້ດຳເນີການຕາມແຜນ ຫລື ການນຳໃຊ້ທືນບໍ່ເປັນໄປຕາມແຜນທີ່ໄດ້ຮັບອະນຸມັດ;

12.    ຄົ້ນຄວ້າ, ກວດຜ່ານເອກະສານຂໍຈັດຕັ້ງປະຕິບັດໂຄງການຕາມອະນຸມັດແຜນການລົງທຶນຂອງລັດຈາກສະພາແຫ່ງຊາດ ເພື່ອໃຫ້ມີປະສິດທິຜົນສູງ, ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແລະ ລະບຽບການຄຸ້ມຄອງນຳໃຊ້ງົບປະມານຂອງຜູ້ໃຫ້ທືນ;

13.    ຄົ້ນຄ້ວາ, ສັງລວມ, ປະເມີນ ແລະ ສ້າງແຜນການຊ່ວຍເພື່ອການພັດທະນາ (ODA), ພ້ອມທັງຕິດຕາມ, ຊຸກຍູ້ ແລະ ສະຫຼຸບລາຍງານເປັນແຕ່ລະໄລຍະ;

14.    ສືກສາ, ຄົ້ນຄວ້າ, ວິເຄາະຂໍ້ມູນ ກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ ແລະ ນຳສະເໜີໃຫ້ຂັ້ນເທິງພິຈາລະນາ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດ;

15.    ຍົກລະດັບ, ບຳລຸງ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມຊຳນານງານ ດ້ານການຄຸ້ມຄອງໂຄງການ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖີ່ນ;

16.    ເປັນໃຈກາງໃນການ ສັງລວມ ແລະ ລາຍງານ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໂຄງການຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ;

17.    ຂຶ້ນແຜນຄວາມຕ້ອງການງົບປະມານເພື່ອຮັບໃຊ້ວຽກງານແຜນການ;

18.    ຄຸ້ມຄອງ ແລະ ເກັບຮັກສາບັນດາເອກະສານຂາເຂົ້າ-ຂາອອກຂອງພະແນກໃຫ້ເປັນລະບົບ ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ;

19.    ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະກົມ.

ມາດຕາ 9     ໜ້າທີ່ຂອງ ພະ​ແນ​ກ ສະຖິຕິ

            ພະແນກສະຖິຕິ ມີໜ້າທີ່ ດັ່ງນີ້:

1.        ເກັບກຳ, ສັງລວມ, ຜະລິດຂໍ້ມູນ ແລະ ພັດທະນາລະບົບລາຍງານບໍລິຫານ ຂໍ້ມູນສະຖິຕິ ຂອງ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຫັນໄປສູ່ດິຈິຕ໋ອນ;

2.        ສ້າງຖາ​ນຂໍ້​ມູນສະຖິຕິໃນຮູບແບບດິຈິຕອນ ແລະ ​ລວມສູນດ້້ານຂໍ້ມູນ ແລະ ສາມາດສະໜອງຄວາມຕ້ອງການໃນດ້ານການນໍາໃຊ້;

3.        ຈັດພິມ,ເຜີຍແຜ່ຂໍ້ມູນສະຖິຕິຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ອອກສູ່ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ;

4.        ຕິດຕາມຊຸກຍູ້ການລາຍງານຂໍ້ມູນສະຖິຕິຂອງພາກສ່ວນທີ່ກ່ຽວຂ້ອງເປັນແຕ່ລະໄລຍະ;

5.        ຄົ້ນຄົ້ວາສ້າງຕົວຊີ້ບອກທາງດ້ານສະຖິຕິຕາມມາດຕະຖານແຫ່ງຊາດ ແລະ ສາກົນໃນແຕ່ລະໄລຍະ;

6.        ຂຶ້ນແຜນຄວາມຕ້ອງການງົບປະມານເພື່ອຮັບໃຊ້ວຽກງານ ສະຖິຕິ;

7.        ຈັດຕັ້ງຜັນຂະຫຍາຍບັນດານິຕິກຳຄຸ້ມຄອງວຽກງານສະຖິຕິ, ປັບປຸງບັນດານິຕິກໍາທີ່ມີຢູ່ໃຫ້ມີຄວາມສອດຄ້ອງກັບຄວາມຕ້ອງການ;

8.        ສະເໜີແຕ່ງຕັ້ງພະນັກງານຂອງພະແນກ ເພື່ອລົງເຄື່ອນໄຫວວຽກງານຕາມຄວາມຮັບຜິດຊອບ;

9.        ຂື້ນແຜນສໍາຫຼວດຂໍ້ມູນພາກການຊົມໃຊ້ຂອງພາກຄົວເຮືອນ ແລະ ບຸກຄົນຕາມຄວາມຕ້ອງການດ້ານຂໍ້ມູນ;

10.     ຍາດແຍ່ງເອົາການຮ່ວມມືທັງພາຍໃນ ແລະ ສາກົນໃນການພັດທະນາວຽກງານສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;

11.     ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະກົມ.

ມາດຕາ 10  ໜ້າທີ່ຂອງ ພະແນກ ງົບປະມານ

            ພະແນກງົບປະມານ ມີໜ້າທີ່ ດັ່ງນີ້:

1.        ຄວ້າຮ່າງແຜນງົບປະມານລາຍຈ່າຍປະຈໍາປີ ຂອງຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນ ເພື່ອຂື້ນເປັນ ແຜນງົບປະມານລວມຂອງກະຊວງ ເພື່ອຫາສະເໜີຫາກະຊວງການເງິນ;

2.        ຈັດສັນງົບປະມານ 06 ເດືອນຕົ້ນປີ ແຕ່ລະພາກລະຮ່ວງ ຕາມການອະນຸມັດຂອງກະຊວງ ການເງິນ;

3.        ຄົ້ນຄວ້າດັດແກ້ແຜນງົບປະມານ 06 ເດືອນທ້າຍ ເພື່ອສະເໜີຫາກະຊວງການເງິນ;

4.        ຮັບຜິດຊອບສັງລວມເອກະສານເພື່ອຕີໃບຂໍຖອນຊໍາລະລາຍຈ່າຍງົບປະມານທັງໝົດ ຂອງກະຊວງ;

5.        ຮັບຜິດຊອບຄິດໄລ່ອັດຕາກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ໄປເຄື່ອນໄຫວວຽກທາງການພາຍໃນ ແລະ ຕ່າງປະເທດ;

6.        ສະຫຼຸບການຈັດຕັ້ງປະຕິບັດລາຍຈ່າຍງົບປະມານຂອງກະຊວງ ປະຈຳເດືອນ, ງວດ , 06 ເດືອນ, 09 ເດືອນ ແລະ ປະຈຳປີ;

7.        ເກັບຮັກສາເອກະສານລາຍຈ່າຍງົບປະມານຂອງກະຊວງ;

8.        ປະຕິບັດໜ້າທີ່ອື່ນໆຕາມການໝາຍຂອງຄະນະກົມ.

ມາດຕາ 11  ໜ້າ​ທີ່ຂອງ ​​ພະ​ແນ​ກ ຄຸ້ມ​ຄອງ​ລາຍ​ຮັບ-ຕິດຕາມທວງໜີ້

            ພະແນກຄຸ້ມຄອງລາຍຮັບ ແລະ ຕິດຕາມທວງນີ້ ມີໜ້າທີ່ ດັ່ງນີ້:

1.        ຕິດຕາມ,ຊຸກຍູ້ ເກັບລາຍຮັບວິຊາການ ຮັບເງີນຄ່າບໍລິການ,ຄ່າທໍານຽມຕ່າງໆ ດ້ານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ;

2.        ຕິດ​ຕາມ ເກັບ​ກຳ ການ​ສະ​ຫຼຸບ ລາຍ​ຮັບ-ລາຍ​ຈ່າຍ, ການມອບ​ພັນ​ທະ​ຂອງ​ບັນ​ດາ ລັດ​ວິ​ສາ​ຫະ​ກິດ​ທີ່​ເຄື່ອນໄຫວທຸລະກິດ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດ;

3.        ຄຸ້ມຄອງ ແລະ ເກັບກຳ ບັນຊີລາຍຮັບ-ໜີ້ສິນຂອງບັນດາບໍລິສັດ ທີ່ນຳໃຊ້ ຊັບພະຍາກອນ ໂທລະຄົມມະນາຄົມ ແລະ ອີນເຕີເນັດ;

4.        ສ້າງແຜນ​ເກັບ​ລາຍ​ຮັບ​ຈາກ​ບັນ​ດາ​ບໍ​ລິ​ສັດ ເປັນ​ແຕ່​ລະ​ປີ  ເພື່ອ​ສະ​ເໜີ​ຂັ້ນ​ເທິງ;

5.        ປະ​ຕິ​ບັດ​ໜ້າ​ທີ່​ອື່ນໆ ຕາມ​ການມອບ​ໝາຍ​ຂອງ ຄ​ະ​ນະ​ກົມ.

ມາດຕາ 12  ໜ້າ​ທີ່ຂອງ ​ພະແນກ ການ​ເງິນ-ບັນຊີ

             ພະແນກການເງິນ-ບັນຊີ ມີໜ້າທີ່ ດັ່ງນີ້:

1.        ເປັນ​ເສນາ​ທິການ​ໃຫ້​ຄະນະ​ກົມ​ ທາງ​ດ້ານ​ວຽກງານ​ການ​ເງິນ​-ບັນຊີ;

2.        ເຂົ້າຮ່ວມ​ປະຊຸມ​ທັງ​ພາຍ​ໃນ​ກົມ ​ແລະ ພາກສ່ວນ​ພາຍ​ນອກ​ທີ່​ກ່ຽວຂ້ອງ;

3.        ສັງ​ລວມ ​ແລະ ​ເກັບ​ກຳ​ບັນດາ​ເອກະ​ສານ​ຕ່າງທີ່​ກ່ຽວ​ພັນ​ກັບ​ວຽກ​ງານ​ການ​ເງິນ-ບັນຊີ ​ເພື່ອ​​ເອົາ​ໄວ້ສະໜອງການ​ໃນ​ສະຫຼຸບ​ບັນຊີ ​ແລະ ​ເປັນ​ບ່ອນ​ອີງ​ໃນ​ການ​ຕິດຕາມ ​ແລະ ກວດກາ;

4.        ຕິດຕາມບັນຊີເງິນຝາກກັບຄັງເງິນແຫ່ງຊາດຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບລາຍຮັບ-ລາຍຈ່າຍ ແລະ ສະຫຼຸບລາຍງານ ປະຈຳອາທິດ, ເດືອນ, ປີ;

5.        ຕິດຕາມ, ສັງ​ລວມ ບັນດາ​ລາຍ​ຮັບຕ່າງໆ​ຂອງ​ກະຊວງ ຕສ  ​ແລະ ສະຫຼຸບລາຍ​ງານ ປະຈຳອາທິດ, ເດືອນ, ປີ;

6.        ບັນທຶກລາຍຮັບວິຊາການ ແລະ ຄ່າທຳນຽມຕ່າງຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າປື້ມຕິດຕາມໂດຍແຍກລະອຽດໄປຕາມປື້ມຄູ່ມືການຖືບັນຊີຄູ່ ແລະ ສະຫຼຸບເປັນເດືອນ, ງວດ, ປີ;

7.        ຕິດຕາມ, ປະກອບຖອນ ວຽກງານໂຄງການຕ່າງໆຂອງກະຊວງ ທີ່ນຳໃຊ້ງົບປະມານບໍລິຫານ ແລະງົບປະມານວິຊາການທີ່ໄດ້ຮັບໃນແຕ່ລະປີ ແລະ ສະຫຼຸບລາຍງານ ປະຈຳອາທິດ, ເດືອນ, ປີ;

8.        ຕິດຕາມ​, ສະຫຼຸບ, ສັງ​ລວມ ວຽກງານງົບປະມານ ປົກະຕິ ​ແລະ ວິຊາ​ການ ປະຈຳ​ປີ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນ​ແຕ່​ລະ​ພາກ ແລະ ສະຫຼຸບລາຍ​ງານ ປະຈຳອາທິດ, ເດືອນ, ປີ;

9.        ບັນທຶກ ວຽກງານງົບປະມານ ປົກະຕິ ແລະ ວິຊາການ ປະຈຳປີ ຂອງ ກະຊວງ ຕສໃນແຕ່ລະພາກເຂົ້າປື້ມຕິດຕາມໂດຍແຍກລະອຽດໄປຕາມປື້ມຄູ່ມືການຖືບັນຊີຄູ່ ແລະ ສະຫຼຸບເປັນເດືອນ, ງວດ, ປີ;                

10.      ສ້າງເອກະສານລາຍງານການເງິນຕາມປື້ມຄູ່ມືການຖືບັນຊີຄູ່ຂອງອົງການຈັດຕັ້ງລັດ ເພື່ອສົ່ງໃຫ້ ກົມການບັນຊີຂອງກະຊວງການເງິນ;

11.      ຕິດຕາມ, ກວດກາເອກະສານຈ່າຍເງິນສົດຕ່າງໆ ຜ່ານຄັງເງິນກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ແລ້ວສະເໜີ ໃຫ້ ຄະນະກົມ ແລະ ຄະນະນຳກະຊວງ ອະນຸມັດ, ສັງລວມການຮັບເງິນຕາມ Smart Cash ທີ່ກະຊວງການເງິນອະນຸມັດ ແລະ ສະ ຫຼຸບເປັນອາທິດ, ເດືອນ, ງວດ, ປີ;

12.      ສະຫຼຸບລາຍງານປະຈຳອາທິດ, ງວດ, ເດືອນ, ປີ ໜ້າວຽກຕົນເອງທີ່ຮັບຜິດຊອບໃຫ້ຄະນະກົມ ເປັນປະຈຳ;

13.      ປະຕິບັດໜ້າທີ່ວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.

ມາດຕາ 13  ໜ້າທີ່ຂອງ ພະແນກ ຄັງເງິນສົດ

            ພະແນກຄັງເງິນສົດ ມີໜ້າທີ່ ດັ່ງນີ້:

1.        ຮັບເງິນເຂົ້າຄັງເງິນສົດ ແລະ ຈ່າຍອອກຄັງເງິນສົດ ໃຫ້ຖືກຕ້ອງຕາມລະບຽບການ;

2.        ກວດກາ​ເອກະສານ​ລາຍຈ່າຍ​ຕ່າງໆຈາກບັນດາ​ພາກສ່ວນ​ທີ່ກ່ຽວຂ້ອງໃຫ້​ຖືກຕ້ອງ​ຕາມ​ລະບຽບ;

3.        ບັນທຶກບັນຊີ ຕາມຫຼັກການບັນຊີຄູ່ ໃຫ້ຖືກຕ້ອງໂດຍນຳໃຊ້ສາລະບານງົບປະມານ-ບັນຊີທີ່ກະຊວງການເງິນ ໄດ້ອອກໃນແຕ່ລະໄລຍະຕາມລັກສະນະເນື້ອໃນ ແລະ ຕ້ອງມີເອກະສານຢັ້ງຢືນລຽງລໍາດັບ, ວັນທີ, ເດືອນ, ປີ;

4.        ປະສານສົມທົບ ກັບຄັງເງິນແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອສົມທົບຕົວເລກລາຍຮັບ-ລາຍຈ່າຍງົບປະມານ ເປັນເດືອນ, ງວດ ແລະ ປີ ໃຫ້ຖືກຕ້ອງ, ຊັດເຈນ ແລະ ໃຫ້ທັນຕາມກຳນົດເວລາ;

5.        ສະຫຼຸບສົມທຽບຕົວເລກຍອດເຫຼືອບັນຊີກັບຄັງເງິນສົດຢູ່ຄັງເງິນຂອງຕົນເປັນປະຈໍາວັນ, ເດືອນ, ງວດ ແລະ ປີ;

6.        ເກັບສຳເນົາເອກະສານການເຄື່ອນໄຫວບັນຊີໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ປອດໄພ ຕາມລະບຽບກົດໝາຍກຳນົດ;

7.        ຂຽນ​ໃບ​ບີນຮັບ-ຈ່າຍ​ເງິນສົດ​ອອກ​ ຈາກ​ຄັງ​​ຕາມ​ການ​ເຫັນ​ດີ​ຂອງ​ຄະນະ​ນຳ ​ແລະ ຄະນະ​ກົມ;

8.        ສະຫຼຸບ ແລະ ສັງລວມຕົວເລກປະຈໍາອາທິດ, ປະຈໍາເດືອນຂອງສົກງົບປະມານ;

9.        ຄຸ້ມຄອງລາຍຮັບຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ໂດຍມອບເຂົ້າງົບປະມານແຫ່ງລັດ ຜ່ານລະບົບບັນຊີຄັງເງິນແຫ່ງຊາດ;

10.     ໂອນເງິນລາຍຮັບວິຊາການຕ່າງໆໆເພື່ອມອບເຂົ້າຄັງເງງິນແຫ່ງຊາດ;

11.     ແລ່ນວຽກກະຊວງການເງິນ ແລະ ທະນາຄານພ້ອມທັງຮັບເງິນຈາກຄັງເງິນແຫ່ງຊາດ ແລະ ອື່ນໆເພື່ອມອບເຂົ້າຄັງເງິນກະຊວງ;

12.     ຕິດຕາມບັນຊີເງິນ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

13.     ສະຫຼຸບສັງລວມມອບ-ຮັບເງີນເຂົ້າບັນຊີເງີນຝາກຄັງເງີນແຫ່ງຊາດ ຂອງກະຊວງເຕັກໂນໂລຊີແລະການສື່ສານ;

14.     ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະນຳກົມ.

ມາດຕາ 14  ໜ້າທີ່ຂອງ ພະແນກ ຄຸ້ມຄອງຊັບສິນ

            ພະແນກຄຸ້ມຄອງຊັບສິນ ມີໜ້າທີ່ ດັ່ງນີ້:

1.        ຕິດຕາມ ການຈັດຕັ້ງປະຕິບັດດຳລັດ, ຂໍ້ກຳນົດ, ລະບຽບ, ກົດໝາຍ, ມະຕິ, ຄຳສັ່ງ, ແລະ ນະໂຍບາຍຕ່າງໆວ່າດ້ວຍການຄຸ້ມຄອງຊັບສິນ, ເພື່ອຍົກສູງຄວາມຮັບຮູ້ໃຫ້ບັນດາກົມ, ສູນ, ສະຖາບັນ, ທ້ອງຖິ່ນ ແລະ ລັດວິສາຫະກິດ ໃນການປະຕິບັດລະບຽບ;

2.        ປະສານສົມທົບບັນດາກົມ, ສູນ, ສະຖາບັນ ແລະ ທ້ອງຖິ່ນ ໃນການລົງກວດກາ, ບັນທຶກລົງບັນຊີ ແລະ  ຕິດ ຕາມຄຸ້ມຄອງການນຳໃຊ້ຊັບສິນຂອງລັດ ທີ່ຂຶ້ນກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

3.        ເກັບກຳຊັບສົມບັດຂອງໂຄງການຕ່າງໆ ເພື່ອຈົດເຂົ້າບັນຊີ ຊັບສົມບັດຂອງລັດ;

4.        ຂຶ້ນບັນຊີທະບຽນຄຸ້ມຄອງຂໍ້ມູນສະຖິຕິ ແລະ ການສະສາງອອກຊັບສິນຂອງລັດ ໃນແຕ່ລະປີ ລວມທັງຊັບສິນທີ່ບໍ່ມີເຈົ້າຂອງ ແລະ ຊັບສິນທີ່ໄດ້ຈາກການຊ່ວຍເຫຼືອລ້າ;

5.        ຕິດຕາມກວດກາ ແລະ ປະເມີນຜົນການຄຸ້ມຄອງ ການນໍາໃຊ້ຊັບສິນພ້ອມດ້ວຍການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງຊັບສິນ;

6.        ມີໜ້າທີ່ກວດກາທຸກເອກະສານທີ່ພົວພັນເຖິງການປະມູນຈັດຊື້ ເຄື່ອງໃຊ້ຫ້ອງການ, ການກໍ່ສ້າງ; ການສ້ອມແປງ, ການບໍລິການໃດໜຶ່ງເພື່ອໃຫ້ສອດຄ່ອງກັບລະບຽບກົດໝາຍການປະມູນຈັດຊື້;

7.        ເຂົ້າຮ່ວມເປັນຄະນະ ແລະ ຄຸ້ມຄອງວຽກງານການປະມູນຈັດຊື້ ເຄື່ອງໃຊ້ຫ້ອງການ, ການກໍ່ສ້າງ, ການສ້ອມແປງ, ການບໍລິການ ແລະ ການຊຳລະສະສາງຊັບສິນ;

8.        ຄົ້ນຄ້ວາສະເໜີແຜນບໍາລຸງສ້າງ, ຄຸ້ມຄອງ, ນໍາໃຊ້, ຈັດວາງ, ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆຕໍ່ພະນັກງານ;

9.        ສະຫຼຸບ ປະເມີນຜົນ ແລະ ລາຍງານກ່ຽວກົບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນ;

10.      ສະຫຼຸບ ແລະ ລາຍງານໃຫ້ກົມກ່ຽວກັບການຈັດຕັ້ງປະຕິບັດແຜນການປະຈໍາອາທິດ, ເດືອນ, ງວດ ແລະ ປີ;

11.      ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະກົມ.  

ມາດຕາ 15  ຫຼັກການ

            ກົມແຜນການ ແລະ ການເງິນ ເຄື່ອນໄຫວຕາມຫຼັກການ ດັ່ງນີ້:

1.        ປະ​ຕິ​ບັດ​ຕາມຫຼັກການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ຕົກ​ລົງ​ເປັນ​ໝູ່​ຄະ​ນະ​ກ່ຽວ​ກັບ​ບັນ​ຫາ​ລວມ​ຂອງ​ກົມ;

2.        ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງ ພະນັກງານ-ລັດຖະກອນ ທຸກລະດັບ;

3.        ທຸກ​ການ​ເຄື່ອນ​ໄຫວ​ວຽກງານ​ແມ່ນອີງໃສ່ກົດ​ໝາຍ, ລະບຽບການ ແລະ ຫຼັກ​ການລວມສູນຂອງພັກ-ລັດ; ນຳເອົາແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ນຳເອົາແຜນການປະຈຳປີ, ແຜນ 5 ປີຂອງກະຊວງ, ອົງການທຽບເທົ່າກະຊວງ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.

ມາດຕາ 16  ​ແບບ​ແຜນ​ວິທີ​ເຮັດ​ວຽກ

            ກົມແຜນການ ແລະ ການເງິນ ມີແບບແຜນວິທີເຮັດວຽກ ດັ່ງນີ້:

1.        ເຮັດ​ວຽກ​ມີ​ແຜນງານ, ແຜນການ ແລະ ໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ;

2.        ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາໄດ້ຜົນເສຍ;

3.        ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ ຫຼື ປະຈຳປີ ແລະ ປະຕິບັດລະບອບລາຍງານ ໃຫ້ກະຊວງ ເປັນປົກກະຕິ;

4.        ປະຕິບັດການພົວພັນປະສານງານພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບການ.

ມາດຕາ 17   ງົບປະມານ ​ແລະ ຕາປະ​ທັບ

ກົມແຜນການ ແລະ ການເງິນ ມີງົບປະມານ ແລະ ຕາປະທັບ ເພື່ອນໍາໃຊ້ໃນການ​ເຄື່ອນ​ໄຫວວຽກງານລັດຖະການ.

ມາດຕາ 18   ການຈັດ​ຕັ້ງ​ປະຕິບັດ

ບັນດາການຈັດຕັ້ງທີ່​ຂຶ້ນກັບ​ກະ​ຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທຸກ​ພາກສ່ວນທີ່​ກ່ຽວຂ້ອງ​ ຈົ່ງ​ຮັບ​ຮູ້ ​ແລະ ປະຕິບັດ​ຕາມ​ຂໍ້​ຕົກລົງສະບັບ​ນີ້​ ຢ່າງ​ເຂັ້ມງວດ.

ມາດຕາ 19     ຜົນ​ສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.