ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງ ຕສ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ຕົວອັກສອນຫຍໍ້ “ກຕນ” ຂຽນເປັນພາສາສາກົນ “Department of Technology and Innovation” ຂຽນຫຍໍ້ “DTI” ແມ່ນໂຄງປະກອບກົງຈັກ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະນຳກະຊວງໃນການກຳນົດນະໂຍບາຍ, ຍຸດທະສາດ, ສົ່ງເສີມ, ການຖ່າຍທອດ ແລະ ການຄຸ້ມຄອງ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂອບເຂດທົ່ວປະເທດ ຕາມຄວາມຮັບຜິດຊອບ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ໜ້າທີ່

1.   ປະຕິບັດຄຳສັ່ງ, ກົດໝາຍ, ດຳລັດ, ນິຕິກຳອື່ນໆຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

2.   ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານຄຸ້ມຄອງ ເຕັກໂນໂລຊີ, ວຽກງານນະວັດຕະກຳ, ວຽກງານເຕັກໂນໂລຊີລະດັບສູງ ແລະ ວຽກງານເຕັກໂນໂລຊີຂໍ້ມູນພາບຖ່າຍດາວທຽມ.

3.   ສ້າງຮ່າງ ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບ ວຽກງານຄຸ້ມຄອງເຕັກໂນໂລຊີ, ວຽກງານນະວັດຕະກຳ, ວຽກງານເຕັກໂນໂລຊີລະດັບສູງ ແລະ  ວຽກງານເຕັກໂນໂລຊີຂໍ້ມູນພາບຖ່າຍດາວທຽມ.

4.   ຄຸ້ມຄອງ, ສ້າງ ແລະ ນຳສະເໜີ ແຜນງົບປະມານການລົງທຶນຂອງລັດ ສຳລັບການຄົ້ນຄວ້າພັດທະນາ ແລະ ການຖ່າຍທອດ ເຕັກໂນໂລຊີ ແລະ ນະວັດຕະກຳ.

5.   ຄຸ້ມຄອງ, ສົ່ງເສີມການພັດທະນາ, ກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງການໂຄສະນາເຜີຍແຜ່, ສ້າງຈິດສຳນຶກ ແລະ ສ້າງຂະບວນການຕ່າງໆທີ່ກ່ຽວຂ້ອງກັບເຕັກໂນໂລຊີ ແລະ ນະວັດຕະກຳ ຕາມໜ້າທີ່ໄດ້ຮັບມອບໝາຍ.

6.   ຄຸ້ມຄອງການຖ່າຍທອດ ແລະ ນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ.

7.   ຄຸ້ມຄອງ ໃຫ້ບໍລິການ ດ້ານນະວັດຕະກຳ ກ່ຽວກັບການ ໃຫ້ຄຳປຶກສາ, ສະໜອງຂໍ້ມູນກວດສອບ, ຕີລາຄາ, ປະເມີນ ແລະ ຢັ້ງຢືນຜະລິດຕະພັນ, ຂະບວນການ, ການບໍລິຫານຈັດການ ແລະ ການຕະຫຼາດກ່ຽວກັບນະວັດຕະກຳ.

8.   ຄຸ້ມຄອງ ແລະ ຊຸກຍູ້ ເຂດ ເຕັກໂນໂລຊີລະດັບສູງ ໃນການຄົ້ນຄວ້າ ແລະ ພັດທະນາ, ການຖ່າຍທອດ ແລະ ການບໍລິການ ກ່ຽວກັບ ເຕັກໂນໂລຊີລະດັບສູງ.

9.   ໃຫ້ບໍລິການ, ກວດສອບ, ທົດສອບ, ຕີລາຄາ, ປະເມີນ ແລະ ອອກໃບຢັ້ງຢືນເຕັກໂນໂລຊີ.

10. ໃຫ້ບໍລິການເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ ກ່ຽວກັບການສືບຢັ່ງທາງໄກ (RS) ລະບົບຂໍ້ມູນພູມມີສາດ (GIS), ລະບົບຈຸດພິກັດລວມ (GPS) ແລະ ພາບຖ່າຍກາງອາກາດ.

11. ຊຸກຍູ້, ພັດທະນາ ແລະ ນຳໃຊ້ຜົນສພເລັດຂອງການຄົ້ນຄວ້າ, ການປະດິດສ້າງທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ດ້ວຍການສ້າງເປັນໂຄງການຕົວແບບ.

12. ສຶກສາ, ຄົ້ນຄວ້າ, ກຳນົດ ແລະ ປັບປຸງບັນຊີປະເພດເຕັກໂນໂລຊີສົ່ງເສີມ, ຄວບຄຸມ ແລະ ເກືອບຫ້າມໃນແຕ່ລະໄລຍະ.

13. ເປັນໃຈກາງປະສານສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ທຸການເຄື່ອນໄຫວ ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມທັງລາຍງານສະພາບການທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂອບເຂດທົ່ວປະເທດ ໃຫ້ການນຳ ກະຊວງ ຢ່າງເປັນປົກະຕິ.

14. ຄົ້ນຄວ້າ ແລະ ພິຈາລະນາ ອອກ ຫຼື ຖອນ ໃບອະນຸຍາດ ແລະ ໃບຢັ້ງຢືນ ການຖ່າຍທອດເຕັກໂນໂລຊີ  ຂອງບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວວຽກງານ ເຕັກໂນໂລຊີ ແລະ ນະວັດຕະກຳ.

15. ຕິດຕາມ, ກວດກາ ແລະ ໃຫ້ຄຳແນະນຳທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ບຸກຄົນ ແລະ ການຈັດຕັ້ງ ໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ຍຸດທະສາດ, ກົດໝາຍລະບຽບການ, ແຜນການ, ແຜນງານ ແລະ ໂຄງການໃນຂະແໜງການຂອງຕົນ.

16. ຄົ້ນຄວ້າ, ພິຈາລະນາ ແລະ ນຳສະເໜີກະຊວງ ແກ້ໄຂຄຳສະເໜີ, ຄຳຮ້ອງທຸກ ຂອງບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຂໍ້ຂັດແຍ່ງດ້ານດານຖ່າຍທອດເຕັກໂນໂລຊີ.

17. ສະເໜີປັບປຸງໂຄງປະກອບການຈັດຕັ້ງຂອງກົມ ໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງວຽກງານໃນແຕ່ລະໄລຍະ.

18. ຮ່ວມມື ແລະ ຊຸກຍູ້ ບັນດາຂະແໜງການພາກວິສາຫະກິດ, ພາກລັດ ແລະ ເອກະຊົນ (P.P.P) ເພື່ອເປັນກຳລັງແຮງ ໃນການພັດທະນາ ແລະ ການບໍລິການເຕັກໂນໂລຊີ ແລະ ນະວັດຕະກຳ.

19. ສຶກສາຄົ້ນຄວ້າການເຂົ້າເປັນພາຄີ ແລະ ຈັດຕັ້ງປະຕິບັດພັນທະຕໍ່ສາກົນ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ.

20. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ການສະໜັບສະໜູນເຂົ້າໃນວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ບົນພື້ນຖານຫຼັກການ, ລະບຽບການ ແລະ ຕາມການມອບໝາຍ ຂອງກະຊວງ.

21. ສະຫຼຸບ, ລາຍງານ ວຽກງານຂອງຕົນໃຫ້ລັດຖະມົນຕີຊາບ ແລະ ເພື່ອຊີ້ນຳ.

22. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ຂອບເຂດສິດ

1.   ອອກລະບຽບການ, ບົດແນະນຳ, ໃບແຈ້ງການ, ໃບຢັ້ງຢືນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ຕາມການມອບໝາຍຂອງກະຊວງ.

2.   ກວດກາ, ຕີລາຄາ, ຄົ້ນຄວ້າ ແລະ ພິຈາລະນາ ນຳສະເໜີ ລັດຖະມົນຕີ ອອກ ຫຼື ຖອນ ໃບອະນຸບາດ ແລະ ໃບຢັ້ງຢືນ, ບັນດາກິດຈະການທີ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ສັງຄົມດ້ານເຕັກໂນໂລຊີ ແລະ ນະວັດຕະກຳ.

3.   ເຂົ້າຮ່ວມ ແລະ ປະກອບຄວາມຄິດເຫັນ ໃນກອງປະຊຸມຂອງຂະແໜງການທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ.

4.   ສະເໜີສ້າງຕັ້ງ ຫຼື ປັບປຸງ, ຍຸບເລີກ ກົງຈັກການຈັດຕັ້ງ, ຍ້ອງຍໍ, ໃຫ້ບຳເນັດ, ແຕ່ງຕັ້ງ, ຍົກຍ້າຍ ປົດຕຳແໜ່ງ ເລື່ອນຊັ້ນ-ຂັ້ນ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆຕໍ່ພະນັກງານ ຊ່ຽວຊານ ຫຼື ສັນຍາແຮງງານ ຂອງກົມຕາມລະບຽບຫຼັກການ.

5.   ຄຸ້ມຄອງພາຫະນະ, ວັດຖຸ, ອຸປະກອນ ທີ່ເປັນຊັບສົມບັດລວມພາຍໃນກົມ ຕາມນະໂຍບາຍ ລະບຽບການ ແລະ ຄວາມເໝາະສົມ.

6.   ຂຶ້ນແຜນ, ຄຸ້ມຄອງ ແລະ ນຳໃຊ້ງົບປະມນ ຕາມແຜນການ ທີ່ໄດ້ຮັບອະນຸມັດຈາກກະຊວງ.

7.   ຈັດກອງປະຊຸມ, ສຳມະນາ ແລະ ຝຶກອົບຮົມຕ່າງໆ ຂອງພະນັກງານການນຳ, ພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂັ້ນຕ່າງໆ.

8.   ຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກ, ອະນຸສັນຍາ ແລະ ສັນຍາກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການອະນຸມັດຈາກກະຊວງ.

9.   ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ໂຄງປະກອບການຈັດຕັ້ງ

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1.   ພະແນກ ສັງລວມ

2.   ພະແນກ ນະໂຍບາຍ ແລະ ຍຸດທະສາດ

3.   ພະແນກ ຄຸ້ມຄອງເຕັກໂນໂລຊີ

4.   ພະແນກ ນະວັດຕະກຳ

5.   ພະແນກ ເຕັກໂນໂລຊີລະດັບສູງ

6.   ພະແນກ ເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

ໂຄງປະກອບຂອງບຸກຄະລາກອນ

1.   ຄົ້ນຄວ້າຜັນຂະຫຍາຍທິດທາງ, ແຜນງານ, ແຜນການ ໃຫ້ເປັນໂຄງການສະເພາະ ແລະ ແຜນລະອຽດລວມຂອງກົມ.

2.   ຮັບຜິດຊອບການຂຶ້ນແຜນການເຄື່ອນໄຫວວຽກງານ, ແຜນຄວາມຕ້ອງການນຳໃຊ້ງົບປະມານ, ແຜນຈັດຊື້ ແລະ ສະຫຼຸບລາຍງານ ປະຈຳອາທິດ, ເດືອນ, ໄຕມາດ, 6 ເດືອນ ແລະ ປີ ຂອງກົມ.

3.   ເປັນໃຈກາງປະສານສົມທົບ ກັບຳາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານຂອງກົມ ຢ່າງມີປະສິດທິຜົນ.

4.   ຄຸ້ມຄອງນຳໃຊ້ງົບປະມານ ແລະ ຊັບສິນລວມ ພ້ອມທັງຂຶ້ນແຜນ, ສັງລວມ, ສະຫຼຸບລາຍງານຂອງພະແນກ ແລະ ຂອງກົມຢ່າງມີປະສິດທິຜົນ.

5.   ຄົ້ນຄວ້າປັບປຸງ ໂຄງປະກອບການຈັດຕັ້ງ, ຄວາມຕ້ອງການບຸກຄະລາກອນ, ຕຳແໜ່ງງານໃຫ້ສອດຄ່ອງກັບວຽກງານພາຍໃນກົມ ໃນແຕ່ລະໄລຍະ ລວມທັງການປະຕິບັດລະບຽບນະໂຍບາຍເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ ແລະ ການປະຕິບັດວິໄນ ຕໍ່ຜູ້ກະທຳຜິດລະບຽບລັດຖະກອນ.

6.   ຄຸ້ມຄອງວຽກງານການຈັດຕັ້ງ ແລະ ພະນັກງານ, ນະໂຍບາຍ ແລະ ກໍ່ສ້າງ-ຍົກລະດັບ ພະນັກງານຂອງກົມ.

7.   ຄຸ້ມຄອງ ແລະ ຈໍລະຈອນ ເອກະສານຂາເຂົ້າ-ຂາອອກ ແລະ ລະບົບເອກະສານຕ່າງໆຂອງກົມ.

8.   ສັງລວມ, ສ້າງ ແລະ ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານການເຄື່ອນໄຫວວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃນແຕ່ລະໄລຍະ.

9.   ຂຶ້ນແຜນ ຈັດກອງປະຊຸມ, ສຳມະນາ ແລະ ຝຶກອົບຮົມ ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂັ້ນຕ່າງໆ.

10.  ເປັນຈຸດປະສານງານໃຫ້ແກ່ກົມ ໃນວຽກງານແຜນການ, ວຽກງານການລົງທຶນຂອງລັັດ, ວຽກງານໂຄງການ ແລະ ວຽກງານພົວພັນ-ຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ.

11.  ເກັບກຳ, ສັງລວມ ວຽກງານການຮ່ວມມື ແລະ ປະສານງານກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ.

12.  ຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານການຈັດຕັ້ງປະຕິບັດແຜນການ ແລະ ໂຄງການກ່ຽວກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ກົມ.

13.  ເກັບກຳ, ສັງລວມ ບັນດາໂຄງການ, ແຜນການລວມຂອງກົມ ເປັນແຕ່່ລະໄລຍະ.

14.  ຄົ້ນຄວ້າ, ເກັບກຳ, ສັງລວມລະບົບຖານຂໍ້ມູນສະຖິຕິ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອເຜີຍແຜ່ ແລະ ນຳໃຊ້ໃນການວາງແຜນພັດທະນາ, ການຄົ້ນຄວ້າ-ວິໄຈ ແລະ ແລກປ່ຽນທັງພາຍໃນ ແລະ ຕ່າງປະເທດ.

15.  ພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຮ່ວມມືລົງທຶນ ແລະ ການສະໜັບສະໜຸນດ້ານວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ຕາມການມອບໝາຍຂອງກົມ.

16.  ເຂົ້າຮ່ວມ ແລະ ປະກອບຄຳເຫັນ ຕໍ່ກອງປະຊຸມຕ່າງໆ ຕາມທິດຊີ້ນຳ ແລະ ການມອບໝາຍຂອງກົມ.

17.  ສະຫຼຸບ, ລາຍງານ ວຽກງານຂອງຕົນໃຫ້ຫົວໜ້າກົມ ແລະ ເພື່ອຊີ້ນຳ.

18.  ປະຕິບັດຄຳສັ່ງ, ການຕົກລົງ, ຄຳແນະນຳຕ່າງໆຂອງກົມ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງກົມ.

ໜ້າທີ່ຂອງ ແຕ່ລະພະແນກ

ໜ້າທີ່ຂອງ ພະແນກ ນະໂຍບາຍ ແລະ ຍຸດທະສາດ

1.   ຄົ້ນຄວ້າ ຜັນຂະຫຍາຍທິດທາງ, ແຜນງານ, ແຜນການຂອງກົມ ໃ້ເປັນໂຄງການສະເພາະ ແລະ ແຜນການລະອຽດ ໃນວຽກງານ ນະໂຍບາຍ ແລະ ຍຸດທະສາດ ເຕັກໂນໂລຊີ ແລະ ນະວັດຕະກຳ.

2.   ສ້າງແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ກ່ຽວກັບວຽກງານນະໂຍບາຍ ແລະ ຍຸດທະສາດ ເຕັກໂນໂລຊີ ແລະ ນະວັດຕະກຳ.

3.   ເປັນໃຈກາງ ປະສານສົມທົບ ກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ວຽກງານນະໂຍບາຍ ແລະ ຍຸດທະສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ຢ່າງມີປະສິດທິຜົນ.

4.   ຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານ ການຈັດຕັ້ງປະຕິບັດແຜນການ ແລະ ໂຄງການກ່ຽວກັບ ວຽກງານນະໂຍບາຍ ແລະ ຍຸດທະສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ກົມ.

5.   ສຶກສາຄົ້ນຄວ້າສ້າງຮ່າງ ແລະ ປັບປຸງນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ກົດໝາຍ ແລະ ລະບຽບການຕ່າງໆ ກ່ຽວກັບການຄົ້ນຄວ້າ, ການພັດທະນາ, ການຄຸ້ມຄອງ, ການນຳໃຊ້ ແລະ ການບໍລິການດ້ານວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ.

6.   ຄົ້ນຄວ້າປະກອບຄຳເຫັນ ຕໍ່ການສ້າງ, ປັບປຸງນະໂຍບາຍ ແລະ ແຜນຍຸດທະສາດ ທີ່ບັນດາກົມ ສະຖາບັນ ແລະ ຂະແໜງການອື່ນສະເໜີຂຶ້ນມາ.

7.   ຕິດຕາມກວດກາ, ປະເມີນ ແລະ ລາຍງານ ເປັນແຕ່ລະໄລຍະທັງເປັນລະບົບ ແລະ ຕໍ່ເນື່ອງກ່ຽວກັບສະພາບການຈັດຕັ້ງປະຕິບັດ ບັນດານະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ທິດທາງແຜນການ ແລະ ນິຕິກຳຕ່າງໆ ໃນການເຄື່ອນໄຫວວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ.

8.   ສຶກສາຄົ້ນຄວ້າການເຂົ້າເປັນພາຄີ ຂອງ ສປປ ລາວ ຕໍ່ສົນທິສັນຍາ, ອະນຸສັນຍາ ແລະ ສັນຍາສາກົນຕ່າງໆ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ.

9.   ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມຕ່າງໆ ຕາທິດຊີ້ນຳ ແລະ ການມອບໝາຍຂອງກົມ.

10.  ພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ຍາດແຍ່ງການຮ່ວມມືລົງທຶນ ແລະ ການສະໜັບສະໜຸນ ດ້ານວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ຕາມການມອບໝາຍຂອງກົມ.

11.  ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ຫົວໜ້າກົມ ແລະ ເພື່ອຊີ້ນຳ.

12.  ປະຕິບັດຄຳສັ່ງ, ການຕົກລົງ, ຄຳແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງກົມ.

 ໜ້າທີ່ ຂອງ ພະແນກ ຄຸ້ມຄອງເຕັກໂນໂລຊີ

1.   ຄົ້ນຄວ້າຜັນຂະຫຍາຍທິດທາງ, ແຜນງານ, ແຜນການ ຂອງກົມໃຫ້ເປັນໂຄງການສະເພາະ ແລະ ແຜນການລະອຽດ ໃນວຽກງານຄຸ້ມຄອງເຕັກໂນໂລຊີ.

2.   ສ້າງແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ກ່ຽວກັບວຽກງານຄຸ້ມຄອງເຕັກໂນໂລຊີ.

3.   ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງເຕັກໂນໂລຊີ ຢ່າງມີປະສິດທິຜົນ.

4.   ຄຸ້ມຄອງນຳໃຊ້ງົບປະມານ ແລະ ຊັບສິນລວມ ພ້ອມທັງຂຶ້ນແຜນ, ສັງລວມ, ສະຫຼຸບລາຍງານຂອງພະແນກຢ່າງມີປະສິດທິຜົນ.

5.   ຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານການຈັດຕັ້ງປະຕິບັດແຜນການ ແລະ ໂຄງການກ່ຽວກັບ ວຽກງານຄຸ້ມຄອງເຕັກໂນໂລຊີ ໃຫ້ແກ່ກົມ.

6.   ສຶກສາ, ຄົ້ນຄວ້າກຳນົດ ແລະ ປັບປຸງບັນຊີປະເພດ ເຕັກໂນໂລຊີ ສົ່ງເສີມ, ຄວບຄຸມ ແລະ ເກືອດຫ້າມໃນແຕ່ລະໄລຍະ.

7.   ເກັບກຳຂໍ້ມູນ ຄວາມຕ້ອງການນຳໃຊ້ ແລະ ພັດທະນເຕົກໂນໂລຊີ.

8.   ປະເມີນ,ກວດສອບ ແລະ ຕີລາຄາບັນດາເຕັກໂນໂລຊີ ເພື່ອນຳສະເໜີກົມພິຈາລະນາ ອອກໃບຢັ້ງຢືນເຕັກໂນໂລຊີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງໃນການນຳເຂົ້າ, ສ້າງຕັ້ງໂຮງງານ, ການກໍ່ສ້າງ, ການບໍລິການ ແລະ ອື່ນໆ.

9.   ກວດກາ, ຕີລາຄາ, ຄົ້ນຄວ້າ ແລະ ພິຈາລະນາ ລາຍງານຫົວໜ້າກົມ ອອກ ຫຼື ຖອນ ໃບອະນຸຍາດ ແລະ ໃບຢັ້ງຢືນ, ບັນດາກິດຈະການທີ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ສັງຄົມດ້ານເຕັກໂນໂລຊີ.

10.  ສ້າງລະບຽບ, ຫຼັກການ, ວິທີການ ແລະ ບົດແນະນຳ ກ່ຽວກັບການປະເມີນເຕັກໂນໂລຊີ.

11.  ຈົດທະບຽນການຖ່າຍທອດເຕັກໂນໂລຊີ ໃນຄວາມຮັບຜິດຊອບຂອງຕົນ.

12.  ໃຫ້ຄຳປຶກສາ ແລະ ສະໜອງຂໍ້ມູນກ່ຽວກັບເຕັກໂນໂລຊີ.

13.  ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກກ່ຽວກັບຜົນສຳເລັດທາງດ້ານວຽກງານເຕັກໂນໂລຊີ.

14.  ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມຕ່າງໆ ຕາມທິດຊີ້ນຳ ແລະ ການມອບໝາຍຂອງກົມ.

15.  ຄົ້ນຄວ້າປະກອບຄຳເຫັນກ່ຽວກັບເຕັກໂນໂລຊີ ທີ່ບັນດາກົມ, ສະຖາບັນ ແລະ ຂະແໜງການອື່ນໆສະເໜີຂຶ້ນມາ.

16.  ສຶກສາ, ຄົ້ນຄວ້າການເຂົ້າເປັນພາຄີ ຂອງ ສປປ ລາວ ສົນທິສັນຍາ, ອະນຸສັນຍາ ແລະ ສັນຍາສາກົນຕ່າງໆ ທາງດ້ານເຕັກໂນໂລຊີ.

17.  ພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຮ່ວມມືລົງທຶນ ແລະ ການສະໜັບສະໜຸນ ດ້ານວຽກງານເຕັກໂນໂລຊີ ຕາມການມອບໝາຍຂອງກົມ.

18.  ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ຫົວໜ້າກົມ ແລະ ເພື່ອຊີ້ນຳ.

19.  ປະຕິບັດຄຳສັ່ງ, ການຕົກລົງ, ຄຳແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງກົມ.

ໜ້າທີ່ຂອງ ພະແນກ ນະວັດຕະກຳ

1.   ຄົ້ນຄວ້າຜັນຂະຫຍາຍທິດທາງ, ແຜນງານ, ແຜນການ ຂອງກົມໃຫ້ເປັນໂຄງການສະເພາະ ແລະ ແຜນການລະອຽດ ໃນວຽກງານນະວັດຕະກຳ.

2.   ສ້າງແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ກ່ຽວກັບວຽກງານນະວັດຕະກຳ.

3.   ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ວຽກງານນະວັດຕະກຳ ຢ່າງມີປະສິດທິຜົນ.

4.   ຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານການຈັດຕັ້ງປະຕິບັດແຜນການ ແລະ ໂຄງການກ່ຽວກັບ ວຽກງານນະວັດຕະກຳ ໃຫ້ແກ່ກົມ.

5.   ສ້າງລະບຽບ, ຫຼັກການ, ວິທີການ ແລະ ບົດແນະນຳ, ມາດຕະຖານ, ເງື່ອນໄຂ, ການປະເມີນ ແລະ ການໃຫ້ລາງວັນ ກ່ຽວກັບນະວັດຕະກຳ ຜະລິດຕະພັນ, ຂະບວນການ, ການບໍລິຫານຈັດການ ແລະ ການຕະຫຼາດ.

6.   ຊຸກຍູ້ ການພັດທະນາ ເຕັກໂນໂລຊີ ແລະ ນະວັດຕະກຳ ໃນສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ພາກສ່ວນທຸລະກິດ, ຂະແໜງການຕ່າງໆ ແລະ ຜູ້ປະກອບການໃນຂົງເຂດການຜະລິດ.

7.   ຄົ້ນຄວ້າ ແລະ ນຳສະເໜີກົມ ພິຈາລະນາອອກໃບຢັ້ງຢືນ ນະວັດຕະກຳ ກ່ຽວກັບຜະລິດຕະພັນ, ຂະບວນການ, ການບໍລິຫານຈັດການ ແລະ ການຕະຫຼາດ.

8.   ເກັບກຳ ແລະ ສັງລວມຂໍ້ມູນ ດ້ານນະວັດຕະກຳ ແລະ ຜະລິດຕະພັນ ທີ່ເປັນທ່າແຮງຂອງທ້ອງຖິ່ນ.

9.   ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກກ່ຽວກັບຜົນສຳເລັດທາງດ້ານວຽກງານນະວັດຕະກຳ.

10.  ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມຕ່າງໆ ຕາມທິດຊີ້ນຳ ແລະ ການມອບໝາຍຂອງກົມ.

11. ພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຮ່ວມມືລົງທຶນ ແລະ ການສະໜັບສະໜຸນ ດ້ານວຽກງານນະວັດຕະກຳ ຕາມການມອບໝາຍຂອງກົມ.

12.  ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ຫົວໜ້າກົມ ແລະ ເພື່ອຊີ້ນຳ.

13.  ປະຕິບັດຄຳສັ່ງ, ການຕົກລົງ, ຄຳແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງກົມ.

 ໜ້າທີ່ຂອງ ພະແນກ ເຕັກໂນໂລຊີລະດັບສູງ

1.   ຄົ້ນຄວ້າຜັນຂະຫຍາຍທິດທາງ, ແຜນງານ, ແຜນການ ຂອງກົມໃຫ້ເປັນໂຄງການສະເພາະ ແລະ ແຜນການລະອຽດ ໃນວຽກງານເຕັກໂນໂລຊີລະດັບສູງ.

2.   ສ້າງແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ກ່ຽວກັບວຽກງານເຕັກໂນໂລຊີລະດັບສູງ.

3.   ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ວຽກງານເຕັກໂນໂລຊີລະດັບສູງ ຢ່າງມີປະສິດທິຜົນ.

4.   ຄຸ້ມຄອງນຳໃຊ້ງົບປະມານ ແລະ ຊັບສິນລວມ ພ້ອມທັງຂຶ້ນແຜນ, ສັງລວມ, ສະຫຼຸບລາຍງານຂອງພະແນກຢ່າງມີປະສິດທິຜົນ.

5.   ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບດ້ານ ວິຊາການ ຂໍ້ມູນພາບຖ່າຍດາວທຽມ ໃຫ້ແກ່ສູນກາງ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ອື່ນໆ.

6.   ຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານການຈັດຕັ້ງປະຕິບັດແຜນການ ແລະ ໂຄງການກ່ຽວກັບ ວຽກງານເຕັກໂນໂລຊີລະດັບສູງ ໃຫ້ແກ່ກົມ.

7.   ຄຸ້ມຄອງ ແລະ ໃຫ້ການບໍລິການຂໍ້ມູນ ກ່ຽວກັບ ວຽກງານເຕັກໂນໂລຊີລະດັບສູງ.

8.   ຊຸກຍູ້ການນຳໃຊ້ ເຕັກໂນໂລຊີລະດັບສູງ ດ້ວຍຮູບການສ້າງເປັນໂຄງການຄົ້ນຄວ້າ ທົດລອງ ແລະ ສູນສາທິດ.

9.   ຊຸກຍູ້ການນຳໃຊ້ເຕັກໂນໂລຊີລະດັບສູງ ເຂົ້າໃນວຽກງານອຸດສາຫະກຳ, ການຜະລິດ, ການບໍລິການ ແລະ ສ້າງເຂດເຕັກໂນໂລຊີລະດັບສູງ.

10. ສຶກສາ, ຄົ້ນຄວ້າລະບຽບການ ໃນການຄຸ້ມຄອງ ເຂດເຕັກໂນໂລຊີລະດັບສູງ.

11. ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກກ່ຽວກັບຜົນສຳເລັດທາງດ້ານວຽກງານເຕັກໂນໂລຊີລະດັບສູງ.

12. ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມຕ່າງໆ ຕາມທິດຊີ້ນຳ ແລະ ການມອບໝາຍຂອງກົມ.

13. ພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຮ່ວມມືລົງທຶນ ແລະ ການສະໜັບສະໜຸນ ດ້ານວຽກງານເຕັກໂນໂລຊີລະດັບສູງ ຕາມການມອບໝາຍຂອງກົມ.

14    ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ຫົວໜ້າກົມ ແລະ ເພື່ອຊີ້ນຳ.

15    ປະຕິບັດຄຳສັ່ງ, ການຕົກລົງ, ຄຳແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງກົມ.

ໜ້າທີ່ ຂອງ ພະແນກ ເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ

1.   ຄົ້ນຄວ້າຜັນຂະຫຍາຍທິດທາງ, ແຜນງານ, ແຜນການ ຂອງກົມໃຫ້ເປັນໂຄງການສະເພາະ ແລະ ແຜນການລະອຽດ ໃນວຽກງານເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

2.   ສ້າງແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ກ່ຽວກັບວຽກງານເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

3.   ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ວຽກງານເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ ຢ່າງມີປະສິດທິຜົນ.

4.   ຄຸ້ມຄອງນຳໃຊ້ງົບປະມານ ແລະ ຊັບສິນລວມ ພ້ອມທັງຂຶ້ນແຜນ, ສັງລວມ, ສະຫຼຸບລາຍງານຂອງພະແນກຢ່າງມີປະສິດທິຜົນ.

5.   ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບດ້ານ ວິຊາການ ຂໍ້ມູນພາບຖ່າຍດາວທຽມ ໃຫ້ແກ່ສູນກາງ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ອື່ນໆ.

6.   ສ້າງລະບົບຖານຂໍ້ມູນ-ຂ່າວສານ ເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ວິໄຈ, ສົ່ງເສີມ ແລະ ບໍລິການ ພ້ອມທັງເຊື່ອມໂຍງພາຍໃນ ແລະ ຕ່າງປະເທດ.

7.   ຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານການຈັດຕັ້ງປະຕິບັດແຜນການ ແລະ ໂຄງການກ່ຽວກັບ ວຽກງານເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

8.   ສຶກສາຄົ້ນຄວ້າ ແລະ ໃຫ້ບໍລິການ ຂໍ້ມູນພາບຖ່າຍດາວທຽມ ການສືບຢັ່ງທາງໄກ (RS) ລະບົບຂໍ້ມູນພູມມີສາດ (GIS), ລະບົບຈຸດພິກັດລວມ (GPS) ແລະ ພາບຖ່າຍກາງອາກາດ.

9.   ໃຫ້ບໍລິການເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ ດ້ວຍຮູບການໃຫ້ຄຳປຶກສາສະໜອງຂໍ້ມູນ.

10.  ສ້າງລະບຽບການຄຸ້ມຄອງ ການໃຫ້ບໍລິການທາງດ້ານ ເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

11.  ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກກ່ຽວກັບຜົນສຳເລັດທາງດ້ານວຽກງານເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

12.  ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມຕ່າງໆ ຕາມທິດຊີ້ນຳ ແລະ ການມອບໝາຍຂອງກົມ.

13.  ສຶກສາ, ຄົ້ນຄວ້າການເຂົ້າເປັນພາຄີ ຂອງ ສປປ ລາວ ສົນທິສັນຍາ, ອະນຸສັນຍາ ແລະ ສັນຍາສາກົນຕ່າງໆ ກ່ຽວກັບເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ.

14.  ພົວພັນຮ່ວມມືກັບພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ຍາດແຍ່ງການຮ່ວມມືລົງທຶນ ແລະ ການສະໜັບສະໜຸນ ດ້ານວຽກງານເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ ຕາມການມອບໝາຍຂອງກົມ.

15.  ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ຫົວໜ້າກົມ ແລະ ເພື່ອຊີ້ນຳ.

16.  ປະຕິບັດຄຳສັ່ງ, ການຕົກລົງ, ຄຳແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງກົມ.