ກົມເຕັກໂນໂລຊີດິຈິຕອນ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

ກົມເຕັກໂນໂລຊີດີຈິຕ້ອນ ຕົວອັກສອນຫຍໍ້ “ກຕດ" ເປັນພາສາສາກົນ Department of Digital Technology "DDT" ແມ່ນໂຄງປະກອບກົງຈັກ ຂອງກະຊວງ ເຕັກໂນໂລຊີ ແລະ ການ ສື່ສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະພັກ, ຄະນະນໍາ ກະຊວງໃນການຄຸ້ມຄອງມະຫາ ພາກ, ສ້າງແຜນແມ່ບົດ, ຍຸດທະສາດ, ນະໂຍບາຍ, ການສົ່ງເສີມ ແລະ ການເຜີຍແຜ່ ວຽກງານ ເຕັກໂນໂລ ຊີດິຈິຕ໋ອນ, ວຽກງານທຸລະກຳທາງເອເລັກໂຕຣນິກ, ວຽກງານເສດຖະກິດດິຈິຕ໋ອນ ແລະ ວຽກງານການ ຫັນເປັນດິຈິຕ໋ອນ ໃນຂອບເຂດທົ່ວປະເທດ.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

ກົມເຕັກໂນໂລຊີດີຈິຕ໋ອນ ມີໜ້າທີ່ ດັ່ງລຸ່ມນີ້:

1. ປະຕິບັດກົດໝາຍ, ດໍາລັດ, ນິຕິອື່ນຂອງຂຶ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງເຕັກໂນໂລຊີ ແລະ ການ ສື່ສານ;

2. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານເຕັກໂນໂລຊີດີ ຈິຕ້ອນ, ວຽກງານທຸລະກຳທາງເອເລັກໂຕຣນິກ, ວຽກງານເສດຖະກິດດີຈິຕ້ອນ ແລະ ວຽກງານການຫັນ ເປັນດີຈິຕ້ອນ;

3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານ ເຕັກໂນໂລຊີດີຈິຕ໋ອນ, ວຽກງານທຸລະກຳ ທາງເອເລັກໂຕຣນິກ, ວຽກງານເສດຖະກິດດີຈິຕ໋ອນ ແລະ ວຽກງານການຫັນເປັນດີຈິຕ໋ອນ; ສ້າງແຜນ ງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;

4. ໂຄສະນາ, ເຜີຍແຜ່ ແຜນແມ່ບົດ, ແຜນຍຸດທະສາດ, ນະໂຍບາຍ, ລະບຽບກົດໝາຍ ແລະ ນິຕິກຳ ກ່ຽວ ກັບວຽກງານ ເຕັກໂນໂລຊີດີຈິຕ໋ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ໋ອນ ແລະ ການຫັນ ເປັນດີຈິຕ້ອນຂອງ ສປປ ລາວ;

5. ໂຄສະນາເຜີຍແຜ່, ສຶກສາອົບຮົມ, ຊຸກຍູ້, ສ້າງຈິດສໍານຶກ ລວມທັງສ້າງຂະບວນການຕ່າງໆ ໃຫ້ແກ່ສັງຄົມ ສາມາດເຂົ້າເຖິງ ແລະ ນໍາໃຊ້ຜົນສໍາເລັດກ່ຽວກັບ ເຕັກໂນໂລຊີດີຈິຕ໋ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ໋ອນ ແລະ ການຫັນເປັນດີຈິຕ໋ອນຂອງ ສປປ ລາວ;

6. ເປັນໃຈກາງໃນການພົວພັນປະສານງານກັບບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ການຄົ້ນຄວ້າ, ຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານການພັດທະນາ ເສດຖະກິດດີຈິຕ໋ອນ ແລະ ການຫັນເປັນດີຈິຕ໋ອນ ຂອງ ສປປ ລາວ;

7. ຊີ້ນໍາ, ຄຸ້ມຄອງ, ຕິດຕາມ ແລະ ກວດກາ ບັນດາຫົວໜ່ວຍທຸລະກິດດ້ານ ເຕັກໂນໂລຊີດີຈິຕ໋ອນ ແລະ ທຸລະກຳທາງເອເລັກໂຕຣນິກ ໃນຂອບເຂດກົມຮັບຜິດຊອບ ເພື່ອໃຫ້ການດໍາເນີນທຸລະກິດ ຖືກຕ້ອງ, ມີ ຄຸນນະພາບ ແລະ ໄດ້ມາດຕະຖານ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;

8. ຄຸ້ມຄອງການນໍາເຂົ້າ ແລະ ຈຳໜ່າຍອຸປະກອນ ເຕັກໂນໂລຊິຕິຈິຕ້ອນ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກແຫ່ງຊາດ ຫຼື ມາດຕະຖານສາກົນ ໃນແຕ່ລະໄລຍະ;

9. ຄຸ້ມຄອງ ແລະ ດັດສົມອັດຕາຄ່າທໍານຽມ ແລະ ຄ່າບໍລິການວິຊາການ ດ້ານເຕັກໂນໂລຊີດີຈິຕ໋ອນ ແລະ ທຸລະກຳທາງເອເລັກໂຕຣນິກ ໃນຂອບເຂດກົມຮັບຜິດຊອບ;

10. ກວດກາ, ປະກອບຄໍາເຫັນ, ຮັບຮອງ ແລະ ຢັ້ງຢືນທາງດ້ານເຕັກນິກ ບັນດາຜະລິດຕະພັນ, ອຸປະກອນ, ລະບົບ, ບັນດາໂຄງການພັດທະນາ, ການລົງທຶນ ກ່ຽວກັບ ເຕັກໂນໂລຊີດີຈິຕ໋ອນ ໃນຂອບເຂດທົ່ວປະເທດ;

11. ພິຈາລະນາ ຄໍາສະເໜີ, ຄໍາຮ້ອງ ແລະ ມີຄໍາເຫັນ ທາງດ້ານເຕັກນິກ ເພື່ອເປັນຂໍ້ມູນອ້າງອີງປະກອບເຂົ້າໃນຂະບວນການ ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການບໍລິການ, ການນໍາໃຊ້ ແລະ ການດໍາເນີນທຸລະກິດດ້ານເຕັກໂນໂລຊີດີຈິຕ໋ອນ ແລະ ທຸລະກຳທາງເອເລັກໂຕຣນິກ;

12. ສໍາຫຼວດ, ເກັບກຳ, ສັງລວມ ແລະ ວິໄຈຂໍ້ມູນດ້ານຕ່າງໆ ເພື່ອສ້າງເປັນສະຖິຕິຂໍ້ມູນ ຫຼື ດັດສະນີຕົວຊີ້ວັດ ການນໍາໃຊ້ ແລະ ການພັດທະນາທາງດ້ານ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ເພື່ອຮັບໃຊ້ໃຫ້ແກ່ການກຳນົດທິດທາງ ແລະ ວາງແຜນ ໃນການພັດທະນາໃນຕໍ່ໜ້າ;

13. ເກັບກຳ, ບັນທຶກ, ຢັ້ງຢືນຜົນງານ ແລະ ຫົວຄິດປະດິດສ້າງ ຂອງນັກຄົ້ນຄວ້າ-ວິໄຈ ແລະ ຜູ້ທີ່ມີຜົນງານດີ ເດັ່ນ ທາງດ້ານວຽກງານ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ ເພື່ອນໍາສະເຫນີ ກະຊວງປະກາດກຽດຕິຄຸນ, ໃບຍ້ອງຍໍຜົນງານ ຕາມຄວາມເຫມາະສົມ;

14. ກໍ່ສ້າງ, ຝຶກອົບຮົມ, ສຳມະນາ, ຍົກລະດັບ ແລະ ພັດທະນາວິຊາການດ້ານ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳ ທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ໃຫ້ບັນດາຂະແໜງການທັງພາກ ລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ;

15. ສຶກສາ-ຄົ້ນຄວ້າ ແລະ ປະກອບຄໍາເຫັນການເຂົ້າເປັນພາຄີ, ເຜີຍແຜ່ສົນທິສັນຍາ, ສັນຍາສາກົນຕ່າງໆ ແລະ ຈັດຕັ້ງປະຕິບັດພັນທະສາກົນ ດໍານວຽກງານເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ທີ່ ສປປ ລາວ ເປັນພາຄີ;

16. ເປັນຈຸດໃຈກາງໃນການປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນ ການຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ແລະ ລາຍງານ ສະພາບການເຄື່ອນໄຫວວຽກງານ ເຕັກໂນໂລ ຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ ໃຫ້ແກ່ການນໍາກະຊວງ ຢ່າງເປັນປົກກະຕິ;

17. ສ້າງແຜນການເຄື່ອນໄຫວ ແລະ ແຜນງົບປະມານປະຈຳປີ ເພື່ອສະເໜີຕໍ່ກະຊວງ ພິຈາລະນາຮັບຮອງ ແລະ ມີການສະຫລຸບ, ລາຍງານ, ປະຈຳອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີຂອງກົມ;

18. ພົວພັນ, ຮ່ວມມື, ພົບປະເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ, ຕ່າງປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ສະຫນັບສະຫນູນເຂົ້າໃນວຽກງານຂອງກົມ;

19. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບຫມາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.

ຂອບເຂດສິດ

ກົມເຕັກໂນໂລຊີດີຈິຕ້ອນ ມີສິດ ດັ່ງລຸ່ມນີ້:

1. ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະບານ, ແຜນການ, ແຜນງານ ຂອງກະຊວງ;

2. ສະເໜີສ້າງ, ປັບປຸງ ຫຼື ລົບລ້າງ ບັນດານິຕິກຳຕ່າງໆ ໃນການຄຸ້ມຄອງວຽກງານ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ;

3. ອອກແຈ້ງການ, ບົດແນະນໍາ, ຂໍ້ແນະນໍາ, ລະບຽບການ, ໃບຢັ້ງຢືນ, ໃບອະນຸຍາດ, ໃບປະກາດກຽດຕິຄຸນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກງານ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ ຕາມການມອບຫມາຍຂອງກະຊວງ;

4. ກວດກາ, ກວດສອບ, ຕີລາຄາ ເພື່ອອອກ, ຕໍ່, ກ່າວເຕືອນ, ໂຈະ ຫຼື ຍຸບເລີກ ບັນດາກິດຈະການຂອງຫົວ ໜ່ວຍທຸລະກິດ ແລະ ກິດຈະກຳຂອງອົງການຈັດຕັ້ງຕ່າງໆ ທີ່ຕິດພັນກັບວຽກງານ ເຕັກໂນໂລຊີດີຈິຕ້ອນ ແລະ ທຸລະກຳທາງເອເລັກໂຕຣນິກ;

5. ຕິດຕາມ, ກວດກາ ການປະຕິບັດລະບຽບກົດໝາຍ ແລະ ນິຕິກຳຕ່າງໆດ້ານ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດຕິຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ;

6. ຢຸດຕິການ ນໍາເຂົ້າ ແລະ ສົ່ງອອກ ຜະລິດຕະພັນທີ່ກ່ຽວຂ້ອງກັບ ເຕັກໂນໂລຊີດີຈິຕ້ອນ ທີ່ບໍ່ໄດ້ມາດຕະ ຖານເຕັກນິກ ຕາມທີ່ກຳນົດໄວ້ໃນລະບຽບການ;

7. ພົວພັນກັບພາກສ່ວນຕ່າງໆ ພາຍໃນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງໃນ ການຄຸ້ມຄອງ, ຄົ້ນຄວ້າ, ພັດທະນາ, ຊຸກຍູ້, ນໍາໃຊ້, ບໍລິການ ແລະ ເຜີຍແຜ່ວຽກງານ ເຕັກໂນໂລຊີດິຈິ ຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ;

8. ຄົ້ນຄວ້າ, ປະກອບຄໍາເຫັນ ສະເໜີຕົກລົງກ່ຽວກັບການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ດ້ານວຽກ ງານເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີ ຈິຕ້ອນ ຂອງ ສປປ ລາວ ຕາມຂອບເຂດພາລະບົດບາດໜ້າທີ່ຂອງກົມ;

9. ນໍາສະເຫນີຂຶ້ນເທິງພິຈາລະນາ ຮັບຮອງ, ຍ້ອງຍໍ, ຊົມເຊີຍ ແລະ ໃຫ້ລາງວັນ ແກ່ຜູ້ທີ່ມີຫົວຄິດປະດິດສ້າງ, ນັກຄົ້ນຄວ້າ-ພັດທະນາ ກ່ຽວກັບ ເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດິ ຈີຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ ດີເດັ່ນ;

10. ສະເໜີສ້າງຕັ້ງ ຫຼື ປັບປຸງ, ຍຸບເລີກ ກົງຈັກການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແຫນ່ງ, ເລື່ອນຊັ້ນ-ຂຶ້ນ ປ່າລຸງກໍ່ສ້າງ, ວ່າຈ້າງຊ່ຽວຊານ ຫຼື ແຮງງານຊົ່ວຄາວ, ປະຕິບັດວິໃນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະ ນັກງານຂອງກົມ ບົນພື້ນຖານລະບຽບຫລັກການຂອງການແບ່ງຂັ້ນຄຸ້ມຄອງ ແລະ ສອດຄ່ອງກັບສະພາບ ການຂະຫຍາຍຕົວຂອງວຽກງານໃນແຕ່ລະໄລຍະ,

11. ຄຸ້ມຄອງນໍາໃຊ້ພາຫະນະ, ວັດຖຸ, ອຸປະກອນ ທີ່ເປັນຊັບສິນ ລວມພາຍໃນກົມ ຕາມນະໂຍບາຍ, ລະບຽບ ການ ແລະ ຕາມຄວາມເຫມາະສົມ;

12. ຄຸ້ມຄອງ, ນໍາໃຊ້, ສະຫຼຸບ ແລະ ລາຍງານ ກ່ຽວກັບຄ່າທໍານຽມ, ຄ່າບໍລິການ ແລະ ຄ່າປັບໄໝ ທີ່ກ່ຽວຂ້ອງຕິດພັນດ້ານວຽກງານ ເຕັກໂນໂລຊີດີຈິຕ້ອນ ແລະ ທຸລະກຳທາງເອເລັກໂຕຣນິກ ຕາມການມອບໝາຍຂອງກະຊວງ;

13. ພົວພັນ, ຮ່ວມມື, ພົບປະເຈລະຈາ, ເຊັນບົດບັນທຶກ, ເຊັນສັນຍາ, ອານຸສັນຍາ ແລະ ຍາດແຍ່ງການຊ່ວຍເຫຼືອ ການລົງທຶນດ້ານເຕັກໂນໂລຊີດີຈິຕ້ອນ, ທຸລະກຳທາງເອເລັກໂຕຣນິກ, ເສດຖະກິດດີຈິຕ້ອນ ແລະ ການຫັນເປັນດີຈິຕ້ອນ ຂອງ ສປປ ລາວ ກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບຫມາຍຂອງກະຊວງ;

14. ສະເໜີແຜນງົບປະມານ, ສ້າງແຜນງົບປະມານລາຍຮັບ-ລາຍຈ່າຍ, ຄຸ້ມຄອງ ແລະ ກວດກາ ການນໍາໃຊ້ງົບປະມານ ແລະ ດັດແກ້ງົບປະມານຂອງກົມ ຕາມລະບຽບການ ແລະ ຂອບເຂດສິດໜ້າທີ່ຂອງກົມ;

15. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.

ໂຄງປະກອບການຈັດຕັ້ງ

ໂຄງປະກອບກົງຈັກກົມເຕັກໂນໂລຊີດີຈິຕ້ອນ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1. ພະແນກ ສັງລວມ;

2. ພະແນກ ນະໂຍບາຍ ແລະ ຍຸດທະສາດ;

3. ພະແນກ ຄຸ້ມຄອງເຕັກໂນໂລຊີດີຈິຕ້ອນ;

4. ພະແນກ ທຸລະກຳທາງເອເລັກໂຕຣນິກ;

5. ພະແນກ ຫັນເປັນດິຈິຕ໋ອນ (Digital Transformation);

6. ພະແນກ ເສດຖະກິດດີຈິຕ້ອນ (Digital Economy);

7. ພະແນກ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology);

8. ສູນຂໍ້ມູນດີຈິຕ້ອນ (Digital Data Center).

ໂຄງປະກອບຂອງບຸກຄະລາກອນ

ກົມເຕັກໂນໂລຊີດີຈິຕ້ອນ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:

1. ຫົວໜ້າກົມເຕັກໂນໂລຊີດີຈິຕ້ອນ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊີ້ນໍາຂົງເຂດວຽກງານ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງ ຕົນ.

ໃນເວລາຫົວໜ້າກົມ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າກົມ ທ່ານໃດໜຶ່ງ ຮັກສາການແທນ.

2. ຮອງຫົວຫນ້າກົມເຕັກໂນໂລຊີດິຈິຕ໋ວນ ຈໍານວນໜຶ່ງ ຊ່ວຍຫົວໜ້າກົມ ຊີ້ນໍາວຽກງານໃດໜຶ່ງ ຕາມການ ແບ່ງງານ ແລະ ການມອບໝາຍ; ຮັບຜິດຊອບຕໍ່ຫົວໜ້າກົມ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກ ຜ່ອງຂອງ ວຽກງານທີ່ຕົນຊື່ນໍາ.

ຮອງຫົວໜ້າກົມ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາ ການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງກັບມາປະຈຳການ.

3. ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນວິຊາການ ຈໍານວນໜຶ່ງ ຕາມການກຳນົດຕໍາ ແໜ່ງງານ.

ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບດຕາມກົດໝາຍ ແລະ ລະບຽບການ.