ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຕສ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

ກົມຈັດຕັ້ງ ແລະ ພະນັກງານ ຕົວອັກສອນຫຍໍ້ “ກຈພ” ຂຽນເປັນພາສາສາກົນ “Department of Personnel” ຂຽນຫຍໍ້ “DOP” ແມ່ນໂຄງປະກອບກົງຈັກ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນຳກະຊວງ ໃນການຄຸ້ມຄອງ, ຄົ້ນຄວ້າ ແລະ ຜັນຂະຫຍາຍ ກ່ຽວກັບວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ ແລະ ແຂ່ງຂັນ-ຍ້ອງຍໍ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານຄຸ້ມຄອງພະນັກງານ-ລັດຖະກແນ ແລະ ວຽກງານພັດທະນາບຸກຄະລາກອນ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສາຍຕັ້ງຢູ່ທ້ອງຖິ່ນ.

ໜ້າທີ່

1.   ປະຕິບັດກົດໝາຍ, ດຳລັດ, ນິຕິກະອື່ນໆຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

2.   ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ ແລະ ແຂ່ງຂັນ-ຍ້ອງຍໍ, ວຽກງານປັບປຸງກົງຈັກ, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ແລະ ວຽກງານພັດທະນາບຸກຄະລາກອນ.

3.   ສ້າງຮ່າງແຜນຍຸດທະສາດ ກ່ຽວກັບວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານກົງຈັກການຈັດຕັ້ງ, ວຽກງານພະນັກງານ-ລັດຖະກອນ ແລະ ວຽກງານນະໂຍບາຍ, ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

4.   ຄົ້ນຄວ້າສະເໜີຂຶ້ນແຜນຈັດປະຊຸມ, ຈັດຝຶກອົບຮົມ, ສຳມະນາ, ຜັນຂະຫຍາຍມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານທີ່ຮັບຜິດຊອບ.

5.   ເປັນເສນາທິການໃຫ້ຄະນະພັກ, ຄະນະນຳກະຊວງ ໃນການຄົ້ນຄວ້າແລະ ນຳສະເໜີ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນ, ກໍ່ສ້າງພັກ, ຂະຫຍາຍສະມາຊິກພັກ ແລະ ວຽກງານປ້ອງກັນພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງ.

6.   ເກັບກຳ, ສັງລວມ, ຄຸ້ມຄອງເອກະສານ ຂອງຄະນະພັກ, ຄະນະນຳກະຊວງ, ຄຸ້ມຄອງຊີວະປະຫວັດສະມາຊິກພັກ, ສະຖິຕິສະມາຊິກພັກ, ສະຖິຕິສະມາຊິກອົງການຈັດຕັ້ງມະຫາຊົນ ແລະ ຄຸ້ມຄອງເງິນສະຕິພັກ ພ້ອມທັງຕິດຕາມການເຄື່ອນໄຫວຂອງສະມາຊິກພັກໃນຂັ້ນສູນກາງ.

7.   ຂຶ້ນແຜນບຳລຸງກໍ່ສ້າງ ແລະ ຍົກລະດັບຄຸນນະພາບຂອງການຈັດຕັ້ງພັກ ແລະ ສະມາຊິກພັກໃນຄວາມຮັບຜິດຊອບ ຂອງອົງຄະນະພັກກະຊວງ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມທັງຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ກົດລະບຽບຂອງພັກ.

8.   ຄົ້ນຄວ້າ, ນຳສະເໜີ ໂຄງປະກອບກົງຈັກການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ມາດຕະຖານພະນັກງານນຳພາ-ຄຸ້ມຄອງ, ຕຳແໜ່ງງານຂອງກະຊວງ, ພະແນກ ເຕັກໂນໂລຊີ ແລະ ການສື່ສານປະຈຳແຂວງ/ນະຄອນຫຼວງ, ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ປະຈຳເມືອງ ແລະ ນະຄອນ.

9.   ຄົ້ນຄວ້າ, ກຳນົດ ມາດຕະຖານຕຳແໜ່ງບໍລິຫານ ແລະ ຕຳແໜ່ງວິຊາການ ໃນຂະແໜງຂອງຕົນ.

10.  ສັງລວມວຽກງານຄຸ້ມຄອງລັດຖະກອນ ແລະ ແຜນຄວາມຕ້ອງການຈຳນວນຕົວເລກລັດຖະກອນໃໝ່ໃນແຕ່ລະປີ ເພື່ອລາຍງານຫາກະຊວງພາຍໃນ ຕາມລະບຽບການ.

11.  ຈັດຕັ້ງການສອບເສັງຄັດເລືອກລັດຖະກອນໃໝ່, ການເລື່ອນຊັ້ນ, ເລື່ອນຂັ້ນ, ການແຕ່ງຕັ້ງ, ການຍົກຍ້າຍ, ການຊັບຊ້ອນ, ການປົດຕຳແໜ່ງ ແລະ ນຳພາການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງກະຊວງ.

12.  ຄົ້ນຄວ້າ, ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຂອງບັນດາກົມ/ທຽບເທົ່າ ໃນການສ້າງຫຼັກສູດການຝຶກອົບຮົມ ເພື່ອໃຫ້ມີຄຸນນະພາບຕາມການປ່ຽນແປງຂອງຍຸກສະໄໝ.

13.  ຄົ້ນຄວ້າ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນຂອດການຮ່ວມມືເພື່ອກໍ່ສ້າງ-ພັດທະນາ ຫຼັກສູກ ແລະ ບຸກຄະລາກອນໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ.

14.  ຄົ້ນຄວ້າສ້າງແຜນການໃນການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ກ່ຽວກັບເຕັກນິກວິຊາການ ແລະ ຜູ້ບໍລິຫານລະດັບຕົ້ນ ດ້ານການບໍລິຫານຄຸ້ມຄອງລັດ ເປັນແຕ່ລະໄລຍະ.

15.  ເກັບກຳ, ສັງລວມ ແລະ ຄຸ້ມຄອງຊິວະປະຫວັດພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ນັບແຕ່ຂັ້ນຫົວໜ້າສູນຂຶ້ນໄປ ທີ່ຂຶ້ນກັບການຄຸ້ມຄອງຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງສູນກາງ ແລະ ທ້ອງຖິ່ນ.

16.  ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ແກ່ພະນັກງານທີ່ເຮັດວຽກງານຈັດຕັ້ງ, ພັກ-ພະນັກງານ ຢູ່ຂັ້ນລຸ່ມຂອງຕົນ.

17.  ນຳໃຊ້ລະບົບບໍລິຫານຂໍ້ມູນລັດຖະກອນທີ່ທັນສະໄໝ ແລະ ສາມາດເຊື່ອມໂຍງ ເຂົ້າກັບຂະແໜງການອື່ນ ແລະ ກະຊວງພາຍໃນ.

18.  ຄົ້ນຄວ້າການປະຕິບັດນະໂຍບາຍອຸດໜຸນຕ່າງໆ ຕໍ່ພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ, ພ້ອມທັງຄົ້ນຄວ້າສະເໜີຍ້ອງຍໍ ຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ, ປະດັບຫຼຽນກາ ຫຼື ຫຼຽນໄຊຊັ້ນຕ່າງໆ ໃຫ້ແກ່ ພະນັກງານ-ລັດຖະກອນ, ຄົ້ນຄວ້າການປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ພາຍໃນກະຊວງ, ແຂວງ/ນະຄອນຫຼວງ ຕາມລະບຽບການ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ.

19.  ຄົ້ນຄວ້າ, ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຄຸ້ມຄອງພະນັກງານ-ລັດຖະກອນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນກຳນັດພະນັກງານ, ແຜນບຳລຸງກໍ່ສ້າງ ແລະ ແຜນບັນຈຸ-ສັບຊ້ອນ ພະນັກງານ-ລັດຖະກອນ ພາຍໃນກະຊວງ.

20.  ຄົ້ນຄວ້ານຳສະເໜີເພື່ອແກ້ໄຂຄຳຮ້ອງທຸກ ແລະ ການສະເໜີຂອງພະນັກງານ-ລັດຖະກອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

21.  ຄົ້ນຄວ້າການປະຕິບັດນະໂຍບາຍຕ່າງໆ ທີ່ພົວພັນເຖິງການສຶກສາຮ່ຳຮຽນ ໃຫ້ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ໃນແຕ່ລະໄລຍະ.

22.  ຊ່ວຍຄະນະພັກ, ຄະນະນຳກະຊວງສະຫຼຸບສັງລວມການເຄື່ອນໄຫວວຽກງານຈັດຕັ້ງ, ພັກ-ພະນັກງານຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ວາງທິດທາງແຜນການໃນຕໍ່ໜ້າເປັນແຕ່ລະໄລຍະ.

23.  ສະຫຼຸບ ແລະ ລາຍງານສະພາບການ ປະຕິບັດໜ້າທີ່ວຽກງານຂອງຕົນ ຕໍ່ຂັ້ນເທິງ ແລະ ກະຊວງພາຍໃນຢ່າງເປັນປົກກະຕິ.

24.  ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ຂອບເຂດສິດ

1.   ອອກບົດແນະນຳ ແລະ ແຈ້ງການທີ່ຕິດພັນກັບວຽກງານຈັດຕັ້ງ, ພັກ-ພະນັກງານ ຕາມການຕົກລົງຂອງຄະນະພັກ ແລະ ຄະນະນຳກະຊວງ.

2.   ຄົ້ນຄວ້າຂໍອະນຸມັດສ້າງຕັ້ງ, ແຕ່ງຕັ້ງ ແລະ ປະຕິບັດວິໄນຕໍ່ໜ່ວຍພັກ ແລະ ສະມາຊິກພັກ ໃຫ້ຄະນະພັກກະຊວງ ພິຈາລະນາ.

3.   ຄົ້ນຄວ້າການຈັດຕັ້ງ, ການປັບປຸງ ຫຼື ຍຸບເລີກກົງຈັກການຈັດຕັ້ງ ຂອງບັນດາກົມ, ຫ້ອງການ, ສູນ ແລະ ສະຖາບັນ ທີ່ຂຶ້ນກັບກະຊວງ.

4.   ຄົ້ນຄວ້າສະເໜີຂໍອະນຸມັດປັບປຸງກົງຈັກການຈັດຕັ້ງຂອງກະຊວງ, ກຳນົດຕຳແໜ່ງງານ, ການບັນຈຸ, ສັບຊ້ອນ, ການຍ້ອງຍໍ ແລະ ຈັດວາງບຸກຄະລາກອນໃນທົ່ວຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຕາມການແບ່ງຂັ້ນຄຸ້ມຄອງ. ໃຫ້ຄະນະນຳກະຊວງພິຈາລະນາ.

5.   ຄົ້ນຄວ້າພິຈາລະນາຄັດເລືອກ ພະນັກງານ-ລັດຖະກອນ ຂອງບັນດາກົມ/ທຽບເທົ່າ ທີ່ມີເງື່ອນໄຂເໝາະສົມເຂົ້າຮ່ວມຝຶກອົບຮົມ, ສຳມະນາ, ໄປຍົກລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

6.   ຄົ້ນຄວ້າການກຳນົດຕຳແໜ່ງງານ ແລະ ສັບຊ້ອນພະນັກງານ-ລັດຖະກອນ ເຂົ້າໃສ່ຕຳແໜ່ງງານໃຫ້ຖືກຕ້ອງກັບເງື່ອນໄຂ ແລະ ມາດຖານທີ່ກຳນົດໄວ້.

7.   ຕິດຕາມ ກວດກາ ແລະ ແນະນຳການປັບປຸງບັນດາໂຄງການຕ່າງໆ ໃນການສ້າງຫຼັກສູດການຝຶກອົບຮົມ ເພື່ອໃຫ້ມີຄຸນນະພາບຕາມຄວາມເໝາະສົມ.

8.   ຄົ້ນຄວ້າ ປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ຕ່າງໆ ທັງພາຍໃນ-ຕ່າງປະເທດ ໃນຂອດການຮ່ວມມື ເພື່ອກໍ່ສ້າງ-ພັດທະນາ ຫຼັກສູດ ແລະ ບຸກຄະລາກອນໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ.

9.   ຄົ້ນຄວ້າປະຕິບັດນະໂຍບາຍ ແລະ ລົງວິໄນຕໍ່ພະນັກງານລັດຖະກອນ ຕາມກົດໝາຍ ແລະ ລະບຽບການໃຫ້ຄະນະນຳກະຊວງພິຈາລະນາ.

10.  ເຂົ້າຮ່ວມກອງປະຊຸມປຶກສາຫາລື, ສະເໜີຄຳຄິດເຫັນທີ່ພົວພັນເຖິງວຽກງານກົງຈັກ, ການຄຸ້ມຄອງວຽກງານກໍ່ສ້າງ, ບຳລຸງ ແລະ ພັດທພນາພະນັກງານ-ລັດຖະກອນ ແລະ ວຽກນະໂຍບາຍຕາມພາລະບົດບາດຂອງກົມ ຕໍ່ກອງປະຊຸມຂອງຄະນະພັກ ແລະ ຄະນະນຳກະຊວງ ທີ່ກ່ຽວຂ້ອງກັບວຽກງານຈັດຕັ້ງ, ພັກ-ພະນັກງານ.

11.  ຈັດກອງປະຊຸມກ່ຽວກັບ ວຽກງານຈັດຕັ້ງ-ພະນັກງານ ຕາມການເຫັນດີຂອງຄະນະພັກ ແລະ ຄະນະນຳກະຊວງ.

12.  ປະສານສົມທົບວຽກງານວິຊາສະເພາະກັບພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງ, ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ.

13.  ພົວພັນ ແລະ ແລກປ່ຽນບົດຮຽນກັບພາກສ່ວນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວກັບການຄຸ້ມຄອງລັດຖະກອນ ຕາມການມອບໝາຍຂອງຄະນະນຳກະຊວງ.

14.  ເຊັນເອກະສານທາງການ ທີ່ກ່ຽວຂ້ອງກັບວຽກງານຈັດຕັ້ງ ແລະ ວຽກງານພັກ-ພະນັກງານ ຕາມພາລະບົດບາດໄດ້ກຳນົດ.

15.  ຊຸກຍູ້ຕິດຕາມ, ກວດກາ, ຕີລາຄາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ.

16. ຄຸ້ມຄອງ, ນຳໃຊ້ຊັບສິນ ແລະ ງົບປະມານທີ່ກະຊວງອະນຸມັດໃຫ້.

17.  ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ ໃນນິຕິກຳອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

 ໂຄງປະກອບກົງຈັກ

ກົມຈັດຕັ້ງ ແລະ ພະນັກງານ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1.   ຫ້ອງການອົງຄະນະພັກ ແລະ ການຈັດຕັ້ງມະຫາຊົນ

2.   ພະແນກ ສັງລວມ

3.   ພະແນກ ນະໂຍບາຍ ແລະ ແຂ່ງຂັນ-ຍ້ອງຍໍ

4.   ພະແນກ ປັບປຸງກົງຈັກ

5.   ພະແນກ ຄຸ້ມຄອງພະນັກງານ

6.   ພະແນກ ພັດທະນາບຸກຄະລາກອນ

ໂຄງປະກອບບຸກຄະລາກອນ

1.   ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງຕົນ.

2.   ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຈຳນວນໜຶ່ງ ຊ່ວຍຫົວໜ້າກົມຊີ້ນຳວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າກົມກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນຳ.

      ຮອງຫົວໜ້າກົມ ຜູ້ຮັກສາການແທນ ຕ້ອງລາຍງານວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງກັບມາປະຈຳການ.

3.   ຫົວໜ້າຫ້ອງການອົງຄະນະພັກ ແລະ ການຈັດຕັ້ງມະຫາຊົນ ເປັນຕຳແໜ່ງບໍລິຫານ ປະເພດ 3 ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງໂດຍເລຂາຄະນະພັກກະຊວງ ຕາມການສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ ບົນພື້ນຖານການເຫັນດີເປັນເອກະພາບຂອງຄະນະພັກກະຊວງ.  

4.   ຮອງຫົວໜ້າຫ້ອງການອົງຄະນະພັກ ແລະ ການຈັດຕັ້ງມະຫາຊົນ ມີຕຳແໜ່ງບໍລິຫານ ປະເພດ 4 ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງໂດຍເລຂາຄະນະພັກກະຊວງ ຕາມການຄົ້ນຄວ້າຂອງຫົວໜ້າຫ້ອງການອົງຄະນະພັກ ແລະ ການຈັດຕັ້ງມະຫາຊົນ ແລະ ຄວາມເປັນເອກະພາບຂອງກົມຈັດຕັ້ງ ແລະ ພະນັກງານບົນພື້ນຖານການເຫັນດີເປັນເອກະພາບຂອງຄະນະພັກກະຊວງ.

5.   ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ລັດຖະກອນວິຊາການຈຳນວນໜຶ່ງຕາມການກຳນົດຕຳແໜ່ງງານ.

    ສຳລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ໜ້າທີ່ ຂອງ ແຕ່ລະພະແນກ

ໜ້າທີ່ ຂອງ ພະແນກ ສັງລວມ

1.   ຄົ້ນຄວ້າ, ຜັນຂະຫຍາຍແຜນວຽກລະອຽດຂອງກົມ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ແລະ ຮັບຜິດຊອບຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

2.   ຄົ້ນຄວ້າ ແລະ ນຳສະເໜີ ພາກສ່ວນກ່ຽວຂ້ອງ ກັບການອະນຸມັດຄວັດຕາປະທັບ ແລະ ກາຊື່ຂອງພະນັກງານຂັ້ນກົມຕາມການສະເໜີຂອງ ບັນດາກົມ/ທຽບເທົ່າ, ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ແລະ ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ປະຈຳເມືອງ/ນະຄອນ ທີ່ຂຶ້ນກັບສາຍຕັ້ງຂອງກະຊວງ.

3.   ສະຫຼຸບ ແລະ ສັງລວມການເຄື່ອນໄຫວວຽກງານປະຈຳອາທິດ, ເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ແລະ ວາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງພະແນກ ແລະ ກົມ.

4.   ຄົ້ນຄວ້າ ຮ່າງຂໍ້ຕົກລົງແຕ່ງຕັ້ງ ພະນັກງານເຄື່ອນໄຫວວຽກຢູ່ພາຍໃນປະເທດ, ຈັດກອງປະຊຸມພາຍໃນ ແລະ ຄະນະຈັດຊື້-ຈັດຈ້າງ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

5.   ຮັບຜິດຊອບວຽກງານບໍລິຫານຂອງກົມ, ເປັນໃຈກາງປະສານງານຕິດຕໍ່ພົວພັນ ແລະ ຕິດຕາມ ການເຄື່ອນໄຫວຂອງຄະນະກົມ, ຈັດກອງປະຊຸມພາຍໃນກົມ, ພິທີການ, ຮັບແຂກຂອງກົມ, ບັນທຶກເອກະສານຂາເຂົ້າ-ຂາອອກ, ບັນທຶກກອງປະຊຸມ, ຄຸ້ມຄອວຕາປະທັບ, ວຽກຂໍ້ມູນຂ່າວສານ ແລະ ປະຊາສຳພັນຂອງກົມ.

6.   ເປັນໃຈກາງໃນການປະສານງານ, ພົວພັນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກຕ່າງໆ ເຊັ່ນ: ໜັງສືສະເໜີ, ແຈ້ງການ, ໜັງສືເຊີນ, ໃບມອບສິດຄະນະກົມ, ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນກົມ ແລະ ເກັບກຳບັນທຶກການປະຕິບັດໜ້າທີ່ ຂອງພະນັກງານພາຍໃນກົມ.

7.   ຈັດປະຊຸມສ່ອງແສງປະຈຳອາທິດ, ປະຈຳເດືອນຂອງພະແນກ ຢ່າງເປັນປົກະຕິ.

8.   ຂຶ້ນແຜນການ, ຄຸ້ມຄອງພາຫະນະ, ວັດຖຸອຸປະກອນຂອງກົມ ທີ່ກະຊວງມອບໃຫ້ ພ້ອມທັງສະຫຼຸບລາຍງານການນຳໃຊ້ງົບປະມານເຂົ້າໃນການເຄື່ອນໄຫວວຽກງານຂອງກົມ.

9.   ຂຶ້ນແຜນຄວາມຕ້ອງການ ແລະ ສັງລວມເຄື່ອງໃຊ້ຫ້ອງການຂອງແຕ່ລະຫ້ອງການ-ພະແນກ ແລະ ແຈກຢາຍເຄື່ອງຮັບໃຊ້ຫ້ອງການ.

10.  ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.

ໜ້າທີ່ຂອງ ພະແນກ ນະໂຍບາຍ ແລະ ແຂ່ງຂັນ-ຍ້ອງຍໍ

1.   ຄົ້ນຄວ້າ ສະເໜີການປະຕິບັດນະໂຍບາຍຕາມດຳລັດ 272/ລບ, ວ່າດ້ວຍ ການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ ການປະຕິວັດຊາດ ປະຊາທິປະໄຕ.

2.   ຄົ້ນຄວ້າສະເໜີການປະຕິບັດນະໂຍບາຍ, ການຍ້ອງຍໍສັນລະເສີນຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ມີຜົນງານໃນການປະຕິບັດວຽກງານພາຍໃນກະຊວງ, ບໍລິສັດລັດວິສາຫະກິດ ແລະ ຍ້ອງຍໍຊ່ຽວຊານຕ່າງປະເທດ.

3.   ຄົ້ນຄວ້າການປະຕິບັດນະໂຍບາຍອຸດໜຸນເສຍຊີວິດ, ເສຍອົງຄະ, ອຸດໜຸນລູກ-ເມຍ ແລະ ລະບອບປະກັນສັງຄົມໃຫ້ ພະນັກງານ-ລັດຖະກອນ ພາຍໃນກະຊວງ ໄປຢ້ຽມຢາມອົບອຸ່ນພະນັກງານ.

4.   ຄົ້ນຄວ້າສະເໜີຂໍອະນຸມັດເລື່ອນຊັ້ນ-ຂັ້ນເງິນເດືອນປົກກະຕິໃຫ້ລັດຖະກອນ, ດັດແກ້ຊັ້ນ-ຂັ້ນ ຕາມໃບປະກາດ, ຕາມອາຍຸການ (ພົ້ນຊັ້ນ), ຕາມການຕົກຄ້າງເລື່ອນປົກະຕິ ແລະ ເລື່ອນລັດຖະກອນຂຶ້ນເປັນສົມບູນ ເພື່ອນຳສະ ເໜີຕໍ່ກະຊວງພາຍໃນໃຫ້ຖືກຕ້ອງ ຕາມລະບຽບຫຼັກການ ແລະ ທັນຕາມກຳນົດເວລາ.

5.   ຄົ້ນຄວ້າຮ່ງຂໍ້ຕົກລົງ, ບົດແນະນຳ ແລະ ແຈ້ງການຕ່າງໆ ເພື່ອສະເໜີນະໂຍບາຍຕໍ່ ພະນັກງານ-ລັດຖະກອນ ຮັບເບ້ຍບຳນານ, ອຸດຫນຸນບຳເນັດ ແລະ ເສຍກຳລັງແຮງງານ ຕາມລະບຽບການ.

6.   ຄົ້ນຄວ້ານຳສະເໜີ ວຽກນະໂຍບາຍປິ່ນປົວສຸຂະພາບ ແລະ ຕິດຕາມພະນັກງານເຈັບເປັນ.

7.   ຕິດຕາມ ແລະ ສັງລວມ ການຄິດໄລ່ເງິນແຮງງານ ແລະ ເງິນນະໂຍບາຍຕ່າງໆຂອງ ພະນັກງານ-ລັດຖະກອນ.

8.   ສະເໜີຂໍອະນຸມັດການຄິດໄລ່ເງິນແຮງງານ ເຮັດວຽກນອກໂມງລັດຖະການ ຂອງພະນັກງານພາກສ່ວນເຕັກນິກ.

9.   ອອກແຈ້ງຂ່າວກ່ຽວກັບມໍລະນະກຳໃຫ້ຄອບຄົວພະນັກງານ-ລັດຖະກອນ, ພະນັກງານບຳນານ, ພະນັກງານເສຍກຳລັງແຮງງານ, ຄູ່ສົມລົດ, ລູກ ແລະ ພໍ່-ແມ່ຄີງ ຂອງພະນັກງານ-ລັດຖະກອນ ພາຍໃນກະຊວງ.

10.  ຄົ້ນຄວ້າແຕ່ງຕັ້ງ ຄະນະຊາປະນະກິດສົບຕາມທິດຊີ້ນຳ ຂອງຄະນະນຳກະຊວງ, ກະກຽມບົດໄຫວ້ອາໄລຕໍ່ ພະນັກງານ-ລັດຖະກອນ, ພະນັກງານບຳນານ ແລະ ພະນັກງານເສຍກຳລັງແຮງງານຂອງກະຊວງ ທີ່ເສຍຊີວິດ ແລະ ສັງລວມປັດໄຈ ເງິນຮ່ວມກິນທານ ເພື່ອມອບໃຫ້ຄອບຄົວຂອງຜູ້ເສຍຊີວິດ.

11.  ປະຊຸມສ່ອງແສງປະຈຳອາທິດ, ປະຈຳເດືອນຂອງພະແນກ ຢ່າງເປັນປົກະຕິ.

12.  ສະເໜີຂໍອະນຸມັດເຮັດບັດປະກັນສັງຄົມ ໃຫ້ແກ່ລັດຖະກອນເຂົ້າໃໝ່, ຄອບຄົວພະນັກງານ ແລະ ພະນັກງານບຳນານ ພາຍໃນກະຊວງ.

13.  ເກັບກຳ, ຄຸ້ມຄອງສະຖິຕິ ແລະ ຊີວະປະຫວັດພະນັກງານບຳເນັດ, ບຳນານ ແລະ ພະນັກງານເສຍຊີວິດ ຂອງກະຊວງ.

14.  ຄົ້ນຄວ້າສະເໜີຂໍ ອະນຸມັດໃຫ້ພະນັກງານ-ລັດຖະກອນ ລາພັກປະຈຳປີ, ລາພັກແຕ່ງງານ, ລາພັກເກີດລູກ, ລາພັກປິ່ນປົວສຸຂະພາບ ແລະ ລາພັກອື່ນໆ ພາຍໃນກະຊວງ.

15.  ສະຫຼຸບ, ສງລວມການເຄື່ອນໄຫວວຽກງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, ປີ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າຂອງພະແນກ.

16.  ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.

 ໜ້າທີ່ ຂອງ ພະແນກ ປັບປຸງກົງຈັກ

1.   ຄົ້ນຄວ້າກຳນົດໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງ, ບັນດາກົມ/ທຽບເທົ່າ ແລະ ພະແນກ ສາຍຕັ້ງຢູ່ທ້ອງຖິ່ນ ໃຫ້ສອດຄ່ອງກັບບໍລິມາດວຽກຕົວຈິງ ແລະ ໃຫ້ຖືກຕ້ອງ, ກະທັດຮັດ, ສົມເຫດສົມຜົນ ແລະ ມີຄຸນນະພາບ.

2.   ຄົ້ນຄວ້າ, ກຳນົດພາລະບົດບາດ, ສິດ, ໜ້າທີ່ ຂອງກົງຈັກການຈັດຕັ້ງກະຊວງ, ບັນດາກົມ/ທຽບເທົ່າ ແລະ ພະແນກສາຍຕັ້ງຢູ່ທ້ອງຖິ່ນ ເພື່ອສະໜີຄະນະນຳກະຊວງພິຈາລະນາ.

3.   ສ້າງບົດວິພາກ, ບົດສະເໜີ ກ່ຽວກັບການສ້າງຕັ້ງ, ການຍຸບເລີກ, ການແຍກ ຫຼື ການໂຮມບັນດາພະແນກ ທີ່ສັງກັດກະຊວງ ແລະສາຍຕັ້ງຢູ່ທ້ອງຖິ່ນ ເພື່ອສະເໜີຄະນະນຳກະຊວງພິຈາລະນາ.

4.   ຄົ້ນຄວ້າ, ຊອກຂໍ້ມູນ ແລະ ສ້າງເອກະສານຕ່າງໆ ເພື່ອເປັນຄູ່ມືໃນການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ຖືກຕ້ອງຕາມລະບຽບການ.

5.   ຈັດກອງປະຊຸມສຳມະນາ ທາງດ້ານວິທະຍາສາດ ກ່ຽວກັບວຽກງານກົງຈັກການຈັດຕັ້ງ ໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກະຊວງ ແລະ ພະແນກສາຍຕັ້ງຢູ່ທ້ອງຖິ່ນ.

6.   ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍລັດຖະກອນ, ກົດລະບຽບພາຍໃນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ.

7.   ຄົ້ນຄວ້າ ການກຳນົດຕຳແໜ່ງງານຢູ່ກະຊວງ ແລະ ພະແນກສາຍຕັ້ງຢູ່ທ້ອງຖິ່ນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ.

8.   ພົວພັນ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງຂອງຂະ   ແໜງ ເຕັກໂນໂລຊີ ແລະ ການສື່ສານ ໃນຂອບເຂດທົ່ວປະເທດ.

9.   ຄົ້ນຄວ້າພາລະບົດບາດ, ກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານຂອງບັນດາບໍລິສັດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ.

10.  ຄົ້ນຄວ້າສະເໜີ ການແຕ່ງຕັ້ງ ພະນັກງານ-ລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງ ຂອງກະຊວງ ທັງສູນກາງ ແລະ ທ້ອງຖິ່ນ.

11.  ປະຊຸມສ່ອງແສງປະຈຳອາທິດ, ປະຈຳເດືອນຂອງພະແນກ ຢ່າງເປັນປົກະຕິ.

12.  ສະຫຼຸບ, ສັງລວມ ການເຄື່ອນໄຫວວຽກງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, ປີ ແລະ ແຜນການເຄື່ອນໄຫວໃນຕໍ່ຫນ້າຂອງພະແນກ.

13.  ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.

 ໜ້າທີ່ຂອງ ພະແນກ ຄຸ້ມຄອງພະນັກງານ

1.   ຄົ້ນຄວ້ານຳສະເໜີອະນຸມັດ ດັດແກ້ຊື່-ນາມສະກຸນ, ວັນເດືອນປີສັງກັດລັດ, ວັນເດືອນປີເກີດ ແລະ ສັງລວມປີການ ຂອງພະນັກງານ-ລັດຖະກອນ.

2.   ແນະນຳການຂຽນຊີວະປະຫວັດ ແລະ ປະກອບເອກະສານຂອງລັດຖະກອນໃໝ່ ໃຫ້ບັນດາກົມ/ທຽບເທົ່າ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

3.   ຄຸ້ມຄອງສຳນວນເອກະສານຊີວະປະຫວັດ, ສະຖິຕິ ແລະ ຂໍ້ມູນພະນັກງານ-ລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ ທັງສູນກາງ ແລະ ທ້ອງຖິ່ນ.

4.   ຄົ້ນຄວ້າການສະເໜີລາອອກ ຈາກການເປັນລັດຖະກອນ ຂອງພະນັກງານ-ລັດຖະກອນພາຍໃນກະຊວງ.

5.   ຄົ້ນຄວ້າວິເຄາະ, ສ້າງແຜນຄວາມຕ້ອງການ ແລະ ແຈກຢາຍຕົວເລກລັດຖະກອນໃໝ່ ໃຫ້ພາກສ່ວນຕ່າງໆ ທີ່ສັງກັດຢູ່ກະຊວງ ແລະ ພະແນກສາຍຕັ້ງຢູ່ທ້ອງຖິ່ນ, ຈັດຕັ້ງການຮັບບັນຈຸ, ການສອບເສັງຄັດເລືອກລັດຖະກອນໃໝ່ຂອງກະຊວງ, ແນະນຳ, ຊຸກຍູ້ ແລະ ຕິດຕາມການສອບເສັງຄັດເລືອກລັດຖະກອນໃໝ່ຂອງພະແນກສາຍຕັ້ງຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ທັນຕາມກຳນົດເວລາ.

6.   ຈັດຕັ້ງການສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນ ໃຫ້ພະນັກງານ-ລັດຖະກອນ ຜູ້ທີ່ມີເງື່ອນໄຂໄປຍົກລະດັບ ທີ່ສັງກັດຢູ່ກະຊວງ ແລະ ພະແນກສາຍຕັ້ງຢູ່ທ້ອງຖິ່ນ.

7.   ສະເໜີຂໍອະນຸມັດ ຈັດຝຶກອົບົຮມໃຫ້ລັດຖະກອນຝຶກງານ (95%) ຂຶ້ນເປັນລັດຖະກອນສົມບູນ (100%) ຕາມກົດໝາຍ ສ່າດ້ວຍ ພະນັກງານ-ລັດຖະກອນ.

8.   ຄົ້ນຄວ້າສະເໜີ ການສັບຊ້ອນ ແລະ ຍົກຍ້າຍພະນັກງານ-ລັດຖະກອນຂັ້ນຮອງຫົວໜ້າກົມ ລົງມາຮອດວິຊາການ ທີ່ຂຶ້ນກັບການຄຸ້ມຄອງ ຂອງກະຊວງ ທັງສູນກາງ ແລະ ທ້ອງຖິ່ນ.

9.   ຢັ້ງຢືນຕົວຕົນ ຂອງພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ.

10. ຈັດຕັ້ງການປະມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ພາຍໃນກະຊວງ ໃຫ້ເປັນປົກກະຕິ.

11. ຄົ້ນຄວ້ານຳສະເໜີການປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ລະເມີດຕໍ່ລະບຽບກົດໝາຍ ໂດຍສະເພາະ ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ໃຫ້ຄະນະນຳກະຊວງ ພິຈາລະນາ.

12. ປະຊຸມສ່ອງແສງປະຈຳອາທິດ, ປະຈຳເດືອນຂອງພະແນກ ຢ່າງເປັນປົກກະຕິ.

13. ສະຫຼຸບ, ສັງລວມການເຄື່ອນໄຫວວຽກງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6ເດືອນ, ປີ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າຂອງພະແນກ.

14. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.

 ໜ້າທີ່ຂອງພະແນກ ພັດທະນາບຸກຄະລາກອນ

1.   ຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດຂອງລັດຖະບານ ແລະ ກະຊວງ ມາເປັນແຜນການດ ແຜນງານ ແລະ ໂຄງການລະອຽດ ເພື່ອບຳລຸງ, ກໍ່ສ້າງ, ຝຶົກອົບຮົມພະນັກງານ-ລັດຖະກອນ ຂອງກະຊວງ ໃນໄລຍະສັ້ນ, ກາງ ແລະ ຍາວ ຢູ່ພາຍໃນ ແລະ ຕ່າງປະເທດ.

2.   ຄົ້ນຄວ້າຮ່າງຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ທີ່ພົວພັນເຖິງວຽກງານຝຶກອົບົຮມຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານ-ລັດຖະກອນ, ການສຶກສາຮຽນຕໍ່, ເຂົ້າຮ່ວມກອງປະຊຸມ, ສຳມະນາ ແລະ ໄປທັດສະນະສຶກສາ ທັງພາຍໃນ ແລະ ຕ່າງປະເທດ.

3.   ສ້າງໂຄງການ, ແຜນງົບປະມານ ແລະ ຊອກແຫຼ່ງທຶນ ເພື່ອຈັດຝຶກອົບຮົມ, ສຳມະນາ ກ່ຽວກັບວຽກງານຈັດຕັ້ງ-ພະນັກງານ ແລະ ຍົກລະດັບການເຮັດວຽກ ຂອງພະນັກງານ-ລັດຖະກອນ ຢູ່ຂັ້ນສູນກາງ ແລະ ພະແນກສາຍຕັ້ງຢູ່ທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

4.   ພົວພັນກັບບັນດາກົມ/ທຽບເທົ່າພາຍໃນກະຊວງ ແລະ ກະຊວງພາຍໃນ ກ່ຽວກັບການບຳລຸງກໍ່ສ້າງພະນັກງານ ພ້ອມທັງປະສານສົມທົບກັບສະຖາບັນການສຶກສາ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບການຝຶກອົບຮົມຍົກລະດັບຄວາມຮູ້ ຂອງພະນັກງານ-ລັດຖະກອນ ຢູ່ຂັ້ນສູນກາງ ແລະ ສາຍຕັ້ງຢູ່ຂັ້ນທ້ອງຖິ່ນ.

5.   ເກັບກຳສະຖິຕິ, ຄົ້ນຄວ້າຄວາມຕ້ອງການໃນການບຳລຸງ-ກໍ່ສ້າງພະນັງານ ທັງສູນກາງ ແລະ ທ້ອງຖິ່ນ ແລະ ວາງແຜນພັດທະນາພະນັກງານ ໃນແຕ່ລະໄລຍະ ໃຫ້ແທດເໝາະກັບສະພາບການ.

6.   ຄົ້ນຄວ້າ, ສັງລວມການຮັບເອົານັກສຶກສາ, ແຜນການຮັບນັກສຶກສາໃໝ່ ໃນແຕ່ລະປີເຂົ້າຮຽນຢູ່ສະຖາບັນໄອຊີທີ ແລະ ນະໂຍບາຍຕ່າງໆ ທີ່ພົວພັນເຖິງການສຶກສາຢູ່ສະຖາບັນໄອຊີທີ ເພື່ອສະເໜີຄະນະນຳກະຊວງພິຈາລະນາ.

7.   ຄົ້ນຄວ້າການປະຕິບັດນະໂຍບາຍຕ່າງໆ ທີ່ກ່ຽວຂ້ອງກັບການສຶກສາຮ່ຳຮຽນ ໃຫ້ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອສະເໜີຄະນະນຳກະຊວງພິຈາລະນາ.

8.   ຄົ້ນຄວ້າຂໍອະນຸມັດການຈັດຕັ້ງປະຕິບັດ ບັນດາກິດຈະກຳໂຄງການຕ່າງໆ ທີ່່ກ່ຽວຂ້ອງກັບການຝຶກອົບຮົມ, ສຳມະນາ ແລະ ການສ້າງຫຼັກສູດຝຶກອົບຮົມ ໃນການພັດທະນາພະນັກງານ-ລັດຖະກອນ ຂອງບັນດາກົມ/ທຽບເທົ່າພາຍໃນກະຊວງ.

9.   ສະຫຼຸບ, ສັງລວມ ການໄປຝຶກອົບຮົມ, ປະຊຸມ, ສຳມະນາ, ທັດສະນະສຶກສາ, ຄົ້ນຄວ້າຮ່ຳຮຽນ ໄລຍະຍາວໃນແຕ່ລະໄລຍະ ເພື່ອລາຍງານຄະນະກົມ ແລະ ຄະນະນຳກະຊວງ.

10.  ເປັນໃຈກາງໃນການພົວພັນ ແລະ ຕິດຕາມການເຄື່ອນໄຫວລົງຝຶກງານຂອງນັກສຶກສາ ຈາກສະຖາບັນການສຶກສາຕ່າງໆທີ່ກ່ຽວຂ້ອງ.

11. ປະຊຸມສ່ອງແສງປະຈຳອາທິດ, ປະຈຳເດືອນຂອງພະແນກ ຢ່າງເປັນປົກກະຕິ.

12.  ສະຫຼຸບ, ສັງລວມການເຄື່ອນໄຫວວຽກງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, ປີ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າຂອງພະແນກ.

13. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະກົມ.