ກົມຄວາມປອດໄພໄຊເບີ

ຈາກ Laopedia


ກົມຄວາມປອດໄພໄຊເບີ ແມ່ນໂຄງປະກອບກົງຈັກການຈັດຕັ້ງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນວຽກງານຄຸ້ມຄອງຄວາມປອດໄພທາງໄຊເບີ ແລະ ການປົກປ້ອງເດັກ ໃນການນຳໃຊ້ອິນເຕີເນັດ

ປະຫວັດ

ກ່ອນປີ 2008 ໃນບັນດາ 10 ປະເທດອາຊຽນຍົກເວັ້ນ ສປປ ລາວ ຍັງບໍ່ທັນໄດ້ສ້າງສູນ ລາວເຊີດ “LaoCERT”  ອັນເຮັດໃຫ້ບັນດາປະເທດອ້ອມຂ້າງ ສປປ ລາວ ກໍ່ຄື ASEAN ເປັນຫ່ວງການເຊື່ອມໂຍງຂໍ້ມູນ-ຂ່າວສານ ທີ່ມີພົມແດນ ແລະ ມີໜ່ວຍງານ ຫຼື ສູນເຊີດໄດ້ຮັບຜິດຊອບ ຕໍ່ການຮ່ວມກັນແກ້ໄຂ ແລະ ປ້ອງກັນຄວາມປອດໄພທາງອິນເຕີເນັດ.

     ໃນກອງປະຊຸມວຽກງານໂທລະຄົມ ແລະ ICT ຂອງບັນດາປະເທດ ASEAN, ອາຊຽນໄດ້ຊຸກຍູ້ສົ່ງເສີມໃຫ້ ສປປ ລາວ ສ້າງສູນລາວເຊີດຂຶ້ນ ໂດຍມີການສະເໜີຕໍ່ອົງການໂທລະຄົມມະນາຄົມສາກົນ (International Telecommunication Union) ເພື່ອຂໍຄວາມຮ່ວມມື ແລະ ຊ່ວຍເຫຼືອແກ່ປະເທດສະມາຊິກອາຊຽນໃໝ່ CLMV ປະກອບມີ: ກໍາປູເຈຍ, ພະມ້າ, ສປປ ລາວ ແລະ ສສ ຫວຽດນາມ ໃນການກໍ່ສ້າງສູນ LaoCERT.

     ເດືອນ 07 ປີ 2011, ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄດ້ສົ່ງຊ່ຽວຊານ IMPACT ໃນນາມຊ່ຽວຊານຂອງ ITU ເຂົ້າມາສໍາຫຼວດເກັບກໍາຂໍ້ມູນການນໍາໃຊ້ອິນເຕີເນັດຢູ່ທາງພາກລັດ ແລະ ເອກະຊົນ ຢູ່ ສປປ ລາວ ເພື່ອນໍາເອົາຂໍ້ມູນໄປວິເຄາະປະເມີນຄວາມພ້ອມສໍາລັບ ສປປ ລາວ ໃນວຽກງານແຜນການກໍ່ສ້າງສູນ ລາວເຊີດ.

    ກອງປະຊຸມ ITU ສະເພາະເຂດອະນຸພາກພື້ນສໍາລັບປະເທດສະມາຊິກອາຊຽນໃໝ່ ຊຶ່ງຈັດຂຶ້ນຢູ່ປະເທດ ພະມ້າ ໃນລະຫວ່າງ ເດືອນ 11 ປີ 2011, ໃນວາລະກອງປະຊຸມອົງການໂທລະຄົມສາກົນ ITU-IMPACT ໄດ້ນໍາສະເໜີຜົນສໍາຫຼວດໃນເດືອນ 07 ປີ 2011 ແລະ ໄດ້ປະເມີນຄວາມພ້ອມ ຂອງ ສປປ ລາວ ໃນການກໍ່ສ້າງ ສູນລາວເຊີດ ຕໍ່ບັນດາຄະນະຜູ້ແທນໃນ ສປປ ລາວ ໂດຍມີຄະນະວິຊາການຈາກ ສູນອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມ. ທາງ ITU ກໍ່ໄດ້ ມີບົດອະທິບາຍຕໍ່ຄະນະຜູ້ແທນລາວຢ່າງລະອຽດເປັນຂັ້ນຕອນການສ້າງລາວເຊີດ ໂດຍ ITU-IMPACT ແນະນໍາໃຫ້ຈັດຕັ້ງປະຕິບັດແບ່ງອອກໄປເປັນ 03 ໄລຍະ ລວມທັງໝົດ 24 ເດືອນ.

     ເພື່ອໃຫ້ທັນກັບສະພາບການຕໍ່ກັບວຽກງານດັ່ງກ່າວ ມາຮອດ ເດືອນ 02 ປີ 2012, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງໄດ້ຕົກລົງ: ສ້າງ ສູນລາວເຊີດ ຂຶ້ນຢ່າງເປັນທາງການໂດຍປະກອບໃຫ້ມີວິຊາການຈາກຫຼາຍພາກສ່ວນເຂົ້າຮ່ວມເປັນຄະນະທັງໝົດມີ 08 ທ່ານ, ຫຼັງຈາກນັ້ນ ກໍ່ໄດ້ແຈ້ງໃຫ້ ສາກົນ ແລະ ບັນດາປະເທດອາຊຽນຮັບຊາບຕໍ່ການສ້າງຕັ້ງ ສູນລາວເຊີດ ໄປພ້ອມ, ພ້ອມດຽວກັນນັ້ນກໍ່ໄດ້ສະເໜີຂໍຄວາມຮ່ວມມືນໍາບັນດາເຊີດໃນປະເທດຕ່າງໆ ເຊັ່ນ: ສູນ JPCERT ຂອງ ປະເທດ ຍີ່ປຸ່ນ, ສູນ VNCERT ຂອງ ສສ ຫວຽດນາມ ແລະ ສູນ ThaiCERT ຂອງ ປະເທດລາຊະອານາຈັກໄທ ນອກຈາກນັ້ນກໍ່ຍັງໄດ້ຂໍໄປຖອດຖອນບົດຮຽນນໍາ ສູນ CamCERT ຂອງ ປະເທດ ກຳປູເຈຍ ເພື່ອວາງແຜນກໍ່ສ້າງ LaoCERT ໃນເບື້ອງຕົ້ນຕາມ ITU ແນະນໍາ.

     ມາຮອດວັນທີ 21 ເດືອນ 06 ປີ 2016 ນາຍົກລັດຖະມົນຕີ ຈຶ່ງໄດ້ອອກດຳລັດສະບັບເລກທີ 171/ນຍ, ວ່າດ້ວຍ ການສ້າງຕັ້ງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ, ຊຶ່ງຂຶ້ນກັບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

     ໃນວັນທີ 15 ກໍລະກົດ 2016 ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ອອກຂໍ້ຕົກລົງສະບັບເລກທີ 2162, ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີຂຶ້ນ ແລະ ມີຊື່ຫຍໍ້ວ່າ “ສກຄ” ຫຼື “ສູນລາວເຊີດ” ມີໂລໂກ ເປັນຂອງຕົນເອງ ແລະ ຂຽນເປັນພາສາ ສາກົນວ່າ: Lao Computer Emergency Response Team ຂຽນຫຍໍ້ວ່າ “LaoCERT”  ແມ່ນຫົວໜ່ວຍວິຊາການໜຶ່ງມີຖານະທຽບເທົ່າກົມ ທີ່ສັງກັດໃນໂຄງປະກອບກົງຈັກຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງ ປທສ ໃນການສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງລະບົບຄອມພິວເຕີ.

ສູນສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງຄອມພິວເຕີ ມີໜ້າທີ່ ຄົ້ນຄວ້າສ້າງນິຕິກຳ, ນະໂຍບາຍ ແລະ ແຜນຍຸດທະສາດໃນດ້ານການປ້ອງກັນຄວາມປອດໄພທາງໄຊເບີ, ຕອບໂຕ້ ແລະ ແກ້ໄຂເຫດການສຸກເສີນທີ່ເກີດຂຶ້ນທາງລະບົບຄອມພິວເຕີ, ປະສານງານພາຍໃນ ແລະ ຕ່າງປະເທດ ໃນການແກ້ໄຂເຫດສຸກເສີນ, ແຈ້ງເຕືອນເຫດສຸກເສີນໃຫ້ຂະແໜງການ ທາງພາກລັດ-ເອກະຊົນ ປ້ອງກັນໄພທາງໄຊເບີ, ໃຫ້ຄຳປຶກສາທາງເຕັກນິກວິຊາການດ້ານຄວາມປອດໄພທາງໄຊເບີ, ສົ່ງເສີມ ແລະ ໃຫ້ຄວາມຮູ້ ດ້ານຄວາມປອດໄພທາງໄຊເບີໃຫ້ແກ່ສັງຄົມ ແລະ ກໍ່ສ້າງບຸກຄະລາກອນດ້ານຄວາມປອດໄພທາງໄຊເບີ.

ທາງສູນລາວເຊີດ ໄດ້ຖືກຮັບຮອງການນໍາໃຊ້ຊື່ CERT ຢ່າງເປັນທາງການຈາກ ມະຫາວິທະຍາໄລ ຄາເມລອນ ປະເທດ ສາຫະລັດອາເມລິກາ ໃນປີ 2016.

ໃນວັນທີ 11 ທັນວາ 2018  ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ອອກຂໍ້ຕົກລົງສະບັບເລກທີ 3203/ປທສ, ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ປ່ຽນແທນຂໍ້ຕົກລົງ, ສະບັບເລກທີ 2162/ປທສ, ລົງວັນທີ 15 ກໍລະກົດ 2016.

ມາຮອດຕົ້ນປີ 2022 ເພື່ອ​ຜັນ​ຂະຫຍາຍ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ຢ່າງ​ມີ​ຫຼັກການ​ຂອງ​ພັກ ​ແລະ ​ເພື່ອ​ປັບປຸງ​ໂຄງ​ຮ່າງ​ການຈັດ​ຕັ້ງ​ຂັ້ນ​ກະຊວງ​ໃຫ້​ກະທັດ​ຫັດ​ເບົາບາງ ຈື່ງ​ໄດ້ໂຮມກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ​ເຂົ້າກັນ​ເປັນ​ກະຊວງ​ດຽວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ​ໃນ​ປັດຈຸບັນ. ໃນວັນທີ 02 ກຸມພາ 2022 ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກໍ່ໄດ້ປັບປຸງກົງຈັກການຈັດຕັ້ງ ຂອງ ບັນດາກົມ/ສູນ ຈໍານວນ ໜຶ່ງ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບໄລຍະກັບການພັດທະນາ ຂອງ ເຕັກໂນໂລຊີ ໃນຍຸກສະໄໝ, ກົມຄວາມປອດໄພໄຊເບີ ຈຶ່ງໄດ້ຖືກສ້າງຂື້ນຕາມຂໍ້ຕົກລົງ, ສະບັບເລກທີ 190/ກຕສ, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກົມຄວາມປອດໄພໄຊເບີ.

ພາລະບົດບາດ

ກົມຄວາມປອດໄພໄຊເບີ ຂຽນຫຍໍ້ວ່າ “ກຄຊ” ຂຽນເປັນພາສາ ສາກົນວ່າ “Department of Cyber Security” ຂຽນຫຍໍ້ວ່າ “DCS” ແມ່ນໂຄງປະກອບກົງຈັກການຈັດຕັ້ງ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນວຽກງານຄຸ້ມຄອງຄວາມປອດໄພທາງໄຊເບີ ແລະ ການປົກປ້ອງເດັກ ໃນການນຳໃຊ້ອິນເຕີເນັດ ໃນຂອບເຂດທົ່ວປະເທດ.