ກົມກິລາລະດັບສູງ

ຈາກ Laopedia

ກົມກິລາລະດັບສູງຂຽນດ້ວຍຕົວອັກສອນຫຍໍ້ “ກສ” ເປັນກົງຈັກບໍລິຫານ ໃນໂຄງປະກອບການຈັດຕັ້ງ ຂອງກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ກ່ຽວກັບການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ວຽກງານກິລາລະດັບສູງ, ສ້າງ ແລະ ພັດທະນານັກກິລາອາຊີບ ເພື່ອເຂົ້າຮ່ວມການແຂ່ງຂັນໃນ ອານຸພາກພື້ນ, ພາກພື້ນ ແລະ ສາກົນ.

ປະຫວັດ

ພາຍຫຼັງປະເທດຊາດໄດ້ຖືກປົດປ່ອຍ ແລະ ໄດ້ຮັບສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ການພັດທະນາກິລາລາວຢູ່ພາຍໃຕ້ການບໍລິຫານ-ຄຸ້ມຄອງຂອງກົມກິລາກາຍຍະສຶກສາ ແລະ ສິລະປະສຶກສາ ທີ່ຂື້ນກັບກະຊວງສຶກສາທິການ, ຕໍ່ມາຮອດປີ 1993 ລັດຖະ ບານໄດ້ມີມະຕິໃຫ້ກິລາແຍກອອກຈາກກະຊວງສຶກສາ ພ້ອມໄດ້ອະນຸມັດຕົກລົງຖານະຂອງກົມກິລາ ຂຶ້ນເປັນຄະນະກໍາມະການກິລາແຫ່ງຊາດ ໂດຍຂຶ້ນກັບສໍານັກງານນາຍົກ ລັດຖະມົນຕີໂດຍກົງ, ຂັ້ນແຂວງຮ້ອງວ່າພະແນກຫ້ອງການກິລາແຂວງ, ຂັ້ນເມືອງຮ້ອງວ່າຫ້ອງການກິລາເມືອງ, ຄະນະຮັບຜິດຊອບກິລາຂັ້ນແຂວງ, ນະຄອນຫຼວງ ແລະ ເມືອງ ແມ່ນຂຶ້ນກັບການຊີ້ນໍາໂດຍກົງ ຂອງອໍານາດການປົກຄອງທ້ອງຖິ່ນ.

ໃນປີ 1999ຄະນະກໍາມະການກິລາແຫ່ງຊາດລາວກໍ່ໄດ້ປັບປຸງຄືນໃໝ່ ປະກອບມີ 4 ກົມຄື : 1. ກົມຫ້ອງການ, 2. ກົມກິລາມວນຊົນ 3. ກົມກິລາລະດັບສູງ 4. ກົມກິລາພົວພັນສາກົນ ລວມມີ 18 ພະແນກ.