ກົມກວດກາ ກະຊວງ ຕສ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

ກົມກວດກາ ຕົວອັກສອນຫຍໍ້ “ກກ” ຂຽນເປັນພາສ ສາກົນ “Department of Inspection” ຂຽນຫຍໍ້ “DOI” ແມ່ນໂຄງປະກອບກົງຈັກການຈັດຕັ້ງ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມກັນນັ້ນ, ທາງດ້ານວິຊາສະເພາະ ແມ່ນຂຶ້ນກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີ ພາລະບົດບາດເປັນເສນາທິການ ໃຫ້ແກ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການຄຸ້ມຄອງວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ການສືບສວນ-ສອບສວນ, ການຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ພົນລະເມືອງ ແລະ ຕິດຕາມການກວດກາປະຕິບັດຜົນຂອງການກວດກາ ໃນຂອບເຂດຄວາມຮັບຜິດຊອບ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ໜ້າທີ່

ກົມກວດກາ ມີໜ້າທີ່ດັ່ງນີ້:

1.   ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນໆຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

2.   ຄົ້ນຄວ້າ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ລັດຖະບານ ກ່ຽວກັບວຽກງານ ກວດກາພັກ-ລັດ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການສືບສວນ-ສອບສວນ.

3.   ສ້າງຮ່ງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບການກວດກາພັກ-ລັດ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການສືບສວນ-ສອບສວນ, ສ້າງແຜນງານ ແລະ ໂຄງການກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

4.   ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ແລະ ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງບັນດາໜ່ວຍພັກ, ຄະນະພັກຮາກຖານ ແລະ ສະມາຊິກພັກ, ເຂົ້າຮ່ວມຕິດຕາມ ກວດກາປະເມີນຜົນການຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຂຶ້ນກັບອົງຄະນະພັກກະຊວງ.

5.   ຕິດຕາມ, ກວດກາ ການຮ່ວມຊີວິດພັກ, ການຄຸ້ມຄອງເງິນຂອງພັກ, ລາຍຮັບ-ລາຍຈ່າຍ ເງິນສະຕິພັກ, ເງິນສະໜັບສະໜູນ ຂອງຄະນະພັກແຕ່ລະຂັ້ນ ທີ່ຂຶ້ນກັບອົງຄະນະພັກກະຊວງ.

6.   ກວດກາ ການຈັດຕັ້ງປະຕິບັດວິໄນ ຕໍ່ການຈັດຕັ້ງພັກ, ລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ.

7.   ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງ, ພະນັກງານ-ລັດຖະກອນ ບັນດາກົມ/ທຽບເທົ່າ, ບໍລິສັດວິສາຫະກິດ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

8.   ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການ, ແຜນງົບປະມານ, ການຄຸ້ມຄອງນຳໃຊ້ຊັບສິນ, ເງິນກອງທຶນ, ເງິນກູ້ຢືມ, ທຶນຊ່ວຍເຫຼືອລ້າ ແລະ ການປະຕິບັດນະໂຍບາຍຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

9.   ຕິດຕາມ, ກວດກາ ການແກ້ໄຂຜົນຂອງການກວດກາ ບັນດາກົມ/ທຽບເທົ່າ, ບໍລິສັດວິສາຫະກິດ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

10.  ຕິດຕາມ, ກວດກາ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ, ໃນການຈັດຕັ້ງພັກ, ລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພ້ອມທັງຄຸ້ມຄອງ ແລະ ຮັບແຈ້ງຊັບສິນ ແລະ ລາຍຮັບທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

11.  ຮັບ ແລະ ຄົ້ນຄວ້າ ຄຳຮ້ອງ-ຄຳສະເໜີ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າສະເໜີວິທີການແກ້ໄຂ ຕໍ່ເລຂາຄະນະພັກກະຊວງ/ລັດຖະມົນຕີ ກ່ຽວກັບການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ທີ່ມີພຶດຕິກຳລະເມີດຕໍ່ລະບຽບການຂອງພັກ ແລະ ກົດໝາຍຂອງລັດ.

12.  ພົວພັນປະສານງານກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການພັດທະນາວຽກງານກວດກາ ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ.

13.  ຄຸ້ມຄອງ, ບຳລຸງ-ກໍ່ສ້າງ ພະນັກງານ-ລັດຖະກອນ ພາຍໃນກົມ ແລະ ຝຶກອົບຮົມວຽກງານວິຊາສະເພາະກວດກາ ໃຫ້ຜູ້ເຮັດວຽກກວດກາ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ.

14. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຊາບ ເພື່ອຊີ້ນຳກ

15.  ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ຂອບເຂດສິດ

ກົມກວດກາ ມີສິດ ດັ່ງນີ້:

1.   ເຜີຍແຜ່ບັນດານິຕິກຳ, ບົດແນະນຳ, ມະຕິກອງປະຊຸມວຽກງານກວດກາທົ່ວປະເທດດ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ທີ່ກ່ຽວຂ້ອງກັບວຽກງານກວດກາ.

2.   ໃຫ້ຄຳແນະນຳກ່ຽວກັບວຽກງານກວດກາ ແລະ ຕິດຕາມ, ກວດກາ, ຊຸກຍູ້ ການປະຕິບັດໜ້າທີ່ວຽກງານຂອງບັນດາກົມ/ທຽບເທົ່າ, ບໍລິສັດວິສາຫະກິດ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

3.   ຮ່າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານກວດກາພັກ, ລັດ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ເພື່ເຜີຍແຜ່ ແນວທາງນະໂຍບາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີ່ກ່ຽວຂ້ອງກັບພາລະບົດບາດຂອງກະຊວງ.

4.   ດຳເນີນການກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມ, ຕາງໜ້າກະຊວງເຂົ້າຮ່ວມໃນຄະນະສະເພາະກິດ ແລະ ຄະນະວິຊາການຕ່າງໆ ຕາມກົນໄກປະສານງານ ລະຫວ່າງກະຊວງກ່ຽວຂ້ອງໃນວຽກງານກວດກາ, ຈັດຕັ້ງປະຕິບັດແຜນການ, ຕິດຕາມ, ກວດກາບັນດາໂຄງການລົງທຶນຂອງລັດ ຕາມແຜນພັດທະນາ ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ.

5.   ສະເໜີຄະນະນຳກະຊວງ ພິຈາລະນາໂຈະ, ລົບລ້າງ ຫຼື ຍົກເລີກ ການປະຕິບັດບັນດານິຕິກຳ ໃນຂອບເຂດຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ວາງອອກທີ່ເຫັນວ່າບໍ່ສອດຄ່ອງ.

6.   ປະກອບຄຳເຫັນ ແລະ ສະເໜີສ້າງ ຫຼື ປັບປຸງກົດໝາຍ, ດຳລັດ, ລະບຽບການ ກ່ຽວກັບວຽກງານກວດກາ.

7.   ສະເໜີລັດຖະມົນຕີ ພິຈາລະນາຜົນຂອງການກວດກາ ແລ້ວລາຍງານອົງການກວດກາແຫ່ງລັດ.

8.   ຕິດຕາມ ແລະ ກວດກາຄວາມຄືບໜ້າຂອງການປະຕິບັດ ບັນດານິຕິກຳ ເຊັ່ນ: ມະຕິ, ຄຳສັ່ງ, ຂໍ້ຕົກລົງ, ບົດແນະນຳແນະນຳ, ແຈ້ງການ ເພື່ອຄຸ້ມຄອງບໍລິຫານວຽກງານຕາມພາລະບົດບາດ.

9.   ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕາມພາລະບົດບາດ ແລະ ຕາມການຕົກລົງເຫັນດີຂອງລັດຖະມົນຕີ.

10.  ນຳໃຊ້ງົບປະມານ, ເງິນສົ່ງເສີມວິຊາການ, ພາຫະນະ ແລະ ວັດຖຸອຸປະກອນຮັບໃຊ້ວຽກງານທາງລັດຖະການໃນຄວາມຮັບຜິດຊອບຂອງກົມ.

11.  ສະເໜີແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນ, ປະຕິບັດນະໂຍບາຍ, ຍ້ອງຍໍ ຫຼື ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ພາຍໃນກົມ ຕາມກົດໝາຍ ວ່າດ້ວຍລັດຖະກອນ.

12.  ສະເໜີປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດຂອງກົມ ໃນແຕ່ລະໄລຍະຕາມຄວາມເໝາະສົມ.

13.  ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ໂຄງປະກອບກົນຈັກ

ກົມກວດກາ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1.   ພະແນກ ສັງລວມ ແລະ ແກ້ໄຂຄຳຮ້ອງທຸກ

2.   ພະແນກ ກວດກາພັກ

3.   ພະແນກ ກວດກາລັດ ແລະ ຕິດຕາມການແກ້ໄຂຜົນການກວດກາ

4.   ພະແນກ ຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ

ໂຄງປະກອບບຸກຄະລາກອນ

ກົມກວດກາ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:

1.   ຫົວໜ້າກົມກວດກາ ຈຳນວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງຕົນ.

               ໃນເວລາຫົວໜ້າກົມຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າກົມທ່ານໃດໜຶ່ງ ຮັກສາການແທນ.

2.   ຮອງຫົວໜ້າກົມກວດກາ ຈຳນວນໜຶ່ງ ຊ່ວຍຫົວໜ້າກົມຊີ້ນຳວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າກົມກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນຳ.

               ຮອງຫົວໜ້າກົມ ຜູ້ຮັກສາການແທນ ຕ້ອງລາຍງານວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງກັບມາປະຈຳການ.

3.   ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນ ວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ.

    ສຳລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ໜ້າທີ່ຂອງ ພະແນກ ສັງລວມ ແລະ ແກ້ໄຂຄຳຮ້ອງທຸກ

ພະແນກ ສັງລວມ ແລະ ແກ້ໄຂຄຳຮ້ອງທຸກ ມີໜ້າທີ່ ດັ່ງນີ້:

1.   ເປັນເຈົ້າການໃນການຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດນິຕິກຳຕ່າງໆ ທີ່ການຈັດຕັ້ງຂັ້ນເທິງວາງອອກ.

2.   ຮ່າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານຂອງກົມກວດກາ ມາສ້າງເປັນແຜນງານ, ແຜນການ ແລະ ໂຄງການລະອຽດພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

3.   ຕິດຕາມ, ຊຸກຍູ້ ຜັນຂະຫຍາຍ ທິດທາງແຜນການຂອງກົມ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ ເພື່ອຫັນເປັນແຜນການ, ແຜນງານ, ໂຄງການລະອຽດຂອງພະແນກ.

4.   ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າວິທີການ, ຮູບການ ແລະ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາໃຫ້ໄດ້ຮັບຜົນດີ.

5.   ຕິດຕາມ, ຄຸ້ມຄອງ ແລະ ປະສານງານ ຜູ້ເຮັດວຽກກວດກາຢູ່ ບັນດາກົມ/ທຽບເທົ່າ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງວຽງຈັນ ແລະ ບັນດາບໍລິສັດລັດວິສາຫະກິດ ທີ່ຂຶ້ນກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

6.   ຕິດຕາມ, ຄຸ້ມຄອງ ການປະຕິບັດໜ້າທີ່ຂອງພະນັກງານ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນກົມ.

7.   ຮ່າງເອກະສານຕ່າງໆ (ໜັງສືສະເໜີ, ຂໍ້ຕົກລົງ, ແຈ້ງການ, ແຈ້ງຕອບ, ໜັງສືເຊີນ ແລະ ອື່ນໆ), ພິທີການ, ສ້າງລະບົບຈັດເກັບເນື້ອໃນເອກະສານ ແລະ ເກັບມ້ຽນສຳນວນສຳເນົາເອກະສານແບບທັນສະໄໝ.

8.   ສົມທົບຫ້ອງການກະຊວງ ເພື່ອຄົ້ນຄວ້າແກ້ໄຂວຽກງານບໍລິຫານຂອງກົມ, ຂຶ້ນແຜນການງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້, ຊັບສິນຕ່າງໆຂອງກົມ.

9.   ຄົ້ນຄວ້າປັບປຸງພາລະບົດບາດ, ການຈັດຕັ້ງ, ກຳນົດແຜນກໍ່ສ້າງພະນັກງານໄລຍະສັ້ນ-ຍາວ, ເລື່ອນຊັ້ນ-ຂັ້ນ ແລະ ນະໂຍບາຍຕໍ່ພະນັກງານພາຍໃນກົມ ເພື່ອສະເໜີຂັ້ນເທິງພິຈາລະນາ.

10. ໂຄສະນາເຜີຍແຜ່ນິຕິກຳ ທີ່ກ່ຽວຂ້ອງ ກັບວຽກງານແກ້ໄຂສະເໜີຄຳຮ້ອງທຸກ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ.

11. ຮັບ ແລະ ຄົ້ນຄວ້າ ພິຈາລະນາແກ້ໄຂຄຳຮ້ອງທຸກ ຂອງການຈັດຕັ້ງ ຫຼື ພົນລະເມືອງ ຕໍ່ການປະຕິບັດພາລະບົດບາດ ຂອງອົງການຈັດຕັ້ງພັກ, ລັດ, ການປະຕິບັດໜ້າທີ່ຂອງ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານຂອງບັນດາບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

12. ຮັບຕ້ອນການຂໍເຂົ້າພົບ, ໃຫ້ຄຳປຶກສາ, ບັນທຶກ, ແນະນຳບຸກຄົນ ແລະ ການຈັດຕັ້ງ-ລັດ ທີ່ມາສະເໜີ, ລາຍງານ, ຊີ້ແຈງ ແລະ ປຶກສາຫາລືບັນຫາຕ່າງໆ ທີ່ກ່ຽວຂ້ອງກັບຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຕາມຂອບເຂດຄວາມຮັບຜິດຊອບຂອງກົມ.

13. ລົງເຄື່ອນໄຫວ, ເກັບກຳຂໍ້ມູນຫຼັກຖານ ແລະ ບັນທຶກການສະເໜີ, ແຈ້ງຄວາມ ຫຼື ຮ້ອງຟ້ອງ ຜູ້ກະທຳຜິດ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ.

14. ພົວພັນປະສານສົມທົບ, ຮຽກເຊີນ ບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອເຂົ້າມາລາຍງານຂໍ້ມູນ, ໃຫ້ຄຳຊີ້ແຈງ, ອະທິບາຍ, ດຳເນີນການໄກ່ເກ່ຍລະຫວ່າງຄູ່ກໍລະນີ (ຖ້າຫາກມີເງື່ອນໄຂ) ແລະ ສະເໜີມາດຕະການ ຫຼື ວິທີການແກ້ໄຂຄຳຮ້ອງທກ ບົນພື້ນຖານກົດລະບຽບຂອງພັກ-ກົດໝາຍຂອງລັດ ໃຫ້ມີຄວາມຍຸຕິທຳ ແລະ ທັນສະພາບການ.

15. ເກັບກຳ, ຄຸ້ມຄອງ ແລະ ສ້າງສພນວນ-ສຳເນົາຂໍ້ມູນເອກະສານ ທີ່ກ່ຽວຂ້ອງກັບໜັງສືຄຳຮ້ອງທຸກ.

16. ຄຸ້ມຄອງ ແລະ ນຳໃຊ້ ຕູ້ຮັບເອກະສານຄຳຮ້ອງ-ຄຳສະເໜີ ແລະ ໂທລະສັບສາຍດ່ວນ 1599.

17. ເຂົ້າຮ່ວມ ກອງປະຊຸມປະສານຂ່າວ ແລະ ຫາງສຽງສັງຄົມ ຢູ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເກັບກຳສະພາບຂໍ້ມູນ ແລະ ລາຍງານຄະນະນຳກະຊວງ.

18. ຕິດຕາມ, ກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ກຳນົດທິດທາງແຜນການວຽກງານວດກາດ ການເຄື່ອນໄຫວວຽກງານຂອງບັນດາພະແນກພາຍໃນກົມ ປະຈຳເດືອນ, ງວດ 3 ເດືອນ, 6 ເດືອນ ແລະ ປີ ຂອງກົມ ເພື່ອລາຍງານຂັ້ນເທິງ.

19. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳ ແລະ ການມອບໝາຍຂອງຫົວໜ້າກົມ, ຮອງກົມຜູ້ຊີ້ນຳ.

ໜ້າທີ່ຂອງ ພະແນກ ກວດກາພັກ

ພະແນກ ກວດກາພັກ ມີໜ້າທີ່ ດັ່ງນີ້:

1.     ຄົ້ນຄວ້າຜັນຂະຫຍາຍ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ວຽກງານກວດກາທົ່ວປະເທດ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ, ຍຸດທະສາດ ແລະ ແຜນການພັດທະນາ ປະຈຳປີ ຂອງກະຊວງ ກ່ຽວກັບວຽກງານກວດກາພັກ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງກົມ.

2.     ຜັນຂະຫຍາຍ ທິດທາງແຜນການຂອງກົມ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ເພື່ອຫັນໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດຂອງພະແນກ.

3.     ຕິດຕາມ, ກວດກາການເຄື່ອນໄຫວ ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະກະຊວງ ໃນການຄົ້ນຄວ້າຜັນຂະຫຍາຍ ແລະ ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ການປະຕິບັດພາລະບົດບາດ, ຂອບເຂດສິດ, ໜ້າທີ່, ແບບແຜນວິທີນຳພາ ແລະ ວິທີເຮັດວຽກ.

4.     ລົງເຄື່ອນໄຫວຕິດຕາມ, ກວດກາການເຄື່ອນໄຫວ ການຮ່ວມຊີວິດພັກ, ການປະຕິບັດກົດລະບຽບພັກ, ສະຕິຕໍ່ການຈັດຕັ້ງ, ວຽກງານປ້ອງກັນພັກ-ພະນັກງານ ຂອງໜ່ວຍພັກກົມ, ບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ປະຈຳ 06 ເດືອນ ຕົ້ນປີ ແລະ 06 ເດືອນທ້າຍປີ.

5.     ຕິດຕາມ, ກວດກາດ ເກັບກຳຂໍ້ມູນ ເພື່ອນຳສະເໜີຂັ້ນເທິງ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ, ໜ່ວຍພັກ ກ່ຽວກັບການຮັບ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ, ຊົມເຊີຍ, ເລື່ອນຊັ້ນ, ປົດຕຳແໜ່ງ ຫຼື ປະຕິບັດວິໄນ ຕໍ່ການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງອົງຄະນະພັກກະຊວງ.

6.     ຕິດຕາມ, ກວດກາການຂະຫຍາຍພັກ ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກກົມ, ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ.

7.     ຕິດຕາມ, ກວດກາ ການເກັບ-ສົ່ງເງິນສະຕິ, ການຮັບ-ການຈ່າຍ, ຄັງເງິນສົດ ຂອງໜ່ວຍພັກກົມ, ບັນດາໜ່ວຍພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບອົງຄະນະພັກກະຊວງ.

8.     ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເອົາຂໍ້ມູນກ່ຽວກັບວຽກງານກວດກາພັກ, ສະຖິຕິຄະນະພັກກະຊວງ, ໜ່ວຍພັກ, ສະມາຊິກພັກ ແລະ ຜູ້ເຮັດວຽກງານກວດກາ, ພ້ອມທັງສ້າງລະບົບຈັດເກັບເນື້ອໃນ ແລະ ສຳນວນສຳເນົາຂໍ້ມູນເອກະສານ ເພື່ອລາຍງານຂັ້ນເທິງ.

9.     ຂຶ້ນແຜນຈັດຕັ້ງເຜີຍແຜ່ ເອກະສານພັກ ເຊັ່ນ: ມະຕິ, ຄຳສັ່ງ, ບົດແນະນຳຕ່າງໆ ພາຍໃນໜ່ວຍພັກກົມ.

10.  ຈັດຕັ້ງເຜີຍແຜ່ເນື້ອໃນບົດແນະນຳການ ປະເມີນຜົນຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ແລະ ສ້າງແຜນກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ.

11.  ສະຫຼຸບ, ສັງລວມ ແລະ ກຳນົດທິດທາງແຜນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານກວດກາພັກແລ້ວລາຍງານໃຫ້ຫົວໜ້າກົມ ເປັນປະຈຳອາທິດ, ເດືອນ, ງວດ ແລະ ປີ ເພື່ອຂໍທິດຊີ້ນຳຢ່າງເປັນປົກະຕິ.

12.  ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳ ແລະ ການມອບໝາຍຂອງຫົວໜ້າກົມ, ຮອງກົມຜູ້ຊີ້ນຳ.

ໜ້າທີ່ຂອງພະແນກ ກວດກາລັດ ແລະ ຕິດຕາມແກ້ໄຂຜົນການກວດກາ

1.   ຄົ້ນຄວ້າຜັນຂະຫຍາຍ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ວຽກງານກວດກາທົ່ວປະເທດ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ, ຍຸດທະສາດ, ແຜນການພັດທະນາ ແລະ ແຜນງົບປະມານປະຈຳປີຂອງກະຊວງ ກ່ຽວກັບວຽກງານກວດກາລັດ ແລະ ວຽກງານຕິດຕາມກວດກາການແກ້ໄຂຜົນຂອງການກວດກາ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງກົມ.

2.   ຜັນຂະຫຍາຍ ທິດທາງແຜນການຂອງກົມ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ເພື່ອຫັນໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດຂອງພະແນກ.

3.   ໂຄສະນາເຜີຍແຜ່ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ກົດໝາຍ, ມະຕິ, ຄຳສັ່ງ, ແຈ້ງການ, ລະບຽບການ ແລະ ແຜນການຕ່າງໆ ຂອງລັດວາງອອກໃນແຕ່ລະໄລຍະ.

4.   ຄົ້ນຄວ້າປະກອບຄຳຄິດ-ຄຳເຫັນ ແລະ ສະເໜີສ້າງ ຫຼື ປັບປຸງລະບຽບການ, ກົດໝາຍ, ດຳລັດ ແລະ ນິຕິກຳຕ່າງໆ ທີ່ຕິດພັນກັບວຽກງານກວດກາ ເມື່ອເຫັນວ່າບໍ່ສອດຄ່ອງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

5.   ເກັບກຳສະພາບເຄື່ອນໄຫວຂອງບັນດາກົມ/ທຽບເທົ່າ, ບໍລິສັດລັດວິສາຫະກິດ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງໃນການຈັດຕັ້ງປະຕິບັດພາລະບົດບາດ, ແນວທາງນະໂຍບາຍ, ກົດໝາຍ, ດຳລັດ, ຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆ ຂອງຂັ້ນເທິງວາງອອກແຕ່ລະໄລຍະ.

6.   ຕິດຕາມ ກວດກາການຈັດຕັ້ງ, ນິຕິບຸກຄົນ ແລະ ບຸກຄົນ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງກະຊວງ ເມື່ອເຫັນວ່າມີການລະເມີດ ລະບຽບກົດໝາຍ.

7.   ຕິດຕາມ ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ທີ່ສະພາແຫ່ງຊາດອະນຸມັດ ໃຫ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

8.   ຕິດຕາມ ກວດກາ ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ການຈັດຊື້-ຈັດຈ້າງ, ພາຫະນະ, ອຸປະກອນຮັບໃຊ້ ແລະ ຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງ.

9.   ຕິດຕາມ ກວດກາ ໂດຍກົງຕໍ່ບັນດາເປົ້າໝາຍ ທີ່ມີຂໍ້ຕົກລົງໃຫ້ປະຕິບັດຜົນການກວດກາ ທີ່ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອຊອກຫາສາເຫດ, ສະເໜີວິທີການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດໃຫ້ທັນກຳນົດເວລາ.

10. ສ້າງ ແລະ ກຳນົດແຜນການດຳເນີນວຽກງານກວດກາລັດ ແລະ ຕິດຕາມກວດກາການແກ້ໄຂຜົນຂອງການກວດກາ ໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ.

11. ເຂົ້າຮ່ວມການກວດກາຕາມແຜນປົກະຕິ, ກວດກາຕາມຄຳສັ່ງ ແລະ ເຂົ້າຮ່ວມຄະນະສະເພາະກິດຂັ້ນກະຊວງ ຫຼື ຂັ້ນສູນກາງ ໃນວຽກງານກວດກາລັດ ຕາມການມອບໝາຍຂັ້ນເທິງ.

12. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນກ່ຽວກັບວຽກງານກວດກາລັດ, ພ້ອມທັງສ້າງລະບົບຈັດເກັບເນື້ອໃນຂໍ້ມູນເອກະສານ ແລະ ເກັບມ້ຽນສຳນວນສຳເນົາເອກະສານ.

13. ສະຫຼຸບ ສັງລວມ ແລະ ກຳນົດທິດທາງແຜນການຄັດຕັ້ງປະຕິບັດການເຄື່ອນໄຫວວຽກງານກວດກາລັດ ແລະ ຕິດຕາມກວດກາການແກ້ໄຂຜົນຂອງການກວດກາ ແລ້ວລາຍງານໃຫ້ຫົວໜ້າກົມ ເປັນປະຈຳອາທິດ, ເດືອນ, ງວດ ແລະ ປີ ເພື່ອຂໍທິດຊີ້ນຳຢ່າງເປັນປົກະຕິ.

14. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳ ແລະ ການມອບໝາຍຂອງຫົວໜ້າກົມ, ຮອງກົມຜູ້ຊີ້ນຳ.

ໜ້າທີ່ຂອງພະແນກ ຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ

ພະແນກ ຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ມີໜ້າທີ່ ດັ່ງນີ້:

1.   ຄົ້ນຄວ້າຜັນຂະຫຍາຍ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ວຽກງານກວດກາທົ່ວປະເທດ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ, ຍຸດທະສາດ, ແຜນການພັດທະນາ ແລະ ແຜນງົບປະມານປະຈຳປີຂອງກະຊວງ ກ່ຽວກັບວຽກງານມາດຕະການ ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແລະ ວີທີການສືບສວນ-ສອບສວນ ການສໍ້ລາດບັງຫຼວງ.

2.   ຜັນຂະຫຍາຍ ທິດທາງແຜນການຂອງກົມ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ເພື່ອຫັນໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດຂອງພະແນກ.

3.   ລົງເຄື່ອນໄຫວຕິດຕາມ, ກວດກາ, ແນະນຳ ແລະ ໂຄສະນາເຜີຍແຜ່ນິຕິກຳຕ່າງໆ ໃນການຈັດຕັ້ງປະຕິບັດ ກ່ຽວກັບວຽກງານການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ໃຫ້ບັນດາກົມ/ທຽບເທົ່າ, ບໍລິສັດລັດວິສາຫະກິດ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

4.   ດຳເນີນການສືບສວນ-ສອບສວນ ຜົນການແກ້ໄຂຄຳຮ້ອງທຸກ ທີ່ມີພຶດຕິກຳສໍ້ລາດບັງຫຼວງ ໃນການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ.

5.   ນຳສະເໜີຫົວໜ້າກົມ ເພື່ອປະຕິບັດຕາມຂັ້ນຕອນດຳເນີນການສືບສວນ-ສອບສວນ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ບົນພື້ນຖານກົດລະບຽບຂອງພັກ-ກົດໝາຍຂອງລັດ ໃຫ້ມີຄວາມຍຸຕິທຳ ແລະ ທັນສະພາບການ.

6.   ດຳເນີນການສືບສວນ-ສອບສວນ ພະນັກງານ-ລັດຖະກອນ ຢູ່ບັນດາກົມ/ທຽບເທົ່າ, ບັນດາບໍລິສັດ ລັດວິສາຫະກິດ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ທີ່ຂຶ້ນກັບການຄຸ້ມຄອງຂອງ ກະຊວງ ທີ່ມີພຶດຕິກຳສໍ້ລາດບັງຫຼວງ ຕາມການຕົກລົງເຫັນດີຂອງຂັ້ນເທິງ, ພ້ອມທັງສະຫຼຸບ ແລະ ສົ່ງສຳນວນຄະດີໃຫ້ຫົວໜ້າກົມ ເພື່ອດຳເນີນການໃນຂັ້ນຕອນຕໍ່ໄປ.

7.   ພົວພັນ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດສິດ ແລະ ໜ້າທີ່ໃນການເຄື່ອນໄຫວວຽກງານສືບສວນ-ສອບສວນ ການສໍ້ລາດບັງຫຼວງ ໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ຕາມຂອບເຂດຄວາມຮັບຜິດຊອບຂອງກົມ.

8.   ສະເໜີມາດຕະການ, ວິທີການແກ້ໄຂຜົນຂອງການກວດກາ, ສືບສວນ-ສອບສວນ ໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຂັ້ນເທິງ ເພື່ອພິຈາລະນາຕົກລົງ.

9.   ຮັບແຈ້ງ ແລະ ກວດກາ ເອກະສານແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ ບັນດາກົມ/ທຽບເທົ່າ ແລະ ບັນດາບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງ ກະຊວງ, ພ້ອມທັງສ້າງລະບົບການຄຸ້ມຄອງ ແລະ ນຳໃຊ້ສຳນວນເອກະສານແຈ້ງຊັບສິນ ໃຫ້ຖືກຕ້ອງຕາມລະບຽບການ.

10. ສະຫຼຸບ, ສັງລວມ ແລະ ກຳນົດທິດທາງແຜນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານການສະກັດກັ້ນ ແລະ ຕ້ານສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ແລ້ວລາຍງານໃຫ້ຫົວໜ້າກົມ ເປັນປະຈຳອາທິດ, ເດືອນ, ງວດ ແລະ ປີ ເພື່ອຂໍທິດຊີ້ນຳຢ່າງເປັນປົກະຕິ.

11. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳ ແລະ ການມອບໝາຍຂອງຫົວໜ້າກົມ, ຮອງກົມຜູ້ຊີ້ນຳ.