ກຳແພງໃຫຍ່ພູຄັນນາ

ຈາກ Laopedia

ກຳແພງໃຫ່ຍ ພູຄັນນາ ຫຼື ກຳແພງຍັກ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານໃໝ່ໂພສີ, ເຊິ່ງຫ່າງຈາກເທດສະບານເມືອງທ່າ ແຂກ 8 ກິໂລແມັດ, ຂຶ້ນລົດໄປຕາມທິດທາງເໜືອ ຕາມເສັ້ນທາງເລກທີ 13 ໃຕ້. ເປັນກຳແພງຫີນທີ່ກ້ວາງ ແລະ ສູງ, ມີຫຼາຍຕອນ ເຊິ່ງເມື່ອລວມ ກັນແລ້ວ ຍາວເຖິງ 15 ກິໂລແມັດ. ສະຖານທີ່ສຳລັບຊົມກຳແພງຍັກນີ້ ດີທີ່ສຸດແມ່ນຢູ່ແຖບ ບ້ານນາຫຍ້າຫວາຍ, ກຳແພງຫີນຍັກ ຢູ່ທີ່ນີ້ເປັນບ່ອນທີ່ ມີກ້ອນຫີນຍັກ ໃນຮູບຊົງກຳແພງ ທີ່ບໍ່ທັນແຕກແຍກ, ຍາວກ່ວາໜູ່ມີຄວາມຍາວເຖິງ 75 ແມັດ ແລະ ມີຄວາມສູງເຖິງ 16 ແມັດ.​ “ກຳແພງໃຫ່ຍພູຄັນນາ” ໄດ້ໄຂປິດສະໜາວ່າ: ຄຳມ່ວນ ເປັນແຂວງແຫ່ງຕຳນານທີ່ມີຄວາມຈິງ ໂດຍມີບັນດານັກບູຮານຄະດີຊີ້ແຈງວ່າ: ແມ່ນກຳ ແພງທີ່ເກີດຂຶ້ນຈາກທຳມະຊາດ ບໍ່ແມ່ນຄົນປັ້ນແຕ່ງ ເຊິ່ງຜ່ານຂະບວນວິວັດທະນາການຫຼາຍລ້ານປີກ່ອນ ຈຶ່ງເປັນກຳແພງຍັກຫີນຊາຍ. ຢ່າງໃດກໍ່ດີ, ຍັງມີທິດສະດີອື່ນອີກ ທີ່ສັນນິຖານວ່າ ແມ່ນອະລິຍະທຳແຫ່ງລະບົບປ້ອງກັນ ທີ່ສ້າງຂຶ້ນໃນສະຕະວັດ VIII ພາຍໃຕ້ຍຸກສະໄໝຂອງອານາຈັກສີໂຄດ ຕະບອງເກົ່າແກ່.​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=44&MenuID=6