ກະຊວງຍຸຕິທຳ

ຈາກ Laopedia

ປະຫວັດຄວາມເປັນມາ

ກະຊວງຍຸຕິທຳ ແມ່ນຂະແໜງການລັດບໍລິຫານດ້ານກົດໝາຍ ແລະ ວຽກງານຍຸຕິທໍາຂັ້ນສູນກາງ ຢູ່ໃນໂຄງປະ ກອບກົງຈັກຂອງລັດຖະບານ. ເຄື່ອນໄຫວພາຍໃຕ້ການຊີ້ນໍາຂອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ ປີ 1975 ເປັນຕົ້ນມາ ກະຊວງຍຸຕິທໍາ ໂດຍສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບສ້າງ ເພື່ອສະເໜີລັດຖະບານປະກາດໃຊ້ຄໍາສັ່ງ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາອົງການຍຸຕິທຳ, ກ່ຽວກັບ ທາງແພ່ງ, ທາງອາຍາ ແລະ ກ່ຽວກັບບັນດາສິດເສລີພາບ, ປະຊາທິປະໄຕ ຂອງພົນລະເມືອງໂດຍສອດຄ່ອງກັບສະພາບ ສັງຄົມໃໝ່. ກະຊວງຍຸຕິທໍາ ມີບົດບາດໃນການຄຸ້ມຄອງ ແລະ ປະຕິບັດວຽກງານຍຸຕິທຳ, ລວມທັງວຽກງານພິພາກສາ, ດໍາ ເນີນຄະດີ, ສານທ້ອງຖິ່ນ, ຄຸ້ມຄອງບັນດາການເຄື່ອນໄຫວການຊ່ວຍເຫຼືອທາງດ້ານຍຸຕິທໍາ (ສະພາທະນາຍຄວາມ, ຫ້ອງ ການທີ່ປຶກສາທາງດ້ານກົດໝາຍ). ການຫັນເຂົ້າສູ່ລະບົບຂອງບັນດາອົງການຍຸຕິທໍາ ໄດ້ສ້າງຕັ້ງຂຶ້ນພ້ອມກັບກົງຈັກລັດຢູ່ ສູນກາງ ແລະ ທ້ອງຖິ່ນ ຊຶ່ງໄດ້ຢັ້ງຢືນເຖິງບົດບາດອັນຍິ່ງໃຫຍ່ຂອງວຽກງານຍຸຕິທຳ, ປະກອບສ່ວນອັນສໍາຄັນໃນການປົກ ປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປ້ອງອໍານາດປະຕິວັດ ແລະ ປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ພ້ອມກັນນັ້ນ, ກະຊວງຍຸຕິທໍາ ຍັງໄດ້ປະກອບສ່ວນ ອັນສໍາຄັນໃນການສ້າງພື້ນຖານລະບົບກົດໝາຍ ລະບອບປະຊາທິປະໄຕປະຊາຊົນ ປ່ຽນແທນລະບົບກົດໝາຍລະບອບຫົວ ເມືອງຂຶ້ນ ແລະ ເຄິ່ງສັກດີນາໃນເມື່ອກ່ອນ.

ໃນເບື້ອງຕົ້ນກະຊວງຍຸຕິທໍາ ພົບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນດ້ານວິຊາສະເພາະ, ກະຊວງຍຸຕິທຳ ຂອງ ສສ ຫວຽດນາມ ແລະ ອາດີດສະຫະພາບໂຊວຽດ ໄດ້ສົ່ງພະນັກງານຜູ້ຊ່ຽວຊານຈໍານວນໜຶ່ງ ເຊັ່ນ ທ່ານ ຟາມດີ້ງເງິນ, ຫງວຽນງອັກມິງ, ຫງວຽນວັນຢູ່ງ, ໂຣມານົບ ແລະ ທ່ານ ນາງ ນາຕາຊາ ມາຊ່ວຍເຫຼືອໃນການຄົ້ນຄວ້າສ້າງກົດໝາຍ, ວຽກງານຍຸຕິທໍາ ແລະ ສ້າງພະນັກງານກົດໝາຍ (ກະກຽມສ້າງໂຮງຮຽນກົດໝາຍຊັ້ນກາງ ຢູ່ນະຄອນຫຼວງວຽງຈັນ).

ພາຍໃຕ້ການນໍາພາຂອງລັດຖະມົນຕີ ແລະ ຄະນະນໍາກະຊວງ, ໃນຖັນແຖວພະນັກງານຍຸຕິທໍາ ໄດ້ມີບັນດານັກກົດ ໝາຍທີ່ໜຸ່ມນ້ອຍ ໄດ້ຮັບການກໍ່ສ້າງຢ່າງເປັນທາງການຈາກບັນດາປະເທດສັງຄົມນິຍົມອ້າຍນ້ອງເພີ່ມຂຶ້ນ, ພ້ອມກັບບັນດາ ນັກກົດໝາຍ, ນັກທະນາຍຄວາມ, ຜູ້ພິພາກສາຈາກລະບອບເກົ່າທີ່ສະໝັກໃຈຮັບໃຊ້ວຽກງານຍຸຕິທໍາ ໃນຂອບເຂດທົ່ວປະ

ເທດ.

ດ້ວຍຄວາມພະຍາຍາມໃນການເຄື່ອນໄຫວວຽກງານ ແຕ່ປີ 1975 ເຖິງປັດຈຸບັນ ກະຊວງຍຸຕິທໍາ ໄດ້ມີບາດກ້າວ ຂະຫຍາຍຕົວ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນ ຄື:

* ໄລຍະປີ 1975 - 1992 (ທ່ານ ມະຫາກຸ ສຸວັນນະເມທີ ລັດຖະມົນຕີວ່າການກະຊວງຍຸຕິທໍາ)

ໃນໄລຍະນີ້ ກະຊວງຍຸຕິທຳ ເຄື່ອນໄຫວໂດຍອີງໃສ່ພື້ນຖານຂອງຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 53/ ນຍ, ລົງວັນທີ 15/10/1976, ດຳລັດຂອງສະພາລັດຖະມົນຕີ ສະບັບເລກທີ 05/ສພ ລຕ, ລົງວັນທີ 10/01/1983 ແລະດຳລັດຂອງສະພາລັດຖະມົນຕີ ສະບັບເລກທີ

ຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມຄົ້ນຄວ້າກໍ່ສ້າງກົດ

05/6/1990 ກໍານົດພາລະບົດບາດ, ໜ້າທີ່, ສິດ ແລະ ໂຄງປະກອບການຈັດຕັ້ງຂ ໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ, ກົມຄຸ້ມຄອງລະບົບຍຸຕິທຳ, ກົມພິພາກສາ, ກົມແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ໂຮງຮຽນກົດໝາຍຊັ້ນກາງ.

ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮອດປີ 1986 ສານປະຊາຊົນ ໄດ້ສ້າງຕັ້ງ ຂຶ້ນຢ່າງເປັນລະບົບ ແລະ ແຍກອອກເປັນເອກະລາດຈາກກະຊວງຍຸຕິທໍາ ແລະ ຮອດປີ 1990 ໄອຍະການປະຊາຊົນກໍໄດ້ ແຍກອອກເປັນເອກະລາດ; ເຮັດໃຫ້ພາລະບົດບາດ, ໜ້າທີ່ຂອງກະຊວງຍຸຕິທຳ ຈໍານວນໜຶ່ງໄດ້ມອບໃຫ້ອົງການອື່ນປະຕິ ບັດ.

ກະຊວງຍຸຕິທຳ ໄດ້ສຸມໃສ່ການສ້າງ, ສະເໜີຮ່າງກົດໝາຍຜ່ານສະພາ ແລະ ປະກາດໃຊ້ກົດໝາຍສໍາຄັນຈຳນວນ ໜຶ່ງ ເຊັ່ນ ກົດໝາຍ ອາຍາ, ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ການດໍາເນີນ ຄະດີອາຍາ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍ ອົງການໄອຍາການປະຊາຊົນ, ກົດໝາຍວ່າດ້ວຍ ສຳນັກງານທະບຽນສານ, ກົດໝາຍຄອບຄົວ, ກົດໝາຍວ່າດ້ວຍ ແຮງງານ... ພິເສດໄດ້ເອົາໃຈໃສ່ເຂົ້າຮ່ວມຢ່າງຫ້າວຫັນ ໃນການຮ່າງລັດຖະທຳມະນູນ ສະບັບທຳອິດໃນປະຫວັດສາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປີ 1991 ຊຶ່ງໄດ້ກຳນົດບັນດາຫຼັກການພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງພື້ນຖານນິຕິກໍາໃຫ້ແກ່ການກຳເນີດ ແລະ ການປັບປຸງກົງຈັກລັດ, ຮັບປະກັນບັນດາສິດເສລີພາບ, ປະຊາທິປະໄຕ ອັນເປັນພື້ນຖານຂອງພົນລະເມືອງລາວ. ການ ປະກາດໃຊ້ບັນດາກົດໝາຍນີ້ ມັນແມ່ນເຫດການປະຫວັດສາດໜຶ່ງທາງດ້ານນິຕິກຳທີ່ສໍາຄັນຢູ່ໃນການກໍ່ສ້າງລັດ ແລະ ກົດ ໝາຍແບບໃໝ່ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ກຳນົດສິດອຳນາດ ແລະ ເປັນເຄື່ອງມືທີ່ສໍາຄັນເພື່ອສ້າງ

ລະບົບບກົດໝາຍຢູ່ໃນລະບອບໃໝ່.

* ໄລຍະປີ 1992 - 2006 ( ທ່ານ ຄໍາອ້ວນ ບຸບຜາ ເປັນລັດຖະມົນຕີວ່າການກະຊວງຍຸຕິທຳ)

ອີງໃສ່ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 194/ນຍ, ລົງວັນທີ 2/11/1999 ແລະ ສະບັບ ເລກທີ 123/ນຍ, ລົງວັນທີ 1/9/2004 ກຳນົດກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຍຸຕິທຳ ເພື່ອຕອບສະ ໜອງໜ້າທີ່ການເມືອງໃນໄລຍະໃໝ່ ກະຊວງຍຸຕິທຳໄດ້ສ້າງຕັ້ງກົມ ແລະ ສະຖາບັນຈໍານວນໜຶ່ງຕື່ມ ຄື ກົມທະບຽນສານ, ກົມປະຕິບັດຄໍາຕັດສິນຂອງສານ, ສະຖາບັນຝຶກອົບຮົມກົດໝາຍ ແລະ ວຽກງານຍຸຕິທຳ, ສຳນັກງານແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ແລະ ສະຖາບັນຄົ້ນຄວ້າກົດໝາຍ ແລະ ຮ່ວມມືກັບຕ່າງປະເທດ.

ກ້າວເຂົ້າສູ່ສັດຕະວັດທີ 21, ສະພາແຫ່ງຊາດ ໄດ້ລົງມະຕິປັບປຸງລັດຖະທຳມະນູນ ໃນປີ 2004, ໃນນັ້ນ ໄດ້ ກຳນົດ ລັດ ສປປ ລາວ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ. ຂະແໜງຍຸຕິທໍາ ຊຶ່ງມີສອງໜ້າທີ່ອັນພື້ນຖານ ຄື: ຄຸ້ມຄອງລັດດ້ວຍການສ້າງກົດໝາຍ ແລະ ຄຸ້ມຄອງລັດເອກະພາບກ່ຽວກັບວຽກງານຍຸຕິທຳ, ມີຄວາມຮັບຜິດຊອບອັນໃຫຍ່ຫຼວງໃນກ ວມວຽກງານທັງສາມອໍານາດ ສ້າງກົດໝາຍ, ປະຕິບັດ ແລະ ຄວາມ Press

ຍຸຕິທໍາຂອງລັດ.

ພາຍຫຼັງ 15 ປີ ແຫ່ງການສ້າງຕັ້ງ ແລະ ການເຄື່ອນໄຫວວຽກງານ, ກະຊວງຍຸຕິທຳ ໄດ້ມີຜົນສໍາເລັດທີ່ສໍາຄັນ, ສືບຕໍ່ຢັ້ງຢືນທີ່ຕັ້ງ, ພາລະບົດບາດຂອງວຽກງານຍຸຕິທໍາ ຢູ່ໃນພາລະກິດປ່ຽນແປງໃໝ່ ແລະ ບົນເສັ້ນທາງກ້າວຂຶ້ນຂອງປະ ເທດຊາດ. ເສີມຂະຫຍາຍບັນດາຜົນສຳເລັດທີ່ຍາດມາໄດ້ໃນຊຸມປີຜ່ານມາ ກ່ຽວກັບວຽກງານສ້າງກົດໝາຍ, ກະຊວງຍຸຕິ ທຳ ໄດ້ສຸມໃສ່ສ້າງ ແລະ ສະເໜີຜ່ານບັນດາຮ່າງກົດໝາຍ ແລະ ນິຕິກຳ ທີ່ສໍາຄັນ ເຊັ່ນ ກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍການປົກຄອງ, ກົດໝາຍການລົງທຶນ, ກົດໝາຍທຸລະກິດ... ພ້ອມກັນນັ້ນ ກໍໄດ້ປັບປຸງກົດໝາຍຈຳນວນໜຶ່ງ ທີ່ ເຫັນວ່າບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງການຂະຫຍາຍຕົວທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຂອງ ຊາດ ແລະ ຍັງໄດ້ເຂົ້າຮ່ວມປະກອບຄຳເຫັນໃສ່ບັນດານິຕິກຳຕ່າງໆຫຼາຍກວ່າຮ້ອຍສະບັບ. ນີ້ແມ່ນໝາກຜົນຂອງການເຄື່ອນ ໄຫວຢ່າງປະດິດສ້າງໃນຫຼາຍປີຜ່ານມາຂອງບັນດາຮຸ່ນພະນັກງານ, ຜູ້ຊ່ຽວຊານກົດໝາຍ ຊຶ່ງໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງ ຕິດແທດຈາກສູນກາງພັກ ແລະ ລັດຖະບານ.

* ໄລຍະປີ 2006-2014 (ທ່ານ ສຈ ດຣ. ຈະເລີນ ເຍຽປາວເຮີ ເປັນລັດຖະມົນຕີວ່າການກະຊວງຍຸຕິທໍາ)

ປະຕິບັດຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 404/ນຍ, ລົງວັນທີ 23/11/2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຍຸຕິທຳ, ໂດຍອີງໃສ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານ ກະຊວງຍຸຕິທໍາ ໄດ້ສ້າງ ສຳນັກງານຈໍານວນໜຶ່ງຕື່ມ ເຊັ່ນ ກົມກວດກາ, ວິທະຍາໄລກົດໝາຍ 3 ພາກ ຄື: (ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ) ແລະ ໃນປີ 2011 ໄດ້ສະເໜີສ້າງຕັ້ງກົມໃໝ່ 3 ກົມ ຄື: ກົມແຜນການ ແລະ ການເງິນ, ກົມ ພົວພັນຕ່າງປະເທດ ແລະ ກົມແຂ່ງຂັນ-ຍ້ອງຍໍ. ອັນພົ້ນເດັ່ນໃນໄລຍະນີ້ ແມ່ນເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງວິທະຍາໄລກົດໝາຍ, ນັບແຕ່ປີ 2006-2014 ໄດ້ສ້າງນັກກົດໝາຍລະດັບປະລິນຍາຕີ, ຊັ້ນສູງ ແລະ ຊັ້ນ ກາງ ຈໍານວນ 6.542 ຄົນ. ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 46/ນຍ, ລົງວັນທີ 29 ກັນຍາ 2009 ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຍຸຕິທໍາຮາກຖານ, ຊຶ່ງໃນແຕ່ລະປີໄດ້ສົ່ງພະນັກງານຂັ້ນ ກົມ, ຂັ້ນພະແນກ ແລະ ນັກສຶກສາປີສຸດທ້າຍ ລົງຝຶກຫັດຢູ່ຮາກຖານ ເພື່ອເຂົ້າຮ່ວມຈັດຕັ້ງປະຕິບັດ 5 ກິດຈະກຳ ຂອງ ວຽກງານຍຸຕິທໍາຮາກຖານ ແລະ ວຽກງານ 3 ສ້າງ ຄື: ການສ້າງນັກກົດໝາຍສະໜອງໃຫ້ບ້ານ ແລະ ກຸ່ມບ້ານ; ການສ້າງ ຄອບຄົວ ແລະ ບ້ານປອດຄະດີ; ການສ້າງ ແລະ ປັບປຸງໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ; ການໂຄສະນາສ້າງສະຕິເຄົາລົບ ກົດໝາຍ ແລະ ວຽກງານຍຸຕິທຳເດັກ. ການເຄື່ອນໄຫວວຽກງານດັ່ງກ່າວ ໄດ້ກາຍເປັນຂະບວນການທີ່ແຂງແຮງ, ຟົດຟື້ນ, ກວ້າງຂວາງ ແລະ ໃນທົ່ວປະເທດ.

* ໄລຍະປີ 2014-2016 (ທ່ານ ບຸນເກີດ ສັງສົມສັກ ເປັນລັດຖະມົນຕີວ່າການກະຊວງຍຸຕິທໍາ).

ໂດຍສືບຕໍ່ເຄື່ອນໄຫວຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 404/ນຍ, ອີງໃສ່ສະພາບຄວາມເປັນຈິງ ກະ ຊວງຍຸຕິທຳ ໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງກະຊວງ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ປະຕິບັດຕາມທິດຫັນກົງຈັກລັດໃຫ້ກະທັດຮັດ ແຕ່ມີຄຸນນະພາບ ຈຶ່ງໄດ້ມີ ການຍຸບເລີກບາງກົມ ເຊັ່ນ ກົມແຜນການ ແລະ ການເງິນ, ກົມພົວພັນ ແລະ ການຮ່ວມມືຕ່າງປະເທດ ແລະ ກົມແຂ່ງຂັນ- ຍ້ອງຍໍ ທີ່ສະເໜີສ້າງຕັ້ງແຕ່ບໍ່ທັນໄດ້ຮັບອະນຸຍາດ. ພ້ອມກັນນັ້ນ, ກໍໄດ້ສ້າງຕັ້ງກົມ ແລະ ສະຖາບັນຈໍານວນໜຶ່ງ ຄື: ກົມ ແຜນການ ແລະ ການຮ່ວມມື, ກົມນິຕິກຳ ແລະ ສະຖາບັນຍຸຕິທຳແຫ່ງຊາດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ພ້ອມທັງໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນກົມ, ຂັ້ນພະແນກ ແລະ ວິຊາການ ຈຳນວນໜຶ່ງ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ສາມາດປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຢ່າງມີປະ ສິດທິພາບ ແລະ ປະສິດທິຜົນ. ອັນສໍາຄັນ ແມ່ນໄດ້ຄົ້ນຄວ້າ ແລະ ສ້າງຕັ້ງສະຖາບັນຍຸຕິທຳ ຊຶ່ງເປັນສູນກາງການຄົ້ນຄວ້າ ແລະ ສຶກສາກົດໝາຍ ເປັນຕົ້ນ ແມ່ນການຝຶກອົບຮົມວິຊາຊີບຍຸຕິທຳ ເຊັ່ນ ຜູ້ພິພາກສາ, ໄອຍະການ, ທະນາຍຄວາມ ແລະ ອື່ນໆ ຫຼາຍກວ່າ 10 ວິຊາອາຊີບ; ໄດ້ເອົາໃຈໃສ່ວຽກງານພົວພັນຮ່ວມມືກັບຕ່າງປະເທດ ເພື່ອເປັນການແລກປ່ຽນ ບົດຮຽນ ແລະ ພັດທະນາລະບົບກົດໝາຍ, ວຽກງານຍຸຕິທໍາ ແລະ ການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ.

ຕະຫຼອດໄລຍະ 20 ກວ່າປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ຊຶ່ງກອງປະຊຸມໃຫຍ່ ຄັ້ງທີ IV ຂອງສູນກາງພັກ ໄດ້ວາງອອກ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກະຊວງຍຸຕິທໍາເວົ້າສະເພາະ, ຂະແໜງຍຸຕິທໍາເວົ້າລວມ ໄດ້ເພີ່ມທະວີ ແລະ ເປີດກວ້າງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກ ຮັກສາປະເທດຊາດ, ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງສາກົນ.

* ໄລຍະປີ 2016 ເຖິງປັດຈຸບັນ (ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ)

ໄລຍະນີ້ ກະຊວງຍຸຕິທຳ ກໍາລັງສຸມໃສ່ວຽກງານປັບປຸງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 404/ນຍ, ລົງວັນ ທີ 23/11/2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຍຸຕິທຳ, ໂດຍອີງໃສ່ການເຕີບໃຫຍ່ຂະຫຍາຍ ຕົວຂອງວຽກງານ ກະຊວງຍຸຕິທຳ. ພ້ອມກັນນັ້ນ, ຫ້ອງການ, ບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ກໍໄດ້ສືບຕໍ່ປັບປຸງທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ສອດຄ່ອງກັບການເຄື່ອນ ໄຫວວຽກງານໃນໄລຍະໃໝ່.

ເມື່ອຫວນຄືນການກຳເນີດ ແລະ ການຂະຫຍາຍຕົວຂອງກະຊວງຍຸຕິທຳ ໃນພາລະກິດປ່ຽນແປງໃໝ່ອັນເລິກເຊິ່ງ, ການຫັນເປັນອຸດສະຫະກຳທັນສະໄໝ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ສາມາດເວົ້າໄດ້ວ່າ ກະຊວງຍຸຕິທຳ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານທີ່ພົ້ນເດັ່ນ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນພື້ນຖານການສ້າງ, ການ ປັບປຸງກົດໝາຍ ແລະ ຄວາມຍຸຕິທຳ ໃນສັງຄົມ. ພ້ອມກັນນັ້ນ, ກໍຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດການຄຸ້ມ ຄອງລັດຫຼາຍຂະແໜງການ. ຈາກການເຄື່ອນໄຫວມະຫາພາກ ຄືຊ່ວຍສະພາ, ລັດຖະບານໃນການກຳນົດແຜນຍຸດທະສາດ ກົດໝາຍ, ວຽກງານຍຸຕິທຳຂອງຊາດ, ສ້າງ ແລະ ປະຕິບັດລະບົບກົດໝາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ, ຈົນເຖິງການເຄື່ອນໄຫວວິຊາສະເພາະທີ່ມີລັກສະນະວິຊາຊີບ, ສະໜອງການບໍລິການ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ.

ຕະຫຼອດໄລຍະ 40 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງທ່ານ ລັດຖະມົນຕີ ກຸ ສຸວັນນະເມທີ, ທ່ານ ຄໍາອ້ວນ ບຸບຜາ, ທ່ານ ສຈ ດຣ. ຈະເລີນ ເຍຽປາວເຮີ, ທ່ານ ບຸນເກີດ ສັງສົມສັກ ແລະ ທ່ານ ໄຊສີ ສັນຕິວົງ ພ້ອມກັບຄະນະພັກ, ຄະນະນໍາກະຊວງ. ປັດຈຸບັນຂະແໜງຍຸຕິທໍາ ເວົ້າລວມ, ກະຊວງຍຸຕິທໍາເວົ້າສະເພາະ ໄດ້ຖືເອົາການປະຕິບັດບັນດາຄາດໝາຍ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງການປະຕິຮູບກົດໝາຍ, ການບໍລິຫານ ແລະ ການປະຕິຮູບດ້ານຕຸລາການ ຕາມ ແນວທາງຂອງພັກ ໄດ້ກາຍເປັນສິ່ງວັດແທກຄຸນນະພາບ, ປະສິດທິຜົນຂອງວຽກງານ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກະຊວງ, ບັນດາຂົງເຂດວຽກງານຂອງກະຊວງຍຸຕິທໍາ ໄດ້ຮັບການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ເປັນການ ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.